ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ທ່ານຮູ້ບໍ່ວ່າ ມີປະເທດໃດແດ່ທີ່ບໍ່ມີການສໍ້ລາດບັງຫຼວງ (ຄໍລັບຊັ້ນ)?

໔ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ມີບາງອົງການຈັດຕັ້ງ( Transparancy Org) ທີ່ສຳຫຼວດດັດສະນີປະເທດທີ່ສໍ້ລາດບັງຫຼວງຫຼາຍທີ່ສຸດໃນໂລກ ເຊິ່ງເພິ່ນສະແດງໃຫ້ເຫັນວ່າ ປະເທດລາວ ເປັນປະເທດ ທີ່ຢືນຢູ່ແຖວໜ້າຂອງໂລກ....ແຕ່ເພິ່ນບໍ່ໄດ້ບອກວ່າ ປະເທດໃດທີ່ບໍ່ມີການສໍ້ລາດບັງຫຼວງ ແລະ ຈຳນວນເງິນທີ່ເສຍຈາກການສໍ້ລາດບັງຫຼວງຂອງແຕ່ລະປະເທດມີປະມານເທົ່າໃດ? ຈຶ່ງເຮັດໃຫ້ຄົນລາວຫຼາຍຄົນເຂົ້າໃຈຜິດວ່າ ປະເທດຕົນ ຕິດແຕ່ບັນຊີປະເທດທີ່ບໍ່ດີ...
1. ທ່ານຮູ້ບໍ່ວ່າປະເທດໃດບໍ່ມີການສໍ້ລາດບັງຫຼວງ?
2. ເງິນທີ່ເສຍຈາກການສໍ້ລາດບັ
ຫຼວງຂອງແຕ່ລະປະເທດມີປະມານເທົ່າໃດ?

ເຊີນທ່ານຕອບຊ່ວຍແດ່ ຈະເຮັດໃຫ້ຫຼາຍຄົນຮູ້ຈັກໂລກນີ້ດີຂຶ້ນ.....


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເດ, ເຂົ້າເບິ່ງ google ກໍ່ເຫັນ
ຍິ່ງເບິ່ງຍິ່ງເມື່ອຍນຳ ຈົນບໍ່ຢາກເບິ່ງອີກແລ້ວ


໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ປະເທດຍີ່ປຸ່ນ ຕິເບາະ

ນ້າຈະປະມານນີ້

ສອຍໆ ຄຸສອງໜ່ວຍ ເປັນຫາບ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີປະເທດໃດດອກທີ່ບໍ່ມີສໍ້ລາດ ຕ່າງແຕ່ໃຜຊິຫລາຍກ່ວາກັນ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີປະເທດໃດດອກ ມີແຕ່ມີນ້ອຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງປາບຄໍລັບຊັ່ນນີ້ຕ້ອງຍົກໃຫ້ຫວຽດ
ລາວເຮົາມີຫລາຍໂພດ ກິນເປັນຕະກຸນເລີຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານຮູ້ບໍ່ວ່າ ມີປະເທດໃດແດ່ທີ່ບໍ່ມີການສໍ້ລາດບັງຫຼວງ (ຄໍລັບຊັ້ນ)?
ຕອບ: ປະເທດທີ່ເຂົາຈະເລີນຫັ້ນລະ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...
ມີບາງອົງການຈັດຕັ້ງ( Transparancy Org) ທີ່ສຳຫຼວດດັດສະນີປະເທດທີ່ສໍ້ລາດບັງຫຼວງຫຼາຍທີ່ສຸດໃນໂລກ ເຊິ່ງເພິ່ນສະແດງໃຫ້ເຫັນວ່າ ປະເທດລາວ ເປັນປະເທດ ທີ່ຢືນຢູ່ແຖວໜ້າຂອງໂລກ....ແຕ່ເພິ່ນບໍ່ໄດ້ບອກວ່າ ປະເທດໃດທີ່ບໍ່ມີການສໍ້ລາດບັງຫຼວງ ແລະ ຈຳນວນເງິນທີ່ເສຍຈາກການສໍ້ລາດບັງຫຼວງຂອງແຕ່ລະປະເທດມີປະມານເທົ່າໃດ? ຈຶ່ງເຮັດໃຫ້ຄົນລາວຫຼາຍຄົນເຂົ້າໃຈຜິດວ່າ ປະເທດຕົນ ຕິດແຕ່ບັນຊີປະເທດທີ່ບໍ່ດີ...
1. ທ່ານຮູ້ບໍ່ວ່າປະເທດໃດບໍ່ມີການສໍ້ລາດບັງຫຼວງ?
2. ເງິນທີ່ເສຍຈາກການສໍ້ລາດບັ
ຫຼວງຂອງແຕ່ລະປະເທດມີປະມານເທົ່າໃດ?

ເຊີນທ່ານຕອບຊ່ວຍແດ່ ຈະເຮັດໃຫ້ຫຼາຍຄົນຮູ້ຈັກໂລກນີ້ດີຂຶ້ນ.....



ຂ້ອຍບໍ່ສາມາດຊິຕອບຄຳຖາມເຫລົ່ານີ້ໄດ້ ແຕ່ຢາກມີຄຳເຫັນເລັກນ້ອຍ.

ໜຶ່ງໃນສິ່ງທີ່ຄວນເຂົ້າໃຈ ກໍແມ່ນການເກັບກຳຂໍ້ມູນ ຂອງອົງການດັ່ງກ່າວ Transparancy Org.

ປະເທດທີ່ບໍ່ໄດ້ຮັບການຊ່ອຍເຫລືອລ້າ ຊິບໍ່ມີປະເທດອື່ນສົນໃຈ ເຈາະເລິກເລື່ອງຄໍລັບຊັ່ນ ຫລາຍປານໃດ. ມີແຕ່ຄົນໃນປະເທດເຂົາເອງທີ່ ເອົາໃຈໃສ່ຫລາຍກວ່າ.

ແຕ່ປະເທດທີ່ໄດ້ຮັບການຊ່ອຍເຫລືອຫລາຍ ເຊັ່ນປະເທດລາວ ຊິຖືກຜູ້ທີ່ເຂົາໃຫ້ເງິນ ໃຫ້ການຊ່ອຍເຫລືອມານັ້ນ ກຶ້ງຕາເບິ່ງ ວ່າເງິນຄຳ ທີ່ເຂົາໃຫ້ມານັ້ນ ໄປໃສແນ່.


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ແຕ່ປະເທດທີ່ໄດ້ຮັບການຊ່ອຍເຫລືອຫລາຍ ເຊັ່ນປະເທດລາວ ຊິຖືກຜູ້ທີ່ເຂົາໃຫ້ເງິນ ໃຫ້ການຊ່ອຍເຫລືອມານັ້ນ ກຶ້ງຕາເບິ່ງ ວ່າເງິນຄຳ ທີ່ເຂົາໃຫ້ມານັ້ນ ໄປໃສແນ່.

ແມ່ນລະ ອົງກອນທີ່ປະເມີນ ແມ່ນເອົາຂໍ້ມູນຂອງທະນາຄານທີ່ໃຫ້ການຊ່ວຍເຫຼືອລ້າ ແລະ ເງິນກູ້ດອກເບ້ຍຕໍ່າ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໔ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...
ມີບາງອົງການຈັດຕັ້ງ( Transparancy Org) ທີ່ສຳຫຼວດດັດສະນີປະເທດທີ່ສໍ້ລາດບັງຫຼວງຫຼາຍທີ່ສຸດໃນໂລກ ເຊິ່ງເພິ່ນສະແດງໃຫ້ເຫັນວ່າ ປະເທດລາວ ເປັນປະເທດ ທີ່ຢືນຢູ່ແຖວໜ້າຂອງໂລກ....ແຕ່ເພິ່ນບໍ່ໄດ້ບອກວ່າ ປະເທດໃດທີ່ບໍ່ມີການສໍ້ລາດບັງຫຼວງ ແລະ ຈຳນວນເງິນທີ່ເສຍຈາກການສໍ້ລາດບັງຫຼວງຂອງແຕ່ລະປະເທດມີປະມານເທົ່າໃດ? ຈຶ່ງເຮັດໃຫ້ຄົນລາວຫຼາຍຄົນເຂົ້າໃຈຜິດວ່າ ປະເທດຕົນ ຕິດແຕ່ບັນຊີປະເທດທີ່ບໍ່ດີ...
1. ທ່ານຮູ້ບໍ່ວ່າປະເທດໃດບໍ່ມີການສໍ້ລາດບັງຫຼວງ?
2. ເງິນທີ່ເສຍຈາກການສໍ້ລາດບັ
ຫຼວງຂອງແຕ່ລະປະເທດມີປະມານເທົ່າໃດ?


ເຊີນທ່ານຕອບຊ່ວຍແດ່ ຈະເຮັດໃຫ້ຫຼາຍຄົນຮູ້ຈັກໂລກນີ້ດີຂຶ້ນ.....
[ຄືຊິບໍ່ມີແມ່ນບໍ່ ປະເທດທີ່ບໍ່ຄໍລັບຊັນ ຢູ່ໂລກນີ້....]


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາໄດ້ລະເອົາໄປໂລດບໍ່ສະອອນ ເພາະເປັນເງິນຮ້ອນ ເງິນບໍ່ໄດ້ຫາມາດ້ວຍເຫື່ອແຮງ ຄວາມພູມໃຈມັນຕ່າງກັນ ແລະບໍ່ມີຄວາມສຸກອີກຕ່າງຫາກ


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ປະເທດ Denmark
ລາຍລະອຽດ ຕາມລີ້ງ http://www.dek-d.com/board/view.php?id=1596315

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
147 ປະເທດ ມີສອງປະເທດນຳໜ້າທີ່ບໍ່ມີຕິດໃນການສໍ້ຫຼາດບັງຫຼວງ

jidapha

໓ ກະທູ້
໒໑໓ ໂພສ
ນັກການກະທູ້
ຕາມທີ່ຮູ້ມາ ຍັງບໍ່ມີປະເທດໃດທີ່ມີລະບົບປ້ອງກັນການສໍ້ລາດບັງຫລວງທີ່ສົມບູນແບບປານນັ້ນ
ແຕ່ຖ້າໃຫ້ບອກວ່າປະເທດໃດມີຫນ້ອຍສຸດ, ຄິດວ່າອາດຈະແມ່ນ 'ສິງກະໂປ' ເພາະກົດຫມາຍເຂົາເຂັ້ມງວດດີ

So much I need to say been lonely since the day
the day you went away......





໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ລາວເຣາບໍ່ມີດອກແບບນັ້ນ ມີແຕ່ການຣົ່ວຂອງເງິນ ເພີ່ນກວດເຫັນບອ່ນຣົ່ວແລ້ກູ້ໄດ້ມາຈຳນວນນຶ່ງແລວ້
ອ່ານເບິ່ງ Link ນີ້ແມ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ນ່າ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ລາວ ນີ້ເດ ໂປ່ງໃສ ເຮີເຮີ ( ປະຊົດເດີ )


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ບໍ່ແມ່ນປະເທດຕິເບາະ: ເພາະວ່າບໍ່ເຫັນມີຂ່າວຄາວຫຍັງເລີຍ, ສ່ວນຄິດເປັນຈຳນວນຫລາຍກວ່າເຂົ້າງົບປະມານແຫ່ງຊາດ.


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ລາວເຮົາກະຍ້ອງໂຕເອງໄປວັນໆທັງໆທີ່ບ້ານເຮົາສໍ້ລາດຈົນເປັນເລື້ອງທຳມະດາໄປແລ້ວ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ລະບອບ ;@!@!%&*)+&^$@! ເປັນເກາະກຳບັງທີ່ດີດີສຸດໃຫ້ແກ່ການຄໍລັບຊັນ ເຊື່ອຂ້ອຍນີ້ ແຮແຮ ເຊັນເຊີ ສຽງນ່ອຍນື່ງ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຂໍມີຄວາມເຫັນນຳເດີ . ຈາກການ ເຊີດມາຈາກ ກູເກີນ Corruption Perceptions Index- CPI ປີ 2012 . ຈາກການສຳຫຼວດ 174 ປະເທດ ປະເທດເຮົາຕິດອັນດັບທີ່ 16 ຮ່ວມກັບ ປະເທດ ກົງໂກ ແລະ ປະເທດ ລີບີລີຢາ . ສ່ວນການຄອງອັນດັບ ໃນການຄອງອັນດັບ 1 ໂຊມາເລຍ ແລະ ປະເທດທີ່ມີການຄໍຫຼັບສັນນ້ອຍທີ່ສຸດແມ່ນ ປະເທດ ເດັນມາກ,ນີວຊີແລນ ແລະ ຟີນແລນ