ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ບໍ່ຄຳເຊໂປນຂຸດຄົ້ນມາໄດ້ເກືອບເຄິ່ງທາງແລ້ວຖາມວ່າປະຊາຊົນລາວໄດ້ຫຍັງ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມການລາຍງານຂ່າວຂອງໜັງສືພີມທຸລະກິດລາຍຊັບປະດາສະບັບທີ 431 ລົງວັນທີ 11-17/7/2011 ກ່ຽວກັບການຂຸດຄົ້ນບໍ່ຄຳເຊໂປນເຊິ່ງປີ 2010 ທີ່ຜ່ານມາບໍລິສັດທີ່ຂຸດຄົ້ນມີລາຍໄດ້ສູງເຖິງ 600 ລ້ານໂດລາ, ໃນນີ້ຄິດເປັນເປີເຊັນລັດຖະບານລາວໄດ້ຮັບຈາກພາສີອາກອນແລະອື່ນໆເຖິງ 50,38% ແລ້ວຢາກຖາມວ່າເງິນຈຳນວນນີ້ລັດຖະບານເອົາມາໝູນໃຊ້ເຂົ້າໃນວຽກງານຫຍັງ? ປະຊາຊົນລາວເດໄດ້ຫຍັງ? ກ່ອນທີ່ຊັບພະຍາກອນທຳມະຊາດຈະໝົດໄປຈາກພື້ນແຜ່ນດິນລາວ (ຊ່ວຍກັນຕອບ ແລະໃຫ້ຄຳເຫັນແດ່ເດີ)


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫົວຂໍ້ຂຽນວ່າ: ບໍ່ຄຳເຊໂປນຄຸດຄົ້ນມາໄດ້ເກືອບເຄິ່ງທາງແລ້ວຖາມວ່າປະຊາຊົນລາວໄດ້ຫຍັງ?
ຄຸດຄົ້ນ =ຂຸດຄົ້ນ ໂຕໄດຖືກຫວະ


໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຄຸດຄົ້ນ =ຂຸດຄົ້ນ ໂຕໄດຖືກຫວະ

ທຸ່ມເທໃສ່ການສຶກສາ ຄືການທຸ່ມເທໃສ່ສິ່ງທີ່ມີຄ່າ ເຫນືອກວ່າສິ່ງອື່ນໃດ.
ຂຸດຄົ້ນຫັນລະຖືກ

ຄົນບໍ່ດີ ມີໄວ້ເຮັດຫຍັງ

໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ໄດ້ຄວາມຈົນ ໄດ້ຄວາມທຸກຍາກ ຜູ້ທີ່ລ້ຳລວຍຄືນັກການເມືອງ ນັກທຸລະກິດ ດ່າໄອ້ພວກນີ້ໄປກະພໍສ່ຳນັ້ນ
(ປານໃດວະພວກໂກງບ້ານໂກງເມືອງມັນສິຕາຍວະ ຊັງແຮງ)

ເຮົາໄປກັນບໍ່ໄດ້

໑໔ ກະທູ້
໒໔໔ ໂພສ
ນັກການກະທູ້
ໄດ້ແຕ່ແນມເບິ່ງແຕ່ກະເຮັດຫຍັງບໍ່ໄດ້


໐ ກະທູ້
໑໒໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khonboedeepor ຂຽນວ່າ...
ຄຸດຄົ້ນ =ຂຸດຄົ້ນ ໂຕໄດຖືກຫວະ

ທຸ່ມເທໃສ່ການສຶກສາ ຄືການທຸ່ມເທໃສ່ສິ່ງທີ່ມີຄ່າ ເຫນືອກວ່າສິ່ງອື່ນໃດ.
ຂຸດຄົ້ນຫັນລະຖືກ

ຄຸດຄົ້ນຜິດ100%

ຂ້ອຍຮັກປະເທດລາວ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກໍ່ເປັນປະຊາຊົນຄົນທຳມະດາ ຄົນໜຶ່ງແຕ່ລະມື້ ໄດ້ແຕ່ນັ່ງຄິດ ພິຈາຈະນາ ຄິດໄປ ຄິດມາບໍມີທາງອອກ ຈັ່ງໃດກະໄດ້ແຕ່ຄິດ.


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແຕ່ ນອນ ນັ່ງ ຕີລັງກາ "ເຫຼືອໃຈ" ໃຫ້ກະເຈົ້າ
ຊັບພະຍາກອນປະເທດຕົນເອງ ຖ້າແຕ່ເຂົາມາລົງທຶນຈຶ່ງຂຸດໄດ້ເດ້ ກະເປັນຈັ່ງຊີ້ແຫຼະ

I believe in the IMPOSSIBLE

໘ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ກ່ອນອື່ນເມິດ ເຮົາບໍ່ມີຄົນເກັ່ງ ບໍ່ສາມາດໄປຂຸດຄົ້ນໄດ້
ດັ່ງນັ້ນ ຈຶ່ງໄດ້ໃຫ້ຕ່າງປະເທດມາສຳປະທານເອົາ ແລະຄົນລາວເຮົາກໍເປັນໄດ້ແຕ່ລູກຈ້າງເຂົາທໍ່ນັ້ນ ເພາະຄວາມຮູ້ ຄວາມສາມາດບໍ່ມີຫຼາຍ ຖ້າຈະໃຫ້ໄປເປັນນັກວິຊາການກ່າບໍ່ໄດ້

ຖ້າບໍ່ໃຫ້ຕ່າງປະເທດມາຂຸດຄົ້ນ ປະເທດລາວເຮົາກໍຈະບໍ່ມີລາຍຮັບ ເພື່ອຈະໄປສ້າງສາພັດທະນາປະເທດຊາດ ໄດ້
ຖ້າບໍ່ພັດທະນາກໍບໍ່ໄດ້ ເພາະດຽວນີ້ເປັນໂລກາພິວັດ ທຸກຢ່າງຕ້ອງໄດ້ປ່ຽນແປງໄປຕາມເສດຖະກິດໂລກ

ຖ້າເຮົາຈະຈົ່ມວ່າຜູ້ນັ້ນກິນຫຼາຍຜູ້ນີ້ກິນໜ້ອຍ ກໍເຊົາຊາ ເພາະເສຍເວລາ ແລະຄວາມຮູ້ສຶກຊື່ໆ ຈົ່ມໄປກ່າທໍ່ນັ້ນ ບໍ່ມີຫຍັງເກີດຂຶ້ນ ຈົ່ງເອົາເວລາຈົ່ມນັ້ນໄປເຮັດແນວອື່ນທີ່ມີປະໂຫຍດກວ່າຈະດີກວ່າຕິເບາະ.

ເມິດ


໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ອືມມີຫຍັງກະພາກັນແດກໝົດເລີຍສາ....ຊັບພະຍາກອນໝົດລະກະຂາຍຊາດກິນເລີຍ ໄປຕາມໂລກະພິວັດເດ ເວົ້າເລື່ອງການພັດທະນາກະບໍ່ມີຫຍັງເກີດຂື້ນບໍ່ຕ້ອງເວົ້າໄປໄກເອົາຖະຫນົນຫົນທາງໃນນະຄອນຫລວງວຽງຈັນໃຫ້ແລ້ວໝົດກ່ອນລະຄ່ອຍວ່າກັນ ທາງໃນນະຄອນຫລວງບາງບ່ອນປານໜອງປາ ບໍ່ເວົ້າກະບໍ່ໄດ້ເດເຂົາກະຂູດຮີດເຮົາຄືກັນ ພາສີອາກອນເຮົາກະຈ່າຍບໍ່ແມ່ນວ່າເຮົາກິນຟີຣຢູ່ຟຣີ ກະດຽວວ່າລະບອບປະຊາທິປະໄຕບໍ່ແມ່ນວະ? ຄັນຊັ້ນຄຳຂ້ວນຂອງຊາດກະລືບຖື້ມສາຕິຄຳວ່າປະຊາທິປະໄຕຫັ້ນ ຄັນເປັນພຽງຈອມປອມລະບໍ່ຕ້ອງເອົາມາໃສ່ໃຫ້ມັນກີດຫູກີດຕາ ເວົ້າຫລາຍລະຂອງຂື້ນ


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ພວກໂຈນຄອງເມືອງຊັບພະຍາກອນໝົດລະກະຂາຍຊາດກິນເລີຍ
http://www.laohomelao.activeboard.com/Link


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບີ່ງ


໐ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ທີ່ຈິງນັ້ນ ຖ້າຈະເອົາເງີນທີ່ໄດ້ໄປພັດທະນາເທົ່າກັບຈຳນວນເງີນທີ່ໄດ້ ຄິດວ່າປຊສ່ວນນື່ງກະຄົງຈະຫຼຸດຜ່ອນຄວາມທຸກຍາກໄດ້, ແຕ່ໄປເຂົ້າຖົງບຸກຄົນແທນຄັງລັດ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຫຼາຍຢູ່ໄດ໋..
ປະຊາຊົນລາວບາງຄົນໄດ້ ຮູບປັ້ນເປັນທອງຄຳແທ້..
ເປັນຄ່າຕອບແທນທີ່ເຊັນສັນຍາສັມປະທານໃຫ້..


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງກໍ່ໄດ້ຫຼາຍແຕ່ບໍ່ຢາກລະບາຍ ຈະດີກວ່າ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົ້າ ພັດວ່າ

I believe in the IMPOSSIBLE

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຄຳຖາມທ່ານທ່ານຖາມ: ບໍ່ຄຳເຊໂປນຂຸດຄົ້ນມາໄດ້ເກືອບເຄິ່ງທາງແລ້ວຖາມວ່າປະຊາຊົນລາວໄດ້ຫຍັງ?
ຄຳຕອບທີ່ຕາຍຕົວທີ່ມີຜົນກະທົບທາງລົບຕໍ່ປະຊາຊົນສ່ວນໃຫຍ່ຄື: ປະຊາຊົນລາວໄດ້ຮັບພຽງແຕ່ສານພິດຈາກບໍ່ຄຳເຊໂປນ ທີ່ປ່ອຍຜິດລົງສູ່ແມ່ນ້ຳ, ອາກາດ ... ອື່ນໆ ເຮັດໃຫ້ປະຊາຊົນລາວໃນຂົງເຂດນັ້ນ ຕ້ອງເຈັບປ່ວຍຈາກການໄດ້ຮັບມົນລະຜິດດັ່ງກ່າວ ແລະ ເຮັດໃຫ້ປະຊາຊົນທຸກກວ່າເກົ່າ. ປະເທດລາວເປັນປະເທດທຸກຈົນ ຫວັງການລົງທຶນຈະເຮັດໃຫ້ລາວຈະເລີນຂຶ້ນ ພັດເຮັດໃຫ້ປະຊາຊົນທຸກກວ່າເກົ່າຊ້ຳ ... ແລ້ວໃຜເປັນຜູ້ຮັ່ງມີວະ?


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງເລີຍເຮົາ


໓ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
(ຊ່ວຍກັນຕັບ ແລະໃຫ້ຄຳເຫັນແດ່ເດີ) ຊ່ວຍກັນຕອບ ຫລື ຕັບ
ຂ້າພະເຈົ້າອາໃສຢູ່ໄກຈາກບໍ່ຄຳປະມານ 45 ກີໂລແມັດ... ກາເຫັນພວກເຂົາເຈົ້າແກ່ທອງໃສ່ລົດໄປຫວຽດ ແລະ ກາຂົນເມືອທາງສະຫວັນພຸ້ນລະ...ເຮັດໃຫ້ການສັນຈອນໄປມາສັບສົນ, ເສັ້ນທາງເປ່ເພ່, ໄດ້ັຮັບຜິດຈາກເສດໂຮງງານ ແລະ ຫວ່າງ ປີຫລັງນັ້ນໄດ້ມີປາໃນນ້ຳເຊຕາຍເປັນຈຳນວນຫລວງຫລາຍ ໂດຍບໍ່ຮູ້ສາເຫດ....


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Katan ຂຽນວ່າ...
(ຊ່ວຍກັນຕັບ ແລະໃຫ້ຄຳເຫັນແດ່ເດີ) ຊ່ວຍກັນຕອບ ຫລື ຕັບ
ຂ້າພະເຈົ້າອາໃສຢູ່ໄກຈາກບໍ່ຄຳປະມານ 45 ກີໂລແມັດ... ກາເຫັນພວກເຂົາເຈົ້າແກ່ທອງໃສ່ລົດໄປຫວຽດ ແລະ ກາຂົນເມືອທາງສະຫວັນພຸ້ນລະ...ເຮັດໃຫ້ການສັນຈອນໄປມາສັບສົນ, ເສັ້ນທາງເປ່ເພ່, ໄດ້ັຮັບຜິດຈາກເສດໂຮງງານ ແລະ ຫວ່າງ ປີຫລັງນັ້ນໄດ້ມີປາໃນນ້ຳເຊຕາຍເປັນຈຳນວນຫລວງຫລາຍ ໂດຍບໍ່ຮູ້ສາເຫດ....


ຮ່າາາາາາ ຊ່ວຍກັນຕອບໂທດໆ ພີມຜິດແກ້ໄຂໃຫ້ລະເດີ...


໐ ກະທູ້
໑໒໑ ໂພສ
ນັກການກະທູ້
5555555!!!


໓ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
bor dai y

ບໍ່ໜ້າຮັກຄືໃຜ ແຕ່ຄວາມຈິ່ງໃຈເຕັມຮ້ອຍ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີ້...ໄດ້ແຕ່ຄວາມອຸກໃຈ ເງິນເຂົ້າຖົງຜູ້ໃຫຍ່ໝົດ

ຄິດດີ ເວົ້າດີ ເຮັດດີ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຂໍອອກຄວາມຄິດ ພຽງ ແຕ່ ມາ ຈອບໆໆໆ ຮ່າໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
dai tae hu juk wa khum mod la wa........


໐ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ເລື່ອງໄດ້ກາໄດ້ຫລາຍ ແຕ່ກາເສຍຫລາຍວ່າໄດ້
ຂ້ອຍກາຢູ່ເຊໂປນມາຫລາຍປີ ແຕ່ກາຮູ້ມາຫລາຍຢ່າງ
ບໍ່ຂໍອອກຄຳເຫັນສາ
ເບື່ອການເວ້າແບບ ເລື່ອຍເປື່ອຍ


໖ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ພວກທ່ານປະນາມປະເທດຊາດໂຕເອງກະໂພດຕິເບາະ ໂດຍຄວາມຄິດຂອງຂ້າພະເຈົ້າ ພວກທ່ານຖາມວ່າປະຊາຊົນໄດ້ຫຍັງ ຊິໃຫ້ທ້າວກໍທ້າວຂໍມີຂື້ນພ້ອມກັນກະເປັນໄປບໍ່ໄດ້ຕິເບາະ ເພີ່ນກະແນ່ໃສ່ພັດທະນາພາກຂົງເຂດເສດຖະກິດອຸດສາຫະກຳຫັນເດເປັນຕົ້ນນະ


໖ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
[img]null[/img]


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mai ຂຽນວ່າ...
ກ່ອນອື່ນເມິດ ເຮົາບໍ່ມີຄົນເກັ່ງ ບໍ່ສາມາດໄປຂຸດຄົ້ນໄດ້
ດັ່ງນັ້ນ ຈຶ່ງໄດ້ໃຫ້ຕ່າງປະເທດມາສຳປະທານເອົາ ແລະຄົນລາວເຮົາກໍເປັນໄດ້ແຕ່ລູກຈ້າງເຂົາທໍ່ນັ້ນ ເພາະຄວາມຮູ້ ຄວາມສາມາດບໍ່ມີຫຼາຍ ຖ້າຈະໃຫ້ໄປເປັນນັກວິຊາການກ່າບໍ່ໄດ້

ຖ້າບໍ່ໃຫ້ຕ່າງປະເທດມາຂຸດຄົ້ນ ປະເທດລາວເຮົາກໍຈະບໍ່ມີລາຍຮັບ ເພື່ອຈະໄປສ້າງສາພັດທະນາປະເທດຊາດ ໄດ້
ຖ້າບໍ່ພັດທະນາກໍບໍ່ໄດ້ ເພາະດຽວນີ້ເປັນໂລກາພິວັດ ທຸກຢ່າງຕ້ອງໄດ້ປ່ຽນແປງໄປຕາມເສດຖະກິດໂລກ

ຖ້າເຮົາຈະຈົ່ມວ່າຜູ້ນັ້ນກິນຫຼາຍຜູ້ນີ້ກິນໜ້ອຍ ກໍເຊົາຊາ ເພາະເສຍເວລາ ແລະຄວາມຮູ້ສຶກຊື່ໆ ຈົ່ມໄປກ່າທໍ່ນັ້ນ ບໍ່ມີຫຍັງເກີດຂຶ້ນ ຈົ່ງເອົາເວລາຈົ່ມນັ້ນໄປເຮັດແນວອື່ນທີ່ມີປະໂຫຍດກວ່າຈະດີກວ່າຕິເບາະ.

ເມິດ


ຢາກໃຫ້ລູກເກັ່ງພໍ່ແມ່ ກະຕ້ອງອົບຮົມສັ່ງສອນບໍ່ແມ່ນວະ? ຖ້າບໍ່ມີການພັດທະນາຊັບພະຍາກອນມະນຸດ ກະຍ່າໄປຫວັງວ່າສິຈະເລີນຄືໝູ່ ເງິນເຕັມພາບໍ່ເທົ່າພະຫຍາເຕັມທ້ອງ
ບໍ່ໄດ້ຈົ່ມແຕ່ເວົ້າຄວາມຈິງ ຂອງສັງຄົມໃນວັນນີ້ທີຜູ້ລັກຜູ້ໃຫຍ່ລະລວຍເອົາ ລວຍເອົາ ກົງຂ້າມກັບປະຊາຊົນນີ້ທຸກລົງ ທຸກລົງ
ໃຜຢູ່ແຕ່ໃນຕົວເມືອງ ໂດຍບໍ່ອອກໄປຮູ້ແລະເຫັນເຂດຫ່າງໄກສອກຫລີກ ບໍ່ຮູ້ດ໋ອກວ່າປະຊາຊົນຢູ່ແຖວນັ້ນທຸກຍາກສ່ຳໃດ? ບາງບ້ານເດັກນ້ອຍຕ້ອງຕື່ນແຕ່ສາມໂມງຕອນເຊົ້າເພື່ອຍ່າງໄປເຂົ້າ ຮຮ
ຖາມວ່າຈົ່ມແລ້ວໄດ້ຫຍັງ? ກະບໍ່ໄດ້ຫຍັງພຽງແຕ່ຢາກໃຫ້ທຸກຄົນໃນສັງຄົມລາວຄວນຍຸດໄດ້ແລ້ວສຳລັບຜູ້ທີ່ມີນິໄສເຫັນແກ່ຕົວ ຕ້ານສໍ້ລາດບັງຫລວງ ແລະສໍ້ຫລວງບັງລາດຫັ້ນນະ
ບໍ່ແມ່ນວ່າໃຜສິເຮັດຫຍັງກະຊ່າງຫົວເຂົາ ຄົນຜິດນະມັນແຫ່ງໄດ້ໃຈຄຳວ່າໂຈນບໍ່ມີຈັກຄົົນດ໋ອກທີ່ຈະຍອມຮັບຄວາມຈິງ....


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ valakone ຂຽນວ່າ...
ພວກທ່ານປະນາມປະເທດຊາດໂຕເອງກະໂພດຕິເບາະ ໂດຍຄວາມຄິດຂອງຂ້າພະເຈົ້າ ພວກທ່ານຖາມວ່າປະຊາຊົນໄດ້ຫຍັງ ຊິໃຫ້ທ້າວກໍທ້າວຂໍມີຂື້ນພ້ອມກັນກະເປັນໄປບໍ່ໄດ້ຕິເບາະ ເພີ່ນກະແນ່ໃສ່ພັດທະນາພາກຂົງເຂດເສດຖະກິດອຸດສາຫະກຳຫັນເດເປັນຕົ້ນນະ


ເຈົ້າໄປອ່ານຄືນໃໝ່ເດີ ບໍ່ມີໃຜເວົ້າປະນາມປະເທດຊາດຂອງຕົວເອງຈັກຄົນດ໋ອກ ພຽງແຕ່ມີການອອກຄຳຄິດເຫັນຢາກໃຫ້ປະເທດຊາດມີການພັດທະນາຂື້ນກ່ອນທີ່ຊັບພະຍາກອນທຳມະຊາດຈະໝົດໄປ
ບໍ່ຕ່າງຫຍັງກັບຄົນຖ້າໝົດຄວາມສຳຄັນລະເຂົາກະເສກຫົວຖິ້ມ ມື້ນັ້ນແລະຈະຮູ້ສຶກ ແຕ່ມັນກໍ່ສວາຍເກີນໄປແລ້ວ
ເຂົ້າໃຈວ່າທີ່ຜ່ານມາກະມີການພັດທະນາ ແຕ່ເມື່ອພັດທະນາແລ້ວກະຂໍໃຫ້ມັນສົມກັບເງິນຄຳທີ່ໄດ້ທຸ້ມເທລົງໄປ...
ເບິ່ງແຕ່ສະໜາມກິລາຫລັກສິບຫົກດ້ານຂ້າງແລະດ້ານຫລັງຫຍ້າຖ້ວມໝົດລະ ຖະໜົນຫົນທາງອ້ອມຮອບກະເປ່ເພເສຍຫາຍເປັນສ່ວນຫລາຍພາກສ່ວນໃດມາສ້ອມແປງ ກະມີແຕ່ເຮັດພໍແລ້ວຕີນແລ້ວມືຊາຂ້ອຍທຽວໄປທຽວມານີ້ແປງຕະຫລອດຕັ້ງແຕ່ກ່ອນໜ້າມື້ເປີດກິລາຊີເກມພຸ້ນມາຮອດມື້ນີ້ກະຍັງແປງຢູ່ແນວຄົນເຮັດເອົາແຕ່ເງິນ ເມື່ອເວົ້າແນວນີ້ມາຜູ້ທີ່ໄດ້ຜົນປະໂຫຍດນຳນະກະແນ່ນອນລະຕ້ອງມີການເດືອດຮ້ອນເປັນຂອງທຳມະດາ
ຂະໜາດເດັກນ້ອຍຫາກໍ່ເກີດວານນີ້ເຂົາກະຍັງຮູ້ວ່າໂຄງການນີ້ມັນມີເງື່ອນງຳ ເວົ້າພາສາບ້ານເຮົາວ່າແມ່ນໂຈນ ໂກງກິນແບບໜ້າດ້ານໆ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>