ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຂ່າວທີ່ສ້າງຄວາມສົນໃຈໃຫ້ເປັນຢ່າງຍິ່ງ!
ມັນອາຈເປັນຂ່າວທີ່ຫຼາຍຄົນບໍ່ໃຫ້ຄວາມສົນໃຈແຕ່ຢ່າງໃດເພາະຂ່າວແບບນີ້
ຫຼຶອາຈບໍ່ມີເລີຍໃນວົງການທາງຫນັງສືພິມລາວຫຼຶຂ່າວສານທາງທີວີ ຫຼືວິທຍຸ..
ຫາກມີກໍຄົງເປັນຂ່າວທີ່ສັລເສີນໃນການມາລົງທຶນແບບນີ້ຂື້ນໃນລາວ!!

ນັ້ນກະຄືຂ່າວທີ່ວ່າ ນັກລົງທືນລ້ຽງສັດຈາກຫວຽດນາມມາພາກັນລົງທືນຢ່າງອອກຫນ້າອອກຕາແລະຫຼວງຫຼາຍໃນປະເທດລາວ.
ເປັນການຈັດຟາມລ້ຽງໜີ.ດຽວນີ້ມີແລ້ວ ແປດແຫ່ງ!!
ໃນວົງການເເພດແຜນໂບຮານຂອງຈີນແມ່ນວ່າ ບີໜີ ນີ້ ເປັນຢາ ຂະຫນານເລີດໃນການປົວພະຍາດອີ່ຫຍັງອີ່ຫຍັງ....
ແລະດ້ວຍເຫດນີ້ ບີໜີ ຈຶ່ງມີຣາຄາສູງ.
ໃນປະເທດອື່ນ ທີ່ ມີວັທນະທຳທາງຄວາມຮັບຜິດຊອບທາງດ້ານສິ່ງແວດລ້ອມ ແລະການປົກປ້ອງຄູ້ມຄອງສີດທິຂອງຄົນ ແລະສັດ ໄດ້ຫ້າມປາມການກະທຳແບບນີ້: ກະຄືການລ້ຽງໜີ ເພຶ່ອເອົາບີ ຂອງມັນມາເຮັດຢາ!??

ທີ່ຫ້າມກະຍ້ອນວ່າ ໂຕໜີເຫຼົ່ານັ້ນຖືກທໍຣະມານທີ່ສຸດໃນການດູດເອົາບີຂອງມັນອອກມາທັງເປັນນີ້!!
ຫາກວ່າຂ້າມັນໃຫ້ຕາຍແລ້ວຈຶ່ງເອົາບີອອກຫັ້ນກະບໍ່ວ່າດອກ ແຕ່ນີ້ແມ່ນເອົາໂຕໜີເປັນໆນີ້ມາເຮັດທໍ່ຫຼອດເຂົ້າເຖິງພວງບີແລ້ວດູດບີນັ້ນອອກມາ..ເພຶ່ອເອົາໄປປ່ຽນເປັນເງິນໆໆໆໆໆໆໆ!!

ໜີຫັ້ນແສນເຈັບປວດແລະທໍຣະມານ!

ຫາກວ່າບໍ່ເຈັບແລ້ວ ໃຫ້ທ່ານລອງເອົາເຂັມແທງເຂົ້າສັນຫຼັງຂອງທ່ານເອັງລອງເບິ່ງ ບໍ່ຕ້ອງໃຫ້ມັນເລິກໄປຮອດຕັບຮອດບີຂອງທ່ານດອກ...

ຫາກວ່າຢູ່ ໄທ, ຫວຽດນາມແລະໃນປະເທດອຶ່ນໆ ຖຶກຫ້າມປາມ ເປັນຫຍັງໃນປະເທດລາວຈຶ່ງມີອະນຸຍາດໃຫ້ລ້ຽງໜີເພື່ອກິຈການແບບນີ້?
ຫຼືວ່າປະເທດເຮົາບໍ່ນັບຖຶກົດຫມາຍນາໆຊາດຢ່າງປະເທດອຶ່ນຊັ້ນບໍ?

ຫຼຶວ່າ ຄີດໄປວ່າ ໃຜບໍ່ເຫັນແລ້ວຄືຊິບໍ່ມີໃຜມາສອດຮູ້ໄດ້ເຖິງພຶດຕິການແບບນີ້ຊັ້ນບໍ?

ທາງອົງການຮັກສາສິ່ງແວດລ້ອມຫ້າມຕັດໄມ້, ຢູ່ລາວເຮົາກະພາກັນລັກຕັດແມ່ນແຕ່ໃນປ່າສຫງວນຫວງຫ້າມ!!

ຫຼືວ່າຄົນລາວເຮົາມັນມີໃຈກະດ້າງໄປຫມົດແລ້ວ ບໍ່ຮູ້ດີຮູ້ຊົ່ວ??

ຜູ່ໃດມີອຳນາດຢູ່ບ່ອນໃດກະພາກັນສວຍໂອກາດຢູ່ບ່ອນຫັ້ນ ແນວໃດຊິໄດ້ແລ້ວແມ່ນວ່າ
ຄວາມເສັຍຫາຍຈະເກີດມີແກ່ຊາດໂຕເອັງພຽງໃດກະບໍ່ຫ່ວງ!!
ຫາກວ່າ ເປັນແບບນີ້ຕໍ່ໄປ ແລ້ວຈັ່ງໃດຊາດອຶ່ນເຂົາຈະຖຶຊາເຮົາໃຫ້ສົມກຽດດັ່ງຜູ່ອຶ່ນໄດ້?

ແລະກະເປັນຫນ້າ ອັບອາຍແທນ ພວກຫົວໄສນັກລ້ຽງສັດທີ່ມີບຸນຊາວຫວຽດນາມທີ່ມາແອບມາສອນໃຫ້ຄົນລາວ
ເປັນຄົນຢາກມີບຸນຄືເພິ່ນດ້ວຍການສ້າງຟາມລ້ຽງໜີຈັ່ງຊີ້ ປານກັນກັບ
ຄຳພັ່ງເພິຍເກົ່າທີ່ເວົ້າກັນ ປາງສົງຄາມຫັ້ນບໍ່ຜິດ ``ປີກນົກກາງແກໃນໂຕແຮ້ງ``

ເປັນແບບນີ້ ຊື່ສຽງຂອງຊາດລາວຖຶກດ່າງພອຍຍ້ອນໄດ້
ແຕ່ໃສໃຜຈະແນມເຫັນ ເພາະເງິນຢ່າງດຽວ
ທີ່ກາຍເປັນເສັ້ນຜົມບັງພູເຂົາ ຄືເພິ່ນວ່າຫັ້ນ!
ສາຍສຳພັນອັນພິເສດຫັ້ນມັນປົກຫູປົກຕາໄປຫມົດຈົນບໍ່ຮູ້ວ່າອັນໃດຄວນບໍ່ຄວນ.

ອະນິຈາ!

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າປານນັ້ນພຸ້ນນະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລ້ຽງແລ້ວກະຂ້າຈັ່ງເອົາບີ ບໍ່ໄດ້ຫວາ? ອິອິອິ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຢາກເຫັນໜີດຳ ແບບນີ້
ແປເອົາເອັງເດິ!
http://www.telegraph.co.uk/news/worldnews/asia/laos/7950161/Inside-a-bear-bile-farm-in-Laos.html

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອືມ!!!!!! ເປັນຂ່າວທີ່ຫນ້າສົນ ວ່າແຕ່ ຂໍແຫລ່ງຂໍ້ມູນເພີ່ມເຕີມໄດ້ບໍນໍ້ ຢາກເຂົ້າໄປອ່ານຕື່ມອີກ.

ໄດ້ອ່ານແລ້ວກາຮູ້ສຶກຫົດຫູ່ໃນໃຈ ບໍ່ມີວິທີອື່ນເລີຍບໍນໍ້?
ແຕ່ກາຄືວ່ານັ້ນລະເນາະ ທີ່ວ່າມັນເປັນຢາດີນັ້ນ ຄືຊິຫນີບໍພົ້ນເລື່ອງເງິນອີກນັ້ນລະ (ຂອງດີຣາຄາແພງ)
ຖ້າຫາກວ່າເລື້ອງນີ້ເປັນເລື້ອງຈິງ ບໍ່ຮູ້ວ່າທາງເຈົ້ານາຍເພິ່ນຄິດອີ່ຫຍັງກັນຢູ່
ລອງຖາມໂຕເອງ ແລະ ກາຕອບເອງ ຄຳຕອບທີ່ໄດ້ກໍ່ວົນວຽນຢູ່ບ່ອນວ່າ ເພື່ອພັດທະນາບ້ານເມືອງ
ກາຖືກຢູ່ໃຫ້ນັກລົງທຶນຕ່າງປະເທດມາລົງທຶນ ເພື່ອພັດທະນາປະເທດຊາດບ້ານເມືອງໃຫ້ຈະເລີນ
ແຕ່ທາງດ້ານການປູກຝັງ ແລະ ລ້ຽງສັດນີ້ ຜູ້ຂ້າບໍເຫັນດີປານໃດ ເພາະນີ້ມັນແມ່ນອາຊີບຂອງຄົນລາວເຮົາຢູ່ແລ້ວ
ສືບທອດກັນປະຕິບັດມາແຕ່ປູ່ຍ່າຕາຍາຍພຸ້ນ ພັດຊິຍອມໃຫ້ຕ່າງປະເທດເຂົ້າມາສຳປະທານທີ່ດີນເພື່ອດຳເນີນກິດຈະການ
ແລະສຸດທ້າຍຄົນລາວເອງກໍ່ຕ້ອງໄປເປັນລູກຈ້າງຂອງເຂົາ.

ດ້ວຍຄວາມຮັກນັບຖື.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lem ຂຽນວ່າ...

ສະບາຍດີ ແຫຼມ,,
ຫາເວລາແປບໍ່ມີ ກະລອງອ່ານເບິ່ງຕາມນີ້ເດິ ຫຼືວ່າມີ ວິທີແປແບບ ອັຕໂນມັດກະລອງແປເບິ່ງ.

http://www.telegraph.co.uk/news/worldnews/asia/laos/7950161/Inside-a-bear-bile-farm-in-Laos.html

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
มาจอบ

★★★★★★★★

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການເອົາບີຫມີແມ່ນໃຊ້ມີດທີ່ຄົມ ປາດຊີ້ນຂອງໝີບ່ອນບີພອດີ ເພື່ອເອົາທ່ສຽບເຂົ້າໄປໃນບີແລ້ວດູດເອົານ້ຳບີອອກມາ ໂດຍທີ່ບໍ່ໄດ້ໃສ່ຢານອນຫຼັບຫຼືຢາມຶນໃຫ້ໝີ ເພາະຈະເຮັດໃຫ້ປະສິດຕິພາບຂອງນ້ຳບີຫຼຸດລົງ ໝີຈະເຈັບປວດທໍລະມານແສນສາຫັດທີ່ສຸດ ຈາກນັ້ນຈະຫຍິບບາດແຜໄວ້ແບບບໍ່ລະອຽດ ເພື່ອການເຈາະເອານ້ຳບີເທື່ອຕໍ່ໄປ ຈົນໝົດອາຍຸຂອງໝີ ກ່ຂະຂ້າມັນ ເອົາຕີນມັນໄປເຮັດອາຫານ ເປັນຢາເພີ່ມສະມັດຕະພາບທາງເພດຊັ້ນອ໋ອງ ເລັບໃຊ້ປະດັບປະດາ ລໆລ... ສ່ວນບີໝີມີ ຄຸນປະໂຫຍດແມ່ນ ຢາຊູກຳລັງ ອາຍຸວັດທະນະ ແລະສຸດທ້າຍກະບໍ່ມົ້ມ ຢ່າເພີ່ມເສັກຊ໌ຄືເກົ່າ ... ເປັນການທາລຸນສັດຢ່າງບໍ່ມີເຫດຜົນແລະໄລ້ສາລະທີ່ສຸດ ...!

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...
มาจอบ

ດີໃຈທີ່ມາຈອບ , ຫມັ່ນມາຈອບແນ່ ບໍ່ຮູ້ເຂົາຊິເອົາໄປໄຫຼເຕົ້າມື້ໃດກະບໍ່ຮູ້!!

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...
มาจอบ

ດີໃຈທີ່ມາຈອບ , ຫມັ່ນມາຈອບແນ່ ບໍ່ຮູ້ເຂົາຊິເອົາໄປໄຫຼເຕົ້າມື້ໃດກະບໍ່ຮູ້!!

โดย ชิหมั่นมา จอบ เอาไปไหลเต้า

เว้าหยอกชื่อ2 เดี

★★★★★★★★

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...

ສະບາຍດີ ໂຢຮັນ,

ເປັນໃດ ລາວ ກຣາຟິກກະກ້າວຫນ້າດີຢູ່ບໍ?
ເອົາມາຝາກແນ່ຈັກອັນ ເປັນການໄຫວ້ອາໄລນຳດວງວິນຍານຂອງໜີ ທີ່ມີອາຍຸສັ້ນທີ່ສຸດກະໃນຟາມລ້ຽງນີ້ແຫຼະ. ທຳມະດາໜີທີ່ຢູ່ແບບທຳມະຊາດສາມາດມີຊີວີດຢູ່ໄດ້ ຕັ້ງສີ່ສີບປີ ສ່ວນມາກຢູ່ໃນຄອກແບບນີ້ ຢ່າງຫຼາຍກະສີ່ຫ້າປີ..
ແສນທຸກທໍຣະມານທັງ ເຈັບທັງຢ້ານກົວ...
ຫຼາຍຄົນວ່າສັດບໍ່ມີຄວາມຮູ້ສຶກ!!
ຄົນຫັ້ນລະ ບໍ່ມີຄວາມຮູ້ສຶກມາກກວ່າ.
ສັດມັນບໍ່ຄີດດອກວ່າຈະທໍຣະມານສັດນຳກັນເພຶ່ອຄວາມມ່ວນຊື່ນ!!
ມັນຂ້າຟັນກັນເພື່ອເປັນອາຫານ ຕາມສັນຊາດຍານຂອງມັນ..
ສ່ວນຄົນທີ່ຖືຕົນວ່າ ສັດທີ່ສະຫຼາດ...ແລ້ວ ມີພຶດຕິກັມທີ່ຕ່ຳກວ່າສັດຕັ້ງຮ້ອຍເທົ່າ!!
ບໍ່ຮູ້ວ່າຜູ່ນຳຂອງເຮົາກະມີຄວາມຮູ້ສຶກຫຼືຮູ້ກ່ຽວກັບການທໍຣະມານຂອງສັດເຫຼົ່ານີ້ຫຼືບໍ່?
ເປັນທີ່ຫນ້າ ອານາດໃຈຍາມຄີດເຫັນພາບແບບນີ້ ທີ່ເກີດມີໃນບ້ານເຮົາ..
ຂອບໃຈເດິທີ່ມາຮ່ວມ ປະກອບຄຳເຫັນນຳກັນ.

ຕອນນີ້ນ້ຳແຮງນອງດີ ຄືຊິໄຫຼດີ ແຕ່ເຫນຶອຮອດໃຕ້ ພໍດີໄປຕົກລົງຫຼີ່ຜີ ກ່ອນທີ່ເຂົາຈະສ້າງເຂື່ອນ ຕັນນໍ!!
ຄີດວ່າຄົງສົມໃຈແລ້ວຍາມນັ້ນ!!

แม่น2

★★★★★★★★

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ lem ຂຽນວ່າ...
ອືມ!!!!!! ເປັນຂ່າວທີ່ຫນ້າສົນ ວ່າແຕ່ ຂໍແຫລ່ງຂໍ້ມູນເພີ່ມເຕີມໄດ້ບໍນໍ້ ຢາກເຂົ້າໄປອ່ານຕື່ມອີກ.

ໄດ້ອ່ານແລ້ວກາຮູ້ສຶກຫົດຫູ່ໃນໃຈ ບໍ່ມີວິທີອື່ນເລີຍບໍນໍ້?
ແຕ່ກາຄືວ່ານັ້ນລະເນາະ ທີ່ວ່າມັນເປັນຢາດີນັ້ນ ຄືຊິຫນີບໍພົ້ນເລື່ອງເງິນອີກນັ້ນລະ (ຂອງດີຣາຄາແພງ)
ຖ້າຫາກວ່າເລື້ອງນີ້ເປັນເລື້ອງຈິງ ບໍ່ຮູ້ວ່າທາງເຈົ້ານາຍເພິ່ນຄິດອີ່ຫຍັງກັນຢູ່
ລອງຖາມໂຕເອງ ແລະ ກາຕອບເອງ ຄຳຕອບທີ່ໄດ້ກໍ່ວົນວຽນຢູ່ບ່ອນວ່າ ເພື່ອພັດທະນາບ້ານເມືອງ
ກາຖືກຢູ່ໃຫ້ນັກລົງທຶນຕ່າງປະເທດມາລົງທຶນ ເພື່ອພັດທະນາປະເທດຊາດບ້ານເມືອງໃຫ້ຈະເລີນ
ແຕ່ທາງດ້ານການປູກຝັງ ແລະ ລ້ຽງສັດນີ້ ຜູ້ຂ້າບໍເຫັນດີປານໃດ ເພາະນີ້ມັນແມ່ນອາຊີບຂອງຄົນລາວເຮົາຢູ່ແລ້ວ
ສືບທອດກັນປະຕິບັດມາແຕ່ປູ່ຍ່າຕາຍາຍພຸ້ນ ພັດຊິຍອມໃຫ້ຕ່າງປະເທດເຂົ້າມາສຳປະທານທີ່ດີນເພື່ອດຳເນີນກິດຈະການ
ແລະສຸດທ້າຍຄົນລາວເອງກໍ່ຕ້ອງໄປເປັນລູກຈ້າງຂອງເຂົາ.

ດ້ວຍຄວາມຮັກນັບຖື.

ສະບາຍດີ ແຫຼມ,,
ຫາເວລາແປບໍ່ມີ ກະລອງອ່ານເບິ່ງຕາມນີ້ເດິ ຫຼືວ່າມີ ວິທີແປແບບ ອັຕໂນມັດກະລອງແປເບິ່ງ.

http://www.telegraph.co.uk/news/worldnews/asia/laos/7950161/Inside-a-bear-bile-farm-in-Laos.html

ຂອບໃຈຫລາຍ
ກຳລັງພະຍາຍາມແປ ອິໆໆໆ
ເປັນຕາສົງສານຫມີເນາະ ຢູ່ຫວຽດນາມຍັງປະກາດຫ້າມເລີຍ ແຕ່ເປັນຫຍັງຢູ່ລາວຄືອະນຸຍາດໃຫ້ສ້າງໄດ້

ສະບາຍດີລູງເທົາ ສະບາຍດີບໍ່ລູງ? ກະຕາມທີ່ລົມກັນ ເລື້ອງນີ້ ຄັນຊິເວົ້າແບບໂດຍລວມ ຖືວ່າເປັນການຜິດກົດໝາຍເລີຍໃດ ເພາະເປັນການທຳລາຍສົມມະດຸນຂອງທຳມະຊາດ ບໍ່ຕ່າງຫຍັງກັບການຄ້າມະນຸດ ລອງຄຶດພາບວ່າ ໂຮງງານອຸດສາຫະກຳຜລິດນ້ຳບີໝີ ມີໝີຈຳນວນແສນກວ່າໂຕ ແຕ່ລະໂຕຖືກຂັງໄວ້ໄນຄອກຂະໜາດພໍດີໂຕ ເພື່ອບໍ່ໄກ້ມັນຟິດມັນດີ້ນ ເວລາເຈາະນ້ຳບີມັນ ຄຶດພາບຊື່ໆກະຍັງສະຫຼົດໃຈແລ້ວ ຕ່າງປະເທດນິ ຖ້າພົບເຫດເຫດການທາລຸນແບບນີ້ ເຂົາທັງຈັບທັງປັບໃໝ ໝີຢູ່ລາວນັບມື້ນັບເຫຼືອໜ້ອຍລົງ ເວົ້າງ່າຍໆກະແມ່ນ ຄົນທີ່ເຮັດໄດ້ແມ່ນຈິດໃຈຕ່ຳກວ່າເດຍລະສານ ເພາະຄິດຖຶງແຕ່ເງິນ ວິທີຫາເງິນມີເປັນແສນວິທີ ແຕ່ເດຍລະສານພວກນີ້ພັດຫາເງິນໂດຍອາໃສຄວາມທໍລະມານຂອງສັດທີ່ບໍ່ມີຄວາມຜິດ ຖ່າຊິເຮັດແບບນີ້ ເອົາພວກຂາຍຢາບ້າມາເຈາະນ້ຳບີອອກຍັງຊິດີກວ່າ

ຄັນຊັ້ນບໍ່ຢາກໄຫຼນຳກັນບໍ?
ໄປນຳກັນມັນກະຊິມ່ວນໃດ໋ ຊິພາຮ້ອງເພັງ ພາກໃຕ້ແດນວິມານນຳອີກ ຫຼຶເພັງໃດກະໄດ້ ທີ່ມັນອາຈມີຂື້ນໃນສະຫມອງ ແນ່ນອນຄົງບໍ່ເຫງົາ..ແລະກະບໍ່ຕ້ອງຢ້ານແຂ້ຫຼືປາບຶກຊິມາກັດກົ້ນ ເພາະພວກນີ້ ພາກັນດັບສູນພັນໄປແລ້ວ!!
ເອົາກັນແຊວ ປານວ່າຍາມໄຫຼເຮຶອໄຟ ບຸນອອກພັນສາ ຫັ້ນ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lem ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ lem ຂຽນວ່າ...
ອືມ!!!!!! ເປັນຂ່າວທີ່ຫນ້າສົນ ວ່າແຕ່ ຂໍແຫລ່ງຂໍ້ມູນເພີ່ມເຕີມໄດ້ບໍນໍ້ ຢາກເຂົ້າໄປອ່ານຕື່ມອີກ.

ໄດ້ອ່ານແລ້ວກາຮູ້ສຶກຫົດຫູ່ໃນໃຈ ບໍ່ມີວິທີອື່ນເລີຍບໍນໍ້?
ແຕ່ກາຄືວ່ານັ້ນລະເນາະ ທີ່ວ່າມັນເປັນຢາດີນັ້ນ ຄືຊິຫນີບໍພົ້ນເລື່ອງເງິນອີກນັ້ນລະ (ຂອງດີຣາຄາແພງ)
ຖ້າຫາກວ່າເລື້ອງນີ້ເປັນເລື້ອງຈິງ ບໍ່ຮູ້ວ່າທາງເຈົ້ານາຍເພິ່ນຄິດອີ່ຫຍັງກັນຢູ່
ລອງຖາມໂຕເອງ ແລະ ກາຕອບເອງ ຄຳຕອບທີ່ໄດ້ກໍ່ວົນວຽນຢູ່ບ່ອນວ່າ ເພື່ອພັດທະນາບ້ານເມືອງ
ກາຖືກຢູ່ໃຫ້ນັກລົງທຶນຕ່າງປະເທດມາລົງທຶນ ເພື່ອພັດທະນາປະເທດຊາດບ້ານເມືອງໃຫ້ຈະເລີນ
ແຕ່ທາງດ້ານການປູກຝັງ ແລະ ລ້ຽງສັດນີ້ ຜູ້ຂ້າບໍເຫັນດີປານໃດ ເພາະນີ້ມັນແມ່ນອາຊີບຂອງຄົນລາວເຮົາຢູ່ແລ້ວ
ສືບທອດກັນປະຕິບັດມາແຕ່ປູ່ຍ່າຕາຍາຍພຸ້ນ ພັດຊິຍອມໃຫ້ຕ່າງປະເທດເຂົ້າມາສຳປະທານທີ່ດີນເພື່ອດຳເນີນກິດຈະການ
ແລະສຸດທ້າຍຄົນລາວເອງກໍ່ຕ້ອງໄປເປັນລູກຈ້າງຂອງເຂົາ.

ດ້ວຍຄວາມຮັກນັບຖື.

ສະບາຍດີ ແຫຼມ,,
ຫາເວລາແປບໍ່ມີ ກະລອງອ່ານເບິ່ງຕາມນີ້ເດິ ຫຼືວ່າມີ ວິທີແປແບບ ອັຕໂນມັດກະລອງແປເບິ່ງ.

http://www.telegraph.co.uk/news/worldnews/asia/laos/7950161/Inside-a-bear-bile-farm-in-Laos.html

ຂອບໃຈຫລາຍ
ກຳລັງພະຍາຍາມແປ ອິໆໆໆ
ເປັນຕາສົງສານຫມີເນາະ ຢູ່ຫວຽດນາມຍັງປະກາດຫ້າມເລີຍ ແຕ່ເປັນຫຍັງຢູ່ລາວຄືອະນຸຍາດໃຫ້ສ້າງໄດ້

ເປັນຄຳຖາມທີ່ຕອບຍາກທີ່ສຸດ ໃນວົງນີ້.
ຫຼາຍໆ ຢ່າງທີ່ຢູ່ບ່ອນອື່ນຖຶກຫ້າມແຕ່ຢູ່ບ້ານເຮົາເຮັດໄດ້ເສີຍ!!
ເຮົາມີກົດຫມາຍທີ່ຍາກແກ່ການເຂົ້າໃຈ.
ອີກຢ່າງກະເພາະເຂົາຫົວໄສ ແລະມີເຫດຜົນ``ກ້ອງໂຕະ``ດີກວ່າ. ອີກຢ່າງທາງການເຮົາກະຮູ້ເທົ່າບໍ່ເຖິງການກະມີ.
ຫຼື ວ່າ ມີແນວຕ້ອງຫ້າມແຕ່ໃນຣະບອບທີ່ ໃຜກະເປັນເຈົ້າຖິ່ນ ໃຫຍ່ສະເມິ.ແລະກະແຮງເງິນນີ້ແຫຼະມັນໂຕການ.
ເຊັ່ນຣັຖບານຫວຽດນາມຫ້າມການຕັດໄມ້ແລະປະຕິບັດກົດຫມາຍໃນບ້ານເຂົາ ແລະຕາມກົດຫມາຍນາໆຊາດ ແຕ່ ໂຮງງານເຮັດ ເຟີນິເຈິ ເອົາໄມ້ມາແຕ່ໃສ?
ພວກ EIA ( Environment Investigation Agency) ເຂົາໄປກວດແລະຖາມພວກ ໂຮງເຫຼື່ອຍ ຫວຽດນາມ ເຂົາກະວ່າໄດ້ໄມ້ມາແຕ່ລາວ!!
ຫັ້ນແຫຼະ ບັນຫານີ້ມັນກະເປັນແບບດຽວກັນ. ໃນບ້ານເຮົາ ວ່າ ຜູ່ໃດກະມີສິດເສຣີ ສະເມິກັນ ແຕ່ກະຍັງມີຜູ່ທີ່ ມີຄວາມສະເມິພາບກວ່ານັ້ນກະຍັງມີ.

ໃນຂະນະດຽວກັນ ປ່າໄມ້ໃບຫວຽດນາມ ຫນາແຫນ້ນຂື້ນ ສາມສີຫ້າ ຫາສີ່ສີບເປິເຊັນ ແຕ່ຢູ່ລາວ ຫຼຸດລົງ ສາມສີບຫ້າ ສີ່ສີບເປິເຊັນ!!
ໃນເວບຂອງອີໄອເອຫັ້ນ ໃນຍາມທີ່ມີການຫ້າມຂົນໄມ້ທ່ອນອອກຂາຍ ແຕ່ ໃນວີດີໄອຫັ້ນ ບາງມື້ ສີ່ສີບຄັນຣົຖ ຂົນຜ່ານດ່ານພາສີຢ່າງເປີດແປນ!!!ຫາກວ່າຫາມາເຫັນຄືນຈະສົ່ງລີ້ງມາໃຫ້ເບິ່ງນຳກັນ ບໍ່ແມ່ນ ເປົ່າຂ່າວເດິ..ມັນເຈັບໃຈແທ້ໆ
ຄັກບໍ?
ກະຍ້ອນສຳພັນອັນພິເສດ ທີ່ເປັນປານອ້ານນ້ອງ ທີ່ຍາມໃດ ອ້າຍກະກິນຫົວນ້ອງຢູ່ບໍ່ແລ້ວ!
ຢາກໃຫ້ພາກັນຕື່ນຈາກຝັນອັນອັມມະຕະນີ້ແທ້!!
ແປແລ້ວກະເອົາມາໃຫ້ຫມູ່ອ່ານນຳກັນກະດີ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ສະບາຍດີ ໂຢຮັນ,

ເປັນໃດ ລາວ ກຣາຟິກກະກ້າວຫນ້າດີຢູ່ບໍ?
ເອົາມາຝາກແນ່ຈັກອັນ ເປັນການໄຫວ້ອາໄລນຳດວງວິນຍານຂອງໜີ ທີ່ມີອາຍຸສັ້ນທີ່ສຸດກະໃນຟາມລ້ຽງນີ້ແຫຼະ. ທຳມະດາໜີທີ່ຢູ່ແບບທຳມະຊາດສາມາດມີຊີວີດຢູ່ໄດ້ ຕັ້ງສີ່ສີບປີ ສ່ວນມາກຢູ່ໃນຄອກແບບນີ້ ຢ່າງຫຼາຍກະສີ່ຫ້າປີ..
ແສນທຸກທໍຣະມານທັງ ເຈັບທັງຢ້ານກົວ...
ຫຼາຍຄົນວ່າສັດບໍ່ມີຄວາມຮູ້ສຶກ!!
ຄົນຫັ້ນລະ ບໍ່ມີຄວາມຮູ້ສຶກມາກກວ່າ.
ສັດມັນບໍ່ຄີດດອກວ່າຈະທໍຣະມານສັດນຳກັນເພຶ່ອຄວາມມ່ວນຊື່ນ!!
ມັນຂ້າຟັນກັນເພື່ອເປັນອາຫານ ຕາມສັນຊາດຍານຂອງມັນ..
ສ່ວນຄົນທີ່ຖືຕົນວ່າ ສັດທີ່ສະຫຼາດ...ແລ້ວ ມີພຶດຕິກັມທີ່ຕ່ຳກວ່າສັດຕັ້ງຮ້ອຍເທົ່າ!!
ບໍ່ຮູ້ວ່າຜູ່ນຳຂອງເຮົາກະມີຄວາມຮູ້ສຶກຫຼືຮູ້ກ່ຽວກັບການທໍຣະມານຂອງສັດເຫຼົ່ານີ້ຫຼືບໍ່?
ເປັນທີ່ຫນ້າ ອານາດໃຈຍາມຄີດເຫັນພາບແບບນີ້ ທີ່ເກີດມີໃນບ້ານເຮົາ..
ຂອບໃຈເດິທີ່ມາຮ່ວມ ປະກອບຄຳເຫັນນຳກັນ.

ສະບາຍດີລູງເທົາ ສະບາຍດີບໍ່ລູງ? ກະຕາມທີ່ລົມກັນ ເລື້ອງນີ້ ຄັນຊິເວົ້າແບບໂດຍລວມ ຖືວ່າເປັນການຜິດກົດໝາຍເລີຍໃດ ເພາະເປັນການທຳລາຍສົມມະດຸນຂອງທຳມະຊາດ ບໍ່ຕ່າງຫຍັງກັບການຄ້າມະນຸດ ລອງຄຶດພາບວ່າ ໂຮງງານອຸດສາຫະກຳຜລິດນ້ຳບີໝີ ມີໝີຈຳນວນແສນກວ່າໂຕ ແຕ່ລະໂຕຖືກຂັງໄວ້ໄນຄອກຂະໜາດພໍດີໂຕ ເພື່ອບໍ່ໄກ້ມັນຟິດມັນດີ້ນ ເວລາເຈາະນ້ຳບີມັນ ຄຶດພາບຊື່ໆກະຍັງສະຫຼົດໃຈແລ້ວ ຕ່າງປະເທດນິ ຖ້າພົບເຫດເຫດການທາລຸນແບບນີ້ ເຂົາທັງຈັບທັງປັບໃໝ ໝີຢູ່ລາວນັບມື້ນັບເຫຼືອໜ້ອຍລົງ ເວົ້າງ່າຍໆກະແມ່ນ ຄົນທີ່ເຮັດໄດ້ແມ່ນຈິດໃຈຕ່ຳກວ່າເດຍລະສານ ເພາະຄິດຖຶງແຕ່ເງິນ ວິທີຫາເງິນມີເປັນແສນວິທີ ແຕ່ເດຍລະສານພວກນີ້ພັດຫາເງິນໂດຍອາໃສຄວາມທໍລະມານຂອງສັດທີ່ບໍ່ມີຄວາມຜິດ ຖ່າຊິເຮັດແບບນີ້ ເອົາພວກຂາຍຢາບ້າມາເຈາະນ້ຳບີອອກຍັງຊິດີກວ່າ

ສະບາຍດີ ຫຼານ ໂຢຮັນ,

ກະແມ່ນຫັ້ນລະແຕ່ບ້ານເຮົາ ອາຈມີກົດຫມາຍຫ້າມຄືກັນ ຕາມຫຼັກການຂອງສະມາຊິກ ຂອງສະຫາປະຊາຊາດ ຕ້ອງໄດ້ຮັບຮູ້ ເຖິງກົດຫມາຍໃນສິດທິຂອງມະນຸດ ຂອງສັດ ແຕ່ ເຊັນໄວ້ ແຕ່ໃນພາກປະຕິບັດ ປະໄວ້ກ່ອນ!!
ຢູ່ໃນຣາຍການຢູ່ ດິສກາເວິຣີ ຫັ້ນ ເຂົາລົງໂທດແມ້ກະທັ້ງເຈົ້າຂອງສັດທີ່ກັກຂັງມັນ ແບບບໍ່ປ່ອຍໃຫ້ໄປແລ່ນຫຼີນ, ບໍ່ເອົານ້ຳເອົາອາຫານໃຫ້ກິນ, ຫຼືປ່ອຍປະລະເລີຍແບບບໍ່ເອົາໃຈໃສ່.
ແຕ່ຕົ້ນໆໄດ້ອ່ານຂ່າວໃນພັນລາວທີ່ຢູ່ແຖວທາດຫຼວງທີ່ວ່າຂ້າຫມາ ດ້ວຍການເຜົາທັງເປັນ...ຈົນວ່າພາໃຫ້ໄຟໄຫມ້ຫ້ອງແຖວ..
ໄດ້ອອກຄຳເຫັນວ່າສົມນ້ຳຫນ້າ!!
ແຕ່ໃນທີ່ນີ້ ຢາກຖາມຄົນລາວເຮົານຳກັນວ່າ ມີຫົວໃຈກະດ້າງໄປຫມົດແລ້ວຊັ້ນເບາະຈຶ່ງກາຍມາເປັນຄົນທີ່ໃຫ້ມີສະພາບການຈັ່ງຊີ້?
ກະຄົງເປັຈັ່ງຊັ້ນເພາະ ຕອນຫນຶ່ງທີ່ກັບມາບ້ານ ໄດ້ເຫັນຮົ້ວກັ້ນຣະຫວ່າງ ບ້ານປ້າກັບບ້ານແມ່ ຈຶ່ງໄດ້ຖາມໄປວ່າ ເປັນຫຍັງຈຶ່ງມີຮົ້ວກັ້ນແບບນີ້ ແມ່ຕອບວ່າ ກະລູງເພິ່ນຫາກເຮັດເດ!!
ຍາມນັ້ນມີຄວາມຄີດຂື້ນມາວ່າ:``ແມ່ນແຕ່ຍາດຕິພີ່ນ້ອງກະຍັງຕ້ອງຫມາງເຫມິນກັນ
ສ້າງຮົ້ວກັ້ນແບ່ງປັນສັດທາ....``
ຫາກຄົນລາວເຮົາບໍ່ເຫັນວ່າສິ່ງແລະການກະທຳແບບນີ້ ເປັນການກະທຳທີ່ບໍ່ມີສີນທຳປະຈຳໃຈແລ້ວ ເຮົາກະກຳລັງຈະກາຍເປັນຄົນທີ່ໄຮ້ ມະນຸສຍະທຳໃນໃຈ..
ຈຶ່ງ
ຫາກຈະຖຶກເອົາໄປໄຫຼເຕົ້າກະຍັງຍອມ!!
ຂໍຢ່າງດຽວ ໃຫ້ຄົນລາວເຮົາສຳນຶກວ່າ
ເງິນນັ້ນສຳຄັນແຕ່ວ່າໃຫ້ເຫັນຄວາມເປັນມະນຸດຊາດຂອງຕົນຫັ້ນສຳຄັນກວ່າກໍຈະດີ.
ວ່າບໍ?

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລູງເທົາຕາມຄວາມຄິດຫຼານຄິດວ່າ ສິ່ງທີ່ເຂົາເຮັດມາຕ່າງໆນານານິ ເຂົາຄິດໄດ້ 2 ຢ່າງລູງ ຢ່າງທີ 1 ແມ່ນເຮັດເພື່ອເງິນ ຢ່າງທີ 2 ແມ່ນເຮັດເພື່ອໂຕເອງ ບຸກຄົນທີ່ຄຶດໄດ້ແຕ່ 2ຢ່າງນີ້ ແມ່ນບຸກຄົນທີ່ເສຍທາດຂາດຄຸນໃຊ້ການບໍ່ໄດ້ເດັດຂາດ ບໍ່ແມ່ນວ່າຊິຢູ່ໃນຕຳແໜ່ງໃດໍກໍ່ຈະເຮັດໄຫ້ເກີດແຕ່ຄວາມເສື່ອມເສຍຫຼົ້ມຈົມໃນບ່ອນນັ້ນ ຕຳແໜ່ງນ້ອຍກະເສື່ອມເສຍນ້ອຍ ຕຳແນ່ງໃຫຍ່ກະເສື່ອມເສຍຫຼາຍ ແບບນີ້ຖ້າໄດ້ສ່ອງແສງຫຼືເຮັດໃບສຳຫຼວດຕົນເອງປະຈຳປີແມ່ນໄດ້ຄະແນນ1-4 ເສຍທາດຂາດຄຸນໃຊ້ການບໍ່ໄດ້ແທ້ໆ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ລູງເທົາຕາມຄວາມຄິດຫຼານຄິດວ່າ ສິ່ງທີ່ເຂົາເຮັດມາຕ່າງໆນານານິ ເຂົາຄິດໄດ້ 2 ຢ່າງລູງ ຢ່າງທີ 1 ແມ່ນເຮັດເພື່ອເງິນ ຢ່າງທີ 2 ແມ່ນເຮັດເພື່ອໂຕເອງ ບຸກຄົນທີ່ຄຶດໄດ້ແຕ່ 2ຢ່າງນີ້ ແມ່ນບຸກຄົນທີ່ເສຍທາດຂາດຄຸນໃຊ້ການບໍ່ໄດ້ເດັດຂາດ ບໍ່ແມ່ນວ່າຊິຢູ່ໃນຕຳແໜ່ງໃດໍກໍ່ຈະເຮັດໄຫ້ເກີດແຕ່ຄວາມເສື່ອມເສຍຫຼົ້ມຈົມໃນບ່ອນນັ້ນ ຕຳແໜ່ງນ້ອຍກະເສື່ອມເສຍນ້ອຍ ຕຳແນ່ງໃຫຍ່ກະເສື່ອມເສຍຫຼາຍ ແບບນີ້ຖ້າໄດ້ສ່ອງແສງຫຼືເຮັດໃບສຳຫຼວດຕົນເອງປະຈຳປີແມ່ນໄດ້ຄະແນນ1-4 ເສຍທາດຂາດຄຸນໃຊ້ການບໍ່ໄດ້ແທ້ໆ

ຣະບົບການສ່ອງແສງນີ້ ເຄີຍປະສົບມາຄາວເປັນນັກສຶກສາ...ເອົາແບບຢ່າງມາຈາກຈີນ, ຫວຽດນາມ..ເຫັນນັກສຶກສາຂອງເຂົາເຈົ້າກະມີແບບນີ້..
ທຳອິດຕອນທີ່ບໍ່ເຂົ້າໃຈໃນຄວາມຫມາຍຂອງສິດທິມະນຸດກະພໍໄປນຳໄດ້ ແຕ່ນານໄປ ຄວາມຄິດແບບນີ້ ເປັນສິ່ງທີ່ລ່ວງເກີນຄວາມມີສິດສ່ວນຕົວ...
ອາຈເຂົ້າໃຈຍາກ ແຕ່ກະບໍ່ເຖິງຂັ້ນວ່າຕ້ອງເອົາເປັນເອົາຕາຍ..
ດັ່ງນັ້ນລູງຈຶ່ງໄດ້ຍຶ່ນຈົດຫມາຍເປິດຊອງຂໍອອກຈາກອົງການ ຊາວຫນຸ່ມລາວ...ດ້ວຍເຫດຜົນສ່ວນໂຕ..
ສິດທິມະນຸດ ຢ່າງນ້ອຍກະໃຫ້ມີອັນໃດອັນຫນຶ່ງເປັນຄວາມລັບສຳຫຼັບຜູ່ກ່ຽວພຽງລຳພັງທີ່ຜູ່ອື່ນບໍ່ມີສິດລ່ວງລ້ຳເຂົ້າໄປໄດ້..
ແມ່ນຈະເປັນທາງຄວາມຄິດຫຼືສິດສ່ວນໂຕທີ່ຫາກບໍ່ມີຫມາຍເກາະບັງຄັບ ດັ່ງໃນ ຫນັງ ອະເມຣິກາຫັ້ນແລ້ວແມ່ນວ່າ ລ່ວງລ້ຳອະທິປະໄຕນີ້ບໍ່ໄດ້ເດັດຂາດ.
ແຕ່ໃນກໍຣະນີຂອງພວກເຮົານີ້ ແມ່ນໜີທີ່ ..ບໍ່ມີປາກສຽງແລ້ວ ຍັງຮຽກຮ້ອງສິດຂອງໂຕເອັງນຳບໍ່ໄດ້.
``ເຮົາ`` ຜູ່ເປັນຄົນທີ່ເອີ້ນຕົນວ່າເປັນສັດປະເສີດ ສົມຄວນ ໃຫ້ສິດແກ່ຜູ່ທີ່ອ່ອນແອ ບໍ່ສາມາດປ້ອງກັນໂຕເອັງໄດ້ ຍາມນັ້ນ ເຮົາຈຶ່ງສົມຄວນເອີ້ນເຮົາເອັງວ່າແມ່ນສັດປະເສິດ.
ຍາມນີ້ ຄົນຜູ່ເຫັນແກ່ແຕ່ໄດ້ຢ່າງດຽວ ບໍ່ຫຼຽວເຫັນຄວາມ ເຈັບແສບ, ຄວາມທຸກທໍຣະມານຂອງຜູ່ອື່ນ ເພດພັນອື່ນ ບໍ່ອາຈເປັນສັດທີ່ປະເສິດໄດ້.
ນີ້ແຫຼະຄືປົມດ້ອຍຂອງຣະບອບທີ່ພາໃຫ້ຄົນກາຍເປັນສັດທີ່ຂາດຄວາມຮູ້ສຶກ ກາຍເປັນຄົນທີ່ມີໃຈກະດ້າງບໍ່ສົມເປັນ ພຸທນິກະຊົນນຳອີກ..
ໃນບົດຫນຶ່ງຂອງຄຳສອນຂອງພະພຸທເຈົ້າທີ່ລູງພາກພູມໃຈທີ່ໄດ້ເກີດໃນຄອບຄົວພໍ່ແມ່ທີ່ເປັນຊາວພຸທ ກະຄືວ່າ ເຮົາຊາວພຸທ ມີຈິດໃຈ ທີ່ອ່ອນໂຍນ ແລະຮູ້ສຶກອ່ອນໄຫວຕໍ່ຄວາມທຸກທໍຣະມານຂອງຜູ່ອື່ນ ຫຼືຂອງສັດສາວາສິ່ງທີ່ຢູ່ອ້ອມຂ້າງພວກເຮົາ.
ແຕ່ຫາກຫຼາຍຄົນຫາກຂາດສິ່ງນີ້ລົງໄປ ຄວາມເປັນຄົນຂອງເຂົາອາຈມີພຽບພ້ອມດ້ວຍລາບຍົດເງິນຕຣາ ແຕ່ ຄວາມເປັນຄົນຂອງເຂົານັ້ນແສນ ດ້ອຍຄ່າ,,
ຫາກເພຶ່ອນມີດຂອງໄທເຮົາຫາກແນມບໍ່ເຫັນຄືເຮົາເຫັນກະບໍ່ໂທດເຂົາໄດ້ ເພາະສັງຄົມທຸກມື້ນີ້ມັນເປັນໄປແບບນີ້..
ບໍ່ແມ່ນເປັນແນວທາງມາແຕ່ ສ່ວນຫນຶ່ງກະເປັນຈຸດຫມາຍທີ່ ບໍ່ອາຈຄາດຫມາຍເອົາໄວ້ໄດ້ ເພາະຄວາມຮອບຮູ້ເທົ້າບໍ່ເຖິງການ..
ຄົນລາວເຮົານ້ອຍຄົນທີ່ຄີດໄປໄດ້ດັ່ງຊາວຕະເວັນຕົກ ແມ່ນແຕ່ຄົນທີ່ເກີດໄດ້ໃຫຍ່ມານຳສັງຄົມນັ້ນ,
ແລ້ວ ບັນດາທ່ານຜູ່ໃຫຍ່ນາຍໂຕທີ່ນຳເອົາກົດຫມາຍແລະການເມຶອງທີ່ມາຈາກແນວຄິດແບບອື່ນມາໃຊ້ໃນບ້ານເຮົາກະຍັງບໍ່ຮູ້ຢ່າງເຖິງແກ່ນແທ້ຂອງແນວຄີດນັ້ນ ກະຍັງບືນໃຊ້ຕໍ່ໄປທັງໆທີ່ຮູ້ວ່າມັນເຂົ້າກັບນິສັຍໃຈຄໍຂອງຄົນລາວບໍ່ໄດ້.
ຈະສຶກສາມາປານໃດກະແນ່ນອນບໍ່ເຂົ້າໃຈໄດ້ເຖິງແກ່ນຄວາມຄີດນັ້ນດອກ.
ຫາກວ່າທຸກສິ່ງຢ່າງມັນແຈ້ງຂາວດັ່ງເພິ່ນວ່າຫັ້ນເປັນຫຍັງບັນດາປະເທດສັງຄົມນິຍົມແຕ່ກ່ອນຈຶ່ງພາກັນ ປະລະຖີ້ມແນວຄິດນີ້ໄປ...
ແລ້ວເບິ່ງແມ ດຽວນີ້ ປະເທດໃດກະກ້າວໄປຢ່າງເຫັນໄດ້. ແມ່ນແຕ່ປະເທດ ຣູມານີ !
ແລ້ວບັນດາປະເທດທີ່ຍັງຢູ່ໃນຖັນແຖວຣະບອບນີ້ ນັບແຕ່ລາວເຮົາ ຫາ ຄິວບາ ຢູ່ໃນຂັ້ນໃດ?
ເວົ້າເກິນຂອບ ໄປແລ້ວ
ອິຕົນໜີແທ້ໆ ຫາກວ່າມີເວດມົນທີ່ສັກສິດແລ້ວແມ່ນວ່າຊິ ເນຣະມິດໃຫ້ ໜີຫັ້ນມາເຈາະເອົາບີ ຂອງເຈົ້າຂອງຟາມຫັ້ນມາແທນບີໜີ..
ແລ້ວກໍຈະກາຍເປັນ
``ໜີດຳລ້າງແຄ້ນ``. ໄດ້ຢ່າງສົມໃຈ!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ໃນເຂດແຂວງວຽງຈັນກະມີຟາມລ້ຽງໜີເພຶ່ອເຈາະເອົາບີນີ້ ເປັນຫົກເຈັດແຫ່ງ!!
ຫາກວ່າໃຜມີໂອກາດກະໄປຫາເບິ່ງແນ່ຕິ ແຕ່ຕ້ອງເຝົ້າເບິ່ງຕອນເຂົາເຈາະເອົາບີ ອອກ ຫັ້ນແທ້ໆ!
ບາງທີ່ມັນອາຈພາໃຫ້ປ່ຽນໃຈໃນການຕິຕໍ່ວ່າ ຜູ່ເປັນເຈົ້າຂອງກະທູ້ນີ້
ທີ່ບັງອາດເອົາມາຂຽນມາເວົ້າແບບນີ້.
ຫາກອັນໃດມັນບໍ່ເປັນທຳແລ້ວ ໄດ້ປະຕິຍານຕໍ່ໂຕເອັງແລ້ວວ່າຈະຕ້ອງຕິໃຫ້ມີສຽງດັງເຄັ້ງໆ ປານກອງແຕກ ຫັ້ນລະ.
ແຖວເຊກອງ, ແຖວສວັນນະເຂດ...ມີ ຄືກັນ.
ພີ່ນ້ອງເອີຍ ບໍ່ແມ່ນອິດສາໃຜດອກທີ່ມີທຸຣະກິດແບບນີ້, ທີ່ເວົ້າມາ ກະຍ້ອນວ່າ ມັນມີການບໍ່ເປັນທຳແກ່ສັດເຫຼົ່ານັ້ນ,
ທີ່ປ້ອງກັນໂຕເອັງບໍ່ໄດ້ ອຸທອນໃຜກະບໍ່ເປັນ, ຂຽນຄຳຮ້ອງເອັງກະບໍ່ເປັນ ມັນຍັງປາກສຽງຄົນບໍ່ທັນເປັນ ອີກ
ຈັ່ງແມ່ນໂຊກຮ້າຍ ໄດ້ເກີດມາເປັນໜີ ໃນອາຊີ..
ແຕ່ມັນກະມີຈິດໃຈຄືຄົນເຮົາໃດ໋ທ່ານ ຮູ້ບໍ!
ຄວາມເຈັບປວດທີ່ມັນໄດ້ຮັບ ເຫຼຶອຄະນາ...ກວ່າແຜ່ນດິນນີ້ຈະຮູ້ ..
ກວ່າມວນມະນຸດຈະຮູ້...
ຫາກວ່າວັນໝຶ່ງເກີດມີ ການຈັບເອົາຄົນມາຂ້າເປັນອາຫານ ຫຼື ເອົາບີ ເພຶ່ອວ່າຈະໃຫ້
ຜູ່ຮັ່ງຜູ່ມີໄດ້ເອົາມາໃຊ້ໃນຍາມເຖົ້າແກ່ທີ່ຢາກມີເຮຶ່ອ ມີແຮງໄປແບກສາວນ້ອຍ!! ກະມີການລັກເອົາລູກຜູ່ທຸກຜ່ຍາກໄປຂັງເພຶ່ອຈະໄດ້ເຈາະເອົາບີໄປໃຫ້ ເຖົ້າຫົວງູທັງຫຼາຍນັ້ນ ແລ້ວເຈົ້າອາຈບໍ່ຄິດຫຍັງ ຈົນຮອດວັນທີ່ເຈົ້າຍັງບໍ່ຕົກຢູ່ໃນກໍຣະນີທີ່ເຂົາລັກເອົາລູກ, ຫຼານ ຫຼຶ ເຫຼັນເຈົ້າໄປ...
ຫາກໜີນັ້ນມີຄວາມສາມາດສ່ຳຄົນເຮົາ ມັນກະຄືຊິສູ້ຈົນວ່າຂາດໃຈ..
ຫຼືວ່າຫາກຄົນເປັນສຸພາບບຸຣຸດທີ່ແທ້ຈິງ ສູ້ກັນດ້ວຍ ມື ແລະພິກໄຫວຂອງໂຕເອັງໂດຍບໍ່ໃຊ້ອາວູດຍຸດໂທປະກອນແລ້ວ, ຈ້າງ ກະບໍ່ມີທາງສູ້ໜີໄດ້!

ເຈົ້າອາຈເຄີຍໄດ້ງິນຄຳບອກເຫຼົ່າກ່ຽວກັບຄວາມຮັກຂອງສັດທີ່ມີຕໍ່ລູກເຕົ້າຂອງມັນມາແລ້ວແນ່ນອນ.
ມີມະນຸດອຳມະຫິດ ຜູ່ໝຶ່ງ ຢາກ ທຳລາຍ ງູ ຈົງອາງ ໄປຈອບໄປສີ້ງຊອມເບິ່ງຮັງຂອງງູທຸກມື້ທຸກວັນ...
ຕົກມາມື້ໝຶ່ງງູບໍ່ຢູ່ ກະໄປລັກເອົາໄຂ່ຂອງມັນມາ ແລ້ວຄ້າງໜໍ້ຂາງໃຫຍ່ຂື້ນ ແລະຕົ້ມນ້ຳໃຫ້ຟົດ
ແລ້ວເອົາໄຂ່ງູຫັ້ນຖີ້ມໃສ່ໜໍ້ ແມ່ງູ ຕາມຫາມາເຫັນ ມັນກະໂດດເຂົ້າໜໍ້ຂາງຫວັງທີ່ຈະເອົາໄຂ່ຂອງຕົນ ແຕ່ ນ້ຳຟົດຢູ່ມັນຮ້ອນ ແລະແມ່ງູຫັ້ນກະຕາຍນຳກັນກັບລູກທີ່ຍັງບໍ່ທັນເກີດ...

ຄວາມຮັກຂອງສັດທີ່ມີຕໍ່ລູກມັນກະເຫັນໄດ້ ໃນຫຼາຍໆບ່ອນ.
ແມ່ຊ້າງທີ່ເຝົ້າສົບຂອງລູກ,
ແມ່ລິງທີ່ອູ້ມລູກນ້ອຍທີ່ຕາຍໄປແລ້ວຈົນວ່າເໝົ່າເປຶ່ອຍ...
ບໍ່ແມ່ນຍ້ອນຄວາມໂງ່ຂອງສັດເຫຼົ່ານັ້ນ ແຕ່ ນັ້ນມັນກະແມ່ນຄວາມຮັກທີ່ມັນມີຕໍ່ລູກ..

ເຮົາ ຜູ່ທີ່ເອີ້ນຕົນເອັງວ່າເປັນສັດປະເສີດ ເປັນຫຍັງຈຶ່ງເຫັນແກ່ແຕ່ໂຕແທ້ໆ.
ບາງຄົນອອກລູກມາຍັງເອົາໄປໄຫຼເຕົ້າກະມີ!!!
ຫຼືບໍ່ຮັບຮູ້ເອົາໄປ ຖີ້ມໃນກະຕ່າຂີ້ເຫຍຶ່ອ ກະມີມາ!!!
ນີ້ລະ ນໍຄົນ.

ຂຽນມາເພຶ່ອຂໍຄວາມເປັນທຳແກ່ ໜີດຳ ທີ່ຍັງທໍຣະມານແລະເຈັບແສບ ດ້ວຍນ້ຳມື ຂອງຄົນ.

``ຄົນ ເກີດ ເປັນມະນຸດ ເພິ່ນວ່າຄົນ
.....
ຄົນ ຢູ່ໃນປ່າຊ້າ ແມ່ນເສດຄົນ....
ຄົນ ຄົນ ຄົນ ຫຼີກຕາຍບໍ່ ພົ້ນ ໄດ້ຈັກຄົນ``

ຈົບລົງດ້ວຍສຽງແບບນີ້ ເພຶ່ອເປັນການໄຫວ້ອາໄລເຖິງວິນຍານຂອງຄວາມເປັນຄົນ ຂອງບາງຄົນ.

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີ້...ອະນິຈັງ. ຈັ່ງຊີ້ລະຊີວິດນະ ປາໃຫຍ່ກິນປານ້ອຍ.
ມີແຕ່ໄດ້ໄຫວ້ອາໄລແກ່ຄວາມເປັນຄົນທີ່ເຮັດແນວນີ້ ຈົ່ງໄປລົງໝໍ້ນະຮົກຢ່າງມີຄວາມສຸກເດີ້ ສາທຸ

ຄິດດີ ເວົ້າດີ ເຮັດດີ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ເຫີ້...ອະນິຈັງ. ຈັ່ງຊີ້ລະຊີວິດນະ ປາໃຫຍ່ກິນປານ້ອຍ.
ມີແຕ່ໄດ້ໄຫວ້ອາໄລແກ່ຄວາມເປັນຄົນທີ່ເຮັດແນວນີ້ ຈົ່ງໄປລົງໝໍ້ນະຮົກຢ່າງມີຄວາມສຸກເດີ້ ສາທຸ

`` ເງິນ ເປັນພະເຈົ້າ ມະນຸດທັງຫຼາຍ...``

ເຮົາສົມຄວນມີໂຄງການບອກສອນປະຊາຊົນໄດ້ຮູ້ເຖິງຄວາມສຳຄັນ ແລະບົດບາດຂອງສັດ ແລະສິ່ງແວດລ້ອມ ໃນສັງຄົມມະນຸດໃຫ້ກວ້າງຂວງອອກໄປແລະຫຼາຍຂື້ນ ກ່ອນທີ່ເຮົາຈະກາຍເປັນຄົນທີ່ເຫັນແກ່ແຕ່ໂຕ ຕລອດໄປ..
ແລະເພື່ອວ່າໃນວັນຫນຶ່ງຈະບໍ່ໄດ້ມີຄວາມເສັຍໃຈທີ່ໃນປະເທດເຮົາບໍ່ມີໜີມີໜາ ບໍ່ມີເສຶອ ບໍ່ມີຊ້າງ ເພາະພາກັນເອົາໄປຂາຍອອກຕ່າງປະເທດໄປໜົດ..
ກ່ອນທີ່ຫ້ວຍນ້ຳລຳທານເຮົາຈະກາຍເປັນແຕ່ອ່າງເກັບນ້ຳ, ປູປານານ້ຳທີ່ຈະຍັງໄດ້ເຫັນພຽງໃນຮູບ ພາບ ແລະໃນການບອກເຫຼົ່າກັນ...
ເພຶ່ອວ່າຈະບໍ່ໃຫ້ປ່າດົງພົງໄພຈະກັບກາຍເປັນພຽງປ່າຢາງພາລາໄປໜົດ!!
ໜີມັນຜິດຈັ່ງໃດທີ່ເກີດມາ?
ຜິດຕອນພາກັນມາເກີດໃນເຂດທີ່ຄົນຍັງຫິວຫອດ ແລະເຫັນແກ່ໂຕຢ່າງດຽວ ແລະມາເກີດໃນ ບ່ອນທຸກບ່ອນຍາກ!!
ແຕ່ທີ່ແນ່ນອນແທ້ຫັ້ນມັນກະບໍ່ຜິດຕາມກົດເກນຂອງທຳມະຊາດ ມັນເກີດມາຕາມເງຶ່ອນໄຂຂອງທຳມະຊາດ...
ແຕ່ມັນມາເກີດບ່ອນຄົນທີ່ ມີອຸປນິສັຍຄືກັນໃນຂັ້ນດ%ກັບມັນ ບໍ່ສົມວ່າເປັນສັດປະເສີດ ຄື ເອີ້ນກັນມາ
ມະນຸດຕາຂາວ ເຫັນແກ່ແຕ່ໄດ້!!

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີ້ ອ້າຍເອີຍ.. ແບບວ່າ ສັນດານຂອງຄົນມັນກະຄືກັບສັດຫັ້ນລະ ຂົ່ມເຫັ່ງສັດນ້ອຍກວ່າ ໃຊ້ອຳນາດບບາດໃຫຍ່ໄປໃນທາງທີ່ບໍ່ຄວນ. ເຂົາໄດ້ດີແຕ່ເຂົາ ເຂົາບໍ່ສົນຄົນອື່ນ, ຄົນພວກນີ້ນິ ບໍ່ແມ່ນວ່າພໍ່ແມ່ບໍ່ສັ່ງສອນ ເຂົາຫາກບໍ່ມີມະນຸດສະທຳ ບໍ່ຮູ້ຄຸນຄ່າຂອງຄົນອື່ນ ສິ່ງທີ່ມີຊີວິດອື່ນໆ. ເຂົາເປັນພຽງແຕ່ສັດທີ່ມີຮ່າງເປັນຄົນ ທັງຜູ້ທີ່ອະນຸຍາດໃຫ້ເຮັດຢູ່ໃນລາວເອງແດ່ ທັງຜູ້ປະກອບການເອງແດ່ ຊ່ຳກັນ; ເຂົາເຈົ້າໄດ້ເງິນເຂົ້າຖົງເຂົາລະເປັນພໍ ຢ່າວ່າແຕ່ໝີເລີຍ ແມ້ແຕ່ຄົນກັນເອງ ເຂົາກະຍັງບໍ່ປານີ ຂູດເລືອດຂູດເນື້ອ ເອົາວ່າຊັ້ນ. ເວົ້າໄປລະໝຶນ.

ຄິດດີ ເວົ້າດີ ເຮັດດີ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ເຫີ້ ອ້າຍເອີຍ.. ແບບວ່າ ສັນດານຂອງຄົນມັນກະຄືກັບສັດຫັ້ນລະ ຂົ່ມເຫັ່ງສັດນ້ອຍກວ່າ ໃຊ້ອຳນາດບບາດໃຫຍ່ໄປໃນທາງທີ່ບໍ່ຄວນ. ເຂົາໄດ້ດີແຕ່ເຂົາ ເຂົາບໍ່ສົນຄົນອື່ນ, ຄົນພວກນີ້ນິ ບໍ່ແມ່ນວ່າພໍ່ແມ່ບໍ່ສັ່ງສອນ ເຂົາຫາກບໍ່ມີມະນຸດສະທຳ ບໍ່ຮູ້ຄຸນຄ່າຂອງຄົນອື່ນ ສິ່ງທີ່ມີຊີວິດອື່ນໆ. ເຂົາເປັນພຽງແຕ່ສັດທີ່ມີຮ່າງເປັນຄົນ ທັງຜູ້ທີ່ອະນຸຍາດໃຫ້ເຮັດຢູ່ໃນລາວເອງແດ່ ທັງຜູ້ປະກອບການເອງແດ່ ຊ່ຳກັນ; ເຂົາເຈົ້າໄດ້ເງິນເຂົ້າຖົງເຂົາລະເປັນພໍ ຢ່າວ່າແຕ່ໝີເລີຍ ແມ້ແຕ່ຄົນກັນເອງ ເຂົາກະຍັງບໍ່ປານີ ຂູດເລືອດຂູດເນື້ອ ເອົາວ່າຊັ້ນ. ເວົ້າໄປລະໝຶນ.

ກະແມ່ນຄວາມ..
ຂ່າວທີ່ອອກມາເລື້ອຍໆວ່າສາວລາວຖຶກຕົ້ມໃຫ້ໄປນັ້ນນີ້ ມັນກະແມ່ນນ້ຳມືຂອງຄົນຄືກັນນໍ...
ໄດ້ແຕ່ອິຕົນບຸກຄົນທີ່ເກີດມາທຸກຍາກ, ຂາດຄວາມເປັນທຳໃນສັງຄົມ..
ເວົ້າມັນກະເຈັບໃຈທີ່ເກີດມາໃນຂົງເຂດທຸກຍາກ, ຂາດຄວາມມີສິດເສຣີທີ່ແທ້ຈິງ..
ທີ່ຜູ່ນຳປະເທດ ພະຍາຍາມສ້າງຄວາມປອດໄພ, ສ້າງຄວາມກ້າວໝ້າໃຫ້ແກ່ສັງຄົມ..ສ້າງຄວາມເປັນຄົນໃຫ້ມີຄວາມພາກພູມໃຈໃນສິດທິທີ່ຕົນຄວນມີ ດັ່ງໃນກົດໜາຍຣັຖທັມມະນູນ...
ຫາກວ່າໃຜ...ຜູ່ໃດທີ່ມີຄວາມຮູ້ຄວາມສາມາດ ບໍ່ເຫັນຄ່າຂອງຜູ່ທີ່ດ້ອຍໄປທຸກຢ່າງ ເປັນຜູ່ທີ່ຄວນຊົດຊ່ອຍ ຊ້ຳພາກັນກອບໂກຍຄວາມຕ່ຳຕ້ອຍດ້ອຍປັນຍາຂອງເຂົາເຈົ້າມາເປັນມູນມັງໃນການສ້າງຄວາມຮັ່ງມີແກ່ໂຕເອັງ...
ຍາມນັ້ນຄວາມເປັນມະນຸດຂອງໃຜຜູ່ນັ້ນກະເວົ້າໄດ້ວ່າ ແສນດ່າງພ້ອຍ, ເປິະເປື້ອນດ້ວຍຄວາມໂລບມາກໂລພາ...ຕັນຫາໝ້າມຶດ..ຈົນກາຍມາເປັນ
ແບບວ່າ ເສັ້ນຜົມ ບັງພູເຂົາ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຟັງຂ່າວມື້ວານນີ້ ມີຢູວ່າ ຟາມລ້ຽງໜີນີ້ສ່ວນຫຼາຍເປັນຂອງຊາວຫວຽດນາມ!!
ແທບທັງໜົດ..
ຣັຖບານຫວຽດນາມຫ້າມການຕັ້ງສວນສັດແບບນີ້ໃນປະເທດຂອງຕົນ ແຕ່ເຫດໃດຢູ່ບ້ານເຮົາຈຶ່ງບໍ່ມີການຫ້າມປາມ?
ກະເປັນບັນຫາໂລກແຕກອີກ!
ສັດເຫຼົ່ານີ້ສົມຄວນໄດ້ຮັບການເອົາໃຈໃສ່ ເພາະມັນອາຈສູນພັນໄປໄດ້
ແລະປະພຶດການແບບນີ້ທີ່ຟາມຕ່າງໆ ມັນສ້າງຄວາມເຊື່ອມເສັຍໃຫ້ແກ່ໂສມໝ້າຂອງປະເທດທີ່ສຸດ.
ມັນເໜຶອນກັບວ່າຄົນລາວເຮົານີ້ ກາຍເປັນໝ້າເລຶອດເຫັນແກ່ແຕ່ໄດ້ຢ່າງດຽວ.
ສ້າງຄວາມປັ່ນປ່ວນທາງຫາງສຽງຂອງມວນຊົນສາກົນກ່ຽວກັບບັນຫາ ການຮັກສາ ຄູ້ມຄອງສັດທີ່ໃກ້ສູນພັນ.
ຂ່າວທີ່ບອກມານັ້ນ ເປັນລາງໝຶ່ງໃນທາງດີ ທີ່ອາຈແກ້ໄຂບັນຫາສະເພາະໝ້າໄດ້ທັງຍົກສູງຄວາມເປັນຄົນຂອງເຮົານຳຕື່ມ.
ຕໍ່ໄປອາຈຍຸບກິຈການແບບນີ້ລົງຢ່າງສີ້ນເຊິງ.
ມາຟັງຫາງສຽງຂອງຊາວໂລກທີ່ເປັນຫ່ວງນຳແນວພັນສັດຕ່າງໆ ນັບແຕ່ເສຶອ,ໜີ ໄປຮອດນົກໝູນາໆພັນ ..
ຢູ່ບ້ານເຮົາເພິ່ນວ່າມີເສຶອຢູ່ປະມານ ຫ້າ-ຫົກສີບໂຕ!!
ຊ້າງບໍ່ຮອດພັນໂຕ ທັງໆທີ່ ສົມຍານາມປະເທດເຮົາຂື້ນຊື່ລືນາມວ່າ ແມ່ນ ອານາຈັກ ``ລ້ານຊ້າງ`` ທີ່ແທ້ຍັງມີ ບໍ່ຮອດ ໑ ເປິເຊັນຂອງຊື່ຫັ້ນ.
ແລ້ວເຮົາຈະພູມໃຈກັນໄປໄດ້ເຫິງປານໃດເພາະທຸກມື້ທຸກວັນພວກບ້າເງິນພາກັນລັກຂ້າແມ່ນແຕ່ຊ້າງທີຜູກໄວ້ໃນຄອກ!!
ໂຕນ້ອຍກະສົ່ງກັນອອກຂາຍຕ່າງປະເທດໄປໜົດ..
ຕາມຂ່າວ ມີອີກວ່າຈຳນວນ ເສືອ ໃນໂລກຍັງມີບໍ່ມາກເທົ່າໃດ, ຢູ່ສວນສຫງວນຂອງອິນເດັຍບາງບ່ອນຖືກລັກຂ້າເອົາໝັງທັງສີ້ນສ່ວນຕ່າງໆຈົນວ່າບໍ່ເຫຼຶອຈັກໂຕ!!
ບາດບ້ານເຮົາທີ່ວ່າ ສະຖິຕິວ່າມີ ປະມານ ຫົກສີບໂຕນີ້ ມັນສູງກວ່າຫົກສີບບໍ ຫຼືວ່າ ນ້ອຍກວ່າຫົກສີບເປັນ ຫ້າຫຼຶສີບ!?!
ບໍ່ມີໃຜຮູ້ໄດ້ແນ່ນອນ.
ເພື່ອເປັນການປ້ອງກັນສັດເຫຼົ່ານີ້ ສົມຄວນຍົກເລີກບັນຫາບຸກເບີກປ່າໄມ້ຈາກຊາວຕ່າງດ້າວທຸກໆອົງການ,ທຸກໆຂະບວນການ.
ໃຊ້ກົດໜາຍແບບກົດໄອຍະການເສີກ ບໍ່ດັ່ງນັ້ນແລ້ວ ການບຸກເລີກທັງທຳລາຍປ່າແລະລ້າສັດນັ້ນຍັງຄົງຈະດຳເນີນຕໍ່ໄປ ເພາະ ເຂດໃດໃຜຄອບຄອງ ກະແມ່ນໃຜນັ້ນ ໃຫຍ່!!
ຫາກວ່າ ກົດໜາຍເປັນກົດໜາຍຍາມນັ້ນສັດເຫຼົ່ານີ້ຈຶ່ງຈະປອດໄພຈາກການສູນພັນ.
ຍົກບັນຫາໃຫ້ຂື້ນເປັນໃຫຍ່ຂອງຊາດຂອງທຸກຄົນ.ໃຜເຮັດຜິດແມ່ນວ່າ ບໍ່ໄວ້ໝ້າກັນ!
ການນຳສັດປ່າອອກໄປຂາຍນີ້ບໍ່ແມ່ນມີແຕ່ຢູ່ບ້ານເຮົາ.ບໍ່ນານມານີ້ ຍັງຈັບກັນໄດ້ທີ່ເດິ່ນບິນແຫ່ງຊາດຂອງໄປ ທີ່ສາວຜູ່ໝຶ່ງເອົາເສືອນ້ອຍເຂົ້າໃນກະເປົ່າເດິນທາງ..
ບ້ານເຮົາກາຍເປັນທາງຜ່ານຂອງພວກພໍ່ຄ້າເຖຶ່ອນ ທາງລັກລອບເອົາສັດທີ່ຖຶກຫວງຫ້າມຂອງນາໆຊາດ ແຕ່ ເປັນຫຍັງຈຶ່ງມັກໃຊ້ບ້ານເຮົາເປັນທາງຜ່ານ?
ອາຈເປັນຍ້ອນວ່າ ເວົ້າຈາກັນງ່າຍ ແບບດຽວກັນກັບການຕັ້ງຟາມນີ້ແຫຼະ!
ພະນັກງານກ່ຽວຂ້ອງຄົງບໍ່ມີຄວາມສັດສື່ສຸຈຣິດພຽງພໍ!
ຫຼາຍບັນຫາມັນມາຈວບກັນ.
ແຕ່ທັງໜົດກະແມ່ນສ້າງແຕ່ແນວເຊື່ອມເສັຍໝ້າແກ່ປະເທດ.
ແຕ່ຂ້ອຍເປັນພຽງໝາວໍ້ທີ່ອັນໃດກະເຫັນເປັນວ່າມັນບໍ່ດີໄປໜົດ!!
ວ່າຈັ່ງຊັ້ນກະໄດ້ເພາະການຕັ້ງຟາມ, ການອຳນວຍການລັກລອບຂົນສັດທີ່ຫວງຫ້າມຜ່ານດິດແດນຂອງຕົນມັນຜິດ ແຕ່ ພວກໝ້າດ້ານແລະພະນັກງານຂອງຣັຖທີ່ບໍ່ລະອາຍໂຕເອັງເປີດໂອກາດໃຫ້ເຂົາມາຢຽບອະທິປະໄຕຂອງຕົນດ້ວຍນ້ຳເງິນພຽງບໍ່ທໍ່ໃດກີບ.
ສົມຄວນເບິ່ງເງົາໂຕເອງໃນແຫວ່ນແຍງແນ່ຈັກມື້!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຖິງບັນດານັກເລງ ກິນບີໜີທັງຫຼາຍ..
ແມ່ນຢູ່ວ່າເກີດຊາດດຽວ ຕາຍເທື່ອດຽວ ຍາມມີພ້ອມທຸກສິ່ງຢ່າງ ເປັນຫຍັງຊິບໍ່ໃຊ້ຊີວີດໃຫ້ໄດ້ຕາມໃຈຊອບ..!?
ມັນເປັນສິດທິຂອງທ່ານ ແຕ່ຢູ່ໃສມະນຸສຍະທຳໃນໃຈຂອງທ່ານ..ທີ່ມີເງິນແລ້ວແມ່ນວ່າຕ້ອງເຮັດໄປໜົດທຸກຢ່າງບໍ່ແນມໝ້າໃຫ ຫັ້ນບໍຣຕິດອກ ແຕ່ບໍ່ແນມໝ້າເບິ່ງໂຕເອັງໃນແຫວ່ນນີ້ຕິມັນອານາດໃຈແທນ.
ແນ່ນອນໃນຈິດໃຈຂອງທ່ານຫັ້ນມັນກະບໍ່ແມ່ນວ່າຊິໃຈດຳອຳມະຫິດປານນັ້ນ ຫາກວ່າທ່ານຕ້ອງໄດ້ໄປເຈາະເອົາບີດ້ວຍນ້ຳມືຂອງທ່ານເອັງມັນອາຈພາໃຫ້ທ່ານແຄງໃຈໂຕເອັງບໍ່ໝ້ອຍ..
ບາງວັນສິນທ່ານກະຄົງຈະເຂົ້າວັດຟັງທຳນຳໜູ່ນຳກອງ
ຫຼືທ່ານທີ່ເປັນຢູ່ໃນໂອວາດຂອງສາສນາອື່ນ..ກະຄົງຈະນັ່ງໄຫວ້ວອນເທພເຈົ້າໃຫ້ມາຄູ້ມຄອງທ່ານທັງລູກຫຼານ..
ແຕ່ເປັນຫຍັງທ່ານປ່ອຍໃຫ້ຄວາມຂາດຄວາມເປັນມະນຸສຍະຊົນໄປໃນໂຕຂອງທ່ານ!!
ເພາະເຫດໃດ?
ຍ້ອນຄວາມຢາກເປັນຄືໜູ່ຄູ່ຜູ່ອື່ນທີ່ເຂົາບໍ່ມີຫຍັງແລ້ວໃນຈິດໃຈ..
ຕ່ຳຮ້າຍກວ່າສັດ!
ຫຼືສິ່ງນັ້ນມັນຄອບຄອງໃຈຂອງທ່ານ?
ຫຼືຄວາມມີຈິດໃຈທີ່ຕ່ຳຊາມ, ການປະພຶດທີ່ຢູ່ໃນຂັ້ນສັດເປັນແຮງດັນເພື່ອໃຫ້ທ່ານຮູ້ວ່າທ່ານມີຊີວີດຢູ່ຊັ້ນບໍ?
ສົມຄວນມີປາກ ແລະມີສິນປະຈຳໃຈໄວ້!!
ເພາະກາລະແລະເທສະມັນເໜາະສົມແລ້ວ!!
ຫາທາງອອກທີ່ດີ ແລະໜີທີ່ເຮົາມີກະຊິກາຍເປັນສັດທີ່ເຮົາຮັກເຮົາຖນອມນຳກັນເພື່ອໃຫ້ໃນແດນດິນຖິ່ນນີ້ ກັບກາຍມາເປັນດິນແດນທີ່ອຸດົມສົມບູນພຽບພ້ອມໄປດ້ວຍສັດສາວາສິ່ງທີ່ເຄີຍມີມາແຕ່ໃດໆ.
ຫາກວ່າບີໜີມັນດີແລະວິເສດປານນີ້ ໂລກຄົງບໍ່ມີໃຜຕາຍແລ້ວແຕ່ທຸກມື້ທຸກວັນ ກະຍັງຕາຍກັນມື້ລະເປັນພັນເປັນໜື່ນ.
ຄັນວ່າບີນັ້ນມັນດີແທ້ ຫາຍາກ..(ຫາງ່າຍ ຢູ່ຟາມໃນທົ່ວເມຶອງລາວ!!)
ພາກັນຫາບີ ແມງໜີ່ຫັ້ນເດ ຊັ້ນ ແຮງຊິວິເສດເພາະມັນຫາຍາກ...!!

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບີໝີ ເປັນຢາບຳລຸງຮ່າງກາຍທີ່ດີ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນວ່າບີນັ້ນມັນດີແທ້ ຫາຍາກ..(ຫາງ່າຍ ຢູ່ຟາມໃນທົ່ວເມຶອງລາວ!!)
ພາກັນຫາບີ ແມງໜີ່ຫັ້ນເດ ຊັ້ນ ແຮງຊິວິເສດເພາະມັນຫາຍາກ...!!

ໃຜເດເນາະຊິມີປັນຍາຫາບີແມງມີ່ໄດ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>