ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » Ok,ວຽງຈັນສົນທະນາເສັ້ນທາງ High way links ແລ້ວ.

໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ໝາຍຄວາມວ່າຈະໄປຮອດຫ້ອງການພຽງ 15 ນາທີແລ້ວວ່ານີ້,ຖ້າມັນສຳເລັດມື້ໃດ.








Planned highway to extend Vientiane southwards

Work has begun on a new six-lane highway that will cut through Vientiane's That Luang marsh, according to the local developer Namtha Road-Bridge Construction Company.

The planned 9.5km road will link Donnokkhoum village in Sisattanak district to Donkoi village before cutting through the That Luang marsh and ending in Xiengda village in Xaysettha district where it will join the 450 Year Road.

Company director Mr Khampeung Thongsaba said the whole project is expected to cost more than US$70 million and construction will take three years.

The project is part of the government's policy to convert land into capital, under which a 200m section of land along either side of the road will be sold off to cover the cost of construction.

Vientiane authorities are providing compensation to households along both sides of the road who will lose their land, which will be sold to commercial operations upon completion of the road so the construction company can recoup its costs.

Compensation for villagers affected by the road link itself is more than 80 percent complete, enabling the developer to start clearing land prior to construction, while negotiations will continue with landowners whose properties are slated for later development.

The project will involve the construction of two bridges across That Luang and Nakhuay marshes. The bridge across That Luang marsh will be more than 300m in length. The new highway will have streetlights, sidewalks and drainage.

The highway forms part of the authorities' plan to build new roads in Vientiane in order to ease traffic congestion and funnel development to other parts of the capital.

Vientiane Mayor Mr Soukanh Mahalath spoke to the local press recently about the project, during a meeting between the government and provincial governors.

He stressed the fact that the road is essential for the future development of the capital and reducing traffic congestion in the city centre.

With more and more businesses opening up or expanding in the city centre, in the next 10 or 20 years Vientiane could encounter serious social and environmental problems if the urban footp rint is not extended outwards.

According to the Namtha Road-Bridge Construction Company, the number of vehicles in Vientiane is increasing by 26-27 percent every year, and expansion of the city is essential to relieve congestion.

One of the main reasons for bu ilding the new road is to open up access to the industrial zone in the Km 21 area of Xaythany district. The road will also form a major link between ce ntral Vientiane and the southern provinces.

At present, Kaysone Phomvihane Road is the only southbound route in and out of the city. It is envisaged that the new road will help to minimise traffic congestion along this road and in Vientiane as a whole.

[img] http://s1176.beta.photobucket.com/user/davone5/media/images-2.jpg.html[/img]

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປລາວແມ໋ ບໍ່ເກັ່ງອັງກິດນະ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກ 10 ຈຶ່ງຈະເຫັນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວນຈະມີໄດ້ແລ້ວແລະ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ແຜນການສ້າງທາງຫລວງ ເພື່ອຂະຫຍາຍເສັ້ນທາງລົງສູ້ໃຕ້.

ອີງຕາມ ບໍ­ລິ­ສັດ​ນ້ຳ​ທາ​ກໍ່­ສ້າງ-ຂົວ​ທາງ​ຈຳ­ກັດ. ການສ້າງທາງຫລວງໃຫມ່ນີ້ ແມ່ນຈະສ້າງເປັນ ທາງຫລວງ 6 ເລນ ເຊິ່ງຈະຕັດຜ່ານບຶງທາດຫລວງ.

ແຜນການທາງຫລວງ 9.5 ກິໂລແມັດ ແມ່ນຈະເຊື່ອມຕໍ່ ບ້ານ.ດອນນົກຂຸ້ມ ເມືອງສີສັດຕະນາກ ໄປສູ່ ບ້ານ.ດົງໂດກ ກ່ອນທີ່ຈະຕັດ
ຜ່ານບຶງທາດຫລວງ ແລ້ວສິ້ນສຸດທີ່ ບ້ານຊຽງດາ ເມືອງໄຊເສດຖາ ທີ່ຈະເປັນບ່ອນເຊື່ອມຕໍ່ກັບ ຖະຫນົນ 450 ປີ.

ຜູ້ອຳນວຍການບໍລິສັດ ທ່ານ. ຄຳເຜິງ ທອງສະບາ ໄດ້ຄາດຄະເນວ່າ ຄ່າໃຊ້ຈ່າຍທັງຫມົດໃນໂຄງການ
ສ້າງທາງຫລວງໃຫມ່ນີ້ ແມ່ນຫລາຍກວ່າ 70 ລ້ານໂດລາ ສະຫະລັດ ແລະ ຈະໃຊ້ເວລາໃນການກໍ່ສ້າງ 3 ປີ.

ໂຄງການສ້າງທາງຫລວງໃຫມ່ ແມ່ນສ່ວນຫນຶ່ງໃນນະໂຍບາຍ ຫັນຊັບສິນໃຫ້ເປັນທຶນ ຂອງລັກຖະບານ ໂດຍພື້ນທີ່ດິນ 200ແມັດ ທັງສອງຟາກ
ຈາກທາງຫລວງຈະຖືກຂາຍເພື່ອຖົມຄ່າໃຊ້ຈ່າຍໃນການກໍ່ສ້າງ.

ທາງເຈົ້າຫນ້າທີ່ນະຄອນຫລວງວຽງຈັນ ຈະຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນ ຫລື ຜູ້ປະກອບທຸລະກິດ ຕາມສອງຟາກຂອງຖະຫນົນ ທີ່ສູນເສຍເຮືອນ ແລະ ທີ່ດິນ
ແລະ ທີ່ດິນ 200ແມັດທີ່ຖືກເວັ້ນໄວ້ຈາກ 2ຟາກທາງຫລວງຈະຖືກຂາຍຕໍ່ໄປເມື່ອໂຄງການສ້າງທາງຫລວງໃຫມ່ນີ້ແລ້ວເສັດສົມບູນ ແລະ
ນຳເງິນທີີ່ໄດ້ມາຈາກການຂາຍດິນນັ້ນ ກັບຄືນມາຈ່າຍໃຫ້ແກ່ບໍລິສັດກໍ່ສ້າງນັ້ນເອງ.

ການຊົດເຊີຍສຳຫລັບຊາວບ້ານ ໃນຫມູ່ບ້ານຕ່າງໆທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງທາງຫລວງໃຫມ່ນີ້ ແມ່ນແລ້ວເສັດໄປແລ້ວກວ່າ 80 ເປີເຊັນ
ເຮັດໃຫ້ບໍລິສັດກໍ່ສ້າງ ສາມາດເລີ່ມເຄຍພື້ນທີ່ສຳຫລັບການສ້າງທາງຫລວງ, ໃນຄະນະທີ່ການເຈລະຈາກັບຊາວບ້ານທີ່ຈະໄດ້ຮັບຜົນກະທົບໃນເຂດອື່ນໆ ກໍ່ດຳເນີນໄປຄວບຄູ່ກັນ.

ໂຄງການນີ້ຈະກວມລວມເອົາການກໍ່ສ້າງ ຂົວສອງແຫ່ງ ບຶງທາດຫລວງ ແລະ ນາຄວາຍ, ຂົວບຶງທາດຫລວງຈະມີຄວາມຍາວກວ່າ 300ແມັດ.
ທາງຫລວງໃຫມ່ນີ້ ຈະມີທາງສຳຫລັບໃຫ້ຄົນຍ່າງສອງຟາກ, ມີໄຟເຍືອງທາງໃນຕອນກາງຄືນ ແລະ ມີລະບົບລະບາຍນ້ຳນຳອີກ.

ທາງຫລວງໃຫມ່ ເປັນສ່ວນຫນຶ່ງຂອງແຜນການຂອງເຈົ້າຫນ້າທີ່ ໃນການສ້າງຖະຫນົນສາຍໃຫມ່ໃນນະຄອນຫລວງ ເພື່ອຫລຸດຜ່ອນ
ຄວາມຫນາແຫນ້ນຂອງການຈະລາຈອນ ແລະ ຊ່ອງທາງໃນການພັດທະນາໃຫ້ເຂົ້າເຖິງພື້ນທີ່ສ່ວນອື່ນໆຂອງຕົວເມືອງ.

ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວກັບຫນັງສືພິມທ້ອງຖິ່ນເມື່ອໄວໆນີ້ກ່ຽວກັບໂຄງການ, ໃນລະຫວ່າງກອງປະຊຸມ
ຂອງຄະນະລັດທະບານ ແລະ ຄະນະປົກຄອງເມືອງ.

ທ່ານໄດ້ກ່າວເນັ້ນເຖິງຄວາມຈິງທີ່ວ່າ ຖະຫນົນເປັນສິ່ງຈຳເປັນສຳຫລັບການພັດທະນາໃນອະນາຄົດຂອງຕົວເມືອງ ແລະ ການຫລຸດຄວາມແອອັດ
ຂອງການຈະລາຈອນໃນຕົວເມືອງ.ທີ່ນັບມື້ທຸລະກິດເກີດຂຶ້ນໃຫມ່ ແລະ ຂະຫຍາຍຕົວຢ່າງຫລວງຫລາຍ, ໃນອີກ 10 ປີ ຫລື 20 ປີ ຂ້າງຫນ້າ
ນະຄອນຫລວງວຽງຈັນ ອາດພົບກັບປັນຫາສັງຄົມ ແລະ ສິ່ງແວດລ້ອມ ທີ່ຮ້າຍແຮງ ຫາກບໍ່ມີການພັດທະນາ ແລະ ຂະຫຍາຍ ພື້ນຖານຕົວເມືອງ.

ອີງຕາມ ບໍ­ລິ­ສັດ​ ນ້ຳ​ທາ​ກໍ່­ສ້າງ-ຂົວ​ທາງ​ຈຳ­ກັດ ຈຳນວນພາຫະນະໃນນະຄອນຫລວງວຽງຈັນ ແມ່ນເພີ່ມຂຶ້ນ 26 - 27 % ໃນແຕ່ລະປີ
ແລະ ການຂະຫຍາຍຕົວຂອງເມືອງເປັນສິ່ງຈຳເປັນ ເພື່ອຫລຸດຄວາມແອອັດນັ້ນ.

ຫນຶ່ງໃນເຫດຜົນຫລັກ ສຳຫລັບການສ້າງທາງຫລວງໃຫມ່ ແມ່ນເພື່ອເປີດທາງໃຫ້ເຂົ້າເຖິງເຂດອຸສາຫະກຳໃນພື້ນທີ່ 21 ກິໂລແມັດ ຂອງເມືອງໄຊທານີ
ແລະ ຖະຫນົນໃຫມ່ ຍັງຈະເປັນຈຸດເຊື່ອມຕໍ່ທີ່ສຳຄັນ ຈາກໃຈກາງນະຄອນຫລວງວຽງຈັນ ສູ່ເຂດແຂວງທາງພາກໃຕ້, ເຊິ່ງໃນປະຈຸບັນ
ມີພຽງຖະຫນົນ ໄກສອນ ພົມວິຫານ ເທົ່ານັ້ນທີ່ເປັນເສັ້ນທາງຫລັກໃນການເຂົ້າອອກ, ຈຶ່ງເຫັນວ່າ ຖະຫນົນໃຫມ່ຈະຊ່ວຍຫລຸດຄວາມຫນາແຫນ້ນຂອງ
ການຈະລາຈອນຂອງຖະຫນົນສາຍດັ່ງກ່າວ ແລະ ທັງໃນທົ່ວນະຄອນຫລວງວຽງຈັນນຳອີກ.


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ສ່ວນອັນນີ້ແມ່ນກອບປີ້ມາ

ວັນທີ 11 ຕຸລາ 2012 - ເວລາ 17:26:53



ນະ­ຄອນ­ຫຼວງ​ຈະ​ສ້າງ​ເສັ້ນ­ທາງ​ຕັດ​ໃໝ່​ແຕ່​ບ້ານ​ດອນ​ນົກ​ຂຸ້ມ​ຜ່ານ​ບຶງ​ທາດ­ຫຼວງ ເຊື່ອມ​ໃສ່​ເສັ້ນ­ທາງ 450 ປີ ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຕັດ​ໃໝ່ ແຕ່​ບ້ານ​ດອນ​ນົກ​ຂຸ້ມ​ໄປ​ຫາ​ເສັ້ນ­ທາງ​ກຳ­ແພງ ເມືອງ​ຜ່ານ​ບຶງ​ທາດ­ຫຼວງ ບ້ານ​ຊຽງ​ດາ-ດົງ​ໂພ​ສີ ເຊື່ອມ​ໃສ່​ເສັ້ນ­ທາງ 450 ປີ ແລະ ເສັ້ນ­ທາງ​ເຊື່ອມ​ຕໍ່​ບ້ານ​ນາ​ຄວາຍ ມີ​ຄວາມ​ຍາວ​ທັງ​ໝົດ 9,5 ກິ­ໂລ­ແມັດ ຕາມ​ສັນ­ຍາ​ແລ້ວ ໂຄງ­ການ​ນີ້​ມີ​ໄລ­ຍະ​ເວ­ລາ​ການ​ກໍ່­ສ້າງ 36 ເດືອນ ນັບ​ແຕ່​ມື້​ເຊັນ​ສັນ­ຍາ​ເດືອນ​ກໍ­ລະ­ກົດ 2012 ຫາ​ກໍ­ລະ­ກົດ 2015 ຊຶ່ງ​ເຈົ້າ​ຂອງ​ໂຄງ­ການ​ແມ່ນ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ບໍ­ລິ­ສັດ​ນ້ຳ​ທາ​ກໍ່­ສ້າງ-ຂົວ​ທາງ​ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ລົງ­ທຶນ​ກ່ອນ 100%.

ໂຄງ­ການ​ດັ່ງ­ກ່າວ ປະ­ກອບ​ມີ​ຫຼາຍ​ໄລ­ຍະ ຄື: ໄລ­ຍະ​ທີ 1 ເລີ່ມ​ແຕ່​ບ້ານ​ດອນ​ນົກ​ຂຸ້ມ (ຕິດ​ກັບ​ສະ­ໜາມ​ຝຶກ​ຊ້ອມ​ກັອບ) ໄປ​ຫາ​ຖະ­ໜົນ​ກຳ­ແພງ​ເມືອງ ບ້ານ​ດອນ​ກອຍ ສະ­ຫງວນ​ດິນ​ໄວ້​ໃຫ້​ພຽງ­ພໍ​ສຳ­ລັບ​ການ​ກໍ່­ສ້າງ​ທາງ ແມ່ນ​ມີ​ຄວາມ​ກວ້າງ 40 ແມັດ ໄລ­ຍະ​ທີ 2 ແຕ່​ຖະ­ໜົນ​ກຳ­ແພງ​ເມືອງ​ໄປ​ຫາ​ບຶງ​ທາດ­ຫຼວງ ແລະ ບ້ານ​ຊຽງ​ດາ ສະ­ຫງວນ​ດິນ​ໄວ້​ໃຫ້​ພຽງ­ພໍ​ສຳ­ລັບ​ການ​ກໍ່­ສ້າງ ແມ່ນ​ມີ​ຄວາມ​ກວ້າງ 70 ແມັດ ແລະ ໄລ­ຍະ​ທີ 3 ແຕ່​ບ້ານ​ຊຽງ​ດາ​ໄປ​ຫາ​ດົງ​ໂພ​ສີ-ເສັ້ນ­ທາງ 450 ປີ ພ້ອມ​ທັງ​ເຊື່ອມ​ຕໍ່​ຫາ​ບ້ານ​ນາ​ຄວາຍ ໄລ­ຍະ​ນີ້​ແມ່ນ​ສະ­ຫງວນ​ດິນ​ໄວ້​ໃຫ້​ພຽງ­ພໍ​ສຳ­ລັບ​ການ​ກໍ່­ສ້າງ ແມ່ນ​ມີ​ຄວາມ​ກວ້າງ 40 ແມັດ.

ຕາມ​ແບບ​ຂອງ​ເສັ້ນ­ທາງ​ຕັດ​ໃໝ່​ນີ້ ໃນ​ໄລ­ຍະ​ເສັ້ນ­ທາງ​ສາຍ​ຫຼັກ​ທີ່​ມີ​ຄວາມ​ຍາວ 9,5 ກິ­ໂລ­ແມັດ ແຕ່​ບ້ານ​ດອນ​ນົກ​ຂຸ້ມ​ຜ່ານ​ບຶງ​ທາດ­ຫຼວງ ບ້ານ​ຊຽງ​ດາ ດົງ​ໂພ​ສີ ເຊື່ອມ​ຫາ​ເສັ້ນ­ທາງ 450 ປີ ຄື: ໄລ­ຍະ​ທີ 1 ເລີ່ມ​ແຕ່​ບ້ານ​ດອນ​ນົກ​ຂຸ້ມ​ໄປ​ຫາ​ຖະ­ໜົນ​ກຳ­ແພງ​ເມືອງ-ບຶງ​ທາດ­ຫຼວງ-ບ້ານ​ຊຽງ​ດາ ມີ​ຄວາມ​ຍາວ 4,1 ກິ­ໂລ­ແມັດ ຈະ​ກໍ່­ສ້າງ​ເປັນ​ເສັ້ນ­ທາງ​ປູ​ດ້ວຍ​ອາ​ສະ​ຟານ​ມີ 6 ເລນ ລົດ​ແລ່ນ​ເບື້ອງ​ລະ 3 ເລນ ມີ​ຄວາມ​ກວ້າງ​ທັງ​ໝົດ 30 ແມັດ ມີ​ທາງ​ຄົນ​ຍ່າງ​ເບື້ອງ​ລະ 3,5 ແມັດ ມີ​ດອນ​ກາງ​ທາງ​ກວ້າງ 2,5 ແມັດ ມີ​ຂົວ​ເບ​ຕົງ​ເສີມ​ເຫຼັກ​ຂ້າມ​ບຶງ​ທາດ­ຫຼວງ 1 ແຫ່ງ ຍາວ 241 ແມັດ ແລະ ໄລ­ຍະ​ທີ 2 ເລີ່ມ​ແຕ່​ບ້ານ​ຊຽງ​ດາ ຜ່ານ​ດົງ​ໂພ​ສີ ບ້ານ​ນາ​ຄວາຍ​ໃຕ້ ແລະ ເຊື່ອມ​ໃສ່​ເສັ້ນ­ທາງ 450 ປີ ມີ​ຄວາມ​ຍາວ 5,4 ກິ­ໂລ­ແມັດ ຈະ​ກໍ່­ສ້າງ​ເປັນ​ທາງ​ປູ​ດ້ວຍ​ອາ​ສະ​ຟານ​ມີ 6 ເລນ ລົດ​ແລ່ນ​ມີ​ຄວາມ​ກວ້າງ​ທັງ​ໝົດ 23,5 ແມັດ ມີ​ດອນ​ກາງ​ທາງ​ກວ້າງ 2,5 ແມັດ ແລະ ມີ​ຂົວ​ເບ​ຕົງ​ເສີມ​ເຫຼັກ 1 ແຫ່ງ ຍາວ 62 ແມັດ ເປັນ​ຂົວ​ຄູ່​ທີ່​ສາ­ມາດ​ແຍກ​ທິດ​ທາງ​ການ​ສັນ­ຈອນ ທັງ​ສອງ​ໄລ­ຍະ​ນີ້​ມີ​ລະ­ບົບ​ລາຍ​ນ້ຳ ລະ­ບົບ​ໄຟ­ຟ້າ​ເຍືອງ​ທາງ ແລະ ປ້າຍ​ຈະ­ລາ­ຈອນ​ຄົບ​ຊຸດ ນອກ​ນີ້​ແລ້ວ ຍັງ​ຈະ​ມີ​ເສັ້ນ​ທງ​ຕັດ​ໃໝ່ ເລີ່ມ​ແຕ່​ກິ­ໂລ­ແມັດ​ທີ 7,38 ໄປ​ຫາ​ສາມ​ແຍກ​ບ້ານ​ນາ​ຄວາຍ ມີ​ຄວາມ​ຍາວ 1,5 ກິ­ໂລ­ແມັດ ເສັ້ນ­ທາງ​ດັ່ງ­ກ່າວ ແມ່ນ​ຈະ​ກໍ່­ສ້າງ​ຕາມ​ແລວ​ທາງ​ເດີມ ທີ່​ມີ​ໃນ​ປັດ­ຈຸ­ບັນ​ເພື່ອ​ເຊື່ອມ​ເສັ້ນ­ທາງ​ຕັດ​ໃໝ່ ຫາ​ເສັ້ນ­ທາງ​ທີ່​ມາ​ແຕ່​ຫຼັກ 21 ຖະ­ໜົນ 13 ໃຕ້ ຢູ່​ເຂດ​ບ້ານ​ນາ​ຄວາຍ ເປັນ​ທາງ​ປູ​ດ້ວຍ​ອາ​ສະ​ຟານ ກວ້າງ 17 ແມັດ ມີ​ດອນ​ກາງ​ທາງ 1 ແມັດ ແລະ ໄລ­ຍະ​ນີ້​ໄດ້​ສະ­ຫງວນ​ດິນ​ໄວ້​ໃຫ້​ພຽງ­ພໍ​ສຳ­ລັບ​ການ​ກໍ່­ສ້າງ​ທາງ ແມ່ນ​ມີ​ຄວາມ​ກວ້າງ 40 ແມັດ​ເຊັ່ນ​ດຽວ​ກັນ ຊຶ່ງ​ຖ້າ​ລວມ​ທັງ​ໝົດ​ໂຄງ­ການ​ແມ່ນ​ມີ​ຄວາມ​ຍາວ 11 ກິ­ໂລ­ແມັດ ແລະ ໂຄງ­ການ​ດັ່ງ­ກ່າວ ເປັນ​ໂຄງ­ການ​ຫັນ​ຊັບ​ສິນ​ເປັນ​ທຶນ.

ໃນ​ໄລ­ຍະ​ຜ່ານ​ມາ​ໂຄງ­ການ​ດັ່ງ­ກ່າວ ໄດ້​ມີ​ຫາງ​ສຽງ​ຈາກ​ສັງ­ຄົມ ໂດຍ​ສະ­ເພາະ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ກ່ຽວ​ກັບ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ ສິ່ງ​ປຸກ​ສ້າງ ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ​ນີ້ ວັນ​ທີ 10 ຕຸ­ລາ 2012 ທ່ານ ສຸ​ກັນ ມະ­ຫາ­ລາດ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ໄດ້​ຮູ້​ວ່າ ບັນ­ຫາ​ທີ່​ສັງ­ຄົມ​ສົນ­ໃຈ ແມ່ນ​ເວົ້າ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທີ່​ດິນ​ຢູ່​ສອງ​ຂ້າງ​ທາງ​ນັ້ນ ສຳ­ລັບ​ດິນ​ໜ້າ​ທາງ​ນັ້ນ ຈະ​ໄດ້​ມີ​ການ​ປຶກ­ສາ​ກັບ​ເຈົ້າ​ຂອງ​ດິນ ເພື່ອ​ເຮັດ​ແນວ­ໃດ​ຈະ​ຕ້ອງ​ໄດ້​ແກ້​ໄຂ​ເພື່ອ​ສ້າງ​ທາງ ສ່ວນ​ສອງ​ຂ້າງ​ທາງ​ແຕ່​ກ່ອນ​ມີ​ຄວາມ​ເຂົ້າ­ໃຈ​ວ່າ​ຕ້ອງ​ໄດ້​ຮັກ­ສາ​ໄວ້​ເບື້ອງ​ລະ 200 ແມັດ ແມ່ນ​ຂອບ​ເຂດ​ທີ່​ທາງ​ນະ­ຄອນ­ຫຼວງ ກໍ​ຄື​ບໍ­ລິ­ສັດ​ສ້າງ​ທາງ​ຈະ​ຕ້ອງ​ໄດ້​ເຂົ້າ​ປຶກ­ສາ​ກັບ​ເຈົ້າ​ຂອງ​ດິນ ກ່ຽວ​ກັບ​ສິ່ງ​ກີດ­ຂວາງ ເພື່ອ​ໃຫ້​ມີ​ການ​ຊົດ​ເຊີຍ​ເອົາ (ນັບ​ທັງ​ດິນ​ສິ່ງ​ປຸກ​ສ້າງ​ຜົນ­ລະ­ປູກ) ນຳ​ເຈົ້າ​ຂອງ​ເດີມ ຕາມ​ການ​ຕົກ­ລົງ​ກັນ​ລະ­ຫວ່າງ​ຝ່າຍ​ໂຄງ­ການ​ສ້າງ​ທາງ​ກັບ​ເຈົ້າ​ຂອງ​ດິນ ແຕ່​ກໍ​ບໍ່​ໝາ­ຍວ່າ​ໝົດ​ເບື້ອງ​ລະ 200 ແມັດ ນັ້ນ​ແມ່ນ​ເອົາ​ມາ​ເປັນ​ດິນ​ຂອງ​ລັດ ຂອງ​ໂຄງ­ການ​ແມ່ນ​ບົນ​ພື້ນ­ຖານ ປຶກ­ສາ​ຫາ­ລື​ເຈລະ­ຈາ​ເປັນ​ເອ­ກະ​ພາບ​ຕົກ­ລົງ​ນຳ​ກັນ​ສອງ​ກ້ຳ​ສອງ​ຝ່າຍ ຢ່າງ​ມີ​ເຫດ​ມີ​ຜົນ ແລະ ຕາມ​ຄວາມ​ເໝາະ​ສົມ​ຂອງ​ການ​ຊົດ​ເຊີຍ.

ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: ຖ້າ​ໂຄງ­ການ​ນີ້​ສຳ­ເລັດ ຈະ​ເປັນ​ເສັ້ນ­ທາງ​ຈະ​ຊ່ວຍ​ການ​ສັນ­ຈອນ​ໃນ​ອະ­ນາ­ຄົດ ເປັນ​ເສັ້ນ­ທາງ​ພັດ­ທະ­ນາ​ສອງ​ເບື້ອງ ທາງ​ໃນ​ຂອບ​ເຂດ​ບໍ­ລິ­ເວນ​ນີ້​ໃຫ້​ມັນ​ດີ​ຂຶ້ນ ທັງ​ຈະ​ເຮັດ​ໃຫ້­ການ​ສັນ­ຈອນ​ລະ­ຫວ່າງ​ຕົວ​ເມືອງ​ອອກ​ໄປ​ສູ່​ຊານ­ເມືອງ ແລະ ເຊື່ອມ​ຈອດ​ກັບ​ແຂວງ​ອື່ນ ໄດ້​ມີ​ຄວາມ​ສະ­ດວກ​ສະ­ບາຍ.


໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ອາ ຂອບໃຈຂໍມູນພາສາລາວເທີ່ງນີ້ ແລະ ອັນນີ້ເຊັນລົງນາມຮຽບຮ້ອຍແມ່ນບໍ່?

New roads to give suburbs better links to Vientiane

Three new roads are to be built that will provide a more accessible connection to Vientiane city centre from Xaysettha and Hadxaifong districts.

The project will involve the construction of more than 20 kilometres of concrete highway, complete with roadside drainage, street lights and bus stops and is costing 592.8 billion kip (about US$75 million).


Mr Detsongkham Thammavong and Ms Sengkeo Phimmasone display the signed contract.

Nouansavanh Construction Company will be taking on the project. Company Director Ms Sengkeo Phimmasone on Wednesday signed a contract with the Director of the Vientiane Department of Public Works and Transport, Mr Detsongkham Thammavong, which will allow the work to go ahead.

Director of Vientiane's Department of Planning and Investment, Mr Vixay Xavanna, and Khongxap Construction Company Director Mr Phoutthasak Inthamith, representing the project owner and contractor respectively, signed the document as witnesses.

Vientiane Vice Mayor Mr Keophilavanh Aphaylath witnessed the signing of the contract.

A breakdown of the costs estimate that US$61.4 mill ion will be spent on the actual construction of the roads, US$1.08 million on management and consultation, US$350,000 on survey and design, US$1.5 million on miscellaneous expenses, and US$6.49 million on t axes.

US$3.5 million is also needed for community resettlement, because sections of the road are being expanded and elevated and some households will need to be relocated.

The new road will be 15 metres wide and will mainly replace existing ones, but in areas where there are wetlands and marshes, the highway will be raised to decrease the risk of flooding.

Construction is expected to take about three years and the first stage is due to go ahead sometime next year.

The project will begin with the rebuilding of the road between Khamsavath and Xiengda villages in Xaysettha district. Once complete, it will see roads linking the villages of Xiengda and Dongkhamxang in Xaysettha district, Nahay village in Hadxaifong district, and Dongkhamxang and Nonghay villages in Hadxaifong district.

The work being carried out is part of a wider plan to develop the inner and outer road networks of Vientiane by creating more accessible routes to road nos. 10, 11 and 13.

A survey for the project began in October last year and was completed in June.



ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍແທ້


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແນ່ກະດີ ອີ່ໂຕນລັດສະປອດຂອງຄົນມີເງິນ ເລັ່ງບໍ່ເຄີຍກາຍເກຍ2

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ດີໃຈ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຕັດ​ໃໝ່ ແຕ່​ບ້ານ​ດອນ​ນົກ​ຂຸ້ມ​-​ເສັ້ນ­ທາງ​ກຳ­ແພງ ເມືອງ​ -ຜ່ານ​ບຶງ​ທາດ­ຫຼວງ ບ້ານ​ຊຽງ​ດາ-ດົງ​ໂພ​ສີ -ເຊື່ອມ​ໃສ່​ເສັ້ນ­ທາງ 450 ປີ -ແລະ​ເຊື່ອມ​ຕໍ່​ບ້ານ​ນາ​ຄວາຍ
ຄວາມ​ຍາວ​ທັງ​ໝົດ 9,5 ກິ­ໂລ­ແມັດ
ໂຄງ­ການ​ນີ້​ມີ​ໄລ­ຍະ​ເວ­ລາ​ການ​ກໍ່­ສ້າງ 36 ເດືອນ ນັບ​ແຕ່​ມື້​ເຊັນ​ສັນ­ຍາ​ເດືອນ​ກໍ­ລະ­ກົດ 2012 ຫາ​ກໍ­ລະ­ກົດ 2015
ເຈົ້າ​ຂອງ​ໂຄງ­ການ​ແມ່ນ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ
ບໍ­ລິ­ສັດ​ນ້ຳ​ທາ​ກໍ່­ສ້າງ-ຂົວ​ທາງ​ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ລົງ­ທຶນ​ກ່ອນ 100%.

ຜູ້ອຳນວຍການບໍລິສັດ ທ່ານ. ຄຳເຜິງ ທອງສະບາ ໄດ້ຄາດຄະເນວ່າ ຄ່າໃຊ້ຈ່າຍທັງຫມົດໃນໂຄງການ
ສ້າງທາງຫລວງໃຫມ່ນີ້ ແມ່ນຫລາຍກວ່າ 70 ລ້ານໂດລາ ສະຫະລັດ ແລະ ຈະໃຊ້ເວລາໃນການກໍ່ສ້າງ 3 ປີ.


ຄິດສະເລັ່ຍ 7,36 ລ້ານ ຕໍ່ກິໂລແມດແມ່ນບໍ່

ກໍ່ສ້່ງແບ່ງອອກເປັນ 2 ໄລຍະ

ໄລ­ຍະ​ທີ 1 ເລີ່ມ​ແຕ່​ບ້ານ​ດອນ​ນົກ​ຂຸ້ມ​ໄປ​ຫາ​ຖະ­ໜົນ​ກຳ­ແພງ​ເມືອງ-ບຶງ​ທາດ­ຫຼວງ-ບ້ານ​ຊຽງ​ດາ ມີ​ຄວາມ​ຍາວ 4,1 ກິ­ໂລ­ແມັດ
ຈະ​ກໍ່­ສ້າງ​ເປັນ​ເສັ້ນ­ທາງ​ປູ​ດ້ວຍ​ອາ​ສະ​ຟານ​ມີ 6 ເລນ ລົດ​ແລ່ນ​ເບື້ອງ​ລະ 3 ເລນ ມີ​ຄວາມ​ກວ້າງ​ທັງ​ໝົດ 30 ແມັດ ມີ​ທາງ​ຄົນ​ຍ່າງ​ເບື້ອງ​ລະ 3,5 ແມັດ ມີ​ດອນ​ກາງ​ທາງ​ກວ້າງ 2,5 ແມັດ ມີ​ຂົວ​ເບ​ຕົງ​ເສີມ​ເຫຼັກ​ຂ້າມ​ບຶງ​ທາດ­ຫຼວງ 1 ແຫ່ງ ຍາວ 241 ແມັດ

ໄລ­ຍະ​ທີ 2 ເລີ່ມ​ແຕ່​ບ້ານ​ຊຽງ​ດາ ຜ່ານ​ດົງ​ໂພ​ສີ ບ້ານ​ນາ​ຄວາຍ​ໃຕ້ ແລະ ເຊື່ອມ​ໃສ່​ເສັ້ນ­ທາງ 450 ປີ ມີ​ຄວາມ​ຍາວ 5,4 ກິ­ໂລ­ແມັດ
ເປັນ​ທາງ​ປູ​ດ້ວຍ​ອາ​ສະ​ຟານ​ມີ 6 ເລນ ລົດ​ແລ່ນ​ມີ​ຄວາມ​ກວ້າງ​ທັງ​ໝົດ 23,5 ແມັດ ມີ​ດອນ​ກາງ​ທາງ​ກວ້າງ 2,5 ແມັດ
ແລະ ມີ​ຂົວ​ເບ​ຕົງ​ເສີມ​ເຫຼັກ 1 ແຫ່ງ ຍາວ 62 ແມັດ ເປັນ​ຂົວ​ຄູ່​ທີ່​ສາ­ມາດ​ແຍກ​ທິດ​ທາງ​ການ​ສັນ­ຈອນ

ທັງ​ສອງ​ໄລ­ຍະ​ນີ້​ມີ​ລະ­ບົບ​ລາຍ​ນ້ຳ ລະ­ບົບ​ໄຟ­ຟ້າ​ເຍືອງ​ທາງ ແລະ ປ້າຍ​ຈະ­ລາ­ຈອນ​ຄົບ​ຊຸດ
ນອກ​ນີ້​ແລ້ວ ຍັງ​ຈະ​ມີ​ເສັ້ນ​ທງ​ຕັດ​ໃໝ່ ເລີ່ມ​ແຕ່​ກິ­ໂລ­ແມັດ​ທີ 7,38 ໄປ​ຫາ​ສາມ​ແຍກ​ບ້ານ​ນາ​ຄວາຍ ມີ​ຄວາມ​ຍາວ 1,5 ກິ­ໂລ­ແມັດ

​ຖ້າ​ລວມ​ທັງ​ໝົດ​ໂຄງ­ການ​ແມ່ນ​ມີ​ຄວາມ​ຍາວ 11 ກິ­ໂລ­ແມັດ ແລະ ໂຄງ­ການ​ດັ່ງ­ກ່າວ ເປັນ​ໂຄງ­ການ​ຫັນ​ຊັບ​ສິນ​ເປັນ​ທຶນ.

ໃນ​ໄລ­ຍະ​ຜ່ານ​ມາ​ໂຄງ­ການ​ດັ່ງ­ກ່າວ ໄດ້​ມີ​ຫາງ​ສຽງ​ຈາກ​ສັງ­ຄົມ ໂດຍ​ສະ­ເພາະ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ກ່ຽວ​ກັບ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ ສິ່ງ​ປຸກ​ສ້າງ
ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ​ນີ້ ວັນ​ທີ 10 ຕຸ­ລາ 2012 ທ່ານ ສຸ​ກັນ ມະ­ຫາ­ລາດ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ໄດ້​ຮູ້​ວ່າ ບັນ­ຫາ​ທີ່​ສັງ­ຄົມ​ສົນ­ໃຈ ແມ່ນ​ເວົ້າ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທີ່​ດິນ​ຢູ່​ສອງ​ຂ້າງ​ທາງ​ນັ້ນ
ສຳ­ລັບ​ດິນ​ໜ້າ​ທາງ​ນັ້ນ ຈະ​ໄດ້​ມີ​ການ​ປຶກ­ສາ​ກັບ​ເຈົ້າ​ຂອງ​ດິນ ເພື່ອ​ເຮັດ​ແນວ­ໃດ​ຈະ​ຕ້ອງ​ໄດ້​ແກ້​ໄຂ​ເພື່ອ​ສ້າງ​ທາງ ສ່ວນ​ສອງ​ຂ້າງ​ທາງ​ແຕ່​ກ່ອນ​ມີ​ຄວາມ​ເຂົ້າ­ໃຈ​ວ່າ​ຕ້ອງ​ໄດ້​ຮັກ­ສາ​ໄວ້​ເບື້ອງ​ລະ 200 ແມັດ ແມ່ນ​ຂອບ​ເຂດ​ທີ່​ທາງ​ນະ­ຄອນ­ຫຼວງ ກໍ​ຄື​ບໍ­ລິ­ສັດ​ສ້າງ​ທາງ​ຈະ​ຕ້ອງ​ໄດ້​ເຂົ້າ​ປຶກ­ສາ​ກັບ​ເຈົ້າ​ຂອງ​ດິນ ກ່ຽວ​ກັບ​ສິ່ງ​ກີດ­ຂວາງ ເພື່ອ​ໃຫ້​ມີ​ການ​ຊົດ​ເຊີຍ​ເອົາ (ນັບ​ທັງ​ດິນ​ສິ່ງ​ປຸກ​ສ້າງ​ຜົນ­ລະ­ປູກ) ນຳ​ເຈົ້າ​ຂອງ​ເດີມ ຕາມ​ການ​ຕົກ­ລົງ​ກັນ​ລະ­ຫວ່າງ​ຝ່າຍ​ໂຄງ­ການ​ສ້າງ​ທາງ​ກັບ​ເຈົ້າ​ຂອງ​ດິນ ແຕ່​ກໍ​ບໍ່​ໝາ­ຍວ່າ​ໝົດ​ເບື້ອງ​ລະ 200 ແມັດ ນັ້ນ​ແມ່ນ​ເອົາ​ມາ​ເປັນ​ດິນ​ຂອງ​ລັດ ຂອງ​ໂຄງ­ການ​ແມ່ນ​ບົນ​ພື້ນ­ຖານ ປຶກ­ສາ​ຫາ­ລື​ເຈລະ­ຈາ​ເປັນ​ເອ­ກະ​ພາບ​ຕົກ­ລົງ​ນຳ​ກັນ​ສອງ​ກ້ຳ​ສອງ​ຝ່າຍ ຢ່າງ​ມີ​ເຫດ​ມີ​ຜົນ ແລະ ຕາມ​ຄວາມ​ເໝາະ​ສົມ​ຂອງ​ການ​ຊົດ​ເຊີຍ.

ຖ້າແມ່ນ ໄດ້ຫມົດ 200 ແມດ ຄູນ 2 ອອກເປັນ 400 ຄູນ 11 000 ແມດ ລັດຈະໄດ້ 4 400 000 ມ2 ຖ້າຂາຍ ແມດກາເລລະ 20 ໂດລາ ລັດກໍຈະໄດ້ 88 ລ້ານໂດລາ
ບັນຫາ ລັດຕອ້ງທົດແທນປະຊາຊົນໄດ້ເທົ່າໃດ ຈຶ່ງພໍໄຈ
ແນ່ນອນຖ້າແມ່ນລາຄາຕະຫລາດ ແຖວນັ້ນ ຕອ້ງແມ່ນ 20 ດລ ຂື້ນໄປ ດັ່ງນັ້ນ ລັດຕອ້ງຂາຍຢ່າງນອ້ຍ 40 ຈຶ່ງຄຸ້ມ
ຖ້າເອົາຕົວເລກຕົວຜາມາກາງໃສ່ກັນ ຄິດວ່າ ປະຊາຊົນຕອ້ງເຂົ້າໃຈ ແລະໂລ່ງໃຈໄດ້
ອີກອັນນຶ່ງ ຖ້າຢາກໄຫ້ປະຊາຊົນ ໄດ້ລາຄາດີ ເພິ່ນຕອ້ງຫລຸດລາຄາຈ້າງຄ່າເຣັດທາງລົງ ໂດຍໄຫ້ມີ ການສຳຫລວດ ອອກແບບ ຄິດໄລ່ ແລະປະມູນສາກົນ ຈົບດີ
ຖ້າມູນຄ່າທີ່ປະມູນ ຫາກລົດມາເປັນ ຈັກ 50 ລ້ານ ເຣົາກໍສາມາດປະຢັດໄດ້ຕັ້ງ 30 ລ້ານ ແລວ້ ລັດກັບ ປຊຊ ກໍເອົາມາແບ່ງກັນ[color=red]
[/color]

ຂໍ້ມູນອ້າງອີງ ທີ່ດຫັນຢູ່ຕາມເວັບຕ່າງໆ ,,,,,,,,, ມູນຄ່າກໍ່ສ້ງຊູເປີຣາຍເວ ຢູ່ຈີນ ປະມານ 3,5 ຫາ 5-6 ລ້ານ ຕໍ່ກິໂລ ຢູ່ຫວຽດ ກວ່າ 5 ລ້ານ ຢູ່ ຢູໂລບ ເລີ້ມແຕ່ 3,5 ລ້ານຂື້ນໄປ
ຢູຸ ເມກາ ແມ່ນ 5,,, ຂຶ້ນ
ສຸດຍອດໃນໂລກ ແມ່ນ ຢູ້ລັດເຊັຍ ຍອ້ນ ຄໍລັບຊັນ ລາວເຣາວ່າ ເງິນຣັ່ວ