ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ປະເທດລາວຈະປະຕິຮູບໃຫ້ໄດ້ໃຊ້ເງຶນໃບລະກີບ ຄືໃນອະດີດ.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໘ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
ສະບາຍດີທຸກທ່ານ ມື້ນີ້ເຮົາຢາກຖາມເລື້ອງຄວາມຍາກ-ງ່າຍ ທີ່ຈະດຶງເອົາເງຶນໃບລະກີບກັບມາສູ່ບ້ານເກືດອີກຄັ້ງໜຶ່ງ, ເຊຶ່ງບັນຫານີ້ຕ້ອງອີງໃສ່ຜູ້ນຳທີ່ເກັ່ງສົມຄວນຈຶ່ງຈະເຮັດໄດ້,
ກະຄືວ່າແຕ່ກ່ອນກີ້ເຮົາເຄືຍໃຊ້ເງຶນໃບລະກີບ ແຕ່ວ່າດຽວນີ້ຫຼືຫຼາຍປີມານີ້ ແມ່ນມັນຖືກລືມໄປຄືຂອງບໍ່ມີຄ່າຫຍັງເລີຍ, ຜົນດີຂອງການນຳໃຊ້ເງຶນເລກນ້ອຍກໍ່ແມ່ນວ່າ ຈະເຮັດໃຫ້ລາຄາສິນຄົ້າບໍ່ຂື້ນລາຄາສູງບາດດຽວຫຼາຍໂພດ ຄືເຮົາເຫັນນີ້ແຫຼວ!!! ສິນຄັ້າແຕ່ລະຢ່າງເມື່ອຂື້ນລາຄາຕ້ອງໄດ້ຂື້ນເທື່ອລະພັນເລືຍ ຈຶ່ງເປັນສາເຫດເຮັດໃຫ້ຄ່າຄອງຊີບຢູ່ລາວແພງເກີນຄວນ ນັກທ່ອງທ່ຽວບາງຄົນວ່າ ຢູ່ລາວ ຄ່າຄອງຊີບປານຢູ່ສິງກະໂປ ພຸ້ນ!!!ຖ້າປຽບການໃຊ້ເງຶນຢູ່ລາວເປັນບັນໃດ ມັນກະຂາດບັກຫຼາຍໆຂັ້ນ ມັນກະຂື້ນຍາກລົງຍາກຫັ້ນແຫຼວ!!ສຳລັບຜູ້ອ່ອນນ້ອຍ-ຜູ້ເຖົ້າ-ຄົນບໍ່ມີແຄ່ງມີຂາ ແລະອື່ນໆ ຫວັງວ່າຄົງເຂົ້າໃຈບົດຂຽນຂອງຂພຈ. ຖ້າໃຜມີຄຫ ກະເວົ້າສູ່ກັນຟັງແນ່ເດີ້. ຂອບຈາຍ!!!


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
NAJA DAI TAE C YARK POC MONEY LAOS MANH ON KAR


໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ກໍ່ຢາກໃຫ້ມີຕືກັນ ເພາະຢາກໃຊ້ໃບ 50ກີບ ນະ ອິອິອິ ຄິດຮອດຕອນຍັງນ້ອຍ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເງິນເຟີ້

you will when you believe

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ ກະແມ່ນໄດ໊ເນາະ
ເວລາເຮົາຂາຍເຄື່ອງຍ່ອຍ ມັນບໍ່ຊ່າງຊິຫຼຸດລາຄາຫຼາຍ
ຄັນຊິຂາຍແພງ ມັນກະບໍ່ມີຄົນຊື້
ຂາຍຍົກບາດດຽວດີກ່ວາ...


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຄັນແມ່ນໄຜສາມາດດືງເອົາເງີນໃບນ້ອຍອອກມາໃຊ້ໄດ້ນະສຸດຍອດເລີຍນະ
ຍົກຕົວຢ່າໄທນະຍັງມີການທອນເງີນເປັນສະຕ່າງເລີຍນະ
ລາວເຮົາຄືຊີຍັງຫ່າງໄກເລືອງເອົາໃບນ້ອຍອອກມາໃຊ້ນະ
ຄັນເຮັດໄດນະຊີຈະລືກຊື່ໄວ້ໃນໃຈວ່າ ທ່ານເກັ່ງຫລາຍ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນໄປໄດ້ຍາກ ມັນບໍ່ແມ່ນເລື່ອງງ່າຍ ທີ່ຈະເຮັດແບບນັ້ນ ຖ້າຄ່າເງິນກີບແຂງໂຕຂື້ນຫລາຍ ມັນກະທົບຕໍ່ການສົ່ງອອກ ຕ້ອງໄດ້ຄຳນຶງເຖິງເສດຖະກິດໂດຍລວມ

ອິອິອິ ປະມານນັ້ນລະ


໓ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ກະຄົນຄືລຸ້ນເຮົານີ້ລະທີ່ຈະຊ່ວຍກັນຄິດ ເຮັດໃຫ້ມັນເກີດຜົນ ແຕ່ເຮົາຄິດວ່າມັນຄືຊິບໍ່ງ່າຍດອກ ເພາະດຽວນີ້ໃນຖົງໃຜກະມີແຕ່ໃບ4ຕາກັບໃບຫົວກູດຢູ່ ຖ້າຢາກກັບໄປໃຊ້ແທ້ໆ ເຮົາຄິດວ່າອີກດົນນນນນນນນນ


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ມັນເປັນບັນຫາຍາກທີ່ສຸດ ກ່ອນຊິດຶງເອົາເງິນໃບນ້ອຍມາໃຊ້ໄດ້ຕ້ອງພະຍາຍາມໃຫ້ເງິນລາວມີຄ່າສູງທີ່ສຸດທຽບໃສ່ເງິນຕາຕ່າງປະເທດ ໂດຍສະເພາະເງິນ ໂດລາ

Expert of Math apply, Math analysis and General Math

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ເຫັນດີ ຕາມຂ້ອຍຮຽນບໍລິຫານທຸລະກິດກ່າແນວນັ້ນ ຖ້າເຮົາໃຊ້ເງິນນ້ອຍນະຈະເຮັດໃຫ້ມີການປັບຕົວຂອງສິນຄ້າຂຶ້ນບໍ່ຢູ່ໃນລະດັບຫລາຍ (ເພາະຜູ້ຂາຍກໍ່ຍາດແຍ່ງລູກຄ້າກັນ ໂດຍມີການຜ່ອນຜັນເລັກນ້ອຍໃຫ້ລູກຄ້າຈັກຫນຶ່ງຮ້ອຍ ຫລືສອງຮ້ອຍກໍ່ຍັງດີ ຜູ້ຊື້ກໍ່ມືທາງເລືອກທີ່ຈະເລືອກຊື້ສິນຄ້າທີ່ມີລາຄາຖືກເໝາະສົມ ແລະ ຄຸນນະພາບດີແຖມໄດ້ຮັບສ່ວນລຸດຢ່າງລະຮ້ອຍ ຫລາຍອັນກໍ່ຫລາຍຮ້ອຍ) ແລະ ເປັນອີກຈຸດຫນຶ່ງທີ່ເພີ່ມສະພາບຄ່ອງວົງການເສດຖະກິດ ພ້ອມຄວບຄຸມການຂື້ນລົງສິນຄ້າໃນລະດັບອັດຕາທີ່ນ້ອຍ ເຊິ່ງເປັນຈຸດດີໃຫ້ທັງສອງດ້ານລະຫວ່າງອຸປະສົງ ແລະ ອຸປະທານອີກດ້ວຍ.
ສ່ວນຫລາຍຜູ້ຄົນສ່ວນໃຫຍ່ໄດ້ຈັບເງິນໃບໃຫຍ່ແລ້ວຮູ້ສຶກວ່າຕົນເອງໄດ້ພົກພາຫນ້ອຍຮູ້ສຶກວ່າຕົນເອງມີເງິນຫລາຍເລີຍມອງຂ້າມເງິນນ້ອຍ ຍ້ອນມີພຶດຕິກຳແບບນີ້ຫລາຍຈິງນຳໄປສູ່ການໂດດຂຶ້ນຂອງເງິນເຟີ້ທີ່ສູງຕົວຂຶ້ນຢ່າງໄວວາ ບວກກັບທ່າອ່ຽງການນຳເຂົ້າສິນຄ້າຈາກຕ່າງປະເທດໃນເປີເຊັນທີ່ມີຫຼາຍກວ່າການສົ່ງອອກ(ຂາດດຸນການຄ້າ) ຍິ່ງເພີ່ມທະວີໃຫ້ມີຄຳວ່າເຟີ້ຊ້ຳເຕີມກັນ
ຕໍ່ບັນຫາຂ້າງເທິງນັ້ນຖ້າຈະປັບທີ່ການຂາດດຸນການຄ້າໂດຍການຫລຸດຜ່ອນການນຳເຂົ້າມັນກໍ່ອາດເປັນໄປໄດ້ຍາກ ເພາະສິນຄ້າສ່ວນໃຫຍ່ລາວຍັງບໍ່ສາມາດຜະລິດໄດ້ ບາງອັນອາດຜະລິດໄດ້ແຕ່ມີຕົ້ນທຶນສູງເມືອປຽບກັບຈຸດໄດ້ປຽບດ້ານຕົ້ນທຶນ ສະນັ້ນມັນຈຳເປັນຕ້ອງນຳເຂົ້າ. ສະນັ້ນ, ເພື່ອຮ່ວມແຮງຮ່ວມໃຈກັນກະກັດກັ້ນເງິນເຟີ້ນັ້ນ ອາດຫຼຽວເບິ່ງບັນຫາຮອບຕົວທີ່ເຮົາມີຄວາມສາມາດຫລາຍກວ່າຄື ຕິດປ້າຍສິນຄ້າ ແລະ ຮັບເປັນກີບ, ໃຊ້ເງິນນ້ອຍໃບ 100 ກີບ ເພື່ອເປັນຕົວຊ່ວຍອັດຕາການປັບສິນຄ້າຂຶ້ນລົງ ເມືອເສດຖະກິດດີຂຶ້ນ ແລະ ຄ່າເງິນແຂງຂຶ້ນພໍ ຈຶງຄ່ອຍນຳໃຊ້ຮອດໃບ 1 ກີບກໍ່ໄດ້
ສຳລັບຢູ່ ສປປ ຈີນ ເງິນຢວນ ໃບໃຫຍ່ສຸດແມ່ນໃບ 100 ຢວນ ຕ່ຳສຸດແມ່ນໃບ 1 ເໝົາ (10 ເໝົາ = 1 ຢວນ ແລະ 1 ເໝົາ = 125 ກີບ ຄິດເບິ່ງເຂົາໃຊ້ຣອດໃບ 1 ເໝົາ)
ສຳລັບຂ້ອຍເອງເປັນພຽງນັກສຶກສາຄົນຫມຸ່ມນ້ອຍກໍ່ໄດ້ພຽງແຕ່ຄິດ ແລະ ເປັນຕົວຄົນດຽວທີ່ປະພຶດຕົວເອງຊ່ວຍສັງຄົມ ບໍ່ຮູ້ວ່າຊາດນີ້ຊິໄດ້ນຳທິດສະດີເຮັດໃຫ້ມັນມີປະສິດທິພາບທົ່ວສັງຄົມໄດ້ຫລືບໍ່ ຖ້າໃຜມີຄວາມສາມາດຕອນນີ້ກ່າຝາກໃຫ້ຊ່ວຍໆແດ່ ຢ່າເມີນເສີຍຫລາຍ


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ secrets ຂຽນວ່າ...
ມັນເປັນບັນຫາຍາກທີ່ສຸດ ກ່ອນຊິດຶງເອົາເງິນໃບນ້ອຍມາໃຊ້ໄດ້ຕ້ອງພະຍາຍາມໃຫ້ເງິນລາວມີຄ່າສູງທີ່ສຸດທຽບໃສ່ເງິນຕາຕ່າງປະເທດ ໂດຍສະເພາະເງິນ ໂດລາ

ແບບນີ້ອັນຕະລາຍ ໃນມອງມອງຂອງຄົນທີ່ໃຊ້ພຽງແຕ່ເງິນ ກັບຄົນທີ່ມີມູມມອງການຄຳນຶງເຖິງຄ່າຂອງເງິນເຟີ້ ແລະ ການປັບຕົວຂອງສິນຄ້າມັນຕ່າງກັນໄດ໋


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະດີໄດ໋ ຍ້ອນໄວໄປສະໄຫມຍາມນ້ອຍ ຈ່າຍໃບກີບ ຮ່າໆໆໆ

ຮັກນ້ອງຕອນເມົາ

໘ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
ຢາກໃຫ້ເຈົ້າໜ້າທີ່ຜູ້ທີ່ຮັບຜິດຊອບເລື້ອງເສດຖະສາດ-ການເງຶນມາໃຫ້ຄຳຕອບເບຶ່ງເດ້!!!! ວ່າເພຶ່ນຊິຕອບໄດ້ດີຊ່ຳໃດ໋!!! ຂພຈ ວ່າ ມັນຕ້ອງມີຄຳຕອບແນ່ນອນສຳລັບຜູ້ທີ່ນັ່ງຕັ່ງກະຊວງ ຫຼືລັດຖະມົນຕີທ່ານໃດ໋ໜຶ່ງ ມັນກະຕ້ອງຕອບໃດ້ ແຕ່ວ່າເພຶ່ນຊິມາເຫັນບໍ່ ທໍ່ນັ້ນແລະ!!!!ສຳລັບລູກຈ້າງລາຍເດືອນຄືເຮົາໜີ້ ແມ່ນບໍ່ມີຄຳຕອບ ເພາະວ່າເຮົາບໍ່ໄດ້ຈັບໄດ້ບາຍ ກະເລີຍວ່າໄດ້ແຕ່ຖາມ
ທ້າຍນີ້ ກະຂອບໃຈກັບທຸກໆຄວາມເຫັນ ເປັນກຳລັງໃຈຫຼາຍໆ. ແລ້ວພໍ້ກັນ.


໑ ກະທູ້
໑໒໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ siizomphu ຂຽນວ່າ...
ຢາກໃຫ້ເຈົ້າໜ້າທີ່ຜູ້ທີ່ຮັບຜິດຊອບເລື້ອງເສດຖະສາດ-ການເງຶນມາໃຫ້ຄຳຕອບເບຶ່ງເດ້!!!! ວ່າເພຶ່ນຊິຕອບໄດ້ດີຊ່ຳໃດ໋!!! ຂພຈ ວ່າ ມັນຕ້ອງມີຄຳຕອບແນ່ນອນສຳລັບຜູ້ທີ່ນັ່ງຕັ່ງກະຊວງ ຫຼືລັດຖະມົນຕີທ່ານໃດ໋ໜຶ່ງ ມັນກະຕ້ອງຕອບໃດ້ ແຕ່ວ່າເພຶ່ນຊິມາເຫັນບໍ່ ທໍ່ນັ້ນແລະ!!!!ສຳລັບລູກຈ້າງລາຍເດືອນຄືເຮົາໜີ້ ແມ່ນບໍ່ມີຄຳຕອບ ເພາະວ່າເຮົາບໍ່ໄດ້ຈັບໄດ້ບາຍ ກະເລີຍວ່າໄດ້ແຕ່ຖາມ
ທ້າຍນີ້ ກະຂອບໃຈກັບທຸກໆຄວາມເຫັນ ເປັນກຳລັງໃຈຫຼາຍໆ. ແລ້ວພໍ້ກັນ.


ຊີຍາກຫຍັງຫາໃຫ້ຄົນທີເຮັດວຽກຢູກະຊວງການເງີນ ກ້ອບເອົາໄປສະເຫນີລັດຖະມົນຕີ ເລີຍດີບໍຮາາາາາາາ
ຄີດວ່າຄີມີພະນັກງານກະຊວງກ່ຽວຂ້ອງຫລີ້ນພັນລາວຢູຕີບໍ
ຄັນເພີ່ນເຫັນປັນຫາແລ້ວຮູ້ແກ້ໄຂກໍບໍຍາກດອກລະທູກພາກສ່ວນຊ່ວຍກັນປັບປຸງແກ້ໄຂ
ບໍແມ່ນອາໃສແຕ່ພາກລັດທູກຄົນມີສ່ວນຮ່ວມນຳກັນຈັງໄດ້ັຜົນ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ມີທາງດຽວທີ່ຈະເປັນໄປໄດ້
ຖ້າແຕ່ໂລກແຕກປີ 2012 ລະຜະລິດເງິນມາໃຊ້ໃໝ່ ( ໝົດໂລກໃຊ້ເງິນສະກຸນດຽວສິເປັນຈັ່ງໃດ )

M99NOY

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ່ອັດຕາເງິນທີ່ນ້ອຍລົງ ແຕ່ ວ່າໃຫ້ ພິມລັກສະນະແບບໄຫ່ມ ແບບເກົ່ນັ້ນ ຖືວ່າຖືກລົບລ້າງໄປແລ້ວ ບໍ່ມີທາງທີ່ຈະກັບເອົາມາໃຊ້ອີກດອກ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑ ກະທູ້
໒໐໑ ໂພສ
ນັກການກະທູ້
ຄັນເປັນໄປໄດ້ກໍ່ດີ

归零

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຂຶ້ນກັບລະດັບເງິນເຟີ້ນ່ະ..
ຮູ້ສຶກວ່າບ້ານເຮົາຂ້ອນຂ້າງຈະເຟີ້ໃນລະດັບທີ່ສູງແດ່ 6-7% ຕໍ່ປີ..
(ຢາກຮູ້ວ່າເງິນເຟີ້ຢູ່ລະດັບເທົ່າໃດ ໃຫ້ເບິ່ງດອກເບ້ຍເງິນຟາກທີ່ເປັນເງິນກີບຢູ່ທະນາຄານຫັ້ນລ່ະ ຈະໃກ້ຄຽງລະດັບນັ້ນແຕ່ໜ້ອຍກວ່າໜ້ອຍນຶ່ງ)
ແລ້ວພໍເງິນເຮົາມັນໜ້ອນຄ່າລົງກໍບໍ່ສາມາດໄປທຽບກັບເງິນສະກຸນອື່ນໄດ້..
ຈຶ່ງຕ້ອງຜະລິດເງິນມູນຄ່າທີ່ຫຼາຍຂຶ້ນອອກມາ..

ປລ. ຂ້ອຍເຄີຍຄິດຢາກໃຫ້ບ້ານເຮົາມີເງິນຫຼຽນ..
ແຕ່ຄ່າຜະລິດມັນແພງ..
ແຖມຄິດວ່າບໍ່ໜ້າຈະມີຄົນມັກໃຊ້ເພາະມັນໜັກກະເປົ໋າ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ມີທາງດຽວທີ່ຈະເປັນໄປໄດ້
ຖ້າແຕ່ໂລກແຕກປີ 2012 ລະຜະລິດເງິນມາໃຊ້ໃໝ່ ( ໝົດໂລກໃຊ້ເງິນສະກຸນດຽວສິເປັນຈັ່ງໃດ )



ຫາກໂລກແຕກ ກະໜົດຫ່ວງແລ້ວ ຫາເວລາສັ່ງລາກັນແຕ່ດຽວນີ້ສາໄປ໋ !!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຊິຍາກຊາຫັຍງເດ
ກະຍຸບຄ່າເງິນກີບລົງ ໑ ກີບໃໜ່ ຕໍ່ ໑໐໐໐໐ກີບເກົ່າມັນກະແລ້ວບັນຫາໄປ!!

ບໍ່ແມ່ນຫາວິທີໃຫ້ຣັຖບານຫາທາງອອກເດິ ເປັນແບບການງ່າຍໆ!


໖ ກະທູ້
໑໐໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ມັນຊິຍາກຊາຫັຍງເດ
ກະຍຸບຄ່າເງິນກີບລົງ ໑ ກີບໃໜ່ ຕໍ່ ໑໐໐໐໐ກີບເກົ່າມັນກະແລ້ວບັນຫາໄປ!!

ບໍ່ແມ່ນຫາວິທີໃຫ້ຣັຖບານຫາທາງອອກເດິ ເປັນແບບການງ່າຍໆ!


ແມ່ນຄວາມ... ກໍາລັງວ່າຊິບອກຢູ່.. ເພາະເຮົາໄດ້ຍິນຂ່າວຂອງປະເທດໜຶ່ງເຊິ່ງກະບໍ່ຈື່ວ່າແມ່ນປະເທດໃດ... ກະເຈົ້າໄດ້ປ່ຽນລັກສະນະຂອງເງິນໃໝ່ທັງໝົດ... ຈາກ1000 ມາເຫຼືອ1.. ເຮົາຄິດວ່າເຮັດຈັ່ງຊີ້ກະພໍໄດ້ຢູ່ ແຕ່ກະຕ້ອງໃຊ້ງົບປະມານຫຼາຍໃນການພິມເງິນໃໝ່ບາດດຽວ... ຈົນກວ່າຈະຈໍາເປັນທີ່ສຸດແຫຼະ ລັດຖະບານຈິ່ງຊິເຮັດແບບນີ້ນະ..

<img alt="http://punlao.com" src="http://punlao.com/glittergenerator/tipos/14/a.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/l.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/e.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/x.gif" /><br><a href="http://punlao.com"><b>http://punlao.com</b></a>

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຄັນແມ່ນໄຜສາມາດດືງເອົາເງີນໃບນ້ອຍອອກມາໃຊ້ໄດ້ນະສຸດຍອດເລີຍນະ
ຍົກຕົວຢ່າໄທນະຍັງມີການທອນເງີນເປັນສະຕ່າງເລີຍນະ
ລາວເຮົາຄືຊີຍັງຫ່າງໄກເລືອງເອົາໃບນ້ອຍອອກມາໃຊ້ນະ
ຄັນເຮັດໄດນະຊີຈະລືກຊື່ໄວ້ໃນໃຈວ່າ ທ່ານເກັ່ງຫລາຍ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ alexthemao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ມັນຊິຍາກຊາຫັຍງເດ
ກະຍຸບຄ່າເງິນກີບລົງ ໑ ກີບໃໜ່ ຕໍ່ ໑໐໐໐໐ກີບເກົ່າມັນກະແລ້ວບັນຫາໄປ!!

ບໍ່ແມ່ນຫາວິທີໃຫ້ຣັຖບານຫາທາງອອກເດິ ເປັນແບບການງ່າຍໆ!


ແມ່ນຄວາມ... ກໍາລັງວ່າຊິບອກຢູ່.. ເພາະເຮົາໄດ້ຍິນຂ່າວຂອງປະເທດໜຶ່ງເຊິ່ງກະບໍ່ຈື່ວ່າແມ່ນປະເທດໃດ... ກະເຈົ້າໄດ້ປ່ຽນລັກສະນະຂອງເງິນໃໝ່ທັງໝົດ... ຈາກ1000 ມາເຫຼືອ1.. ເຮົາຄິດວ່າເຮັດຈັ່ງຊີ້ກະພໍໄດ້ຢູ່ ແຕ່ກະຕ້ອງໃຊ້ງົບປະມານຫຼາຍໃນການພິມເງິນໃໝ່ບາດດຽວ... ຈົນກວ່າຈະຈໍາເປັນທີ່ສຸດແຫຼະ ລັດຖະບານຈິ່ງຊິເຮັດແບບນີ້ນະ..



ເປັນແບບຢ່າງໃນການຍຸບຄ່າເງິນ ທີ່ເຟີ້ ແບບ ຮິບແປ ເຟີ້ ແຫຼະຫັ້ນ ບ້ານເຮົາກະເຟີ້ຄືກັນບໍຊັ້ນ
ຂ້ອຍພຍງບອກວິທີງ່າຍໆ.
ຫາກວ່າເສຖກິດເຮົາດີມັນກະເຮັດໄດ້ ແຕ່ ຫາກວ່າ ຜະເດັດການ ກະເຮັດໄດ້ ເພາະ ເປັນຜະເດັດການເດ ໃຜຊິກ້າວ່າໃຫ້!


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ເປັນໄປບໍ່ໄດ້

K.Soubandith

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ທຸກຢ່າງເປັນໄປໄດ້ ...ຕ້ອງມີເລີມຄວາມຄິດຈື່ງຈະມີຄວາມເປັນຈີ່ງໄດ້.ແຕ່ກ່ອນໃຜຊີຄິດວ່າຄົນຊິສາມາດອອກນອກໂລກໄດ້ແມ່ນບໍ່ລະທ່ານ


໘ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
ຂອບໃຈ ສຳລັບ ທຸກໆ ຄວາມເຫັນ, ຕໍ່ໄປ ຂໍເວົ້າຕື່ມອີກໜ້ອຍໜຶ່ງ, ເລື້ອງຫຼຽນນີ້! ມີຄວາມຈຳເປັນຫຼາຍ! ເປັນຫຍັງຫຼາຍປະເທດເກືອບທົ່ວໂລກຈຶ່ງໃຊ້ຫຼຽນ ມັນກະຍ້ອນວ່າ ໂລຫະມັນທົນທານກວ່າເຈ້ຍໃດ໋ ຂພຈ ວ່າ! ຄັນເຮົາຜະລິດເງິນເລກນ້ອຍດ້ວຍເຈ້ຍ ບໍ່ດົນມັນກໍ່ຂາດ ແລ້ວກະຕ້ອງໄດ້ຜະລິດໃໝ່ ມັນເປືອງ ຂພຈ ຄິດວ່າ
ແລ້ວພໍ້ກັນ.


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບເບິງ

ຮັກແທ້ຄືແມ່

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ຜະລິດອອກມາເປັນເງີນຫຼຽນ ບໍ່ເຖີງຄັນ1ກີບກາໄດ້ ຜະລິດແຕ່ຫຼຽນ 100 200 500 1000 ກີບກາໄດ້

ການໃຊ້ເງີນຫຼຽນດີຫຼາຍຢ່າງໂດຍສະເພາະການຫຼຸຍຮ້ຽນ ແຕ່ຕົ້ນທືນການຜະລິດພັດສູງ

21 3-15-13-16-12-5-20-5 13-5


໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
่ຢາກຈະໃຊ້ເງິນທີ່ມີລາຄາ 1 ກີບ
ມັນກໍ່ຂຶ້ນຢູ່ຫລາຍຢ່າງຫລາຍປັດໄຈ ເເຕ່ຈະຍົກມາເວົ້າບາງຕົວຢ່າງ
1. ຕ້ອງເເກ້ກົດຫມາຍພານິດໃຫມ່ ເຊັ່ນ ຢູ່ພາຍໃນປະເທດຈະທຳທຸລະກຳທຸກຢ່າງຕ້ອງໃຊ້ຈ່າຍເປັນເງິນກີບເທົ່ານັ້ນ ການຝາກ ຖອນເງິນທະນາຄານຕ້ອງຄິດເປັນເງິນກີບທັ້ງຫມົດ ເພາະລາວເຮົາຕອນນີ້ສາມາດຝາກທະນາຄານເປັນເງິນຕາຕ່າງປະເທດໄດ້ຈະຝາກຫລືຖອນກໍ່ໄດ້ທັ້ງນັ້ນ ດັ່ງນັ້ນຄົນລວຍບໍ່ມີທາງຈະໃຊ້ເງິນກີບເພາະມັນບໍ່ຄົງທີ່ ຫລືຫມັ້ນຄົງ ຢູ່ບາງປະເທດທີ່ເຂົາມີສະຖຽນນະພາບທາງການເງິນດີ ເພາະເຂົາຄວບຄຸມດີ ຂະຫນາດ ຄົນອື່ນໂອນເງິນໃຫ້ເຮົາຕ້ອງເເລກເປັນສະກຸນເງິນເຂົາເທົ່ານັ້ນ ຈະຮັບເປັນສະກຸນເງິນອື່ນບໍ່ໄດ້ ແລະຕ່າງປະເທດເຂົ້າມາລົງທຶນກໍ່ຕ້ອງເເລກຄິດເປັນສະກຸນເງິນກີບ
2. ຄົນໃນປະເທດຕ້ອງ ຂະຫຍັນຂັນເເຂງ ປະດິດຄິນຄົ້ນ ສ້າງເສດຖະກິດເພື່ອສົ່ງອອກ ໃຫ້ໄດ້ຫລາຍທີ່ສຸດ ເພື່ອນຳເງິນເຂົ້າປະເທດ ແລະປະເທດຕ້ອງມີເງິນສຳຮອງ ລະຫວ່າງປະເທດ ຈະເປັນສັບສິນກໍ່ໄດ້ເຊັ່ນທອງຄຳເປັນຕົ້ນ ເພື່ອປະກັນສະຖຽນນະພາບຂອງສະກຸນເງິນ ເຊັ່ນປີສອງປີຜ່ານມາ ຈີນມີທອງຄຳເປັນເງິນສຳຮອງລະຫວ່າງປະເທດຫລາຍທີ່ສຸດ ທີ່ເວົ້າມາເປັນພຽງເເຕ່ຂີ້ປະຕິວນ້ອຍຫນຶ່ງ ມັນຕ້ອງມີອົງປະກອບຫລາຍຢ່າງ ເຂົາຮຽນກັນສີ່ຫ້າປີ ຈະເວົ້າເທົ່ານີ້ບໍ່ມີທາງເຂົ້າໃຈ ແຕ່ທີ່ສຳຄັນ ຢູ່ທີ່ຜູ້ນຳປະເທດ ແລະຜູ້ບໍລິຫານຕ້ອງມີຄວາມສະຫລາດ ມີປະຕິພານໄຫວພິບ ທີ່ດີ ເພື່ອຈະວາງເເນວທາງ ຂອງປະເທດຈະໃຫ້ເປັນໄປໃນທິດທາງໃດ ເພາະໃນສັງຄົມໂລກປັດຈຸບັນມີການເເຂ່ງຂັນກັນສູງ ສົງຄາມໂລກຄັ້ງທີ່ສາມເກິດເເລ້ວນັ້ນຄືສົງຄາມເສດຖະກິດ ຖ້າຜູ້ບໍລິຫານສາຍຕາບໍ່ກວ້າງໄກ ມີເເຕ່ຈະເສີຍປຽບ ເເລ້ວກໍ່ເສີຍປຽບ ແລະທ້າຍສຸດກໍ່ຈະລົ້ມລະລາຍເຫມືອນບໍລິສັດ


໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເງິນເຟີ້ ແບບນີ້ ຈະເຮັດໄດ້ຢູ່ຫວ໋າ
ແຕ່ໄດ້ກະຄືຊິດີ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>