ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ທ່ານມີຄວາມຄິດເຫັນແນວໃດຕໍ່ການທີ່ລາວເຮົາຈະເຂົ້າເປັນສະມາຊີກອົງການການຄ້າໂລກ ຫຼື WTO

໒ ກະທູ້
໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີລະບໍລາວເຮົາຈະໄດ້ສະແດງສູ່ສາຍຕາໂລກໃຫ້ຫຼາຍປະເທດຮັບຮູ້ນຳ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ມັນກໍ່ມີສິ່ງທ້າທາຍຫຼາຍໆຢ່າງ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ເປັນນິມິດໝາຍທີ່ດີ ຈະໄດ້ເປີດການຄ້າເສລີກັບປະເທດອື່ນ ພໍໄດ້ເອົາສິນຄ້າແບບລາວໆເຮົາໄປອວດສາຍຕາຊາວໂລກເເດ່
ເຖິງແມ່ນວ່າສິນຄ້າຊິຍັງບໍ່ທັນແປຮູບກໍຢ່າ ແຕ່ຢ່າງນ້ອຍ ລາວເຮົາຍັງໄດ້ປະກາດໂຕເອງໃຫ້ຊາວໂລກ ຮູ້ວ່າມີສັກກະຍະພາບ
ໃນການສົ່ງສິນຄ້າ ໄປຫລໍ່ລ້ຽງຊາວໂລກໄດ້ ແລະໄດ້ນຳສິນຄ້າຊະນິດອື່ນໆ ທີ່ຍັງຂາດເເຄນໃນລາວເຂົ້າມາຈຳໜ່າຍໃຫ້ປະຊາຊົນ
ໄດ້ບໍລິໂພກ ແລະຊົມໃຊ້ກັນ
ຈະເລີນທຳ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆ ເຄື່ອງລາວເຮົາຈັ່ງມີໜ້າໃນເວທີໂລກ

ຄິດດີ ເວົ້າດີ ເຮັດດີ

໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
[size=12pt][/siz
ກໍ່ດີລາວຈະມີການພັດທະນາຫຼາຍຂື້ນແລະມີໜ້າມີຕາໃນເວທີສາກົນ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຊັດເຈນວ່າລາວເຮົາຈະໄດ້ຫຍັງຈາກການເຂົ້າເປັນສະມາຊິກ WTO..
ຮູ້ແຕ່ວ່າຂັ້ນຕອນການເປັນສະມາຊິກເຮັດໃຫ້ຫຼາຍປີທີ່ຜ່ານມາ..
ເຮົາຕ້ອງໄດ້ປັບປຸງລະບົບການຄ້າບ້ານເຮົາຫຼາຍຂຶ້ນ..
ແລະນຳສູ່ການຈັດລະບຽບທາງການຄ້າໃຫ້ເປັນລະບົບ..


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖາມວ່າ ການເຂົ້າເປັນສະມາຊິກອົງການການຄ້າໂລກນີ້ດີບໍ່ ຕາມທັດສະນະກໍ່ເຫັນວ່າດີຢູ່
ເພາະວ່າຈະເປັນການບັງຄັບໃຫ້ຜູ້ຜະລິດສິນຄ້າຂອງລາວຕ້ອງໄດ້ປັບປຸງມາດຕະຖານສິນຄ້າໃຫ້ດີຂຶ້ນກວ່າເກົ່າຖ້າຢາກແຂ່ງຂັນກັບຕະຫຼາດໂລກ
ເປັນການສົ່ງເສີມການຜະລິດຂອງລາວ ປະຊາຊົນມີວຽກເຮັດງານທຳ ແລະ ອື່ນໆກະຊິຕາມມາພາຍຫຼັງ

ຄຽງຄູ່ກັບຜົນດີເຮົາກໍ່ມີຜົນເສຍຄືກັນ ເນື່ອງຈາກປະຈຸບັນສິນຄ້າທີ່ເຮົາສົ່ງອອກມີຈຳນວນບໍ່ຫຼາຍຕ່າງຈາກສິນຄ້າທີ່ນຳເຂົ້າເຊິ່ງອາດຈະເຮັດໃຫ້ເຮົາເສຍດຸນທາງການຄ້າ

ອີກຢ່າງການ ຈະເຂົ້າເປັນສະມາຊິກໃນອົງການດັ່ງກ່າວ ເຮົາກໍ່ຕ້ອງໄດ້ດັດແກ້ປັບປຸງນິຕິກຳຕ່າງໆຂອງເຮົາໃຫ້ສອດຄ່ອງກັບກົດຂອງອົງການການຄ້າໂລກ ເຊິ່ງບາງຢ່າງກໍ່ອາດຈະຂັດກັບກົດໝາຍພາຍໃນ

ທ້າວທອງໃສ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຫຼາຍໆເລີຍ

ຮັກນ້ອງຕອນເມົາ