ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຫ້ອງນຶ່ງຂອງສູນການຄ້າຕະຫລາດເຊົ້າລາຄາທໍ່ໃດ?

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຖ້າຢາກມີຮ້ານຄ້ານ້ອຍໆ ຢູ່ໃນສູນການຄ້າໃຫມ່ ຕະຫລາດເຊົ້າ ຈະຕ້ອງຊື້ ຫລື ວ່າເຊົ່າຫ້ອງ ທີ່ຖືກສຸດ ລາຄາທໍ່ໃດ?

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ຄືກັນ ແຫະໆ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໄປຖາມແມ່ ຄ້າຫຼື ຫ້ອງການບໍລິຫານ ຕະຫຼາດເຊົ້າເລີຍ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
40,000USD

you will when you believe

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
40,000USD

ເປັນລາຄາຊື້ວະ? ຫລີລາຄາເຊົ່າ ຄັນເປັນລາຄາເຊົ່າຕໍ່ປີນີ້ບໍ່ໄຫວເດີ,,,ພາສີອາກອນບ້ານເຮົາແຫ່ງວ່າແພງ

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາຈອບເບິງ

..........................................................................
..........................................................................

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
40,000USD

ຂອໃຈເດີ Soutthiphong.
ຄືຊິແມ່ນຄ່າເຊົ່ານໍ?

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ມາລອງ ວິເຄາະກັນຫລິ້ນໆ
ຫາກຄ່າເຊົ່າຫ້ອງຫນຶ່ງ ໃນຕະຫລາດເຊົ້າ $40,000 ຕໍ່ປີ.
1 ປີ ມີ 365 ວັນ.ລອງເອົາມາຫານເບິ່ງວ່າ 1 ມຶ້ ເຮົາຈ່າຍເທົ່າໃດ ?
$40.000/365 = $109.589
(1 ມື້ ເຮົາຕ້ອງຈ່າຍແມ່ນ $109.589 ຫລື ປະມານ 3,375 ບາດ)

ຫາກ 1 ມື້ ເຮົາຄ້າຂາຍ ແລ້ວມີກຳໄລ $109.589 (ຫລື ປະມານ 3,375 ບາດ)
ພໍ 1 ປີຜ່ານໄປ ກໍ່ພໍດີຈາວກັນ ເຮົາບໍ່ໄດ້ຫຍັງເລີຍ (ຫລື ເຮົາອາດຈະຂາດທຶນ ຍ້ອນເຮົາມີຄ່າໃຊ້ຈ່າຍອື່ນໆ)

ຫມາຍຄວາມວ່າ : ເຮົາຄວນຄ້າຂາຍ ແລ້ວມີກຳໄລ(ຫັກຕົ້ນທິຶນອອກແລ້ວ) ຢູ່ທີ່ 4,500 - 5,000 ບາດ ຂຶ້ນໄປ ເຮົາເຖິງຈະຢູ່ໄດ້.

ຫາກຖາມວ່າ ເຮົາທຳການຄ້າຂາຍ ພຽງເພື່ອຕ້ອງການ ໃຫ້ຕົວເອງແລະຄອບຄົວຢູ່ໄດ້ ? ໄດ້ກຳໄລບໍ່ຫລາຍ ເຮົາກໍ່ຄົງຈະບໍ່ມີປັນຫາ.
ແຕ່ຫາກເຮົາ ທຳການຄ້າຂາຍ ເພື່ອຫວັງຜົນກຳໄລທີ່ງົດງາມ ມັນກໍ່ຂຶ້ນກັບວ່າ ເຮົາຕ້ອງການລາຍໄດ້ ຕໍ່ວັນເທົ່າໃດລະ?

ສົມມຸດວ່າ ເຮົາຢາກມີລາຍໄດ້ວັນລະ 3,000 ບາດ, ນັ້ນກໍ່ຫມາຍຄວາມວ່າ ເຮົາຕ້ອງມີກຳໄລ ຕໍ່ວັນຄື :
3,375 ບາດ(ຄ່າເຊົ່າຫ້ອງ) + 3,000 = 6,375 ບາດ

ສະນັ້ນ ເຮົາຄວນມີກຳໄລ 6,375 ບາດ ຕໍ່ວັນຂຶ້ນໄປ ເຮົາເຖິງຈະໄດ້ຕາມເປົ້າຫມາຍທີ່ເຮົາໄດ້ຕັ້ງເອົາໄວ້ ຄື 3,000 ຕໍ່ວັນ.

ປັນຫາກໍ່ຄື ສິນຄ້າ ຫລື ການບໍລິການ ທີ່ເຮົາຕັ້ງໃຈວ່າຈະເຮັດນັ້ນ ມີແນວໂນ້ມວ່າຈະສ້າງຜົນກຳໄລໃຫ້ເຮົາ ຫລາຍກົ່ວ 6,375 ບາດ
ຕໍ່ວັນ ພາຍໃນໄລຍະເວລາ 6 ເດືອນ ຫລື 1 ປີ ນັບຈາກວັນທີ່ເຮົາເລີ່ມຄ້າຂາຍຫລືບໍ່ລະ?

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thim ຂຽນວ່າ...
ມາລອງ ວິເຄາະກັນຫລິ້ນໆ
ຫາກຄ່າເຊົ່າຫ້ອງຫນຶ່ງ ໃນຕະຫລາດເຊົ້າ $40.000 ຕໍ່ປີ.

ວິເຄາະໄດ້ດີ ແຕ່ສະກຸນເງິນເປັນຫຍັງບໍ່ໃຊ້ ກີບ ໄປໃຊ້ ບາດ ເຮັດຫຍັງ ຮຶ.....ເວົ້າລະເມື່ອຍນຳ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າ ຖືວ່າ ການເວົ້າເປັນສະກຸນເງິນ ບາດ ຫລື ສະກຸນເງິນໂດລ່າ ມັນເປັນເລື່ອງປົກະຕິ(ທຳໃຈຕັ້ງດົນແລ້ວ 5555)
ແຕ່ເວລາ ຊຳລະ ສະສາງເງິນ ແນ່ນອນ ຕ້ອງເປັນສະກຸນເງິນ ກີບ ບ້ານເຮົາ.

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thim ຂຽນວ່າ...
ມາລອງ ວິເຄາະກັນຫລິ້ນໆ
ຫາກຄ່າເຊົ່າຫ້ອງຫນຶ່ງ ໃນຕະຫລາດເຊົ້າ $40.000 ຕໍ່ປີ.
1 ປີ ມີ 365 ວັນ.ລອງເອົາມາຫານເບິ່ງວ່າ 1 ມຶ້ ເຮົາຈ່າຍເທົ່າໃດ ?
$40.000/365 = $109.589
(1 ມື້ ເຮົາຕ້ອງຈ່າຍແມ່ນ $109.589 ຫລື ປະມານ 3,375 ບາດ)

ຫາກ 1 ມື້ ເຮົາຄ້າຂາຍ ແລ້ວມີກຳໄລ $109.589 (ຫລື ປະມານ 3,375 ບາດ)
ພໍ 1 ປີຜ່ານໄປ ກໍ່ພໍດີຈາວກັນ ເຮົາບໍ່ໄດ້ຫຍັງເລີຍ (ຫລື ເຮົາອາດຈະຂາດທຶນ ຍ້ອນເຮົາມີຄ່າໃຊ້ຈ່າຍອື່ນໆ)

ຫມາຍຄວາມວ່າ : ເຮົາຄວນຄ້າຂາຍ ແລ້ວມີກຳໄລ(ຫັກຕົ້ນທິຶນອອກແລ້ວ) ຢູ່ທີ່ 4,500 - 5,000 ບາດ ຂຶ້ນໄປ ເຮົາເຖິງຈະຢູ່ໄດ້.

ຫາກຖາມວ່າ ເຮົາທຳການຄ້າຂາຍ ພຽງເພື່ອຕ້ອງການ ໃຫ້ຕົວເອງແລະຄອບຄົວຢູ່ໄດ້ ? ໄດ້ກຳໄລບໍ່ຫລາຍ ເຮົາກໍ່ຄົງຈະບໍ່ມີປັນຫາ.
ແຕ່ຫາກເຮົາ ທຳການຄ້າຂາຍ ເພື່ອຫວັງຜົນກຳໄລທີ່ງົດງາມ ມັນກໍ່ຂຶ້ນກັບວ່າ ເຮົາຕ້ອງການລາຍໄດ້ ຕໍ່ວັນເທົ່າໃດລະ?

ສົມມຸດວ່າ ເຮົາຢາກມີລາຍໄດ້ວັນລະ 3,000 ບາດ, ນັ້ນກໍ່ຫມາຍຄວາມວ່າ ເຮົາຕ້ອງມີກຳໄລ ຕໍ່ວັນຄື :
3,375 ບາດ(ຄ່າເຊົ່າຫ້ອງ) + 3,000 = 6,375 ບາດ

ສະນັ້ນ ເຮົາຄວນມີກຳໄລ 6,375 ບາດ ຕໍ່ວັນຂຶ້ນໄປ ເຮົາເຖິງຈະໄດ້ຕາມເປົ້າຫມາຍທີ່ເຮົາໄດ້ຕັ້ງເອົາໄວ້ ຄື 3,000 ຕໍ່ວັນ.

ປັນຫາກໍ່ຄື ສິນຄ້າ ຫລື ການບໍລິການ ທີ່ເຮົາຕັ້ງໃຈວ່າຈະເຮັດນັ້ນ ມີແນວໂນ້ມວ່າຈະສ້າງຜົນກຳໄລໃຫ້ເຮົາ ຫລາຍກົ່ວ 6,375 ບາດ
ຕໍ່ວັນ ພາຍໃນໄລຍະເວລາ 6 ເດືອນ ຫລື 1 ປີ ນັບຈາກວັນທີ່ເຮົາເລີ່ມຄ້າຂາຍຫລືບໍ່ລະ?

ວິເຄາະໄດ້ດີ ແຕ່ສະກຸນເງິນເປັນຫຍັງບໍ່ໃຊ້ ກີບ ໄປໃຊ້ ບາດ ເຮັດຫຍັງ ຮຶ.....ເວົ້າລະເມື່ອຍນຳ

ອັນນີ້ແມ່ນຂໍ້ສົມມຸດເພື່ອບໍ່ໃຫ້ໂຕເລກມັນຫຼາຍ ໃຊ້ຫຍັງກະໃຊ້ໄປ ບໍ່ມີບັນຫາສຳລັບເຮົາ

M99NOY

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຕເລກບໍ່ສຳຄັນສຳລັບຂ້ອຍ ຫຼາຍເທົ່າໃດກໍ່ເຂົ້າໃຈ
ການທີ່ຈະເຮັດສິ່ງໃດສິ່ງໜຶ່ງໃຫ້ບັນລຸຜົນ ໂດຍສະເພາະຄວາມພະຍາຍາມຂອງລັດຖະບານໃນການປຸກລະດົມໃຫ້ປະຊາຊົນໃຊ້ເງິນກີບ ມັນກໍ່ຕ້ອງເລີ່ມຈາກຕົວປະຊາຊົຍເອງກ່ອນວ່າຈະໃຫ້ການຮ່ວມມືຫຼາຍປານໃດ ມັນກໍ່ຕ້ອງເລີ່ມຈາກ ການເວົ້າ ການຂຽນ ແລະ ການປະພຶດ ມັນຈຶ່ງຈະກາຍເປັນຄວາມຊິນເຄີຍ
ບໍ່ແມ່ນຄວາມມັກງ່າຍ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຄົນທີ່ທຳການຄ້າ ຫລື ຄົນທີ່ຄິດຈະທຳການຄ້າ ຈຳເປັນຕ້ອງຄຳນຶງເຖິງ ຄ່າເງິນໂດລ່າ ແລະ ຄ່າເງິນບາດ

-ຄຳນຶງເຖິງຄ່າເງິນ ໂດລ່າ ສະຫະລັດ ຍ້ອນວ່າ :
ປີທຳອິດ ໂດຍອັດຕາແລກປ່ຽນຢູ່ທີ່ : 1 ໂດລ່າ = 8,049 ກີບ
ຄ່າເຊົ່າຫ້ອງ 1 ຫ້ອງ ໃນສູນການຄ້າ $40,000 ເທົ່າກັບເງິນ 321,960,000 ກີບ.

ພໍມາເຖິງປີທີສອງ ຫາກຄ່າເງິນໂດລ່າ ຂຶ້ນ ໂດຍອັດຕາແລກປ່ຽນຢູ່ທີ່ : 1 ໂດລ່າ = 8,079 ກີບ
ຄ່າເຊົ່າຫ້ອງ 1 ຫ້ອງ ໃນສູນການຄ້າ $40,000 ຈະເທົ່າກັບເງິນ 323,160,000 ກີບ.

ຈະເຫັນໄດ້ວ່າ ເຮົາຕ້ອງຄວັກກະເປົາເພີ່ມຂຶ້ນ 1,200,000 ກີບ ເພື່ອຈ່າຍຄ່າເຊົ່າຫ້ອງ 1 ຫ້ອງ(ໃນປີທີສອງ)
ໂດຍທີ່ຄ່າເຊົ່າຫ້ອງ ເຂົາກໍ່ບໍ່ໄດ້ຂຶ້ນເລີຍ ຍັງທໍ່ເກົ່າ ຄື : $40,000

-ຄຳນຶງເຖິງຄ່າເງິນ ບາດ ໄທ
ຫາກສິນຄ້າຂອງເຮົາ ທີ່ຂາຍຢູ່ ເປັນສິນຄ້າທີ່ຖືກນຳເຂົ້າມາຈາກ ປະເທດໄທ(ຈະແມ່ນເຮົານຳເຂົ້າມາເອງ
ໂດຍກົງ ຫລື ເຮົາຊື້ຕໍ່ ຈາກພໍ່ຄ້າຄົນກາງ ທີ່ນຳສິນຄ້ານັ້ນມາຈາກ ປະເທດໄທ)ກໍ່ຕາມ. ຫາກວັນຫນຶ່ງ
ຄ່າເງິນບາດຂຶ້ນ ແລ້ວ ເຮົາພັດບໍ່ຂຶ້ນລາຄາສິນຄ້າ ຄື ເຮົາຂາຍໃນລາຄາເທົ່າເດີມ. ພໍເມື່ອຂາຍຫມົດ ກໍ່ເຂົ້າໃຈ
ວ່າມີກຳໄລ, ແຕ່ເມື່ອເຖິງເວລາທີ່ເຮົາຈະຊື້ສິນຄ້ານັ້ນມາຂາຍອີກ ເຮົາກໍ່ພົບວ່າ ເຮົາຕ້ອງຈ່າຍຄ່າລາຄາສິນຄ້າ
ນັ້ນເພີ່ມຂຶ້ນ ຄື : ຄ່າລາຄາສິນຄ້າ 100 ບາດ, ຈາກທີ່ເຮົາເຄີຍໃຊ້ເງິນກີບ ພຽງ 25,000 ກີບ,
ມາຕອນນີ້ ເຮົາຕ້ອງຈ່າຍເງິນເພີ່ມຂຶ້ນເປັນ 26,000 ກີບ ຈິ່ງຈະໄດ້ສິນຄ້າ ລາຄາ 100 ບາດ ນັ້ນ.
ຫາກເຮົາຄິດຈະທຳການຄ້າຂາຍ ສິນຄ້າປະເພດດັ່ງກ່າວ ເຮົາກໍ່ຈຳເປັນຕ້ອງຂຶ້ນລາຄາສິນຄ້າ ເມື່ອ
ຄ່າເງິນບາດຂຶ້ນ ຫລື ຄ່າລາຄາສິນຄ້ານັ້ນປັບຕົວຂຶ້ນ ເພາະເມື່ອເວລາເຮົາໄປຊື້ສິນຄ້ານັ້ນມາຂາຍໃຫມ່
ເຮົາກໍ່ບໍ່ລຳບາກໃຈ(ຫາກຊື້ສິນຄ້າມາຂາຍ ແລ້ວຕ້ອງຄວັກທຶນເພີ່ມທຸກຄັ້ງ ຈະຖືວ່າມີກຳໄລໄດ້ຢ່າງໃດ!).

ສະຫລູບ :
-ເຈົ້າຂອງສູນການຄ້າເວົ້າເປັນເງິນ "ໂດລ່າ" ກັບເຮົາ ເພາະເຂົາບໍ່ຍອມຂາດທຶນ 1,200,000 ກີບ
-ເຮົາເວົ້າເປັນເງິນ "ບາດ" ກັບລູກຄ້າ ເພາະເຮົາບໍ່ຍອມຂາດທຶນ 1,000 ກີບ
-ເຈົ້າຂອງສູນການຄ້າ ຈະບໍ່ເວົ້າເລື່ອງເງິນ "ໂດລ່າ" ກັບເຮົາ, ເມື່ອໃດທີ່ເຮົາເຊົາໃຫ້ຄົນຕ່າງຊາດ ເຂົ້າມາລົງທຶນໃນປະເທດເຮົາ.
-ເຮົາເອງ ກໍ່ຈະບໍ່ເວົ້າເລື່ອງເງິນ "ບາດ" ກັບລູກຄ້າ, ເມື່ອໃດທີ່ເຮົາເລີກນຳເຂົ້າສິນຄ້າຈາກປະເທດໄທ.
(ຫັນໄປນຳເຂົ້າສິນຄ້າ ຈາກປະເທດ ຈີນ ແລ້ວເວົ້າເປັນເງິນ "ຢ໋ວນ" ແທນ ອັກໆໆໆ !)

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
I don't know about the price

Bad boy

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປເຊົ່າຢູ່ຕລາດມືດແຄມຂອງດີກວ່າ..
ມື້ລະ 20.000ກີບ..

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຂ້ອຍໄດ້ຍິນມາວ່າ ລາຄາຊື້ ຫ້ອງນ້ອຍໆນຶ່ງ ແມ່ນ 1 207 350 000 ກີບ (ຫລື ປະມານ ນຶ່ງແສນຫ້າຫມື່ນ ໂດລາ)

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ຂ້ອຍໄດ້ຍິນມາວ່າ ລາຄາຊື້ ຫ້ອງນ້ອຍໆນຶ່ງ ແມ່ນ 1 207 350 000 ກີບ (ຫລື ປະມານ ນຶ່ງແສນຫ້າຫມື່ນ ໂດລາ)

ຫາກລາຄາຊື້ 1 ຫ້ອງ ໃນສູນການຄ້າຕະຫລາດເຊົ້າ ແມ່ນ 150,000 ໂດລ່າ,
ເຮົາຊື້ມາ ແລ້ວປ່ອຍໃຫ້ຄົນເຊົ່າ ໃນລາຄາ 40,000 ໂດລ່າຕໍ່ປີ. ໃນໄລຍະ 4 ປີ ເຮົາກໍ່ຈະເລີ່ມເຫັນກຳໄລ ຄື :
40,000 x 4 = 160,000 ໂດລ່າ, ຫມາຍຄວາມວ່າ ພໍຄົບ 4 ປີ, ເຮົາຈະມີກຳໄລ 10,000 ໂດລ່າ(ຈາກຄ່າເຊົ່າຫ້ອງ).
ພໍເຖິງປີທີ 5 ເຮົາກໍ່ຈະມີລາຍໄດ້ ຈາກການປ່ອຍຫ້ອງໃຫ້ຄົນເຊົ່າ ຕົກເປັນວັນລະ 109.58 ໂດລ່າ(ຫລື 882,009 ກີບ ຕໍ່ວັນ).

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ ເດີ້ ເຂົ້າມາເຊີ້ເວ ເບີ່ງກະທູ້ ຊື່ໆໆໆ ແຮ່ໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ ເດີ້ ເຂົ້າມາເວິນຊື່ແນະ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
(ການຕະຫລາດກໍ່ເຄິຍຮຽນມາຫນ່ອຍຫນື່ງ ) ວິເຄາະໄດ້ດີຫລາຍ ຫລາຍຄົນລ້ວນແຕ່ຫວັງຜົນກຳໄລສ່ວນຕົວ ມອງຂ້າມຜົນກຳໄລສ່ວນລວມ ຖ້າເປັນຄວາມຈິງແທ້ເບີ່ງແລ້ວຄືຈະບໍ່ມີຜົນກະທົບຫຍັງ
ແຕ່ເບີ່ງເຂົ້າໄປເລິກໆ ໂອ!!!!! ມີຫລາຍບັນຫາທີ່ຈະຕາມມາ ກົດຫມາຍວາງອອກແຕ່ບໍ່ມີຄົນນຳໄຊ້!

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
pai tharm korn der si la top