ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ຖາມເອງຕອບເອງ ແຕ່ງເອງຕາມຄວາມເຂົ້າໃຈ
ຕອບໃຫ້ສັ້ນ ສຸດໆແມ່ນ
ການຕະຫລາດ ແມ່ນ ສິລະປະໃນການຮັກສາໂຕໃຫ້ຢູ່ໃນຕະຫລາດໃຫ້ໄດ້ດົນ

ຈະມີຄຳວ່າ ເຈາະຕະຫລາດ ແປວ່າ ຫາວິທີເຂົ້າໄປຢູ່ໃນຕະຫລາດ ທີ່ມີຄູ່ແຂ່ງຫລາຍ
ຕີຕະຫລາດ ແປວ່າ ເຂົ້າໄປຢູ່ຕະຫລາດແລ້ວ ແຕ່ພະຍາຍາມໄລ່ຄູ່ແຂ່ງອອກໄປຈາກຕະຫລາດ ໃຫ້ໄດ້ຫລາຍທີ່ສຸດ

ງົບການຕະຫລາດ ຈະສູງຫລາຍ ຖ້າທຽບໃສ່ຕົ້ນທຶນການຜະລິດ
ຕົວຢ່າງ

ນ້ຳດື່ມບາງຢ່າງ ຕົ້ນທຶນ 1000 ກີບ ຕໍ່ຂວດ
ເວລາວາງຂາຍ ລາຄາຈະຢູ່ທີ່ ຂວດລະເທົ່າໃດ
ລອງເດົານຳກັນ

ມັນອາດຈະເປັນ 4000 ກີບ ເພາະບວກຄ່າໃຊ້ຈ່າຍຕ່າາໆທາງການຕະຫລາດເຂົ້າໄປ ໂດຍສະເພາະສິນຄ້າທີ່ມີການໂຄສະນາຫລາຍ

ມັນຄົງຈະດີສຳລັບຜູ້ບໍລິໂພກ ທີ່ຈະຊື້ນ້ຳຂວດນັ້ນ ໃນລາຄາຕົ້ນທຶນ ຄື 1000 ກີບ

ແຕ່ເນື່ອງຈາກມີການແຂ່ງຂັນສູງ ມັນກໍ່ຕ້ອງລົງທຶນເພີ້ມ ເພື່ອ

1​ ໃຫ້ມີສີສັນສະດຸດຕາ ຕ້ອງໄປອອກແບບຂວດ ໃສ່ຮູບໃສ່ສີ ໃສ່ຂໍ້ມູນທີ່ຈຳເປັນ ລົງໃນສະຫລາກຂ້າງຂວດ
2 ໃຫ້ເປັນທີ່ຮູ້ຈັກ ຕ້ອງເຮັດການເປີດໂຕສິນຄ້າ ມີການລົດແລກແຈກແຖມ
3 ໃຫ້ເປັນທີ່ຮູ້ຈັກກວ້າງຂວາງ ຕ້ອງລົງໂຄສະນາ ຕາມສື່ຕ່າງໆ ສ້າງສື່ໂຄສະນາ ຈ້າງນາງແບບນາຍແບບ ...
4 ໃຫ້ສາມາດເອົາຊະນະຄູ່ແຂ່ງ ຕ້ອງມີການສຶກສາແນວໂນ້ມຂອງຕະຫລາດ ຈ້າງນັກວິຊາການ ມາສຶກສາ...

ແຕ່ການຕະຫລາດກໍ່ມີຫລາຍແບບ

ມາເບິ່ງນຳກັນອີກແບບຫນຶ່ງ
ແບບຄົນຂາຍເຝີ (ຢືມຄຳເວົ້າຂອງ au8ust) mouth to mouth

ແບບນີ້ແມ່ນ ຕັ້ງຫນ້າຕັ້ງຕາເຮັດເຝີໃຫ້ແຊບ ລະເປັນພໍ
ເມື່ອເຝີແຊບ ຄົນມາກິນກໍ່ຕິດໃຈ ແລ້ວກໍ່ໄປເລົ່າສູ່ຄົນອື່ນຟັງ
ແລ້ວກໍ່ມີການຢາກລອງ ແລະ ພາກັນມາລອງ
ລອງແລ້ວກໍ່ຕິດໃຈ ເອົາໄປເລົ່າຕໍ່ ...
ວິທີນີ້ ອາດຈະເຄີຍໃຊ້ໄດ້ຜົນດີໃນອະດີດ ສ່ວນດຽວນີ້ ຂ້າພະເຈົ້າ ບໍ່ຮັບປະກັນ ແຕ່ກໍ່ຄົງໃຊ້ໄດ້ໃນບາງບ່ອນ ເຊັ່ນ ອຸດສາຫະກຳທ່ອງທ່ຽວ

ອີກແບບຫນຶ່ງແມ່ນຜ່ານຄົນກາງ Affiliate marketing
ອັນນີ້ ເຮົາຈະເຫັນ ໃນເວັບໄຊຕ່າງໆ ທີ່ຕ້ອງການໂຄສະນາຜະລິດຕະພັນຂອງຕົນ ເຊັ່ນ Download Firefox
ຖ້າທ່ານເປັນເຈົ້າຂອງເວັບໄຂ ແລ້ວ ທ່ານໄປສະຫມັກ google adsense
ທ່ານສາມາດ ນຳເອົາຜະລິດຕະພັນຂອງ Google ໄປໂປຣໂມດ ໃນເວັບໄຊທ່ານ
ຖ້າບໍ່ມີເວັບໄຊ Google ຈັດໃຫ້free
ເມື່ອທ່ານໄດ້ເວັບໄຊ ໄດ້ຜະລິດຕະພັນ ທ່ານກໍ່ມີສິດໄດ້ເງິນ ເຊິ່ງ Google ຈະໂອນເງິນເຂົ້າບັນຊີທ່ານ ເມື່ອມີຄົນມາ Download Firefox ຜ່ານເວັບໄຊທ່ານ
(Download Firefox ຕອນນີ້ ບໍ່ໄດ້ເງິນແລ້ວເດີ້ ເພິ່ນຍົກເລີກແລ້ວ)

ມັນກໍຄືການໂປໂມທສິນຄ້າຂອງເຂົ້າຂອງຜະລິດຕະພັນ ຜ່ານພໍ່ຄ້າຄົນກາງ ໂດຍຂະຫຍາຍຈຳນວນອອກໄປໄດ້ບໍ່ຈຳກັດ
ຍິ່ງ ມີຫລາຍເວັບໄຊເທົ່າໃດ ຜະລິດຕະພັນ ກໍ່ຍິ່ງເປັນທີ່ຮູ້ຈັກຫລາຍເທົ່ານັ້ນ ແລະ ທີ່ສຳຄັນ ຄ່າໃຊ້ຈ່າຍການຕະຫລາດຕ່ຳ ເພາະ ຈ່າຍເມື່ອມີການໃຊ້ບໍລິການ ບໍ່ແມ່ນແບບຈ່າຍລົງທຶນໂປໂມດ ຜ່ານສື່ໂຄສະນາ ໂດຍບໍ່ຮູ້ວ່າຈະໄດ້ຜົນຫລືບໍ່ ໂຄໄປແລ້ວເຂົາຈະຊື້ຫລືບໍ່

ອີກແບບຫນຶ່ງ ແມ່ນແບບຜ່ານພໍ່ຄ້າຄົນກາງຫລາຍຊັ້ນ Multiple Level Marketing (MLM)
ຕົວຢ່າງ ທ້າວ ກ ໄປສະຫມັກ Google adsense ນຳ google.com
ໄດ້ສິນຄ້າມາ ນັ້ນກໍຄື banner ມາຕິດໃສ່ເວັບໄຊເຮົາ
ມັນຂຽນວ່າ ເຊີນທ່ານສະຫມັກ Google adsense

ຫລັງຈາກນັ້ນ ບໍ່ດົນ ທ້າວ ຂ ມາສະຫມັກ Google adsense ຜ່ານເວັບທ້າວ ກ ແລະ ເຮົາໄປກວດບັນຊີ ກໍ່ເຫັນວ່າ ມີເງິນເຂົ້າ
ທ້າວ ຂ ກໍ່ເຮັດແບບດຽວກັນ ລາວ ເອົາ Ads by Google ໄປຕິດໃສ່ເວັບຂອງລາວ ແລະ ສາມາດຫາເງິນໄດ້ຄົບ 100​ ດອລລາ
ທ້າວ ກ ໃນຖາານະຜູ້ແນະນຳທຸລະກິດນີໃຫ້ທ້າວ ຂ ກໍ່ໄດ້ຮັບຄ່າຕອບແທນຈາກ Google ເພາະລາວສາມາດແນະນຳຄົນເກັ່ງເຂົ້າມາໂປໂມທຜະລິດຕະພັນໃຫ້ Google
(ຂໍອະໄພນຳທ່ານ Au8ust ເພາະວ່າ ໃນຕົວຈິງ ມັນອາດບໍ່ແມ່ນແນວນີ້ ຄວາມຈິງເປັນແນວໃດມັນກະກວດສອບຍາກແລ້ວ ເພາະ Google ເພິ່ນເຊົາໃຊ້ວິທີນີ້ແລ້ວ )

ລະບົບນີ້ ແມ່ນ ມີສ່ວນຮ່ວມ ຄືຖ້າທ້າວ ຂ ເຮັດໄດ້ດີ ທ້າວ ກ ກໍ່ໄດ້ລາງວັນນຳ ພາໃຫ້ມີການຊ່ວຍເຫລືອກັນ ເຮັດວຽກນຳກັນເປັນທີມ ໂດຍທ້າວ ກ ຈະພະຍາຍາມແນະນຳປະສົບການດີໆ ໃຫ້ທ້າວ ຂ ປະສົບຜົນສຳເລັດໃຫ້ໄດ້ ສ່ວນທ້າວ ຂ ກໍຈະໄປແນະນຳທ້າວ ຄ ອີກຕໍ່ໄປ ກາຍເປັນເຄືອຂ່າຍ ທີ່ຂະຫຍາຍອອກໄປຢ່າງ ມີລະບົບທີ່ມີຄຸນນະພາບ

ສະຫລຸບສາ ຂຽນມາຫລາຍໂພດແລ້ວ

ວິທີການຈ່າຍຄ່າການຕະຫລາດ ແບບຜ່ານຄົນກາງ ແມ່ນຈະບໍ່ມີການເອົາເງິນໄປຜ່ານສື່ຕ່າງໆ ແຕ່ຈະໂຄສະນາແບບຕົວຕໍ່ຕົວ
ຫລາຍຄົນທີ່ລວຍໄດ້ຍ້ອນລະບົບນີ້ ກໍ່ຍ້ອນວ່າ ເພິ່ນເອົາຄ່າການຕະຫລາດ ມາຈ່າຍໃຫ້ສະມາຊິກ ໂດຍກົງ ແທນທີ່ຈະເອົາໄປຈ່າຍ ຕາມທີ່ກ່າວມາຂ້າງເທິງ

ລະບົບນີ້ ແມ່ນພວກຂາຍຕົງຕ່າງໆໃຊ້ ນັບທັງ ທຸລະກິດ Coffee2rich

ລົມຍາວອີກຕາມເຄີຍ ປານວ່າເຂົາບໍ່ເບື່ອ ເອົາຫມາກພ້າວມາຂາຍສວນ ແຕ່ຖ້າມີໃຜຢາກລົມກັບຂ້າພະເຈົ້າຕື່ມ ກໍ່ເຊີນໄດ້ ທີ່

ເວັບບອດ : ການເງິນ ການບັນຊີ ການຕະຫລາດ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມັກປະໂຫຍກທີ່ອ້າຍພະນົມສິນວ່າ
ອ້າງເຖິງຂໍ້ຄວາມຈາກ pnomsin ຂຽນວ່າ...
ການຕະຫລາດ ແມ່ນ ສິລະປະໃນການຮັກສາໂຕໃຫ້ຢູ່ໃນຕະຫລາດໃຫ້ໄດ້ດົນ
[...] ເຈາະຕະຫລາດ ແປວ່າ ຫາວິທີເຂົ້າໄປຢູ່ໃນຕະຫລາດ ທີ່ມີຄູ່ແຂ່ງຫລາຍ
ຕີຕະຫລາດ ແປວ່າ ເຂົ້າໄປຢູ່ຕະຫລາດແລ້ວ ແຕ່ພະຍາຍາມໄລ່ຄູ່ແຂ່ງອອກໄປຈາກຕະຫລາດ ໃຫ້ໄດ້ຫລາຍທີ່ສຸດ



໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ລະອຽດກວ່າອາຈານສອນມື້ນີ້ຊ້ຳ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໗ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
oh can you help me some report?

555
ເຮັດບົດລາຍງານສິ່ງແວດລ້ອມທຸລະກິດໃຫ້ແນ່ດຸຫັ້ນ555


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TVfXQSuJu ຂຽນວ່າ...
oh can you help me some report?

555
ເຮັດບົດລາຍງານສິ່ງແວດລ້ອມທຸລະກິດໃຫ້ແນ່ດຸຫັ້ນ555



ສິ່ງແວດລ້ອມກ່ຽວຫຍັງກັບການຕະຫຼາດ

ທ້າວທອງໃສ

໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຮຽນ ບໍລິຫານ ຕະຫຼາດ ຍັງບອກໄດ້ບໍ່ແຈ້ງ ປານນິ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ການຕະຫຼາດ ໄດ້F ບໍ່ຢາກຊິພັນລະນາເລີຍ....

ແຕ່ກະພັນລະນາຈົນໄ ດ້

ທີ່ເພີ່ນທີ່ໂຕ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບ ຂພຈ ທີ່ບໍ່ໄດ້ຮຽນດ້ານນີ້

ແຕ່ກະຢາກຕອບຕາມຄວາມເຂົ້າໃຈວ່າ ການຕະຫຼາດແມ່ນການທີຈະເຮັດແນວໃດໃຫ້ຜູ້ບໍລິໂພກ ມີຄວາມສົນໃຈຄິດຢາກຈະຊົມໃຊ້ຜະລິດຕະພັນຫື້ສິນຄ້າຂອງເຮົາ

ໂດຍຈະໃຊ້ທຸກວິທີທາງເຊັ່ນ ໂຄສະນາເຖິງຄຸນະພາບ ຄວາມສາມາດ ຂອງສິນຄ້ານັ້ນຯ(ບາງຄັ້ງກໍ່ເກີນຄວາມຈິງ)
ນອກນັ້ນຍັງໂປຣໂມຊັນພິເສດຫຼຸດແລກແຈກແຖມ ນີ້ແມ່ນຄວາມເຂົ້າໃຈຂອງ ຂພຈ

ຈັກແມ່ນບໍ່ບຸ

ທ້າວທອງໃສ

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ເປັນຄຳຕອບທີ່ຖືກຕ້ອງ ແຕ່ບໍ່ຖືກທັງຫມົດ

ໃນການທຳການຕະຫລາດ ມັນຕ້ອງມີ 4P : Product, Place, Price and Promotion
ທີ່ທ່ານວ່າມາ ແມ່ນການ Promotion

Product ແມ່ນສິ່ງທີ່ເຮົານຳສະເຫນີຕໍ່ລູກຄ້າ ຖ້າສິນຄ້າດີ ມັນກໍ່ສາມາດເອົາຊະນະໃຈລູກຄ້າ ແລະ ຊະນະສິນຄ້າຂອງຄູ່ແຂ່ງ
Place ກໍ່ຄືທຳເລ ຖ້າຄູ່ແຂ່ງທ່ານ ໄດ້ທຳເລທີ່ດີໄປ ທ່ານກໍ່ອາດຈະເສຍປຽບ ເພາະທຳເລ ຫລື ທີ່ຕັ້ງຂອງຮ້ານກໍ່ສຳຄັນຫລາຍ
Price ລາຄາຕ້ອງສາມາດຂາຍແຂ່ງກັບເຂົາໄດ້, ແຕ່ບໍ່ແມ່ນວ່າຂອງລາຄາຖືກຈະຂາຍດີສະເຫມີໄປ, ລອງທຽບໂນເກຍ ກັບ ໄອໂມບາຍລອງເບິ່ງ
ໂນເກຍ ກໍ່ຍັງຂາຍໄດ້ດີ ເຖິງຈະມີລາຄາທີ່ແພງກວ່າ
ແລະອັນສຸດທ້າຍ Promotion ແມ່ນຂະບວນການສົ່ງເສີມການຂາຍ ທີ່ມີທັງລົດແລກແຈກແຖມ ແລະ ອື່ນໆ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໕ ກະທູ້
໒໕໑ ໂພສ
ນັກການກະທູ້
ອໍ້ 4P ໄດ້ຮຽນເໝືອນກັນ ແລະ ຈື່ໄດ້ມີຫຼາຍອັນນຳ ການເຮັດທຸລະກິດຂາດສີ່ງນີ້ບໍ່ໄດ້
ແລະ ຍັງຕ້ອງມີແຮງຈູງໃຈ ໃຫ້ຄົນນຳ ແມ່ນບໍ່ ຂື້ນກັບທຸລະກິດ ນຳ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ດຽວນີ້ໃຜເຮັດ8pໄດ້ແຮງຍິ່ງດີ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ M33 ຂຽນວ່າ...
ດຽວນີ້ໃຜເຮັດ8pໄດ້ແຮງຍິ່ງດີ




ແມ່ນຫຍັງ 8p

ທ້າວທອງໃສ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຣູ້ເລື່ອງ ປານໃດນະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ການຕະຫຼາດແມ່ນໝາຍເຖິງທຸລະກິດທີ່ເຮັດໃຫ້ສິນຄ້າ ແລະ ການບໍລິການເຄື່ອນຍ້າຍຈາກຜູ້ຜະລິດໄປຫາຜູ້ບໍລິໂພກ ໂດຍອາໃສສວ່ນປະສົມທາງການຕະຫຼາດ 4p ເພື່ອສ້າງຄວາມເພິ່ງພໍໃຈໃຫ້ລູກຄ້າ ແລະ ເພື່ອບັນລຸຈຸດປະສົງທີ່ວາງໄວ້


ສວ່ນ8p ແມ່ນສວ່ນປະສົມທາງຫານຕະຫຼາດຂອງທຸລະກິດການບໍລິການ ເຊິ່ງລວມມີ
1 product ຜະລິດຕະພັນ
2 price ລາຄາ
3 place ຊ່ອງທາງການຈັດຈຳໜ່າຍ
4 promotion ການໂຄສະນາ
5 people ບຸກຄະລາກອນ
6 partnership ຄວາມສຳພັນ
7 physical environment ສິ່ງແວດລ້ອມທາງກາຍຍະພາບ
8 process ຂະບວນການຊື້

ຮູ້ແຕ່ເທົ່ານີ້ແລະ

M99NOY

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ pnomsin ຂຽນວ່າ...
ເປັນຄຳຕອບທີ່ຖືກຕ້ອງ ແຕ່ບໍ່ຖືກທັງຫມົດ

ໃນການທຳການຕະຫລາດ ມັນຕ້ອງມີ 4P : Product, Place, Price and Promotion
ທີ່ທ່ານວ່າມາ ແມ່ນການ Promotion

Product ແມ່ນສິ່ງທີ່ເຮົານຳສະເຫນີຕໍ່ລູກຄ້າ ຖ້າສິນຄ້າດີ ມັນກໍ່ສາມາດເອົາຊະນະໃຈລູກຄ້າ ແລະ ຊະນະສິນຄ້າຂອງຄູ່ແຂ່ງ
Place ກໍ່ຄືທຳເລ ຖ້າຄູ່ແຂ່ງທ່ານ ໄດ້ທຳເລທີ່ດີໄປ ທ່ານກໍ່ອາດຈະເສຍປຽບ ເພາະທຳເລ ຫລື ທີ່ຕັ້ງຂອງຮ້ານກໍ່ສຳຄັນຫລາຍ
Price ລາຄາຕ້ອງສາມາດຂາຍແຂ່ງກັບເຂົາໄດ້, ແຕ່ບໍ່ແມ່ນວ່າຂອງລາຄາຖືກຈະຂາຍດີສະເຫມີໄປ, ລອງທຽບໂນເກຍ ກັບ ໄອໂມບາຍລອງເບິ່ງ
ໂນເກຍ ກໍ່ຍັງຂາຍໄດ້ດີ ເຖິງຈະມີລາຄາທີ່ແພງກວ່າ
ແລະອັນສຸດທ້າຍ Promotion ແມ່ນຂະບວນການສົ່ງເສີມການຂາຍ ທີ່ມີທັງລົດແລກແຈກແຖມ ແລະ ອື່ນໆ




Place ກໍ່ຄືທຳເລ ຖ້າຄູ່ແຂ່ງທ່ານ ໄດ້ທຳເລທີ່ດີໄປ ທ່ານກໍ່ອາດຈະເສຍປຽບ ເພາະທຳເລ ຫລື ທີ່ຕັ້ງຂອງຮ້ານກໍ່ສຳຄັນຫລາຍ
ທຳເລດີກໍ່ຂາຍສິນຄ້າໄດ້ຫຼາຍແມ່ນຈັ່ງຊີ້ຫວາ

M99NOY

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ລຸ້ນອ້າຍ(ຫມີນ້ອຍ) ເພິ່ນຕອບໃຫ້ລະເດີ້

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໕ ກະທູ້
໒໕໑ ໂພສ
ນັກການກະທູ້
ທຳເລ ກະຍັງງົງຄືກັນ
ແຕ່ຕາມຮຽນມາ place ແມ່ນຊ່ອງທາງການກະຈາຍຕົວສີນຄ້າ ຫວາ ແຮ່ແຮ່ໆ
ແຕ່ຈັງໃດກະຕາມເຮົາຕ້ອງໄດ້ສ້າງແນວຄິດການຕະຫຼາດທີ່ໃໝ່ໆສະເໝີ ເພື່ອໃຫ້ຍອດຂາຍສາມາດສ້າງກຳໄລໄດ້ດີ


ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໑ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ວາງບໍ່ດົນມານີ້ເຮົາກະເຮັດບົດລາຍງານກ່ຽວກັບ IBM (Internationnal Business Management) ເຊິ່ງມີທັງໝົດ 13P
o PRODUCT: ຜະລິດຕະພັນ ຫລື ການບໍລິການທີ່ວາງຂາຍຢູ່ຕາມທ້ອງຕະຫຼາດ.
o PRICE: ຍຸດທະຍາດທາງດ້ານລາຄາທີ່ນຳໃຊ້.
o PROMOTION: ການສົ່ງເສີມທາງການຕະຫຼາດ.
o PLACE: ຊ່ອງທາງການຈັດຈຳໝ່າຍ.

o PAYMENT: ການຊຳລະເງິນລະຫວ່າງປະເທດ.
o PERSONNEL: ຄວາມສາມາດຂອງພະນັກງານ.
o PLANNING: ການວາງແຜ່ນທຸລະກິດ ແລະ ການຕະຫຼາດ.
o PAPERWORK: ເອກະສານທີ່ຈຳເປັນໃນການເຮັດທຸລະກິດລະຫວ່າງປະເທດ.
o PRACTICES: ການດຳເນີນກິດຈະການຕ້ອງຄຳນຶງເຖິ່ງວັດທະນະທຳທີ່ແຕກຕ່າງ.
o PARTNERSHIP: ການຫາຄູ່ຄ້າເພື່ອສ້າງຄວາມເຂັ້ມແຂງຢູ່ໃນຕະຫຼາດ.
o POLICIES: ນະໂນບາຍທີ່ນຳໃຊ້.
o POSITIONING: ຈຸດຢືນໃນຕະຫຼາດ.
o PROTECTION: ການປົກປ້ອງບໍລິສັດ ແລະ ສັບສິນທາງປັນຍາ.

ແຫຼ່ງຂໍ້ມູນ: http://www.infoentrepreneurs.org/servlet/ContentServer?cid=1184869565071&lang=en&pagename=CBSC_QC/display&c=GuideFactSheet


໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ


໔ ກະທູ້
໒໐໓ ໂພສ
ນັກການກະທູ້
ສມຊ ພັນລາວເຮົາເກັ່ງເນາະ

ນັບແຕ່ເລື່ອງທົ່ວໄປ ຈົນເລື່ອງວິຊາສະເພາະ ຮູ້ໝົດ

ຍົກໂປ້ເລີຍເດີ້

有自信不一定赢 没自信一定输

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ຂໍເປັນລູກສິດແນ່ເດີ ພໍດີຢາກຮູ້ກ່ຽວກັບການຕະຫຼາດພໍດີ
ນ້ອງຢາກວິເຄາະການຕະຫຼາດຂອງບໍລິສັດຕ່າງໆຫຼິ້ນນະ,
ເພາະນ້ອງມັກຢາກຮູ້ວ່າປະຈຸບັນການຕະຫຼາດຂອງບໍລິສັດໃດມາແຮງ.
ນອ້ງບໍ່ໄດ້ຮຽນສາຂານີ້ແບບລະອຽດ,ໄດ້ຮຽນແຄ່ພື້ນຖານມາໜ້ອຍດຽວ,
ອາໃສມີຫຍັງບໍ່ເຂົ້າໃຈ ຫຼື ຢາກຮູ້ຈິ່ງໄປນັ່ງຕັ້ງຄຳຖາມນຳອາຈານການຕະຫຼາດຕອນເພິນບໍ່ໄດ້ສອນ.

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໙ ກະທູ້
໒໘໘ ໂພສ
ນັກການກະທູ້
= > Price ລາຄາຕ້ອງສາມາດຂາຍແຂ່ງກັບເຂົາໄດ້, ແຕ່ບໍ່ແມ່ນວ່າຂອງລາຄາຖືກຈະຂາຍດີສະເຫມີໄປ, ລອງທຽບໂນເກຍ ກັບ ໄອໂມບາຍລອງເບິ່ງ
ໂນເກຍ ກໍ່ຍັງຂາຍໄດ້ດີ ເຖິງຈະມີລາຄາທີ່ແພງກວ່າ
ແລະອັນສຸດທ້າຍ Promotion ແມ່ນຂະບວນການສົ່ງເສີມການຂາຍ ທີ່ມີທັງລົດແລກແຈກແຖມ ແລະ ອື່ນໆ

ໃນຄວາມຄິດຂອງນ້ອງ : ເນື່ອງຈາກວ່າໂນເກຍເປັນຍີ່ຫໍ້ທີ່ໃຊ້ງ່າຍ,ທົນທານ,Bandທີ່ຄົນຮູ້ຈັກມາດົນນານ....ຄົນຈິ່ງຜູກພັນກັບໂນເກຍຫຼາຍກວ່າ.
ປຽບສະເໝືອນກັບນ້ຳອັດລົມຍີ່ຫໍ້COKE ກັບ PEPSI.
ຖາມວ່າຍີ່ຫໍ້ໃດຄອງຕະຫຼາດອາເມລິກາໄດ້ຫຼາຍກວ່າໝູ່, ຄຳຕອບຄື COKE ເພາະໃນສາຍຕາຄົນອາເມລິກາCOKEປຽບສະເໝືອນສັນຍາລັກຂອງປະເທດນີ້ໄປແລ້ວ.
ເຄີຍໄດ້ຍິນວ່າບໍລິສັດCOKE ເຄີຍທຳການວິໄຈຕະຫຼາດເພື່ອຈະຫາຜະລິດຕະພັນນ້ຳອັດລົມສະໜິດໃໝ່ອອກມາເປັນນ້ຳອັດລົມCOKEສີອື່ນທີ່ບໍ່ແມ່ນສີດຳ,ໂດຍການວິໄຈທົດລອງໃຫ້ປະຊາຊົນ1000ຄົນ(ກະບໍ່ແນ່ໃຈ).ກ່ອນຈະມີການຜະລິດອອກສູ່ຈຳໜ່າຍ,ໂດຍໃຫ້ອາສາສະໝັກດັ່ງກ່າວປິດຕາແລ້ວດື່ມນ້ຳອັດລົມຊະໜິດໃໝ່ວ່າມັກບໍ່,ລົດຊາດເປັນແນວໃດ,ຖ້າເຮັດອອກມາພວກທ່ານຈະຊື້ບໍ?
ແນ່ນອນຄົນສ່ວນໃຫຍ່ຕອບວ່າມັກ,ແຊບ ແລະ ຈະຂື້ກິນຖ້າມີການຈຳໜ່າຍ.ການວິໄຈຖືວ່າສຳເລັດ,ຄົນມັກ,ຜ່ານມະຕິຕົກລົງກອງປະຊຸມ.
ແຕ່ພໍບໍລິສັດໂຄກໂຄລາເຮັດອອກມາ ກັບບໍ່ໄດ້ເປັນຄືດັງທີ່ໄດ້ທຳການວິໄຈການຕະຫຼາດກ່ອນໜ້ານີ້
ເພາະຄົນສ່ວນໃຫຍ່ໄດ້ທຳການປະທ້ວງລາວໃຫຍ່ໂຕວ່າ ບໍ່ຕ້ອງການນ້ຳອັດລົມຂະໜິດໃໝ່ ເພາະມັນບໍ່ແມ່ນສີດຳ, ຄົນເລີ່ມປະທ້ວງບໍລິສັດໂຄກວ່າ ຖ້າຍັງຝືນທີ່ຈະຜະລິດອອກມາອີກ, ເຂົາເຈົ້າຈະບໍ່ກິນນ້ຳອັດລົມຂອງໂຄກທຸກຊະນິ້ດ.ສົ່ງຜົນໃຫ້ບໍລິສັດໂຄກຕ້ອງສູນເສຍເງີນກ້ອນໃຫບ່ໄປກັບການວິໄຈຕະຫຼາດແລະອຸປະກອນເຄື່ອງຈັກດັງກ່າວ

ນັ້ນສະແດງວ່າ ກາສິນຄ້າແລະຜະລິດຕະພັນມີອິດທິພົນຫຼາຍພໍສົມຄວນ.ດັ່ງທີ່ຄົນອາເມລິກາທີ່ຍັງຊື່ສັດກັບໂຄກ(ສີດຳ),ມັນປຽບສະເໝືອນສັນຍາລັກທີ່ຄູ່ປະເທດນີ້ມາດົນນານ,ເປັນເລື່ອງຍາກທີ່ຈະຄູ່ແຂ່ງຢ່າງແປບຊີຈະຍາດສ່ວນແບ່ງຕະຫຼາດ.

ທີ່ວ່າມາມັນກະແມ່ນຢູ່ວ່າ?

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໙ ກະທູ້
໒໘໘ ໂພສ
ນັກການກະທູ້
==> ອີກແບບຫນຶ່ງ ແມ່ນແບບຜ່ານພໍ່ຄ້າຄົນກາງຫລາຍຊັ້ນ Multiple Level Marketing (MLM)
ຜ່ານຄົນກາງໂດຍຕົງ....

ເວົ້າພາສາຊາວບ້ານແບບງ່າຍຄື : ລະບົບຕ່ອງໂຊ່ ຫຼື ແບບປີລະມິດ ແມ່ນຢູ່ຫວາ?
ຄ່າຍໆຄືກັບວ່າ ເຈົ້າຫາຄົນມາຮູ້ຈັກຂ້ອຍຫຼາຍປານໃດເຈົ້າກະໄດ້ເທົ່ານັ້ນ ແລະ ຄົນທີ່ເຮົາແນ່ນຳມາກໍ່ຈະເອົາໄປຊັກຊວນຄົນອື່ນເຂົ້າມາ ແລ້ວລາວກໍ່ຈະໄດ້ເງີນຕື່ມຄືກັນກັບເຮົາ. ເຫັນໄດ້ຢູ່ລາວກະແມ່ນບັນດາເຄື່ອງສຳອາງທີ່ເຂົ້າມາຂາຍຢູ່ລາວຫັນນະ.ແຕ່ກະບໍ່ເຂົ້າໃຈພວກເຄື່ອງສຳອາງກະເຈົ້າໃຫ້ເປີເຊັນກັນແນວໃດເດາະ ເພາະບໍ່ມັກດ້ານນີ້,ມັກເຍວະຄົນມາເປັນຊະມາສິກເສຍເງີນ ແລ້ວກໍ່ຕ້ອງໄປຊອກຄົນມາເປັນຊະມາສິກອີກຈິ່ງຈະໄດ້ຄະແນນແລກນັ້ນແລກນີ້(ຟັງແລ້ວຄືກັບການໝັດມືສົກ).

ດຽວມື້ໜ້າຂິມາຖາມເລື່ອງການເງີນເດີ, ພໍຈະຮູ້ບໍ? ຄືວ່ານອ້ງຮຽນສາຍນີ້ມາພໍດີ.ແຕ່ວ່າມັກເອົາການຕະຫຼາດມາທ່ຽງກັບແນວຄິດຄົນອື່ນ 55555
ທັງທີ່ນ້ອງກະບໍ່ໄດ້ມີພື້ນຖານດ້ານການຕະຫຼາດເລີຍ 5555

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑ ກະທູ້
໒໒໓ ໂພສ
ນັກການກະທູ້
ໂອເຈົ້າຄືຂຽນຍາວແທ້ຂ້ອຍລະຄ້ານອ່ານນ່າ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
==> ອີກແບບຫນຶ່ງ ແມ່ນແບບຜ່ານພໍ່ຄ້າຄົນກາງຫລາຍຊັ້ນ Multiple Level Marketing (MLM)
ຜ່ານຄົນກາງໂດຍຕົງ....

ເວົ້າພາສາຊາວບ້ານແບບງ່າຍຄື : ລະບົບຕ່ອງໂຊ່ ຫຼື ແບບປີລະມິດ ແມ່ນຢູ່ຫວາ?
ຄ່າຍໆຄືກັບວ່າ ເຈົ້າຫາຄົນມາຮູ້ຈັກຂ້ອຍຫຼາຍປານໃດເຈົ້າກະໄດ້ເທົ່ານັ້ນ ແລະ ຄົນທີ່ເຮົາແນ່ນຳມາກໍ່ຈະເອົາໄປຊັກຊວນຄົນອື່ນເຂົ້າມາ ແລ້ວລາວກໍ່ຈະໄດ້ເງີນຕື່ມຄືກັນກັບເຮົາ. ເຫັນໄດ້ຢູ່ລາວກະແມ່ນບັນດາເຄື່ອງສຳອາງທີ່ເຂົ້າມາຂາຍຢູ່ລາວຫັນນະ.ແຕ່ກະບໍ່ເຂົ້າໃຈພວກເຄື່ອງສຳອາງກະເຈົ້າໃຫ້ເປີເຊັນກັນແນວໃດເດາະ ເພາະບໍ່ມັກດ້ານນີ້,ມັກເຍວະຄົນມາເປັນຊະມາສິກເສຍເງີນ ແລ້ວກໍ່ຕ້ອງໄປຊອກຄົນມາເປັນຊະມາສິກອີກຈິ່ງຈະໄດ້ຄະແນນແລກນັ້ນແລກນີ້(ຟັງແລ້ວຄືກັບການໝັດມືສົກ).
[...]

ແມ່ນແລ້ວ ລະບົບນີ້ສ່ວນຫຼາຍຄົນລາວຮູ້ຈັກໂດຍຜ່ານການແນະນຳຂອງຄົນໄທ ຂ້າພະເຈົ້າກໍ່ໄດ້ພົບເຫັນຜ່ານ ໆ ເຊັ່ນກັນໃນຊ່ວງສອງປີທີ່ຜ່ານມາ ຂັ້ນໜັກລະແມ່ນມີຄົນມັກສະມັກເປັນພະນັກງານເສີບຢູ່ຮ້ານ ພໍມັນໄດ້ເປັນພະນັກງານແລ້ວ ແທນທີ່ຊິເອົາໃຈໃສ່ເຮັດວຽກ ມັນພັດໄປຊວນຄົນໃນຮ້ານໃຫ້ໄປສະມັກຕໍ່ຈາກມັນ ໂດຍອາໄສເລົ່າເລື່ອງຂາຍຝັນ

ເປັນຕາໜ່າຍແທ້ ໆ ພວກ MLM ຜິດວິທີນີ້ ເຄີຍໄດ້ຍິນວ່າ ທຸລະກິດ MLM ເປັນທຸລະກິດທີ່ດີ ຖ້າວ່າໃຊ້ເປັນ ແຕ່ຄົນລາວ (ແລະຄົນໄທ) ເຮັດບໍ່ໄດ້ເພາະມີນິໄສມັກງ່າຍເປັນສ່ວນຫຼາຍ ບໍ່ສົນໃຈຄຸນນະພາບຂອງ downline ສົນໃຈແຕ່ປະລິມານ ຈຶ່ງເຮັດໃຫ້ດ້ານເສຍຕົກໄປຢູ່ນຳຜູ້ບໍລິໂພກນັ້ນເອງ


໙ ກະທູ້
໒໘໘ ໂພສ
ນັກການກະທູ້
ໂປດຊາບບບບ....ເຖິງໝູ່ຄູ່ທຸກທ່ານ...ຖ້າໃຜບໍ່ມັກອັນທີ່ຂ້ອຍວ່າ ກະຫ້າມເຂົ້າມາອ່ານເດີ,
ດຽວຊິເສຍເວລາຂອງພວກທ່ານ.ຂໍອະໄພຫຼາຍໆໆໆໆ


ຕອບ-----ຂ້ອຍບໍ່ໄດ້ຂຽນໃຫ້ອ່ານນະ
ຂ້ອຍຂຽນມາຖາມເລື່ອງການຕະຫຼາດຊື່ໆ
ບໍ່ມັກກະບໍ່ຕ້ອງອ່ານເດີ.
ອີກຢ່າງການອ່ານຫຼາຍໆຈຶ່ງເຮັດໃຫ້ຄົນເຮົາຄິດແລະສົງໃສ,ເມື່ອມີການຕັ້ງຄຳຖາມ
ຈິ່ງຈະເຮັດໃຫ້ສະໝອງມີການພັດທະນາຄວາມຄິດໃໝ່ໆແຕກຕ່າງກັນ.------

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WanJaiiiiiiiiiiiii ຂຽນວ່າ...
ສມຊ ພັນລາວເຮົາເກັ່ງເນາະ

ນັບແຕ່ເລື່ອງທົ່ວໄປ ຈົນເລື່ອງວິຊາສະເພາະ ຮູ້ໝົດ

ຍົກໂປ້ເລີຍເດີ້




ກະວ່າແຫຼະ ມີແຕ່ຄົນເກັ່ງຯ

ແນວວ່າ ສະມາຊິກພັນລາວ ກໍ່ມາຈາກຫຼາຍສາຂາອາຊີບເດ່

ຄວາມຮູ້ກໍ່ເລືຍກວ້າງ ຜູ້ທີ່ໄດ້ປະໂຫຍດສູງສຸດກໍ່ແມ່ນຜູ້ຟັງຄືເຮົານິແຫຼະ

ອິອິ

ທ້າວທອງໃສ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈົບການຕະຫລາດ ການເງິນແຕ່ ປີ 2003
ດຽວນີ້ສົ່ງຄືນອາຈານໝົດເລີຍ....!

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
4P Placeຖ້າແປພາສາອັງກິດຕາມຕົງແມ່ນສະຖານທີ່,ທຳເລ
ແຕ່ຂ້ອຍບໍ່ຮູ້ຄືກັນວ່າຢູ່ລາວສອນແບບໃດ, ເທົ່າທີ່ຂ້ອຍກຳລັງສຶກສາຢູ່ Placeແມ່ນທີ່ຕັ້ງຂອງສິນຄ້າກ່ອນເຖິງມືຂອງຜູ້ບໍລິໂພກ ບໍ່ໄດ້ຫມາຍຄວາມເຖິງພຽງທີ່ຕັ້ງ ທຳເລຂອງຮ້ານຄ້າພຽງຢ່າງດຽວ
ຍັງຫມາຍເຖິງວິທີ ເທັກນິກການກະຈາຍສິນຄ້າຈາກຜູ້ຜະລິດເຖິງຜູ້ບໍລິໂພກ ໂດຍທາງກົງຫລືທາງອ້ອມ
ແລະການຈັດການຄວບຄຸມຄັງສິນຄ້າອີກນຳດ້ວຍ ແລະອື່ນຯອີກ
ຢ້ານຄົນເຂົ້າໃຈຜິດວ່າ 4P Place ເປັນພຽງທຳເລຊື່ຯ ແຕ່ຢາກໃຫ້ເຂົ້າໃຈນຳກັນວ່າມັນມີຄວາມຫມາຍຫລາຍກວ່ານັ້ນ

ຊີວິດລິຂິດເອງ noOK

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ n7700696 ຂຽນວ່າ...
4P Placeຖ້າແປພາສາອັງກິດຕາມຕົງແມ່ນສະຖານທີ່,ທຳເລ
ແຕ່ຂ້ອຍບໍ່ຮູ້ຄືກັນວ່າຢູ່ລາວສອນແບບໃດ, ເທົ່າທີ່ຂ້ອຍກຳລັງສຶກສາຢູ່ Placeແມ່ນທີ່ຕັ້ງຂອງສິນຄ້າກ່ອນເຖິງມືຂອງຜູ້ບໍລິໂພກ ບໍ່ໄດ້ຫມາຍຄວາມເຖິງພຽງທີ່ຕັ້ງ ທຳເລຂອງຮ້ານຄ້າພຽງຢ່າງດຽວ
ຍັງຫມາຍເຖິງວິທີ ເທັກນິກການກະຈາຍສິນຄ້າຈາກຜູ້ຜະລິດເຖິງຜູ້ບໍລິໂພກ ໂດຍທາງກົງຫລືທາງອ້ອມ
ແລະການຈັດການຄວບຄຸມຄັງສິນຄ້າອີກນຳດ້ວຍ ແລະອື່ນຯອີກ
ຢ້ານຄົນເຂົ້າໃຈຜິດວ່າ 4P Place ເປັນພຽງທຳເລຊື່ຯ ແຕ່ຢາກໃຫ້ເຂົ້າໃຈນຳກັນວ່າມັນມີຄວາມຫມາຍຫລາຍກວ່ານັ້ນ



ໂອ໋ຕາຍສອນບໍ່ຄືກັນ 55555

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>