ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ໃຜ່ເດ້ມີຕົວຢ່າງບົດວິພາກເສດຖະກິດ ຫຼືເຄີຍເຮັດຊ່ວຍເນາະນຳຂ້ອຍເດ້

Civil Engineer

໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ເຮົາເຮັດແຕ່ປີ 1 ພຸ້ນນ່ະ...ສີລືມໆແລ້ວ...ແຕ່ແນະນຳໃຫ້ໄປເບິ່ງປຶ້ມຢູ່ຫ້ອງສະໝຸດເສດ ຫຼື ສທຄ ກາມີ

.ເຮີເຮີ



໐ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແບບວິພາກເສດຖະກິດ ມັນກະມີຫຼາຍແບບ ແລ້ວເຈົ້າມັກແບບໃດ ຢູ່ພະແນກເຮົາກະມີ

ພູມໃຈທີ່ໄດ້ເກີດໃນແຜ່ນດິນລາວ[color=fuchsia][/color]

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ເຮັດບົດວິພາກກ່ຽວກັບເລື່ອງຫຍັງ?

ດ້ວຍຄວາມຍິນດີ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ເບິ່ງຂ່າວປັນຫາເສດຖະກິດໄທ ຕອນນີ້ ກາສ NGV ຢູ່ໄທຈະປັບຂື້ນ ສ່ວນຫລາຍແມ່ນ taxi ຢູ່ໃນກຸງເທບໃຊ້ ທາງສະຫະກອນ ກໍອອກມາອ້ອນວອນໃຫ້ກະຊວງຄົມມະນາຄົມປັບຄ່າ ມິເຕີຂື້ນຈາກ 35 ບາດ ເປັນ 50 ບາດ ເຮັດໃຫ້ປະຊາຊົນຜູ້ໃຊ້ລົດ ເເທກຊີ່ເດືອດຮ້ອນກັນໄປທົ່ວ ຫນຶ່ງໃນນັ້ນຄືຂ້າພະເຈົ້າເອງນີ້ແຫລະ ປັນຫາຕອນນີ້ ແມ່ນລົດຕິດໃນກຸງເທບ ສາເຫດຫນຶ່ງຂອງລົດຕິດ ແມ່ນເເທກຊີ່ ມີປະລິມານຫລວງຫລາຍ ປະມານ 150000 ຄັນເຮັດໃຫ້ເກີນຄວາມຕ້ອງການຂອງຜູ້ໃຊ້ບໍລິການ ອຸປະສົງນ້ອຍ ແຕ່ ອຸປະທານຫລາຍ ເຮັດໃຫ້ຂາດດຸນຍະພາບ ທາງພາກລັດ ກໍວ່າຈະເຂົ້າມາແກ້ໄຂປັນຫາໃຫ້ Taxi ລົດຈຳນວນລົງຢູ່ ແຕ່ບໍ່ມີແນວທາງອອກມາຊັດເຈນຈັກເທື່ອ ຂ້າພະເຈົ້າຄົນນອກຢາກສະເຫນີແນວທາງແກ້ໄຂປັນຫາ Taxi ຫລາຍເກີນຄວາມຈຳເປັນ ຂະນະນ້ຳມັນກ້າສ NGV ເພີ້ມຂື້ນ ແລ້ວລັດຖະບານຍິ່ງລັກ ຍັງຊິສະເອິກຂື້ນຄ່າມິເຕີເເທ໊ກຊີອີກ ແລ້ວຊິໃຫ້ Taxi ລົດຈຳນວນລົງໄດ້ແນວໃດ໋ ໃນຄວາມເຫັນຂອງຂ້າພະເຈົ້າ ສະຖານະການນ້ຳມັນເເພງແບບນີ້ ຖ້າຢາກແກ້ໄຂປັນຫາ Taxi ຫລາຍ ຢ່າໄປຂື້ນຄ່າມິເຕີ ຄົງໄວ້ 35 ບາດຄືເກົ່າ ປ່ອຍໃຫ້ Taxi ມັນເຈີພາວະນ້ຳມັນເເພງ ຕົວໃຜຕົວມັນ ຖ້າເກັ່ງກໍຢູ່ໄດ້ ບໍ່ເກັ່ງກໍເຊົາຂັບໄປຫາອາຊີບອື່ນເຮັດ ແລ້ວສຸດທ້າຍ Taxi ກໍຢູ່ບໍ່ໄດ້ຄືເກົ່າ ສຸດທ້າຍລົດຈຳນວນລົງ ໂດຍອັດຕະໂນມັດ ນີ້ໃຊ້ພາວະນ້ຳມັນເເພງ ແລະນະໂຍບາຍລັດຖະບານຕືງ ປ່ອຍໃຫ້ອຸປະທານຫົດຕົວ ສຸດທ້າຍດຸນຍະພາບ ລະຫວ່າງ ອຸປະສົງ ອຸປະທານ ແນ່ນອນ ຄິດແບບນີ້ເຂົ້າທ່ານຢູ່ບໍ່ນໍ ໂປດໃຊ້ພິຈາລະນາຍານໃນການອ່ານ ເດີ

ພາວະນາ ພິກຂຸ