ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ບົດຝຶກຫັດ ການບັນຊີກ່ຽວກັບເງິນຝາກ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບົດຝຶກຫັດ ວິຊາ ບັນຊີທະນາຄານ
ບົດທີ 3 ການບັນຊີກ່ຽວກັບເງິນຝາກ
ຕໍ່ໄປນີ້ເປັນລາຍການເຄືອນໄຫວບາງສວ່ນກ່ຽວກັບເງິນຝາກຢູ່ທະນາຄານແຫ່ງ ສປປລາວ ຂອງທະນາຄານທຸລະກິດ A:
ລາຍການທີ1: ທະນາຄານນຳເງິນສົດໄປຝາກເຂົ້າບັນຊີ ເງິນຝາກກະແສລາຍວັນຢູ່ທະນາຄານແຫ່ງ ສປປລາວ ຈຳນວນ 350.000.000 ກີບ ແລະ 200.000 ບາດ.
ລາຍການທີ 2 :ທະນາຄານຄິດໄລ່ຈຳນວນເງິນທີ່ຕ້ອງຝາກແຮບັງຄັບໄລຍະຮັກສາທີ 1 ຕາມຂໍ້ມູນລຸ່ມນີ້:
- ຍອດເຫລືອເງິນຝາກສະເລ່ຽຂອງລູກຄ້າ 850.000.000 ກີບ 2.540.000 ບາດແລະ 1.350.000 ໂດລາ.
- ອັດຕາສ່ວນເງິນແຮຝາກບັງຄັບ:ເງິນກີບ 5% ເງິນບາດ ແລະເງິນໂດລາ 10%.
ລາຍການທີ 3: ທະນາຄານຂຽນແຊັກ ເພື່ອຊຳລະດອກເບ້ຍຄ້າງຈ່າຍເງິນກູ້ຢືມຈາກທະນາຄານແຫ່ງ ສປປລາວ ຈຳນວນ 12.800.000 ກີບ
ລາຍການທີ 4: ທະນາຄານຂຽນແຊັກເພື່ອຖອນເງິນສົດ ຈຳນວນ 120.000.000 ກີບ.
ລາຍການທີ 5 ທະນາຄານນຳແຊັກໄປຝາກເຂົ້າບັນຊີເງິນຝາກກະແສລາຍວັນ 5 ສະບັບເປັນເງິນທັງໜົດ 22.000.000 ກີບ
ລາຍການທີ 6 ທະນາຄານຄິດໄລ່ຈຳນວນເງິນທີ່ຕ້ອງຝາກແຮບັງຄັບໄລຍະຮັກສາທີ 2 ຕາມຂໍ້ມູນລຸ່ມນີ້:
- ຍອດເຫລືອເງິນຝາກສະເລ່ຍຂອງລູກຄ້າ 1.200.000.000 ກີບ 2.130.000 ບາດ ແລະ 2.350.000 ໂດລາ.
- ອັດຕາສ່ວນເງິນແຮຝາກບັງຄັບ:ເງິນກີບ 5% ເງິນບາດ ແລະເງິນໂດລາ 10%.
ລາຍການທີ 7 :ທະນາຄານນຳເງິນສົດໄປຝາກ ເຂົ້າບັນຊີເງິນຝາກກະແສລາຍວັນ ຢູ່ທະນາຄານແຫ່ງ ສປປ ລາວ ຈຳນວນເງິນ 135.000.000 ກີບ ແລະ 250.300 ຢູໂຣ.
ລາຍການທີ 8 ທະນາຄານຂຽນແຊັກສັ່ງຈ່າຍເພື່ອຂໍຖອນເງິນສົດຈຳນວນ 35.000 ໂດລາ.
ລາຍການທີ 9 ທະນາຄານຄິດໄລ່ຈຳນວນເງິນທີ່ຕ້ອງຝາກແຮບັງຄັບ ໄລຍະຮັກສາທີ 3 ຕາມຂໍ້ມູນລຸ່ມນີ້:
- ຍອດເຫລືອເງິນຝາກສະເລ່ຍລູກຄ້າ 1.050.000.000 ກີບ ,2.040.000 ບາດ ແລະ 2.350.000 ໂດລາ
- ອັດຕາສ່ວນເງິນແຮຝາກບັງຄັບ:ເງິນກີບ 5% ເງິນບາດ ແລະເງິນໂດລາ 10%.
ລາຍການທີ 10: ທະນາຄານນຳຝາກດ້ວຍແຊັກທະນາຄານອື່ນ 1 ສະບັບ 65.000.000 ກີບ.
ວຽກໃຫ້ເຮັດ: ໃຫ້ບັນທືກບັນຊີລາຍການເຄື່ອນໄຫວຂ້າງເທີງໃນປື້ມປະຈຳວັນຂອງທະນາຄານ

(ບໍ່ໄດ້ ຮຽນ ກ່ຽວກັບບັນຊີ ທະນາຄານມາກ່ອນ ແຕ່ ວຽກງານພັດມີສວ່ນ ກ່ຽວຂອ້ງກັບວິຊານີ້ ກໍ່ເລີຍຈຳເປັນຕ້ອງສຶກສາ ຢາກຂໍຄຳແນະນຳ ຈາກຜູ້ ທີ່ ມີຄວາມຮູ້ ມີ ປະສົບການຫຼື ກຳລັງສຶກສາ ຮໍ່າຮຽນ ໃນດ້ານ ວິຊານີ້ ໃຫ້ ຊວ່ຍ ແນະ ນໍາໃຫ້ ແນ່ ຂອບໃຈ ລວງໜ້າ)


ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວມາເປີດສົດກ່ອນ

ຫົວໜ້າເພີ່ນສອນ ພາກທິດສະດີ ໄປແລ້ວ ແຕ່ ເວລາມັນບໍ່ພໍ ທີ ຈະ ສອນ ແກ້ ບົດຝຶກຫັດ ກະເລີຍ ຕ້ອງມາ ຮຽນເອົາ ເອງ
ແຕ່ ບໍເຂົ້າ ໃຈ ກະເລີຍ ເອົາ ລົງເວັບ ບອດ ເພືອ່ ວ່າ ໂຊກດີ ພົບ ກູຣູ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ