ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ອາຊີບຂອງຂ້ອຍແມ່ນເປັນຄູ ເງິນເດືອນ ທັງສອນເພີ້ມ ແລະ ເງິນເດືອນປົກກະຕິ ໂຮມກັນທັງໝົດ ສູງສຸດກະ 1ລ້ານ5ແສນກີບ ,
ບໍ່ຮູ້ວ່າເຮັດແນວໃດຈັງຊິລວຍ ,

໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ວ່າຢາກໄດ້ເຮືອນນ້ອຍໆຢູ່ກາງເມືອງ ,,ມີ carຄັນໜຶ່ງທຽວໄປສອນ ບໍ່ຮູ້ວ່າຊາດນີ້ຊິມີຫວັງບໍ?

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ດຽວບ້ານເຮົາກໍ່ພັດທະນາ ຄູກໍ່ຈະໄດ້ເງີນເດືອນເພີ່ມ(ຫວັງວ່າຈະມີ)
ຖ້າທຽບຄູບ້ານເຮົາໃສ່ຄູຫວຽດນາມຕ່າງກັນເຫັນໆ ຄູຫວຽດມີຮອດລົດເກັງຂີ່ຄົນລະຄັນ .
ແນວໃດກໍ່ເຊຍຄູລາວ! ສູ້ຕໍ່ໄປພໍ່ແມ່ຜູ້ທີ່ສອງຂອງພວກເຮົາ

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ NoMoneyNoFriend ຂຽນວ່າ...
ອາຊີບຂອງຂ້ອຍແມ່ນເປັນຄູ ເງິນເດືອນ ທັງສອນເພີ້ມ ແລະ ເງິນເດືອນປົກກະຕິ ໂຮມກັນທັງໝົດ ສູງສຸດກະ 1ລ້ານ5ແສນກີບ ,
ບໍ່ຮູ້ວ່າເຮັດແນວໃດຈັງຊິລວຍ ,

ອື່ມ... ເຂົ້າໃຈ ແລະ ເຫັນໃຈເຊັ່ນດຽວກັນ ສໍາລັບອາຊີບນີ້ (ຢູ່ບ້ານເຮົາ) ຄັນເວົ້າໄປໃນແງ່ເສດຖະກິດມັນກໍ່ແມ່ນ
ແຕ່ຖ້າບໍ່ມີການເສຍສະຫຼະໃນມື້ນີ້ ແລ້ວຈະມີມື້ໜ້າທີ່ດີກວ່າບໍ່...!
ອັນທີຈິ່ງອາຊີບແມ່ພີມນີ້ເປັນອາຊີບທີ່ໜ້າຍົກຍ້ອງ ແລະ ສັນລະເສີນ
ແຕ່ຍ້ອນສະພາບແວດລ້ອມອ້ອມຂ້າງບໍ່ທັນໃຫ້ເງື່ອນໄຂດີເທື່ອ
ດັ່ງນັ້ນ, ຖ້າຜູ້ໃດທີ່ເປັນຄູແລ້ວ ຫຼື ຜູ້ທີ່ກໍາລັງຈະກ້າວເຂົ້າສູ່ການເປັນຄູກໍ່ຢ່າພ້າວນ້ອຍໃຈ, ມັນອາດຈະເປັນອາຊີບທີ່ທ່ານເບີ່ງແລ້ວບໍ່ມີຫຍັງ ແຕ່ຄວາມຈິງແລ້ວມັນເປັນວຽກງານຫຼັກທີ່ວ່າຈະແມ່ນໃຜກໍ່ເອົາໃຈໃສ່ ເພາະກ່ອນເຮົາຈະພັດທະນາຫຍັງກໍ່ຕາມ ເຮົາຕ້ອງໄດ້ພັດທະນາຄົນກ່ອນ
ໃຫ້ພາກັນມີນໍາໃຈຊື່ສັດ, ເສຍສະຫຼະ... ເຖິງທ່ານບໍ່ໄດ້ຮັບຜົນຕອບແທນໃນມື້ນີ້ ມື້ໃດມື້ນຶ່ງໃນຂ້າງໜ້າລູກຫຼານທ່ານຈະຜູ້ທີ່ໄດ້ຮັບຜົນນັ້ນ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ມີມື້ຫນື່ງສິ່ງທີ່ທ່ານຫວັງຈະເປັນຈີງ ຂໍພຽງມີສີ່ງນັ້ນຢູ່ໃນໃຈ

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ດີໆໆໆໆໆໆໆໆໆໆທີສຸດແຕ່ລະອາຊີບ
ເຮັດຫຍັງກະຕັ້ງໃຈເຮັດໃຫ້ດີສິ່ງດີໆໆໆໆໆໆໆນັ້ນຈະກັບມາຫາເຮົາເອງ

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ບໍ່ເປັນຫຍັງດອກທຸກຢ່າງມັນກະເລີ່ມຈາກສູນໝົດ, ຕອນນີ້ເຮົາບໍ່ມີເທື່ອໜ້າເຮົາຫາກຈະມີເອງ, ບໍ່ມີໃຜສາມາດຮັບຮູ້ອານາຄົດໄດ້ລ່ວງໜ້າດອກ, ສຳຄັນແມ່ນເຮົາຕັ້ງໃຈສິດສອນໃຫ້ດີທີ່ສຸດແລະປະຢັດມັດທະຍັດ, ໃຊ້ຊີວິດຢ່າງພໍພຽງ. ຍົກຕົວຢ່າງອາຈານສອນເລກຂ້ອຍ, ແຕ່ກ່ອນລາວກໍ່ສອນແຕ່ເລກ,ສອນເພີ່ມຄືກັນກັບເຈົ້າໜິແຫລະ ແຕ່ຕໍ່ມາລາວກໍ່ມີທຸລະກິດເປັນຂອງຕົນເອງ, ມີບ້ານ, ມີລົດ ແຕ່ລາວກໍ່ຍັງບໍ່ຖິ້ມອາຊີບການສິດສອນ ແລະສິ່ງທີ່ເຮັດໃຫ້ຂ້ອຍກັບໝູ່ພາກັນນັບຖືລາວທີ່ສຸດກໍ່ຄື ເວລາລາວມາສອນແຕ່ລະມື້ລາວບໍ່ໄດ້ຂັບລົດໃຫຍ່ມາສອນ ແຕ່ແມ່ນລົດຈັກເກົ່າໆ ເຖິງວ່າລາວຈະມີລົດໃຫຍ່ໃຫ້ຂັບກໍ່ຕາມ.

໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ເປັນກຳລັງໃຈໃຫ້ເດີ້

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NoMoneyNoFriend ຂຽນວ່າ...
ອາຊີບຂອງຂ້ອຍແມ່ນເປັນຄູ ເງິນເດືອນ ທັງສອນເພີ້ມ ແລະ ເງິນເດືອນປົກກະຕິ ໂຮມກັນທັງໝົດ ສູງສຸດກະ 1ລ້ານ5ແສນກີບ ,
ບໍ່ຮູ້ວ່າເຮັດແນວໃດຈັງຊິລວຍ ,

ບາດເຮົາເປັນຄູເງິນ ເດືອນບໍ່ຮອດ 1ລ້ານ ເຮັດແນວໃດຊິກຸ້ມກິນ ຈິງລວຍນຳເຂົາຊັ້ນ ເປັນແບບ ນິຕໍ່ໄປແມ່ນຕາຍຫ່າ ແທ້ໆລະ ຂໍວິທີແກ້ໄຂແນ່? ດ່ວນໆເດີ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງເງິນນິລະ ບໍ່ເລື່ອງໃຫ່ຍກະແມ່ນເລື່ອງຈຳເປັນ....ອົດສ່າເອົາເດີ້ ຫົວ ໜ້າແນວໃດກະສູ້ໆໆໆໆ.....ພະຍາຍາມຊອກຫາອາຊີບເສີມເດີ້

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາເຄີຍຮຽນຄູ ດຽວນີ້ກໍຍັງເປັນຄູສອນ ແຕ່ບໍ່ແມ່ນສອນໂຮງຮຽນທົ່ວໄປ ແລະ ໝູ່ອີ່ປາກໍເປັນຄູ ຫລາຍຄົນຮັ່ງມີຍ້ອນເປັນຄູ ໂດຍສະເພາະຄູສອນພາສາລາວ ບາງຄົນຂຶນຫ້ອງສອນພິເສດ ຊົ່ວໂມງລະ ໑໐ ດອລລາ ເປັນຢ່າງຕໍ່າ ມື້ໜຶ່ງມີຫລາຍຊົ່ວໂມງ....

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ໊ຍ ມາຄືຕັ້ງກະທູ້ໂດນໃຈ ແທ້ ລະນໍ
ຄູຄືກນເດີ ເຮົາ
ວ່າຈັງໃດ
ເຮັດໃດຊິລວຍນຳໝູ່ ເວົ້າມາລະ ...............ກ

ຮັກແທ້ຄືແມ່

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ອີ່ປາເຄີຍຮຽນຄູ ດຽວນີ້ກໍຍັງເປັນຄູສອນ ແຕ່ບໍ່ແມ່ນສອນໂຮງຮຽນທົ່ວໄປ ແລະ ໝູ່ອີ່ປາກໍເປັນຄູ ຫລາຍຄົນຮັ່ງມີຍ້ອນເປັນຄູ ໂດຍສະເພາະຄູສອນພາສາລາວ ບາງຄົນຂຶນຫ້ອງສອນພິເສດ ຊົ່ວໂມງລະ ໑໐ ດອລລາ ເປັນຢ່າງຕໍ່າ ມື້ໜຶ່ງມີຫລາຍຊົ່ວໂມງ....

ຂໍສອນນຳໄດ້ເບາະນິ ເພື່ອຊິລວຍນຳເຂົາແນ່

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຢາກເປັນຄູສອນພາສາອັງກິດ..
ຖ້າມື້ໜຶ່ງມີນັກຮຽນມາຮ້ອງຂ້ອຍວ່າ..ອາຈານ..
ຂ້ອຍຄົງຈະມີຄວາມສຸກທີ່ສຸດ..

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຢາກເປັນ ຄູສອນວິຊາປະຫວັດສາດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຢາກເປັນ ຄູສອນວິຊາປະຫວັດສາດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໓ ກະທູ້
໑໕໙ ໂພສ
ນັກການກະທູ້
ຂ້ອຍກະເປັນຄູຄືກັນ ເຖິງເງີນເດືອນຈະໜ່ອຍ...ແຕ່ຂ້ອຍກະຮັກອາຊີບນີ້ເດ ນີ້ແຫຼະ ກຳລັງໃຈທີ່ເຮັດໃຫ້ຂ້ອຍສຶກສາຄົ້ນຄ້ວາຕໍ່ໄປ ເພື່ອອານາຄົດຂອງຊາດ...

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chidtavanh ຂຽນວ່າ...
ຂ້ອຍກະເປັນຄູຄືກັນ ເຖິງເງີນເດືອນຈະໜ່ອຍ...ແຕ່ຂ້ອຍກະຮັກອາຊີບນີ້ເດ ນີ້ແຫຼະ ກຳລັງໃຈທີ່ເຮັດໃຫ້ຂ້ອຍສຶກສາຄົ້ນຄ້ວາຕໍ່ໄປ ເພື່ອອານາຄົດຂອງຊາດ...

ຄູທີ່ແທ້ຈິງ

ຮັກແທ້ຄືແມ່

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະເປັນຄູ ຄື ກັນ ຮ່າ ໆໆໆໆໆ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຕາມທີ່ເວົ້າມານັ້ນມັນແມ່ນແຕ່ເງິນເດືອນ ແຕ່ຍັງມີລາຍໄດ້ຕໍ່ເທືມ ຕໍ່ປີອີກເດ (ຄັນບໍ່ທຳທ່າເວົ້າ ກະອາດຈະແມ່ນຫາກໍ່ມາເປັນຄູ)
ໝົດເທືມແລ້ວໃຫ້ນັກຮຽນຕົກ ເຂົາຫາກມາຂໍຄະແນນດອກ ເຫັນວ່າດຽວນີ້ອັດຕາຄະແນນ (ມາດຕະຖານດົງໂດກ) ແມ່ນຄັນຢາກໄດ້ A ແມ່ນໜ່ວຍກິດລະສອງພັນບາດ ຢາກໄດ້ເທົ່າໃດກະຄູນເອົາ
ນອກຈາກນີ້ແລ້ວເປິດສົກຮຽນໃໝ່ ກະຈ້າງເອົານັກຮຽນເຂົ້າ ກະໄດ້ເງິນມາເປັນກ້ອນໃຫຍ່ພໍສົມຄວນແລ້ວແຕ່ວ່າຈະຂູດຮີດເອົາໄດ້ສ່ຳໃດອີກ
ສຳລັບອາຈານສາຍທຳມະຊາດຫຼືວິຊາສຳຄັນສຳຄັນນັ້ນກະເປິດສອນເພີ່ມໄດ້ອີກ ໃນຫ້ອງຮຽນບໍ່ຕ້ອງໄປສອນຫຍັງມັນຫຼາຍສອນພໍຄື ໃຜຢາກຮຽນໄດ້ກະມາຮຽນເພີ່ມເອົາຄັນໃຜບໍ່ມາກະເຮັດໃຫ້ເສັງຕົກຈັກສອງສາມເທື່ອ ແລ້ວໃຫ້ພວກມາຮຽນນຳເສັງໄດ້ເທົ່ານີ້ກະໄດ້ແລ້ວ

ເຫັນບໍ່ຕາມທີ່ເວົ້າມາຖ້າເອົາມາສະເລ່ຍກະຕົກຢ່າງຕ່ຳກະຫົກເຈັດລ້ານແລ້ວ ຖ້າເຈົ້າສອນຢູ່ສະຖາບັນທີ່ມີຊື່ສຽງແລະກິນກັນຢ່າງເປັນລະບົບ ທ່ານອາດຈະໄດ້ຫຼາຍກວ່ານີ້ອີກ
ລາຍລະອຽດປີກຍ່ອຍແລ້ວແຕ່ສາຍວິຊາຂອງທ່ານ

ປີສອງປີກະໄດ້ລະເດລົດນະ

໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...

ເງິນເດືອນ +ລາຍໄດ້ຕໍ່ເທືມ+ຕໍ່ປີອີກ+ນັກຮຽນຂໍຄະແນນ+ສົກຮຽນໃໝ່ເອົານັກຮຽນເຂົ້າ+ສອນເພີ່ມ =ປີສອງປີກະໄດ້ລະເດລົດ,,,,,
ຕາຍແຫລະບາດນິ ,ຊິໄດ້ໄປຮຽນຕໍ່ໂທກັບເອກ ກ່ອນ ຢາກໄປເປັນຄູຢູ່ດົງໂດກ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NoMoneyNoFriend ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ຕາມທີ່ເວົ້າມານັ້ນມັນແມ່ນແຕ່ເງິນເດືອນ ແຕ່ຍັງມີລາຍໄດ້ຕໍ່ເທືມ ຕໍ່ປີອີກເດ (ຄັນບໍ່ທຳທ່າເວົ້າ ກະອາດຈະແມ່ນຫາກໍ່ມາເປັນຄູ)
ໝົດເທືມແລ້ວໃຫ້ນັກຮຽນຕົກ ເຂົາຫາກມາຂໍຄະແນນດອກ ເຫັນວ່າດຽວນີ້ອັດຕາຄະແນນ (ມາດຕະຖານດົງໂດກ) ແມ່ນຄັນຢາກໄດ້ A ແມ່ນໜ່ວຍກິດລະສອງພັນບາດ ຢາກໄດ້ເທົ່າໃດກະຄູນເອົາ
ນອກຈາກນີ້ແລ້ວເປິດສົກຮຽນໃໝ່ ກະຈ້າງເອົານັກຮຽນເຂົ້າ ກະໄດ້ເງິນມາເປັນກ້ອນໃຫຍ່ພໍສົມຄວນແລ້ວແຕ່ວ່າຈະຂູດຮີດເອົາໄດ້ສ່ຳໃດອີກ
ສຳລັບອາຈານສາຍທຳມະຊາດຫຼືວິຊາສຳຄັນສຳຄັນນັ້ນກະເປິດສອນເພີ່ມໄດ້ອີກ ໃນຫ້ອງຮຽນບໍ່ຕ້ອງໄປສອນຫຍັງມັນຫຼາຍສອນພໍຄື ໃຜຢາກຮຽນໄດ້ກະມາຮຽນເພີ່ມເອົາຄັນໃຜບໍ່ມາກະເຮັດໃຫ້ເສັງຕົກຈັກສອງສາມເທື່ອ ແລ້ວໃຫ້ພວກມາຮຽນນຳເສັງໄດ້ເທົ່ານີ້ກະໄດ້ແລ້ວ

ເຫັນບໍ່ຕາມທີ່ເວົ້າມາຖ້າເອົາມາສະເລ່ຍກະຕົກຢ່າງຕ່ຳກະຫົກເຈັດລ້ານແລ້ວ ຖ້າເຈົ້າສອນຢູ່ສະຖາບັນທີ່ມີຊື່ສຽງແລະກິນກັນຢ່າງເປັນລະບົບ ທ່ານອາດຈະໄດ້ຫຼາຍກວ່ານີ້ອີກ
ລາຍລະອຽດປີກຍ່ອຍແລ້ວແຕ່ສາຍວິຊາຂອງທ່ານ

ປີສອງປີກະໄດ້ລະເດລົດນະ

ເງິນເດືອນ +ລາຍໄດ້ຕໍ່ເທືມ+ຕໍ່ປີອີກ+ນັກຮຽນຂໍຄະແນນ+ສົກຮຽນໃໝ່ເອົານັກຮຽນເຂົ້າ+ສອນເພີ່ມ =ປີສອງປີກະໄດ້ລະເດລົດ,,,,,
ຕາຍແຫລະບາດນິ ,ຊິໄດ້ໄປຮຽນຕໍ່ໂທກັບເອກ ກ່ອນ ຢາກໄປເປັນຄູຢູ່ດົງໂດກ

ມາເປັນຄູບັນຊີ ເດີ
ມາຄືໄລເກັງແທ້

ຮັກແທ້ຄືແມ່

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດົງໂດກ ມາດຕະຖານສູງຫຼາຍ ເນາະ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ອາຊີບຄູນີ້ຖືວ່າເປັນອາຊີບທີ່ມີກຽດທີ່ສຸດໃນບັນດາອາຊີບຕ່າງໆຄົນທີ່ຈະໄດ້ເປັນເຈົ້າເປັນນາຍໄດ້ກໍ່ຕ້ອງໄດ້ຜ່ານຄູອາຈານເປັນຜູ້ສິດສອນໃຫ້
ຫາກບໍ່ມີຄູກະບໍ່ໄດ້ເປັນນາຍດອກ ເຖິງແມ່ນວ່າຈະໄດ້ຄ່າຕອບແທນໜ້ອຍແຕ່ກໍ່ມີກຽດ ຫາກສິດສອນສິດໃຫ້ເປັນຄົນດີໃນມື້ນີ້ໃນວັນໜ້າສິດຄົນນັ້ນ
ຈະກັບມາຕອບແທນບຸນທີ່ອາຈານໄດ້ສອນສັ່ງ ຂ້າພະເຈົ້າກໍ່ຍັງຢາກຈະເປັນຄູສອນຄືກັນ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
...ໝົກປາແດກຍັງມີຄູ ຈີ່ປູຍັງມີວາດ...(ສຸພາສິດ). ຫລາຍຄຳເຫັນທີ່ຂຽນລົງໄປ ກະມີສ່ວນຖຶກ ຜິດແຕກຕ່າງກັນໄປເນາະ ຢ່າງໃດກໍ່ຕາມສິ່ງທີ່ເຮົາເຫັນເກີດຂື້ນນັ້ນມັນຍອມບໍ່ຖືກສະເໝີໄປ ຫລາຍໆ ອາຊີບກໍ່ເຊັນດຽວກັນ.ອັນນີ້ມັນຕ້ອງຖາມຕົວເຮົາເອງເບີ່ງວ່າເຮົາເຮັດໜ້າທີ່ເຮົາດີແລ້ວຫລືຍັງ?ນັກຮຽນຫລາຍຄົນມັກຄິດສະ
ເໝີວ່າບໍ່ໄດ້ກະຈ້າງອາຈານເອົາ ແລະກໍ່ມີຫລາຍຄົນທີ່ຂ້າພະເຈົ້າເຊື່ອວ່າຍັງບໍ່ເຄີຍຈ້າງອາຈານຈົນຮຽນຈົບກໍ່ມີ.ດ້ວຍຄວາມ
ເຄົາລົບແລະນັບຖື ຄູຫລາຍທ່ານທີ່ມີຈັນຍາບັນແລະມີຄວາມຮັບຜິດຊອບຕໍ່ໜ້າທີ່ອັນມີກຽດນີ້.ຫລາຍສີ່ງຢ່າງທີ່ເກີດຂື້ນມັນລ້ວນ
ແລ້ວແຕ່ມາຈາກສີ່ງແວັດລ້ອມອ້ອມຂ້າງທາງສັງຄົມ ເປັນຕົ້ນແມ່ນຄ່ານິຍົມທາງດ້ານວັດຖຸທີ່ເຮັດໃຫ້ຫລາຍຄົນຕ້ອງຍ້ອມເຮັດທຸກ
ຢ່າງໃຫ້ໄດ້ມາ.ອາຊີບຄູ ຍັງເປັນອາຊີບໜື່ງທີ່ບໍ່ຄອຍໄດ້ຮັບຄວາມສຳຄັນຈາກສັງຄົມຈຳນວນໜື່ງ ດັ່ງນັ້ນ ການດີ້ນຮົນເພື່ອ
ໃຫ້ໄດ້ມາເຊີ່ງວັດຖຸປັດໃຈທີ່ພຽບພ້ອມເພື່ອໃຫ້ສັງຄົມຍ້ອມຮັບໃນຕົວເອງຍ້ອມຈະເກີດຂື້ນ.ການຊື້ຈ້າງຈອບອອຍ ພາສາງາຍໆ
ທີ່ເຮົາເຂົ້າໃຈ ມັນຮຽກຮ້ອງໃຫ້ເຮົາທຸກຄົນຕ້ອງເປັນຜູ້ຮ່ວມກັນຕ້ານ ຮ່ວມກັນສະກັດກັ້ນເພື່ອສີ່ງທີ່ດີງາມໃນສັງຄົມເຮົາ
ໃຫ້ເກີດຂື້ນ...ຂໍໃຫ້ທຸກຄົນຮັກອາຊີບຕົວເອງ ແລະຮ່ວມກັນສ້າງສັງຄົມໃຫ້ໜ້າຢູ່ຂື້ນໄປເລື່ອຍໆ.

..ດ້ວຍຄວາມເຄົາລົບ...

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແຈມນຳ
ຂ້ອຍຢາກເປັນຄູສອນພາສາຝລັ່ງ ອິອິ

ຮັກນ້ອງຕອນເມົາ

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ມັກ​ໄດ້​ອາ​ຊີບຄູ​ນະ ​ແຕ່​ແມ່​ບໍ່ຢາກ​ໃຫ້​ເປັນ ຂະໜາດ​ໄດ້​ຖຶນຮຽນ:(
ກະ​ເລີບ​ໄປ​ເປັນ​ອາສາ​ສະໝັກ​ແທນ​ເພາະ​ໄດ້​ສອນ​ຄື​ກັນ
​ເຖິງ​ມັນ​ຈະ​ສອນ​ພຽງ​ເດັກນ້ອຍ​ແຕ່​ກະພູມ​ໃຈ​ລະ

I wanna a billonaire

໑ ກະທູ້
໑໐໒ ໂພສ
ນັກການກະທູ້
ເຖິງວ່າຜົນຕອບແທນດ້ານວັດຖຸເງິນຄຳອາດຈະໄດ້ໜ້ອຍ ແຕ່ຜົນຕອບແທນດ້ານຈິດໃຈ ຄວາມຍ້ອງຍໍ ຄວາມນັບຖືທີ່ໄດ້ຈາກລູກສິດແລະຄົນທົ່ວໄປ ໃນຖານະຂອງຄົນທີ່ມີຄວາມຮູ້ຄວາມສາມາດເປັນສິ່ງທີ່ໜ້າຈະມີຄ່າກວ່າການໄດ້ເງິນເດືອນຫລາຍ ຈັ່ງໃດກາເອາໃຈຊ່ວຍຜູ້ທີ່ປະກອບອາຊີບຄູໝົດທຸກຄົນ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິງບັນດາຄູທັງຫຼາຍວາດລວດລາຍ

ຮັກແທ້ຄືແມ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>