ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຊື້ເຄື່ອງຫນ້າຮ້ານ ແລະ ນອກຮ້ານລາຄາຕ່າງກັນ

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ທີ່ຕະຫລາດແຫ່ງຫນຶ່ງ ຂອງນະຄອນຫລວງວຽງຈັນ ເຈົ້າຂອງຮ້ານເປັນຄົນຈີນ
ຂ້າພະເຈົ້າໄປຈັບສິນຄ້າຊະນິດຫນຶ່ງ ຂອງຮ້ານ
ຄົນຂາຍຜູ້ຍິງບອກວ່າ ຄາລາ 500 ບາດ ປະມານ 1ແສນ ກັບປາຍໆກີບ
ແລ້ວມມີຄົນຂາຍຜູ້ຊາຍບອກວ່າ ອ້າຍໆ ໃນຮ້ານ ຂາຍ 500 ບາດ
ຖ້າອ້າຍຊື້ນອກຮ້ານ 100 000 ກີບເທົ່ານັ້ນ
ຖ້າອ້າຍສົນໃຈ ໃຫ້ໄປຖ້ານ້ອງຢູ່ນອກ ນ້ອງຈະເອົາໄປສົ່ງໃຫ້
--------------------------
ຢາກຖາມວ່າ
1 ມີໃຜເຄີຍພົບແບບນີ້ບໍ່
2 ມັນແມ່ນແນວໃດກັນ ພໍຈະມີຄຳອະທິບາຍໄດ້ບໍ່ ລະຫວ່າງລາຄາໃນຮ້ານແລະນອກຮ້ານ ເປັນຫຍັງຈຶ່ງຕ່າງກັນ
ສົງໄສແມ່ນອຸບາຍການຂາຍ ຂອງເຈົ້າຂອງຮ້ານ ຫລື ແມ່ນການລັກຂອງໃນຮ້ານມາຂາຍນອກ
ຂໍຄວາມເຫັນນຳແດ່ເດີ້ ທ່ານຜູ້ອ່ານທັກຫລາຍ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັ້ນແມ່ນຮ້ານດຽວກັນບໍ?


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາເຄີຍພົບແລ້ວ
ເຮົາເລີຍບໍ່ຊື້ ເພາະວ່າງົງກັບພຶດຕິກຳຂອງຄົນຢູ່ຮ້ານນັ້ນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ພະນັກງານຮ້ານ, ມີເຄື່ອງເອງຕິລະບໍ່ສາມາດຂາຍໃນຮ້ານໄດ້ ຢ້ານເຈົ້າຂອງຮ້ານຮູ້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຊື້ນອກຮ້ານໂລດຂອງຖືກ....ແລ້ວຄຸນນະພາບມັນຈະດີເທົ່າກັນບໍ່ລະ ສິນຄ້າທີ່ວ່າມັນແມ່ນຫຍັງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ ຂພຈ ຄິດວ່າສາມາດເປັນໄດ້ທັງສອງກໍລະນີເດີ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຸດເລີ່ມຕົ້ນຂອງການຄໍຣັບຊັ້ນ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານແມ່ນເຄື່ອງຂອງພະນັກງານໃນຮ້ານເອງ ແບບວ່າລັກຂາຍ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ລັກເຄື່ອງໃນຮ້ານໄປຂາຍຫັ້ນຕິເຮົາວ່ານະ

M99NOY

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ເຮົາກາເຄີຍຖືກຄືກັນ ເຫດການແບບນີ້ ... ມັນເອົາເບີໂທໃຫ້ເຮົາ ແລ້ວບອກເຮົາໂທຫາມັນ , ຈະໃດ້ລາຄາຖືກກ່ອນໃນຮ້ານ ຮ້ານຂາຍເຄື່ອງ ຈີນຄືກັນອີກ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ເຄີຍເຈິຊ້ຳ ມີແຕ່ເຂົາເຈົ້າໂກງລາຄາໃນຮ້ານເລີຍ

ຄົນຄິດຮອດບ້ານ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນ ຂ້ອຍກາເຄີຍຖືກ