ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະມີມື້ໃດບໍທີ່ປະເທດເຮົາຈະມີເງິນມີຄຳເຕັມຄັງ, ລົ້ນທະນາຄານ ຈົນວ່າ ບໍ່ມີແນວຊິເຮັດ?
ຫາກມີກິຈການຫຍັງຈະເກີດຂື້ນເທືອ່ໃດ ແມ່ນວ່າ ເພື່ອນບ້ານໃກ້ຄຽງແລ່ນມາຊ່ອຍ...ທຳອິດ ທຸກຄັ້ງວ່າ ຊ່ອຍເຫຼືອລ້າ...
ດັ່ງ ຄາວຊີເກັມສ໌ ເທື່ອແລ້ວ ກະວ່າ ຊ່ອຍກັນລ້າໆໃນຖານເພື່ອນຮ່ວມສະມໍຣະພູມນ້ຳບາກ, ແລະແຖວ ທາງສາຍເລກເກົ້າ!!!
ຕອນເປີດຊິເກັມສ໌ກະມີການກ່າວຄຳຂອບອົກຂອບໃຈໃນການຊົດຊ່ອຍລ້າຫັ້ນ..
ບາດແລ້ວວ່າ ບືງທາດຫຼວງ ແທນການສ້າງສນາມກິລາແຫ່ງຊາດ!!!???
ຕົກມາຫວ່າງສອງສາມວັນຜ່ານມານີ້ ກະຄືກັນໃນການຈັດກອງປະຊູມ ອາເຊມ...
ກະວ່າ ຂອບອົກຂອບໃຈພີ່ນ້ອງທາງພາກເໝືອທີ່ໃຫ້ການຊ່ອຍເຫຼືອລ້າ...
ບາດມື້ວານມື້ຊືນຜ່ານມາພັດວ່າ ໃນການຈັດກອງປະຊູມເທມື່ອນີ້ ປະເທດລາວມີໝີ້ເພີ່ມຂື້ນອີກ ປະມານສອງຮ້ອຍຫ້າສີບລ້ານໂດລາ!!?
ຊ້ຳບໍ່ພໍ ດິນດອນຕອນຫຍ້າທີ່ພາກັນຢືດເອົາຂອງພໍ່ແມ່ພີ່ນ້ອງມາສ້າງເຮືອນໃຫ້ບັນດາທ່ານຜູ່ມີກຽດມານອນພຽງຄືນ ຫັ້ນ ກະວ່າແມ່ນທືນຈີນມາສ້າງໃນສັນຍາ ເຊົ່າຫ້າສີບ ແລະສາມາດຕໍ່ໄດ້ອີກ ສີ່ສີບປີ!??
ງົງ ນຳຂ່າວທີ່ວ່າ ຊ່ອຍລ້າ ບາດແລ້ວ ມາປື້ນເປັນໄປແບບນີ້ ຫຼືວ່າ ຕັ້ງພາກັນຫຼິ້ນເສັ້ນສົງຄາມຈິຕສາຕໃສ່ກັນບໍ່ນີ້!!
ຄົງບໍ່ແມ່ນຕິແນວວ່າພັກຣລັດ ສລາດສ່ອງໃສ ເວົ້າຈິງທຳຈິງ ຈົນວ່າເຈົ້າຂອງທີ່ດິນໃນດອນຈັນພາກັນຕົກຕລິ່ງໄປໜົດ!!!
ບາດແລ້ວນີ້ແຮ່ງພາໃຫ້ງົງ..
ທີ່ງົງໃຫຍ່ສຸດກໍຄືການທີ່ລາວຈະສ້າງທາງຣົຖໄຟຄວາມໄວສູງ ດ້ວຍລຳແຄ່ງຂອງໂຕເອັງ ດ້ວຍທືນກູ້ ເຈັດໂກດໂດລາ!!!
ຜ່ານມາເທົ່າທີ່ຮູ້ມາ ແມ່ນໝີ້ສິນຂອງລາວຕໍ່ໂລກການເງິນມີປະມານ ສາມຕື້ກວ່າໂດລາ!!!ກະວ່າຫຼາຍສົມຄວນແລ້ວ!!
ບັດນີ້ຈະເພີ່ມຂື້ນອີກເຈັດຕື້ ກະປະມານ ເປັນສີບຕື້...ລອງໄລ່ສເລັຍ່ໃສ່ແຕ່ລະຫົວຄົນລາວດູວ່າ ແຕ່ລະຄົນມີໝີ້ຕິດຫົວແລ້ວທໍ່ໃດ!?
ຈັ່ງຊິແຫຼະຈື່ງວ່າຄິດເຫັນເພັງ ອັມມະຕະຂອງເພື່ອນບ້ານໃກ້ຄຽງທີ່ເຄີຍຮິດມາແລ້ວ...
ຖົມເທົ່າໄຣ່ໄມ້ຣູ້ຈັກເຕັມ!!!
ແຕ່ມີອາຈານຜູ່ນື່ງມາວ່າ ໃນການລົງທືນເທື່ອນີ້ ຈະໃຊ້ເວລາພຽງສາມປີກໍຈະໄດ້ທືນຄືນ..
ພຣະອາຈານເພີ່ນຄົງຕ້ອງໄດ້ໃຫວ້ວອນເທພາອາຣັກທັງໂລກແຫຼ້ວມາຊ່ອຍ!!!
ບາດ ຜຂ ຖາມໄປວ່າ ຣົຖໄຟທີ່ຈະມາແລ່ນຫັ້ນມີຈັກຄັນແລະເປັນກຳມະສິດຂອງໃຜ??
ແລະຄົນນັກຊ່ຽວຊານທັງນັກວິຊາການລາວກຽມພ້ອມໄດ້ຈັກຄົນແລ້ວ??
ຄຳຕອບກະ ລອຍລົມຢູ່!!!
ຜຂ ແລ້ວເຫັນວ່າ ເປັນການ ຍິງ ປະຕູເຂົ້າໂກນໂຕເອັງຫຼາຍກວ່າ.
ຫາກວ່າຈີນຖອນໂຕຈາກການສ້າງນີ້ ມັນຄົງບໍ່ແມ່ນຍ້ອນວ່າ ຄົນລາວມີຫົວຄິດທາງເສຖສາດດີກວ່ານັກເສຖສາດຈີນ..
ບໍ່ແມ່ນມິ່ນປະມາດບັນດາທ່ານຜູ່ຊົງຄຸນນະວຸທທິທາງນີ້ແຕ່ຢ່າງໃດ..
ຢາກຟັງຫາງສຽງຈາກກຳລັງພາຍໃນທີ່ສຸດ...

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່ຍໆໆໆ ຕາມເວລາ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຖ້າແຕ່ລະຄົນປີ້ນຖົງເສື້ອຖົງໂສ້ງໂຕເອງລົງລຸ່ມມື້ໃດລະແມ່ນມື້ນັ້ນແລະ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CPM ຂຽນວ່າ...
ໂອ່ຍໆໆໆ ຕາມເວລາ

ໜາຍຄວາມວ່າຮອດມື້ມາແລ້ວກະພາກັນຂຸດຂຸມຝັງໂຕເອັງ ຫຼື ໄຕ້ໄຟຈູດສົບໂຕເອັງຕິ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ຖ້າແຕ່ລະຄົນປີ້ນຖົງເສື້ອຖົງໂສ້ງໂຕເອງລົງລຸ່ມມື້ໃດລະແມ່ນມື້ນັ້ນແລະ

ຍງັມີໃຜເອົາເງິນໃສ່ຖົງຢູ່ບໍ?

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ປາກບໍ່ໄດ້ໄອບໍ່ອອກ ທ່ານເອີຍ ຊິເຮັດຈັງໃດໄດ້

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ບໍ່ຈັກຊິວ່າແຫຼະເນາະ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນກອງປະຊຸມ..... ຜູ້ຊົງຄຸນວຸດທິ... ໄດ້ຮັບປະກັນ ເອົາຕຳແໜງເປັນປະກັນ....
ເຫີ້ຍ ຮອດຍາມນັ້ນ ເພິ່ນກະຍັງຊິໄດ້ຢູ່ນຳເຮົາບໍ່ ? ເວລານັ້ນ ຄົງມີແຕ່ພຽງຊື່ສຽງ ຮອດເຊັນລູກຫຼານໃຜ ກະຮັບໄປ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Tuii ຂຽນວ່າ...
ປາກບໍ່ໄດ້ໄອບໍ່ອອກ ທ່ານເອີຍ ຊິເຮັດຈັງໃດໄດ້

ວາສນາເນາະ!!
ເຫັນໃຈ ຄ່ອຍໆໄອ ດັງໆເອົາຈັກມື້ບໍ??

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mona ຂຽນວ່າ...

ເຫັນແລ້ວ ແນວທາງປະຊາທິປະຕັຍແບບໃໜ່ ໃຜໆທີ່ຢູ່ນອກ ຫຼືຢູ່ແຖວຫຼັງຕ້ອງຫຍິບປາກໂຕເອັງໄວ້
ປະໄວ້ດື່ມເບັຍລາວແລະເຫຼົ້ານາຊູ ໄປແຕ່ລະມື້ ດີກວ່າຈະເວົ້າຈະວ່າຄວາມຄົນ!!!
ເພາະມັນຈະຜິດຫູຄົນ!!ນໍ
ຈັ່ງແມ່ນວານສາມັນສ້ວຍ!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tunna ຂຽນວ່າ...
ບໍ່ຈັກຊິວ່າແຫຼະເນາະ

ແນ່ນອນຮູ້ແນວຈະວ່າແຕ່ ເອົາແບບໄລ່ໜາບັກເຫຼ່ວ ໄປດີກວ່າ!!
ປາກຄົນ ມັນກະໍ່ຄືປາກໄຫ ແຕ່ວ່າເທເຫຼົ້າເບັຍໃສ່ແຕ່ລະມື້ ປິດປາກໄວ້ ອາຈໄດ້ມີອາຍຸຍືນ ໃນເຂດແຄວ້ນແດນອິສຣະ!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ໃນກອງປະຊຸມ..... ຜູ້ຊົງຄຸນວຸດທິ... ໄດ້ຮັບປະກັນ ເອົາຕຳແໜງເປັນປະກັນ....
ເຫີ້ຍ ຮອດຍາມນັ້ນ ເພິ່ນກະຍັງຊິໄດ້ຢູ່ນຳເຮົາບໍ່ ? ເວລານັ້ນ ຄົງມີແຕ່ພຽງຊື່ສຽງ ຮອດເຊັນລູກຫຼານໃຜ ກະຮັບໄປ

ພວກບ້າອຳນາດຫັ້ນຕິ!!
ອີກຈັກມື້ສອງມື້ກະຊິພາກັນໄປເປັນຜີບໍ່ມີແຜ່ນດິນຢູ່ແລ້ວ..
ຄ້ຳປະກັນດ້ວຍໝ້າທີ່!!!ແນວວ່າພາກັນຈັບມືປອງດອງກັນກັດກັນແຫ້ນແຜ່ນດິນທອງ``ແດງ``ທີ່ຍັງເຫຼືອພໍພຽງທໍ່ຍ່ອມຫຍ້າ..
ຫາກວ່າມີຟ້າມີແຖນສັກສິດຢ້ານວ່າຟ້າຊິຜ່າຫົວພວກເພິ່ນແຫຼ້ວມື້ໃດມື້ໝື່ງ..
ເຫັນໃຈໃນວາສນາຂອງຄົນເຣົາທີ່ເກີດມາຢູ່ພາຍໃຕ້ການປົກຄອງຂອງຄົນທີ່ເຫັນແກ່ແຕ່ໂຕແລະຜົນປະໂຍດຂອງພັກພວກ ຖັນແຖວດຽວກັນ
ແລະທີ່ໝ້າສັງເວດກໍຄືວ່າ ແຜນການນີ້ເນຂົາຍົກມາໃຫ້ເຮັດຕາມຄວາມຕ້ອງການຂອງເຂົາ!!ກະພາກັນກົ້ມໝ້າເຮັດ
ແມ່ນໃຜເປັນນັກວາງແຜນໃນໂຄງການນີ້?
ແມ່ນໃຜເປັນນັກຊ່ຽວຊານທາງດ້ານການສ້າງທາງຣົຖໄຟຂອງລາວ?ແມ່ນໃຜຂີດເສັ້ນ ວາງແຜນວ່າຈະໃຫ້ຣົຖແລ່ນໄປທາງໃດແມ່ນໃຜເປັນຜູ່ ສຳຣວດແລະວິຈັຍໝ້າດິນທີ່ຈະຮອງຮັບ ຄວາມໝັກໝາແລະຄວາມໄວຂອງຣົຖນ້ຳໝັກບໍ່ແມ່ນສອງກິໂລຫັ້ນ??ເມື່ອສ້າງແລ້ວແມ່ນໃຜຈະກຳກັບທຸກຢ່າງໃຫ້ໄດ້ໜາກໄດ້ຜົນສົມຄວາມຄາດໜາຍ?
ຫາກວ່າຜິດພາດໄປ ຈັກຢ່າງ ແມ່ນແຕ່ເລື່ອນການສ້າງສາໄປພຽງເດືອນພຽງປີ..ດອກເບັ້ຍມັນຂື້ນນຳບໍ່ຢຸດ..ຍາມນັ້ນ ຈະພາກັນໄຫວ້ວອນເທວາອົງໃດໃຫ້ມາຜ່ອນຜັນເປິເຊັນດອກເບັ້ຍທີ່ສູງຂື້ນທຸກໆວິນາທີ???
ຄິດມາແລ້ວພວກທີ່ພາກັນເຊັນໂຄງການນີ້ຫັ້ນຈະພາກັນໄປເປັນຂີ້ຝຸ່ນ ຄືນສູ່ ທຳມະຊາດແຕ່ເຊັ່ນ..ໃນຂະນະທີ່ດອກເບັ້ຍເງິນກູ້ຢືມນີ້ນັບສູງຂື້ນໆໆ.
ເຫັນໃຈ ພວກລູກໆຫຼານໆ ຈົນຮອດເຫຼັນພຸ້ນແຫຼະ ຂ້ອຍວ່າ ທີ່ຕ້ອງມາພາກັນໃຊ້ໝີ້ບຸນຄຸນກ້ອນນີ້!!!
ຂໍເທວາຢ່າໃຫ້ຄວາມຄາດໜາຍນີ້ກາຍເປັນຈິງແນ່ທ້ອນ..ສາທຸ!!!!ມະຍັງພັນເຕ!

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແນວຄົນມັນມັກໜ້າ ໜ້າໃຫຍ່ ມັກຍ້ອງ ກິນຫລາຍ ຄວາມຮູ້ທາງດ້ານການຄ້າ-ຂາຍພັດບໍ່ມີເທົ່າຫາງອື້ງ ລັດຖະບານມາຈາກຖ້ຳ ປະມານວ່າຜູ້ເຖົ້າເຝົ້າຊັບ ບາບກຳທີ່ເຮັດໄວ້ກັບພະມາຫາເຈົ້າຊີວິດເລີ້ມມາເຍືອນພວກເພີ່ນລະເດ້(ຢາກພະຍາຍາມຈະບອກໃຫ້ພວກຄົນລາວໃນຍຸກລາດຊະອານາຈັກທີ່ອົບພະຍົບໄປຢູ່ຕ່າງປະເທດເກີນເຄິ່ງໜຶ່ງຂອງພົນລະເມືອງ
ໃນຍຸກນັ້ນຮູ້ວ່າໂຕເອງສະຫລາດຊ່ອງໃສ ທີ່ສາມາດຮັບແຂກລະດັບສູງຂອງໂລກໄດ້ ເພາະຄຳນີ້ ປຊຊ
ຢູ່ພາຍໃນປະເທດເຂົາໄດ້ຟັງຈົນລົ້ນຫູແລ້ວ ແຕ່ຫາຮູ້ບໍ່ວ່າຕິດໜີ້ເຂົ້າມາເພື່ອກອງປະຊຸມພຽງສອງມື້ ຄ້າຍໆກັບຄົນບໍ່ມີເງິນແມ່ນແຕ່ແດງດຽວແລ້ວພາຄົນອື່ນໄປຄ້ຳປະກັນໃຫ້ຜ່ອນລົດ ໂດຍມີໃບຕາດິນສ່ວນລວມ
ທີ່ເປັນຂອງຕະກຸນມາຄ້ຳປະກັນ ລະຄິດເບິ່ງແມ່ນຫຍັງຈະເກີດຂື້ນ?)

໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ລະບອບການປົກຄອງຜະເດັດການພັກດຽວເປັນຕົ້ນເຫດບັນຫາທັງໝົດ! ຕ້ອງແກ້ໄຂບັນຫານີ້ໃຫ້ໝົດໄປ. ເປີດໃຫ້ມີປະຊາທິປະໄຕ ໃຫ້ປະຊາຊົນທຸກທົ່ວໜ້າມີສ່ວນຮ່ວມທາງການເມືອງຢ່າງເສຣີ້ ສຽງສ່ວນນ້ອຍຕ້ອງປະຕິບັດຕາມສຽງສ່ວນຫຼາຍ, ພ້ອມກັນແກ້ໄຂບັນຫາບານເມືອງຮ່ວມກັນ ແກ້ໄຂບັນຫາໃຫ້ຖືກຈຸດ, ບັນຫາໄດ໋ຈຳເປັນກໍ່ແກ້ບັນຫານັ້ນກ່ອນ, ບັນຫາໄດບໍ່ທັນຈຳເປັນກໍ່ປະໄວ້ກ່ອນ.

ປະຊາຊົນເຄິ່ງນຶ່ງຂອງປະເທດຍັງບໍ່ມີເກີບແຕະໃສ່ ໂຮງຮຽນເດັກນ້ອຍຍັງບໍ່ມີຝາ ແຕ່ພັດໄປກູເງິນເຂົາມາຊື້ລົດເວັ້ນ ປັນກັນຂີ່ໃນຄະນະລັດຖະບານທັງໆທີ່ລົດຂີ່ກໍ່ມີເຕັມເດີ່ນບ້ານຢູ່ແລ້ວ!

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສອງສາມວັນນີ້ສະຜູ້ແທນຂອງຫວຽດນາມຮັບຮອງເອົາກົດໝາຍໃຫ້ຜູ້ແທນສະພາລົງມະຕິບໍ່ໃວ້ວາງໃຈ ແລະຖອດຖອນນາຍັກ ແລະລັດຖະມົນຕີທຸກໆປີ ຖ້າລາວມີແບບນັ້ນກໍ່ຄົງຈະດີ ເພາະຢ່າງນ້ອຍບັນດານັກກອບໂກຍທັງຫຼາຍຮູ້ສຶກຢ້ານກົວ!

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ບໍ່​ມີ​ວັນ​ດດອກ ປະ​ເທດ​ເຮົາ​ຖ້າ​ເປັນ​ແບບນີ້ ບໍ່​ຈະ​ເລີນ​ນຳ​ຫມູ່ດດອກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ກະແນວຄົນມັນມັກໜ້າ ໜ້າໃຫຍ່ ມັກຍ້ອງ ກິນຫລາຍ ຄວາມຮູ້ທາງດ້ານການຄ້າ-ຂາຍພັດບໍ່ມີເທົ່າຫາງອື້ງ ລັດຖະບານມາຈາກຖ້ຳ ປະມານວ່າຜູ້ເຖົ້າເຝົ້າຊັບ ບາບກຳທີ່ເຮັດໄວ້ກັບພະມາຫາເຈົ້າຊີວິດເລີ້ມມາເຍືອນພວກເພີ່ນລະເດ້(ຢາກພະຍາຍາມຈະບອກໃຫ້ພວກຄົນລາວໃນຍຸກລາດຊະອານາຈັກທີ່ອົບພະຍົບໄປຢູ່ຕ່າງປະເທດເກີນເຄິ່ງໜຶ່ງຂອງພົນລະເມືອງ
ໃນຍຸກນັ້ນຮູ້ວ່າໂຕເອງສະຫລາດຊ່ອງໃສ ທີ່ສາມາດຮັບແຂກລະດັບສູງຂອງໂລກໄດ້ ເພາະຄຳນີ້ ປຊຊ
ຢູ່ພາຍໃນປະເທດເຂົາໄດ້ຟັງຈົນລົ້ນຫູແລ້ວ ແຕ່ຫາຮູ້ບໍ່ວ່າຕິດໜີ້ເຂົ້າມາເພື່ອກອງປະຊຸມພຽງສອງມື້ ຄ້າຍໆກັບຄົນບໍ່ມີເງິນແມ່ນແຕ່ແດງດຽວແລ້ວພາຄົນອື່ນໄປຄ້ຳປະກັນໃຫ້ຜ່ອນລົດ ໂດຍມີໃບຕາດິນສ່ວນລວມ
ທີ່ເປັນຂອງຕະກຸນມາຄ້ຳປະກັນ ລະຄິດເບິ່ງແມ່ນຫຍັງຈະເກີດຂື້ນ?)

ໂນ ຄອມເມັ້ນ!!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonlu ຂຽນວ່າ...
ລະບອບການປົກຄອງຜະເດັດການພັກດຽວເປັນຕົ້ນເຫດບັນຫາທັງໝົດ! ຕ້ອງແກ້ໄຂບັນຫານີ້ໃຫ້ໝົດໄປ. ເປີດໃຫ້ມີປະຊາທິປະໄຕ ໃຫ້ປະຊາຊົນທຸກທົ່ວໜ້າມີສ່ວນຮ່ວມທາງການເມືອງຢ່າງເສຣີ້ ສຽງສ່ວນນ້ອຍຕ້ອງປະຕິບັດຕາມສຽງສ່ວນຫຼາຍ, ພ້ອມກັນແກ້ໄຂບັນຫາບານເມືອງຮ່ວມກັນ ແກ້ໄຂບັນຫາໃຫ້ຖືກຈຸດ, ບັນຫາໄດ໋ຈຳເປັນກໍ່ແກ້ບັນຫານັ້ນກ່ອນ, ບັນຫາໄດບໍ່ທັນຈຳເປັນກໍ່ປະໄວ້ກ່ອນ.

ປະຊາຊົນເຄິ່ງນຶ່ງຂອງປະເທດຍັງບໍ່ມີເກີບແຕະໃສ່ ໂຮງຮຽນເດັກນ້ອຍຍັງບໍ່ມີຝາ ແຕ່ພັດໄປກູເງິນເຂົາມາຊື້ລົດເວັ້ນ ປັນກັນຂີ່ໃນຄະນະລັດຖະບານທັງໆທີ່ລົດຂີ່ກໍ່ມີເຕັມເດີ່ນບ້ານຢູ່ແລ້ວ!

ແຕ່ປະເທດຈະມີຣົຖໄຟຄວາມໄວສູງໄວ້ໃຊ້ ພໍພາກັນຂີ່ໄປລ້ຽງຄວາຍ!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ສອງສາມວັນນີ້ສະຜູ້ແທນຂອງຫວຽດນາມຮັບຮອງເອົາກົດໝາຍໃຫ້ຜູ້ແທນສະພາລົງມະຕິບໍ່ໃວ້ວາງໃຈ ແລະຖອດຖອນນາຍັກ ແລະລັດຖະມົນຕີທຸກໆປີ ຖ້າລາວມີແບບນັ້ນກໍ່ຄົງຈະດີ ເພາະຢ່າງນ້ອຍບັນດານັກກອບໂກຍທັງຫຼາຍຮູ້ສຶກຢ້ານກົວ!

ເວົ້າປານວ່າ ທຸກສິ່ງຕ້ອງຜ່ານ ມັດຕິຈາກຮ່ານອຍກ່ອນນໍ!!
ໃສຄຳຂວັນທີ່ວ່າເປັນເຈົ້າໂຕເອັງ?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Jame ຂຽນວ່າ...
ບໍ່​ມີ​ວັນ​ດດອກ ປະ​ເທດ​ເຮົາ​ຖ້າ​ເປັນ​ແບບນີ້ ບໍ່​ຈະ​ເລີນ​ນຳ​ຫມູ່ດດອກ

ຈະພາກັນແຕ່ເປັນໝີ້ເຂົາຮອດເຊັ່ນເຫຼັນເຊັ່ນຫຼ້ນ ຊ້ຳບໍ່ພໍກະຊິຫາດິນຢູ່ບໍ່ມີ!!
ແນວອັນໃດກະໃຫ້ເຂົາເຊົ່າເປັນເກົ້າສີບເກົ້າປີ ຍັງອີກປີດຽວກໍຈະສ່ຳ ໃນປະຫວັດສາດ ສົງຄາມຮ້ອຍປີ ທີ່ເຜົ່າລາວຕ້ອງໄດ້ແຍກຍ້າຍກັນລົງມາຢູ່ດິນດອນຕອນນີ້..
ຕໍ່ໄປ ສົງສັຍຈະພາກັນຜູກຄໍຕາຍກັບຍອດ ຫຍ້າແຝກ!!!

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ປີໜ້ານີ້ ຄ່າພາສີ-ອາກອນຕ່າງໆ ກໍຊິເພີ່ມຂຶ້ນຕື່ມເງິນເດືອນກໍຊິໜ້ອຍລົງ ເຮີ້ຍ......ເສົ້າ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ທຳໃຈ........................

ສອຍໆ ຄຸສອງໜ່ວຍ ເປັນຫາບ

໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonlu ຂຽນວ່າ...
ລະບອບການປົກຄອງຜະເດັດການພັກດຽວເປັນຕົ້ນເຫດບັນຫາທັງໝົດ! ຕ້ອງແກ້ໄຂບັນຫານີ້ໃຫ້ໝົດໄປ. ເປີດໃຫ້ມີປະຊາທິປະໄຕ ໃຫ້ປະຊາຊົນທຸກທົ່ວໜ້າມີສ່ວນຮ່ວມທາງການເມືອງຢ່າງເສຣີ້ ສຽງສ່ວນນ້ອຍຕ້ອງປະຕິບັດຕາມສຽງສ່ວນຫຼາຍ, ພ້ອມກັນແກ້ໄຂບັນຫາບານເມືອງຮ່ວມກັນ ແກ້ໄຂບັນຫາໃຫ້ຖືກຈຸດ, ບັນຫາໄດ໋ຈຳເປັນກໍ່ແກ້ບັນຫານັ້ນກ່ອນ, ບັນຫາໄດບໍ່ທັນຈຳເປັນກໍ່ປະໄວ້ກ່ອນ.

ປະຊາຊົນເຄິ່ງນຶ່ງຂອງປະເທດຍັງບໍ່ມີເກີບແຕະໃສ່ ໂຮງຮຽນເດັກນ້ອຍຍັງບໍ່ມີຝາ ແຕ່ພັດໄປກູເງິນເຂົາມາຊື້ລົດເວັ້ນ ປັນກັນຂີ່ໃນຄະນະລັດຖະບານທັງໆທີ່ລົດຂີ່ກໍ່ມີເຕັມເດີ່ນບ້ານຢູ່ແລ້ວ!

ແຕ່ປະເທດຈະມີຣົຖໄຟຄວາມໄວສູງໄວ້ໃຊ້ ພໍພາກັນຂີ່ໄປລ້ຽງຄວາຍ!!!

ມີແຕ່ຝ່າມືເປົ່າແຕ່ກຳລັງຈະມີລົດໄຟຄວາມໄວສູງ ທັນສະໄໝກ່ອນໝູ່ໃນກຸ່ມອາຊຽນ ອີກພາກນຶ່ງ (ປຊຊ) ຍັງບໍ່ທັນຮູ້ໃຊ້ຊັກໂຄກແຖມຍັງເປັນໜີ້ເປັນສິນປະເທດອື່ນອີກ ນີ້ເພິ່ນວ່າພັດທະນາທາງປີ້ນ (ເອົາໄຖໄປກ່ອນຄວາຍ)

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sos ຂຽນວ່າ...
ປີໜ້ານີ້ ຄ່າພາສີ-ອາກອນຕ່າງໆ ກໍຊິເພີ່ມຂຶ້ນຕື່ມເງິນເດືອນກໍຊິໜ້ອຍລົງ ເຮີ້ຍ......ເສົ້າ

ໜີບກັນໜັກຂື້ນທຸກປີ ຈື່ງພາກັນໜີໄປຢາມເມືອງຜີໄວໆໆ.

ອ້າງເຖິງຂໍ້ຄວາມຈາກ Labom ຂຽນວ່າ...
ທຳໃຈ........................

ທຳໃຈມັນກະເຈັບລະບໍເຮີຍ..
ແສບໄປດົນໆ ມັນຈື່ງທົນຍາກ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonlu ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonlu ຂຽນວ່າ...
ລະບອບການປົກຄອງຜະເດັດການພັກດຽວເປັນຕົ້ນເຫດບັນຫາທັງໝົດ! ຕ້ອງແກ້ໄຂບັນຫານີ້ໃຫ້ໝົດໄປ. ເປີດໃຫ້ມີປະຊາທິປະໄຕ ໃຫ້ປະຊາຊົນທຸກທົ່ວໜ້າມີສ່ວນຮ່ວມທາງການເມືອງຢ່າງເສຣີ້ ສຽງສ່ວນນ້ອຍຕ້ອງປະຕິບັດຕາມສຽງສ່ວນຫຼາຍ, ພ້ອມກັນແກ້ໄຂບັນຫາບານເມືອງຮ່ວມກັນ ແກ້ໄຂບັນຫາໃຫ້ຖືກຈຸດ, ບັນຫາໄດ໋ຈຳເປັນກໍ່ແກ້ບັນຫານັ້ນກ່ອນ, ບັນຫາໄດບໍ່ທັນຈຳເປັນກໍ່ປະໄວ້ກ່ອນ.

ປະຊາຊົນເຄິ່ງນຶ່ງຂອງປະເທດຍັງບໍ່ມີເກີບແຕະໃສ່ ໂຮງຮຽນເດັກນ້ອຍຍັງບໍ່ມີຝາ ແຕ່ພັດໄປກູເງິນເຂົາມາຊື້ລົດເວັ້ນ ປັນກັນຂີ່ໃນຄະນະລັດຖະບານທັງໆທີ່ລົດຂີ່ກໍ່ມີເຕັມເດີ່ນບ້ານຢູ່ແລ້ວ!

ແຕ່ປະເທດຈະມີຣົຖໄຟຄວາມໄວສູງໄວ້ໃຊ້ ພໍພາກັນຂີ່ໄປລ້ຽງຄວາຍ!!!

ມີແຕ່ຝ່າມືເປົ່າແຕ່ກຳລັງຈະມີລົດໄຟຄວາມໄວສູງ ທັນສະໄໝກ່ອນໝູ່ໃນກຸ່ມອາຊຽນ ອີກພາກນຶ່ງ (ປຊຊ) ຍັງບໍ່ທັນຮູ້ໃຊ້ຊັກໂຄກແຖມຍັງເປັນໜີ້ເປັນສິນປະເທດອື່ນອີກ ນີ້ເພິ່ນວ່າພັດທະນາທາງປີ້ນ (ເອົາໄຖໄປກ່ອນຄວາຍ)

ແຕ່ບັນດາທ່ານຜູ່ມີສິດແລະອຳນາດບໍ່ວ່າຄືໄທເຮົາເຈົ້າຂ້ອຍ..ແນວວ່າ ຄັງເພີ່ນເຕັມຕຼອດ ຄັງສ່ວນຮວມທີ່ກາຍໄປເປັນສ່ວນໂຕຫັ້ນ!!
ເຫັນໃຈພວກທີ່ຈະຮັບພາຣະໄຊ້ໜີ້ນໍ!!!
ລູກເຈົ້າຜູ່ທີ່ຍັງບໍ່ທັນໄດ້ເກີດກະມີລະເດ ປອກແຂວນຄໍ!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິ່ງອາຍຸມາກຂື້ນກະແຮ່ງ ໜີ້ຫຼາຍຂື້ນ!
ນັກເສຖກິດຄົນລະແນວທາງຄົນລະແນວຄິດຕໍ່ຜົນປະໂຫຍດຂອງຊາດ!!!

໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ໃຫ່​ໃຫຍ່​ລົ້ນ​ໃຫ່​ນ້ອຍ​ບໍ່​ເຕັມ

ຮ່າກວ່າທຸກເທື່ອ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>