ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຫລັກເສດຖະສາດ ທີ່ພວກເຮົາຄວນຮູ້

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ມື້ນີ້ວ່າງໆກໍເລີຍມາຂຽນບົດຄວາມຫລີ້ນໆ ກ່ຽວກັບລາຄາ ແລະປະລິມານດຸນຍະພາບ ເຊີງເປັນຫລັກເສດຖະສາດ ແຕ່ຂໍບອກໄວ້ເດີສຳຫລັບຄົນບໍ່ໄດ້ຮຽນເສດຖະສາດ ອາດຈະທຳໃຈຫນ່ອຍຫນຶ່ງ ແຕ່ເຮົາສາມາດສຶກສາຕື່ມໄດ້ເດີ ປະເດັນກໍຄືວ່າເຮັດແນວໃດຊິໃຫ້ລາຄາສິນຄາ ກັບປະລິມານສິນຄ້າໃນທ້ອງຕະຫລາດເກີດຄວາມສົມດຸນກັນ ໂອເຄ ຂໍຍົກຕົວຢ່າງ ແບບງ່າຍໆນໍ
ສົມຫມຸດວ່າລົດເມຈາກຕະຫລາດເຊົ້າໄປ ຊຽງຄວນ ມີ 3 ລະດັບລາຄາ 5000 ກິບ 10.000 ກິບ ແລະ 20.000 ກິບ
ແຕ່ລາຄາ 5000 ກິບຄົນຢາກຂື້ນຫລາຍເພາະມັນຖືກ ຄົນຢາກຂື້ນຈຳນວນ 100 ຄົນແຕ່ບັງເອີນທີ່ນັ່ງ ມີ 50 ທີ່ ສະເເດງວ່າຄົນຕ້ອງຍາດກັນຂື້ນລົດແນ້ໆເລີຍ ສະຖານະການແບບນີ້ທາງເສດຖະສາດເພີ່ນເອີ້ນວ່າ ອຸປະສົງສ່ວນເຫລືອ (excess demand) ເຊີງຈະເກີດບັນຫາຍາດກັນຕີກັນຫົວແຕກຫົວແຕນ ເດືອດັຮ້ອນໂຮງຫມໍມະໂຫສົດອີກແຫລະ ແຕ່ລາຄາ 20.000 ກິບຄົນບໍ່ຂື້ນເພາະວ່າມັນເເພງບໍ່ຂື້ນດີກວ່າຄົນຢາກຂື້ນ 10 ຄົນ ແຕ່ທີ່ນັ່ງມີ 50 ທີ່ ລົດເມກໍວ່າງ 40 ທີ່ບໍ່ມີຄົນນັ່ງແລ່ນລົດເປົ່າຕະຫລອດສາຍອັນນີ້ທາງເສດຖະສາດເຂົາເອີ້ນວ່າສິນຄ້າລົ້ນຕະຫລາດ(excess supply) ຖ້າຂືນເປັນແບບນີ້ຕະຫລອດໄປລົດເມຕາຍຄາທີ່ ເພາະບໍ່ມີຄົນຂື້ນ ສົມຫມຸດລາຄາ 10.000 ກິບມີຄົນຢາກຂື້ນ 50 ຄົນພໍດີ ທີ່ນັ່ງ 50 ທີ່ ພໍດີກັບຄົນແປະ ຄົນນັ່ງກໍສະບາຍໃຈບໍລິສັດລົດເມກໍອຸ່ນໃຈເພາະໄດ້ກຳໄລສະຖານະການແບບນີ້ທາງເສດຖະສາດເຂົາເອີ້ນວ່າ ຈຸດດຸນຍະພາບ(equilibrium) ການບໍລິຫານຕະຫລາດນັ້ນ ຜູ້ຈັດການຕ້ອງພະຍາຍາມໃຫ້ ອຸປະສົງ ຄືຜູ້ທີ່ຕ້ອງການຊື້ສິນຄ້າ ແລະ ອຸປະທານ ຄືຜູ້ຕ້ອງການຂາຍສິນຄ້າໃຫ້ມີຈຸດສົມດຸນກັນ ຖ້າປ່ອຍໃຫ້ສິນຄ້າເເພງ ຄືປະລິມານອຸປະທານຫລາຍ ກໍຈະເປັນເຫດໃຫ້ພາວະເງີນເຟີເກີດຂື້ນ ຖ້າປ່ອຍໃຫ້ອຸປະສົງເພີ້ມຂື້ນ ກໍເປັນເຫດໃຫ້ເປັນເຫດໃຫ້ພາວະເງີນຝຶດ ຖ້າເຫດການແບບນີ້ ເກີດຂື້ນໃນປະເທດໃນວົງກວ້າງ ສຸດທ້າຍສະພາວະເສດຖະກິດພາຍໃນປະເທດມີປັນຫາແນ່ນອນ ຂອບໃຈເດີທີ່ອ່ານ

ພາວະນາ ພິກຂຸ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກ່ອນແຫະ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ ໆໆໆ ຂອບໃຈເດີ ຂ້ານ້ອຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Surplu
Short
demand
supply
Q=quantity
P=price

ສົ່ງອາຈານໜົດແລະ
ຈື່ແຕ່ ວ່າ ອາດັມ ສມິດ ແລະ ເດວິດ ຣີກາໂດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ໃຜຮຽນເສດຖະສາດຢູ່ລາວເເດ່ ເວົ້າໃຫ້ຟັງເເດ່ເດີທີ່ເວົ້!ມານັ້ນ ກົງກັບຫລັກການເສດຖະສາດຮຽນຢູ່ລາວບໍ່

ພາວະນາ ພິກຂຸ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເດີ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານເກືອບບໍ່ຈົບ


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ່ານເກືອບບໍ່ຈົບ


ອິອິ ກະຍັງດີກວ່າບໍ່ອ່ານເນາະ ຂອບໃຈເດີ

ພາວະນາ ພິກຂຸ

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມ່ວນດີ


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
Surplu
Short
demand
supply
Q=quantity
P=price

ສົ່ງອາຈານໜົດແລະ
ຈື່ແຕ່ ວ່າ ອາດັມ ສມິດ ແລະ ເດວິດ ຣີກາໂດ


ເລົ່າເພື່ອຈຳ ທຳເພື່ອຊຳນານ ຂອງກິນບໍ່ເນົ່າບໍ່ເລົ່າມັນລືມເດີແມ່ອອກ ກັບໄປທົບທວນໃຫມ່ ແລ້ວຈະຈື່ເອງຖ້າທົບທວນຕະຫລອດ

ພາວະນາ ພິກຂຸ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ເວົ້າເຖິງອຸປະສົງອຸທານບ້ານເຮົາແມ່ນບໍ່ກົງກັບຫລັກເສດຖະສາດເລີຍເຊັ່ນ: ອັດຕາເງິນເຟີ້ແມ່ນບໍ່ກົງກັບຄວາມເປັນຈິງລາຄາສິນຄ້າຂຶ້ນເອົາໆ ແຕ່ເງິນອັດຕາຄ່າຄອງຊີບບໍ່ມີການປ່ຽນແປງ, ພະນັກງານເອກະຊົນວ່າໄດ້ເງິນເດືອນຫລາຍກວ່າພະນັກງານລັດກໍ່ເກືອບຈະຢູ່ບໍ່ໄດ້, ແຕ່ພະນັກງານລັດທີ່ວ່າໄດ້ເງິນເດືອນໜ້ອຍກັບຢູ່ໄດ້ສະບາຍ (ເສດຖະສາດລາວ)

ດ້ວຍຄວາມຍິນດີ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ zabaidee ຂຽນວ່າ...
ເວົ້າເຖິງອຸປະສົງອຸທານບ້ານເຮົາແມ່ນບໍ່ກົງກັບຫລັກເສດຖະສາດເລີຍເຊັ່ນ: ອັດຕາເງິນເຟີ້ແມ່ນບໍ່ກົງກັບຄວາມເປັນຈິງລາຄາສິນຄ້າຂຶ້ນເອົາໆ ແຕ່ເງິນອັດຕາຄ່າຄອງຊີບບໍ່ມີການປ່ຽນແປງ, ພະນັກງານເອກະຊົນວ່າໄດ້ເງິນເດືອນຫລາຍກວ່າພະນັກງານລັດກໍ່ເກືອບຈະຢູ່ບໍ່ໄດ້, ແຕ່ພະນັກງານລັດທີ່ວ່າໄດ້ເງິນເດືອນໜ້ອຍກັບຢູ່ໄດ້ສະບາຍ (ເສດຖະສາດລາວ)


ອັດຕາເງີນເຟີ ເກີດມາຈາກ ລາຄາສິນຄ້າ ແລະການບໍລິການເເພງ ເວົ້າ ງ່າຍໆຄ່າຄອງຊີບສູງຂື້ນເລື້ອຍໆ ແຕ່ເປັນສິນຄ້າສ່ວນຫລາຍໃນປະເທດເດ ບໍ່ແມ່ນສິນຄ້າບາງຊະນິດ ສ່ວນວ່າພະນັກງານຢູ່ໄດ້ນັ້ນ ຮາຮາາາາາາາ ແປກໃຈຢູ່ໃດ໋ນໍ

ພາວະນາ ພິກຂຸ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ດຽວນີ້ພະນັກງານລັດເງິນເດືອນຫລາຍແລ້ວ, ໄດ້ຫລາຍກວ່າບໍລິສັດບາງບ່ອນ ຖ້າທຽບເປັນໂດລາກະປະມານ 110 ໂດລາແລ້ວ ນີ້ຂັ້ນວິຊາການ, ຖ້າຂັ້ນຫົວໜ້າພະແນກກະປະມານຢູ່ 180 ໂດລາ, ແຖມຍັງມີນະໂຍບາຍດີ ແລະ ມີເວລາວາງຫລາຍ


໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ໂດຍຫລັກການແລ້ວ ຫລັກເສດຖະສາດແມ່ນຈະຄືກັນ ແຕ່ທາງລາວເຮົາກະຈະອຽງໆໄປທາງສັງຄົມນິຍົມ ເພາະນຳຫລັກຂອງເສດຖະສາດຂອງມາກ-ເລນິນ. ແຕ່ດຽວນີ້ກໍ່ຫັນ ມາຮຽນດັານເສດຖະສາດ ທຶນນິຍົມຫລາຍແລ້ວ.


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ LAOEXOTICAR ຂຽນວ່າ...
ໂດຍຫລັກການແລ້ວ ຫລັກເສດຖະສາດແມ່ນຈະຄືກັນ ແຕ່ທາງລາວເຮົາກະຈະອຽງໆໄປທາງສັງຄົມນິຍົມ ເພາະນຳຫລັກຂອງເສດຖະສາດຂອງມາກ-ເລນິນ. ແຕ່ດຽວນີ້ກໍ່ຫັນ ມາຮຽນດັານເສດຖະສາດ ທຶນນິຍົມຫລາຍແລ້ວ.


ແມ່ນແລ້ວ ໄປຕາມການລະເວລາ

ພາວະນາ ພິກຂຸ

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ລັດບໍ່ຄວນເຂົ້າມາແຊກແຊງ ທາງດ້ານລາຄາຂອງລະບົບເສດຖະກິດ ປ່ອຍໃຫ້ D = S ແຕ່ລັດຖະບານເຮັດໜ້າທີ່ທາງດ້ານກົດໝາຍເທົ່ານັ້ນ...
ອຸປະສົງຄືຄວາມຕ້ອງການ ອຸປະທານຄືການສະໜອງ (ຮຽນ FEBM 5 ປີ ໄດ້ເທົ່ານີ້ລະ) 5555

ເພື່ອຜົນປະໂຫຍດສູງສຸດ ແລະ ຄວາມພໍໃຈສູງສຸດ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລັດຖະບານ ປ່ອຍ ອັດຕາ ແລກປ່ຽນ ໃຫ້ ເປັນ ໄປ ຕາມກົນ ໄກຕະຫລາດ ແຕ່ ມີ ການຄວບຄຸມ ອັດຕາ ເງິນ ເຟີ້ ໃຫ້ ຢູ່ ໃນ ລະດັບ
ພໍ ເທົ່າ ນີ້ ກ່ອນ ຄິດບໍອອກ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະອາຈານຕັ້ງຊ່ອງຫວ່າງລາຄາຫ່າງກັນຫຼາຍ ເຮັດໃຫ້ແນວຄວາມຄິດແກ້ບັຫາຫຍຸ້ງຍາກ ລອງຕັ້ງຊ່ອງຫວ່າງໃຫ້ມັນລຸດລົງມາ ແລ້ວລົດມທັງສາມຄັນກໍ່ຈະມີຄົນຂຶ້ນ ເຊັ່ນ: 10000 kip, 15000 kip ແລະ 20000 kip ຮັບຮອງວ່າບໍ່ຂາດທຶນ ເພາະລະຫວ່າງສິບພັນຫາຊາວພັນແມ່ນບໍ່ໄກກັນປານໃດ ຄົນລາວເຖິງຈະມີລາຍໄດ້ໜ້ອຍ ແຕ່ເພື່ອຄວາມສະດວກສະບາຍແລ້ວເຂົາກໍ່ທຸ້ມເທເຊັ່ນກັນ ຢ່າລືມວ່າຜູ້ບໍລິໂພກມີຫຼາຍລະດັບແຕກຕ່າງກັນ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ...


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເສດຖະສາດສຳລັບຂ້ອຍແມ່ນ: ມີເງິນ = ຈ່າຍໄດ້ ເລື່ອງລາຄາບໍ່ກ່ຽວ
ບໍ່ມີເງິນ = ກິນແກບ ເລື່ອງລາຄາບໍ່ກ່ຽວ
ເທົ່ານັ້ນບໍ່ຕ້ອງໄປຄິດໃຫ້ມັນຫຍຸ້ງຍາກແບບ ອາດຳ ສາມອກ, ສາມິດ ອີ່ຫຍັງດອກ
ພວກນີ້ເຂົາສ້າງລະບົບນີ້ມາເພື່ອເຄື່ອງມືໃຫ້ລະບົບທຶນນິຍົມ.ເຮັດໃຫ້ພວກອື່ນທີ່ຄິດ
ນຳຫລັງເຂົາກາຍເປັນທາດຂອງທຶນນິຍົມທັນທີ


໕ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ມາຈອບໆຊອກຂໍ້ມູນ :)
ເສດຖະສາດບ້ານເຮົາແມ່ນຈະສຶກສາທິດສະດີຂອງຫຼາຍໆທ່ານແຕ່ກໍບໍ່ຄ່ອຍເປັນໄປຕາມທີ່ສຶກສາພໍປານໃດ


໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ຫລັກເສດຖະສາດ ສາມາດນຳໄປເປັນແນວທາງໃນການແກ້ໄຂປັນຫາຢາເສບຕິດໄດ້ ເຊັ່ນ ປາບປາມລົດ ອຸປະທານ ຂ້າພວກຂາຍ ພວກຜະລິດ
ແລ້ວອຸປະສົງ ພວກຕິດຢາ ຈະລົດລົງເອງ