ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ເງິນຝືດ ແລະ ເງິນເຟີ້ ມັນມີສາເຫດມາຈາກໃສຫວ໋າ ....

໖ ກະທູ້
໖໕ ໂພສ
ຂາປະຈຳເວັບບອດ
ຢາກຮູ້ວ່າ ເງິນຝືດ ແລະ ເງິນເຟີ້ ມີສາເຫດມາຈາກໃສ?
ຖ້າເກີດຂຶ້ນແລ້ວມັນສົ່ງຜົນກະທົບແນວໃດແດ່?

ຄົນຜ່າຍແພ້ ບໍ່ແມ່ນຄົນທີ່ລົ້ມເຫຼວ
ຄົນທີ່ລົ້ມເຫຼວ ແມ່ນຄົນທີ່ລົ້ມເລີກ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ພາວະເງີນເຟີ ກັບພາວະເງີນຝຶດ ຈະຢູ່ຝັ່ງກົງກັນຂ້າມສະເໝີ
ສາເຫດຂອງເງີນເຟີ ມາຈາກລາຄາສິນຄາ ແລະການບໍລິການສູງຂື້ນ ສາເຫດທີ່ລາຄາສູງເພາະວ່າອຸປະສົງ Demand ຄືຄົນຕ້ອງການສິນຄ້າຫລາຍ ມັນກພະເລີຍເປັນເຫດໃຫ້ລາຄາແພງ ໃນເມື່ອລາຄາເເພງແລ້ວ ມັນກະເລີຍເຮັດໃຫ້ມູນຄ່າຂອງເງີນລົດລົງ ຍົກຕົວຢ່າງຄື ປີກ່ອນເຮົາເຄີຍຊື້ເສື້ອ ລາຄາ 50.000 ກິບ ປີຕໍ່ມາເຮົາຊື້ 100.000 ກິບ ສິນຄ້າຊະນິດດຽວກັນ ສະເເດງວ່າເຮົາໄດ້ຈົກເງີນໃນກະເປົ່າເພີ້ມອີກ 50.000 ກິບ ແມ່ນບໍ ໃນເມື່ອດັດຊະນີມັນເພີ້ມຂື້ນ ມູນຄ່າຂອງເງີນມັກກະລົດລົງ 50% ແລ້ວ ວິທີແກ້ໄຂ ກະຄືລົດອຸປະສົງ Demand ລົງ
ສ່ວນພາວະເງີນຝຶດ ຄືສິນຄ້າ ແລະການບໍລິການລົດລົງ ມາຈາກ ອຸປະທານ Supply ໄດ້ຜະລິດສິນຄ້າຫລາຍເກີນໄປ ເນື່ອງມາຈາກພະນັກງານເກັ່ງຂື້ນ ແລະເຕກໂນໂລຍີທັນວະໄຫມ ຜູ້ປະກອບການກໍໄດ້ລົດພະນັກງານລົງ ແລະໄດ້ລົດຕົ້ນທຶນການຜະລິດລົງຫລາຍ ຄົນກະເລີຍຕົກວຽກບໍ່ມີວຽກເຮັດ ເລີຍບໍ່ມີລາຍໄດ້ ກະບໍ່ມີເງີນຊື້ສິນຄ້າ ນັກລົງທຶນລົງທຶນນ້ອຍ ເຮັດໃຫ້ອັດຕາການວ່າງວຽກສູງຂື້ນ ຄ່າແຮງງານຕ່ຳ ສິນຄ້າຫລາຍກວ່າຜູ້ຕ້ອງການ ຄືອຸປະສົງນັ້ນເອງ ວິທີແກ້ກະຄື ເພີ້ມອຸປະສົງ Demand ໃຫ້ຫລາຍໆຂື້ນ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ເຫັນດີກັບ Dhammavariety ອະທິບາຍຖືກ ແຕ່ວິທີແກ້ໄຂນັ້ນມີຫລາຍວິທີ



໖ ກະທູ້
໖໕ ໂພສ
ຂາປະຈຳເວັບບອດ
ຂອບໃຈນຳ Dhammavariety ເດີ ທີ່ໃຫ້ຄວາມກະຈ່າງແຈ້ງຂຶ້ນຕື່ມ

ຄົນຜ່າຍແພ້ ບໍ່ແມ່ນຄົນທີ່ລົ້ມເຫຼວ
ຄົນທີ່ລົ້ມເຫຼວ ແມ່ນຄົນທີ່ລົ້ມເລີກ

໑ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ເປັນຂໍ້ມູນທີ່ດີຫລາຍ ຂອບໃຈຂໍ້ມູນດີໆນຳ Dhammavariety

<a href="http://www.epayfriend.com/?refid=253434"><img src="http://www.epayfriend.com/adv/banner728x90-3.gif" width="728" height="90" border="0" /></a>

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຂອບໃຈຫລາຍໆ ທີ່ໃຫ້ກຳລັງໃຈ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ຂອບໃຈເດີ້ ທັມມະ ວະຣິເອັດທີ

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຈະເລີນທຳ ອະທິບາຍຕາມທີ່ໄດ້ສຶກສາມາ ເທົ່າທີ່ຈຳໄດ້ ສາເຫດຂອງພາວະເງີນເຟີ ແລະເງີນຝຶດ
ອາດຈະມາຈາກທັ້ງອຸປະສົງ ແລະອຸປະທານ ແຕ່ພະເວົ້າບໍ່ໝົດ ໂອກາດໜ້າຖ້າມີເວາລາດ່ຽວຊິມາແຊນຳໃຫມ່ເດີ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂປຼແກມທີ່ໃຊ້ຂຽນພາສາ HTML ມີໂປຼແກມຫຍັງແດ່? ຕອບຊ່ວຍແດ່ເດີພີ່ນ້ອງ

ວິທີຂຽນເວບໄຊມີຫຍັງແນ່?

໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ກະມີຫຼາຍທ່ານໃຫ້ຄຳຄິດເຫັນຂາພະເຈົ້າບໍ່ຂໍເວົ້າຫັຍງຫຼາຍຂໍບັນລະຍາຍ ໓ ຊົ່ວໂມງກະພໍ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
....

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໕ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ພາວະເງິນເຟີ້ເກີດມາຈາກລາຄາຂອງສິນຄ້າ ແພງ ຫຼື ຖືກ. ຖ້າແພວຈະເຮັດໃຫ້ອຳນາດຊື້ຂອງເງິນຊື້ຄືເກົ່າບໍ່ໄດ້, ແຕ່ຖ້າຖືກເຮັດໃຫ້ຄົນເຮົາຈ່າຍເງີນຟຸມເຟືອຍ. ມັນປຽບເໝືອນໄວຣັດທີ່ມີຢູ່ກັບຄອມພີວເຕີຫັ້ນແຫລະ,

ທ່ານ ຄິດແນວໃດ ກ່ຽວກັບການຫ້າມບໍ່ໃຫ້ໃສ່ເຄື່ອງນັກຮຽນໄປໂຮງຮຽນ....? ຄວນ ຫຼື ບໍ່..? ແລະ ຍ້ອນຫຍັງ..?

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
un ni lea koi test bor dai na


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ພາວະເງີນເຝີ ມາຈາກທັ້ງ ອຸປະສົງ ແລະ ອຸປະທານ
ອຸປະສົງ ຄື ຄວາມຕ້ອງການຂອງສິນຄ້າ ຂອງລູກຄ້າຫລາຍເກີນໄປ ເຮັດໃຫ້ສິນຄ້າຂາດເເຄນ ເປັນເຫດໃຫ້ ເຈົ້າຂອງກິດຈະການ
ຫຼືຜູ້ປະກອບການຕັ້ງລາຄາສິນຄ້າເເພງ ກວ່າປົກກະຕິ.
ອຸປະທານຄື ຜູ້ປະກອບການ ມາຈາກຫລາຍຢ່າ
1. ອາດຈະຕ້ອງການເລ່ງຜົນກຳໄລ
2.ຂທ້ນເງີນເດືອນພະນັກງານ
3.ເກີດໄພທຳມະຊາດຄຸກຄາມ
4.ວັດຖຸດິບເເພງ ຫຼື ຂາດເເຄນ
ເປັນຕົ້ນ ໃນເມື່ອສິ່ງເຫລົ່ານີ້ ມີມູນຄ່າສູງຂື້ນ ຕົ້ນທຶນໃນການຜະລິດກໍສູງຂື້ນຕາມ ໃນເມື່ອຕົ້ນທຶນການຜະລິດສູງ
ສິນຄາທີ່ອອກມາສູ່ຕະຫລາດກໍເເພງ ສິນຄ້າເເພງແລ້ວ ມັນກະເລີຍເຮັດໃຫ້ມູນຄ່າຂອງເງີນຕ່ຳລົງກວ່າປົກກະຕິ
ຈະເລີນທຳ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໔ ກະທູ້
໑໘໓ ໂພສ
ນັກການກະທູ້
รู้จักแต่ท้องอืด ท้องฟื้อ


ถ้าคุณคิดถึงผม ผมก็คิดถึงคุณ.

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອນຂອງທ່ານອະລິຍະ ກອບມາລົງໃຫ້ ອິອິ
ຈາກ:http://punlao.com/ariya/diary/15193/

- ມີພຣະດີເອົາໄວ້ອ້າງ ອວດໝູ່ວ່າໂຕມີ
ໂຕບໍ່ມີຄວາມດີ ໜຶ່ງດຽວຂອງສ້ຽວ
ມີພຣະດີບໍ່ເຄີຍໄຫວ້ ວັນທາການນົບນອບ
ຫາຄວາມດີບໍ່ໄດ້ ອັບປີເຂົ້າແຊກແຊງ

- ພຣະດີບໍ່ແມ່ນເຮັດດ້ວຍແກ້ວ ນິນໝູ່ເງິນຄໍາ
ພຣະທີ່ດີມີຫຼວງຫຼາຍ ທົ່ວໂລກາກວ້າງ
ພຣະທີ່ດີມີຫຼາຍລ້ວນ ເອົາຫຍັງທໍາກໍດີເລີດ
ປະເສີດຫຼາຍຫຼາກແທ້ ຫາກຄົນສ້າງນັ້ນຍອດດີ

- ພຣະແກ້ວດີແທ້ໆ ຫາໃສປຽບປານບໍ່ມີ
ປະຫວັດການເຂົາຂານ ອໍລະຫັນຊົງສ້າງ
ພຣະອິນທາງລົງມານ້ອມ ວິສຸກັມເປັນຜູ້ຫຼໍ່
ພຣະແກ້ວຈຶ່ງດີປະເສີດແທ້ ສັກສິດລໍ້າເລີດປະມານ

- ພຣະແກ້ວເນົານັ່ງປ້ອງ ເອກະລາດລາວເຫິງ
ສອງຮ້ອຍກວ່າປີເນົາວຽງຈັນ ຮຸ່ງເຮືອງເຫຼືອງເຫຼື້ອມ
ສັດຕູມານມາເຂົ້າ ຮາວີທໍາລາຍຍາກ
ສຍາມຕີລ້ານຊ້າງ ວຽງຈັນນີ້ເປັນປີ

- ນັບແຕ່ປີພັນເຈັດສິບເຈັດຕັ້ງ ສົງຄາມກໍ່ສຍາມແຊງ
ອ້ອມນະຄອນວຽງຈັນ ຮອດປີເຈັດສິບເກົ້າ
ຢຶດເອົາຫົວເມືອງນ້ອຍ ກອງນາງພັນພ້າວສີຊຽງໃໝ່
ລາວຝັ່ງຂວາກໍຢຶດໄດ້ ເຖິງປານນັ້ນກໍຢາກຈິງ

- ຍ້ອນລິດເດດພຣະແກ້ວ ຮັກສາຊາດຊາວລາວ
ລາວຈຶ່ງຄົງເຂັງຂັນ ສູ້ຢັນສັດຕູໄດ້
ແຕ່ວ່າສັດຕູມານຫຼາຍແທ້ ເຫຼັກເຫຼືອຫຼາຍກວ່າຖ່ານ
ຈັນທະບູຣີຈຶ່ງຖືກມ້າງ ສັດຕູເຂົ້າຈູດເຜົາ

- ເຫັນໄດ້ວ່າຄາວສະໄໝຕອນນັ້ນ ລາວເຮົາຊື່ບໍ່ຣິສຸດ
ຖືກສິນທັມທາງພຸດ ພຣະຈຶ່ງປອງປົກປ້ອງ
ການທີ່ວຽງຈັນຮ້າງ ບໍ່ແມ່ນເປັນຍ້ອນພຣະຊົ່ວ
ມານຫາກມີມາກລົ້ນ ຫຼາຍແທ້ຈຶ່ງເປັນໄປ

- ອັນວ່າພຣະແກ້ວນັ້ນ ສັກສິດມາກຄວນເຄົາຣົບ ທ່ານເອີຍ
ຫາກທ່ານເນົາເມືອງໃດ ຫາກຮຸ່ງເຮືອງເຫຼືອງເຫຼຼື້ອມ
ຖ້າວ່າຄົນຢູ່ເມືອງນັ້ນ ຈິດໃຈມົວເມົາຊົ່ວ
ຫຼັກລັກລວງໂລບລ້ຽວ ກໍເປັນໄດ້ດັ່ງທີ່ເຫັນ

- ບໍ່ໝາຍວ່າພຣະແກ້ວເຈົ້າ ເປັນພຣະທີ່ເຂັດຂວງ ດອກນາ
ຄົນຫາກຂວງຊາມຫຼາຍ ເຫດຊົ່ວຊາມຈຶ່ງມີຂຶ້ນ
ຫາກຄົນດີມີພຣະດີໄວ້ ຄົນຈະເຣີນບ້ານເຮືອງຮຸ່ງ
ພຣະແກ້ວຈັກຊ່ວຍປ້ອງ ປອງໃຫ້ຢູ່ສະບາຍ

- ອັນນີ້ບົນບອກໃຫ້ ພຣະແກ້ວອາດມໍຣະກົດ
ບໍ່ເຄີຍທໍາຄວາມຄົດ ຕໍ່ຄົນທັງຄ້າຍ
ຍ່ອມປະທານພອນໃຫ້ ຄົນດີໃຫ້ໂດດເດັ່ນ
ຄົນຫາກເປັນຊົ່ວແທ້ ພຣະແກ້ວຊ່ວຍບໍ່ໄຫວ ທ່ານເອີຍ.



໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມ່ວນເນາະພາສຸກ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກອນຂອງທ່ານອະລິຍະ ກອບມາລົງໃຫ້ ອິອິ
ຈາກ:http://punlao.com/ariya/diary/15193/

- ມີພຣະດີເອົາໄວ້ອ້າງ ອວດໝູ່ວ່າໂຕມີ
ໂຕບໍ່ມີຄວາມດີ ໜຶ່ງດຽວຂອງສ້ຽວ
ມີພຣະດີບໍ່ເຄີຍໄຫວ້ ວັນທາການນົບນອບ
ຫາຄວາມດີບໍ່ໄດ້ ອັບປີເຂົ້າແຊກແຊງ

- ພຣະດີບໍ່ແມ່ນເຮັດດ້ວຍແກ້ວ ນິນໝູ່ເງິນຄໍາ
ພຣະທີ່ດີມີຫຼວງຫຼາຍ ທົ່ວໂລກາກວ້າງ
ພຣະທີ່ດີມີຫຼາຍລ້ວນ ເອົາຫຍັງທໍາກໍດີເລີດ
ປະເສີດຫຼາຍຫຼາກແທ້ ຫາກຄົນສ້າງນັ້ນຍອດດີ

- ພຣະແກ້ວດີແທ້ໆ ຫາໃສປຽບປານບໍ່ມີ
ປະຫວັດການເຂົາຂານ ອໍລະຫັນຊົງສ້າງ
ພຣະອິນທາງລົງມານ້ອມ ວິສຸກັມເປັນຜູ້ຫຼໍ່
ພຣະແກ້ວຈຶ່ງດີປະເສີດແທ້ ສັກສິດລໍ້າເລີດປະມານ

- ພຣະແກ້ວເນົານັ່ງປ້ອງ ເອກະລາດລາວເຫິງ
ສອງຮ້ອຍກວ່າປີເນົາວຽງຈັນ ຮຸ່ງເຮືອງເຫຼືອງເຫຼື້ອມ
ສັດຕູມານມາເຂົ້າ ຮາວີທໍາລາຍຍາກ
ສຍາມຕີລ້ານຊ້າງ ວຽງຈັນນີ້ເປັນປີ

- ນັບແຕ່ປີພັນເຈັດສິບເຈັດຕັ້ງ ສົງຄາມກໍ່ສຍາມແຊງ
ອ້ອມນະຄອນວຽງຈັນ ຮອດປີເຈັດສິບເກົ້າ
ຢຶດເອົາຫົວເມືອງນ້ອຍ ກອງນາງພັນພ້າວສີຊຽງໃໝ່
ລາວຝັ່ງຂວາກໍຢຶດໄດ້ ເຖິງປານນັ້ນກໍຢາກຈິງ

- ຍ້ອນລິດເດດພຣະແກ້ວ ຮັກສາຊາດຊາວລາວ
ລາວຈຶ່ງຄົງເຂັງຂັນ ສູ້ຢັນສັດຕູໄດ້
ແຕ່ວ່າສັດຕູມານຫຼາຍແທ້ ເຫຼັກເຫຼືອຫຼາຍກວ່າຖ່ານ
ຈັນທະບູຣີຈຶ່ງຖືກມ້າງ ສັດຕູເຂົ້າຈູດເຜົາ

- ເຫັນໄດ້ວ່າຄາວສະໄໝຕອນນັ້ນ ລາວເຮົາຊື່ບໍ່ຣິສຸດ
ຖືກສິນທັມທາງພຸດ ພຣະຈຶ່ງປອງປົກປ້ອງ
ການທີ່ວຽງຈັນຮ້າງ ບໍ່ແມ່ນເປັນຍ້ອນພຣະຊົ່ວ
ມານຫາກມີມາກລົ້ນ ຫຼາຍແທ້ຈຶ່ງເປັນໄປ

- ອັນວ່າພຣະແກ້ວນັ້ນ ສັກສິດມາກຄວນເຄົາຣົບ ທ່ານເອີຍ
ຫາກທ່ານເນົາເມືອງໃດ ຫາກຮຸ່ງເຮືອງເຫຼືອງເຫຼຼື້ອມ
ຖ້າວ່າຄົນຢູ່ເມືອງນັ້ນ ຈິດໃຈມົວເມົາຊົ່ວ
ຫຼັກລັກລວງໂລບລ້ຽວ ກໍເປັນໄດ້ດັ່ງທີ່ເຫັນ

- ບໍ່ໝາຍວ່າພຣະແກ້ວເຈົ້າ ເປັນພຣະທີ່ເຂັດຂວງ ດອກນາ
ຄົນຫາກຂວງຊາມຫຼາຍ ເຫດຊົ່ວຊາມຈຶ່ງມີຂຶ້ນ
ຫາກຄົນດີມີພຣະດີໄວ້ ຄົນຈະເຣີນບ້ານເຮືອງຮຸ່ງ
ພຣະແກ້ວຈັກຊ່ວຍປ້ອງ ປອງໃຫ້ຢູ່ສະບາຍ

- ອັນນີ້ບົນບອກໃຫ້ ພຣະແກ້ວອາດມໍຣະກົດ
ບໍ່ເຄີຍທໍາຄວາມຄົດ ຕໍ່ຄົນທັງຄ້າຍ
ຍ່ອມປະທານພອນໃຫ້ ຄົນດີໃຫ້ໂດດເດັ່ນ
ຄົນຫາກເປັນຊົ່ວແທ້ ພຣະແກ້ວຊ່ວຍບໍ່ໄຫວ ທ່ານເອີຍ.



ມັນກ່ຽວກັນຫຍັງເດເນາະ ກັບກະທູ້ຂ້າງເທີງ ຫັ້ນນ່າ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ pranot ຂຽນວ່າ...
รู้จักแต่ท้องอืด ท้องฟื้อ



ກິນຢາແລ້ວບໍ່ເນາະ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໕ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ຂໍຖາມທຸກທ່ານແດ່
ປັດຈຸບັນຢູ່ລາວເຮົາເກີດບັນຫານີ້ຫລາຍປານໃດ??