ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ລະບາຍແນວຄິດການເມືອງທ່ານໄດ້ສະບາຍເດີ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຂ້າພະເຈົ້າຄິດວ່າ ການເມືອງຖືວ່າເປັນສ່ວນໜຶ່ງຂອງຊີວິດຂອງພວກເຮົາ ຜົນການປ່ຽນແປງທາງການເມືອງ ຄືຜົນການປ່ຽນແປງວິຖີຊິວິດເຮົາ ເນື່ອງຈາກມະນຸດເປັນສັດສັງຄົມ ຕ້ອງຢູ່ຮ່ວມກັນກັບຄົນອື່ນໆ ຫລາຍຊີວິດຫລາຍຈິດໃຈ ເພາະສະນັ້ນການປະພຶດອາດແຕກຕ່າງກັນ ການປະພຶດເຫລົ່ານັ້ນອາດຈະດີ ແລະຊົ່ວ ການເມືອງມີຫນ້າທີ່ຈັດສັນການປະພຶດຊົ່ວ ທີ່ຂາດຫລັກສີນທຳ

ລະບອບການປົກຄອງ ແບບໃດບໍ່ສຳຄັນ ສຳຄັນຢູ່ທີ່ວ່າລະບອບນັ້ນໆ ມີທຳມາທິປະໄຕ ເປັນເຄື່ອງມືໃນການປົກຄອງຢູ່ບໍ່ ລະບອບການປົກຄອງທີ່ດີທີ່ສຸດໃນໂລກ ບໍ່ມີເລີຍຖ້າຂາດຫລັກທຳມາທິປະໄຕ ທຳມາທິປະໄຕ ຈະເກີດຂື້ນໄດ້ ຕ້ອງເອົາຜູ້ນຳເຂົ້າວັດປະຕິບັດທຳ ຮູ້ເເຈ້ງເຫັນຈີງໃນທຳ ແລະນຳໄປປະຍຸກໃນການປົກຄອງປະເທດຕໍ່ໄປ

ພາວະນາ ພິກຂຸ

໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ຂ່ອຍມາເລ່ນເວ້ບນີ້ມານານ ບໍ່ກ້າລົມເລື່ອງການເມືອງເທ່າໃດ ເພາະຂ່ອຍບໍ່ແມນຄົນລາວ
ແຕ່ຂ່ອຍສົງໄສເກີ່ຍວກັບການເລືອກຜູ້ແທນລາວ ວ່າເລືອກຈັ໋ງໃດ
ແລະກາຮເລືອກນາຍົກລັດຖະມົນຕີ ແລະເຈົ້າແຊວງ ໄຜເປ້ນຜູ້ເລືອກ

ແລະຂໍຖາມວ່າ ການວິພາກວິຈານລັດຖະບານເຮ້ດໄດ້ບໍ່
ການປະທ້ວງຄືອປະເທດໄທທຳໄດ້ບໍ່
ຫາກບໍ່ເຫ້ນດ້ວຍກັບພາກລັດ ທີ່ລາວຈັດການຈັ໋ງໃດ

ອຍ່າງເມືອງໄທຍ ການວິພາກວິຈານເຮ້ດໄດ້ ປະທ້ວງກະມິຕະຫຼອດ
ແຕ່ຫ້າມພາດພິງຖືງກະສັດ ຫຼື ເຈົ້າມະຫາຊີວິດ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ກ້າເວົ້າຢ້ານຜິດການເມືອງ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະ​ເຈົ້າ​ກະ​ເປັນ​ຄົນໜຶ່ງທີ່​ຮຽນກ່ຽວກັ​ບການ​ເມືອງ ​ແຕ່​ບໍ່​ເຄີຍ​ເວົ້າ​​ແຕະຕ້ອງໃນ​ເລື່ອງ​ການ​ເມືອງ​ເລີຍ ບໍ່​ແມ່ນ​ວ່າ​ຢ້ານ​ແຕ່​ກົດ​ຂອງ​ເວ​ບ​ເພີ່ນ​ບໍ່​​ໃຫ້​​ລົມ​ເລື່ອງ​ນີ້. ອີກ​ຢ່າງ​ການ​ເມືອງຢູ່​ລາວ​ມັນ​ບໍ່​ໄດ້​ຄື​ການ​ເມືອງ​ໄທຫຼືການ​ເມືອງ​ຂອງປະ​ເທດ​ອື່ນ ສິ່ງ​ທີ່​ປາຖະໜາ​ໄວ້​ຕອນ​ນີ້​ກໍ່ຄື: ຂໍ​ໃຫ້ປະ​ເທດ​ລາວ​ເຮົາມີ​ຄວາມ​ສະຫງົບ​ສຸກ​​ແລະ​ມີ​ຄວາມ​ສາມັກຄີ​ກັນກະ​ພໍ​ແລ້ວ ​ແນວ​ອື່ນຫັ້ນ​ເອົາ​​ໄວ້​ມາ​ຕາມຫຼັງ.

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ການເມືອງບໍ່ຂໍຍຸ່ງ ຂໍມຸ່ງແຕ່ການມຸ້ງ


໔ ກະທູ້
໑໐໓ ໂພສ
ນັກການກະທູ້
ການອອກຄວາມຄືດເຫັນ ມັນເປັນເລື່ອງດີ............
ເພາະຣັດຖະບາລຈະໄດ້ຮູ້ວ່າ ມີປະຊາຊົນກວດສອບຢູ່...........ແລະ ການຄໍຣັບຊັ່ນກໍ່ຈະໜ້ອຍລົງ.
ຂ້ອຍເປັນຄົນໄທ ກໍ່ບໍ່ກ້າເວົ້າຫຍັງຫຼາຍດອກ ກ່ຽວກັບເລື່ອງນີ້......ມີແຕ່ໃຫ້ຄຳເຫັນ ແລະ ແນວທາງ. ເພາະຄົນທີ່ຮູ້ດີທີ່ສຸດ ຄືເຈົ້າຂອງປະເທດ..(ຄົນລາວທຸກຄົນ)

ປະຊາຊົນເປັນຜູ້ເສີຍພາສີອາກອນຕ່າງໆ ດັງນັ້ນປະຊາຊົນກໍ່ຄວນອອກມາກວດສອບແດ່ ວ່າຣັດຖະບານ ເອົາເງີນຂອງເຮົາໄປໃຊ້ຫຍັງແດ່

ດ້ວຍຄວາມເຄົາລົບ..ຜິດຖືກປະການໃດ ຂໍອະພັຍ....