ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຕົວະຂາຍດິນຢູ່ນາຂ່າໄດ້ເງິນຫລາຍຮ້ອຍລ້ານກີບ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ທ້າວ ສຸກສະບາຍ ໄດ້ຮ່ວມກັບນາຍບ້ານນາຂ່າ ແລະ ທ້າວ ທອງສັກດາ ເຮັດເອກະສານທີ່ດິນປອມເຄື່ອນໄຫວ ໂກງຊັບຫຼາຍລາຍ ໃນນີ້ ຍັງມີທ້າວ ສະຖາພອນ ຊື້ດິນນຳຜູ້ກ່ຽວ ໃນວົງເງິນຈຳນວນ 4 ລ້ານບາດ ທ້າວ ແສງຈັນ 2 ແສນບາດ ທ້າວ ໄພທູນ ພ້ອມກັບທ້າວ ສີພັນ 180 ລ້ານກີບ ແລະ ທ້າວ ທັດສະນະ 120 ລ້ານກີບ. ປັດຈຸບັນ ຄະດີສໍ້ໂກງຊັບພົນລະເມືອງລາຍນີ້ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນາຊາຍທອງ ຈະໄດ້ປະສານສົມທົບກັບອົງການປົກຄອງ ເມືອງນາຊາຍທອງ ເພື່ອດຳເນີນຄະດີກັບນາຍບ້ານ ຮອງນາຍບ້ານນາຂ່າ ແລະ ທ້າວ ທອງສັກດາ ພະນັກງານທີ່ດິນເມືອງນາຊາຍທອງ ໄປ ຕາມຂັ້ນຕອນຂອງກົດໝາຍ.


ເຊີນອ່ານຂ່າວທັງເຫມິດຢູ່ນີ້:
ຫນັງສືພິມວຽງຈັນໃຫມ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈນຳຖ້າຈັບໄດ້ແລ້ວ
ໝູ່ຂ້ອຍກໍ່ເຄີຍຖືກຫຼອກ ແຕ່ບໍ່ແມ່ນລາຍນີ້, ອັນນັ້ນຕຳຫຼວດກໍ່ຈັບໄດ້ແລ້ວ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ດີໃຈນຳຖ້າຈັບໄດ້ແລ້ວ
ໝູ່ຂ້ອກໍ່ເຄີຍຖືກຫຼອກ ແຕ່ບໍ່ແມ່ນລາຍນີ້, ອັນນັ້ນຕຳຫຼວດກໍ່ຈັບໄດ້ແລ້ວ



ນັກຕົ້ມມີຫລາຍນໍ. ຮອດວ່າ ເປັນນາຍບ້ານ ພະນັກງານ ອຶກກະທິກ ໂອຍ......


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ດີໃຈນຳຖ້າຈັບໄດ້ແລ້ວ
ໝູ່ຂ້ອກໍ່ເຄີຍຖືກຫຼອກ ແຕ່ບໍ່ແມ່ນລາຍນີ້, ອັນນັ້ນຕຳຫຼວດກໍ່ຈັບໄດ້ແລ້ວ



ນັກຕົ້ມມີຫລາຍນໍ. ຮອດວ່າ ເປັນນາຍບ້ານ ພະນັກງານ ອຶກກະທິກ ໂອຍ......


ຫັ້ນລະ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ເລື່ອງນີ້ເຄີຍອ່ານໃນໜັງສືພິມຢູ່ ຮູ້ສຶກວ່າທ.ສຸກບໍ່ສະບາຍຫັ້ນຈະໄດ້ເງິນແຕ່20ລ້ານກີບເອງສ່ວນທີ່ເຫລືອໃຫ້ກັບທ.ທອງສັກດາໝົດ ແບບນີ້ຂົ່ວໄດ້ໃຈເປັນພະນັກລັດແທ້ໆຍັງຮ່ວມມືກັບໂຈນຢ່າງອອກນອກໜ້າ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ໄປຊື້ດິນຕ້ອງໄດ້ລະວັງສຸດໆ
ລາຄາດິນແຮ່ງແພງຕັ້ງແຕ່ ເສດຖີ ຫວຽດກັບຈີນ ເຂົ້າມາລາວ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທຳມະດາໜ້າຊື່ຕາໃສ ປາກນົວຫົວມ່ວນ ( ແມ່ຍ່າແມ່ຍິງ) ຮູ້ຈັກກັນຫຼາຍປີກໍ່ຍັງເປັນເດີແບບນັ້ນ ນະ



໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ໂອ..ສັງຄົມລາວແນວນີ້ກະມີເນາະ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ຫາກະຮູ້ຊັ້ນເບາະ
ມັນມີປະກົດການນີ້ແຕ່ດົນແລ້ວ ເລື່ອງອອກສິດນຳໃຊ້ທີ່ດິນທັບຊ້ອນກັນຫັ້ນນະ
ສະບັບທີ່ທັບຊ້ອນຫັ້ນລະ ມັນແມ່ນຂອງປອມ ໄດ້ຍິນມາແຕ່ມື້ອອກໃບຕາດິນທຳອິດພຸ້ນລະ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ສົມຄວນແລ້ວທີ່ຖືກຈັບ
ບາບໄລ່ເວນທັນແທ້ໆ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັງແມ່ນຂວາງ...


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ແນວເຮັດບໍ່ອຶດບໍ່ຢາກໄປເຮັດໆຫຍັງແນວຜິດບ້ານພານເມືອງ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແນວເທວະດາ ໃຫ້ພອນສະຫວັນໃຫ້ເຂົາມາແບບນັ້ນເດ
ຄັນບໍ່ມີຄັນປະເພດນີ້ ຕຳຫຼວດກະສິບໍ່ມີວຽກຕິ 555

ອັນນີ້ແຫຼະ ເຂົາເອີ້ນວ່າ ສະຫຼາດແກມກົງ


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ພວກນີ້ຢູ່ໄປ ກະຫົກໂລກ ຕາຍໄດ້ກະດີ

www.satoshi250.com
freemoney on faucetbox

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຖ້າຄະດີຄືບໜ້າແລ້ວເອົາມາເວົ້າໃຫ້ຟັງແນ່ເດີ...ຢາກຮູ້ວ່າຜົນໄດ້ຮັບມັນແມ່ນຫຍັງ??

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ບ້ານເຮົາກະເປັນຕາຢ້ານເນາະ ຄົນຄົດໂຄງຂາຍແທ້