ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຟິສິກ/ເຄມີ/ຊີວະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ເຂົາເຫັນຄຳຕອບຫມົດລະເດ

ກະເຈົ້ ຕອບກ່ອນເຂົາ

♡ເເມ່ລູກອ໋ອນ♡



.

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອບໃໝ່ອີກກະໄດ້ ເພາະວ່າບາງຄຳຕອບກໍ່ຍັງບໍ່ທັນລະອຽດເທື່ອ


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຮຽນແຕ່ໂດນ ລືມໝົດແລ້ວ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Leum vai tae nor Mr. DANAI


໑ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ໄດ້ແຕ່ແນມ
ບໍ່ຮູ້ຍັງທັງນັ້ນເລີຍເຮົາ....

you still a lots more to work on ຍັງອ່ອນຫັດຢູ່ເດີ້!!!

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄມີນິຕົກທຸກເດືອນຕອນຮຽນນະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໓ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
yark long h beng va si yark bor.

-----------------------TARO--------------------

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່າງຖາມເຮີເຮີເຮີ ບໍ່ໄດ້ຊ້ຳ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ma long kae kun dai ner


໐ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ງ່າຍໆ1


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ owh ຂຽນວ່າ...
ງ່າຍໆ1

ງ່າຍຈັງໃດ ແກ້ໃຫ້ເບິ່ງແນ່ແມະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ງ່າຍຫຼາຍ...

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໐ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ชิเข้ามาຮຽນนำเดี ดีๆๆเปันความคิดทีดี


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ເຄມີ ມ6 ແມ່ນຫວາ, ຄິດວ່ານັກຮຽນມ6ຄືຊິແກ້ໄດ້ທຸກຄົນ(ເກັ່ງ)

ຊົ່ວຢ່າງສ້າງສັນ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິນດີ ມາແກ້ໄດ້ເນີ່


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແກ້ໄດ້ໃຫ້ຫຍັງ?


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ສົ່ງຄືນອາຈານໝົດ ແຕ່ສີ່ປີກ່ອນ -_-"

ສັດໂລກ ຍ່ອມເປັນໄປຕາມກຳ

໓ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ
tea kee khoy kea pen u dw nee leum mod jeoooooooooo


໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສົງໄສເຈົ້າຂອງກະທູ້ຈະຕ້ອງຮຽນເກັ່ງແທ້ ແມ່ນບໍ່


໓ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ


໐ ກະທູ້
໑໑໓ ໂພສ
ນັກການກະທູ້



໐ ກະທູ້
໑໑໓ ໂພສ
ນັກການກະທູ້


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກນ້ອງຕອນເມົາ

໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ລືມແລ້ວເດະ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Kheu si ma leum wai tae nor.....


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳຖາມຕອນທີ່ 2 ແລະຄຳຕອບຕອນທີ່ 2 ໄດ້ອອກມາແລ້ວ:

ຄຳຖາມຕອນທີ່ 2

1. ທາດລະລາຍ HCl ມີຄວາມເຂັ້ມຂຸ້ນ 0.092 mol/L ມີບໍລິມາດ 10 cm3 ເມື່ອນຳມາເກີດປະຕິກິລິຍາຈາວກັບທາດລະລາຍ NaOH ທີ່ມີຄວາມເຂັ້ມຂຸ້ນ 0.09 mol/L ມີບໍລິມາດ 10 cm3. ຖາມວ່າ ຫຼັງຈາກປະຕິກິລິຍາສຳເລັດແລ້ວທາດລະລາຍທີ່ໄດ້ຈະມີ pH ເປັນເທົ່າໃດ?

2. Alcohol ອີ່ມຕົວຊະນິດໜຶ່ງບັນຈຸອອກຊີເຈັນ (O2) ຢູ່ 26.7% ທາງດ້ານມວນສານ. ຖາມວ່າ:
ກ. ສູດໂມເລກຸນຂອງ Alcohol ອີ່ມຕົວຊະນິດນີ້ແມ່ນແນວໃດ?
ຂ. ສູດໂຄງສ້າງທີ່ເປັນໄປໄດ້ທັງໝົດຂອງ Alcohol ອີ່ມຕົວຊະນິດນີ້, ພ້ອມທັງອ່ານຊື່ຕາມລະບົບ IUPAC.

3. ໃນຂະບວນການເອເລັກໂຕຣລີເຊີຂອງເກືອ NaNO3 ດ້ວຍກະແສໄຟຟ້າ 4A ເປັນໄລຍະເວລາ 2 ຊົ່ວໂມງ. ຖາມວ່າຢູ່ທີ່ຂົ້ວໄຟຟ້າຈະເກີດມີໂລຫະ Na ທີ່ຖືກປົດປ່ອຍອອກມາຈັກກຣາມ?

4. ທາດປະສົມຮີໂດຣກາກບົວ (Hydrocarbon) ຊະນິດໜຶ່ງປະກອບມີ C 64.86%, H 13.5%, ແລະສ່ວນທີ່ເຫຼືອແມ່ນອອກຊີເຈນ. (ຮູ້ວ່າ: ທາດປະສົມນີ້ 2 g ມີບໍລິມາດ 0.3306 L ພາຍໃຕ້ຄວາມດັນ 2atm ແລະອຸນຫະພູມ 298K, ກຳນົດໃຫ້: R = 0.0821 L atm mol-1 K-1). ຖາມວ່າ:
ກ. ສູດໂມເລກຸນຂອງທາດນີ້ແມ່ນແນວໃດ?
ຂ. ຂຽນສູດໂຄງສ້າງພ້ອມທັງອ່ານຊື່ທາດປະສົມດັ່ງກ່າວຕາມລະບົບ IUPAC (ເຊິ່ງທາດປະສົມດັ່ງກ່າວນີ້ແມ່ນມີຈຸກຳນົດແມ່ນ OH)

5. ນັກຮຽນຄົນໜຶ່ງໄດ້ນຳເອົາໂລຫະ Mg ຈຳນວນ 6g ມາປະຕິກິລິຍາກັບທາດລະລາຍອາຊິດຊຸນຟູຣິກ H2SO4 ທີ່ເຂັ້ມຂຸ້ນ 6.25 mol/L ຈຳນວນ 20 cm3ຕາມສົມຜົນຂ້າງລຸ່ມນີ້:
Mg + H2SO4 = MgSO4 + H2
ຖາມວ່າ:
ກ. ມີທາດໃດເຫຼືອຫຼັງຈາກປະຕິກິລິຍາສິ້ນສຸດລົງ, ແລະເຫຼືອເທົ່າໃດ?
ຂ. ທາດໃດເປັນຕົວກຳນົດປະຕິກິລິຍາ?
ຄ. ເກືອທີ່ໄດ້ຮັບພາຍຫຼັງຈາກປະຕິກິລິຍາສິ້ນສຸດລົງຈະມີຈັກ g?
ງ. ບໍລິມາດທາດອາຍ H2 ທີ່ໄດ້ຮັບໃນເງື່ອນໄຂມາດຕະຖານຈະມີຈັກ dm3 ພາຍຫຼັງຈາກປະຕິກິລິຍາສິ້ນສຸດລົງ?

6. ນັກຮຽນຜູ່ໜຶ່ງຕ້ອງການທາດລະລາຍອາຊິດນີຕຣິກ HNO3 ທີ່ມີຄວາມເຂັ້ມຂຸ້ນ 0.5 mol/L ຈຳນວນ 150 mL ເພື່ອໃຊ້ໃນການທົດລອງຂອງລາວ, ແຕ່ຢູ່ໃນຫ້ອງທົດລອງປະກົດວ່າມີຂວດອາຊິດນີຕຣິກທີ່ມີສະຫຼາກຕິດບອກໄວ້ວ່າອາຊິດມີຄວາມເຂັ້ມຂຸ້ນ 6 mol/L. ຖາມວ່າ: ຖ້າເຈົ້າເປັນໝູ່ຂອງລາວ, ພວກເຈົ້າຈະເຮັດແນວໃດເພື່ອໃຫ້ໄດ້ລະລາຍອາຊິດນີຕຣິກຕາມທີ່ຕ້ອງການເພື່ອໃຊ້ໃນການທົດລອງ?

ຄຳຕອບຕອນທີ່ 2

1. Ca = 0.092 M
Va = 10 Cm3
Cb = 0.09 M
Vb = 10 cm3
x = 1
y = 1
pH = ?
ຈາກສູດ:
[ H3O+ ] = xCaVa - yCbVb / Va + Vb
[ H3O+ ] = (1x0.092x10) - (1x0.92x10) / 10 + 10
[ H3O+ ] = 1x10-3 M
ຈາກສູດ: pH= -log [ H3O+ ]
pH = -log ( 1x10-3 )
pH = 3

2.
ກ.
CnH2n+1OH 100% ປະກອບມີ O 26.7%
(14n+18) ປະກອບມີ O 16%
100 x 16 = 26.7 x (14n+18)
1600 = 373.8n + 480.6
n = 3
ສູດໂຄງສ້າງແມ່ນ: C3H7OH

ຂ. ສູດໂຄງສ້າງທີ່ເປັນໄປໄດ້ທັງໝົດຂອງ Alcohol ອີ່ມຕົວຊະນິດນີ້ມີ 3 ສູດໂຄງສ້າງຄື:
CH3CH2CH2OH 1-propanol
CH3CH(OH)CH3 2-propanol
CH3CH2OCH3 Ethyl-methylether

3.
I = 4A
t = 2h = 7200 s
A = 23 g/mol
n = 1
ຈາກສູດ: m = A x I x t / n x 96500
m = 23 x 4 x 7200 / 1x 96500
m = 6.86 g
ທີ່ຂົ້ວໄຟຟ້າຈະເກີດມີໂລຫະ Na ທີ່ຖືກປົດປ່ອຍອອກມາຈຳນວນ 6.86 ກຣາມ.

4.
ກ. O = 100% - (64.86% + 13.5%)
O = 21.64%
C : H : O
64.86 / 12 : 13.5 / 1 : 21.64 / 16
5.40 : 13.5 : 1.35
5.40 / 1.35 : 13.5 / 1.35 : 1.35 / 1.35
4 : 10 : 1
ສູດງ່າຍດາຍແມ່ນ: C4H10O

m = 2g
V = 0.3306 L
P = 2 atm
T = 298K
R = 0.0821 L atm mol-1 K-1
ຈາກສູດ: PV = m x R x T / M
M = 2 x 0.0821 x 298 / 2 x 0.3306
M = 74.00 g/mol
ສູດແທ້ຈິງແມ່ນ: ( C4H10O )n = 74
74n = 74
n = 1
ສູດງ່າຍດາຍແລະສູດແທ້ຈິງແມ່ນອັນດຽວກັນ

ຂ. ສູດໂຄງສ້າງພ້ອມທັງອ່ານຊື່ທາດປະສົມດັ່ງກ່າວຕາມລະບົບ IUPAC
CH3CH2CH2CH2OH 1-butanol

5.
ກ. Mg + H2SO4 = MgSO4 + H2
ຊອກຫາຈຳນວນໂມລຂອງ Mg ແມ່ນ:
nMg = mMg / MMg
nMg = 6g / 24 g/mol
nMg = 0.25 mol

ຊອກຫາຈຳນວນໂມລຂອງ H2SO4 ແມ່ນ:
nອາຊິດຊູນຟູຣິກ = CV / 1000
nອາຊິດຊູນຟູຣິກ = 6.25 x 20 / 1000
nອາຊິດຊູນຟູຣິກ = 0.125 mol = 12.25 g

ອີງຕາມສົມຜົນເຫັນວ່າ: 1mol H2SO4 ເກີດປະຕິກິລິຍາພໍດີກັບ Mg 1mol
ຖ້າວ່າ: 0.125 mol ຂອງ H2SO4 ຈະເກີດປະຕິກິລິຍາພໍດີກັບ Mg X mol = ?
X = 0.125 mol x 1 mol / 1 mol
X = 0.125 mol
ຈະຕ້ອງໃຊ້ Mg ຈຳນວນ 0.125 mol ຈຶ່ງຈະເກີດປະຕິກິລິຍາພໍດີ, ແຕ່ Mg ທີ່ໃຊ້ທັງໝົດແມ່ນ 0.25 mol ສະແດງວ່າມີ Mg ເຫຼືອ
Mg ເຫຼືອ = 0.25 mol - 0.125 mol
Mg ເຫຼືອ = 0.125 mol
ຄິດເປັນກຣາມແມ່ນ: 0.125 mol x 24 g/mol = 3g
Mg ເຫຼືອແມ່ນ: 3g

ຂ. H2SO4 ເປັນທາດທີ່ໝົດກ່ອນ, ສະແດງວ່າຕົວກຳນົດປະຕິກິລິຍາແມ່ນ H2SO4.

ຄ. Mg + H2SO4 = MgSO4 + H2
ອີງຕາມສົມຜົນເຫັນວ່າ: 98g H2SO4 ຈະເຮັດໃຫ້ເກີດມີເກືອ MgSO4 120g
ຖ້າວ່າ: 12.25g ຂອງ H2SO4 ຈະເຮັດໃຫ້ເກີດມີເກືອ MgSO4 Y g = ?
Y = 12.25g x 120g / 98g
Y = 15g
ຈະເກີດມີເກືອ MgSO4 ຂຶ້ນຈຳນວນ 15g

ງ. Mg + H2SO4 = MgSO4 + H2
ອີງຕາມສົມຜົນເຫັນວ່າ: 98g H2SO4 ຈະເຮັດໃຫ້ເກີດມີອາຍ H2 22.4 dm3
ຖ້າວ່າ: 12.25g ຂອງ H2SO4 ຈະເຮັດໃຫ້ເກີດມີອາຍ H2 Z g = ?
Z = 12.25g x 22.4 dm3 / 98g
Z = 2.8 dm3
ຈະເກີດມີອາຍ H2 ຂຶ້ນຈຳນວນ 2.8 dm3

6.
C1 = 6 M
V1 = ?
C2 = 0.5 M
V2 = 150 mL

ຈາກສູດ: C1V1 = C2V2
V1 = C2V2 / C1
V1 = 0.5 M x 150 mL / 6 M
V1 = 12.5 mL

ບໍລິມາດນ້ຳທີ່ຕ້ອງໃຊ້ເພື່ອເຈືອຈາງແມ່ນ:
Vນ້ຳ = V2 - V1
Vນ້ຳ = 150 mL - 12.5 mL
Vນ້ຳ = 137.5 mL
ຈະຕ້ອງໃຊ້ອາຊິດນີຕຣິກ HNO3 ເຂັ້ມຂຸ້ນ 6 M ຈຳນວນ 12.5 mL ຈາກນັ້ນນຳມາເຈືອຈາງດ້ວຍນ້ຳຈຳນວນ 137.5 mL
ຈະໄດ້ທາດລະລາຍອາຊິດນີຕຣິກ HNO3 ທີ່ມີຄວາມເຂັ້ມຂຸ້ນ 0.5 mol/L ຈຳນວນ 150 mL.


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄຳຕອບອອກມາແລ້ວ.....


໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
h jung dhai va hn kaiy very haha


ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>