ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ຫລາຍປີກອ່ນ ເພິ່ນແລກເງິນ 100$ ໄດ້ 1ລ້ານ ມາມື້ນີ້ລົດລົງມາບໍ່ຮອດ 8ແສນ

ແຕ່ກົງກັນຂ້າມ ຊີ້ນປາອາຫານ ເພີ້ມຂຶ້ນ ເຊັ່ນວ່າຊີ້ນງົວສະໃຫມ 2-3ປີກອ່ນ ບໍ່ຮອດ 30 ພັນ ບາດດຽວນີ້ແພງກວ່າ 65 ພັນ

ເພິ່ນວ່າ ເງິນກໍເຟິ້ ສິນຄ້າກໍເຟີ່


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ມີແຕ່ຢາກໃຫ້ຄ່າຂອງເງີນກີບສູງຂື້ນ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະເງີນລົງແຕ່ສີນຄ້າຂີໍ້ນ ຂີໍ້ນແລ້ວພັດບໍ່ລົງເລີຍມີແຕ່ຂີໍ້ນຕະລອດ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊີ້ນງົວບ້ານໃດ໋ເກາະ 65 ພັນ
ບ້ານຂ້ອຍມີແຕ່35ພັນກີບ



໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ບ້ານຂ້ອຍໃກ້ຊິຮອດ70ພັນແລ້ວ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຊື້ຢູ່ບ້ານຂ້ອຍເດີຊັ້ນນະ ຄິຄິ



໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມັນເປັນແນວນັ້ນອີ່ຫລີ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ເຮີ້... ອຸົກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນໃດກໍແພງ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວຂື້ນແລ້ວບໍ່ລົງ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ນັກເສດຖະສາດບໍ່ສາມາດວິໃຈໄດ້ເພາະລະບົບເສດຖະກິດບ້ານເຮົາຕ່າງກັບປະເທດອື່ນ ອີກຢ່າງກົດໝາຍຄວບຄຸມກໍ່ອ່ອນແອໄຮ້ປະສິດຕິພາບ "ແມ່ຄ້າມີອຳນາດກ່ວາລັດ"


໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
5555+ ຢ່າຄິດຫລາຍຄິດວ່າເປັນເລື່ອງ ຈິບໆຈ້ອຍໆກໍພໍແລ້ວ

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຂໍວິໄຈວ່າ ຄົນລາວແຕ່ເມກາ ບໍ່ກ້າເອາເງິນດອນມາຈ່າຍ
ຄືແຕ່ເກົ່າແລວ້


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຂໍວິໄຈວ່າ ຄົນລາວແຕ່ເມກາ ບໍ່ກ້າເອາເງິນດອນມາຈ່າຍ
ຄືແຕ່ເກົ່າແລວ້


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ຳຂື້ນກະຍັງຮູ້ລົງ ບາດສິນຄ້າບ້ານເຮົາຂື້ນແລ້ວແຮງຂື້ນ


໐ ກະທູ້
໑໐໕ ໂພສ
ນັກການກະທູ້
ຊີ້ນງົວບ້ານຂ້ອຍ 65 000-70,000 ແລ້ວ , ຊົີ້ນໝູ 35000-40 000 , ປາກະຊັງ 24 000 ແລະ ອື່ນໆກະຂຶ້ນຕາມມາ.


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເງິນເດືອນທາງພາກລັດແມ່ນເພີ່ນຂື້ນແລ້ວ...ແຕ່ພາກເອກະຊົນລະຍັງບໍ່ເຫັນເຫນັງຫັຍງເລີຍ
ບາດລາຄາສິນຄ້າຕ່າງໆພັດແລ່ນຂື້ນຕະຫລອດແລະສີ່ງສຳຄັນແມ່ນຂື້ນແລ້ວບໍ່ຮູ້ລົງອີກ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຈະວ່າແບບນີ້ກໍ່ບໍ່ຖືກ ເຖິງວ່າເງິນໂດລາຈະລົງ ແຕ່ເງິນບາດໄທກັບເງິນອື່ນໆພັດຂຶ້ນ ຕອນທີ່ເງິນ 1$ ປ່ຽນໄດ້ສິຍປາຍພັນຫັ້ນ ເງິນບາດຂອງໄທ1.000ບາດປ່ຽນໄດ້ແຕ່ແສນປາຍໜ້ອຍໜຶ່ງ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຂໍລອງວິໃຈວ່າດັ່ງນີ້ ຜິດພາດປະການໃດຂໍອະໄພນຳ
ໂດຍທົ່ວໄປ ອັດຕາແລກປ່ຽນ ຢູ່ 1$ ປະມານ 8000 ແຕ່ກໍເຫນັງຕີງເລັກນອ້ຍ ແບບວ່າ ຖ້າບາດແຂງ ກີບກໍແຂງ ແຕ່ເວລາ ດອນແຂງ ກີບກໍແຂງນຳ ແມ່ນໄດ້ປຽບບອ່ນນັ້ນ ເງິນກີບຈຶ່ງບໍ່ເຟີ້ ຫລາຍ ຫລືບໍ່ແຂງຫລາຍ ແຕ່ກໍມີທ່າອ່ຽງແຂງຂຶ້ນ
ເລື້ອງເງິນກີບແຂງຕົວ ມັນອາດບໍ່ກະທົບຕໍ່ການຄ້າການຂາຍດອກ ເພາະເຮາໄຊ້ທຸກສະກຸນເງິນ ໂດຍສະເພາະຜູ້ ນຳເຂົ້າ ສົ່ງອອກ ກໍແມ່ນໄຊ້ແຕ່ ເງິນຕາ ໃນການຊື້ການຂາຍ

ແຕ່ວ່າ ຄ່າຄອງຊີບ ເປັນຕົ້ນແມ່ນ ອາຫານການກິນ ນີ້ ມັນຂຶ້ນມາຕອ້ນຮັບເງິນເດືອນໃຫມ່ຊື່ໆ ເງິນເດືອນພະນັກງານລັດຂຶ້ນໄດ ສອງເທົ່າ ອາຫານການກິນ ກໍເພີ້ມ ສອງໂລດ


ສວ່ນລາຄາ ເຄືອງນຸ່ງຂອງຖືພັດຍັງຄືເກົ່າ ວັດຖຸສິ່ງຂອງອື່ນໆ ແມ່ນຍັງຄືເກົ່າ ສາເຫດກໍແມ່ນຍອ້ນ ຄ່າຂອງເງິນກີບມັນແຂງບໍລົງ

ບັນຫານີ້ ສາມາດແກ້ໃຂໄດ້ບໍ່ ?

ລາຄາປາກະຊັງເພິ່ນຄວບຄຸມໄດ້ແລວ້ ເພາະຈຳນວນມັນຫລາຍ ບໍ່ຂາດຕະຫລາດ ເຖິງວ່າລາຄາອາຫານປາແພງຂຶ້ນກໍຕາມ
ລາຄາຜັກຫຍ້າ ປອ່ຍໄປຕາມລະດູການໄປເລີຍ

ລາຄາຊີ້ນຫມູ ໄກ່ ຢາກຍາກນອ້ຍນຶ່ງ ເພາະການຜະລິດບໍ່ຫລາຍປານໃດ ແຕ່ກໍຍັງຢູ່ໃນລະດັບພຽງພໍ ອາດເຫນັງຕີງ ກັບລາຄາອາຫານທີ່ແພງຂື້ນ

ສວ່ນລາຄາງົວຄວາຍນັ້ນ ຍາກທີ່ຈະດຶງລົງມາໄດ້ ເພາະມີແຕ່ ປ/ຊ ເທົ່ານັ້ນລ້ຽງໄດ້ ແຕ່ກໍເຫັນສົມຄວນ ໃນເມືອ ພະນັກງານໄດ້ ປະຊາຊົນກໍຕອ້ງໄດ້ນຳກັນ ສຳຄັນບໍ່ຕອ້ງໄຫ້ພໍ່ຄ້າມືກາງກົດລາຄາ ໂດຍສະເພາະຖ້າມີການຄວບຄຸມລາຄາ ບັນດາພໍ່ຄ້າຈະສວຍໂອກາດ




໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຍ້ອນວ່າບ້ານເຮົາເມືອງເຮົາຈ່າຍໄດ້ເກືອບໝົດທຸກສະກຸນເງິນການຄຸ້ມຄອງບໍ່ເດັດຂາດ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ໃນຄວາມຄິດສ່ວນຕົວຂ້ອຍເນາະ, ຄຶວ່າ: ເລື່ອງກະຊິກຳເຊັ່ນ: ການປູກຝັງ, ລ້ຽງສັດຍັງບໍ່ຈະເລີນເຕີບໂຕພໍທີ່ຈະສະໜອງລ້ຽງຕະຫລາດຕົນເອງໄດ້ເທື່ອ, ຈະຕ້ອງນຳມາຈາກປະເທດເພື່ອບ້ານເກືອບວ່າທຸກປະເພດເລີຍ.ນອກຈາກນັ້ນຕົ້ນທຶນໃນການຜະລິດກະສິກຳຢູ່ບ້ານເຮົາພັດສູງເພາະເຄື່ອງຮັບໃຊ້ການກະເສດມີ ລາຄາແພງຫລາຍ. ແລະ ອີກອັນໜຶ່ງທີ່ສຳຄັນສະຖານທີ່ຂາຍເປັນຂອງເອກະຊົນ, ມີການເກັບຄ່າບໍລິການສູງອີກ.
ວິທີແກ້ໄຂ: ຄືລັດຕ້ອງສ້າງຕະຫລາຍຂື້ນມາເອງ, ເກັບພາສີ, ຄ່າເຊົ່າ ແລະ ອື່ນໆໜ້ອຍລົງ ແລະ ນອກຈາກນັ້ນຈະຕ້ອງຊ່ວຍເຫລື່ອຊາວກະຊິກອນນຳອີກບໍ່ວ່າທາງ ທືນຮອນ ແລະ ເຕັກນິກວິຊາການໃຫ້ຫລາຍຂື້ນ ແລະ ໃກ້ຊິດ;


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະລິມານເງິນຫຼາຍກ່ວາສິນຄ້າ ແບບນີ່ແພງແນ່ນອນ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ...
ໃນຄວາມຄິດສ່ວນຕົວຂ້ອຍເນາະ, ຄຶວ່າ: ເລື່ອງກະຊິກຳເຊັ່ນ: ການປູກຝັງ, ລ້ຽງສັດຍັງບໍ່ຈະເລີນເຕີບໂຕພໍທີ່ຈະສະໜອງລ້ຽງຕະຫລາດຕົນເອງໄດ້ເທື່ອ, ຈະຕ້ອງນຳມາຈາກປະເທດເພື່ອບ້ານເກືອບວ່າທຸກປະເພດເລີຍ.ນອກຈາກນັ້ນຕົ້ນທຶນໃນການຜະລິດກະສິກຳຢູ່ບ້ານເຮົາພັດສູງເພາະເຄື່ອງຮັບໃຊ້ການກະເສດມີ ລາຄາແພງຫລາຍ. ແລະ ອີກອັນໜຶ່ງທີ່ສຳຄັນສະຖານທີ່ຂາຍເປັນຂອງເອກະຊົນ, ມີການເກັບຄ່າບໍລິການສູງອີກ.
ວິທີແກ້ໄຂ: ຄືລັດຕ້ອງສ້າງຕະຫລາຍຂື້ນມາເອງ, ເກັບພາສີ, ຄ່າເຊົ່າ ແລະ ອື່ນໆໜ້ອຍລົງ ແລະ ນອກຈາກນັ້ນຈະຕ້ອງຊ່ວຍເຫລື່ອຊາວກະຊິກອນນຳອີກບໍ່ວ່າທາງ ທືນຮອນ ແລະ ເຕັກນິກວິຊາການໃຫ້ຫລາຍຂື້ນ ແລະ ໃກ້ຊິດ;


ອັນນີ້ເຫັນດີນຳ ຍ້ອນການກະສິກຳປູກຝັງລ້ຽງສັດ ຍັງບໍ່ທັນຂະຫຍາຍໂຕ ການຫັນການຜະລິດແບບກຸ້ມຢູ່ກຸ້ມກິນ ໄປເປັນຜະລິດເປັນສິນຄ້າຍັງມີໜ້ອຍ ຕົ້ນທຶນການຜະລິສູງຍ້ອນທຸກໄປໃຈການຜະລິດຕ້ອງນຳເຂົ້າມາຈາກຕ່າງປະເທດ ແລ້ວຈະໃຫ້ເສດຖະກິດເຂັ້ມແຂງໄດ້ແນວໃດລະ (ຄວາມຄິດສ່ວນຕົວເດີ້)


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົວຄວາມມັນຫາຊື້ ຍາກ ບໍ່ຄອຍມີຄົນລ້ຽງ
ຫັນມາໃຊ້ ລົດໄຖ ແລະ ເຄື່ອງຈັກກັນໝົດ
ແຕ່ຄວາມຕ້ອງການໃນການບໍລິໂພກ ພັດ ເພີ່ມຂຶ້ນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາຄາມັນຊຳໃດ ກະຕ້ອງຊື້
ບໍ່ມີໃຜເອົາໃຫ້ ເຮີໆໆໆໆໆ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ຊີ້ນງົວບ້ານໃດ໋ເກາະ 65 ພັນ
ບ້ານຂ້ອຍມີແຕ່35ພັນກີບ


ຮູ້ສຶກວ່າຈະມີຊິ້ນເກົ່າຊີ້ນໃໝ່ໃດ໋ລະຊີ້ນງານຊີ້ນຂີ້ລ້າຍອີກ :)


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ລາຄາມັນຊຳໃດ ກະຕ້ອງຊື້
ບໍ່ມີໃຜເອົາໃຫ້ ເຮີໆໆໆໆໆ


ວ່າຊິລ້ຽງໄກ່ກິນເອງແຕ່...​..​..​​....​. ຖ້າຂ້ອຍລ້ຽງສັດແລ້ວຮັກໝົດທຸກໂຕບໍ່ກ້າຂ້າ 55555555555555555


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ສັງເກດເຫັນໄດ້ວ່າ
ລາຄາປານິນ ປາດຸກ ຢູ່ວຽງ ບໍ່ເກີນ ຊາວພັນ ແຕ່ຢູ່ພາກເຫນືອລາຄາແພງຫລາຍ
ແຕ່ລາຄາຊີ້ນງົວ ພັດປີ້ນກັນ
ນີ້ແມ່ນຍອ້ນລາຄາຂົນສົ່ງເອາໄປກິນ ແລະບອ່ນນີ້ຕອ້ງຊອກວິທີແກ້


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຕໍ່ໄປຂ້ອຍສິໄດ້ກິນແຕ່ຜັກແຕ່ຍ້າແລ້ວ ກິນຊິ້ນບໍ່ໄຫວ ແພງ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ການຈະຕັດສິນວ່າເງິນເຟີ້ຫລືບໍ ເອົາແຕ່ເງິນໂດລາມາວັດກໍ່ບໍ່ຖືກດອກ ເພາະວ່າເງິນໂດລາລົງ ເງິນບາດພັດຂຶ້ນເອົາແທ້ເອົາວ່າ ຖ້າມື້ໃດເງິນບາດລົງ ເງິນໂດລາພັດຂຶ້ນ ເມື່ອຄ່າເງິນບໍ່ປົກກະຕິແບບນີ້ແຫລະເຂົາຮ້ອງວ່າເງິນເຟີ້


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>