ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ນ້ຳມັນເເພງ ປະຊາຊົນເດືອດຮ້ອນ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ເບິ່ງຂ່າວປັນຫາເສດຖະກິດໄທ ຕອນນີ້ ກາສ NGV ຢູ່ໄທຈະປັບຂື້ນ ສ່ວນຫລາຍແມ່ນ taxi ຢູ່ໃນກຸງເທບໃຊ້ ທາງສະຫະກອນ ກໍອອກມາອ້ອນວອນໃຫ້ກະຊວງຄົມມະນາຄົມປັບຄ່າ ມິເຕີຂື້ນຈາກ 35 ບາດ ເປັນ 50 ບາດ ເຮັດໃຫ້ປະຊາຊົນຜູ້ໃຊ້ລົດ ເເທກຊີ່ເດືອດຮ້ອນກັນໄປທົ່ວ ຫນຶ່ງໃນນັ້ນຄືຂ້າພະເຈົ້າເອງນີ້ແຫລະ ປັນຫາຕອນນີ້ ແມ່ນລົດຕິດໃນກຸງເທບ ສາເຫດຫນຶ່ງຂອງລົດຕິດ ແມ່ນເເທກຊີ່ ມີປະລິມານຫລວງຫລາຍ ປະມານ 150000 ຄັນເຮັດໃຫ້ເກີນຄວາມຕ້ອງການຂອງຜູ້ໃຊ້ບໍລິການ ອຸປະສົງນ້ອຍ ແຕ່ ອຸປະທານຫລາຍ ເຮັດໃຫ້ຂາດດຸນຍະພາບ ທາງພາກລັດ ກໍວ່າຈະເຂົ້າມາແກ້ໄຂປັນຫາໃຫ້ Taxi ລົດຈຳນວນລົງຢູ່ ແຕ່ບໍ່ມີແນວທາງອອກມາຊັດເຈນຈັກເທື່ອ ຂ້າພະເຈົ້າຄົນນອກຢາກສະເຫນີແນວທາງແກ້ໄຂປັນຫາ Taxi ຫລາຍເກີນຄວາມຈຳເປັນ ຂະນະນ້ຳມັນກ້າສ NGV ເພີ້ມຂື້ນ ແລ້ວລັດຖະບານຍິ່ງລັກ ຍັງຊິສະເອິກຂື້ນຄ່າມິເຕີເເທ໊ກຊີອີກ ແລ້ວຊິໃຫ້ Taxi ລົດຈຳນວນລົງໄດ້ແນວໃດ໋ ໃນຄວາມເຫັນຂອງຂ້າພະເຈົ້າ ສະຖານະການນ້ຳມັນເເພງແບບນີ້ ຖ້າຢາກແກ້ໄຂປັນຫາ Taxi ຫລາຍ ຢ່າໄປຂື້ນຄ່າມິເຕີ ຄົງໄວ້ 35 ບາດຄືເກົ່າ ປ່ອຍໃຫ້ Taxi ມັນເຈີພາວະນ້ຳມັນເເພງ ຕົວໃຜຕົວມັນ ຖ້າເກັ່ງກໍຢູ່ໄດ້ ບໍ່ເກັ່ງກໍເຊົາຂັບໄປຫາອາຊີບອື່ນເຮັດ ແລ້ວສຸດທ້າຍ Taxi ກໍຢູ່ບໍ່ໄດ້ຄືເກົ່າ ສຸດທ້າຍລົດຈຳນວນລົງ ໂດຍອັດຕະໂນມັດ ນີ້ໃຊ້ພາວະນ້ຳມັນເເພງ ແລະນະໂຍບາຍລັດຖະບານຕືງ ປ່ອຍໃຫ້ອຸປະທານຫົດຕົວ ສຸດທ້າຍດຸນຍະພາບ ລະຫວ່າງ ອຸປະສົງ ອຸປະທານ ແນ່ນອນ ຄິດແບບນີ້ເຂົ້າທ່ານຢູ່ບໍ່ນໍ ໂປດໃຊ້ພິຈາລະນາຍານໃນການອ່ານ ເດີ

ພາວະນາ ພິກຂຸ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກ່ອນ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ເປີດສົດກ່ອນ ໆ

ມີແຕ່ເປີດສົດຫັ້ນບໍ່ນໍ ບໍ່ມີແນວຄິດເພີ້ມເຕີມເເດ່ເບາະນໍ

ພາວະນາ ພິກຂຸ

໔ ກະທູ້
໑໐໓ ໂພສ
ນັກການກະທູ້
ເຮັດແບບນີ້ຂ້າພະເຈົ້າວ່າ ມັນເປັນບໍ່ຍຸດຕິທຳກັບຄົນຂັບແທັກຊີ່ປານໄດ໋............ເພາະທີ່ຂ້າພະເຈົ້າເຄີຍຮູ້ຈັກຄົນຂັບແທັກຊີ່ສ່ວນຫຼາຍຈະ ເປັນຄົນຍາກຈົນ ....ຕ້ອງເຫັນໃຈເຂົາເຈົ້າ..........

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ MusicFreedom ຂຽນວ່າ...
ເຮັດແບບນີ້ຂ້າພະເຈົ້າວ່າ ມັນເປັນບໍ່ຍຸດຕິທຳກັບຄົນຂັບແທັກຊີ່ປານໄດ໋............ເພາະທີ່ຂ້າພະເຈົ້າເຄີຍຮູ້ຈັກຄົນຂັບແທັກຊີ່ສ່ວນຫຼາຍຈະ ເປັນຄົນຍາກຈົນ ....ຕ້ອງເຫັນໃຈເຂົາເຈົ້າ..........

ແນ່ນອນ ນະໂຍບາຍລັດຖະບານ ແຕ່ລະຢ່າງ ຕ້ອງມີຄົນກຸ່ມຫນຶ່ງເສຍຜົນປະໂຫຍດ ອີກກຸ່ມຫນຶ່ງໄດ້ຜົນປະໂຫຍດສະເຫມີລັດຖະບານຕ້ອງເຫັນປະໂຫຍດຂອງຄົນສ່ວນຫໃຫຍ່ນະ ຂ້າພະເຈົ້າຄິດວ່າຄົນສ່ວນໃຫຍ່ ແມ່ນປະຊາຊົນທີ່ໃຊ້ບໍລິການເເທ໊ກຊີ່ ລັດຖະບານກໍມີແນວຄິດຢູ່ບໍ່ແມ່ນບໍ່ ວ່າຊິລົດອັດຕາເເທ໊ກຊີ່ລົງ ຂ້າພະເຈົ້າຄິດວ່າໄດ້ໂອກາດແລ້ວເດ ເອົາສະຖານະການນ້ຳມັນເເພງນີ້ແຫລະ ບີບໄປໃນໂຕເລີຍ

ພາວະນາ ພິກຂຸ

໔ ກະທູ້
໑໐໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ MusicFreedom ຂຽນວ່າ...
ເຮັດແບບນີ້ຂ້າພະເຈົ້າວ່າ ມັນເປັນບໍ່ຍຸດຕິທຳກັບຄົນຂັບແທັກຊີ່ປານໄດ໋............ເພາະທີ່ຂ້າພະເຈົ້າເຄີຍຮູ້ຈັກຄົນຂັບແທັກຊີ່ສ່ວນຫຼາຍຈະ ເປັນຄົນຍາກຈົນ ....ຕ້ອງເຫັນໃຈເຂົາເຈົ້າ..........

ແນ່ນອນ ນະໂຍບາຍລັດຖະບານ ແຕ່ລະຢ່າງ ຕ້ອງມີຄົນກຸ່ມຫນຶ່ງເສຍຜົນປະໂຫຍດ ອີກກຸ່ມຫນຶ່ງເສຍຜົນປະໂຫຍດ ລັດຖະບານຕ້ອງເຫັນປະໂຫຍດຂອງຄົນສ່ວນຫໃຫຍ່ນະ ຂ້າພະເຈົ້າຄິດວ່າຄົນສ່ວນໃຫຍ່ ແມ່ນປະຊາຊົນທີ່ໃຊ້ບໍລິການເເທ໊ກຊີ່ ລັດຖະບານກໍມີແນວຄິດຢູ່ບໍ່ແມ່ນບໍ່ ວ່າຊິລົດອັດຕາເເທ໊ກຊີ່ລົງ ຂ້າພະເຈົ້າຄິດວ່າໄດ້ໂອກາດແລ້ວເດ ເອົາສະຖານະການນ້ຳມັນເເພງນີ້ແຫລະ ບີບໄປໃນໂຕເລີຍ

ໂດຍຍຍ....
ແຕ່ຂ້າພະເຈົ້າຄືດວ່າ ຄົນສ່ວນຫຼາຍກໍ່ບໍ່ເຫັນດີນຳປານໃດ໋ດອກ ເພາະມັນເປັນການບີບບັງຄົບໃຫ້ຄົນຕົກງານທາງອ້ອມເລີຍເດທ່ານ...
ຄົນຂັບແທກຊີ່ບາງຄົນເປັນຫົວໜ້າຄອບຄົວ ຖ້າຕົກງານມາ ຄົນທັ້ງຄອບຄົວຕ້ອງໝົດອະນາຄົດເລີຍ.........ເພາະຂັບແທກຊີ່ມັນກໍ່ເປັນອາຊີບ ອາຊີບໜື່ງຄືກັນ....ໃຜກໍ່ຕ້ອງຮັກໃນອາຊີບຂອງໂຕເອງ........ຄົນສ່ວນໜ້ອຍ ຄົນສ່ວນຫຼາຍມັນກໍ່ຄື ຊີວິດທັ້ງນັ້ນ....

ຂ້ອຍຄືດວ່າທາງອອກອື່ນຍັງພໍມີຢູ່..........

ດ້ວຍຄວາມເຄົາລົບ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຕິດ ຕາມ ນຳ ....

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

ຂອບໃຈຫລາຍໆທ່ານເອີ່ຍ ບັນຫາກໍຈະເກີດເປັນຕ໋ອງໂສ້ນໍ

ພາວະນາ ພິກຂຸ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຜົນປະໂຫຍດຕົກຕົກຢູ່ໃນມືຂອງຄົນສ່ວນໃຫຍ່ ຄືຜູ້ໃຊ້ບໍລິການ

ພາວະນາ ພິກຂຸ