ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ສົມຄວນບໍ່ໃຫ້ສາດສະຫນາພຸດເປັນສາດສະຫນາປະຈຳຊາດ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ພະພຸດທະສາດສະໜາໃນປະເທດລາວມີປະຊາກອນນັບຖື 85 % ຂອງປະຊາກອນທັ້ງໝົດ ຖືວ່າເປັນສາດສະໜາທີ່ມີມາຢູ່ກັບສັງຄົມລາວ ຫລາຍປີພໍສົມຄວນ ວັດທະນະທຳ ປະເພນີທັ້ງຫລາຍ ແລະວິຊີການດຳເນີນຊີວິດຂອງຜູ້ຄົນໃນສັງຄົມ ຍ່ອມໄດ້ມາຈາກພຸດທະສາດສະໜາທັ້ງນັ້ນ
ເພາະສະນັ້ນສາດສະໜາພຸດຈິງເປັນສາດສະໜາສຳຄັນຂອງຊາດລາວເຮົາຢ່າງລົ້ນເຫລືອ ໃນທີ່ນີ້ ຂພຈ ຢາກຖາມວ່າ
ສົມຄວນ ຫຼືບໍ່ ຖ້າບັນຍັດ ພຮະພຸດທະສາສະນາເປັນສາດສະນາປະຈຳຊາດລາວ ໄວ້ໃນກົດໝາຍລັດຖະທຳມະນູນ ສ ປ ປ ລາວ ເພາະເຫດໃດ ຢ່າງໃດ ?

ພາວະນາ ພິກຂຸ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົມຄວນເພາະສາສນາພຸດແມ່ນມີຫຼັກການທີ່ເປັນຄວາມຈິງ ອ້າງອີງເຫດຜົນ, ມີຄວາມໃກ້ຄຽງກັບວິທະຍາສາດຫຼາຍທີ່ສຸດ ເປັນກົດເກນຂອງທຳມະຊາດ
....ແຕ່ຄືຖາມແນວນີ້ຫຼືສາສນາພຸດບໍ່ສົມຄວນທີ່ໄດ້ເປັນສາສນາປະຈຳຊາດ ຫຼືບໍ່ດີບ່ອນໃດ?

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ໂອ໋ ​ໂທດໆໆອ່ານ​ບໍ່ສຸດ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົມຄວນແລ້ວ ຜູ້ນຳເພິ່ນກໍ່ຊັດທາ ປະຊາຊົນລາວສ່ວນຫຼາຍກໍ່ມັກ ເພາະມັນງ່າຍຕໍ່ການປະຕິບັດ, ສະຫງົບ ແລະ ບໍ່ກໍ່ໃຫ້ເກີດການແບ່ງແຍກ ຫຼື ຄວາມຮຸນແຮງ ດັ່ງທີ່ເຮົາເຫັນກັນທົ່ວໂລກ.


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ສົມຄວນ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໗ ກະທູ້
໒໑໒ ໂພສ
ນັກການກະທູ້
:

i love laos '' n u ''

໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນບໍ່ເປັນກະຮູ້ຢູ່ແລ້ວ ໆ
ຖ້າເປັນກະດີ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້



໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຂ້າພະເຈົ້າວ່າ ສາດສະຫນາພຸດ ເປັນສາດສະຫນາ ຮາກເຫງົ້າ ຂອງວັດທະນະທຳ ປະເພນີຂອງ ສປປລາວເຮົາ ບັນພະບຸລຸດເຮົາ ໄດ້ນັບຖືມາແຕ່ດຶກດຳບັນແລ້ວ ວິຖີຊີວິດ ຄ່ານິຍົມ ຂອງປະຊາຊົນລາວ ໄດ້ຮັບອິດທິພົນຈາກ ພຸດທະສາດສະຫນາຫລາຍທີ່ສຸດ ແລະຕອນນີ້ປະຊາຊົນຄົນລາວກໍນັບຖືສາດສະຫນາພຸດ ກໍ ປະມານ 94% ຂະຫນາດມາເລເຊຍ ປະຊາຊົນເຂົານັບຖືອິດສະລາມ 64% ຍັງຂື້ນເປັນສາດສະຫນາປະຈຳຊາດໄດ້ ແລ້ວເປັນຫຍັງສາດສະຫນາພຸດໃນ ສປປລາວ ຈິງບໍ່ປະກາດ ຂຽນໄວ້ ໃນກົດຫມາຍລັດຖະທຳມະນູນລາວ ວ່າ ສາດສະຫນາພຸດເປັນສາດສະຫນາປະຈຳຊາດ ອັນມີປະຊາຊົນຄົນຄົນລາວເປັນໃຫຍ່

ພາວະນາ ພິກຂຸ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄວນເອົາສາດສະຫນາມາກ່ຽວກັບຊາດ
ສາດສະຫນາກ່ຽວກັບການເຊືອຖື
ຊາດແມ່ນສະຖານທີ່ ຂອບເຂດ ວັດທະນະທຳ


໒ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ສົມຄວນທີ່ສຸດ! ເພາະວ່າບັນພະບູລຸດເຮົາກາໃຊ້ມາແຕ່ດົນ


໒ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ສົມຄວນທີ່ສຸດ! ເພາະວ່າບັນພະບູລຸດເຮົາກາໃຊ້ມາແຕ່ດົນ


໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບໍ່ຄວນເອົາສາດສະຫນາມາກ່ຽວກັບຊາດ
ສາດສະຫນາກ່ຽວກັບການເຊືອຖື
ຊາດແມ່ນສະຖານທີ່ ຂອບເຂດ ວັດທະນະທຳ


ທີທ່ານກ່າວນັ້ນຮູ້ສຶກວ່າບໍ່ຄ່ອຍເຫັນຄວາມສຳຄັນຂອງສາສນາປານໃດເລີຍ ສາສນາເປັນທີເພິ່ງທາງໃຈໃຫ້ປະຊາຊົນເວລາມີຄວາມທຸກ
ທຳໃຫ້ຈິດໃຈເກີດຄວາມສຸກສະຫງົບເມື່ອເຂົ້າຫາສາສນາ ຍິ່ງສາສນາພຸທແລ້ວຖ້າປະຕິບັດຕາມໄດ້ທ່ານຈະເຖິງຄວາມສຸກທີ່ແທ້ຈິງ ແນ່
ນອນຄົນລາວເຮົາບໍ່ປະຕິເສດ ສາສນາຄືການເຊື່ອຖື ແຕ່ສັງຄົມ ວັດທະນະທຳການຢູ່ຮ່ວມກັນໃນສັງຄົມມັນກ່ຽວກັບສາສນາທັງນັ້ນລະ
ສາສນາພຸທເປັນສາສນາແຫ່ງຄວາມຈິງ ແຫ່ງທັມມະຊາດ ມັນເປັນກົດທຳມະຊາດ ຖ້າມະນຸດປະຕິບັດຕາມທັມມະແລ້ວ
ສັງຄົມກໍ່ຈະຢູ່ເປັນສຸກ ແຕ່ສັງຄົມໂລກວຸ້ນວາຍ ມີຄົນຊົ່ວສໍ້ໂກງບ້ານເມືອງກໍ່ເພາະບໍ່ຮູ້ທັມມະ ເຊິງມີໃນສາສນາພຸທນີ້ລະ ລອງໄປສຶກສາ
ເບິ່ງປະເພນີວັດທະນະທຳລາວເຮົາ ສ່ວນໜຶ່ງກໍ່ເອົາມາຈາກສາສນາ ເອົາມາຈາກອິນເດີຍ ເຊິ່ງເປັນກົກເຫງົ້າສາສນາ ເຊັ່ນ: ສາສນາພາມ
ແລະສາສນາພຸທ ເປັນຕົ້ນ ຈິ່ງເຫັນປະເພນີບາງທ້ອງຖີ່ນຂອງລາວ ນັບຖືຜີນັບພຣາມປະປົນກັນກັບສາສນາພຸທ ເຊິ່ງມີໃຫ້ເຫັນຢູ່ມາເທົ່າ
ທຸກວັນນີ້................................ ເຊິ່ງການບັນຍັດສາສນາພຸທໃຫ້ເປັນສາສນາປະຈຳຊາດລາວໄດ້ກໍ່ຖືວ່າດີ ແຕ່ບໍຮູ້ວ່າພັກລັດທ່ານຈະເອົາ
ນຳຫຼືບໍ່ ຢ້ານແຕ່ມີແນວຄິດວ່າ ”ສາສນາເປັນຢາເສບຕິດ” ເຊິ່ງຄຳເວົ້ານີ້ເປັນມິຈສາຖິດທິຢ່າງຍິ່ງໃຫຍ່ຄືຄວາມເຫັນຜິດ ສຳຫຼັບ
ສາສນາພຸທ......................



໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບໍ່ຄວນເອົາສາດສະຫນາມາກ່ຽວກັບຊາດ
ສາດສະຫນາກ່ຽວກັບການເຊືອຖື
ຊາດແມ່ນສະຖານທີ່ ຂອບເຂດ ວັດທະນະທຳ


ທ່ານຕ້ອງທຳຄວາມເຂົ້າໃຈໃຫ້ດີໆກ່ອນເນີ ດ່ຽວກັບຊາດສາດສະຫນາ ນິ ມັນເປັນສະຖາບັນຄຽງຄູ່ກັນບໍ່ສາມາດເເຍກແຍະຈາກັນໄດ້ ທ່ານວ່າຊາດ ເປັນສະຖານທີ່ຂອບເຂດວັດທະນະທຳ ຢາກຖາມທ່ານວ່າ ແລ້ວວັດທະນະທຳໃນສປປລາວຂະນີ້ມາຈາກໄສ ຄັນບໍ່ມາຈາກສາດສະຫນາພຸດ ເຊັ່ນການນົບ ການໄວ້ ປະເພນີ ຮີດສິບສອງ ຄອງສິບສີ່ ມາຈາກສາດສະຫນາພຸດທັ້ງນັ້ນ ທ່ານເວົ້າໄດ້ແນວໃດ໋ວ່າ ມັນບໍ່ກ່ຽວກັນກັບໄປຄິດທົບທວນໃຫມ່ເດີ

ພາວະນາ ພິກຂຸ

໑໕ ກະທູ້
໗໕ ໂພສ
ຂາປະຈຳເວັບບອດ
ສາດສະໜາຄືຈຸດຢັ້ງຢືນຂອງຈິດໃຈ ທຸກສາດສະໜາສອນໃຫ້ຄົນເປັນຄົນດີ ແລະ ຢູ່ຮ່ວມກັນຢ່າງສະຫງົບ
ຂອບໃຈ


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແມ່ນແລ້ວ ພຣະສາວົກເອີຍ ພຣະພຸດທະເຈົ້າເພິ່ນສັ່ງສອນໃຫ້ມະນຸດຮູ້ຄວາມຈິງ ໃຫ້ຮູ້ຈັກສັບພະສິ່ງທີ່ຢຼ່ໃນໂລກ ບໍ່ມີສິ່ງໃດຈະຍືນຍົງຄົງຕົວໄດ້ ເມື່ອມີເກີດ ກໍ່ຕ້ອງມີການປ່ຽນແປງໃນທ່າມກາງ ແລະແຕກສະຫຼາຍໄປໃນທີ່ສຸດ ສິ່ງທີ່ມີຊີວິດ ແລະສິ່ງບໍ່ມີຊີວິດກໍ່ເຊັ່ນກັນ ການທີ່ມີເຈົ້າມີຂ້ອຍ ມີເຈົ້າເມືອງ ເຈົ້າແຂວງ ແມ່ນເປັນການຕັ້ງໃຫ້ກັນຊື່ໆ ແມ່ນຕຳແໜ່ງທີ່ບົ່ງບອກຫນ້າວຽກໃນປັດຈຸບັນ ແຕ່ເມື່ອເວລາປ່ຽນໄປຫນ້ອຍດຽວຕຳແໜ່ງນັ້ນກໍ່ໝົດໄປ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຖ້າບັນຍັດໃຫ້ເປັນສາດສະໜາປະຈຳຊາດແລ້ວ ຈະມີຜົນດີຜົນເສຍແນວໃດ?


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ພະພຸດທະສາດສະໜາໃນປະເທດລາວມີປະຊາກອນນັບຖື 85 % ຂອງປະຊາກອນທັ້ງໝົດ ຖືວ່າເປັນສາດສະໜາທີ່ມີມາຢູ່ກັບສັງຄົມລາວ ຫລາຍປີພໍສົມຄວນ ວັດທະນະທຳ ປະເພນີທັ້ງຫລາຍ ແລະວິຊີການດຳເນີນຊີວິດຂອງຜູ້ຄົນໃນສັງຄົມ ຍ່ອມໄດ້ມາຈາກພຸດທະສາດສະໜາທັ້ງນັ້ນ
ເພາະສະນັ້ນສາດສະໜາພຸດຈິງເປັນສາດສະໜາສຳຄັນຂອງຊາດລາວເຮົາຢ່າງລົ້ນເຫລືອ ໃນທີ່ນີ້ ຂພຈ ຢາກຖາມວ່າ
ສົມຄວນ ຫຼືບໍ່ ຖ້າບັນຍັດ ພຮະພຸດທະສາສະນາເປັນສາດສະນາປະຈຳຊາດລາວ ໄວ້ໃນກົດໝາຍລັດຖະທຳມະນູນ ສ ປ ປ ລາວ ເພາະເຫດໃດ ຢ່າງໃດ ?



ອີງຕາມຂໍ້ຄວາມນີ້ ສາສະໜາພຸດ ຄືຊິບໍ່ແມ່ນ ສາສະໜາປະຈຳຊາດນໍ?
ແຕ່ກະມີຄົນນັບຖືຮອດ 85 ສ່ວນຮ້ອຍ.

ຖ້າເປັນສາສະໜາ ປະຈຳຊາດແລ້ວ ຈະມີຜົນດີ ແນວໃດຕື່ມອີກແດ່?
ດຽວນີ້ ທີ່ຍັງບໍ່ທັນເປັນສາສະໜາປະຈຳຊາດ ມີຫຍັງທີ່ບໍ່ດີ?

ມີປະເທດໃດແດ່ ທີ່ມີສາສະໜາພຸດ ເຖຣະວາດ ເປັນສາສະໜາ ປະຈຳຊາດ?


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ລັດຖະບານໄດ້ປະກາດໃຫ້ສາດສະຫນາເປັນສາດສະຫນາປະຈຳຊາດຢ່າງເປັນທາງການມີຢູ່ 49 ປະເທດ ທົ່ວໂລກ ຄືປະເທດທີ່ປະກາດໃຫ້ສາດສະຫນາຄຣີສເປັນສາດສະຫນາປະຈຳຊາດມີ 15 ປະເທດ ຄື ສະວີເດັນ ເດນຫມາກ ກຣີຊ ເປັນຕົ້ນ ປະເທດທີ່ປະກາດໃຫ້ສາດສະຫນາອິດສະລາມເປັນສາດສະຫນາປະຈຳຊາດມີ 30 ປະເທດ ຄື ປາກີສຖານ ອີຫລ່ານ ສະຫະລັດອາຫລັບເອມິເຣດ ຈໍເຈຍ ອີລັກ ບຣູໄນ ບັງກາລາເທດ ເຍເມນ ມອລຕາ ຍູເຄຣນ ຮັງກະລີ ເປັນຕົ້ນ ສ່ວນປະເທດທີ່ປະກາດໃຫ້ສາດສະຫນາພຸດເປັນສາດສະຫນາປະຈຳຊາດ ມີ 4ປະເທດ ຄື ກຳປູເຈຍ ມ້ຽນມາ ສີລັງກາ ແລະພູຸານ(ມະຫາຍານ)

ພາວະນາ ພິກຂຸ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຂໍ້ດີ
1.ໄດ້ຍືນຍັນຄວາມຈີງທາງປະຫວັດສາດ ເຊີ່ງເປັນສາດສະຫນາຂອງບັນພະບຸລຸດລາວໄດ້ນັບຖືມາຫລາຍຊົ່ວອາຍຸຄົນ
2.ຍອມຮັບນັບຖືເຖິງປະຊາທິປະໄຕ ສຽງສ່ວນໃຫຍ່ພາຍໃນປະເທດລາວນັບຖືພຣະພຸດທະສາດສະຫນາ
3.ຊາວໂລກຍົກຍ້ອງວ່າ ປະເທດລາວນັບຖືສາດສະຫນາພຸດ ເປັນສູນກາງທາງຄວາມຄິດຂອງຄົນພຸດທົ່ວໂລກ
4.ໃນເມື່ອພຸດທະສາດສະຫນາມີໃນລັດຖະທຳມະນູນແລ້ວ ຈະເປັນກະເເຈສຳຄັນໃຫ້ລັດ ອອກກົດຫມາຍຄຸ້ມຄອງ ລະບຽບບັງຄັບຕ່າງໆ ເພື່ອປົກປ້ອງຄຸ້ມຄອງໃຫ້ສາດສະຫນາພຸດຍືນຍາວຕໍ່ໄປ
ຂໍ້ເສຍ
1.ຄົນນັບຖືສາດສະຫນາອື່ນອາດຈະບໍ່ພໍໃຈ
2.ຊາວໂລກອາດຈະຕິຕຽນໄດ້ວ່າເອົາການເມືອງ ມາມົ້ວກັບສາດສະຫນາ
ມີເທົ່ານີ້ແຫລະ ຂ້ອຍມອງບໍ່ຄ່ອຍເຫັນຂໍ້ເສຍຈາກການບັນຍັດສາດສະຫນາພຸດໄວ້ໃນລັດຖະທຳມະນູນເລີຍ ໃຜຄິດອອກມາຕໍ່ເເດ່ເດີ

ພາວະນາ ພິກຂຸ

໑ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ຂ້າພະເຈົ້າວ່າ ສາດສະຫນາພຸດ ເປັນສາດສະຫນາ ຮາກເຫງົ້າ ຂອງວັດທະນະທຳ ປະເພນີຂອງ ສປປລາວເຮົາ ບັນພະບຸລຸດເຮົາ ໄດ້ນັບຖືມາແຕ່ດຶກດຳບັນແລ້ວ ວິຖີຊີວິດ ຄ່ານິຍົມ ຂອງປະຊາຊົນລາວ ໄດ້ຮັບອິດທິພົນຈາກ ພຸດທະສາດສະຫນາຫລາຍທີ່ສຸດ ແລະຕອນນີ້ປະຊາຊົນຄົນລາວກໍນັບຖືສາດສະຫນາພຸດ ກໍ ປະມານ 94% ຂະຫນາດມາເລເຊຍ ປະຊາຊົນເຂົານັບຖືອິດສະລາມ 64% ຍັງຂື້ນເປັນສາດສະຫນາປະຈຳຊາດໄດ້ ແລ້ວເປັນຫຍັງສາດສະຫນາພຸດໃນ ສປປລາວ ຈິງບໍ່ປະກາດ ຂຽນໄວ້ ໃນກົດຫມາຍລັດຖະທຳມະນູນລາວ ວ່າ ສາດສະຫນາພຸດເປັນສາດສະຫນາປະຈຳຊາດ ອັນມີປະຊາຊົນຄົນຄົນລາວເປັນໃຫຍ່



ທີ່ທ່ານເວົ້າວ່າ "ບັນພະບຸລຸດເຮົາໄດ້ນັບຖືມາຕັ້ງແຕ່ດຶກດຳບັນແລ້ວ" ຄໍາເວົ້ານີ້ບໍ່ຄ່ອຍຖືກປານໃດ ເພາະສາດສະໜາພຸດເຂົ້າມາລາວຕອນທີ່ເຈົ້າຟ້າງຸ່ມນໍາເຂົ້າມາ ຊາດລາວເຮົາມີມາກ່ອນເຈົ້າຟ້າງຸ່ມເກີດ. ສາດສະໜາພຸດບໍ່ສອນໃຫ້ຄົນນັບຖືຜີ ບູຊາຕົ້ນໄມ້ ບູຊາສີມັງ ແຕ່ຂ້າພະເຈົ້າເຫັນຫໍຜີ ຮູບເຈົ້າແມ່ນັ້ນ ເຈົ້າແມ່ນີ້ຢູ່ຕາມວັດ ເບິ່ງແລ້ວມັນຄືຈັ່ງວ່າວັດສອນໃຫ້ຄົນເຮັດໃນສິ່ງທີ່ຂັດກັບພະພຸດທະເຈົ້າສອນ.

ຖາມແດ່ ມີຂໍ້ຄວາມໃດບໍ່ໃນພະໄຕປີດົກທີ່ບອກໃຫ້ພຸດທະສາສະນິກກະຊົນນັບຖືພະສີມັງ ບູຊາພະໄມ້ ນະມັດສະການພະກ້ອນຫີນທີ່ມືຄົນສ້າງຂຶ້ນມາບໍ່?
ຖາມອີກແດ່ ໂລກເຮົາແລະຈັກກະວານເກີດຂຶ້ນມາໄດ້ແນວໃດ?


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ຂນ້ອຍຍົກໃຫ້ເປັນສາສນາປະຈຳໃຈຂ້ອຍນ້ອຍແລ້ວ ເຖິງແມ່ນວ່າຂະນ້ອຍຊິໄປຢູ່ຊາດໃດ ເມືອງໃດ ສາສນາພຸທກໍ່ຍັງຢູ່ໃນຕົວຂນ້ອຍ. ແຮະໆ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ດີ ດີ ມີໄປຊົ່ວລູກຊົ່ວຫຼານ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບໍ່ຄວນເອົາສາດສະຫນາມາກ່ຽວກັບຊາດ
ສາດສະຫນາກ່ຽວກັບການເຊືອຖື
ຊາດແມ່ນສະຖານທີ່ ຂອບເຂດ ວັດທະນະທຳ


ທ່ານຕ້ອງທຳຄວາມເຂົ້າໃຈໃຫ້ດີໆກ່ອນເນີ ດ່ຽວກັບຊາດສາດສະຫນາ ນິ ມັນເປັນສະຖາບັນຄຽງຄູ່ກັນບໍ່ສາມາດເເຍກແຍະຈາກັນໄດ້ ທ່ານວ່າຊາດ ເປັນສະຖານທີ່ຂອບເຂດວັດທະນະທຳ ຢາກຖາມທ່ານວ່າ ແລ້ວວັດທະນະທຳໃນສປປລາວຂະນີ້ມາຈາກໄສ ຄັນບໍ່ມາຈາກສາດສະຫນາພຸດ ເຊັ່ນການນົບ ການໄວ້ ປະເພນີ ຮີດສິບສອງ ຄອງສິບສີ່ ມາຈາກສາດສະຫນາພຸດທັ້ງນັ້ນ ທ່ານເວົ້າໄດ້ແນວໃດ໋ວ່າ ມັນບໍ່ກ່ຽວກັນກັບໄປຄິດທົບທວນໃຫມ່ເດີ



ຄັນຊິຕັ້ງເຮົາກະບໍ່ມີບັນຫາ
ແຕ່ສະຫາຍທີ່ນັບຖືສາດສະຫນາອື່ນເດ ຊິຄິດແນວໃດ
ຖ້າເຂົາຖາມວ່າເປັນຫຍັງຄືບໍ່ເອົາສາດສະຫນາທີ່ຂ້ອຍນັບຖືເປັນສາດສະຫນາປະຈຳຊາດ
ຄົນອີກ 25% ຫລື 1 ໃນ 4 ຊິຕອບແນວໃດ


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ຖ້າສາສະນາພຸທເປັນສາສະນາປະຈຳຊາດ ຄົງຈະເປັນອີກ ແຮງໜຶ່ງທີ່ສຳຄັນເພາະຖ້າຍົກສາສະນາຂຶ້ນມາເປັນສາສະນາປະຈຳຊາດ ແລ້ວນັ້ນກໍ່ໝາຍຄວາມວ່າ ພັກລັດກໍ່ຈຳມີສ່ວນສຳຄັນໃນການສົ່ງເສີມການພັດທະນາສະຖາບັນສົງ ໂດຍເລີ່ມຈາກການພັດທະນາການສຶກສາສົງ ເພືອໃຫ້ພຣະສົງລາວມີຄວາມແຕກສານ ສາສະລະໃຈຄວາມທັມມະ ແລ້ວຈິ່ງເປັນຈຸດເລິ່ມຕົ້ນທີ່ສຳຄັນໜຶ່ງ ໃນການຊີ້ນຳຊີ້ແນະໃຫ້ຄົນ ລາວທັງປະເທດມີຄວາມເຂົ້າໃຈແຈ້ງໃນຫຼັກແກ່ນແທ້ຄຳສອນ ຄືບໍ່ເປັນພຽງແຕ່ວ່ານັບຖື ເຫຼື້ອມໃສ ແຕ່ຍັງມີຄວາມເຂົ້າໃຈເຖິງຫຼັກພຸທທີ່ແທ້ຈິງ ເຊິ່ງຖ້າໄປເຖິງຈຸດນັ້້ນໄດ້ ສາສະນາພຸທຄົງຈະໄດ້ນຳໃຊ້ ເກີດຜົນປະໂຫຍດສູງສຸດ ແລະ ສິ່ງສຳຄັນການພັດທະນາໃນທາງດ້ານເສດຖະກິດ ມັນກໍ່ໃຫ້ຄວາມຈະເລີນທາງດ້ານວັດຖຸ ເຕັກນິກ......ແຕ່ໃນອະນາຄົດຖ້າບໍ່ໃຫ້ຄວາມສຳຄັນກັບການພັດທະນາການສຶກສາສົງຢ່າງຈິງຈັງ ມັນຄົງຈະສົງຜົນຕໍ່ລະບົບເສດຖະກິດບໍ່ແມ່ນໜ້ອຍ ..ເພາະຄົນໃນສັງຄົມ ນັບມື້ຍິ່ງມີຄວາມຕ້ອງການທາງດ້ານວັດຖຸຫຼາຍຂຶ້ນ ແຕ່ກົງກັນຂ້າມກັນ ຄວາມຕ້ອງການທາງດານສີລະທັມກັບໜ້ອຍລົງ ທັງນີ້ກໍ່ເພາະວ່າ :ຄວາມງົມງວຍຈຳເຈ ຫາປະໂຫຍດບໍ່ໄດ້ຈາກສາສະນາ ເຊິ່ງເກີດຂຶ້ນຈາກຄວາມບໍ່ເຂົ້າເຖິງແກ່ນແທ້ສາສະນາ ແລະ ມັນຄົງບໍ່ມີວັນທີ່ຈະເຂົ້າເຖິງແກ່ນແທ້ໄດ້ ຖ້າໃຫ້ ນຳ້ໜັກການພັດທະນາວັດຖຸມາກ່ອນຄວາມຮູ້ ,ປັນຍາ ເຊິ່ງມັນ ກໍ່ເລິິມຕົ້ນຈາກ ການສຶກສາເປັນຈຸດສຳຄັນ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເປັນຫຍັງຄືຕັ້ງຄໍາຖາມເເບບນິ?? ສົມຄວນບໍ່ໃຫ້ສາດສະຫນາພຸດເປັນສາດສະຫນາປະຈຳຊາດ?


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KhoanLao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ຂ້າພະເຈົ້າວ່າ ສາດສະຫນາພຸດ ເປັນສາດສະຫນາ ຮາກເຫງົ້າ ຂອງວັດທະນະທຳ ປະເພນີຂອງ ສປປລາວເຮົາ ບັນພະບຸລຸດເຮົາ ໄດ້ນັບຖືມາແຕ່ດຶກດຳບັນແລ້ວ ວິຖີຊີວິດ ຄ່ານິຍົມ ຂອງປະຊາຊົນລາວ ໄດ້ຮັບອິດທິພົນຈາກ ພຸດທະສາດສະຫນາຫລາຍທີ່ສຸດ ແລະຕອນນີ້ປະຊາຊົນຄົນລາວກໍນັບຖືສາດສະຫນາພຸດ ກໍ ປະມານ 94% ຂະຫນາດມາເລເຊຍ ປະຊາຊົນເຂົານັບຖືອິດສະລາມ 64% ຍັງຂື້ນເປັນສາດສະຫນາປະຈຳຊາດໄດ້ ແລ້ວເປັນຫຍັງສາດສະຫນາພຸດໃນ ສປປລາວ ຈິງບໍ່ປະກາດ ຂຽນໄວ້ ໃນກົດຫມາຍລັດຖະທຳມະນູນລາວ ວ່າ ສາດສະຫນາພຸດເປັນສາດສະຫນາປະຈຳຊາດ ອັນມີປະຊາຊົນຄົນຄົນລາວເປັນໃຫຍ່



ທີ່ທ່ານເວົ້າວ່າ "ບັນພະບຸລຸດເຮົາໄດ້ນັບຖືມາຕັ້ງແຕ່ດຶກດຳບັນແລ້ວ" ຄໍາເວົ້ານີ້ບໍ່ຄ່ອຍຖືກປານໃດ ເພາະສາດສະໜາພຸດເຂົ້າມາລາວຕອນທີ່ເຈົ້າຟ້າງຸ່ມນໍາເຂົ້າມາ ຊາດລາວເຮົາມີມາກ່ອນເຈົ້າຟ້າງຸ່ມເກີດ. ສາດສະໜາພຸດບໍ່ສອນໃຫ້ຄົນນັບຖືຜີ ບູຊາຕົ້ນໄມ້ ບູຊາສີມັງ ແຕ່ຂ້າພະເຈົ້າເຫັນຫໍຜີ ຮູບເຈົ້າແມ່ນັ້ນ ເຈົ້າແມ່ນີ້ຢູ່ຕາມວັດ ເບິ່ງແລ້ວມັນຄືຈັ່ງວ່າວັດສອນໃຫ້ຄົນເຮັດໃນສິ່ງທີ່ຂັດກັບພະພຸດທະເຈົ້າສອນ.

ຖາມແດ່ ມີຂໍ້ຄວາມໃດບໍ່ໃນພະໄຕປີດົກທີ່ບອກໃຫ້ພຸດທະສາສະນິກກະຊົນນັບຖືພະສີມັງ ບູຊາພະໄມ້ ນະມັດສະການພະກ້ອນຫີນທີ່ມືຄົນສ້າງຂຶ້ນມາບໍ່?
ຖາມອີກແດ່ ໂລກເຮົາແລະຈັກກະວານເກີດຂຶ້ນມາໄດ້ແນວໃດ?


ແທ້ທີ່ຈີງໃນປະຫວັດສາດ ສາດສະຫນາພຸດມາກ່ອນເຈົ້າຟ້າງຸ່ມອີກ ແຕ່ເປັນພຸດແບບມະຫາຍານ ພຸດແບບມະຫາຍານໄດ້ເສື່ອມລົງເທື່ອຫນຶຶ່ງ ຊ່ວງໃດ໋ນັ້ນຂ້າພະເຈົ້າຈຳບໍ່ໄດ້ແລ້ວ ແຕ່ພໍເຈົ້າຟ້າງຸ່ມຂື້ນຄອງລາດ ໄດ້ອັນເຊີນພຣະມະຫາປາລະມັນຈາກກຳປູເຈຍ ມາເຜີຍແຜ່ສາດສະຫນາພຸດໃນ ປີ ພ ສ 1902 ລ້ານຊ້າງແຕ່ນັ້ນມາ ຄົນລາວໄດ້ເຊື່ອສາດສະຫນາພຸດເຖຣວາດມາຮອດປັດຈຸບັນ ຖາມທ່ານ ກວນລາວວ່າ ຕັ້ງແຕ່ເຈົ້າຟ້າງຸ່ມມາຮອດປັດຈັນນີ້ ປີ ພ ສ 2555 ທ່ານຄິດວ່າ 3 ປີ ຫວາ ມັນຈັກຮ້ອຍປີລະ ຄິດໄລ່ເອົາເດີ ຊິບໍ່ໃຫ້ຂ້າພະເຈົ້າວ່າຄົນລາວ ນັບຖືພຸດມາແຕ່ດຶກດຳບັນ ຊິໃຫ້ໃສ່ຫຍັງລະນໍ ທ່ານ ມັນດົນຊ່ຳໃດ໋ລອງຄິດເອົາເດີທ່ານ ໃນສ່ວນທີ່ທ່ານຖາມວ່າ ແທ້ຈີງກໍບໍ່ໄດ້ບອກດອກ ການບູຊາຮູບລັກພຣະພຸທະເຈົ້າ ເປັນ ສິ່ງເຫລົ່ານັ້ນເປັນສັນຍາລັກຂອງພະພຸດທະເຈົ້າ ເປັນຄຸນຄ່າທາງຈິດໃຈ ທີ່ໄດ້ລະລຶກເຖິງຄຸນພະພຸດ ເຖິງພະພຸດທະເຈົ້າບໍ່ໄດ້ສັ່ງມັນບໍ່ເປັນເລື່ອງເສຍຫາຍຫຍັງດອກ ສ່ວນທີ່ວ່ານັບຖືຜີ ສາງ ນາງໄມ້ນັ້ນ ສາດສະຫນາພຸດ ເປັນສາດສະຫນາທີ່ບໍ່ບັງຄັບ ຈະເຊື່ອຫຍັງຄວບຄູ່ກັນໄປກໍໄດ້ ເຊ່ນໃນອິນເດຍ ກ່ອນຈະມີພຸດ ພາມມີກ່ອນຢູ່ແລ້ວ ຄວາມເຊື່ອຖືອັນໃດ໋ທີ່ເປັນຂອງພາມ ເຊນ ບາສີສູ່ຂວັນ ເປັນຕົ້ນ ໃນ ລາວ ໄທ ກໍມີ ນີ້ເປັນຂອງພາມແຕ່ພະພຸດທະເຈົ້າ ບໍ່ໄດ້ປະຕິເສດ ສ່ວນຄວມເຊື່ອບາງຢ່າງ ເຊ່ນ ຂ້າເເບ້ ບູຊາຍັນ ອັນນີ້ ຫ້າມເດັດຂາດ ເພາະມັນຂັດແຍ້ງກັບພຸດ ສະຫລຸບສິ່ງໃດ໋ ບໍ່ເສຍຫາຍຂອງສາດສະຫນາອື່ນ ພະພຸດທະເຈົ້າບໍ່ໄດ້ຫ້າມ ສ່ວນທີ່ທ່ານຖາມວ່າ ຈັກກະວານເກີດຈາກໄສນັ້ນ ຂ້າພະເຈົ້າ ບໍ່ຕອບ ເພາະມັນບໍ່ແມ່ນປະເດັນ ກ່ຽວຂ້ອງກັບກະທູ້ນັ້ນເລີຍ ຂອບໃຈຫລາຍໆທ່ານ

ພາວະນາ ພິກຂຸ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຂ້ອຍເອງກໍ່ບໍ່ຊ່າງຊິເວົ້າດອກວ່າ ຍົກສາສະໜາໃດ ສາສະໜານຶ່ງ ເປັນສາສະໜາປະຈຳຊາດ ຈະດີ ຫລື ບໍ່ດີ.
ແຕ່ເບິ່ງຊົງວ່າ ບັນດາປະເທດທີ່ຍົກສັນຍາລັກ ກ່ຽວກັບໄມ້ຄ້ອນ ໄວ້ສູງໆນັ້ນ ຈະມີສາສະໜາປະຈຳຊາດ ຄືຊິເປັນໄປໄດ້ຍາກ.


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວຕອນນີ້ຍັງບໍແມ່ນຫວາ
ເຮົາລະເຂົ້າໃຈວ່າແມ່ນມາໄດ້ສາມສິບປີລະ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>