ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ສົມຄວນບໍ່ໃຫ້ສາດສະຫນາພຸດເປັນສາດສະຫນາປະຈຳຊາດ?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ພະພຸດທະສາດສະໜາໃນປະເທດລາວມີປະຊາກອນນັບຖື 85 % ຂອງປະຊາກອນທັ້ງໝົດ ຖືວ່າເປັນສາດສະໜາທີ່ມີມາຢູ່ກັບສັງຄົມລາວ ຫລາຍປີພໍສົມຄວນ ວັດທະນະທຳ ປະເພນີທັ້ງຫລາຍ ແລະວິຊີການດຳເນີນຊີວິດຂອງຜູ້ຄົນໃນສັງຄົມ ຍ່ອມໄດ້ມາຈາກພຸດທະສາດສະໜາທັ້ງນັ້ນ
ເພາະສະນັ້ນສາດສະໜາພຸດຈິງເປັນສາດສະໜາສຳຄັນຂອງຊາດລາວເຮົາຢ່າງລົ້ນເຫລືອ ໃນທີ່ນີ້ ຂພຈ ຢາກຖາມວ່າ
ສົມຄວນ ຫຼືບໍ່ ຖ້າບັນຍັດ ພຮະພຸດທະສາສະນາເປັນສາດສະນາປະຈຳຊາດລາວ ໄວ້ໃນກົດໝາຍລັດຖະທຳມະນູນ ສ ປ ປ ລາວ ເພາະເຫດໃດ ຢ່າງໃດ ?



ຖ້າບັນຍັດສາດສະຫນາພຸດເຂົ້າເປັນສາດສະຫນາປະຈຳຊາດແລ້ວ ຈະເຮັດແນວໃດກັບຄົນອີກ 15 % ທີ່ຍັງເຫລືອ ເຂົ້າເຈົ້າຈະຄິດແນວໃດ
ຂ້າພະເຈົ້າວ່າ: ບໍ່ສຳຄັນປານໃດດອກວ່າຊາດເຮົາຈະມີສາດສະຫນາໃດ ? ເພາະທຸກສາດສະຫນາກໍ່ສັ່ງສອນໃຫ້ຄົນເປັນຄົນດີ ແລະ ສາສະຫນາກໍ່ບໍ່ແມ່ນຂອງຊາດໃດຊາດຫນື່ງ

ຂ້າພະເຈົ້າບໍ່ຮູ້ວ່າສົມຄວນຫລືບໍ່ ແຕ່ຂ້າພະເຈົ້າວ່າບໍ່ຈຳເປັນ (ໃນລັດຖະທຳມະນູນກໍ່ເວົ້າແລ້ວວ່າຄົນລາວທຸກຄົນມີສິດໃນການເຊື່ອຖືສາດສະ
ຫນາໃດກໍ່ໄດ້)

ວິຊາການເຫີ່ຍໆ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຮງຫລາຍ
ໄດ້ເຫັນຫລາຍໆ ທັດສະນະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ພະພຸດທະສາດສະໜາໃນປະເທດລາວມີປະຊາກອນນັບຖື 85 % ຂອງປະຊາກອນທັ້ງໝົດ ຖືວ່າເປັນສາດສະໜາທີ່ມີມາຢູ່ກັບສັງຄົມລາວ ຫລາຍປີພໍສົມຄວນ ວັດທະນະທຳ ປະເພນີທັ້ງຫລາຍ ແລະວິຊີການດຳເນີນຊີວິດຂອງຜູ້ຄົນໃນສັງຄົມ ຍ່ອມໄດ້ມາຈາກພຸດທະສາດສະໜາທັ້ງນັ້ນ
ເພາະສະນັ້ນສາດສະໜາພຸດຈິງເປັນສາດສະໜາສຳຄັນຂອງຊາດລາວເຮົາຢ່າງລົ້ນເຫລືອ ໃນທີ່ນີ້ ຂພຈ ຢາກຖາມວ່າ
ສົມຄວນ ຫຼືບໍ່ ຖ້າບັນຍັດ ພຮະພຸດທະສາສະນາເປັນສາດສະນາປະຈຳຊາດລາວ ໄວ້ໃນກົດໝາຍລັດຖະທຳມະນູນ ສ ປ ປ ລາວ ເພາະເຫດໃດ ຢ່າງໃດ ?



ຖ້າບັນຍັດສາດສະຫນາພຸດເຂົ້າເປັນສາດສະຫນາປະຈຳຊາດແລ້ວ ຈະເຮັດແນວໃດກັບຄົນອີກ 15 % ທີ່ຍັງເຫລືອ ເຂົ້າເຈົ້າຈະຄິດແນວໃດ
ຂ້າພະເຈົ້າວ່າ: ບໍ່ສຳຄັນປານໃດດອກວ່າຊາດເຮົາຈະມີສາດສະຫນາໃດ ? ເພາະທຸກສາດສະຫນາກໍ່ສັ່ງສອນໃຫ້ຄົນເປັນຄົນດີ ແລະ ສາສະຫນາກໍ່ບໍ່ແມ່ນຂອງຊາດໃດຊາດຫນື່ງ

ຂ້າພະເຈົ້າບໍ່ຮູ້ວ່າສົມຄວນຫລືບໍ່ ແຕ່ຂ້າພະເຈົ້າວ່າບໍ່ຈຳເປັນ (ໃນລັດຖະທຳມະນູນກໍ່ເວົ້າແລ້ວວ່າຄົນລາວທຸກຄົນມີສິດໃນການເຊື່ອຖືສາດສະ
ຫນາໃດກໍ່ໄດ້)

ວິຊາການເຫີ່ຍໆ


ສາດສະຫນາພຸດໃນຂະນະນີ້ ມີມານພະຈົນ ທັ້ງພາຍໃນແລະພາຍນອກ ໂດນສາດສະຫນາອື່ນເຂົ້າມາແບ່ງແຍກສາສະນິກໄປ ໃນຖານະພຸດເຄີຍເປັນ ສາດສະຫນາປະຈຳຊາດໃນກົດຫມາຍລັດຖະທຳມະນູນ ມາດຕາ 9 ຣາຊອານາຈັກລາວ ຄົນພຸດ ເປັນຄົນສ່ວນຫລາຍຂອງປະເທດ ເພາະສະນັ້ນ ລັດ ຕ້ອງໃຫ້ຄວາມໃສ່ໃຈ ໃນການອຸປະຖຳ ຄ້ຳຊູເປັນພິເສດ ໂດຍສະເພາະດ້ານການສຶກສາ ທຸກວັນນີ້ ລັດຂາດຄວາມເອົາໃຈໃສ່ຕໍ່ພະສົງຫລາຍ ໂດຍສະເພາະການສຶກສາ ລັດ ແທບບໍ່ມາຫລຽວເເລເລີຍ ຂ້າພະເຈົ້າເຊື່ອວ່າ ສ່ວນຫນຶ່ງມາຈາກ ລັດ ບໍ່ໄດ້ຍົກໃຫ້ສາດສະຫນາພຸດ ເປັນນິຕິໄນ ເປັນເຫດໃຫ້ບໍ່ມີກົດຫມາຍລູກອອກມາບັງ
ຄັບໃຫ້ລັດ ເຮັດນັ້ນ ເຮັດນີ້ ໃນການອຸ້ມພະສາດສະຫນາ ພວກເຮົາຊາວພຸດ ບໍ່ເຫັນຄວາມສຳພັນຂອງພຸດ ພວກເຮົາຈະເຫັນຄວາມສຳຄຕັນສາດສະຫນາໃດ໋ນໍ

ພາວະນາ ພິກຂຸ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ແລ້ວຕອນນີ້ຍັງບໍແມ່ນຫວາ
ເຮົາລະເຂົ້າໃຈວ່າແມ່ນມາໄດ້ສາມສິບປີລະ


ບໍ່ມີຄຳວ່າ ສາດສະຫນາພຸດເປັນສາດສະຫນາປະຈຳຊາດລາວໄວ້ໃນລັດຖະທຳມະນູນ ແຕ່ໃນລັດຖະທຳມະນູນເກົ່າ ກ່ອນ 1975 ມີຂຽໜໄວ້ແບບນີ້
ມາດຕາ 9 ພຣະພຸດທະສາດສະຫນາເປັນສາດສະຫນາປະຈຳຊາດລາວອັນມີພະມະຫາກະສັດຊົງເປັນປະມຸກ

ພາວະນາ ພິກຂຸ

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບໍ່ຄວນເອົາສາດສະຫນາມາກ່ຽວກັບຊາດ
=ທຸກໆຊາດໃນໂລກນີ້ຕ້ອງມີສາດສະໜາໃດຫນຶ່ງຂອງຜູ້ເຊື່ອຖື ສະນັ້ນບໍ່ວ່າໃຜຈະຖືສາດສະໜາໃດກໍ່ຕ້ອງກ່ຽວຂ້ອງກັບຊາດນັ້ນໆ
ສາດສະຫນາກ່ຽວກັບການເຊືອຖື
=ປະໂຫຍກນີ້ ຖືກຕ້ອງ
ຊາດແມ່ນສະຖານທີ່ ຂອບເຂດ
=ປະໂຫຍກນີ້ ຖືກຕ້ອງ
ວັດທະນະທຳ


=ວັດທະນະທຳຄື ຮີດຄອງປະເພນີ ຫຼືການເຊື່ອຖືຂອງຊົນເຜົ່າໃດຊົນເຜົ່າຫນຶ່ງ ຫຼືວ່າຊາດໃດຊາດຫນຶ່ງ
ທີ່ເປັນປະເພນີເຊື່ອຖືກັນມາ ເຊັ່ນ ບຸນສົງການປີໃຫມ່ລາວ,ບຸນກີນຈ່ຽງ,ບຸນຕິກນືມ ແລະບຸນອຶ່ນໆ ດັ່ງນັ້ນວັດທະນະທຳກໍ່ຕ້ອງກ່ຽວຂ້ອງກັບ ສາດສະໜາ





ຢາກຈະຖາມເພື່ອນໆ ວ່າ ເປັນຫຍັງຄົນລາວເຮົາເມື່ອພົບເຫັນກັບເພື່ອນແລ້ວບໍ່ມັກຍົກມືໄຫວ້ຊື່ງກັນແລະກັນ ທັ້ງໆທີ່ເປັນວັດທະນະທຳແລພປະເພນີຂອງລາວແທ້ໆ ຊ່ວຍແສດງຄວາມຄິດເຫັນແດ່

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>