ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ບໍ່ຄຳເຊໂປນຂຸດຄົ້ນມາໄດ້ເກືອບເຄິ່ງທາງແລ້ວຖາມວ່າປະຊາຊົນລາວໄດ້ຫຍັງ?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>

໖ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ valakone ຂຽນວ່າ...
ພວກທ່ານປະນາມປະເທດຊາດໂຕເອງກະໂພດຕິເບາະ ໂດຍຄວາມຄິດຂອງຂ້າພະເຈົ້າ ພວກທ່ານຖາມວ່າປະຊາຊົນໄດ້ຫຍັງ ຊິໃຫ້ທ້າວກໍທ້າວຂໍມີຂື້ນພ້ອມກັນກະເປັນໄປບໍ່ໄດ້ຕິເບາະ ເພີ່ນກະແນ່ໃສ່ພັດທະນາພາກຂົງເຂດເສດຖະກິດອຸດສາຫະກຳຫັນເດເປັນຕົ້ນນະ

ເຈົ້າໄປອ່ານຄືນໃໝ່ເດີ ບໍ່ມີໃຜເວົ້າປະນາມປະເທດຊາດຂອງຕົວເອງຈັກຄົນດ໋ອກ ພຽງແຕ່ມີການອອກຄຳຄິດເຫັນຢາກໃຫ້ປະເທດຊາດມີການພັດທະນາຂື້ນກ່ອນທີ່ຊັບພະຍາກອນທຳມະຊາດຈະໝົດໄປ
ບໍ່ຕ່າງຫຍັງກັບຄົນຖ້າໝົດຄວາມສຳຄັນລະເຂົາກະເສກຫົວຖິ້ມ ມື້ນັ້ນແລະຈະຮູ້ສຶກ ແຕ່ມັນກໍ່ສວາຍເກີນໄປແລ້ວ
ເຂົ້າໃຈວ່າທີ່ຜ່ານມາກະມີການພັດທະນາ ແຕ່ເມື່ອພັດທະນາແລ້ວກະຂໍໃຫ້ມັນສົມກັບເງິນຄຳທີ່ໄດ້ທຸ້ມເທລົງໄປ...
ເບິ່ງແຕ່ສະໜາມກິລາຫລັກສິບຫົກດ້ານຂ້າງແລະດ້ານຫລັງຫຍ້າຖ້ວມໝົດລະ ຖະໜົນຫົນທາງອ້ອມຮອບກະເປ່ເພເສຍຫາຍເປັນສ່ວນຫລາຍພາກສ່ວນໃດມາສ້ອມແປງ ກະມີແຕ່ເຮັດພໍແລ້ວຕີນແລ້ວມືຊາຂ້ອຍທຽວໄປທຽວມານີ້ແປງຕະຫລອດຕັ້ງແຕ່ກ່ອນໜ້າມື້ເປີດກິລາຊີເກມພຸ້ນມາຮອດມື້ນີ້ກະຍັງແປງຢູ່ແນວຄົນເຮັດເອົາແຕ່ເງິນ ເມື່ອເວົ້າແນວນີ້ມາຜູ້ທີ່ໄດ້ຜົນປະໂຫຍດນຳນະກະແນ່ນອນລະຕ້ອງມີການເດືອດຮ້ອນເປັນຂອງທຳມະດາ
ຂະໜາດເດັກນ້ອຍຫາກໍ່ເກີດວານນີ້ເຂົາກະຍັງຮູ້ວ່າໂຄງການນີ້ມັນມີເງື່ອນງຳ ເວົ້າພາສາບ້ານເຮົາວ່າແມ່ນໂຈນ ໂກງກິນແບບໜ້າດ້ານໆ

ຄຳເຫັນຂອງພວກທ່ານບໍ່ແຮງເກີນໄປບໍ ມາເບິ່ງອີກດ້ານຖ້າບໍ່ໃຫ້ເຂົາເຈົ້າມາຂຸດໃຜແດ່ໃນລາວນິມີຄວາມສາມາດແນ່ ບໍ່ມີແມ່ໍບໍ ຖ້າເປັນຄືແນວນັ້ນຊັບພະຍາກອນກະຍັງຢູ່ບ່ອນເກົ່າບໍ່ໄດ້ນຳໃຊ້ຫຍັງລະພວກເຮົາຊິນັ່ງແນມເບິ່ງຢູ່ຫັນຫວາ ຂ້ອຍຄິດວ່າບໍ່ມີໃຜຢາກເສຍຂອງມີຄ່າໄປຟີຟີດອກນະ ແຕ່ບາງຄັ້ງກໍ່ຕ້ອງຍອມເພື່ອແລກກັບຜົນປະໂຫຍດບາງສ່ວນ ນິຄືເຫດຜົນທີ່ໃຫ້ໂຄງການນິເຂົ້າມາຂຸດຄົ້ນ

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ຜູ້ຫລັກຜູ້ໃຫຍ່ຮັ່ງມີລ້ຳລວຍທ້ອງໂຊ່ນ ປະຊາຊົນເຮັດນາກິນເຂົ້ານ້ຳຖ້ວມໄປຊອກເຮັດງານຕ່າງບ້ານຕ່າງເມືອງຈ່າຍພາສີທີ່ດິນເທົ່າເຄີຍ
ບໍ່ມີມາດຕະການຫຍັງທີ່ຈະຊ່ວຍໃຫ້ຫລຸດພົ້ນວົງຈອນນີ້ ຫລືວ່າມີແລ້ວບໍ່ປະກາດຊີ້ແຈງເບາະ ບາງເທື່ອຊີ້ແຈງອອກສື່ແຕ່ປະຕິບັດບໍ່ໄດ້ກະມີຫລາຍ ອາຍແທນຊ້ຳ
ເງິນໄດ້ມາໃຊ້ຖືກເປົ້າຫລືບໍ່ ມັນກໍ່ຂື້ນກັບຄວາມຮູ້ຄວາມຫລັກຂອງທ່ານຫລັກຜູ້ໃຫຍ່ທີ່ເປັນຜູ້ນຳ ທີ່ເຮົາໄວ້ວາງໃຈໃຫ້ນຳພາເຮົາ
ໄປສູ່ຄວາມຢູ່ດີກິນດີ ເທົ່າທຽມກັບປະເທດອື່ນ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ພູຫົວໂລ້ນເພີ່ມຂື້ນບັກຫລາຍໆໆໆ ຕົ້ນໄມ້ໃບຫ້ຍາຕາຍໜົດ ໄດ້ມົນລະພິດອີກ ນ້ຳຖວນັ້ນກໍ່ກິນບໍ່ໄດ້ ດື່ມບໍ່ໄດ້ແລ້ວ ໄດ້ເຫັນຄົນລາວໄປເປັນຂີ້ຂ້າ ໃຫ້ ເຂົາຂົ່ມເຫງອີກ
ເງີນພາສິເບາະເຂົາກໍ່ເອົາໄປລົດສະພາວະໂລກຮ້ອນກັນໝົດແລ້ວ
ຊື້ ແອ ເຂົ້າເຮືອນໃຜເຮືອນມັນ 55555
ມີແຕ່ແນວໄດ້ ນັບບໍ່ໄຫວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ valakone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ valakone ຂຽນວ່າ...
ພວກທ່ານປະນາມປະເທດຊາດໂຕເອງກະໂພດຕິເບາະ ໂດຍຄວາມຄິດຂອງຂ້າພະເຈົ້າ ພວກທ່ານຖາມວ່າປະຊາຊົນໄດ້ຫຍັງ ຊິໃຫ້ທ້າວກໍທ້າວຂໍມີຂື້ນພ້ອມກັນກະເປັນໄປບໍ່ໄດ້ຕິເບາະ ເພີ່ນກະແນ່ໃສ່ພັດທະນາພາກຂົງເຂດເສດຖະກິດອຸດສາຫະກຳຫັນເດເປັນຕົ້ນນະ

ເຈົ້າໄປອ່ານຄືນໃໝ່ເດີ ບໍ່ມີໃຜເວົ້າປະນາມປະເທດຊາດຂອງຕົວເອງຈັກຄົນດ໋ອກ ພຽງແຕ່ມີການອອກຄຳຄິດເຫັນຢາກໃຫ້ປະເທດຊາດມີການພັດທະນາຂື້ນກ່ອນທີ່ຊັບພະຍາກອນທຳມະຊາດຈະໝົດໄປ
ບໍ່ຕ່າງຫຍັງກັບຄົນຖ້າໝົດຄວາມສຳຄັນລະເຂົາກະເສກຫົວຖິ້ມ ມື້ນັ້ນແລະຈະຮູ້ສຶກ ແຕ່ມັນກໍ່ສວາຍເກີນໄປແລ້ວ
ເຂົ້າໃຈວ່າທີ່ຜ່ານມາກະມີການພັດທະນາ ແຕ່ເມື່ອພັດທະນາແລ້ວກະຂໍໃຫ້ມັນສົມກັບເງິນຄຳທີ່ໄດ້ທຸ້ມເທລົງໄປ...
ເບິ່ງແຕ່ສະໜາມກິລາຫລັກສິບຫົກດ້ານຂ້າງແລະດ້ານຫລັງຫຍ້າຖ້ວມໝົດລະ ຖະໜົນຫົນທາງອ້ອມຮອບກະເປ່ເພເສຍຫາຍເປັນສ່ວນຫລາຍພາກສ່ວນໃດມາສ້ອມແປງ ກະມີແຕ່ເຮັດພໍແລ້ວຕີນແລ້ວມືຊາຂ້ອຍທຽວໄປທຽວມານີ້ແປງຕະຫລອດຕັ້ງແຕ່ກ່ອນໜ້າມື້ເປີດກິລາຊີເກມພຸ້ນມາຮອດມື້ນີ້ກະຍັງແປງຢູ່ແນວຄົນເຮັດເອົາແຕ່ເງິນ ເມື່ອເວົ້າແນວນີ້ມາຜູ້ທີ່ໄດ້ຜົນປະໂຫຍດນຳນະກະແນ່ນອນລະຕ້ອງມີການເດືອດຮ້ອນເປັນຂອງທຳມະດາ
ຂະໜາດເດັກນ້ອຍຫາກໍ່ເກີດວານນີ້ເຂົາກະຍັງຮູ້ວ່າໂຄງການນີ້ມັນມີເງື່ອນງຳ ເວົ້າພາສາບ້ານເຮົາວ່າແມ່ນໂຈນ ໂກງກິນແບບໜ້າດ້ານໆ

ຄຳເຫັນຂອງພວກທ່ານບໍ່ແຮງເກີນໄປບໍ ມາເບິ່ງອີກດ້ານຖ້າບໍ່ໃຫ້ເຂົາເຈົ້າມາຂຸດໃຜແດ່ໃນລາວນິມີຄວາມສາມາດແນ່ ບໍ່ມີແມ່ໍບໍ ຖ້າເປັນຄືແນວນັ້ນຊັບພະຍາກອນກະຍັງຢູ່ບ່ອນເກົ່າບໍ່ໄດ້ນຳໃຊ້ຫຍັງລະພວກເຮົາຊິນັ່ງແນມເບິ່ງຢູ່ຫັນຫວາ ຂ້ອຍຄິດວ່າບໍ່ມີໃຜຢາກເສຍຂອງມີຄ່າໄປຟີຟີດອກນະ ແຕ່ບາງຄັ້ງກໍ່ຕ້ອງຍອມເພື່ອແລກກັບຜົນປະໂຫຍດບາງສ່ວນ ນິຄືເຫດຜົນທີ່ໃຫ້ໂຄງການນິເຂົ້າມາຂຸດຄົ້ນ

ຄັນຍອມເສີຍປຽບຍ້ອນຜົນປະໂຫຍດສ່ວນລວມກະບໍ່ວ່າກັນ ແຕ່ຍອມຍ້ອນຜົນປະໂຫຍດສ່ວນຕົວນີ້ຕີມັນໄຮ້ຊັກສີຂອງຄວາມເປັນຄົນ ເຫັນເງິນຫນ້າດຳ ເຫັນຄຳຫນ້າເສົ້າ ຄືເພີ່ນວ່າ

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ຊິເຫຼືອແຕ່ເສດເຫຼັກ ແລະ ກະສານຜິດໃຫ້ລູກຫຼານມາຮັບກຳຕໍ່

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

ຕາມທີ່ໄດ້ອ່ານຂ່າວຢູ່ເວັບໄຊລາວວອຍຊ໌ ແລະເວັບໄຊ ບໍ່ຄໍາເຊໂປນເພິ່ນກະວ່າມີງົບຊ່ອຍປະຊາຊົນໃນເຂດຕົວເມືອງວິລະບຸລີ ປີລະຫ້າແສນໂດລາສະຫະຣັຖ, ງົບດັ່ງກ່າວອາດຈະຊ່ອຍໃນຮູບແບບສ້າງໂຄງລ່າງພື້ນຖານຕ່າງໆເຊັ່ນ: ສ້າງໂຮງຮຽນ ສ້າງໂຮງໝໍ ສ້າງຖະນົນຫົນທາງ ເອົາໄຟຟ້າເຂົ້າ ເອົານໍ້າປະປາເຂົ້າໃຫ້ໃຊ້ ແລະມີທຶນການສຶກສາໃຫ້ນັກຮຽນທີ່ຮຽນໄດ້ດີ.

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແຕ່ແນມເບິ່ງ

ຮັກແທ້ຄືແມ່

໐ ກະທູ້
໗໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Katan ຂຽນວ່າ...
(ຊ່ວຍກັນຕັບ ແລະໃຫ້ຄຳເຫັນແດ່ເດີ) ຊ່ວຍກັນຕອບ ຫລື ຕັບ
....

ຮາຮາ.....ຕັບ..ຕັບໆ..ຕັບໆ....ຕັບໆ.ຕັບ....ຮາຮາ....ຕັບໆ... ເງິນທີ່ໄດ້ມາ ມັນກະໄດ້ແບ່ງອອກເປັນຫຼາຍໆສ່ວນ ...ເຊັນ່ເງິນແຮ...ເງິນລົງທຶນ......ເຊັ່ນປະເທດ ຫຍີ່ປຸນເປັນປະເທດທີ່ມີເງິນແຮຢູ່ຫຼາຍໃນລະດັບຕົນໆຂອງໂລກ..ຈິງບໍ່ຢ້ານກັບຫຼາຍບັນຫາ... ເງິນເຫຼົ່ານີ້ໃນເມື່ອມີການ ເກີດອຸທົກກະໄພ ,,,ວາຕະໄພ,,..ໄພນ້ຳຖ້ວມ ...ຫຼືເກີດເຫດ ທີ່່ມີຜົນເສຍ ຕໍ່ປະເທດ ກໍ່ຕ້ອງໃຊ້ເງິນເຫຼົ່ານີ້ມາ ເປັນອັນດັບທຳອິດ..ຖ້າປະທເດໃດ໋ມີ ເງິນສ່ວນນີ້ໜອຍນັ້ນກໍ່ໝາຍຄວາມວ່າ..ການແກ້ບັນຫາ..... ທີ່ເກີດຂຶ້ນໃນເວລາສຸກເສີນກໍ່ເປັນໄປໄດ້ຍາກ .. ເງິນທຶນຄື ເງິນນຳໄປ ລົງທຶນສ້າງ ຫຼືບູລະນະ ເຊັ່ນ ໂຮງຮຽນ,ໂຮງໝໍ..ທຳໜົນຫົນທາງ ລວມເຖິງທຶນທາງດ້ານການສຶກສາ......
ເລື່ອງ ສ່ວນເລື່ອງທີ່ວ່າ : ເມັດເງິນທີ່ສູນຫາຍນັ້ນ ... ມັນກໍ່ມີທົ່ວໂລກ.... ຜົນປະໂຫຍດເຮົາກໍ່ພໍໄດ້ຢູ່ ແຕ່ຖ້າຈະໃຫ້ດີຂຶ້ນກວ່າເກົ່າ ພວກທ່ານກະຮຽນເກັ່ງໆໆຈະໄດ້ມາບໍລິຫານປະເທດຊາດໃຫ້ມັນຮຸ່ງເຮືອງເດີ... ຂ້ອຍຄິດວ່າຖ້າໄດ້ຄົນທີ່ບໍລິສຸດ ແລະ ເກັ່ງໆ ຄືກັບທ່ານ ແລ້ວ..ປະເທດເຮົາຄົງຈະພັດທະນາໄວ ຄື :ຈະຫຼວດເລີຍລະ...

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳທີ່ຂຸດໄດ້ ເອົາໄປຈ່າງປະເທດ ບ່ໄດ້ເອາມາພັດທະນາປະເທດຂິກຫນ້ອຍ ສ່ວນງົບປະມານພັດທະນາປະເທດ ກະແມ່ນເອົາມາຈາກພາສີ ສະຫລຸບແລ້ວ ຄົນຕ່າງປະເທດຂຸດຄຳຢູ່ລາວ ເຂົ້າໃຈກັນເອົາເດີ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄິດວ່າໄດ້ໜ້ອຍເສຍຫລາຍ

ສະບາຍດີພັນລາວ

໒ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ແບ່ງກັນຕາມຂັ້ນ, ຈາກໃຫຍ່ຫານ້ອຍ ຮ່າໆ

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ປະຊາຊົນເຂດນັ້ນ ມີເຮັດວຽກງານທຳ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ໄດ້ຫຍັງ ເຈົ້າເດ?

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວ ຖູກຕ້ອງ

໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ກະມີແນວໄດ້ຫລາຍໆຢ່າງຢູ່ ທີ່ໄດ້ເຫັນໆເລີຍ ກະຄືຄົນລາວເຮົາໄດ້ມີວຽກເຮັດງານທຳ
ປະຊາຊົນໃນຂົງເຂດນັ້ນກະຫນ້າຊິມີລາຍຮັບເພີ້ມຂື້ນ
ແລະໄດ້ອີກຢ່າງນຶ່ງກະຄືປະສົບການ ຄົນລາວເຮົາຫລາຍຄົນກະຊິໄດ້ປະສົບການ ຈາກການຂຸດຄົ້ນຄັ້ງນີ້ຫລາຍເຕີຍ
ຖ້າສົມມຸດມີການຂຸດຄົ້ນອີກບ່ອນໜ້າ ເຮົາກະບໍ່ຈຳເປັນຈະຕ້ອງໃຫ້ຊາວຕ່າງຊາດເຂົ້າມາລະ ເຮົາກະເຮັດເອົາເອງເລີຍ

໑໑ ກະທູ້
໑໕໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ dee000 ຂຽນວ່າ...
ອືມມີຫຍັງກະພາກັນແດກໝົດເລີຍສາ....ຊັບພະຍາກອນໝົດລະກະຂາຍຊາດກິນເລີຍ ໄປຕາມໂລກະພິວັດເດ ເວົ້າເລື່ອງການພັດທະນາກະບໍ່ມີຫຍັງເກີດຂື້ນບໍ່ຕ້ອງເວົ້າໄປໄກເອົາຖະຫນົນຫົນທາງໃນນະຄອນຫລວງວຽງຈັນໃຫ້ແລ້ວໝົດກ່ອນລະຄ່ອຍວ່າກັນ ທາງໃນນະຄອນຫລວງບາງບ່ອນປານໜອງປາ ບໍ່ເວົ້າກະບໍ່ໄດ້ເດເຂົາກະຂູດຮີດເຮົາຄືກັນ ພາສີອາກອນເຮົາກະຈ່າຍບໍ່ແມ່ນວ່າເຮົາກິນຟີຣຢູ່ຟຣີ ກະດຽວວ່າລະບອບປະຊາທິປະໄຕບໍ່ແມ່ນວະ? ຄັນຊັ້ນຄຳຂ້ວນຂອງຊາດກະລືບຖື້ມສາຕິຄຳວ່າປະຊາທິປະໄຕຫັ້ນ ຄັນເປັນພຽງຈອມປອມລະບໍ່ຕ້ອງເອົາມາໃສ່ໃຫ້ມັນກີດຫູກີດຕາ ເວົ້າຫລາຍລະຂອງຂື້ນ

ກະທຸນີ້ຄວນປິດ
ເວັບໄຊພັນລາວ.ຄອມ ເປັນເວັບໄຊທີ່ມີຜູ່ເຂົ້າຊົມຈາກຫຼາກຫຼາຍອາຊີບ ແລະມີອາຍຸທີ່ແຕກຕ່າງກັນ ເຖິງສ່ວນໃຫຍ່ຈະເປັນໄວໜຸ່ມ ແລະໄວທີ່ເຮັດວຽກເຮັດການແລ້ວ ແຕ່ກໍມີບາງພາກສ່ວນທີ່ຍັງເປັນເຍົາວະຊົນຢູ່ ,ຄໍາເວົ້າຂ້າງເທິງປະຈຸບັນນີ້ແມ່ນບໍ່ມີຫຼັກຖານວ່າແມ່ນຄວາມຈິງ ຄໍາກ່າວຫາດັ່ງກ່ວຂ້ອນຂ້າງຮຸນແຮງທໍາລາຍພາບພົດຂອງປະເທຊາດ ,ຜິດກັບກົດລະບຽບ ບ້ນເມືອງ ແນ່ນອນ ຕ້ອງຜິດກັບ ,ເງື່ອນໄຂການໃຊ້ບໍລິການ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນເງິນໜ້າດຳເຫັນຄຳໜ້າເສົ້າມັນເປັນຈັ່ງຊີ້ລະ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>