ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ໄຟຟ້າດັບ ... ນ້ຳປະປາບໍ່ໄຫຼ ສາມາດຮ້ອງທຸກ ແລະ ຮ້ອງຟ້ອງຂຶ້ນສານໄດ້

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອນຜູ້ອ່ານສ່ອງແສງ ເລື່ອງໄຟຟ້າມັກດັບ ໂດຍບໍ່ແຈ້ງລ່ວງໜ້າ ສ້າງຜົນກະທົບຕໍ່ການດຳເນີນທຸລະກິດ ບໍ່ຮູ້ວ່າຈະອາໄສໃຜ ? ເຄີຍສ່ອງແສງ ຕໍ່ພາກສ່ວນກ່ຽວຂ້ອງ ແຕ່ເບິ່ງຄືວ່າເສີຍໄປ ! ວ່າຊັ້ນ ... ? ບໍ່ທໍ່ນັ້ນ ເລື່ອງນ້ຳປະປາ ກໍເຊັ່ນກັນ.
ບັນຫານີ້ ແມ່ນເລື່ອງສິດທິຂອງຜູ້ບໍລິໂພກ ເຊິ່ງດຽວນີ້ ພວມມີການຄົ້ນຄ້ວາ ເພື່ອຮ່າງກົດໝາຍ ຄຸ້ມຄອງຜູ້ບໍລິໂພກ ເຊິ່ງຄາດວ່າ ຈະອອກມາໃນໄວໆນີ້ລະ ! ພີ່ນ້ອງເອີຍ !..
“ແນວລາວ” ຄົ້ນຄ້ວາເລື່ອງກົດໝາຍ ເລີຍໄປພົບກົດໝາຍ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ ເລກທີ 07/ສພຊ ລົງວັນທີ 09 ພະຈິກ 2005 ...
ອ່ານເບິ່ງກົດໝາຍແລ້ວ ກໍເລີຍຢາກແຈ້ງໃຫ້ເພື່ອນຜູ້ອ່ານ ທີ່ປະສົບບັນຫາເລື່ອງນີ້ວ່າ ມີທາງອອກຄືກັນ ໂດຍຕ້ອງປະຕິບັດຕາມກົດໝາຍດັ່ງກ່າວ ເຊິ່ງໃນມາດຕາ 5 ກຳນົດໄວ້ດັ່ງນີ້: ນະໂຍບາຍກ່ຽວກັບຄຳຮ້ອງທຸກ ລັດອຳນວຍຄວາມສະດວກໃຫ້ພົນລະເມືອງ ແລະ ການຈັດຕັ້ງປະຕິບັດ ສິດຮ້ອງທຸກ ແນໃສປົກປ້ອງ ຜົນປະໂຫຍດຂອງລັດ ລວມໝູ່ ຫຼື ສິດຜົນປະໂຫຍດອັນຊອບທຳຂອງຕົນ ເພື່ອເຮັດໃຫ້ກົງຈັກລັດ ພະນັກງານ ມີຄວາມໂປ່ງໃສ ແລະ ມີປະສິດທິພາບ ໃນການປະຕິບັດໜ້າທີ່ຂອງຕົນ ກຳຈັດ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມ.
ບຸກຄົນ ຫຼື ການຈັດຕັ້ງ ຕ້ອງກວດກາ ພິຈາລະນາຢ່າງຖີ່ຖ້ວນ ໃນການປະຕິບັດສິດ ແລະ ໜ້າທີ່ຂອງຕົນ ຖ້າເຫັນວ່າສິ່ງໃດ ຫາກບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ກໍ່ຄວາມເສຍຫາຍ ໃຫ້ແກ່ຜົນປະໂຫຍດຂອງລັດ ລວມໝູ່ ຫຼືບຸກຄົນອື່ນແລ້ວ ກໍຕ້ອງປ່ຽນແປງ ແກ້ໄຂຢ່າງທັນການ ເພື່ອຈຳກັດ ບໍ່ໃຫ້ມີຄຳຮ້ອງທຸກເກີດຂຶ້ນ.
ລັດສົ່ງເສີມໃຫ້ມີການໄກ່ເກ່ຍ ຂໍ້ຂັດແຍ່ງໃນໝູ່ປະຊາຊົນ ຕາມລະບຽບກົດໝາຍ ກ່ອນຈະມີການຮ້ອງທຸກຕໍ່ການຈັດຕັ້ງ ທີ່ມີສິດ ແລະ ໜ້າທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂ.
ສ່ວນວ່າກໍລະນີໄຟຟ້າດັບ ສ້າງຜົນເສຍຫາຍແກ່ທຸລະກິດ ຈະຮ້ອງທຸກເຖິງໃຜ ? ຄິດວ່າຄວນຍື່ນຕໍ່ອົງການບໍລິຫານລັດ ເຊິ່ງເອີ້ນວ່າ ຄຳສະເໜີ ເປັນຕົ້ນ: ໄຟຟ້ານະຄອນຫຼວງ ບໍລິສັດໄຟຟ້າລາວ ກົມກວດກາ ກະຊວງພະລັງງານບໍ່ແຮ່ ຖ້າຜູ້ຮ້ອງທຸກບໍ່ພໍໃຈ ກໍໃຫ້ຮ້ອງຟ້ອງຂຶ້ນສານ ຫຼື ຮ້ອງຂໍຄວາມເປັນທຳ ຕໍ່ສະພາແຫ່ງຊາດ ... ສຳລັບນ້ຳປະປາ ກໍເຊັ່ນກັນ ກໍຍື່ນຕໍ່ບໍລິສັດນ້ຳປະປາ ຄະນະກວດການະຄອນຫຼວງ ... ຮ້ອງຟ້ອງຂຶ້ນສານ ຫຼືຮ້ອງຂໍຄວາມເປັນທຳ ຕໍ່ສະພາແຫ່ງຊາດ ຢາກໃຫ້ເພື່ອນຜູ້ອ່ານຮູ້ອີກວ່າ ໃນກົດໝາຍ ໂດຍສະເພາະ ພາກທີ II ກໍໄດ້ກຳນົດລະບຽບການ ກ່ຽວກັບການຍື່ນຄຳຮ້ອງທຸກ ເຊິ່ງໃນນັ້ນ ມີມາດຕາ 9 ວ່າດ້ວຍສິດ ແລະ ພັນທະຂອງຜູ້ຍື່ນຄຳຮ້ອງທຸກ ແລະ ມາດຕາ 10 ວ່າດ້ວຍສິດ ແລະ ພັນທະຂອງຜູ້ຖືກຮ້ອງທຸກ ... ດ້ວຍໜ້າເຈ້ຍ ຈຶ່ງບໍ່ສາມາດລົງໃນລາຍລະອຽດໄດ້.
ສະເໜີບັນຫານີ້ ເພາະຢາກໃຫ້ຮູ້ວ່າ: ທຸກບັນຫາທີ່ເກີດຂຶ້ນ ຍ່ອມມີທາງອອກ ແລະ ທຸກຂໍ້ຂັດແຍ້ງໃນສັງຄົມ ຍ່ອມຖືກແກ້ໄຂດ້ວຍກົດໝາຍ.
ສິດທິ ແລະ ຜົນປະໂຫຍດຂອງຕົນເອງ ເພື່ອນຜູ້ອ່ານຕ້ອງອອກມາປົກປ້ອງ ... ບໍ່ຄວນຈົ່ມວ່າ ແລະ ເວົ້າໄປສັບສົນ ເຊິ່ງມັນຈະກາຍເປັນ ຫາງສຽງທີ່ບໍ່ດີ ແລະ ຂາດເຫດຂາດຜົນ.
ໄຟຟ້າດັບ ນ້ຳປະປາບໍ່ມາ ສ້າງຜົນເສຍຫາຍ ມີສິດຮ້ອງທຸກ ແລະ ຮ້ອງຟ້ອງຕໍ່ສານໄດ້ ຕາມກົດໝາຍ.
ຂອບໃຈຂໍ້ມູນຈາກ: ວຽງຈັນໃໝ່

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າໄປຕາມນັ້ນລະ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...

ຈິງຫວາ! ຊັ້ນກະຊິໄປຟ້ອງ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະ
ຊັງພວກໄຟຟ້າສຸດໆເລີຍ ຍູ່ບໍ່ຊື່ກະມອດໄຟໄປເສີຍໆບໍ່ມີເຫດ
ທຳມະດາຕ້ອງແຈ້ງກ່ອນກ່າບໍ່ແຈ້ງ ເຄື່ອງໄຟຟ້າຍູ່ເຣືອນກະເພຫລາຍເທື່ອລະ
ເວົ້າມາລະຫມືນ

ຮັກນ້ອງຕອນເມົາ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແທ້ບໍນີ້

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ແມ່ນລະ
ຊັງພວກໄຟຟ້າສຸດໆເລີຍ ຍູ່ບໍ່ຊື່ກະມອດໄຟໄປເສີຍໆບໍ່ມີເຫດ
ທຳມະດາຕ້ອງແຈ້ງກ່ອນກ່າບໍ່ແຈ້ງ ເຄື່ອງໄຟຟ້າຍູ່ເຣືອນກະເພຫລາຍເທື່ອລະ
ເວົ້າມາລະຫມືນ

ເບົາໆກະໄດ້ ຫຼານກາບິວ ເຊື່ອລູງນິ