ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໕ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຄວນ ຫຼື ບໍ່ທີ່ລັດຖະບານຄວນຈະອານຸຍາດໃຫ້ຕ່າງປະເທດສາມາດຊື້ດິນລາວໄດ້, (ແຕ່ຕ້ອງມີກຳນົດ). ຕາມແນວມຸມມອງທາງດ້ານເສດຖະກິດແລ້ວແມ່ນດີ ເພາະຂະເຈົ້າຈະຊ່ວຍພວກເຮົາສ້າງສາພັດທະນາປະເທດລາວເຮົາໃຫ້ຈະເລີນໄວໄດ້ ແລະ ຍັງເຮັດໃຫ້ເສດຖະກິດຂອງປະເທດເຮົາເຂັ້ມແຂງອີກ, ນອກຈາກນັ້ນຍັງເຮັດໃຫ້ຊີວິດຂອງປະຊາຊົນດີຂື້ນເຊັ່ນ: ໃຊ້ ອິນເຕິເນັດ high speed 200 MB. 555555, ໃຊ້ໂທລະສັບກ່ຽວເຂົ້າ 5555 ( ເວົ້າຢອກ ຊື່ໆ ) ແລະ ທ່ານ ເດຄິດຈັ໋ງໃດ..? ຄວນຫຼື ບໍ່ຄວນ ..? ຍ້ອນຫຍັງ...?

ທ່ານ ຄິດແນວໃດ ກ່ຽວກັບການຫ້າມບໍ່ໃຫ້ໃສ່ເຄື່ອງນັກຮຽນໄປໂຮງຮຽນ....? ຄວນ ຫຼື ບໍ່..? ແລະ ຍ້ອນຫຍັງ..?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາຊື້ໄດ້ ເຂົາກໍ່ຊື້ເອົາໄປເປັນຂອງເຂົາໝົດແຕ່ດົນ ຈະບໍ່ໄດ້ເປັນຊາດລາວ ແລະ ປະເທດລາວແລ້ວຕິ ເພາະ ເງິນເຂົາຫຼາຍມະຫາສານ (ຜິດພາດຂໍອະໄພ ນີ້ແມ່ນຕາມຄວາມຄິດ ຂ ພ ຈ ເດີ)


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ມັນຈະບໍ່ເຫລືອໃຫຍ່ໃຫ້ຄົນລາວໃນປະເທດຫັ້ນຕິ, ຖ້າເຂົາຢາກເຮັດທຸລະກິດ ກະສຳປະທານເອົາ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ບໍ່ໃຫ້ຊື້ດີແລ້ວ

ຊົ່ວຢ່າງສ້າງສັນ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາບໍ່ເຫັນດີທີ່ໃຫ້ຕ່າງປະເທດມາຊື້ດິນລາວໄດ້ ຄົນລາວຈະບໍ່ມີບ່ອນຢູ່.

ຄິດດີ ເວົ້າດີ ເຮັດດີ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊື້ແບບມີກຳນົດ ໝົດອາຍຸໃຊ້ງານລະສົ່ງຄືນຫວາ ?
ມີແຕ່ຈະເຊົ່າຫລືສຳປະທານນິ ຄືຢູ່.


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ຕາມກົດໝາຍແລ້ວຄົນຕ່າງປະເທດບໍ່ມີສິດໃນການຊື້ດິນ ແຕ່ກໍຄືວ່ານັ້ນແລ້ວນໍ້....ຄົນເຮັດທັງນັ້ນ...ລາຍລະອຽດເບິ່ງ http://www.lao44.org/2008-07-22-13-04-34.html?func=select&id=10&orderby=2&page=5 ຫລື ຊອກອ່ານ http://www.lao44.org/2008-07-22-13-04-34.html ກໍໄດ້ເດີ້...


໕ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຊື້ມີກຳນົດໝາຍຄວາມວ່າ ບໍ່ເກີນ ຈັກ ແມັດ ຄູນ ຈັກ ແມັດ ແບບຊີຫັ້ນນາ

ທ່ານ ຄິດແນວໃດ ກ່ຽວກັບການຫ້າມບໍ່ໃຫ້ໃສ່ເຄື່ອງນັກຮຽນໄປໂຮງຮຽນ....? ຄວນ ຫຼື ບໍ່..? ແລະ ຍ້ອນຫຍັງ..?

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄືກັນ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ສຳລັບຄົນອື່ນແມ່ນບໍ່ຮູ້ແຕ່ສຳລັບຂ້າພະເຈົ້າແລ້ວແມ່ນບໍ່ເຫັນດີເພາະທີ່ຜ່ານມາກໍ່ເກີດມີບັນຫາຫລາຍຢູ່ແລ້ວ
ຊ້ຳຍັງແກ້ໄຂບໍ່ທັນໄດ້ບໍ່ວ່າຈະເປັນການລົງທຶນຂອງຕ່າງປະເທດໃນຮູບການຂອງການສຳປະທານທີ່ດິນ
ໂດຍສະເພາະຢູ່ແຂວງສະຫວັນນະເຂດ,ແຂວງຫລວງນ້ຳທາແຂວງໄຊຍະບູລີແຂງຈຳປາສັກເຊີງໃນບາງເມືອງຂອງແຂວງທີ່ກ່າວມານີ້ປະຊຊົນແມນ
ບໍ່ມີຮອດດິນຈະເຮັດນາເພື່ອປູກເຂົ້າກິນ
ຍົກຕົວຢ່າງທີ່ແຂວງສະຫວັນນະເຂດດຽວນີ້ເຕັມໄປດ້ວຍຄົນຕ່າງປະເທດ(ຫວຽດນາມ)ທີ່ເຂົ້າມາທຳທຸລະກິດແລ້ວກາຍເປັນຄົນລາວເລີຍ
ສ່ວນຄົນລາວແມ່ນໜີໄປຢູ່ບ້ານນອກເທື່ອລະນ້ອຍໃຜບໍ່ເຊື່ອລົງມາເບີ່ງໂລດ
ດັ່ງນັ້ນຂ້າພະເຈົ້ຈຶ່ງຢາກຂໍໃຫ້ຄິດກ່ຽວກັບບັນຫານີ້ຄືນໃໝ່ເພາະຜູ້ທີ່ຈະໄດ້ຮັບຜົນສະທ້ອນບໍ່ແມ່ນໃຜດອກແຕ່ເປັນພົນລະເມືອງຂອງລາວທັງນັ້ນ
ຖ້າຫາກວ່າການສຳປະທານທີ່ດິນຂອງຊາວຕ່າງຊາດເຮັດໃຫ້ຊີວິດການເປັນຢູ່ດີຂື້ນແທ້ໆກໍ່ຂໍໃຫ້ພິຈາລະນາຕາມສະພາບຄວາມເປັນຈິງໃນປັດຈຸບັນ
ເບີ່ງ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ສົມຄວນເພາະຫຼາຍສາເຫດດັ່ງນີ້ :
1 ເຮັດໃຫ້ປະເທດຊາດເກີດບັນເນື່ອງຈາກມີການຍົກຍ້າຍໃນດີນທີ່ສຳປະທານ
2 ເກີດການທຳລາຍສະພາບແວດລ້ອມຢ່າງໜັກໜ່ວງ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laokarate ຂຽນວ່າ...
ຄວນ ຫຼື ບໍ່ທີ່ລັດຖະບານຄວນຈະອານຸຍາດໃຫ້ຕ່າງປະເທດສາມາດຊື້ດິນລາວໄດ້, (ແຕ່ຕ້ອງມີກຳນົດ). ຕາມແນວມຸມມອງທາງດ້ານເສດຖະກິດແລ້ວແມ່ນດີ ເພາະຂະເຈົ້າຈະຊ່ວຍພວກເຮົາສ້າງສາພັດທະນາປະເທດລາວເຮົາໃຫ້ຈະເລີນໄວໄດ້ ແລະ ຍັງເຮັດໃຫ້ເສດຖະກິດຂອງປະເທດເຮົາເຂັ້ມແຂງອີກ, ນອກຈາກນັ້ນຍັງເຮັດໃຫ້ຊີວິດຂອງປະຊາຊົນດີຂື້ນເຊັ່ນ: ໃຊ້ ອິນເຕິເນັດ high speed 200 MB. 555555, ໃຊ້ໂທລະສັບກ່ຽວເຂົ້າ 5555 ( ເວົ້າຢອກ ຊື່ໆ ) ແລະ ທ່ານ ເດຄິດຈັ໋ງໃດ..? ຄວນຫຼື ບໍ່ຄວນ ..? ຍ້ອນຫຍັງ...?



ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ລັດຖະບານອະນຸຍາດຕອນໃດນິ ເປັນໄປບໍ່ໄດ້ຕິ ຈະໃຫ້ຕ່າງຊາດຊື້ທີ່ດິນຢູ່ລາວໄດ້ ກົດໝາຍວ່າດ້ວຍທີ່ດິນກະຂຽນໄວ້ຊັດເຈນຢູ່ແລ້ວໃນ ມາດຕາ 3
ເນື້ອໃນໃຈຄວາມຢູ່ທ້າຍໆ ຂອງກົດໝາຍມາດຕານີ້ກະຄື ຄົນຕ່າງປະເທດໃຫ້ເຊົ່າ ຫຼືສຳປະທານ ຊື້ ເປັນກຳມະສິດບໍ່ໄດ້
ໂອກາດຊິເອົາເນື້ອໆມາໂພດລົງ ແຕ່ຕອນນີ້ໄປໄຫວ້ພະກ່ອນເດີ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ສົມຄວນ
ຖ້າໃຫ້ເຊົ່າ ຫຼື ສຳປະທານ ແມ່ນສົມຄວນ
ຂພຈ ຄິດວ່າ ການຂາຍດິນໃຫ້ ຄົນຕ່າງຊາດ ກໍ່ຄື ການຂາຍຊາດ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຜູ້ຕັ້ງເວັບບ໋ອດນີ້ ເພີ່ນຕັ້ງສົມມຸດຕິຖານບໍນໍ ຫຼືວ່າເພີ່ນໄປໄດ້ເອກະສານລັດຖະບານ ອອກດຳລັດມາໃຫມ່ເບາະ ແຕ່ຕາມກົດໝາຍວ່າດ້ວຍທີ່ດິນແລ້ວ
ເຂົາຂຽນໄວ້ຊັດເຈນຢູ່ແລ້ວໃນມາດຕາ 3 ຄື
ມາດຕາ3 . ທີ່ດິນ ແຫ່ງ ສ ປປ ລາວ ເປັນກຳມະສິດຂອງວົງຄະນະຍາດ ຕາມທີ່ໄດ້ກຳໜົດໄວ້ໃນມາດຕາ17 ແຫ່ງກົດໝາຍລັດຖະທຳມະນູນ ຊື່ງແມ່ນລັດເປັນຜູ້ຄຸ້ມຄອງລວມສູນ ແລະເປັນເອກພາບໃນທົ່ວປະເທດ ແລະມອບບຸກຄົນ ຄອບຄົວ ແລະການຈັດຕັ້ງເສດຖະກິດນຳໃຊ້ ເຊົ່າ ຫຼືສຳປະທານ ມອບໃຫ້ກົມກອງປະກອບອາວຸດ ອົງການຂອງລັດ ອົງການຈັດຕັ້ງ ການເມືອງ ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນໃຊ້ ສຳຫລັບຊາວຕ່າງດ້າວ ຜູ້ບໍ່ມີສັນຊາດ ຄົນຕ່າງປະເທດ ແລະການຈັດຕັ້ງຂອງບຸກຄົນດັ່ງກ່າວນັ້ນ ແມ່ນໃຫ້ເຊົ່າ ຫຼືສຳປະທານ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໕ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວຂ້າຂະເຈົ້າພຽງສົມມຸດຂື້ນມາ ເພາະວ່າ ຫົວຂໍ້ນີ້ເປັນຫົວຂໍ້ທີ່ຂ້າພະເຈົ້າເຄີຍໂຕວາທີມາກ່ອນ ຂພຈ ເລີຍເອົາມາຖາມທຸກຄົນເບິ່ງວ່າຄວາມຄິດຂອງທຸກຄົນສິເປັນແນວໃດ

ທ່ານ ຄິດແນວໃດ ກ່ຽວກັບການຫ້າມບໍ່ໃຫ້ໃສ່ເຄື່ອງນັກຮຽນໄປໂຮງຮຽນ....? ຄວນ ຫຼື ບໍ່..? ແລະ ຍ້ອນຫຍັງ..?

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ laokarate ຂຽນວ່າ...
ແມ່ນແລ້ວຂ້າຂະເຈົ້າພຽງສົມມຸດຂື້ນມາ ເພາະວ່າ ຫົວຂໍ້ນີ້ເປັນຫົວຂໍ້ທີ່ຂ້າພະເຈົ້າເຄີຍໂຕວາທີມາກ່ອນ ຂພຈ ເລີຍເອົາມາຖາມທຸກຄົນເບິ່ງວ່າຄວາມຄິດຂອງທຸກຄົນສິເປັນແນວໃດ


ແມ່ນຫວາ ຊັ້ນກະເປັນໄປບໍ່ໄດ້ດອກ ຕາບໃດທີ່ບໍ່ຍົກເລິກກົດໝາຍວ່າດ້ວຍທີ່ດິນ ມາດຕາ3 ອອກ ເພາະລັດຖະບານ ປະຕິບັດໄປຕາມຂອບເຂດກົດໝາຍ ທີ່ໄດ້ກຳໜົດໄວ້

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໕ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ໂດຍໆ

ທ່ານ ຄິດແນວໃດ ກ່ຽວກັບການຫ້າມບໍ່ໃຫ້ໃສ່ເຄື່ອງນັກຮຽນໄປໂຮງຮຽນ....? ຄວນ ຫຼື ບໍ່..? ແລະ ຍ້ອນຫຍັງ..?

໗ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ໂທດເດີອ້າຍ. ຕາມທີ່ຂ້ອຍຮູ້ ຄົນຕ່າງປະເທດບໍ່ມີສິດຊື້ດິນດອນຕອນຫຍ້າຢູ່ລາວນ່າ! ມີແຕ່ໃຫ້ເຂົ້າເຈົ້າສຳມະທານຊື່ໆຕີ
ຄັນວ່າມີກົດໝາຍອອກມາວ່າຊື້ໄດ້ ເຮົາກະຄືຊິບໍ່ມີດີນຢູ່ລະຕິປານນີ້!

ສາຍນ້ຳໄຫຼ ວົນວຽນໄປ ຍັງນຳທັນ
ເວລານັ້ນ ຜັນປ່ຽນໄປ ກັບໃຈຄົນ
ສັນຍາໄວ້ ບອກດ້ວຍໃຈ ວ່າເຊື່ອໃນຕົນ
ນີ້ໜໍໃຈຄົນ ປ່ຽນຜັນໄປ ໄວຍິ່ງກວ່າເວລາ.....
[img]null[/img]