ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ເງິນຝາກຢູ່ທະນາຄານທຸລະກິດອື່ນ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເງິນຝາກຢູ່ທະນາຄານທຸລະກິດອື່ນ
ຕໍ່ໄປນີ້ແມ່ນລາຍການເຄືອນໄຫວກ່ຽວກັບເງິນຝາກຂອງທະນາຄານ ພັດທະນາລາວ ສຳນັກງານໃຫຍ່ຢູ່ທະນາຄານ ທຸລະກິດອື່ນປະຈຳເດືອນ ມີຖຸນາ 06 2009:
1/6/2009 ທະນາຄານຂຽນແຊັກສັ່ງຈ່າຍຈາກບັນຊີ ເງິນຝາກກະແສລາຍວັນຢູ່ທະນາຄານແຫ່ງ ສປປລາວ ເພື່ອຝາກເຂົ້າ ບັນຊີ ເງິນຝາກປະຢັດ ຢູ່ທະນາຄານຮ່ວມພັດທະນາ 50.000.000 ກີບ ອັດຕາດອກເບ້ຍ 3% ຕໍ່ປີ
4/06/2009: ທະນາຄານສົ່ງ Telex ເພື່ອໂອນເງິນຈາກບັນຊີເງິນຝາກກະແສລາຍວັນຢູ່ທະນາຄານທະຫານໄທ ບາງກອກ ເຂົ້າບັນຊີເງິນຝາກປະຢັດ 300.000 ບາດ ອັດຕາດອກເບ້ຍ 2%
10/06/2009 ທະນາຄານຖອນເງິນສົດຈາກບັນຊີເງິນຝາກປະຢັດຢູ່ທະນາຄານຮ່ວມພັດທະນາ 10.000.000 ກີບ
15/06/2009 ທະນາຄານນຳເງິນສົດຈຳນວນ 100.000 ໂດລາໄປຝາກເຂົ້າບັນຊີເງີນຝາກມີກຳນົດ 1 ປີລົງມາທີ່ທະນາ ຄານທະຫານໄທ ອັດຕາດອກເບ້ຍ 3% ຕໍ່ປີ.
19/06/2009:ທະນາຄານ ສັ່ງຈ່າຍຈາກບັນຊີເງິນຝາກປະຢັດທີ່ທະນາຄານຮ່ວມພັດທະນາ ເພື່ອຊຳລະຕົ້ນທຶນເງິນກູ້ຢືມ ເປັນປະຈຳວັນ ໃຫ້ທະນາຄານ 25.000.000 ກີບ
23/06/2009: ທະນາຄານນຳເງິນສົດ ໄປຝາກເຂົ້າບັນຊີເງິນຝາກປະຢັດຢູ່ທະນາຄານຮ່ວມພັດທະນາ ຈຳນວນເງິນ 20.000.000 ກີບ.
25/06/2009: ທະນາຄານ ໄດ້ຮັບໃບແຈ້ງມີຈາກທະນາຄານທະຫານໄທ ກ່ຽວກັບແຊັກທີ່ສົ່ງໄປຮຽກເກັບເຂົ້າບັນຊີ ເງິນຝາກກະແສລາຍວັນ ຈຳນວນ 220.000 ບາດ.
29/06/2009: ທະນາຄານສັ່ງໂອນເງິນຈາກບັນຊີເງິນຝາກປະຢັດທີ່ທະນາຄານທະຫານໄທ ເພືອ່ເຂົ້າບັນຊີເງິນຝາກກະແສ ລາຍວັນ ຈຳນວນ 120.000 ບາດ,
30/06/2009: ທະນາຄານຄິດໄລ່ປັບປຸງບັນຊີດອກເບ້ຍຄ້າງຮັບເພື່ອຮັບຮູ້ລາຍຮັບຂອງເດືອນ.
ວຽກໃຫ້ເຮັດ: ໃຫ້ບັນທຶກບັນຊີລາຍການເຄືອນໄຫວ ຂ້າງເທິງຂອງທະນາຄານພັດທະນາລາວລົງປື້ມປະຈຳວັນ
ໃຜມີຄວາມຮູ້ ຫລື ເຄີຍຮຽນ ກຳລັງຮຽນ ວິຊາ ບັນຊີ ທະນາຄານ ກະຊ່ວຍແກ້ ໃຫ້ ແນ່ ເດີ
ຂອບໃຈລວ່ງໜ້າ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວ່ມາເປີດ ສົດກ່ອນ

ໃຜທີ່ ຄິດວ່າຢາກຮຽນ ວິຊານີ້ ກໍ່ລອງ ເອົາ ໄປແກ້ ເບີ່ງ ໄດ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ