ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຈີນສະເໜີຮ່ວມພັດທະນາດາວທຽມໃນ ສປປລາວ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ­ນັບ​ຂອງ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ ຂອງ​ກຸ່ມ​ບໍ­ລິ­ສັດ​ອຸດ­ສາ­ຫະ­ກຳ​ຂໍ້​ມູນ​ຂ່າວ­ສານ ລິນ​ໄຮ ເຊິນ​ຕູ ສປ.ຈີນ ນຳ​ໂດຍ​ທ່ານ ສຈ.ດຣ. ຊາວ ຮີ​ບິງ ສາ​ສະ​ດາ​ຈານ​ປະ­ຈຳ​ມະ­ຫາ­ວິ­ທະ­ຍາ­ໄລ​ນັກ­ເສດ­ຖະ­ກິດ​ຂອງ​ກຸ່ມ​ບໍ­ລິ­ສັດ​ລິນ​ໄຮ ໃນ​ໂອ­ກາດ​ທີ່​ໄດ້​ເດີນ­ທາງ​ເຂົ້າ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ຊຶ່ງ​ພິ­ທີ​ຕ້ອນ­ຮັບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກໍ­ລະ­ກົດ 2012 ທີ່​ຫ້ອງ​ວ່າ­ການ​ລັດ­ຖະ­ບານ.

ໃນ​ໂອ­ກາດ​ດັ່ງ­ກ່າວ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ໃຫ້­ການ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ສະ­ແດງ​ຄວາມ​ຊົມ­ເຊີຍ​ໃນ​ການ​ເດີນ­ທາງ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ການ​ເສີມ​ສ້າງ​ສາຍ​ພົວ­ພັນ​ລະ­ຫວ່າງ​ສອງ​ປະ­ເທດ ກໍ​ຄື​ປະ­ຊາ­ຊົນ ລາວ-ຈີນ ທີ່​ມີ​ມາ​ດົນ​ນານ ໃຫ້​ໄດ້​ຮັບ​ການ​ຂະ­ຫຍາຍ­ຕົວ ໂດຍ​ສະ­ເພາະ​ການ​ມາ​ຢ້ຽມ­ຢາມ​ຄັ້ງ​ນີ້ ແມ່ນ​ເພື່ອ​ຊຸກ­ຍູ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ສັນ­ຍາ ແລະ ພັດ­ທະ­ນາ​ໂຄງ­ການ​ດາວ​ທຽມ ຊຶ່ງ​ຈະ​ເປັນ​ການ​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ອຸດ­ສາ­ຫະ­ກຳ​ການ​ສື່­ສານ​ຜ່ານ​ດາວ​ທຽມ​ຂອງ​ລາວ.

ສຳ­ລັບ​ຈຸດ­ປະ­ສົງ​ຂອງ​ການ​ເດີນ­ທາງ​ມາ ສປປ ລາວ ຄັ້ງ​ນີ້ ແມ່ນ​ເພື່ອ​ມາ​ພົວ­ພັນ​ການ​ລົງ­ທຶນ​ເພື່ອ​ພັດ­ທະ­ນາ​ໂຄງ­ການ​ດາວ​ທຽມ​ລາວ ນຳ​ໃຊ້​ຕຳ­ແໜ່ງ​ວົງ​ໂຄ­ຈອນ 126°E ຂອງ ສປປ ລາວ ແລະ ໄດ້​ເຊັນ​ສັນ­ຍາ​ກັບ​ລັດ­ຖະ­ບານ​ລາວ ໃນ​ວັນ​ທີ 15 ມິ­ຖຸ­ນາ 2012 ຜ່ານ​ມາ ວ່າ​ດ້ວຍ​ບໍ­ລິ­ສັດ​ຮ່ວມ​ທຶນ ໂຄງ­ການ​ພັດ­ທະ­ນາ​ທຸ­ລະ​ກິດ​ການ​ນຳ​ໃຊ້​ຕຳ­ແໜ່ງ​ວົງ​ໂຄ­ຈອນ 126°E ຂອງ ສປປ ລາວ ແລະ ກໍ່­ສ້າງ​ອຸດ­ສາ­ຫະ­ກຳ​ການ​ສື່­ສານ​ຜ່ານ​ດາວ​ທຽມ​ຢູ່ ສປປ ລາວ ເປັນ­ຕົ້ນ ສ້າງ​ເຂດ​ອຸດ­ສາ­ຫະ­ກຳ​ດາວ​ທຽມ ລວມ​ມີ​ສະ­ຖານ­ທີ່​ຄົ້ນ­ຄວ້າ ສູນ​ຜະ­ລິດ​ລະ­ບົບ​ອຸ­ປະ­ກອນ​ສື່­ສານ​ຜ່ານ​ດາວ​ທຽມ ວິ­ທະ­ຍາ​ການ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ເຕັກ​ໂນ​ໂລ​ຊີ​ຊອບ​ແວ ບ້ານ​ພັກ​ຜູ້​ຊ່ຽວ­ຊານ ແລະ ບໍ­ລິ­ສັດ​ຜູ້​ຮ່ວມ​ທຶນ ການ​ລົງ­ທຶນ​ທັງ​ໝົດ ປະ­ມານ 960 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື​ປະ­ມານ 7.680 ຕື້​ກີບ ຄ່າ​ຈົດ​ທະ­ບຽນ 300 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 2.400 ຕື້​ກີບ ຊຶ່ງ​ບໍ­ລິ­ສັດ​ເອ​ເລັກ​ໂຕຣ​ນິກ ລິນ​ໄຮ ເຊິນ​ຕູ ຈຳ­ກັດ ຈະ​ປະ­ກອບ​ການ​ລົງ­ທຶນ​ເປັນ​ເງິນ­ສົດ ແລະ ວັດ­ຖຸ​ອຸ­ປະ­ກອນ​ເຕັກ­ນິກ ຊຶ່ງ​ລັດ­ຖະ­ບານ​ລາວ ຈະ​ປະ­ກອບ​ທຶນ​ໂດຍ​ເອົາ​ມູນ​ຄ່າ​ຊັບ­ພະ­ຍາ­ກອນ ສິດ​ນຳ​ໃຊ້​ຕຳ­ແໜ່ງ 126°E ແລະ ຊັບ­ພະ­ຍາ­ກອນ​ຄື້ນ​ຄວາມ​ຖີ່ ທີ່​ດິນ​ສຳ­ລັບ​ການ​ກໍ່­ສ້າງ​ສະ­ຖາ­ນີ​ດາວ​ທຽມ​ພາກ​ພື້ນ​ດິນ ການ​ກໍ່­ສ້າງ​ອຸດ­ສາ­ຫະ­ກຳ​ເອ​ເລັກ​ໂຕຼ​ນິກ​ການ​ສື່­ສານ​ຜ່ານ​ດາວ​ທຽມ ແລະ ຊັບ​ສິນ​ອື່ນໆ (ຖ້າ​ມີ).

ປັດ­ຈຸ­ບັນ ບໍ­ລິ­ສັດ ເອ​ເລັກ​ໂຕຼ​ນິກ ລິນ​ໄຮ ເຊິນ​ຕູ ຈຳ­ກັດ ພວມ​ກະ­ກຽມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດ​ສ້າງ­ຕັ້ງ​ບໍ­ລິ­ສັດ​ຈຳ­ກັດ ແລະ ກຽມ​ດຳ­ເນີນ​ການ​ລົງ­ມື ຊຶ່ງ​ກ່ອນ​ອື່ນ​ໝົດ ເລີ່ມ​ສ້າງ​ດາວ​ທຽວ ແລະ ສະ­ຖາ­ນີ​ຄວບ​ຄຸມ​ບັນ­ຊາ​ພາກ​ພື້ນ​ດິນ ຕິດ­ຕໍ່​ດ້ວຍ​ການ​ກໍ່­ສ້າງ​ອຸດ­ສາ­ຫະ­ກຳ​ດ້ານ​ການ​ສື່­ສານ​ຜ່ານ​ດາວ​ທຽມ ເພື່ອ​ເລັ່ງ​ລັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ນີ້​ໃຫ້​ເປັນ​ຮູບ​ປະ​ທຳ ແລະ ມີ​ຜົນ­ສຳ­ເລັດ​ທັນ​ກຳ­ນົດ​ເວ­ລາ​ໂດຍ​ໄວ.



ອ້າງອີງຈາກ



http://www.vientianemai.net/teen/khao/1/6958

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດ!!! ທູ້!!!!



໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີ

ພັນທະຫົວໃຈ::

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ດາວທຽມໂຕເກົ່າຊື່ ລາວສະຕ່າ ຫັ້ນເດ້ຊັ້ນຫາຍໄປໃສລະໄດ້ຍິນວ່າສິຍິງຂຶ້ນສູ່ວົງໂຄຈອນແຕ່ປີ 2000ຕອນນັ້ນຂ້ອຍກະຍັງນ້ອຍ ແລະກະບໍ່ໄດ້ອອກຈາກປະເທດລາວເທື່ອຊ້ຳ
ດຽວນີ້ຂ້ອຍຈົນໃຫຍ່ເປັນບ່າວລະຫາຍຈ້ອຍໄລ້ວີ່ແວວ ຮູ້ສຶກວ່າເລື່ອງນີ້ເຄີຍໄດ້ຍິນຊື່ໃຜວ່າາາາາາາ ອອກຜິດສະໄຫມນີ້ແລະຈື່ບໍ່ໄດ້ເວີຍ ຕອນນັ້ນປະເທດເພື່ອນບ້ານຍັງອິດສາ
ວ່າລາວຊິມີດາວທຽມເປັນຂອງຕົວເອງເຖິງ 2 ດວງແຕ່ມາບັດນີ້ພັດວ່າຊິພັດທະນາໃຫມ່ງົງ ລະໂຕເກົ່າເອົາໄປໄວ້ໃສ???


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຫຼາຍ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ດາວທຽມໂຕເກົ່າຊື່ ລາວສະຕ່າ ຫັ້ນເດ້ຊັ້ນຫາຍໄປໃສລະໄດ້ຍິນວ່າສິຍິງຂຶ້ນສູ່ວົງໂຄຈອນແຕ່ປີ 2000ຕອນນັ້ນຂ້ອຍກະຍັງນ້ອຍ ແລະກະບໍ່ໄດ້ອອກຈາກປະເທດລາວເທື່ອຊ້ຳ
ດຽວນີ້ຂ້ອຍຈົນໃຫຍ່ເປັນບ່າວລະຫາຍຈ້ອຍໄລ້ວີ່ແວວ ຮູ້ສຶກວ່າເລື່ອງນີ້ເຄີຍໄດ້ຍິນຊື່ໃຜວ່າາາາາາາ ອອກຜິດສະໄຫມນີ້ແລະຈື່ບໍ່ໄດ້ເວີຍ ຕອນນັ້ນປະເທດເພື່ອນບ້ານຍັງອິດສາ
ວ່າລາວຊິມີດາວທຽມເປັນຂອງຕົວເອງເຖິງ 2 ດວງແຕ່ມາບັດນີ້ພັດວ່າຊິພັດທະນາໃຫມ່ງົງ ລະໂຕເກົ່າເອົາໄປໄວ້ໃສ???


ເຫັນວຽດເລາະຊື້ເສດເຫຼັກ ຈັກຊິແມ່ນບໍ່?


໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ດາວທຽມໂຕເກົ່າຊື່ ລາວສະຕ່າ ຫັ້ນເດ້ຊັ້ນຫາຍໄປໃສລະໄດ້ຍິນວ່າສິຍິງຂຶ້ນສູ່ວົງໂຄຈອນແຕ່ປີ 2000ຕອນນັ້ນຂ້ອຍກະຍັງນ້ອຍ ແລະກະບໍ່ໄດ້ອອກຈາກປະເທດລາວເທື່ອຊ້ຳ
ດຽວນີ້ຂ້ອຍຈົນໃຫຍ່ເປັນບ່າວລະຫາຍຈ້ອຍໄລ້ວີ່ແວວ ຮູ້ສຶກວ່າເລື່ອງນີ້ເຄີຍໄດ້ຍິນຊື່ໃຜວ່າາາາາາາ ອອກຜິດສະໄຫມນີ້ແລະຈື່ບໍ່ໄດ້ເວີຍ ຕອນນັ້ນປະເທດເພື່ອນບ້ານຍັງອິດສາ
ວ່າລາວຊິມີດາວທຽມເປັນຂອງຕົວເອງເຖິງ 2 ດວງແຕ່ມາບັດນີ້ພັດວ່າຊິພັດທະນາໃຫມ່ງົງ ລະໂຕເກົ່າເອົາໄປໄວ້ໃສ???



ເຄີຍໄດ້ຍິນ ວ່າເຮັດ ກັບ ເພື່ອນບ້ານ ແລ້ວ ລົ້ມເຫຼວ