ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ວິທີໄດຈະເຮັດໃຫ້ການຮັບພະນັກງານເຂົ້າເຮັດວຽກກັບພັກ ລັດໃຫ້ໄດ້ຄຸນນະພາບ?

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຜູ້ຂ້າເປັນພົນລະເມືອງລາວຄົນໜຶ່ງທີ່ຮັກ ແລະເປັນຫວງປະເທດຊາດຂອງຕົນເອງ ຢາກເຫັນປະທດຊາດຕົນເອງໄປສູ່ຄວາມຈະເລີນກ້າວໜ້າ
ໃນດ້ານຕ່າງໆ ບໍ່ວ່າ ການເມືອງ ເສດຖະກິດ ສັງຄົມ ວັດທະນະທຳ ການສຶກສາ ແລະລະບົບສາທາລະນູປະໂພກຕ່າງໆ ໃຫ້ມີຄວາມທັນສະໄຫມ
ກ້າວໜ້າ ການພັດທະນາສິ່ງເຫລົ່ານີ້ຕ້ອງອາໄສກົນໄກການຄັດສັນບຸກຄົນເຂົ້າມາເຮັດວຽກແທນປະຊາຊົນ ເພື່ອພັດທະນາ ແລະປ້ອງປ້ອງ ຮັກສາ
ຜົນປະໂຫຍດຕ່າງໆຂອງປະຊາຊົນ ບຸກຄົນເຂົ້າມາເຮັດວຽກນັ້ນກະນັບມາຈາກຂັ້ນເທີງລັດຖະບານ ຕະຫລອດຈົນເຖິງພະນັກງານ ກະຊວງ ທະບວງ ກົມ ພະເເນກຕ່າງໆ ຕາມລຳດັບ ທີ່ເປັນພົນລະເມືອງລາວ ໃນເມື່ອນຳບຸກຄົນເຫົລ່ານີ້ມາເຮັດວຽກແລ້ວ ສິ່ງທີ່ເຮົາຕ້ອງການ ໃນຖານະທີ່ເປັນພົນລະເມືອງ ກະຄືຕ້ອງການຢາກໄດ້ຄົນດີ ມີຄຸນນະທຳ ມີຄວາມຮູ້ຄວາມສາມາດ ມີສັກກະພາບ ມີຄວາມຊຳນິ ຊຳນານໃນດ້ານຕ່າງ ທີ່ຕົນເອງຮັບຜິດຊອບ ເພາະສະນັ້ນທ່ານສະມາຊິກຄິດວ່າ ເຮົາຈະເຮັດແນວໄດຈະໄດ້ຄົນແບບນີ້ເຂົ້າມາຮັກສາຜົນປະໂຫຍດຂອງຊາດໄວ້ໄດ້
ຂໍຄວາມກາລຸນາ ທ່ານສະເເດງວິໄສທັດຂອງຕົນເອງເພື່ອເປັນອົງຄວາມຮູ້ຂອງແກ່ສະມາຊິກ ຄົນອື່ນໆດ້ວຍ.
ຂອບໃຈເດີທີ່ໃຫ້ຄວາມຮ່ວມມື

ພາວະນາ ພິກຂຸ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດໃຫ້ກ່ອນ ອິອິ


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຕາບໃດ່ ທີ່ມີລະບົບ ເສັ້ນ ລະບົບເງີນ ສປປລາວ ຫມັ້ນໃຈໄວ້ເລີຍ ການພັດທະນາປະເທດ ຊ້າ ສຸດໆ

ພາວະນາ ພິກຂຸ

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ຕາບໃດທີ່ພັກລັດລາວເຮົາບໍ່ມີຄຳສາມຄຳນີ້ຄື: ”ເບິ່ງເລິກ ຄິດໄກ ໃຈກວ້າງ” ຄື: ບໍ່ເບິ່ງເຫັນປະໂຫຍດສ່ວນລວມ ເບິ່ງເຫັນແຕ່ຜົນປະໂຫຍດຕົນເອງພັກພວກ,
ຄິດໄກຄື:ບໍ່ຄິດເຖິງປະຊາຊົນປະເທດຊາດບ້ານເມືອງ ຄິດເອົາແຕ່ໄດ້ໃຫ້ຕົວເອງພັກພວກຕົວເອງ,ໃຈແຄບ ຄື ບໍ່ມີຄວາມເອື້ອເຜື້ອເຜີຍແຜ່ໃຫ້ຄົນອື່ນໃຫ້ປະຊາຊົນ ເອົາໃສ່ແຕ່ຕົວເອງພັກພວກ ຂາດທັມມະແລ້ວຂາດປັນຍາ ການເລືອກຄົນເຂົ້າເຮັດ
ວຽກກໍ່ຫາຄົນມີຄຸນະພາບຍາກ ມີກໍ່ມີໜ້ອຍ...............ແລ້ວປະເທດລາວເຮົາຊິຈະເລີນໄດ້ຫຼືບໍ່


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ຕາບໃດທີ່ພັກລັດລາວເຮົາບໍ່ມີຄຳສາມຄຳນີ້ຄື: ”ເບິ່ງເລິກ ຄິດໄກ ໃຈກວ້າງ” ຄື: ບໍ່ເບິ່ງເຫັນປະໂຫຍດສ່ວນລວມ ເບິ່ງເຫັນແຕ່ຜົນປະໂຫຍດຕົນເອງພັກພວກ,
ຄິດໄກຄື:ບໍ່ຄິດເຖິງປະຊາຊົນປະເທດຊາດບ້ານເມືອງ ຄິດເອົາແຕ່ໄດ້ໃຫ້ຕົວເອງພັກພວກຕົວເອງ,ໃຈແຄບ ຄື ບໍ່ມີຄວາມເອື້ອເຜື້ອເຜີຍແຜ່ໃຫ້ຄົນອື່ນໃຫ້ປະຊາຊົນ ເອົາໃສ່ແຕ່ຕົວເອງພັກພວກ ຂາດທັມມະແລ້ວຂາດປັນຍາ ການເລືອກຄົນເຂົ້າເຮັດ
ວຽກກໍ່ຫາຄົນມີຄຸນະພາບຍາກ ມີກໍ່ມີໜ້ອຍ...............ແລ້ວປະເທດລາວເຮົາຊິຈະເລີນໄດ້ຫຼືບໍ່


ສາທຸ ແມ່ນຄວາມເຈົ້າຢູ່ດອກ

ພາວະນາ ພິກຂຸ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຢາກ............ຖ້າຄົນເຮົາຍັງມີຄວາມເຫັນແກ່ຕົວຫລາຍໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຕາບໃດຍັງບໍ່ມີການພັດທະນາລະບອບການເມືອງ ຕາບນັ້ນມັນກໍ່ຈະເປັນແບບນີ້ຕໍ່ໄປ. ຂພຈ ບໍ່ໄດ້ບອກປ່ຽນລະບອບເດີ່ ພຽງແຕ່ຢ່າໄປຍຸດຕິກັບລະບອບຫລາຍຈົນເກີນໄປ, ເຮົາສາມາດນຳຈຸດດີຂອງຫລາຍໆລະບອບມາປັບປຸງໃຊ້ເພຶ່ອພັດທະນາປະເທດໄດ້ເຊັ່ນກັນ ໂດຍບໍ່ຕ້ອງໄປເຈາະຈົງ ຫລື ຍຸດຕິດກັບລະບອບໃດຫນຶ່ງ.


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ຄັນເພິ່ນຄິດວ່າເພິ່ນ ມີໜ້າທີ່ຮັບໃຊ້ປະຊາຊົນ ບໍ່ແມ່ນເປັນນາຍປະຊາຊົນ ມັນກະຄືຈະດີຂື້ນ ເລື້ອຍໆ

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າເອງ ບໍ່ເຄີຍເປັນພະນັກງານລັດ ແຕ່ກໍ່ຮູ້ຊຶ້ງດີ ວ່າການທີ່ເຮົາທຳງານ ມັນເມື່ອຍ
ເຖິງວ່າຈະແມ່ນງານທີ່ຕົວເອງມັກ ແຕ່ບາງຄັ້ງມັນກໍ່ມີທໍ້
ຫາກຈື່ບໍ່ຜິດ ວິທີເຮັດວຽກມີຢູ່ສອງແບບຄື
ແບບເຮັດວຽກເພື່ອເອົາຕົວລອດໄປວັນໆ ແລະ ແບບເຮັດວຽກເພື່ອຫວັງຄວາມກ້າວຫນ້າ
ແຕ່ບໍ່ວ່າ ຈະເຮັດວຽກແບບໃດ ກໍ່ຂໍໃຫ້ຄຳນຶງເຖິງຄຸນະທຳ ແລະ ຫນ້າທີ່ຮັບຜິດຊອບທີ່ແທ້ຈິງຂອງຕົນ


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ...
ຄັນເພິ່ນຄິດວ່າເພິ່ນ ມີໜ້າທີ່ຮັບໃຊ້ປະຊາຊົນ ບໍ່ແມ່ນເປັນນາຍປະຊາຊົນ ມັນກະຄືຈະດີຂື້ນ ເລື້ອຍໆ


ພະນັກງານລັດຫລາຍຄົນ ໂດຍສະເພາະຕຳຫລວດ ສ່ວນຫລາຍຂາດຄວາມສຳນຶກຕໍ່ຫນ້າທີ່ວຽກງານຕົນເອງ ເປັນໃຫຍ່ເປັນໂຕແລ້ວ ທຳທ່າທາງແຂນຂົງ ສະເເດງຕໍ່ປະຊາຊົນ ຊ່ຳປະຊາຊົນເປັນຂີ້ຂ້ອຍມາໃຊ້ນີ້ແຫລະ ແຕ່ຄວາມເປັນຈີງແລ້ວປະຊາຊົນຄືເຈົ້!ນາຍຕຳຫລວດຄືຜູ້ຮັບໃຊ້ປະຊາຊົນ ມີຫນ້າທີ່ບຳເລີທຸກ ບຳສຸກ ຂອງລາດຊະດອນ ເຂົາບໍ່ໄດ້ຈ້າງມາໃຫ້ນັ່ງຢ່ບົນຫົວປະຊາຊົນ

ພາວະນາ ພິກຂຸ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍຮູ້ສິເວົ້າຫຍັງ
ເປັນໄປໄດ້ຍາກ ຍັງອີກໄກ. ຖ້າຍັງເປັນແບບທຸກມື້ນີ້ນະ