ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໗ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ເມື່ອເວົ້າເຖິງການບໍລິຫານກໍໍ່ປາດສະຈາກບໍ່ໄດ້ທີ່ຈະກ່າວເຖິງ ໂຮງຮຽນຫຼືບ່ອນທີ່ຜະລິດນັກບໍລິຫານ, ສາຂາບໍລິຫານທຸລະກິດຂອງ ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ມີນັກຮຽນລົ້ນທຸກປີ, ນອກນັ້ນ ຍັງມີນັກບໍລິຫານທີ່ຈົບຈາກບັນດາວິທະຍາໄລຊັ້ນນຳຕ່າງໆ ຂອງລາວ ຄື: ຣັຕຕະນະ, ຄອມເຊັນເຕີ ແລະ ລາວ ອາເມຣິກາ ເປັນຕົ້ນ. ລວມສະເພາະ4 ສະຖາບັນນີ້ ມີນັກສຶກສາຈົບແຕ່ລະປີ ປະມານ 2,000 ຄົນຢ່າງຕ່ຳ. ຜູ້ທີ່ມີທຸລະກິດຂອງຕົນເອງ ,ກໍໄປບໍລິຫານທຸລະກິດສ່ວນຕົວ. ວຽກບໍລິຫານສ່ວນໃຫຍ່ແມ່ນບໍລິຫານຄົນດຽວໄດ້. ສະນັ້ນ ຈຶ່ງເກີດມີຄຳຖາມວ່າ: ນັກສຶກສາບໍລິຫານທຸລະກິຫຼືບໍລິຫານທົ່ວໄປ, ໄປເຮັດວຽກຢູ່ໃສ?

ສາຍນ້ຳໄຫຼ ວົນວຽນໄປ ຍັງນຳທັນ
ເວລານັ້ນ ຜັນປ່ຽນໄປ ກັບໃຈຄົນ
ສັນຍາໄວ້ ບອກດ້ວຍໃຈ ວ່າເຊື່ອໃນຕົນ
ນີ້ໜໍໃຈຄົນ ປ່ຽນຜັນໄປ ໄວຍິ່ງກວ່າເວລາ.....
[img]null[/img]

໗ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ຊ່ວຍສະແດງຄວາມເຫັນຊ່ອຍກັນແນ່ເດີພີ່ນ້ອງ!

ສາຍນ້ຳໄຫຼ ວົນວຽນໄປ ຍັງນຳທັນ
ເວລານັ້ນ ຜັນປ່ຽນໄປ ກັບໃຈຄົນ
ສັນຍາໄວ້ ບອກດ້ວຍໃຈ ວ່າເຊື່ອໃນຕົນ
ນີ້ໜໍໃຈຄົນ ປ່ຽນຜັນໄປ ໄວຍິ່ງກວ່າເວລາ.....
[img]null[/img]

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຮຽນຈົບມານັ່ງເຝົ້າພັນລາວ

M99NOY

໑ ກະທູ້
໑໙໖ ໂພສ
ນັກການກະທູ້
ຈົບມາລະໄປຂາຍເຄື່ອງ

Evil ໃຈດຽວຫຼາຍຄວາມຄິດ

໗ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ຂາຍຫຍັງລະບອກແນ່ເດີຊິໄປອຸດໜູນ
(ຄັນຂາຍໂລງສົບບໍ່ຂໍອຸດໜູນເດີ)

ສາຍນ້ຳໄຫຼ ວົນວຽນໄປ ຍັງນຳທັນ
ເວລານັ້ນ ຜັນປ່ຽນໄປ ກັບໃຈຄົນ
ສັນຍາໄວ້ ບອກດ້ວຍໃຈ ວ່າເຊື່ອໃນຕົນ
ນີ້ໜໍໃຈຄົນ ປ່ຽນຜັນໄປ ໄວຍິ່ງກວ່າເວລາ.....
[img]null[/img]

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ຈົບ.. ຍັງບໍ່ຮູ້..


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ການຮຽນ ເສດຖະສາດ ບໍລິຫານທຸລະກິດ ບໍ່ມີຫລັກປະກັນວ່າຈະໄປເຮັດວຽກທີ່ກ່ຽວຂ້ອງສະເໝີໄປ ຄວາມຮູ້ຂອງຄົນເຮົານັ້ນ
ບໍ່ມີຂີດຈຳກັດຢູ່ແຕ່ສະເພາະສາຂາທີ່ຕົນເອງຮຽນເທົ່ານັ້ນ ເຮົາມີສິດຮູ້ສາດ ສາຂາອື່ນໆສະເໝີ ຖ້າເຮົາມັກເປັນຄົ້ນຄ້ວາສະເເຫວງຫາມັນ
ເຮົາຈະສັງເກດເຫັນວ່າ ຄົນຈົບມະຫາໄລ ໄປຫລາຍຄົນ ບາງຄົນບໍ່ໄດ້ເຮັດວຽກຕາມສາຂາຕົນເອງຈົບມາຊ້ຳ ແຕ່ເຂົາກະເຮັດໄດ້ ສະບາຍ
ເພາະວ່າກ່ອນເຮົາຈະໄປເຮັດວຽກບໍລິສັດ ຫຼືໜ່ວຍງານໃດກໍຕາມ ເຂົາຈະເຝິກວຽກ ອົບຮົມວຽກເຮົາກ່ອນ ຖ້າມີພື້ນຖານເເດ່ ກະເຂົ້າໃຈງ່າຍ ຖ້າບໍ່ມີພື້ນຖານ
ກະລຳບາກໄປ ເປັນເລື່ອງປົກກະຕິ ແຕ່ກະຄືຊິບໍ່ຍາກເກີນຄວາມພະຍາຍາມດອກ ມີໝູ່ຄູບາຮຽນຈົບ ລັດຖະສາດ ອອກໄປ ໄປເຮັດທຸລະກິດສ່ວນຕົວ ເປີດຮ້ານຄອມພິວເຕີ ເຫັນບໍລະທ່ານ ສາຂາທີ່ເຂົາຈົບໄປບໍ່ໄດ້ກ່ຽວກັບ ຄອມພິວເຕີ ແລະບໍລິຫານທຸລະກິດ ເລີຍ ເຂົາກະຍັງເຮັດໄດ້ ແລະທີ່ສຳຄັນຕອນນີ້ ທຸລະກິດເຂົາກະຈະເລີນຮຸ່ງເຮືອງຂື້ນເລື່ອຍໆ ເພາະສະນັ້ນ ໂປດຈົ່ງເຂົ້າໃຈເຖີດວ່າ ຄວາມຮູ້ມີຢູ່ທົ່ວໄປ ຈົ່ງສະເເຫວງຫາມັນ ຄ້ວາມັນໄວ້ ຢ່າໃຫ່ມັນສະແຫວງຫາເຮົາ ເພາະມັນບໍ່ມີມື ມີຂາ ຄືເຮົາ ເຮີໆໆ ຄົນສະຫລາດຄືຄົນທີ່ເຫັນໂອກາດດີແລ້ວ ຄວ້າມັນໄວ້ໃຫ້ຢູ່ໃຕ້ອາລັກຂາຕົນເອງສະເໝີ ເປັນກຳລັງໃຈໃຫ້ນ້ອງໆ ທີ່ຮຽນບໍລິຫານທຸລະກິດທຸກຄົນເດີ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ຫລາຍຄົນບໍ່ໄດ້ເຮັດວຽກຕາມວິຊາທີ່ຮຽນມາ...ໝູ່ອີ່ປາບາງຄົນຈົບວິຊາ ອັງແຕນ AT ໄປເປັນນັກຮ້ອງ, ບາງຄົນຈົບພາສາລາວ-ວັນນະຄະດີ ໄປເປັນນາຍຊ່າງແປງເຄື່ອງສຽງ ແລະ ຄອມພິວເຕີ....ກໍມີ...ຂໍພຽງສຶກສາ ແລະ ຕັ້ງໃຈເຮັດວຽກ....ທຸກຢ່າງຈະດີເອງ


໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ເຮັດວຽກຢູ່ໃສກໍ່ໃດ້


໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ຕາມສັງເກດ... ສ່ວນຫຼາຍຖ້າເປັນນັກຮຽນຍິງ ຈະໄປບໍລິຫານຜົວ... ສ່ວນຜູ້ຊາຍ ແມ່ນມານັ່ງຫຼິ້ນພັນລາວ ນີ້ລະ.... ຮະຮະຮະຮະ....

ອັນເທິງນັ້ນ ເວົ້າຕະຫຼົກເດີ...

ທີ່ຈິ່ງແລ້ວວິຊາເສດຖະສາດ ຖືວ່່າເປັນວິຊາທີ່ສາມາດຫາວຽກໄດ້ຫຼາຍຊ່ອງທາງ ແຕ່ວ່າ ຕ້ອງເປັນຄົນທີ່ຕ້ອງຕັ້ງໃຈຮຽນ ຮຽນໃຫ້ເກັ່ງ ແລະ ຮູ້ຫຼາຍໆເລື່ອງ ບໍ່ແມ່ນຈົບຕາມຂະບວນ ແບບວ່າ ຈ່າຍຄົບກະຈົບແນ່!!! ອັນນີ້ແມ່ນບໍ່ໄດ້...
ສະນັ້ນ, ຕ້ອງຮູ້ຈັກຮຽນ ແລະ ຮູ້ຈັກຮ່ຳ.... ແຕ່ສ່ວນຫຼາຍນີ້ ແມ່ນຮ່ຳ ຫຼາຍກວ່າຮຽນ ຈິ່ງເຮັດໃຫ້ຄຸນນະພາບຕົກ...

ສ່ວນວ່າຜູ້ສິດສອນ ກະຄວນ ມີແນວຄິດເປີດກວ້າງຕື່ມ, ຕ້ອງໃຫ້ທັນກັບການປ່ຽນແປງຂອງໂລກ ບໍ່ແມ່ນວ່າ ສິບປີ ກະເອົາຕ່ຳລາເກົ່າມາສອນ... ປະເທດອື່ນນັ້ນ ແຕ່ລະປີ ຫຼັກສູດຕ່ຳລາຕ້ອງມີການປັບປຸງເປັນປະຈຳ... ຕາມສະໄໝຮຽນທີ່ຜ່ານມາ ເຫັນວ່າບ້ານເຮົານີ້ ຫຼັກສູດຮຽນນີ້ ແມ່ນໃຊ້ວິທີ່ດຽວກັບການໃສ່ພັນເຂົ້າຂອງຊາວນາ ເພາະວ່າແນວພັນນັ້ນ ສືບທອດກັນໄດ້ປະມານ 10 ຊົ່ວຄົນແລ້ວ ກະຍັງເອົາມາໃສ່ຢູ່... ມັນຈິ່ງເຮັດໃຫ້ຜົນຜະລິດຕົກຕ່ຳ.... ສະນັ້ນ, ຕ້ອງມີການຊອກແນວພັນທີດີ ແລະ ຕ້ອງເປັນພັນປັບປຸງ

ຂໍຈົບ

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັກບໍລິຫານຍັງບໍ່ພຽງພໍ
ແຕ່ນັກສຶກສາບໍລິຫານຫຼາຍແທ້ໆໆໆໆໆໆ
ມີແຕ່ສຶກສາ ແຕ່ບໍ່ນຳມາປະຕິບັດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ບໍ່ມາບໍ່ລິຫານຫິວຄຸປູນນຳຂ້ອຍເບາະ555

Civil Engineer

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະເປັນຄືກັນ ທຸກສາຂາວິຊາຫັນລະ

ຢ່າວ່າແຕ່ບໍລິຫານ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຣຽນຫຍັງມັນກະດີຫມົດຫັ້ນແລ້ວ ຕ່າງແຕ່ຣຽນຈົບມາແລ້ວສິເອົາຄວາມຣູ້ຄວາມສາມາດນັ້ນມາເປັນທາງໃຫ້ຊີວິດດ້ວຍວິທີໃດເທົ່ານັ້ນ ມີຄວາມຣູ້ ມີຄວາມສາມາດ ແຕ່ບໍ່ມີຄຸນສົມບັດມັນກໍ່ເທົ່າກັບສູນ ບາງຄົນຄວາມຣູ້ຖ້ວມຫົວແຕ່ເອົາຕົວບໍ່ລອດກະມີມາກມາຍໃນສັງຄົມລາວ ວຽກງານທຸກຢ່າງທຸກສາຂາອາຊີບມັນຕ້ອງແລກມາດ້ວຍເຫື່ອແຣງ ແລະຄວາມອົດທົນ ຖ້າມົວແຕ່ເລືອກວຽກງານໃຫ້ໄດ້ດັ່ງໃຈຕົວເອງ ຈົບມາແລ້ວຢາກເປັນນາຍເລີຍມັນກະຍາກແລະເນາະ...


໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ຣຽນຫຍັງມັນກະດີຫມົດຫັ້ນແລ້ວ ຕ່າງແຕ່ຣຽນຈົບມາແລ້ວສິເອົາຄວາມຣູ້ຄວາມສາມາດນັ້ນມາເປັນທາງໃຫ້ຊີວິດດ້ວຍວິທີໃດເທົ່ານັ້ນ ມີຄວາມຣູ້ ມີຄວາມສາມາດ ແຕ່ບໍ່ມີຄຸນສົມບັດມັນກໍ່ເທົ່າກັບສູນ ບາງຄົນຄວາມຣູ້ຖ້ວມຫົວແຕ່ເອົາຕົວບໍ່ລອດກະມີມາກມາຍໃນສັງຄົມລາວ ວຽກງານທຸກຢ່າງທຸກສາຂາອາຊີບມັນຕ້ອງແລກມາດ້ວຍເຫື່ອແຣງ ແລະຄວາມອົດທົນ ຖ້າມົວແຕ່ເລືອກວຽກງານໃຫ້ໄດ້ດັ່ງໃຈຕົວເອງ ຈົບມາແລ້ວຢາກເປັນນາຍເລີຍມັນກະຍາກແລະເນາະ...




ອັນນີ້ ກະແມ່ນຄວາມເຈົ້າ... ບາງຄົນທີ່ເກັ່ງບໍ່ສາມາດນຳໃຊ້ຄວາມຮູ້ໃນວຽກຕົວຈິງ ອາດເປັນຍ້ອນຫຼາຍປັດໃຈ

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໗ ກະທູ້
໒໓໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ການຮຽນ ເສດຖະສາດ ບໍລິຫານທຸລະກິດ ບໍ່ມີຫລັກປະກັນວ່າຈະໄປເຮັດວຽກທີ່ກ່ຽວຂ້ອງສະເໝີໄປ ຄວາມຮູ້ຂອງຄົນເຮົານັ້ນ
ບໍ່ມີຂີດຈຳກັດຢູ່ແຕ່ສະເພາະສາຂາທີ່ຕົນເອງຮຽນເທົ່ານັ້ນ ເຮົາມີສິດຮູ້ສາດ ສາຂາອື່ນໆສະເໝີ ຖ້າເຮົາມັກເປັນຄົ້ນຄ້ວາສະເເຫວງຫາມັນ
ເຮົາຈະສັງເກດເຫັນວ່າ ຄົນຈົບມະຫາໄລ ໄປຫລາຍຄົນ ບາງຄົນບໍ່ໄດ້ເຮັດວຽກຕາມສາຂາຕົນເອງຈົບມາຊ້ຳ ແຕ່ເຂົາກະເຮັດໄດ້ ສະບາຍ
ເພາະວ່າກ່ອນເຮົາຈະໄປເຮັດວຽກບໍລິສັດ ຫຼືໜ່ວຍງານໃດກໍຕາມ ເຂົາຈະເຝິກວຽກ ອົບຮົມວຽກເຮົາກ່ອນ ຖ້າມີພື້ນຖານເເດ່ ກະເຂົ້າໃຈງ່າຍ ຖ້າບໍ່ມີພື້ນຖານ
ກະລຳບາກໄປ ເປັນເລື່ອງປົກກະຕິ ແຕ່ກະຄືຊິບໍ່ຍາກເກີນຄວາມພະຍາຍາມດອກ ມີໝູ່ຄູບາຮຽນຈົບ ລັດຖະສາດ ອອກໄປ ໄປເຮັດທຸລະກິດສ່ວນຕົວ ເປີດຮ້ານຄອມພິວເຕີ ເຫັນບໍລະທ່ານ ສາຂາທີ່ເຂົາຈົບໄປບໍ່ໄດ້ກ່ຽວກັບ ຄອມພິວເຕີ ແລະບໍລິຫານທຸລະກິດ ເລີຍ ເຂົາກະຍັງເຮັດໄດ້ ແລະທີ່ສຳຄັນຕອນນີ້ ທຸລະກິດເຂົາກະຈະເລີນຮຸ່ງເຮືອງຂື້ນເລື່ອຍໆ ເພາະສະນັ້ນ ໂປດຈົ່ງເຂົ້າໃຈເຖີດວ່າ ຄວາມຮູ້ມີຢູ່ທົ່ວໄປ ຈົ່ງສະເເຫວງຫາມັນ ຄ້ວາມັນໄວ້ ຢ່າໃຫ່ມັນສະແຫວງຫາເຮົາ ເພາະມັນບໍ່ມີມື ມີຂາ ຄືເຮົາ ເຮີໆໆ ຄົນສະຫລາດຄືຄົນທີ່ເຫັນໂອກາດດີແລ້ວ ຄວ້າມັນໄວ້ໃຫ້ຢູ່ໃຕ້ອາລັກຂາຕົນເອງສະເໝີ ເປັນກຳລັງໃຈໃຫ້ນ້ອງໆ ທີ່ຮຽນບໍລິຫານທຸລະກິດທຸກຄົນເດີ
[/quote....................................................................ເຫັນດີຢ່າງສຸດເຈີ......................


໗ ກະທູ້
໒໓໒ ໂພສ
ນັກການກະທູ້
ບໍ່ວ່າຄະນະໃດກະຄືກັນຫັນແຫລະສ່ວນຫລາຍຈົບມາແມ່ນມີແຕ່ປະລິມານ ຊິຫາຄຸນນະພາບແທ້ໆຫັນ..............ຢາກຍາກ............ວ່າບໍ່ພີ່ນ້ອງເອີ້ຍ..........................................


໗ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອິງຕາມຄວາມເຫັນຂອງ AMG ກະຄືແມ່ນຄວາມເພີນ! ບໍ່ວ່າຄະນະໃດກະຄືກັນຫັນແຫລະສ່ວນຫລາຍຈົບມາແມ່ນມີແຕ່ປະລິມານ ຊິຫາຄຸນນະພາບແທ້ໆຫັນ..............ຢາກຍາກ............ ວ່າບໍ່ພີ່ນ້ອງເອີ້ຍ........................................

ສາຍນ້ຳໄຫຼ ວົນວຽນໄປ ຍັງນຳທັນ
ເວລານັ້ນ ຜັນປ່ຽນໄປ ກັບໃຈຄົນ
ສັນຍາໄວ້ ບອກດ້ວຍໃຈ ວ່າເຊື່ອໃນຕົນ
ນີ້ໜໍໃຈຄົນ ປ່ຽນຜັນໄປ ໄວຍິ່ງກວ່າເວລາ.....
[img]null[/img]

໕ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ຍັງບໍ່ຮູ້ເທື່ອຊ້ຳ
ຈົບແທ້ໆລະຄ່ອຍວ່າກັນໃໝ່
ແຕ່ກໍຍັງຄິດຍາກຢູ່ຫັ້ນແຫລະ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ