ກະທູ້ມາໃໝ່ | ຫມວດ | ກະດານແຫ... » ການຕະຫຼາດ/ບໍລິຫານ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກຖາມເພື່ອນພັນລາວ ປະຈຸບັນໄດ້ຍິນເຂົາເຈົ້າວ່າເງິນລາວເອົາແຂງໂຕຂື້ນ ກະເລີຍຢາກຮູ້ວ່າມັນຢູ່ໃນລະດັບໃດ ແລະ ມີຜົນກະທົບດ້ານດີ ດ້ານອ່ອນແນວໃດຕໍ່ເສດຖະກິດໂດຍລວມຂອງປະເທດເຮົາ? ໃຜຮູ້ຊ່ວຍບອກແນ່
ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ກະບໍ່ໄດ້ແຂງຫຼາຍ ຢູ່ໃນລະດັບທຳມະດາ ເພາະ ເບີ່ງຈາກ ອັດຕາແລກປ່ຽນແລະລາຄານ້ຳມັນ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ່ານຕາມນີ້ກະໄດ້ ຂ່າວລາວ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແທ້ສະເບາະ ດີດີ ເງີນລາວຈະບໍ່ເຟີ້ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກມີເງີນຫຼາຍໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເງິນແຂ່ງຄ່າກະດີເພາະປະເທດເຮົາເປັນປະເທດນຳເຂົ້າສິນຄ້າເປັນສ່ວນຫຼາຍ ແຕ່ຈະກະທົບກັບຜູ້ຜະລິດສິນຄ້າເພື່ອສົ່ງອອກ ເພາະຖ້າເງິນກີບລາວແຂ່ງຄ່າໝາຍເຖິງສິນຄ້າທີ່ນຳເຂົ້າຈາກປະເທດລາວລາຄາສູງ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມາຈອບເບີ່ງຈື່ຯ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກຮູ້ເຊັ່ນກັນ... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ດີແນ່ນອນ ເພາະປະເທດລາວເເປັນປະເທດທີ່ນຳເຂົ້າສິນຄ້າຫຼາຍກວ່າສົ່ງອອກ ຈິ່ງເປັນຂໍ້ໄດ້ປຽບໃນດ້ານອັດຕາແລກປ່ຽນ ..ຍິ່ງເງິນກີບແຂງຕົວຫຼາຍເທົ່າໃດ ກໍ່ຍິງເປັນຜົນດີ ໃນຄະນະນີ້ ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່ ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້ ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມັນດີບ່ອນເວລາເຈົ້ານຳເຂົ້າສິນຄ້າ.. ເພາະເຈົ້າຈະໃຊ້ເງິນ(ກີບ)ໃນມູລຄ່າໜ້ອຍລົງ.. ແຕ່ສຸດທ້າຍແລ້ວຈາກຂໍ້ດີດັ່ງກ່າວ.. ເງິນກີບກໍ່ຈະກັບມາອ່ອນຄ່າຄືນ.. ເພາະຈະມີການນຳເຂົ້າຫຼາຍຂຶ້ນ.. ປລ. ຕາມຫຼັກເສຖສາສຕຣ໌ ຂະເຈົ້າເອີ້ນວ່າ ທິສດີມືທີ່ແນມບໍ່ເຫັນ (Invisible hands) |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແຂງຄ່າຢູ່ໃສ ໄປທະນາຄານມາອັດຕາແລກປ່ຽນບໍ່ລົງຮອດ 260\\1B ຊ້ຳ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກຮູ້ ອັດຕາເງີນເຟີ້ / ຟຶດ ອັດຕາແລກ ປ່ຽນ ກໍ່ເຂົ້າໄປເບີ່ງທີ www. BOL.gov .la bank of the lao PDR ອັບເດດທຸກມື້ ເຊື່ອຖືໄດ້ ຂອງຈິງ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຢູ່ປະເທດເຮົາ ຖ້າເງິນແຂງຄ່າຂຶ້ນເທົ່າໃດກໍ່ຍິ່ງອັນຕະລາຍ ເພາະລັດຖະບານເຮົາຄຸມລາຄາສິນຄ້າບໍ່ໄດ້ ຄືກັບຕ່າງປະເທດ ເວລາເງິນແຂງຄ່າເຂົາກໍ່ປັບລາຄາສິນຄ້າໂດຍລວມໃຫ້ສອດຄ້ອງກັບເງິນຕາ ແຕ່ປະເທດເຮົາສິນຄ້ານັບມື້ນັບຂຶ້ນບໍ່ມີລົງ (ຂຶ້ນແລ້ວບໍ່ລົງ)
Expert of Math apply, Math analysis and General Math
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເຈັບຫົວ ຈັກໜ່ອຍ ແຂງ ຈັກໜ່ອຍ ອອ່ນ ເປັນໄປຕາມກົນໄກ ຕະຫຼາດ ແຕ່ລະໄລຍະ ບໍ່ສາມາດຄວບຄຸມໄດ້ ຄ່າເງີນກີບ ແມ່ນປ່ອຍໃຫ້ລອຍໂຕຕາມສະພາບເສດຖະກິດໂລກ ໂດຍ ມີການຄວບຄຸມໃຫ້ເໜາະສົມກັບສະ ພາບເສດຖະກິດ ຂອງປະເທດຫັ້ນນະ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມີຜົນກະທົບຕໍຂ້ອຍນີ້ລະ ທີ່ຮັບເງີນເປັນເງີນຕາຕ່າງປະເທດນະ
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ... ມີຜົນກະທົບຕໍຂ້ອຍນີ້ລະ ທີ່ຮັບເງີນເປັນເງີນຕາຕ່າງປະເທດນະແມ່ນລະບໍ ແຕ່ກີ້ ເງິນເດືອນ 1800 $ ກະເກັບໄດ້ຫຼາຍດຽວນີ້ 2000$ ເກືອບບໍ່ມີເກັບ
Expert of Math apply, Math analysis and General Math
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມັນດີບ່ອນເວລາເຈົ້າເອົາສິນຄ້ານຳເຂົ້າ
..........................................................................
.......................................................................... |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຢາກມີເງີນຫຼາຍໆເດໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເດືອດຮ້ອນຂ້ອຍນີ້ລະຝາກເງິນໃຫ້ອ້າຍນ້ອງຢູ່ລາວບໍ່ເຄີຍພໍແຕ່ກ່ອນຝາກ$600/ເດືອນ ຍັງພໍຈ່າຍ ບາດດຽວນີ້$1500/ດ ຍັງບໍ່ພໍເງິນເດືອນ$4200ຈ່າຍຫັ້ນນີ້ບໍ່ມີເຫຼືອເລີຍ.
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບໍ່ຈັກເດີ ຮູ້ແຕ່ວ່າຮັກນ້ອງຕ້ອງໃຊ້ເງິນກີບເດີອ້າຍ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |