ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ເຖິງບັນດານັກເລງ ກິນບີໜີທັງຫຼາຍ..
ແມ່ນຢູ່ວ່າເກີດຊາດດຽວ ຕາຍເທື່ອດຽວ ຍາມມີພ້ອມທຸກສິ່ງຢ່າງ ເປັນຫຍັງຊິບໍ່ໃຊ້ຊີວີດໃຫ້ໄດ້ຕາມໃຈຊອບ..!?
ມັນເປັນສິດທິຂອງທ່ານ ແຕ່ຢູ່ໃສມະນຸສຍະທຳໃນໃຈຂອງທ່ານ.. ທີ່ມີເງິນແລ້ວແມ່ນວ່າຕ້ອງເຮັດໄປໜົດທຸກຢ່າງບໍ່ແນມໝ້າໃຫ ຫັ້ນບໍຣຕິດອກ ແຕ່ບໍ່ແນມໝ້າເບິ່ງໂຕເອັງໃນແຫວ່ນນີ້ຕິມັນອານາດໃຈແທນ.
ແນ່ນອນໃນຈິດໃຈຂອງທ່ານຫັ້ນມັນກະບໍ່ແມ່ນວ່າຊິໃຈດຳອຳມະຫິດປານນັ້ນ ຫາກວ່າທ່ານຕ້ອງໄດ້ໄປເຈາະເອົາບີດ້ວຍນ້ຳມືຂອງທ່ານເອັງມັນອາຈພາໃຫ້ທ່ານແຄງໃຈໂຕເອັງບໍ່ໝ້ອຍ..
ບາງວັນສິນທ່ານກະຄົງຈະເຂົ້າວັດຟັງທຳນຳໜູ່ນຳກອງ
ຫຼືທ່ານທີ່ເປັນຢູ່ໃນໂອວາດຂອງສາສນາອື່ນ..ກະຄົງຈະນັ່ງໄຫວ້ວອນເທພເຈົ້າໃຫ້ມາຄູ້ມຄອງທ່ານທັງລູກຫຼານ..
ແຕ່ເປັນຫຍັງທ່ານປ່ອຍໃຫ້ຄວາມຂາດຄວາມເປັນມະນຸສຍະຊົນໄປໃນໂຕຂອງທ່ານ!!
ເພາະເຫດໃດ?
ຍ້ອນຄວາມຢາກເປັນຄືໜູ່ຄູ່ຜູ່ອື່ນທີ່ເຂົາບໍ່ມີຫຍັງແລ້ວໃນຈິດໃຈ..
ຕ່ຳຮ້າຍກວ່າສັດ!
ຫຼືສິ່ງນັ້ນມັນຄອບຄອງໃຈຂອງທ່ານ?
ຫຼືຄວາມມີຈິດໃຈທີ່ຕ່ຳຊາມ, ການປະພຶດທີ່ຢູ່ໃນຂັ້ນສັດເປັນແຮງດັນເພື່ອໃຫ້ທ່ານຮູ້ວ່າທ່ານມີຊີວີດຢູ່ຊັ້ນບໍ?
ສົມຄວນມີປາກ ແລະມີສິນປະຈຳໃຈໄວ້!!
ເພາະກາລະແລະເທສະມັນເໜາະສົມແລ້ວ!!
ຫາທາງອອກທີ່ດີ ແລະໜີທີ່ເຮົາມີກະຊິກາຍເປັນສັດທີ່ເຮົາຮັກເຮົາຖນອມນຳກັນເພື່ອໃຫ້ໃນແດນດິນຖິ່ນນີ້ ກັບກາຍມາເປັນດິນແດນທີ່ອຸດົມສົມບູນພຽບພ້ອມໄປດ້ວຍສັດສາວາສິ່ງທີ່ເຄີຍມີມາແຕ່ໃດໆ.
ຫາກວ່າບີໜີມັນດີແລະວິເສດປານນີ້ ໂລກຄົງບໍ່ມີໃຜຕາຍແລ້ວແຕ່ທຸກມື້ທຸກວັນ ກະຍັງຕາຍກັນມື້ລະເປັນພັນເປັນໜື່ນ.
ຄັນວ່າບີນັ້ນມັນດີແທ້ ຫາຍາກ..(ຫາງ່າຍ ຢູ່ຟາມໃນທົ່ວເມຶອງລາວ!!)
ພາກັນຫາບີ ແມງໜີ່ຫັ້ນເດ ຊັ້ນ ແຮງຊິວິເສດເພາະມັນຫາຍາກ...!!

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ບີໝີ ເປັນຢາບຳລຸງຮ່າງກາຍທີ່ດີ



ທຳມະດາ ບີ ນີ້ມັນເປັນຂອງເບື່ອ!!
ກະມີຫຼາຍສິ່ງຫຼາຍຢ່າງທີ່ເປັນຂອງເບື່ອແຕ່ເອົາມາເຮັດເປັນຢາໄດ້..ເຊັ້ນນ້ຳພິດ ຂອງງູ, ໜາກໄມ້ບາງຢ່າງທີ່ເບື່ອແຕ່ຍາມເອົາມາດັດມາແປງແລ້ວກາຍເປັນຢາລົດຄວາມດັນໂລຫິດໄດ້..
ນັ້ນເປັນແບບຢ່າງອັນໝຶ່ງ..ແຕ່ບີໜີທີ່ເຈາະເອົາອອກມາທັງໆທີ່ໂຕໜີຍັງເປັນໆຢູ່ນີ້ ມັນບໍ່ມີຄວາມເປັນມະນຸດຂອງຄົນຜູ່ທີ່ທຳມາຫາກິນແບບນີ້.
ຢູ່ເທິງຄວາມເຈັບປວດທໍຣະມານຂອງສັດ..
ຫາກແມ່ນບີຂອງຄົນ ໂດຍສະເພາະເດັກນ້ອຍ ກຳລັງປາກເວົ້າ ກະດີ ເດ ກະຊິພາກັນເຈາະເອົາອອກມາຊັ້ນບໍ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ຄັນວ່າບີນັ້ນມັນດີແທ້ ຫາຍາກ..(ຫາງ່າຍ ຢູ່ຟາມໃນທົ່ວເມຶອງລາວ!!)
ພາກັນຫາບີ ແມງໜີ່ຫັ້ນເດ ຊັ້ນ ແຮງຊິວິເສດເພາະມັນຫາຍາກ...!!

ໃຜເດເນາະຊິມີປັນຍາຫາບີແມງມີ່ໄດ້



ຫາກວ່າມັນວິເສດແທ້ໆ ແນ່ນອນຕ້ອງມີຜູ່ຫາວິທີເອົາມາໄດ້ ເພາະຄ່າມັນຄົງແພງ!!!ກວ່າບີໜີ..
ເປັນບິສແນສທີ່ໃໜ່ອີກ ແມງໜີ່ກະຫາບໍ່ຍາກ ແລະກະລ້ຽງງ່າຍອີກ!
ໃຫ້ເກີ້ນຳໄປຶກສາເບິ່ງ ບາງທີອາຈເປັນບິສແນສທີ່ດີກວ່າລ້ຽງໜີ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lod ຂຽນວ່າ...
ເຖິງບັນດານັກເລງ ກິນບີໜີທັງຫຼາຍ..
ແມ່ນຢູ່ວ່າເກີດຊາດດຽວ ຕາຍເທື່ອດຽວ ຍາມມີພ້ອມທຸກສິ່ງຢ່າງ ເປັນຫຍັງຊິບໍ່ໃຊ້ຊີວີດໃຫ້ໄດ້ຕາມໃຈຊອບ..!?
ມັນເປັນສິດທິຂອງທ່ານ ແຕ່ຢູ່ໃສມະນຸສຍະທຳໃນໃຈຂອງທ່ານ.. ທີ່ມີເງິນແລ້ວແມ່ນວ່າຕ້ອງເຮັດໄປໜົດທຸກຢ່າງບໍ່ແນມໝ້າໃຫ ຫັ້ນບໍຣຕິດອກ ແຕ່ບໍ່ແນມໝ້າເບິ່ງໂຕເອັງໃນແຫວ່ນນີ້ຕິມັນອານາດໃຈແທນ.
ແນ່ນອນໃນຈິດໃຈຂອງທ່ານຫັ້ນມັນກະບໍ່ແມ່ນວ່າຊິໃຈດຳອຳມະຫິດປານນັ້ນ ຫາກວ່າທ່ານຕ້ອງໄດ້ໄປເຈາະເອົາບີດ້ວຍນ້ຳມືຂອງທ່ານເອັງມັນອາຈພາໃຫ້ທ່ານແຄງໃຈໂຕເອັງບໍ່ໝ້ອຍ..
ບາງວັນສິນທ່ານກະຄົງຈະເຂົ້າວັດຟັງທຳນຳໜູ່ນຳກອງ
ຫຼືທ່ານທີ່ເປັນຢູ່ໃນໂອວາດຂອງສາສນາອື່ນ..ກະຄົງຈະນັ່ງໄຫວ້ວອນເທພເຈົ້າໃຫ້ມາຄູ້ມຄອງທ່ານທັງລູກຫຼານ..
ແຕ່ເປັນຫຍັງທ່ານປ່ອຍໃຫ້ຄວາມຂາດຄວາມເປັນມະນຸສຍະຊົນໄປໃນໂຕຂອງທ່ານ!!
ເພາະເຫດໃດ?
ຍ້ອນຄວາມຢາກເປັນຄືໜູ່ຄູ່ຜູ່ອື່ນທີ່ເຂົາບໍ່ມີຫຍັງແລ້ວໃນຈິດໃຈ..
ຕ່ຳຮ້າຍກວ່າສັດ!
ຫຼືສິ່ງນັ້ນມັນຄອບຄອງໃຈຂອງທ່ານ?
ຫຼືຄວາມມີຈິດໃຈທີ່ຕ່ຳຊາມ, ການປະພຶດທີ່ຢູ່ໃນຂັ້ນສັດເປັນແຮງດັນເພື່ອໃຫ້ທ່ານຮູ້ວ່າທ່ານມີຊີວີດຢູ່ຊັ້ນບໍ?
ສົມຄວນມີປາກ ແລະມີສິນປະຈຳໃຈໄວ້!!
ເພາະກາລະແລະເທສະມັນເໜາະສົມແລ້ວ!!
ຫາທາງອອກທີ່ດີ ແລະໜີທີ່ເຮົາມີກະຊິກາຍເປັນສັດທີ່ເຮົາຮັກເຮົາຖນອມນຳກັນເພື່ອໃຫ້ໃນແດນດິນຖິ່ນນີ້ ກັບກາຍມາເປັນດິນແດນທີ່ອຸດົມສົມບູນພຽບພ້ອມໄປດ້ວຍສັດສາວາສິ່ງທີ່ເຄີຍມີມາແຕ່ໃດໆ.
ຫາກວ່າບີໜີມັນດີແລະວິເສດປານນີ້ ໂລກຄົງບໍ່ມີໃຜຕາຍແລ້ວແຕ່ທຸກມື້ທຸກວັນ ກະຍັງຕາຍກັນມື້ລະເປັນພັນເປັນໜື່ນ.
ຄັນວ່າບີນັ້ນມັນດີແທ້ ຫາຍາກ..(ຫາງ່າຍ ຢູ່ຟາມໃນທົ່ວເມຶອງລາວ!!)
ພາກັນຫາບີ ແມງໜີ່ຫັ້ນເດ ຊັ້ນ ແຮງຊິວິເສດເພາະມັນຫາຍາກ...!!



ລອດນີ້ຢາກວ່າຫຍັງ?


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫລານອ່ານເບີ່ງແລ້ວ ຖອດໃຈຄວາມມາວ່າ ບໍ່ເຫັນດີເຫັນພ້ອມກັບຄົນກິນບີຫມີ ແຈ່ການນຳສະເໜີຂອງລາວສັບສົນຫນ້ອຍ 1 ແຈ່ໂດຍລວມກະແມ່ນບໍ່ເຫັນດີກັບຄົນບໍລິໂພກບີໝີ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຫລານອ່ານເບີ່ງແລ້ວ ຖອດໃຈຄວາມມາວ່າ ບໍ່ເຫັນດີເຫັນພ້ອມກັບຄົນກິນບີຫມີ ແຈ່ການນຳສະເໜີຂອງລາວສັບສົນຫນ້ອຍ 1 ແຈ່ໂດຍລວມກະແມ່ນບໍ່ເຫັນດີກັບຄົນບໍລິໂພກບີໝີ




ສະບາຍດີ ໂຢຮັນ,

ຊາໃຈແລ້ວ ແມ່ນສັ່ງໃຫ້ຣະງັບການທໍຣະມານສັດ ບໍ່ໃຫ້ປິດຟາມຫັ້້ນແຕ່ໃຫ້ເຊົາການເຈາະເອົາບີຫັ້ນ..ຢ່າງເດັດຂາດ.
ປະໃຫ້ໜີຢູ່ສະບາຍບໍ່ມີຄວາມກາກກຳແລະທໍຣະມານທາງຈີດໃຈກະພໍແລ້ວ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກເປັນຄົນທີ່ມີຈິດໃຈມີມະນຸສຍະທັມປະຈຳໃຈ,
ການຫາຣາຍໄດ້ເພື່ອລ້ຽງຕົນແລະຄອບຄົວ ບໍ່ຄວນຈະໃຫ້ໄດ້ມາຈາກຄວາມທໍຣະມານຂອງຜູ່ອື່ນ,
ຈະແມ່ນສັດ ປະເພດໃດກໍຕາມ ທີ່ມີຈິດໃຈແລະມີຄວາມຮູ້ສຶກ ເຈັບປວດແລະຫວາດກົວ.
ສັດແມ່ນຈະບໍ່ມີປາກສຽງແຕ່ມັນຫາກມີຄວາມຮູ້ສຶກຄືກັນກັບຄົນ.
ສັດບໍ່ຂ້າຫຼືທຳລາຍຜູ່ອື່ນເພື່ອຜົມປະໂຫຍດເກິນແກ້ຄວາມຫີວໂຫດ, ບໍ່ມີຈີດໃຈແຂ່ງຂັນທຳລາຍຜູ່ອື່ນໄປໃນທາງຫຼີ້ນແບບກິຣາດັ່ງມະນຸດຜູ່ທີ່ເອີ້ນຕົນວ່າເປັນສັດປະເສີດ
ແຕ່ການທີ່ຕຶກເບັດ,ລ່າສັດແບບເປັນການກິຣາຫັ້ນ.
ອັນນັ້ນບໍການປະພຶດຂອງສັດປະເສີດກະທຳກັນ ເປັນສັດປະເສີດກວ່າສັດທີ່ບໍ່ມີປາກສຽງດັ່ງໂຕໜີທັງຫຼາຍໃນຄອກຫັ້ນ ທີ່ທຸກມື້ທຸກວັນມີຄວາມຫວາດກົວວ່າຈະຖືກເອົາໄປທໍຣະມານ ດ້ວຍການເຈາະເອົາບີຂອງຕົນຫັ້ນ.
ຫາກເຮົາເປັນຄົນສົມຊື່ບໍ່ຄວນຈະເຮັດແບບນີ້.
ສົມຄວນລະອາຍຊາດເກີດ ແລະຍຸຕິການກະທຳແບບນີ້ ເພື່ອກູ້ກຽດຄວາມເປັນຄົນ ທີ່ທຳຕົນໃຫ້ເຊື່ອມເສັຍແກ່ມະນຸດຊາດຜູ່ອື່ນທີ່ຍັງມີສິນທັມປະຈຳໃຈ.
ຫຼືວ່າ ພວກທ່ານ ມີຈິດໃຈທີ່ຊົ່ວຊາມກວ່າສັດສາເຫຼົ່ານັ້ນໄປແລ້ວ.
ຕ່ຳກວ່າຄົນໃນຄວາມເປັນຄົນຂອງທ່ານ.


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນວົງຈອນຂອງ ສິ່ງທີ່ມີຊີວິດ
ເລື້ອງບາບບຸນຄຸນໂທດ ເປັນພຽງຄວາມເຊື່ອຖືເທົ່ານັ້ນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ເປັນວົງຈອນຂອງ ສິ່ງທີ່ມີຊີວິດ
ເລື້ອງບາບບຸນຄຸນໂທດ ເປັນພຽງຄວາມເຊື່ອຖືເທົ່ານັ້ນ



ແລ້ວຄວາມເປັນມະນຸດເດ ບໍ່ມີຄ່າໃດໆຫຼືບໍຊັ້ນ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີກາຍໄດ້ຂຽນໄວ້ວ່າຢູ່ລາວເຮົາຍັງມີຊ້າງປະມານ ພັນໂຕ,
ເສືອປະມານຫົກສີບໂຕ,
ຕົກມາມື້ນີ້ແມ່ນເປັນການຣາຍງານຂອງນາຍຍົກຣັຖມົນຕຣີຂອງສປປລາວຣາຍງານທີ່ກອງປະຊຸມທີ່ປະເທດຣັດເຊັຍບອກວ່າ ຢູ່ລາວຍັງມີເສືອຢູ່ພຽງຊາວຫ້າໂຕ!!
ເວນກັມແທ້ໆນໍເສືອນີ້ກະດາຍ.
ຫາກຄົນລາວເຮົາຍັງພູມໃຈແລະໂອຫັງວ່າເປັນປະເທດທີ່ອຸດົມຮັ່ງມີ: ມີໄມ້ເຕັມດົງ, ມີນ້ຳເຕັມຫ້ວຍຮ່ອງຄອງບຶງ, ມີຊ້າງເສືອເຕັມປ່າທັງສັດສາວາສິ່ງບໍ່ຄະນານັບອີກຢູ່!!
ທ່ານຄົນລາວຜູ່ນັ້ນກຳລັງຢູ່ໃນພາວະແຫ່ງຄວາມຝັນ!!
ເພາະປັດຈຸບັນຊ້າງແລະເສັອໃນລາວຍັງມີທໍ່ເມັດງາ ທີ່ຫາມາເຮັດຢາກະທັງຍາກ.
ຫາກໄທເຮົາມາສະເດືອກຮູ້ໂຕແລ້ວ ຍາມນັ້ນອາຈບໍ່ມີຮອດຂີ້ເສືອພໍໄດ້ດົມ ແລ້ວທ່ານເອີຍ.
ຈົ່ງມາເບິ່ງບັນຫາໃຫ້ແຈ້ງແລະເຂົ້າໃຈດີຂື້ນກວ່ານີ້!
ຕ້ອງໄລ່ພວກບຸກເບີກປ່າສຳປະທານທັງຫຼາຍໃຫ້ໝີຈາກປ່າດົງດີບລາວຫັ້ນ.ເພາະພວກອັບປີນີ້ ບໍ່ກິນແຕ່ໄມ້ແຕ່ຕອກມັນກິນໄປໜົດທຸກຢ່າງທີ່ພົບເຫັນໃນປ່າ.
ເບິ່ງການສຳປະທານປດິນເພື່ອປູກຢາງພາລາເປັນຕົ້ນ ກ່ອນອື່ນໃດມັນພາກັນຕັດໄມ້ທີ່ມີຄ່າຂອງເຮົາໄປຢ່າງໝ້າຕາເສີຍ.
ແລ້ວການນຳທີ່ສຫຼາດສ່ອງໃສ ມຶດຕຶບເລີຍ ມາພາກັນຫາທາງແກ້ຕອນວ່າໄມ້ໃນປ່າລາວຍັງເຫຼືອຄວາມໝາບໍ່ເກີນສາມສີບເປິເຊັນ.ທີ່ເປັນຂໍ້ກົງກັນ
ຂ້າມກັບຄວາມໝາຂອງປ່າໃນຫວຽດນາມທີ່ເພີ່ມຂື້ນສາມສີບກວ່າເປິເຊັນ!!
ເສືອໃນລາວຍັງພຍ=ຊາວຫ້າໂຕຂໍ້ຫຼໍ້!!
ປະເທດທີ່ເຄີຍອຸດົມຮັ່ງມີ!!
ນ້ຳຊິໃຊ້ກະທັງຍາກຂາດແຄນລົງນັບມື້!!
ປີໃໜ່ປີນີ້ຊິພຊມີນ້ຳຫຍົດຢອດເພື່ອຫົດນ້ຳກັນບໍ?
ອາກາດຮ້ອນອົບເອົ້າຂື້ນທຸກປີ
ຊາວຕ່າງຊາດຍິ່ງນັບມື້ນັບຫຼານຂື້ນ ແລະພະຍາຍາມປັດເຂັ່ຍຄົນລາວທີ່ທຸກຍາກອອກໄປແຖວນອກຂອງໃຈກາງເມືອງ..
ອີກບໍ່ດົນລາວອາຈກາຍເປັນດັ່ງໃນປີ ໑໙໔໕ ທີ່ໃນວຽງຈັນແມ່ນວ່າຊາວຕ່າງຊາດຫຼາຍກວ່າຄົນລາວເພາະໃນຍຸກນັ້ນມີຄົນລາວແທ້ໆໃນວຽງຈັນປະມານ ຊາວສາມພັນຄົນ!!
ຂອບໃຈທ່ານຜູ່ຮູ້ທ່ານຜູ່ມີສິດແລະອຳນາດທີ່ປາກວ່າຕາເຫັນວ່າຮັກລາວສຸດໃຈ...
ພາກັນສ້າງຮົ້ວກັ້ນຄົນລາວດ້ວຍກັນແຕ່ຮົ້ວບາງແຫ່ງຮອດບໍ່ມີຮາວ!!
ນີ້ຕິມັນໝ້າສັງຫອນ!


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້າ ຈະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ນ້າ ຈະ



ສອງຄຳນີ້ ເຂົ້າໃຈຍາກ ໃນຄຳເຫັນທັງໜົດທີ່ມີມາ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກອັບປີລ້ຽງໜີກະຍັງມີຊີວີດຢູ່ດີຕິນໍ.
ຂໍສາບແຊ່ງທັງໂຄດທັງເຊື້ອໃຫ້ຈິບຫາຍຕາຍໄປດ້ວຍຄວາມທໍຣະມານແລະເຈັບແສບຫາຢາປົວບໍ່ມີ!!


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະດີຂາຍບີໝີນີ້ລວຍເດີ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ກະດີຂາຍບີໝີນີ້ລວຍເດີ



ຫາກວ່າການທີ່ເຮັດໃຫ້ຜູ່ອື່ນຕ້ອງເຈັບແລະທໍຣະມານເປັນເສັ້ນທາງສູ່ຄວາມມັ່ງມີ ຫາກເປັນຄົນ ກະຄົງບໍ່ແມ່ນມະນຸດທີ່ຍັງເປັນຄົນ!
ກາຍເປັນຄົນທີ່ຕ່ຳຊ້າກວ່າສັດສາທີ່ບໍ່ມີທາງປ້ອງກັນໂຕເອງໄດ້.
ຫາກຄວາມເຈັບປວດຂອງໜີບໍ່ມີຫຍັງບໍ່ພາໃຫ້ບັນດາພວກຫິນະຊາດຂີ້ກາກເຫຼົ່ານັ້ນບໍ່ເຫັນກະຂໍສາບແສ່ງໃຫ້ລົງນາຣົກຊັ້ນທີ່ທໍ່ໃດກະຍັງບໍ່ສົມໃຈ..
ຊາໃຈຢາກໃຫ້ບັນດາມະນຸດໝ້າເລຶອດເຫຼົ່ານີ້ຖຶກທໍຣະມານກ່ອນຕາຍດັ່ງດຽວກັບໜີເຫຼົ່ານັ້ນກ່ອນທີ່ຈະໃຫ້ມັນຕາຍລົງໜໍ້ນາຣົກຫັ້ນ!!


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກົດເກນທຳມະຊາດ ການເພິ່ງພາອາໄສເຊິ່ງກັນລະກັນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະດີ ກ່ຳໄລງາມ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ກົດເກນທຳມະຊາດ ການເພິ່ງພາອາໄສເຊິ່ງກັນລະກັນ




ຫາກວ່າອ້າຍຫວຽດມາບອກວ່າ ເອົາບີຄົນລາວໄປເຮັດຢາດີວິເສດ ກະຊິຍອມກ່າວຄຳນີ້ອອກມາບໍ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ກະດີ ກ່ຳໄລງາມ



ຫາກມີໃຜວ່າ ບີຂອງວຽງແກ້ວເປັນຢາປົວວິເສດແລະກຸ່ມນັກລ້າຫົວເປັນສີບທມາຄອຍຄ້ອງຫົວວຽງແກ້ວ ແລ້ວເອົາໄປເຈາະເອົາບີມາເຮັຢາ ໄດ້ຣາຄາດີ ສ່ຳຣາຄາຣົຖເບັ໋ນຮຸ່ນໃໜ່ໆກະຊິດີໃຈບໍ?


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>