ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຮັບສອນລົງທຶນ ແລະ ວິເຄາະຫຸ້ນທອງຄໍາ

໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃນປັດຈຸບັນມີບັນດາປະເທດຕ່າງໆທົ່ວໂລກໃຫ້ຄວາມສົນໃຈໃນການລົງທຶນຫຸ້ນໃນຕະຫຼາດອາເມຣິການເປັນອັນດັບ1 ເພາະວ່າເປັນການລົງທຶນທີໃຊ້ທຶນຕໍ່າກວ່າການເຮັດທຸລະກິດທັງປວງ ແລະມີການບໍລິຫານຄວາມສ່ຽງຕໍ່າຕາມທີຕົນເອງຢາກໃຫ້ສ່ຽງຕໍ່າຊໍ່າໃດ. ແລະຫຸ້ນທີຄົນນິຍົມລົງທຶນຫຼາຍແລະເກງກໍາໄລ່ໄດ້ງ່າຍກວ່າໝູ່ກໍ່ຄື" ຫຸ້ນທອງຄໍາ" ແຕ່ວ່າຈະສາມາດເກງກໍາໄລ່ໄດ້ດີຊໍ່າໃດກໍ່ຕ້ອງຂື້ນກັບ ການວິເຄາະຢ່າດີເຖີງ 70% ຂື້ນໄປ. ແຕ່ຖ້າໄປຮຽນຮູ້ຢູ່ຕາມບໍລິສັດຕ່າງໆສ່ວນໃຫ່ຍຈະສອນແບບລວມໆ ບໍ່ເນັ້ນໜັກໃນການວິເຄາະທີຊັດເຈນແລະໂອກາດກໍາໄລ່ກໍ່ອາດຈະເກີດຂື້ນແບບຍາວນານ. ດັ່ງນັ້ນ ຂ້າພະເຈົ້າຈື່ງມີຄວາມຍິນດີ ທີຈະສອນວິເຄາະຫຸ້ນດ້ວຍວິທີການສໍາຄັນຫຼັກໆຄື :
- ເນັ້້ນສອນວິເຄາະທາງດ້ານເທັກນິກ ດ້ວຍການລາກເສັ້ນ ກຼາຟຟິກຕ່າງໆ ໃຫ້ແກ່ທ່ານ
- ເນັ້ນສອນວິເຄາະ ໂດຍໄດ້ຈາກແຫຼ່ງຂ່າວທີສໍາຄັນ
ຫຼັງຈາກທີສອນທາງທິດສະດີຮຽບຮ້ອຍແລ້ວ ກໍ່ຈະໃຫ້ທົດລອງລົງທຶນຕົວຈິງ ໂດຍໃຊ້ໂປຼແກຼມ MT4 ສອນ ນັບຕັ້ງແຕ່ເປີດບັນຊີຢູ່ທະນາຄານໃຫ້ເປັນແລ້ວທໍາການໂອນໄປທີຕະຫຼາດຫຸ້ນໂລກ ດ້ວຍລະບົບທີປອດໄພແລະໝັ້ນໃຈໄດ້ ແລ້ວກ້າວເຂົ້າສູ່ການຄ້າຂາຍດ້ວຍໂປຼແກຼມ ຊື່ງຂ້າພະເຈົ້າມີຄວາມໝັ້ນໃຈ ວ່າທ່ານປະສົບຜົນສໍາເລັດແນ່ນອນ ຖ້າຫາກຜ່ານການຝຶກອົບຮົ່ມທີຂ້າພະເຈົ້າໄດ້ວ່າງອອກມາ ຊື່ງປັດຈຸບັນຂ້າພະເຈົ້າກໍ່ທໍາການລົງທືນໂດຍມີລາຍຮັບຢ່າງນ້ອຍ 90$ /ວັນ ບາງ ວັນກໍ່ 300$/ວັນ ເວົ້າລວມແລ້ວ ເກືອບຕົກຢູ່ 3000$/ເດືອນ ໂອກາດຂາດທຶນແລະເຈ້ງມີພຽງ 5%
ດັ່ງນັ້ນແລ້ວຂ້າພະເຈົ້າຕ້ອງການຢາກພັດທະນາສ້າງສາສັງຄົມຊ່ວຍພັກລັດເຮົາ ຈື່ງມີຄວາມຍິນທີຈະຖ່າຍທອດເຄື່ອງມືອັນລໍ້າຄ່າແລະເໝາະກັບທຸກເພດທຸກໄວ ແມ້ກະທັ້ງເດັກນ້ອຍ 8 ປີ ກໍ່ສາມາດຮຽນຮູ້ແລະລົງທຶນໄດ້ ໃນການເກງກໍາໄລ ສາມາດເຂົ້າໃຈໄດ້ບໍ່ເຖີງເດືອນ
ຖ້າຫາກທ່ານມີຄວາມສົນໃຈສໍາລັບຫົນທາງອັນລໍ້າຄ່ານີ້ ສາມາດຕິດຕໍ່ໄດ້: Tel:020 9691 0911
E-mail: tokyo_tokyoriver@hotmail.com
skype: Tokyo River
Facebook: Tokyo River


໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ຟຮີວະທ່ານ


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຮຽນຢູ່ບໍ່


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຽນຢູ່ໃສ? ສະຖານທີ່ໃດ? ກ.ລ.ນ ບອກລະອຽດແນ່ໂທລະສັບບໍ່ມີເງີນສິໂທ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ສະຫຼຸບແລ້ວທ່ານອາຈານໃຫຍ່ ,ໄດ້ກໍາໄລເດືອນລະຈັກເປີເຊັນ,,,ຍ້ອນຫຍັງໂອກາດຂາດທຶນຈຶ່ງມີພຽງແຕ່5% ເປັນຫຍັງຈັງບໍ່ແມ່ນ10% ຫຼື2% ,,

ເຊຍກໍາມະການສະຫວັນນະເຂດ ຢ່າງສຸດໃຈ

໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕົວຢ່າງ case ທີໜື່ງ: ຜູ້ທີລົງທຶນ 1000$

ເວລາເລືອກ 0.1lot= 100$ = 100%/ຄັ້ງ
ຜູ້ທີຜ່ານການ Training ຜ່ານມາ ຢ່າງຕໍ່າສຸດເກງກໍາໄລ່ໄດ້ປະມານ= 70$/ຄັ້ງ ກໍລະນີເງິນບໍຕິດລົບ ແຕ່ຕິດບວກ ເງິນໂຕ 100$ກໍ່ຈະບໍ່ຖືກຕັດໄປແຕ່ໃດໆເລີຍ ມັນກໍ່ຍັງໃນບັນຊີຄືເກົ່າ ໂຕທີໄດ້ມາກໍ່ຄື 70$/ຄັ້ງ ລາຍຮັບ=170$ /ຄັ້ງ
ລ່າຍຈ່າຍ=100$/ຄັ້ງ
ສະນັ້ນ ກໍາໄລ່ = 70$/ຄັ້ງ
ຖ້າ 1 ວັນເຂົ້າ 3 ຄັ້ງ ກໍ່ກໍາໄລ່ = 3*70$= 210$/3ຄັ້ງ/ວັນ
0.1 lot=100$ =100%
ກໍາໄລ່ 70$/ຄັ້ງ=70%

ສໍາລັບບໍລິຫານຄວາມສ່ຽງນັ້ນກໍ່ຕ້ອງໄດ້ຜ່ານການຮຽນຮູ້ຈິ່ງເຂົ້າໃຈຢ່າງເລິກເຊີ່ງຖ້າອະທິບາຍທາງອອນລາຍມັນຈະຍາວແສນຍາວ(ຄືສຸພາສິດທີວ່າ ບໍ່ມີໃຜເກັ່ງມາແຕ່ເກີດ ທຸກຢ່າງຍ່ອມມີຈຸດເລີມຕົ້ນດ້ວຍການຮຽນຮູ້)

ຖ້າຢາກຮູ້ກໍ່ຕ້ອງມາຖາມຕົວຈິງເພາະຖ້າຖາມແບບເພີນໆທາງອອນລາຍ ບໍ່ມີທາງເຂົ້າໃຈແນ່ນອນ( ຖ້າຢາກມີທຸລະກິດສ່ວນຕົວແບບນີ້
ຖ້າໃຈບໍ່ມັກເຮົາກໍ່ຢູ່ກັບມັນບໍ່ໄດ້ດົນ)
ຖ້າຢາກຮູ້ຄວາມຈິງກໍ່ຕ້ອງສຶກສາຫາຄວາມຈິງ ຖ້າຢາກສຶກສາຫາຄວາມຈິງກໍ່ຕ້ອງຕິດຕໍ່ແລະສະແຫວງຫາເອົາເດີທ່ານ




໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເບີມີເງິນເຕີມບັດ ແລ້ວຈະມີເງິນໃສ່ນໍ້າມັນໄປຫາບໍລິສັດພວກເຮົາໄດ້ຈັ່ງໃດນໍ້ທ່ານເອີຍ :)


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດຽວຂ້າພະເຈົ້າຈະປະເບີໄວ້ ແລະຖ້າຢາກຮຽນຮູ້ແທ້ໆ ກໍ່ໃຫ້ພະຍາຍາມຕິດຕໍ່ມາຫາພວກເຮົາ ແລ້ວຈະແນະນໍາວ່າໃຫ້ປະກອບເອກະສານຫຍັງແດ່ ເຮັດຈັ່ງໃດຈັ່ງໃດ... (ບໍ່ໄດ້ເສຍຄ່າຮຽນແຕ່ຢ່າງໃດ)

TEL: 9691 0911


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ທາງພວກເຮົາຍີນດີສອນທຸກຢ່າງໃຫ້ໂດຍທ່ານ ບໍ່ຈໍາຕ້ອງເສຍຄ່າຮຽນຮູ້
ຖ້າຢາກສຶກສາເພື່ອ ລາຍໄດ້ເພີ່ມເຕີມແທ້ໆ ກໍ່ໃຫ້ຕິດຕໍ່ຫາພວກເຮົາໂລດເດີ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າສົນໃຈທີ່ສຸດ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ຢາກຮຽນຈັງເລີຍ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງເບີ່ງກະບໍ່ເສຍຫາຍຫລາຍ ລອງຢາບ້າຢາອີ[ບໍ່ເຄີຍເດີ]ກະຍັງລອງລະເດ ດຽວສິເມສເສສຫາ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ເປັນຕາສົນໃຈ


໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາແວະເບີງ

..........................................................................
..........................................................................

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Nakhonephet ຂຽນວ່າ...
ດຽວຂ້າພະເຈົ້າຈະປະເບີໄວ້ ແລະຖ້າຢາກຮຽນຮູ້ແທ້ໆ ກໍ່ໃຫ້ພະຍາຍາມຕິດຕໍ່ມາຫາພວກເຮົາ ແລ້ວຈະແນະນໍາວ່າໃຫ້ປະກອບເອກະສານຫຍັງແດ່ ເຮັດຈັ່ງໃດຈັ່ງໃດ... (ບໍ່ໄດ້ເສຍຄ່າຮຽນແຕ່ຢ່າງໃດ)

TEL: 9691 0911



ລາຍລະອຽດແມ່ນ ຕິດ ຕໍ່ທ່ານໂດຍກົງເລີຍຫວະນີ້?

ແລ້ວຈະໂທຫາ ...

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ