ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ເປັນຫຍັງບັນດານັກທຸລະກິ ຫລື ນັກລົງທຶນທີ່ເຂົ້າມາລຸທຶນໃນບ້ານເຮົາ ຈຶ່ງທຳລາຍບ້ານເຮືອນ ແລະ ທີ່ຢູ່ຂອງພີ່ນ້ອງລາວເຮົາຈົນເກີບບໍ່ມີບ່ອນຢູ່ ບ່ອນທຳມາຫາກິນ, ແລະບ່ອນທີບໍ່ມີປະຊາຊົນຢູ່ເຂົ້າເຈົ້າຄືບໍ່ໄປລົງທຶນ ເຂົາເຈົ້າຄືມາລົງທຶນໃສ່ບ່ອນພື້ນທີດິນຂອງປະຊາຊົນປຸກສ້າງ ບ່ອນທີ່ເຂົ້າເຈົ້າເຮັດຮົ້ວເຮັດສວນ ບ່ອນທີ່ເຂົາເຈົ້າຫາລ້ຽງຊີວິດປະຈຳວັນ?.


໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ເຂົາເອີ້ນວ່າການລ່າເມືອງຂື້ນແບບໃໝ່ ຖ້າບໍ່ໄດ້ຕາມປະສົງຂອງເຂົາໆກະບໍ່ລົງທືນ ຈຳເປັນຕ້ອງຍອມເຂົາ!
ພົນລະເມືອງລາວກາຍເປັນພົນລະເມືອງປະເພດສອງໄປເທື່ອລະນ້ອຍດຽວກໍ່ໝົດ!


໒ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ຄືບໍ່ໄປເອົາຢູ່ຕີນພູພະພຸ້ນເນາະດິນບໍ່ອຶດບໍ່ຢາກ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Neeharuhi ຂຽນວ່າ...
ຄືບໍ່ໄປເອົາຢູ່ຕີນພູພະພຸ້ນເນາະດິນບໍ່ອຶດບໍ່ຢາກ





ຮ່າໆໆໆໆ ຊ່າງວ່າເນາະ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໖ ກະທູ້
໙໗ ໂພສ
ນັກການກະທູ້
ຍ້ອນວ່າລຸກຂາຍມຸນພໍ່ມຸນແມ່ກິນພີ່ນ້ອງເອີຍ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Neeharuhi ຂຽນວ່າ...
ຄືບໍ່ໄປເອົາຢູ່ຕີນພູພະພຸ້ນເນາະດິນບໍ່ອຶດບໍ່ຢາກ


ຕີນພູຄັນມີບໍ່ເງິນ ບໍ່ຄຳພັດຍາດກັນໄປອີກໄດ໋ຫັ້ນ!


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Neeharuhi ຂຽນວ່າ...
ຄືບໍ່ໄປເອົາຢູ່ຕີນພູພະພຸ້ນເນາະດິນບໍ່ອຶດບໍ່ຢາກ


ຕີນພູຄັນມີບໍ່ເງິນ ບໍ່ຄຳພັດຍາດກັນໄປອີກໄດ໋ຫັ້ນ!


ແມ່ນໆ


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຜູ້ຊີ້ນຳຂອງຄົນລາວເຮົາບໍ່ມີບໍ່ເນາະ ເວົ້າໄປແລ້ວກະເປັນນຳຄົນລາວເຮົາເອງນີ້ລະເນາະ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຊິບອກໃຫ້ຮູ້ເດີ: ຍ້ອນນັກທຸລະກິດມີອຳນາດສູງ ແລະ ສຳຄັນຕໍກັບລັດຖະບານ. ເຄີຍງິນຄຳນີ້ບໍ່ວ່າ: ພັດທະນາເພື່ອປະເທດຊາດ. ແມ່ນສາກບັງໜ້າເດີ. ຢູ່ຕ່າງປະເທດການລົງທຶນ, ນັກລົງທຶນຕ້ອງເພິງທະນາຍຄວາມເກັ່ງໆ, ມີປະສົບການເລືອງກົດໝາຍ. ແຕ່ຢູ່ລາວແມ່ນເພິງພາລູກ, ຫລານ, ເມຍ ຂອງຜູ້ນຳ ຫລື ຜູ້ມີອຳນາດໃນແຕ່ລະສາຂາວຽກ, ແມ່ນຄວາມຈິງບໍ່ນີ້. ຖ້າບໍ່ແມ່ນກະຊິ້ແຈ້ງໄດ້ເດີໝູ່.


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍຸກນີ້ເປັນຍຸກທີ່ເງິນມີອຳນາດ ຂ້າລາດຊະການສ່ວນໃຫຍ່ໄດ້ດັບໄດ້ດີກະຍ້ອນເງິນ ຕົກຕັ່ງກະຍ້ອນເງິນ ແຕ່ຖ້າມີເງິນ+ມີອຳນາດ=ເທວະດາ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຍຸກນີ້ເປັນຍຸກທີ່ເງິນມີອຳນາດ ຂ້າລາດຊະການສ່ວນໃຫຍ່ໄດ້ດັບໄດ້ດີກະຍ້ອນເງິນ ຕົກຕັ່ງກະຍ້ອນເງິນ ແຕ່ຖ້າມີເງິນ+ມີອຳນາດ=ເທວະດາ


ສຸດຢອດ, ນີ້ແລະເອີ້ນວ່າສັງຄົມແຫ່ງໂລກາພິບັດ.


໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ຍອ້ນລັດຖະບານສະໄໝນີ້ບໍ່ມີຫົວຄິດສົນແຕ່ທ້ອງຂອງຕົນເປັນໃຫ່ຍ
ພວກຊົ່ວ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ແມ່ນລະ