ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຄ່າສະເລ່ຍ GDP ຕໍ່ຄົນ ,ເພີ່ມຂື້ນ ມີຄວາມໝາຍແນວໃດ ຕໍ່ກັບຊາວນາຜູ້1

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ຄອບຄົວຂ້ອຍ ແມ່ນຄອບຄົວຂອງຊາວນາ ,ຂ້ອຍບໍ່ໄດ້ຮຽນເສດຖະສາດກະເລີຍມີຂໍ້ຂອງໃຈ ,ຢາກຮູ້ວ່າຄ່າສະເລ່ຍ GDP ຕໍ່ຄົນ ,ເພີ່ມຂື້ນ ມີຄວາມໝາຍແນວໃດ ຕໍ່ກັບຊາວນາຜູ້1,


ຄອບຄົວຂ້ອຍ ແມ່ນຄອບຄົວຊາວນາ ,ຂ້ອຍບໍ່ໄດ້ຮຽນເສດຖະສາດກະເລີຍບໍ່ມີຄວາມເຂົ້າໃຈ ໃນເລື່ອງນີ້, ລູງຂອງຂ້ອຍມີອາຊີບເຮັດນາເປັນຕົ້ນຕໍ,ລາວຟັງຈາກວິທະຍຸ ໄດ້ຍິນວ່າ ຄ່າສະເລ່ຍGDPຕໍ່ຄົນ ຂອງຄົນລາວແມ່ນເພີ່ມຂື້ນທຸກປີ,ແຕ່ລາວສັງເກດເບິງວ່າ ລາຍຮັບແຕ່ລະປີຂອງ ລາວພັດບໍ່ເພີ່ມຂື້ນ,ສ່ວນລູກຂອງລາວ ແມ່ນມີອາຊີບເປັນພະນັກງານ ເງິ່ນເດືອນຂອງລູກລາວກະຄືກັບປີກ່ອນໆ, ລາວເລີຍຢາກຖາມວ່າ ຄ່າສະເລ່ຍGDPຕໍ່ຄົນ ເພີ້ມຂື້ນແມ່ນເລື່ອງທີ່ໜ້າຍິນດີ ສໍາລັບຊາວນາ (ປະຊາຊົນບ້ານເຮົາ90ເປີເຊັນແມ່ນມີອາຊີບກະຊິກໍາ)? ຄ່າສະເລ່ຍGDPຕໍ່ຄົນ ເພີ້ມຂື້ນ ແມ່ນຜົນສໍາເລັດຂອງການແກ້ໄຂຄວາມທຸກຍາກ?


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າ ຊາວກະສິກອນເກືອບວ່າບໍ່ມີຄວາມໝາຍຫຍັງ ລາຄາເຂົ້າ ລາຄາພັກມີ່ສີ່ໃບ ຂາຍສ່ຳເກົ່າ ແຕ່ຄົນທີ່ໄດ້ຄືຜູ້ທີ່ເອົາໄປຂາຍຕໍ່ ດຽວກະວ່າເງິນບາດຂື້ນ ນ້ຳມັນຂື້ນ ສາລະພັດ ຂະໜາດແມ່ຄ້າທີ່ເອົາໝາກພ້າວນຳສວນຂອງປະຊາຊົນມາຂາຍຕໍ່ກະຍັງວ່າເງິນບາດຂື້ນ ງົງໝາກພ້າວໄປກ່ຽວຫຍັງກັບເງິນບາດຊື້ຢູ່ບ້ານເຮົາ ຂາຍຢູ່ບ້ານເຮົາກະຍັງວ່າຂື້ນຍ້ອນເງິນບາດ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແນ່ GDP ອາດເພີ່ມຍ້ອນມີຄົນຕ່າງປະເທດມາລົງທຶນຢູ່ລາວ ກະຊິເອົາມາບວກໃສ່ກັນບໍ
ຫລືຊັ້ນກະຂໍ້ມູນສູງເກີນຈິງ


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ຂໍໃຫ້ຜູ້ທີ່ຮຽນກ່ຽວກັບເສດຖະສາດ ເຂົ່າມາໃຫ້ຄໍາເຫັນແນ່, ເປັນການທວນຄືນບົດຮຽນ,,ແລະສອນຜູ້ທີ່ບໍ່ໄດ້ຮຽນ


໗ ກະທູ້
໕໐໔ ໂພສ
ຊຳນານການເວັບບອດ
ມາຈອບເບິ່ງນຳ

ຮັກເຈົ້າເດີ...!!!

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ຄືຊິບໍ່ມີຄວາມໝາຍຫຍັງເພາະ ເງິນຂອງລາວບໍ່ໄດ້ເພີ້ມຂື້ນ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລວມຍອດຜະລິດຕະພັນພາຍໃນ (ຈີດີພີ ຫຼື GDP(ພາສາອັງກິດ)) ແມ່ນ ຫົວໜ່ວຍພື້ນຖານໃນການວັດແທກ ຜົນຜະລິດທາງດ້ານເສດຖະກິດ ຂອງ ປະເທດ ຫຼື ເສດຖະກິດໃດໜຶ່ງ. ຈີດີພີ ສາມາດວັດແທກ ໄດ້​ 3 ວິທີ ເຊິ່ງໂດຍຫຼັກການແລ້ວ ຈະອອກມາເປັນຄ່າດຽວກັນ.
ແບບຕາມຜົນຜະລິດ
ແບບຕາມລາຍຮັບ
ແບບຕາມລາຍຈ່າຍ
ໂຕຢ່າງ:
ແບບຕາມລາຍຈ່າຍ:
ຈີດີພີ = ການຊົມໃຊ້ພາກເອກະຊົນ + ການລົງທຶນລວມ + ລາຍຈ່າຍລັດຖະບານ + (ການສົ່ງອອກ − ການນຳເຂົ້າ), ຫຼື

ແບບຕາມຜົນຜະລິດ
ມູນຄ່າເພີ່ມລວມ = ມູນຄ່າເພີ່ມຂອງທຸກຫົວໜ່ວຍການຜະລິດ = ມູນຄ່າຂາຍຜະລິດຕະພັນ - ມູນຄ່າວັດຖຸດິບເພື່ອການຜະລິດຜະລິດຕະພັນ
ແບບຕາມລາຍຮັບ
GDP = ຄ່າແຮງງານລູກຈ້າງ + ລວມກຳໄລທຸລະກິດ + ລວມກຳໄລອື່ນໆ + ພາສີອາກອນ - ເງິນຊ່ອຍເຫຼືອໃນການຜະລິດແລະນຳເຂົ້າ
GDP = COE + GOS + GMI + TP & M - SP & M


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຢາກຮູ້ຫລາຍກໍ່ຕ້ອງໄປຊອກຂໍ້ມູນວ່າລາຍຮັບລາຍໄດ້ ລະການຜະລິດຂອງຄົນ ຈຳນວນຫລາຍເບີ່ງວ່າເຂົາເປັນແນວໃດຖືກຕາມທີ່ພັກລັດເພີ່ນວ່າບໍ່ ຈະໃຫ້ເບີ່ງແຕ່ຈຸດໆໆຫນື່ງຈຸດດຽວ ຫລືກຸ່ມຄົນຫນື່ງແລ້ວມາອີງຕາມຂໍ້ມູນທີ່ມີມັນບໍ່ໄດ້ຜົນ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຂ້ອຍສະຫລຸບ ຖ້າ ຈິດີພີ ເພີ່ມ = ຄ່າແຮງງານລູກຈ້າງ + ລວມກຳໄລທຸລະກິດ + ລວມກຳໄລອື່ນໆ + ພາສີອາກອນ - ເງິນຊ່ອຍເຫຼືອໃນການຜະລິດແລະນຳເຂົ້າ
ສະແດງເຂົາມີກຳໄລເພີ່ມຂື້ນ ບໍ່ຕິດຄ່າລົບ ແລ້ວເຂົາກະຈະຄ່ອຍຫລຸດອອກຈາກຄວາມທຸກຍາກ


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ສາວຂ້າງເທິງຕອບລະອຽດຫຼາຍສົມກັບໄດ້ຮຽນມາ ,,


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
GDP = Goo Daek Phoudiew ຫລັກການນີ້ແມ່ນຫລັກການຂອງພວກໂຈນ ສ້າງຂື້ນມາເພື່ອຕົບຕາຄົນບໍ່ຮູ້ຂີ້ຫມູຕາກາ
ແລະ ເພື່ອໃຫ້ຕົວເອງເບິ່ງຄືວ່າບໍ່ໄດ້ເອົາປຽບໃຜ
ເຖິງ GPD ຊິເພີ່ມຂື້ນພັນເທື່ອແຕ່ການກະຈາຍລາຍໄດ້ບໍ່ມີປະສິດຕິພາບ
ຊາວນາກໍ່ຕ້ອງກິນແກບຕໍ່ໄປ,


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ມາຈອບ


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
GDP = Goo Daek Phoudiew ຫລັກການນີ້ແມ່ນຫລັກການຂອງພວກໂຈນ ສ້າງຂື້ນມາເພື່ອຕົບຕາຄົນບໍ່ຮູ້ຂີ້ຫມູຕາກາ
ແລະ ເພື່ອໃຫ້ຕົວເອງເບິ່ງຄືວ່າບໍ່ໄດ້ເອົາປຽບໃຜ
ເຖິງ GPD ຊິເພີ່ມຂື້ນພັນເທື່ອແຕ່ການກະຈາຍລາຍໄດ້ບໍ່ມີປະສິດຕິພາບ
ຊາວນາກໍ່ຕ້ອງກິນແກບຕໍ່ໄປ,



ເປັນຄໍາຕອບທີ່ຄັກທີ່ສຸດ,,ເງິນຂອງນາຍທຶນເພີ່ມຂື້ນ ເຮັດໃຫ້ຄ່າສະເລ່ຍGDPເພີ່ມຂື້ນ , ສ່ວນຊາວກະຊິກໍາ90ເປີເຊັນຂອງພົນລະເມືອງທັງໝົດລາຍຮັບຍັງສໍາເກົ່າ ,,ເນື່ອງຈາກ2020 ຄ່າສະເລ່ຍ GDP ເພີ່ມຂື້ນ ປະເທດລາວຈະຫຼຸດອອກຈາກຄວາມດ້ອຍພັດທະນາ ,ສ່ວນວ່າຊາວກະຊິກໍາແມ່ນຍັງຄືເກົາ,


໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ມາຈອບເບິ່ງນຳ


໒ ກະທູ້
໒໒໓ ໂພສ
ນັກການກະທູ້
GDP ເພີ່ມຂື້ນ ແຕ່ປະຊາຊົນຍັງຍາກຈົນຄືເກົ່າ ເພາະວ່າຄົນທີ່ລວຍ ຕ້ອງລວຍເພີ່ມຂື້ນ ແຕ່ຄົນຈົນຍັງຈົນຄືເກົ່າ... ສົມມຸດວ່າ ລາວສົ່ງສົ່ງຄຳອອກຫຼາຍໆໆ GDP ກໍ່ເພີ່ມຂື້ນ ແຕ່ ທ້າວ ກໍ ທ້າວ ຂໍ ປະຊາຊົນບ້ານນອກບ້ານນາ ຍັງມີຖານະ ຊີວິດຄືເກົ່າຢູ່ເລີຍ


໒ ກະທູ້
໒໒໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
GDP = Goo Daek Phoudiew ຫລັກການນີ້ແມ່ນຫລັກການຂອງພວກໂຈນ ສ້າງຂື້ນມາເພື່ອຕົບຕາຄົນບໍ່ຮູ້ຂີ້ຫມູຕາກາ
ແລະ ເພື່ອໃຫ້ຕົວເອງເບິ່ງຄືວ່າບໍ່ໄດ້ເອົາປຽບໃຜ
ເຖິງ GPD ຊິເພີ່ມຂື້ນພັນເທື່ອແຕ່ການກະຈາຍລາຍໄດ້ບໍ່ມີປະສິດຕິພາບ
ຊາວນາກໍ່ຕ້ອງກິນແກບຕໍ່ໄປ,


55555 ຮຽນຈົບເສດຖະສາດ 5 ປີ (2003-2008) ຫາກະມາຮູ້ມື້ນີ້ ວ່າ GDP ແມ່ນຍໍ້ມາຈາກ Goo daek phoudiew ຂໍຫົວອີກແດ່ເດີ 55555555555


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
International Monetary Fund (2011)[3] World Bank (2010)[4] CIA World Factbook (2010)[5]
Rank Country Intl. $
1 Qatar 102,891
2 Luxembourg 84,829
3 Singapore 59,936
4 Norway 53,376
5 Brunei 49,517
— Hong Kong 49,342
6 United Arab Emirates 48,597
7 United States 48,147
8 Switzerland 43,508
9 Netherlands 42,330
10 Austria 41,805
11 Australia 40,836
12 Kuwait 40,740
13 Sweden 40,613
14 Canada 40,457
15 Ireland 39,507
16 Iceland 38,079
17 Germany 37,935
18 Taiwan 37,931
19 Denmark 37,741
20 Belgium 37,677
21 Finland 36,723
22 United Kingdom 35,974
23 France 35,048
24 Japan 34,362
25 Korea, South 31,753
26 Israel 31,004
27 Bahamas, The 30,961
28 Spain 30,622
— European Union[6] 30,455
29 Italy 30,165
30 Slovenia 29,179
31 Cyprus 29,100
32 New Zealand 27,966
33 Greece 27,624
34 Bahrain 27,368
35 Oman 26,272
36 Czech Republic 25,933
37 Malta 25,782
38 Seychelles 24,724
39 Saudi Arabia 24,056
40 Barbados 23,624
41 Slovakia 23,384
42 Portugal 23,204
43 Antigua and Barbuda 22,119
44 Trinidad and Tobago 20,301
45 Estonia 20,182
46 Poland 20,136
47 Hungary 19,647
48 Equatorial Guinea[7] 19,357
49 Lithuania 18,769
50 Croatia 18,338
51 Argentina 17,376
52 Russia 16,687
53 Saint Kitts and Nevis 16,457
54 Botswana 16,279
55 Chile 16,171
56 Gabon 16,021
57 Lebanon 15,596
58 Malaysia 15,578
59 Uruguay 15,469
60 Latvia 15,448
61 Mexico 15,121
62 Mauritius 15,015
63 Belarus 14,948
64 Turkey 14,615
65 Dominica 13,664
66 Panama 13,595
67 Bulgaria 13,562
68 Grenada 13,353
69 Kazakhstan 13,059
70 Saint Lucia 12,954
71 Venezuela 12,407
72 Romania 12,357
73 Iran 12,258
74 Brazil 11,845
75 Saint Vincent and the Grenadines 11,731
76 Costa Rica 11,562
77 Montenegro 11,228
78 South Africa 10,977
— World[8] 10,922
79 Serbia 10,661
80 Macedonia, Republic of 10,369
81 Azerbaijan 10,216
82 Colombia 10,155
83 Peru 10,000
84 Thailand 9,693
85 Tunisia 9,557
86 Suriname 9,492
87 Dominican Republic 9,289
88 Jamaica 9,003
89 Maldives 8,402
90 China, People's Republic of 8,394
91 Ecuador 8,335
92 Belize 8,275
93 Bosnia and Herzegovina 8,174
94 Albania 7,780
95 El Salvador 7,595
96 Guyana 7,541
97 Tonga 7,528
98 Turkmenistan 7,518
99 Namibia 7,276
100 Algeria 7,210
101 Ukraine 7,198
102 Kosovo[9] 6,616
103 Egypt 6,504
104 Kiribati 6,212
105 Samoa 6,022
106 Bhutan 6,019
107 Angola 5,910
108 Jordan 5,900
109 Sri Lanka 5,609
110 Paraguay 5,548
111 Georgia 5,430
112 Armenia 5,395
113 Swaziland 5,179
114 Syria 5,078
115 Morocco 5,069
116 Guatemala 5,033
117 Vanuatu 4,938
118 Bolivia 4,843
119 Indonesia 4,668
120 Fiji 4,624
121 Congo, Republic of the 4,613
122 Mongolia 4,509
123 Honduras 4,350
124 Philippines 4,111
125 Cape Verde 3,973
126 Iraq 3,877
127 India 3,703
128 Moldova 3,382
129 Vietnam 3,354
130 Uzbekistan 3,293
131 Solomon Islands 3,291
132 Nicaragua 3,185
133 Ghana 3,081
134 Timor-Leste 3,071
135 Sudan + South Sudan 2,981
136 Pakistan 2,791
137 Laos 2,659
138 Djibouti 2,650
139 Nigeria 2,589
140 Yemen 2,520
141 Papua New Guinea 2,505
142 Kyrgyzstan 2,380
143 Cambodia 2,286
144 Cameroon 2,256
145 Mauritania 2,212
146 Gambia, The 2,116
147 Tajikistan 2,039
148 São Tomé and Príncipe 1,985
149 Senegal 1,893
150 Chad 1,880
151 Kenya 1,750
152 Bangladesh 1,697
153 Zambia 1,612
154 Côte d'Ivoire 1,571
155 Tanzania 1,505
156 Benin 1,491
157 Burkina Faso 1,456
158 Lesotho 1,425
159 Mali 1,328
160 Nepal 1,328
161 Burma 1,327
162 Rwanda 1,318
163 Uganda 1,305
164 Haiti 1,241
165 Comoros 1,235
166 Guinea-Bissau 1,138
167 Ethiopia 1,092
168 Guinea 1,086
169 Mozambique 1,085
170 Afghanistan 965
171 Madagascar 943
172 Togo 892
173 Malawi 852
174 Sierra Leone 846
175 Niger 795
176 Central African Republic 774
177 Eritrea 731
178 Zimbabwe 471
179 Burundi 430
180 Liberia 416
181 Congo, Democratic Republic of the 347
- Libya n/a
- Tuvalu[9] n/


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
GDP ເພີ່ມຂື້ນໝາຍເຖິງລາຍໄດ້ແຫ່ງຊາດເພີ່ມຂື້ນ, ລາຍໄດ້ແຫ່ງຊາດເພີ່ມຂື້ນກໍ່ໝາຍເຖິງລັດມີເງິນຫຼາຍຂື້ນ ລັດມີເງິນຫຼາຍເພິ່ນກໍ່ນຳເງິນຈຳນວນນັ້ນມາສ້າງລະບົບສາທາລະນຸປະໂພກເຊັ່ນ ໂຮງຮຽນ ໂຮງໝໍ ເສັ້ນທາງ ໄຟຟ້າ ນຳປະປາ ແລະອື່ນໆ...ໃຫ້ປະຊາຊົນໄດ້ສົມໃຊ້ຢ່າງສະດວກ.ຖ້າເພິ່ນເຮັດແຕ່ວ່າຢ້ານແຕ່ເພິ່ນໄປໃຊ້ໃນທາງສ່ວນຕົວກໍ່ບໍ່ຈັກແຫຼ໋ວ...!


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
GDP ເພີ່ມຂື້ນໝາຍເຖິງລາຍໄດ້ແຫ່ງຊາດເພີ່ມຂື້ນ, ລາຍໄດ້ແຫ່ງຊາດເພີ່ມຂື້ນກໍ່ໝາຍເຖິງລັດມີເງິນຫຼາຍຂື້ນ ລັດມີເງິນຫຼາຍເພິ່ນກໍ່ນຳເງິນຈຳນວນນັ້ນມາສ້າງລະບົບສາທາລະນຸປະໂພກເຊັ່ນ ໂຮງຮຽນ ໂຮງໝໍ ເສັ້ນທາງ ໄຟຟ້າ ນຳປະປາ ແລະອື່ນໆ...ໃຫ້ປະຊາຊົນໄດ້ສົມໃຊ້ຢ່າງສະດວກ.ຖ້າເພິ່ນເຮັດແຕ່ວ່າຢ້ານແຕ່ເພິ່ນໄປໃຊ້ໃນທາງສ່ວນຕົວກໍ່ບໍ່ຈັກແຫຼ໋ວ...!


ໂອຍບໍ່ຕ້ອງຄິດໃຫ້ມັນເຈັບຫົວດອກ, GDP ນັ້ນມັນກໍ່ເປັນພຽງພາສາອັງກິດແລະ, ພວກທ່ານທີ່ມີກຽດທັງຫລາຍຫັ້ນເຂົາບໍ່ສົນໃຈໃຜດອກ,​ ງົບຂອງລັດ ເພີມຂື້ນ, ຄວາມໝາຍມີເງິນແລ້ວກໍ່ຫາແນວເຮັດຕາມແນວຄວາມຄິດຂອງເພີ່ນເທົ່ານັ້ນລະບໍ່, ເຮັດຍັງກະບໍ່ຕົງເປົ້າໝາກຫົວໃຈຂອງປະຊາຊົນດອກ. ອີ່ຍັງກໍ່ເພື່ອອັນນັ້ນຂອງເຂົາຫັ້ນແລ້ວ. ດີທີ່ສຸດເຮົາມີພື້ນທີ່ທຳການຜະລິດຕ້ອງເຮັດໃຫ້ເກີດມີເຂົ້າເຕັ້ມເລົ້າ, ປາແດກເຕັມໄຮກໍ່ພໍແລ້ວລະໝູ່ເອີຍ, ບໍ່ຕຈ້ອງເພື່ອໃຜ, ເພາະບໍ່ມີໃຜເພື່ອເຮົາ, ມີພຽງແຕ່ລົມປາກເທົ່ານັ້ນລະ.


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ເຫຼືອມາປູທາງໃຫ້ຊາວນາໄດ້ຂີ່ລົດໄຖຢຽບແດ່ເດີ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໗ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ເຫຼືອມາປູທາງໃຫ້ຊາວນາໄດ້ຂີ່ລົດໄຖຢຽບແດ່ເດີ


ຄົງຈະຍາກເດີ້ ສາວ ເພາະວ່າເພິ່ນຢ້ານ ທາງຊິເພ ເວລາຊາວນາເອົາຕີນເຫຼັກໃສ່ແລ່ນນຳຫົນທາງ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
GDP ຫຍໍ້ມາຈາກ Gross Domestic Product ໝາຍຖຶງ ຜົນຜລິດທີ່ປະເທດໄດ້ຜລິດອອກມາ ຖ້າຜົນຜລິດເພີ່ມຂຶ້ນ ສະແດງວ່າປະເທດມີລາຍໄດ້ເພີ່ມຂຶ້ນ ມີສິນຄ້າຫລາຍຈົນສາມາດສົ່ງອອກຂາຍຕ່າງປະເທດໄດ້ ສົ່ງຜົນກະທົບໃຫ້ປະເທດມີເງິນຫລາຍ ຄ່າເງິນສູງ(ແຂັງຄ່າ)
#ປະຊາຊົນມີລາຍໄດ້ເພີ້ມເນື່ອງຈາກມີລາຍໄດ້ໃນການຜລິດຫລືເອົາອີ່ຫຍັງບາງຢ່າງໄປສົ່ງຂາຍໃຫ້ຮ້ານຂາຍຫລືໂຮງງານ ເຊັ່ນ ສົມມຸດວ່າ
ປະເທດລາວ ສົ່ງໄຂ່ອອກຂາຍຕ່າງປະເທດ ສົ່ງເຂົ້າ ສົ່ງສິ້ນ ສົ່ງຢາງ ສົ່ງເສື້ອ ສົ່ງຊີ້ນໄກ່ ສົ່ງຊີ້ນຫມູ ສົ່ງຫມາກໄມ້ ສົ່ງກະເຟ ສົ່ງອະໄຫລ່ລົດຈັກ ສົ່ງໄຟຟ້າ ສົ່ງອິນເຕີເນດ ທັງເໝິດນີ້ ອອກຂາຍຕ່າງປະເທດ ໃນນັ້ນກະແມ່ນເຂົ້າ ທີ່ສົ່ງອອກ ແນ່ນອນ ຕ້ອງມີນັກລົງທຶນລາຍໃຫຍ່ ມາຈ້າງຊາວນາເປັນຈຳນວນຫລາຍຮ້ອຍຄອບຄົວເພື່ອຜລິດເຂົ້າສົ່ງໃຫ້ໂກດັງຂອງເຂົາ ແລະ 1 ໃນຫລາຍຮ້ອຍຄອບຄົວກໍ່ປະກອບມີຄອບຄົວຂອງທ່ານນຳ ທີ່ຖືກຈ້າງລວມນຳກັນກັບຫລາຍຮ້ອຍຄອບຄົວນັ້ນ ສົ່ງຜົນໃຫ້ລາຍຮັບຄອບຄົວທ່ານດີ ຖານະດີຂຶ້ນ ມີລົດຈັກສະກຸບປີ້ໄອຂີ່ ມີໄອເດຍປູກເຂົ້າໃຫ້ຫລາຍຂຶ້ນອີກເພື່ອໃຫ້ໄດ້ກຳໄລຫລາຍອີກ
ນິແລະGDPຈຶ່ງມີຄວາມຫມາຍ ແລະ ຄວາມສຳຄັນ ຕໍ່ທ່ານແລະປະຊາຊົນທຸກຊັ້ນຄົນ

ສະຫລຸບ GDP ແມ່ນເສດຖະກິດໂດຍລວມຂອງປະເທດ ບໍ່ແມ່ນຄ່າຄອງຊີບ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ arunya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
GDP = Goo Daek Phoudiew ຫລັກການນີ້ແມ່ນຫລັກການຂອງພວກໂຈນ ສ້າງຂື້ນມາເພື່ອຕົບຕາຄົນບໍ່ຮູ້ຂີ້ຫມູຕາກາ
ແລະ ເພື່ອໃຫ້ຕົວເອງເບິ່ງຄືວ່າບໍ່ໄດ້ເອົາປຽບໃຜ
ເຖິງ GPD ຊິເພີ່ມຂື້ນພັນເທື່ອແຕ່ການກະຈາຍລາຍໄດ້ບໍ່ມີປະສິດຕິພາບ
ຊາວນາກໍ່ຕ້ອງກິນແກບຕໍ່ໄປ,



ເປັນຄໍາຕອບທີ່ຄັກທີ່ສຸດ,,ເງິນຂອງນາຍທຶນເພີ່ມຂື້ນ ເຮັດໃຫ້ຄ່າສະເລ່ຍGDPເພີ່ມຂື້ນ , ສ່ວນຊາວກະຊິກໍາ90ເປີເຊັນຂອງພົນລະເມືອງທັງໝົດລາຍຮັບຍັງສໍາເກົ່າ ,,ເນື່ອງຈາກ2020 ຄ່າສະເລ່ຍ GDP ເພີ່ມຂື້ນ ປະເທດລາວຈະຫຼຸດອອກຈາກຄວາມດ້ອຍພັດທະນາ ,ສ່ວນວ່າຊາວກະຊິກໍາແມ່ນຍັງຄືເກົາ,



ເຫັນດີນຳ ການເພີ່ມຂື້ນຂອງ GDP ມັນເປັນການຄິດທາງເສດຖະສາດ ແຕ່ໃນການພັດທະນາຕົວຈີ່ງ ການກະຈາຍລາຍໄດ້ເປັນສີ່ງສຳຄັນທີ່ສຸດ ເຊັ່ນ ເອົາຜູ້ຂີ່ລົດ Lexus ລາຄາແພງມາສະເລັຍໃສ່ຄົນຂີ່ລົດຖີບຈັກ 4 ຄົນ ຜົນອອກມາ ກໍໍ່ໄດ້ຂີ່ Vigo ໝົດທຸກຄົນລະເນາະ...ສະນັ້ນ ການວັດຈາກ GDP ຈະບໍ່ສາມາດເວົ້າໄດ້ວ່າປະຊາຊົນສາມາດພົ້ນອອກຈາກຄວາມທຸກຫຍາກໄດ້ຢ່າງແທ້ຈິງ