ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ແທນທີ່ທະນາຄານພົງສະຫວັນ ຄວນຈະເປັນທີ່ໜ້າສົງສານ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແທນທີ່ທະນາຄານພົງສະຫວັນ ຄວນຈະເປັນທີ່ໜ້າສົງສານ

ຂ້າພະເຈົ້າ ໄດ້ຮັບໂທລະສັບຈາກຄົນຮູ້ຈັກກັນຈາກປະເທດຝຣັ່ງ ໑ ສາຍ (ເຊິ່ງເຂົາ ຈັ່ງຫາຢ້ຽມຍາມຝຣັ່ງ ເມື່ອວັນທີ່ ໘ ຜ່ານມາ)ວ່າງິນຢູ່ໃນທະນາຄານພົງສະຫວັນບໍ ? ຕອບເຂົາໄປ “ບໍ່” ຖາມເຂົາຄືນຫຍັງ ? ເຂົາຕອບວ່າ “ມື້ອື່ນຖ້າຟັງ” (ໂດຍເຂົາບໍ່ ບອກເຫດ ນຫຍັງມີແຕ່ບອກວ່າ “ບອກໝູ່ກອງ ແລະພີ່ນ້ອງແນ່ວ່າໃຫ້ຖືບັນຊີໄວ້) ຍ້ອນບໍ່ມີ ເງິນໃນະນາ ຄານນີ້ ຈຶ່ງເສີຍຢູ່ ບໍ່ຮ້ອນບໍ່ເຄືອງຫຍັງ ? ຕື່ນເຊົ້າມາກໍໄດ້ຮັບໂທຣະສັບຈາກ ພີ່ນ້ອງອີກວ່າ “ມີເງິນໃນທະນາຄານພົງສະຫວັນບໍ ?” ກໍຕອບເຂົາໄປວ່າ “ບໍ່” ກໍເລີຍຖາມເຂົາວ່າ “ເປັນ ຫຍັງ ?” ເຂົາບອກວ່າໄປແປງລົດເຂົາຍິນຄົນໂສກັນວ່າ “ຄົນໄປຖອນເງິນຈາກທະນາ ຄານ ພົງສະຫວັນບັກຫຼາຍໆ,?” ແຕ່ເຂົາຍັງບໍ່ຮູ້ສາເຫດ, ຈຶ່ງໄປຖາມກັບຄົນອື່ນໆ ກໍໄດ້ຂໍ້ມູນບໍ່ແຈ້ງ ບາງຄົນ ກໍຕອບວ່າ ເຫັນຂ່າວໂທຣະທັດມື້ຄືນນີ້ແຕ່ບໍ່ຮູ້ວ່າເຂົາເວົ້າເຣື່ອງຫຍັງ ຮູ້ແຕ່ວ່າ ຄົນໄປຖອນ ເງິນຈາກທະນາຄານພົງສະຫວັນຫຼວງຫຼາຍ ແລະຍິນວ່າເຈົ້າຂອງທະນາຄານຖືກຈັບຢູ່ຕ່າງປະເທດ ເຊິ່ງເຂົາຊ່າກັນຢູ່ “ເລີຍນຶກວ່າ “ນີ້ຄືສາເຫດທີ່ໃຫ້ຄົນໄປຖອນເງິນ”, ມາຮູ້ທີ່ຫຼັງວ່າ “ທີ່ໂທຣະທັດຂ່າວນັ້ນ ແມ່ນທ່ານອອດ ພົງສະຫວັນ ອອກມາຢືນຢັນວ່າຂ່າວນັ້ນ ແມ່ນຂ່າວລື ກະໂຕຂອງທ່ານເອງ ມາຢືນເວົ້າຢູ່ໂທຣະທັດນັ້ນແລ້ວ”
ເມື່ອຮູ້ຂ່າວທີ່ບໍ່ແຈ້ງແບບນີ້, ກໍບໍ່ມີຄວາມກັງວົນຫຍັງສ່ວນຕົວເພາະບໍ່ມີເງິນຝາກ ທີ່ ທະນາຄານນີ້, ອີກອັນໜຶ່ງຂ້າພະເຈົ້າເຊື່ອໝັ້ນໃນລະບົບທະນາຄານທົ່ວໂລກວ່າ “ທະນາຄານ ທຸກໆທະນາຄານ ຍ່ອມໄດ້ຮັບການຄຸ້ມຄອງໂດຍທະນາຄານແຫ່ງຊາດ” ຫາກທະນາຄານພາ ນິດທົ່ວໄປ ບໍ່ໝັ້ນຄົງ ຫຼືຂາດສະເຖັຍລະພາບ ລັດຈະຕ້ອງເຂົ້າໄປຊ່ວຍເຫຼືອທາງດ້ານການເງິນ ບໍ່ທາງໃດກໍທາງໜຶ່ງ ດ້ານການເງິນນີ້ຈະບໍ່ກະທົບກັບລູກຄ້າເລີຍ ແລະຫາກເປັນຈິງແທ້ໆ ຜົນກະທົບຈະກະທົບກັບລະບົບເສດຖະກິດມວນລວມຂອງປະເທດ ຫາກທະນາຄານ ຫຼືປະເທດ ນັ້ນໆ ມີອິດທີພົນຕໍ່ຫຼາຍປະເທດ ກໍຈະສົ່ງຜົນຕໍ່ຫຼາຍໆປະເທດ ຫຼາຍຫຼືນ້ອຍຂຶ້ນຕາມປັດໄຈ ຂອງ ການພົວພັນສິນຄ້າ ແລະການເງິນ, ການທະນາຄານຂອງແຕ່ລະປະເທດທີ່ມີຕໍ່ລາວ ແລະທີ່ ສຳຄັນຜົນກະທົບທີ່ມີຜົນເສັຍຈະເກີດຂຶ້ນຈິງ ຫຼືບໍ່ຈິງຕໍ່ປະເທດນັ້ນໆ ເຊິ່ງອີງຕາມຕາມໂຄງຮ່າງ ເສດຖະກິດຂອງປະເທດນັ້ນໆ ທີ່ມີຄວາມໝັ້ນຄົງ ຫຼາຍຫຼືນ້ອຍ ທັງນີ້ກໍອີງຕາມຣະບົບການ ເມືອງການປົກຄອງຂອງປະເທດນັ້ນໆ ດ້ວຍ.
ກໍຣະນີນີ້ ສຶກສາໄດ້ ຈາກວິກິດການການເງິນໂລກ ທີ່ແຜ່ລະບາດທົ່ວໄປໃນບັນດາປະ ເທດຕ່າງໆໃນໂລກ ບັນຫາເກີດຈາກວິກິດການທະນາຄານອາເມຣິກາລົ້ມລະລາຍ, ແຕ່ບັນຫາ ກໍບໍ່ ໄດ້ເກີດຜົນໂດຍກົງຕໍ່ລູກຄ້າທະນາຄານເລີຍໃນອາເມຣິກາ ບັນຫາກັບໄປກະທົບຕໍ່ການຄ້າ ການລົງທຶນຂອງແຕ່ລະປະເທດ ແລະເຮັດໃຫ້ບັນດາກັມມະກອນ ແລະລູກຈ້າງໃນບໍຣິສັດ ຫ້າງ ຮ້ານຖືກເລີກຈ້າງໄປທົ່ວໂລກ, ແຕ່ກໍລະນີຂອງທະນາຄານພົງສະຫວັນນີ້ ບໍ່ແມ່ນເປັນເພາະ ການເງິນຂອງທະນາຄານຂາດສະເຖັຍລະພາບ ຫຼືບໍ່ຄ່ອງໂຕໃດໆທັງສິ້ນ ແຕ່ຫາກເກີດໂດຍ ຄວາມຊ່າລື ເປົ່າຂ່າວຂອງໃຜໆກະບໍ່ຮູ້,(ອັນນີ້ເຮົາບໍ່ຕ້ອງໄປສຶກສາ ປ່ອຍໃຫ້ພາກສ່ວນກ່ຽວ ຂ້ອງເຂົາວ່າກັນ) ມາສຶກສາສະເພາະທີ່ກ່ຽວກັບລູກຄ້າ ໂດຍອິງຕາມການແຈ້ງຍອດເງິນ ຂອງທະນາຄານ ຕາມຂ່າວວ່າ ເຂົາມີເງິນຝາກຢູ່ ໘໐ ດອນລາຣ໌ ຖືກຖອນໄປແລ້ວ ໃນໄລ ຍະເກີດກະແສຂ່າວ ໑໑ ລ້ານດອນລາ ສະແດງວ່າ ທະນາຄານພົງສະຫວັນຍັງຄົງເຫຼືອເງິນຢູ່ ໖໙ ລ້ານດອນລາຣ໌ ອັນນີ້ຍັງບໍ່ລວມກັບເງິນທີ່ທະນາຄານທຳກິດຈະກຳທາງດ້ານທຸຣະກິດຢູ່ ເຊັ່ນທຸລະກິດບໍ່ແຮ່, ທຸຣະກິດກໍ່ສ້າງ ແລະການລົງທຶນອື່ນໆ ຫຼືເງິນທຶນຄົງທີ່ ແລະທຶນໝູນວຽນ ຂອງທິນາຄາຍນ ພຽງແຕ່ເງິນຝາກທະນາຄານຢ່າງດຽວກໍພຽງພໍແລ້ວ ໃນການສະແດງ ສະຖານະ ແລະຄວາມໝັ້ນຄົງຂອງທະນາຄານພົງສະຫວັນ.
ຫາກຫົວໜ້າທະນາຄານພົງສະຫວັນ ມີອັນຫຍຸ້ງຢາກຕາມຂ່າວ ອາດຊິບໍ່ເປັນເຫດໃຫ້ ທະນາຄາຕ້ອງລົ້ມລະລາຍໄດ້ ເພາະດ້ວຍປັດໄຈຫຼາຍປະການ ເຊັ່ນທະນາຄານນີ້ຈະເປີດຂຶ້ນ ໄດ້ ເຂົາຕ້ອງມີອຳນາດທາງການເງິນພຽງພໍ ທີ່ຈະໄປຄຳ້ປະກັນກັບທະນາຄານກາງ ຫຼືທະນາ ຄານແຫ່ງຊາດ ນີ້ຄືເຫດຜົນທີ່ວ່າ “ລູກຄ້າຕ້ອງໃຫ້ຄວາມໝັ້ນໃຈກັບລະບົບທະນາຄານ”.
ທະນາຄານພົງສະຫວັນ ເຖິງເປັນທະນາຄານເອກະຊົນກໍຕາມ ແຕ່ການບໍລິຫານງານ ຂອງທະນາຄານ ເປັນລະບົບອົງກອນ ເປັນການຍາກທີ່ທະນາຄານຈະລົ້ມລົງໂດຍເຫດ ທີ່ເຈົ້າ ຂອງທະນາຄານຖືກຈັບ, ເພາະຍັງໄດ້ເວົ້າເຖິງບຸກຄະລາກອນ, ຜູ້ບໍລິຫານ ແລະສັບສິນອື່ນໆ ອີກຫຼາຍ ທຸກຝ່າຍຈະບໍ່ຍອມໃຫ້ທະນາຄານລົ້ມໄດ້ດອກ.
ຫາກສືບຕາມປະຫວັດຂອງທະນາຄານພົງສະຫວັນ ເຂົາມີການທຳທຸຣະກິດໃນເຄືອ ຫຼາຍທຸຣະກິດ ກຸ່ມທຸຣະກິດໃນເຄືອນີ້ເຂົາບໍ່ຍອມໃຫ້ທຸຣະກິດຂອງເຂົາລົ້ມລົງງ່າຍໆດອກ.
ຕາມຜູ້ຂຽນສັງເກດເບິ່ງ ຂ່າວທີ່ອອກມາວ່າ ທະນາຄານໄດ້ຈ່າຍເງິນໄປ ສຳລັບຜູ້ມາ ຖອນ ໑໑ ລ້ານດອນ ໃນບັນຊີ ໖.໐໐໐ ບັນຊີ ສະແດງໃຫ້ເຫັນວ່າ ເມື່ອເຮົາສະເລັຍ ໃຫ້ແຕ່ລະ ບັນຊີເປັນເອກະພາບກັນ ຈະຕົກຢູ່ບັນຊີລະ ໑.໘໓໓ ດອນລາ ຕໍ່ບັນຊີ ເຮັດໃຫ້ເຮົາມອງເຫັນວ່າ ລູກຄ້າທີ່ໄປຖອນເງິນ ເປັນລູກຄ້າຊັ້ນກາງ ອາດເປັນປະເພດກະແສເງິນຝາກປະຫຍັດ ກະແສ ລາຍວັນ ແລະຝາກປະຈຳທີ່ຫວັງຜົນກຳໄລຈາກດອກເບັ້ຍ ທີ່ທະນາຄານໃຫ້ສູງໆເທົ່ານັ້ນ ເມື່ອ ເຮົາມອງເບິ່ງ ເງິນທີ່ຍັງເຫຼືອ ໖໙ ລ້ານດອນ ເຖິງຈະສະເລັ່ຍໃນອັດຕາຕ່ຳກວ່າທີ່ຖອນ ແຕ່ ກໍຍັງຮັບປະກັນ ຄວາມໝັ້ນຄົງຂອງທະນາຄານໄດ້ ອີກທາງໜຶ່ງ ລູກຄ້າທີ່ຖອນເງິນຕອນ ເກີດ ຄວາມຊ່າລືນັ້ນ ເມື່ອເຂົາໄດ້ເຂົ້າໃຈໃນຄວາມຈິງແລ້ວ ລູກຄ້າຫຼັກໆ ໃນຈຳນວນ ໖.໐໐໐ ບັນຊີນັ້ນ ຈະຕ້ອງຫວນກັບເອົາເງິນທີ່ຖອນອອກໄປກັບມາຝາກໃໝ່ແນ່ນອນ ຄວາມຊ່າລືອາດ ເປັນການສ້າງ ກະແສໃຫ້ທະນາຄານພົງສະຫວັນ ມີຄວາມໝ້າເຊື່ອຖືຂຶ້ນ ເມື່ອຜູ້ວ່າທະນາ ຄານກາງ ຫຼືທະນາຄານແຫ່ງຊາດອອກມາໃຫ້ຂ່າວສະແດງການປົກປ້ອງ ຕາມພາລະໜ້າທີ່ ຂອງທະນາຄານກາງ ຈະຕ້ອງຮັບຜິດຊອບໂດຍກົງ.
ອີກຢ່າງໜຶ່ງ ໃນໄລຍະ ໓ ວັນທີ່ລູກຄ້າຂອງທະນາຄານ ໄປຖອນເງິນນັ້ນ ທະນາຄານ ໄດ້ສະແດງສັກກະຍະພາບ ພ້ອມກັບສ້າງຄວາມໝັ້ນໃຈໃຫ້ລູກຄ້າເຫັນແລ້ວວ່າ “ທະນາຄານ ມີຄວາມພ້ອມ ແລະສະປີຣິດພໍ ໃນຂອດບໍຣິການຂອງລູກຄ້າ ທີ່ທະນາຄານຕ້ອງຮັບຜິດຊອບ.
ຕາມທີ່ຜູ້ຂຽນຄາດການສະຖານະຂອງທະນາຄານພົງສະຫວັນໃນອະນາຄົດ ໂດຍອິງ ໃສ່ກະແສຂ່າວລື ເມື່ອອາທິດຜ່ານມາແທນທີ່່ທະນາຄານຈະມີພາບລົບລົງ ກັບເຮັດໃຫ້ທະນານ ຄານພົງສະຫວັນ ມີຄວາມໂດດເດັ່ນໃນການທີ່ ຈະກ້າວໄປເປັນຜູ້ນຳທາງການເງິນ ການ ທະນາຄານໃນອະນາຄົດ ໂດຍເນັ້ນໃຫ້ເຫັນວ່າ ທະນາຄານໄດ້ແກ້ໄຂສະຖານະການອັນໂຫດ ຮ້າຍໄດ້ຢ່າງທັນທ່ວງທີ ຂ່າວລືຖືວ່າເປັນເລື່ອງວິກິດທີ່ສຸດສຳລັບທະນາຄານນີ້ ແຕ່ທາງທະນາ ຄານໄດ້ຜົນຈາກຂ່າວລື ດ້ວຍການສ້າງວິກິດເປັນໂອກາດ ການຕະຫຼາດຂອງທະນາຄານ ຈະເພີ່ມຂຶ້ນໃນອະນາຄົດ ອາດຫຼາຍກວ່າກົນລະຍຸດທາງການຕະຫຼາດທີ່ທະນາຄານເຮັດມາທັງ ໝົດກໍໄດ້, ເພາະກ່ອນໜ້ານັ້ນທະນາຄານພົງສະຫວັນ ກໍມີຂ່າວທີ່ສ້າງຊື່ສຽງໃຫ້ແກ່ທະນາຄານ ຄືການເຊັນສັນຍາຊື້ ເຄື່ອງບິນຊຸບເປີເຈັດ ຈາກບໍຣິສັດຊູຄອຍ ກໍເຮັດໃຫ້ຊື່ສຽງຂອງທະນາ ຄານນີ້ ຊື່ໄດ້ໂດດເດັ່ນ ແລະດັງໄປທົ່ວໂລກແລ້ວ ຍິ່ງມີຂ່າວນີ້ອີກ ຊື່ຂອງທະນາຄານພົງ ສະຫວັນ ກໍເປັນທີ່ໜ້າສົນໃຈ ແລະຕິດໃນຫຸຂອງລູກຄ້າ ເຊິງບໍ່ສະເພາະແຕ່ຊາວລາວທໍ່ນັ້ນ ຊາວໂລກຕ້ອງສົນໃຈແນ່ນອນ.ຂ່າວ ທີ່ເກີດຂຶ້ນກັບທະນາຄານພົງສະຫວັນນັ້ນ ແທນທີ່ໆເປັນໜ້າສົງສານກັບກາຍເປັນ

ຂ່າວຮ້າຍນັ້ນກາຍເປັນທີ່ໜ້າຍິນດີຢ່າງຍິ່ງສຳລັບທະນາຄານນີ້ ເຊິ່ງຖືວ່າມີການໂປໂໝດທະນາຄານ ແລະທຸຣະກິດໃນເຄືອ ໂດຍທີ່ບໍ່ຕ້ອງລົງທຶນແມ່ນແຕ່ກີບດຽວ (ເພາະມີໃຜກໍບໍ່ຮູ້ໂປໂໝດໃຫ້ແລ້ວ) ບໍ່ວ່າຈະດ້ວຍເຫດໃດກໍຕາມ ທະນາຄານຈະໄດ້ປະໂຫຍດຈາກຂ່າວນີ້ເຕັມໆ ເພາະມັນເປັນຂ່າວທີ່ບໍ່ຈິງ ແຕ່ໃນຂ່າວນີ້ ຄົນທີ່ໜ້າສົງສານທີ່ສຸດກັບເປັນລູກຄ້າທີ່ຫູເບົາ ທີ່ຝາກເງິນມາເປັນແຮມປີ ແທນທີ່ທີ່ຈະໄດ້ດອກເບັ້ຍເປັນກອບເປັນກຳຕາມທີ່ຕັ້ງເປົ້າໄວ້ ກັບໄປຖອນອອກກ່ອນກຳນົດ ໂດຍທີ່ບໍ່ໄດ້ດອກເບັ້ຍຈັກເມັດເລີຍ ເພາະຖອນກ່ອນສັນຍາທີ່ໄດ້ສັນຍາໄວ້ກັບທະນາຄານ.
ຕໍ່ໄປ ທະນາຄານພົງສະຫວັນ ມີແຕ່ເກັບກຳປະໂຫຍດຈາກຂ່າວຮ້າຍ ກາຍເປັນດີນີ້, ໂດຍເຮັດແນວໃດຊິໃຫ້ ລູກຄ້າທັງໝົດນັ້ນຄືນມາ ແລະບາງທີ່ອາດດຶງລູກຄ້າໃໝ່ໆນັ້ນ ມາດ້ວຍກໍໄດ້, ໂດຍສະເພາະແມ່ນການ ເວົ້າເຖິງດອກເບັ້ຍ ເງິນຝາກ, ເວົ້າເຖິງດອກເບັ້ຍເງິນກູ້ ແລະເວົ້າເຖິງພັນທະກິດ ທີ່ທະນາຄານຈະໃຫ້ໂອກາດ ລູກຄ້າເກົ່າກັບມາຢ່າງໄວວາ ມັນກໍແມ່ນນະໂຍບາຍຂອງທະນາຄານນີ້ ຈະມີແຜນໄວ້ແນ່ນອນ ເພາະມາເບິ່ງເບື້ອງທະນາຄານນີ້ ມີແຕ່ມືອາຊີບໆໆໆທັງນັ້ນ ແຖມເຈົ້າຂອງທະນາຄານ ພັດໃຈໃຫຍ່ອີກຕ່າງຫາກ.
ມາເບິ່ງເບື້ອງລູກຄ້າ ຫຼືປະຊາຊົນເຫດການທະນາຄານພົງສະຫວັນນີ້ ເປັນບົດຮຽນສຳຄັນທີ່ສຸດ ສຳລັບນັກ ຝາກເງິນກັບທະນາຄານ ຄວນຢ່າງຍິ່ງທີ່ຈະຕ້ອງສຶກສາວິຊາທະນາຄານ ແລະການເງິນໄວ້ໃຫ້ຄັກໆ ຈຶ່ງຊິບໍ່ເປັນທີ່ໜ້າສົງສານດັ່ງເຫດການຄັ້ງນີ້.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທະນາຄານ ໄດ້ຜົນປະໂຫຍດຈາກກະແສ......ໄຫ້ກຳລັງໃຈເດີ້ ສູ້ໆໆໆ
ຝາກແດ່ ແຖວດົງປາລານຍັງບໍ່ມີຕູ້ ເອທີເອັມເດີ້.....ຊ່ວຍໄປຕັ້ງແດ່ຈຸດໃດຈຸດນຶ່ງກະໄດ້

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ເປີດທະນາຄານໃຜໄປເປີດຮູ້ບໍ່?

ອັນຜູ້ໄປຕັດໂບຫັ້ນນະ

ເຮົາຄົບກັນສອງປີແລ້ວ.. ^_^

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິເຄາະໄດ້ດີ

໐ ກະທູ້
໙໘ ໂພສ
ຂາປະຈຳເວັບບອດ
ຈາກຮ້າຍກາຍເປັນດີເນາະ

໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ອາດຈະເພີ່ມອີກ 1.5 ລ້ານ $ US ເດີ ເພາະວ່າຂ້ອຍກະໄປຝາກຄືນແລ້ວ

Expert of Math apply, Math analysis and General Math

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ພວກຝັ່ງຂວາວາງກົນອຸບາຍຫວັງລົ້ມທະນາຄານໃນລາວ ແຕ່ບັງເອີນຕຳຕໍກັບເລີຍເປັນການໂປລໂມດໃຫ້ທະນາຄານຊ້ຳ ສ່ວນລູກຄ້າຫູເບົາແທ້ຢ່າມັນໂລດ ມັນມີເງິນຝາກໜ້ອຍໆຊື່ໆຖອນໄປກ່າບໍ່ມີບັນຫາ ສ່ວນລູກຄ້າຜູ້ເຂົາມີເງິນຝາກຫຼາຍລ້ວນແຕ່ເປັນປັນຍາຊົນຜູ້ມີຄວາມຮູ້ ແລະ ຮູ້ວິເຄາະບັນຫາທັງໝົດ. ສະນັ້ນ, ເຂົາຈຶ່ງບໍ່ສົນກັບຂ່າວລື

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ມື້ເປີດທະນາຄານໃຜໄປເປີດຮູ້ບໍ່?

ອັນຜູ້ໄປຕັດໂບຫັ້ນນະ

ບໍຮູ້ ນະ ໃຜຮູ້ກະລຸນາບອກແດ່

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ມື້ເປີດທະນາຄານໃຜໄປເປີດຮູ້ບໍ່?

ອັນຜູ້ໄປຕັດໂບຫັ້ນນະ

ບໍຮູ້ ນະ ໃຜຮູ້ກະລຸນາບອກແດ່

ນາຍົກລັດຖະມຸນຕີແຫ່ງ ສ.ປ.ປ.ລາວ

ອ່ານລະຮູ້ສຶກວ່າ ມີພາສີດີບໍ່? ແຕ່ວ່າໃຜຄິດແນວໃດນັ້ນ ສິດທິສ່ວນບຸກຄົນເດີ້

(ຂ້ອຍແມ່ນລູກຄ້າທະນາຄານລາວໃໝ່)

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທະນາຄານນີ້ແມ່ນທະນາຄານເອກະຊົນ

ຄົນເຮົາກັນໄວ້ກໍດີກ່ວາແກ້ ບໍ່ແມ່ນຫວາ?

ເຂົາເຈົ້າກໍປັນຍາຊົນຄືກັນແຫຼະ

ເຮົາຄົບກັນສອງປີແລ້ວ.. ^_^

໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ແທນທີ່ທະນາຄານພົງສະຫວັນ ຄວນຈະເປັນທີ່ໜ້າສົງສານ

ຂ້າພະເຈົ້າ ໄດ້ຮັບໂທລະສັບຈາກຄົນຮູ້ຈັກກັນຈາກປະເທດຝຣັ່ງ ໑ ສາຍ (ເຊິ່ງເຂົາ ຈັ່ງຫາຢ້ຽມຍາມຝຣັ່ງ ເມື່ອວັນທີ່ ໘ ຜ່ານມາ)ວ່າງິນຢູ່ໃນທະນາຄານພົງສະຫວັນບໍ ? ຕອບເຂົາໄປ “ບໍ່” ຖາມເຂົາຄືນຫຍັງ ? ເຂົາຕອບວ່າ “ມື້ອື່ນຖ້າຟັງ” (ໂດຍເຂົາບໍ່ ບອກເຫດ ນຫຍັງມີແຕ່ບອກວ່າ “ບອກໝູ່ກອງ ແລະພີ່ນ້ອງແນ່ວ່າໃຫ້ຖືບັນຊີໄວ້) ຍ້ອນບໍ່ມີ ເງິນໃນະນາ ຄານນີ້ ຈຶ່ງເສີຍຢູ່ ບໍ່ຮ້ອນບໍ່ເຄືອງຫຍັງ ? ຕື່ນເຊົ້າມາກໍໄດ້ຮັບໂທຣະສັບຈາກ ພີ່ນ້ອງອີກວ່າ “ມີເງິນໃນທະນາຄານພົງສະຫວັນບໍ ?” ກໍຕອບເຂົາໄປວ່າ “ບໍ່” ກໍເລີຍຖາມເຂົາວ່າ “ເປັນ ຫຍັງ ?” ເຂົາບອກວ່າໄປແປງລົດເຂົາຍິນຄົນໂສກັນວ່າ “ຄົນໄປຖອນເງິນຈາກທະນາ ຄານ ພົງສະຫວັນບັກຫຼາຍໆ,?” ແຕ່ເຂົາຍັງບໍ່ຮູ້ສາເຫດ, ຈຶ່ງໄປຖາມກັບຄົນອື່ນໆ ກໍໄດ້ຂໍ້ມູນບໍ່ແຈ້ງ ບາງຄົນ ກໍຕອບວ່າ ເຫັນຂ່າວໂທຣະທັດມື້ຄືນນີ້ແຕ່ບໍ່ຮູ້ວ່າເຂົາເວົ້າເຣື່ອງຫຍັງ ຮູ້ແຕ່ວ່າ ຄົນໄປຖອນ ເງິນຈາກທະນາຄານພົງສະຫວັນຫຼວງຫຼາຍ ແລະຍິນວ່າເຈົ້າຂອງທະນາຄານຖືກຈັບຢູ່ຕ່າງປະເທດ ເຊິ່ງເຂົາຊ່າກັນຢູ່ “ເລີຍນຶກວ່າ “ນີ້ຄືສາເຫດທີ່ໃຫ້ຄົນໄປຖອນເງິນ”, ມາຮູ້ທີ່ຫຼັງວ່າ “ທີ່ໂທຣະທັດຂ່າວນັ້ນ ແມ່ນທ່ານອອດ ພົງສະຫວັນ ອອກມາຢືນຢັນວ່າຂ່າວນັ້ນ ແມ່ນຂ່າວລື ກະໂຕຂອງທ່ານເອງ ມາຢືນເວົ້າຢູ່ໂທຣະທັດນັ້ນແລ້ວ”
ເມື່ອຮູ້ຂ່າວທີ່ບໍ່ແຈ້ງແບບນີ້, ກໍບໍ່ມີຄວາມກັງວົນຫຍັງສ່ວນຕົວເພາະບໍ່ມີເງິນຝາກ ທີ່ ທະນາຄານນີ້, ອີກອັນໜຶ່ງຂ້າພະເຈົ້າເຊື່ອໝັ້ນໃນລະບົບທະນາຄານທົ່ວໂລກວ່າ “ທະນາຄານ ທຸກໆທະນາຄານ ຍ່ອມໄດ້ຮັບການຄຸ້ມຄອງໂດຍທະນາຄານແຫ່ງຊາດ” ຫາກທະນາຄານພາ ນິດທົ່ວໄປ ບໍ່ໝັ້ນຄົງ ຫຼືຂາດສະເຖັຍລະພາບ ລັດຈະຕ້ອງເຂົ້າໄປຊ່ວຍເຫຼືອທາງດ້ານການເງິນ ບໍ່ທາງໃດກໍທາງໜຶ່ງ ດ້ານການເງິນນີ້ຈະບໍ່ກະທົບກັບລູກຄ້າເລີຍ ແລະຫາກເປັນຈິງແທ້ໆ ຜົນກະທົບຈະກະທົບກັບລະບົບເສດຖະກິດມວນລວມຂອງປະເທດ ຫາກທະນາຄານ ຫຼືປະເທດ ນັ້ນໆ ມີອິດທີພົນຕໍ່ຫຼາຍປະເທດ ກໍຈະສົ່ງຜົນຕໍ່ຫຼາຍໆປະເທດ ຫຼາຍຫຼືນ້ອຍຂຶ້ນຕາມປັດໄຈ ຂອງ ການພົວພັນສິນຄ້າ ແລະການເງິນ, ການທະນາຄານຂອງແຕ່ລະປະເທດທີ່ມີຕໍ່ລາວ ແລະທີ່ ສຳຄັນຜົນກະທົບທີ່ມີຜົນເສັຍຈະເກີດຂຶ້ນຈິງ ຫຼືບໍ່ຈິງຕໍ່ປະເທດນັ້ນໆ ເຊິ່ງອີງຕາມຕາມໂຄງຮ່າງ ເສດຖະກິດຂອງປະເທດນັ້ນໆ ທີ່ມີຄວາມໝັ້ນຄົງ ຫຼາຍຫຼືນ້ອຍ ທັງນີ້ກໍອີງຕາມຣະບົບການ ເມືອງການປົກຄອງຂອງປະເທດນັ້ນໆ ດ້ວຍ.
ກໍຣະນີນີ້ ສຶກສາໄດ້ ຈາກວິກິດການການເງິນໂລກ ທີ່ແຜ່ລະບາດທົ່ວໄປໃນບັນດາປະ ເທດຕ່າງໆໃນໂລກ ບັນຫາເກີດຈາກວິກິດການທະນາຄານອາເມຣິກາລົ້ມລະລາຍ, ແຕ່ບັນຫາ ກໍບໍ່ ໄດ້ເກີດຜົນໂດຍກົງຕໍ່ລູກຄ້າທະນາຄານເລີຍໃນອາເມຣິກາ ບັນຫາກັບໄປກະທົບຕໍ່ການຄ້າ ການລົງທຶນຂອງແຕ່ລະປະເທດ ແລະເຮັດໃຫ້ບັນດາກັມມະກອນ ແລະລູກຈ້າງໃນບໍຣິສັດ ຫ້າງ ຮ້ານຖືກເລີກຈ້າງໄປທົ່ວໂລກ, ແຕ່ກໍລະນີຂອງທະນາຄານພົງສະຫວັນນີ້ ບໍ່ແມ່ນເປັນເພາະ ການເງິນຂອງທະນາຄານຂາດສະເຖັຍລະພາບ ຫຼືບໍ່ຄ່ອງໂຕໃດໆທັງສິ້ນ ແຕ່ຫາກເກີດໂດຍ ຄວາມຊ່າລື ເປົ່າຂ່າວຂອງໃຜໆກະບໍ່ຮູ້,(ອັນນີ້ເຮົາບໍ່ຕ້ອງໄປສຶກສາ ປ່ອຍໃຫ້ພາກສ່ວນກ່ຽວ ຂ້ອງເຂົາວ່າກັນ) ມາສຶກສາສະເພາະທີ່ກ່ຽວກັບລູກຄ້າ ໂດຍອິງຕາມການແຈ້ງຍອດເງິນ ຂອງທະນາຄານ ຕາມຂ່າວວ່າ ເຂົາມີເງິນຝາກຢູ່ ໘໐ ດອນລາຣ໌ ຖືກຖອນໄປແລ້ວ ໃນໄລ ຍະເກີດກະແສຂ່າວ ໑໑ ລ້ານດອນລາ ສະແດງວ່າ ທະນາຄານພົງສະຫວັນຍັງຄົງເຫຼືອເງິນຢູ່ ໖໙ ລ້ານດອນລາຣ໌ ອັນນີ້ຍັງບໍ່ລວມກັບເງິນທີ່ທະນາຄານທຳກິດຈະກຳທາງດ້ານທຸຣະກິດຢູ່ ເຊັ່ນທຸລະກິດບໍ່ແຮ່, ທຸຣະກິດກໍ່ສ້າງ ແລະການລົງທຶນອື່ນໆ ຫຼືເງິນທຶນຄົງທີ່ ແລະທຶນໝູນວຽນ ຂອງທິນາຄາຍນ ພຽງແຕ່ເງິນຝາກທະນາຄານຢ່າງດຽວກໍພຽງພໍແລ້ວ ໃນການສະແດງ ສະຖານະ ແລະຄວາມໝັ້ນຄົງຂອງທະນາຄານພົງສະຫວັນ.
ຫາກຫົວໜ້າທະນາຄານພົງສະຫວັນ ມີອັນຫຍຸ້ງຢາກຕາມຂ່າວ ອາດຊິບໍ່ເປັນເຫດໃຫ້ ທະນາຄາຕ້ອງລົ້ມລະລາຍໄດ້ ເພາະດ້ວຍປັດໄຈຫຼາຍປະການ ເຊັ່ນທະນາຄານນີ້ຈະເປີດຂຶ້ນ ໄດ້ ເຂົາຕ້ອງມີອຳນາດທາງການເງິນພຽງພໍ ທີ່ຈະໄປຄຳ້ປະກັນກັບທະນາຄານກາງ ຫຼືທະນາ ຄານແຫ່ງຊາດ ນີ້ຄືເຫດຜົນທີ່ວ່າ “ລູກຄ້າຕ້ອງໃຫ້ຄວາມໝັ້ນໃຈກັບລະບົບທະນາຄານ”.
ທະນາຄານພົງສະຫວັນ ເຖິງເປັນທະນາຄານເອກະຊົນກໍຕາມ ແຕ່ການບໍລິຫານງານ ຂອງທະນາຄານ ເປັນລະບົບອົງກອນ ເປັນການຍາກທີ່ທະນາຄານຈະລົ້ມລົງໂດຍເຫດ ທີ່ເຈົ້າ ຂອງທະນາຄານຖືກຈັບ, ເພາະຍັງໄດ້ເວົ້າເຖິງບຸກຄະລາກອນ, ຜູ້ບໍລິຫານ ແລະສັບສິນອື່ນໆ ອີກຫຼາຍ ທຸກຝ່າຍຈະບໍ່ຍອມໃຫ້ທະນາຄານລົ້ມໄດ້ດອກ.
ຫາກສືບຕາມປະຫວັດຂອງທະນາຄານພົງສະຫວັນ ເຂົາມີການທຳທຸຣະກິດໃນເຄືອ ຫຼາຍທຸຣະກິດ ກຸ່ມທຸຣະກິດໃນເຄືອນີ້ເຂົາບໍ່ຍອມໃຫ້ທຸຣະກິດຂອງເຂົາລົ້ມລົງງ່າຍໆດອກ.
ຕາມຜູ້ຂຽນສັງເກດເບິ່ງ ຂ່າວທີ່ອອກມາວ່າ ທະນາຄານໄດ້ຈ່າຍເງິນໄປ ສຳລັບຜູ້ມາ ຖອນ ໑໑ ລ້ານດອນ ໃນບັນຊີ ໖.໐໐໐ ບັນຊີ ສະແດງໃຫ້ເຫັນວ່າ ເມື່ອເຮົາສະເລັຍ ໃຫ້ແຕ່ລະ ບັນຊີເປັນເອກະພາບກັນ ຈະຕົກຢູ່ບັນຊີລະ ໑.໘໓໓ ດອນລາ ຕໍ່ບັນຊີ ເຮັດໃຫ້ເຮົາມອງເຫັນວ່າ ລູກຄ້າທີ່ໄປຖອນເງິນ ເປັນລູກຄ້າຊັ້ນກາງ ອາດເປັນປະເພດກະແສເງິນຝາກປະຫຍັດ ກະແສ ລາຍວັນ ແລະຝາກປະຈຳທີ່ຫວັງຜົນກຳໄລຈາກດອກເບັ້ຍ ທີ່ທະນາຄານໃຫ້ສູງໆເທົ່ານັ້ນ ເມື່ອ ເຮົາມອງເບິ່ງ ເງິນທີ່ຍັງເຫຼືອ ໖໙ ລ້ານດອນ ເຖິງຈະສະເລັ່ຍໃນອັດຕາຕ່ຳກວ່າທີ່ຖອນ ແຕ່ ກໍຍັງຮັບປະກັນ ຄວາມໝັ້ນຄົງຂອງທະນາຄານໄດ້ ອີກທາງໜຶ່ງ ລູກຄ້າທີ່ຖອນເງິນຕອນ ເກີດ ຄວາມຊ່າລືນັ້ນ ເມື່ອເຂົາໄດ້ເຂົ້າໃຈໃນຄວາມຈິງແລ້ວ ລູກຄ້າຫຼັກໆ ໃນຈຳນວນ ໖.໐໐໐ ບັນຊີນັ້ນ ຈະຕ້ອງຫວນກັບເອົາເງິນທີ່ຖອນອອກໄປກັບມາຝາກໃໝ່ແນ່ນອນ ຄວາມຊ່າລືອາດ ເປັນການສ້າງ ກະແສໃຫ້ທະນາຄານພົງສະຫວັນ ມີຄວາມໝ້າເຊື່ອຖືຂຶ້ນ ເມື່ອຜູ້ວ່າທະນາ ຄານກາງ ຫຼືທະນາຄານແຫ່ງຊາດອອກມາໃຫ້ຂ່າວສະແດງການປົກປ້ອງ ຕາມພາລະໜ້າທີ່ ຂອງທະນາຄານກາງ ຈະຕ້ອງຮັບຜິດຊອບໂດຍກົງ.
ອີກຢ່າງໜຶ່ງ ໃນໄລຍະ ໓ ວັນທີ່ລູກຄ້າຂອງທະນາຄານ ໄປຖອນເງິນນັ້ນ ທະນາຄານ ໄດ້ສະແດງສັກກະຍະພາບ ພ້ອມກັບສ້າງຄວາມໝັ້ນໃຈໃຫ້ລູກຄ້າເຫັນແລ້ວວ່າ “ທະນາຄານ ມີຄວາມພ້ອມ ແລະສະປີຣິດພໍ ໃນຂອດບໍຣິການຂອງລູກຄ້າ ທີ່ທະນາຄານຕ້ອງຮັບຜິດຊອບ.
ຕາມທີ່ຜູ້ຂຽນຄາດການສະຖານະຂອງທະນາຄານພົງສະຫວັນໃນອະນາຄົດ ໂດຍອິງ ໃສ່ກະແສຂ່າວລື ເມື່ອອາທິດຜ່ານມາແທນທີ່່ທະນາຄານຈະມີພາບລົບລົງ ກັບເຮັດໃຫ້ທະນານ ຄານພົງສະຫວັນ ມີຄວາມໂດດເດັ່ນໃນການທີ່ ຈະກ້າວໄປເປັນຜູ້ນຳທາງການເງິນ ການ ທະນາຄານໃນອະນາຄົດ ໂດຍເນັ້ນໃຫ້ເຫັນວ່າ ທະນາຄານໄດ້ແກ້ໄຂສະຖານະການອັນໂຫດ ຮ້າຍໄດ້ຢ່າງທັນທ່ວງທີ ຂ່າວລືຖືວ່າເປັນເລື່ອງວິກິດທີ່ສຸດສຳລັບທະນາຄານນີ້ ແຕ່ທາງທະນາ ຄານໄດ້ຜົນຈາກຂ່າວລື ດ້ວຍການສ້າງວິກິດເປັນໂອກາດ ການຕະຫຼາດຂອງທະນາຄານ ຈະເພີ່ມຂຶ້ນໃນອະນາຄົດ ອາດຫຼາຍກວ່າກົນລະຍຸດທາງການຕະຫຼາດທີ່ທະນາຄານເຮັດມາທັງ ໝົດກໍໄດ້, ເພາະກ່ອນໜ້ານັ້ນທະນາຄານພົງສະຫວັນ ກໍມີຂ່າວທີ່ສ້າງຊື່ສຽງໃຫ້ແກ່ທະນາຄານ ຄືການເຊັນສັນຍາຊື້ ເຄື່ອງບິນຊຸບເປີເຈັດ ຈາກບໍຣິສັດຊູຄອຍ ກໍເຮັດໃຫ້ຊື່ສຽງຂອງທະນາ ຄານນີ້ ຊື່ໄດ້ໂດດເດັ່ນ ແລະດັງໄປທົ່ວໂລກແລ້ວ ຍິ່ງມີຂ່າວນີ້ອີກ ຊື່ຂອງທະນາຄານພົງ ສະຫວັນ ກໍເປັນທີ່ໜ້າສົນໃຈ ແລະຕິດໃນຫຸຂອງລູກຄ້າ ເຊິງບໍ່ສະເພາະແຕ່ຊາວລາວທໍ່ນັ້ນ ຊາວໂລກຕ້ອງສົນໃຈແນ່ນອນ.ຂ່າວ ທີ່ເກີດຂຶ້ນກັບທະນາຄານພົງສະຫວັນນັ້ນ ແທນທີ່ໆເປັນໜ້າສົງສານກັບກາຍເປັນ

ຂ່າວຮ້າຍນັ້ນກາຍເປັນທີ່ໜ້າຍິນດີຢ່າງຍິ່ງສຳລັບທະນາຄານນີ້ ເຊິ່ງຖືວ່າມີການໂປໂໝດທະນາຄານ ແລະທຸຣະກິດໃນເຄືອ ໂດຍທີ່ບໍ່ຕ້ອງລົງທຶນແມ່ນແຕ່ກີບດຽວ (ເພາະມີໃຜກໍບໍ່ຮູ້ໂປໂໝດໃຫ້ແລ້ວ) ບໍ່ວ່າຈະດ້ວຍເຫດໃດກໍຕາມ ທະນາຄານຈະໄດ້ປະໂຫຍດຈາກຂ່າວນີ້ເຕັມໆ ເພາະມັນເປັນຂ່າວທີ່ບໍ່ຈິງ ແຕ່ໃນຂ່າວນີ້ ຄົນທີ່ໜ້າສົງສານທີ່ສຸດກັບເປັນລູກຄ້າທີ່ຫູເບົາ ທີ່ຝາກເງິນມາເປັນແຮມປີ ແທນທີ່ທີ່ຈະໄດ້ດອກເບັ້ຍເປັນກອບເປັນກຳຕາມທີ່ຕັ້ງເປົ້າໄວ້ ກັບໄປຖອນອອກກ່ອນກຳນົດ ໂດຍທີ່ບໍ່ໄດ້ດອກເບັ້ຍຈັກເມັດເລີຍ ເພາະຖອນກ່ອນສັນຍາທີ່ໄດ້ສັນຍາໄວ້ກັບທະນາຄານ.
ຕໍ່ໄປ ທະນາຄານພົງສະຫວັນ ມີແຕ່ເກັບກຳປະໂຫຍດຈາກຂ່າວຮ້າຍ ກາຍເປັນດີນີ້, ໂດຍເຮັດແນວໃດຊິໃຫ້ ລູກຄ້າທັງໝົດນັ້ນຄືນມາ ແລະບາງທີ່ອາດດຶງລູກຄ້າໃໝ່ໆນັ້ນ ມາດ້ວຍກໍໄດ້, ໂດຍສະເພາະແມ່ນການ ເວົ້າເຖິງດອກເບັ້ຍ ເງິນຝາກ, ເວົ້າເຖິງດອກເບັ້ຍເງິນກູ້ ແລະເວົ້າເຖິງພັນທະກິດ ທີ່ທະນາຄານຈະໃຫ້ໂອກາດ ລູກຄ້າເກົ່າກັບມາຢ່າງໄວວາ ມັນກໍແມ່ນນະໂຍບາຍຂອງທະນາຄານນີ້ ຈະມີແຜນໄວ້ແນ່ນອນ ເພາະມາເບິ່ງເບື້ອງທະນາຄານນີ້ ມີແຕ່ມືອາຊີບໆໆໆທັງນັ້ນ ແຖມເຈົ້າຂອງທະນາຄານ ພັດໃຈໃຫຍ່ອີກຕ່າງຫາກ.
ມາເບິ່ງເບື້ອງລູກຄ້າ ຫຼືປະຊາຊົນເຫດການທະນາຄານພົງສະຫວັນນີ້ ເປັນບົດຮຽນສຳຄັນທີ່ສຸດ ສຳລັບນັກ ຝາກເງິນກັບທະນາຄານ ຄວນຢ່າງຍິ່ງທີ່ຈະຕ້ອງສຶກສາວິຊາທະນາຄານ ແລະການເງິນໄວ້ໃຫ້ຄັກໆ ຈຶ່ງຊິບໍ່ເປັນທີ່ໜ້າສົງສານດັ່ງເຫດການຄັ້ງນີ້.

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ເປັນແບບນີ້ ກໍ່ຍ້ອນ ວ່າລູກຄ້າ ເຫຼົ່ານັ້ນ ບໍ່ໄດ້ສຶກສາ ຂໍ້ມູນ ກ່ຽວກັບກິດຈະການ ທະນາພຽງພໍ
ຈື່ງພາໃຫ້ ຂາດສະຕິ ນັບວ່າເປັນ ບົດຮຽນລາຄາແພງ ສຳລັບເຂົາ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜມີລິ້ງບໍ່? ຢາກຮູ້ຄວາມເປັນມາຂອງທະນາຄານນີ້ຄືກັນ

ເປີດທະນາຄານນິ ມັນຕ້ອງໄຊ້ຫຼັກປະກັນຫຼາຍຂະໜາດ

ກະເຈົ້າເຮັດແນວໃດລວຍນະ? ຢາກແບ່ງເອົາປະສົບການໄປດັດແປງນຳໄຊ້

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໖ ໂພສ
ນັກການກະທູ້
ທະນາຄານ ກະມີຜົນດີບໍ່ໜ້ອຍ ທີ່ບໍ່ຕ້ອງຈ່າຍດອກເບ້ຍ... ຄົນທີ່ໄປຖອນຫັ້ນລະ ທີ່ເສຍກັບເສຍ.. ເສຍເວລາ ເສຍຫົວ ເສຍດອກເບ້ຍ :D

ສັດໂລກ ຍ່ອມເປັນໄປຕາມກຳ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທະນາຄານປະກາດວ່າໄລ່ດອກເບ້ຍໃຫ້ເທົ່າເກົ່າບໍ່ແມ່ນຫວາ??

ເຮົາຄົບກັນສອງປີແລ້ວ.. ^_^

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ສະບາຍດີເພື່ອນໆ ຂ້າພະເຈົ້າກະບໍ່ແມ່ນນັກເສດຖະສາດ ນັກການເງິນຫຍັງດອກ.... ແຕ່ກະຢາກມີຄວາມເຫັນຕາມພາສາເດັກນ້ອຍ..... ແຕ່ສິ່ງທີ່ຂ້າພະເຈົ້າເວົ້າໄປນີ້ ແມ່ນເວົ້າໂດຍລວມໆ ບໍ່ໄດ້ເນັ້ນສະເພາະແຕ່ທະນາຄານພົງສະຫວັນເດີ...

ຂ້າພະເຈົ້າມີຄຳເຫັນເປັນສອງແງ່, ໃນທຸລະກິດທີ່ມີການແຂ່ງຂັນແບບນີ້ ແນ່ນອນວ່າມັນຕ້ອງມີການຊິງໄດ້ຊິງເດັ່ນກັນ ແບບວ່າໃຜມີດີກະຕ້ອງໂຊກັນ ແລະ ພ້ອມແລ້ວທີ່ຈະກຳຈັດຄູ່ແຂ່ງ

ເຖິງຢ່າງໃດກໍ່ດີ, ເລື່ອງນີ້ ໃຜກະບໍ່ສາມາດເວົ້າໄດ້ວ່າ ມັນມາຈາກໃສ່ ເປັນຂ່າວລື ທີ່ປ່ອຍອອກມາຈາກຄູ່ແຂ່ງ ຫຼື ກະໂຕຜູ້ກ່ຽວເອງ. ເພາະວ່າ.

1. ຫາກເປັນການປ່າວຂ່າວລືຈາກຄູ່ແຂ່ງ ແນ່ນອນ ມັນກະອາດຖືກກັບທີ່ທ່ານຜູ້ຂຽນປະເດັນນີ້ໄດ້ວິເຄາະສະເໜີມາ. ແຕ່ຜູ້ຂ້າກະບໍ່ຮູ້ວ່າຈຳນວນເງິນທີ່ມີ, ທີ່ຖືກຖອນ ແລະ ທີ່ຍັງເຫຼືອ ແມ່ນເປັນຕົວເລກທີ່ຖືກຕ້ອງບໍ່... ອັນນີ້ ກະບໍ່ຊ່າງຊິວ່າ
2. ຫາກເປັນການປ່ອຍຂ່າວອອກມາຈາກກະໂຕ ທະນາຄານດັ່ງກ່າວເອງເດ? ແມ່ນເພື່ອຫຍັງ ແລະ ມີຜົນປະໂຫຍດແນວໃດ ອັນນີ້ຂ້າພະເຈົ້າຈະມີຄຳເຫັນຄືວ່າຊິ:
- ຢ່າລືມວ່າ ທະນາຄານພົງສະຫວັນຫາກໍ່ສ້າງຕັ້ງມາໄດ້ປະມານ ປີໜຶ່ງ ສອງປີ, ແລະ ລູກຄ້າທີ່ມີເງິນຫຼາຍນັ້ນ ເຂົາເຈົ້າຈະບໍ່ຄ່ອຍຝາກປະຫຍັດ ແຕ່ກົງກັນຂ້າມຈະຝາກປະຈຳ ເປັນປະເພດ ປີ ຫຼື ສອງປີ ເພື່ອຈະໄດ້ດອກເບ້ຍຫຼາຍ ແລະໃນທາງດຽວກັນ ຜູ້ຝາກຈະມີສິດໄດ້ດອກເບ້ຍກໍ່ຕໍ່ເມືອຄົບກຳນົດແລ້ວ ທະນາຄານຈຶ່ງຈະສາມາດໃຫ້ດອກເບຍໄດ້, ແຕ່ໃນທາງກົງກັນຂ້າງ ຫາກລູກຄ້າມີການເຄື່ອນໄວບັນຊ່ີ ອາດຈະຖອນອອກ ກ່ອນກຳນົດ ນັ້ນໝາຍວ່່າ ດອກເບຍອາດຫຼຸດລົງ ຫຼື ຖືກຕັດເລີຍ ກະເປັນໄປໄດ້ຕາມກຳນົດຂອງທະນາຄານນັ້ນໆ. ສະນັ້ນ, ຫາກສົມມຸດວ່າໃນທະນາຄານດັ່ງກ່າວ ມີເງິນຝາກປະຈຳ 2 ປີ ປະມານ 40 ລ້ານໂດລາ, ດອກເບ້ຍສົມມຸດວ່າ 10% ຕໍ່ປີ ນັ້ນໝາຍຄວາມວ່າ ພໍຄົບກຳນົດ ປີທີ່ 2 ທະນາຄານດັ່ງກ່າວຕ້ອງໄດ້ຈ່າຍດອກເບ້ຍປະມານ 8 ລ້ານໂດລາ ເຊິ່ງເຫັນວ່າຫຼາຍສົມ ຄວນ ແລະ ໃນທາງດຽວກັນຫາກວ່າທະນາຄານຫາກສາມາດນຳເງິນຈຳນວນ 40 ລ້ານໂດລານັ້ນອອກໃຫ້ນັກທຸລະກິດຢືມໄດ້ກະອາດສາມາດສ້າງລາຍຮັບ, ສົມມຸດວ່າ ຄ່າດອກເບ້ຍກູ້ຢືມແມ່ນ 20% ຕໍ່ປີ, ນັ້ນກະໝາຍຄວາມວ່າ ທະນາຄານຈະໄດ້ລາຍຮັບ ປະມານ 16 ລ້ານໃນສິ້ນປີທີ່ສອງ, ແລະເມື່ອຈ່າຍດອກເບ້ຍໃຫ້ຜູ້ມາຝາກແລ້ວ ທະນາຄານກໍ່ຈະມີກຳໄລປະມານ 8 ລ້ານໂດລາ. ແລ້ວສົມມຸດວ່າ ທະນາຄານດັ່ງກ່າວຢາກປ່ອຍຂ່າວນີ້ອອກມາເພື່ອໃຫ້ຜູ້ຝາກເງິນມາຖອນກ່ອນກຳນົດເດ ມີຫຍັງຈະເກີດຂຶ້ນ ອັນນີ້ຫວັງວ່າຜູ້ອ່ານຈະສາມາດພິຈາລະນາ, ວ່າທະນາຄານຈະໄດ້ປະໂຫຍດແນວໃດ, ບວກກັບການອອກມາແກ້ຂ່າວ ແລະ ຄຳປະກັນຈາກລັດຖະບານແລ້ວ ເຫັນວ່າແຜນການຂອງທະນາຄານດັ່ງກ່າວແມ່ນແຈັກພອດ!!!!!

ອັນນີ້ ຂ້ອຍຄິດໄປເອງຊື່ໆເດີ່..... ແຕ່ບາງທີ່ແມ່ນຄວາມຂ້ອຍເດີ

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວ ໃສວ່າຈະຄິດດອກເບ້ຍໃຫ້ຄືນຖ້າໃຜນຳກັບໄປຝາກໃໝ່

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຊອກອ່ານຂ່າວ

~Vਕਆpïrєی™~

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Challenge ຂຽນວ່າ...

ນີ້ກໍເປັນຄວາມເຫັນ ທາງວິເຄາະ ອີກແບບໜຶ່ງ ເຫັນວ່າຖືກຕ້ອງໄດ້ທັງນັ້ນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ອ້າວ ໃສວ່າຈະຄິດດອກເບ້ຍໃຫ້ຄືນຖ້າໃຜນຳກັບໄປຝາກໃໝ່

ບົດວິເຄາະ ຂອງຜູ້ຂຽນເອງ ບໍ່ກ່ຽວກັບບໍຣິສັດເຂົາ (ພະຍາຍາມອ່ານໃຫ້ເຂົາໃຈ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໘໔ ໂພສ
ນັກການກະທູ້
sia jai nam dr ieieie

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ອ້າວ ໃສວ່າຈະຄິດດອກເບ້ຍໃຫ້ຄືນຖ້າໃຜນຳກັບໄປຝາກໃໝ່

ມື້ນັ້ນ ເບີງ ທໍັດກິະເວົ້າແນວນີ້

♡ເເມ່ລູກອ໋ອນ♡

.

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ

^
^
^

ທໍລະທັດ ກະ*

♡ເເມ່ລູກອ໋ອນ♡

.

໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ

໑ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ເຖິງອະຣິຍະ ເຈົ້າຄົງຊິເປັນພະນັກງານຂອງທະນາຄານພົງສະຫວັນ ຫຼືບໍ່ກໍ່ຖືກຈ້າງມາຈິ່ງວິເຄາະໄດ້ດີແທ້, ຂ້າພະເຈົ້າຄຶດວ່າທະນາຄານພົງສະຫວັນແນວໃດກໍ່ເປັນຂອງເອກະຊົນ ບໍ່ມື້ໃດກໍ່ມື້ໜຶ່ງກໍ່ຕ້ອງມີເລື້ອງ ນັກທຸລະກິດ ບໍ່ມີຫຍັງທີ່ແນ່ນອນ ບໍ່ຮູ້ວ່າຊິລົ້ມລະລາຍມື້ໃດກໍ່ບໍ່ຮູ້ ສົມມຸດວ່າຫົວໜ້າທະນາຄານເກີດອຸບັດຕິເຫດ ຫຼືລົ້ມຕາຍ ຊິບໍ່ເກີດເລື້ອງອີກບໍ່ ຂ້າພະເຈົ້າຄຶດວ່າ ທະນາຄານທີ່ໜັ້ນຄົງແລະບໍ່ມີວັນລົ້ມລະລາຍຄືຊິແມ່ນທະນາຂອງລັດ ເຊັ່ນທະນາຄານການຄ້າຕ່າງປະເທດ ທະນາຄານພັດທະນາລາວ ນີ້ແມ່ນທະນາຄານຂອງລັດທີ່ບໍ່ມີວັນລົ້ມລະລາຍ ເປັນຫຍັງເຮົາຕ້ອງໄປຝາກກັບທະນາຄານ ທີ່ບໍ່ຮູ້ວ່າມື້ໃດຊິເກີດເລື້ອງອີກ ເງິນໂຕເອງໄປຝາກແລ້ວກໍ່ຍັງລຳບາກໃຈ ລຸ້ນໄປຕະຫຼອດວ່າມື້ໃດເງິນຊິຫາຍຫຼືບໍ່ຫາຍ ຂ້າພະເຈົ້າເຊື່ອໜັ້ນແຕ່ທະນາຄານລັດເທົ່ານັ້ນ.

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ hot ຂຽນວ່າ...
ເຖິງອະຣິຍະ ເຈົ້າຄົງຊິເປັນພະນັກງານຂອງທະນາຄານພົງສະຫວັນ ຫຼືບໍ່ກໍ່ຖືກຈ້າງມາຈິ່ງວິເຄາະໄດ້ດີແທ້, ຂ້າພະເຈົ້າຄຶດວ່າທະນາຄານພົງສະຫວັນແນວໃດກໍ່ເປັນຂອງເອກະຊົນ ບໍ່ມື້ໃດກໍ່ມື້ໜຶ່ງກໍ່ຕ້ອງມີເລື້ອງ ນັກທຸລະກິດ ບໍ່ມີຫຍັງທີ່ແນ່ນອນ ບໍ່ຮູ້ວ່າຊິລົ້ມລະລາຍມື້ໃດກໍ່ບໍ່ຮູ້ ສົມມຸດວ່າຫົວໜ້າທະນາຄານເກີດອຸບັດຕິເຫດ ຫຼືລົ້ມຕາຍ ຊິບໍ່ເກີດເລື້ອງອີກບໍ່ ຂ້າພະເຈົ້າຄຶດວ່າ ທະນາຄານທີ່ໜັ້ນຄົງແລະບໍ່ມີວັນລົ້ມລະລາຍຄືຊິແມ່ນທະນາຂອງລັດ ເຊັ່ນທະນາຄານການຄ້າຕ່າງປະເທດ ທະນາຄານພັດທະນາລາວ ນີ້ແມ່ນທະນາຄານຂອງລັດທີ່ບໍ່ມີວັນລົ້ມລະລາຍ ເປັນຫຍັງເຮົາຕ້ອງໄປຝາກກັບທະນາຄານ ທີ່ບໍ່ຮູ້ວ່າມື້ໃດຊິເກີດເລື້ອງອີກ ເງິນໂຕເອງໄປຝາກແລ້ວກໍ່ຍັງລຳບາກໃຈ ລຸ້ນໄປຕະຫຼອດວ່າມື້ໃດເງິນຊິຫາຍຫຼືບໍ່ຫາຍ ຂ້າພະເຈົ້າເຊື່ອໜັ້ນແຕ່ທະນາຄານລັດເທົ່ານັ້ນ.

ຮ່າໆໆໆໆໆໆໆໆໆໆ
- ບໍ່ໄດເປັນທັງພະນັກງານ
- ບໍ່ໄດ້ຮັບທັງຄ່າຈ້າງ
(ແຕ່ໃນຖານະການຕິດຕາມຂ່າວ ແລະໃຊ້ຫຼັກວິຊາການທີ່ໄດ້ຮຽນມາວິເຄາະ ມັນຈຶ່ງຖືກຕ້ອງ)
ຜູ້ຂຽນເຊື່ອໝັ້ນໃນການສຶກສາ ແລະການມອງບັນຫາ ດ້ວຍປັນຍາ (ຄົນລາວຕ້ອງເປັນນັກການສຶກສາໃຫ້ຫຼາຍໆ ບ້ານເມືອງຈຶ່ງຊະຈະເຣີນ)
- ບາງທີ່ເຈົ້າຕ້ອງຮຽນເລື່ອງການເງິນ/ການທະນາຄານໃຫ້ຫຼາຍໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ສີ່ງທີ່ເກີດຂື້ນມັນສະແດງໃຫ້ເຮົາເຫັນວ່າ ຂ່າວລືກະສາມາດເຮັດໃຫ້ປັນຍາຊົນຄົນທຳມະດາຄືໄທເຮົາເຈົ້າຂ້ອຍ ຫລົງເຊື່ອ
ຕາມໄປ ດັ່ງທີ່ເຄີຍໄດ້ຍິນທີ່ວ່າ "ຄວາມຄ່າສອກ ອອກໄປຄ່າວາ".ອັນນີ້ຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິ ລະມັດລະວັງ ບໍ່ດັ່ງນັ້ນມັນຈະເຮັດໃຫ້ບຸກຄົນທີ່ບໍ່ຫວັງດີຕໍ່ສັງຄົມເຮົາເວົ້າສະເພາະ,ເວົ້າລວມແມ່ນຊາດບ້ານເມືອງເຮົາ.ເຂົາຈະມາປ່າວ
ຂ່າວແນວບໍ່ດີແລ້ວຈະກໍ່ໃຫ້ເກີດຄວາມບໍ່ສະຫງົບຂື້ນໃນບ້ານເມືອງເຮົາ.ຊ່ວຍກັນມີສະຕິແລະຮຽກຮ້ອງໃຫ້ທຸກຝ່າຍທີ່ມີໜ້າ
ທີ່ຕ່າງໆ ຈົ່ງໃຫ້ຄວາມກະຈາງແຈ້ງທາງດ້ານວຽກງານຂອງຕົນໃຫ້ສັງຄົມຮັບຮູ້ ບໍ່ວ່າຈະເປັນທາງດ້ານຂໍ້ມູນຂ່າວສານ.
ລວມເຖີ່ງການອຳນວຍຄວາມສະດວກໃຫ້ການເຂົ້າເຖີ່ງຂໍ້ມູນສາທາລະນະໄດ້ສະດວກຍິ້ງເປັນການດີ.
....ດ້ວຍຄວາມເຄົາລົບ...

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>