ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຮ້ານອາຫານໃນລາວ ອັນດັບ3 ຂອງໂລກ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ຕາມລິງຄ໌ຂ້າງລຸ່ມເດີ
ຮ້ານອາຫານ ແສງຕາເວັນ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ

ແສງຕາເວັນ ເນັ້ນຄວາມພໍໃຈລູກຄ້າເປັນເລີດ ຫລ້າສຸດຕິດ 3 ໃນ 10 ອັນດັບຂອງໂລກ

ໂດຍ: ສົມ​ສະ​ຫວິນ

ໂຮງ­ແຮມ ແລະ ຮ້ານ​ອາຫານ​ແສງ­ຕາ​ວັນ​ເປັນ​ອີກ​ຫນຶ່ງ​ໃນຫລາຍ​ໂຮງ­ແຮມ​ຕັ້ງ​ຢູ່​ແຄມ​ຂອງຫາດ​ດອນ​ຈັນ​ທີ່​ໃຫ້­ການ​ບໍ­ລິ­ການດ້ານ​ທີ່​ພັກ ແລະ ຮ້ານ​ອາ­ຫານ​ສຳລັບ​ແຂກ​ຕ່າງ­ປະ­ເທດ​ທີ່​ເດີນ­ທາງມາ​ທ່ຽວ​ໃນ​ນະ­ຄອນ­ຫລວງ​ວຽງຈັນສິ່ງ​ສຳ­ຄັນ​ຮ້ານ​ອາ­ຫານ​ແສງຕາ­ວັນ​ແຫ່ງ​ນີ້​ຢູ່​ຊັ້ນ​ສູງ​ສຸດ​ຂອງໂຮງ­ແຮມ​ເອີ້ນ​ວ່າ “ຮ້ານ​ອາ­ຫານເທິງ​ດາດ​ຟ້າ”. ເນື່ອງ​ຈາກ​ລູກ​ຄ້າທີ່​ເຂົ້າ​ມາ​ໃຊ້​ບໍ­ລິ­ການ​ປະ​ທັບ​ໃຈກັບ​ຄວາມ​ສວຍ​ງາມ​ຂອງ​ວິວ​ທຳມະ​ຊາດ​ແຄມ​ຂອງ​ທີ່​ສາ­ມາດ​ເບິ່ງໄດ້​ທຸກ​ຍາມ​ບວກ​ກັບ​ການ​ຕົກ­ແຕ່ງພາຍ​ໃນ​ດ້ວຍ​ໄມ້​ແບບ​ຊົງ​ລາວ ແລະ ບັນ­ຍາ­ກາດ​ທີ່​ງຽບ​ສະ­ຫງົບ ຈິ່ງ​ເປັນ​ອີກ​ຫລາຍ​ປັດ​ໄຈ​ເຮັດ​ໃຫ້ລູກ​ຄ້າ​ຊ່ວຍ​ກັນ​ໂປຣ​ໂຫມດ​ໃຫ້ເປັນ​ຮ້ານ​ອາ­ຫານ​ທີ່​ດີ​ທີ່​ສຸດ​ໃນລາວ, ຫລ້າ​ສຸດ​ໄດ້​ຕິດ​ອັນ​ດັບ​ທີ 3 ຂອງ 10 ອັນ​ດັບ ຮ້ານ​ອາ­ຫານ​ເທິງດາດ​ຟ້າ​ທີ່​ສາ­ມາດ​ຊົມ​ວິວ​ໄດ້​ຢ່າງ​ສວຍ​ງາມ​ອີກ​ແຫ່ງ​ຫນຶ່ງ​ຂອງ​ໂລກຈາກ​ການ​ຈັດ​ອັນ​ດັບ​ຂອງ​ເວັບ​ໄຊທຣີບ​ແອັດ​ວາຍ​ເຊີ (tripadvisor.com) ທີ່​ໄດ້​ເປີດ­ເຜີຍ​ເມື່ອບໍ່​ດົນ​ມາ​ນີ້.

ທ່ານ ນາງ ແສງ​ດາວ ຜູ້​ຈັດການ​ໂຮງ­ແຮມ ແລະ ຮ້ານ​ອາຫານ​ແສງ­ຕາ​ວັນ​ໃຫ້​ສຳ­ພາດ​ທີມຂ່າວ​ເສດ­ຖະ­ກິດ-ສັງ­ຄົມ​ວ່າ: ຕົນເອງ​ຮູ້­ສຶກ​ພາກ­ພູມ​ໃຈ​ຫລາຍ​ທີ່​ໄດ້ເປັນ​ສ່ວນ​ຫນຶ່ງ​ໃນ​ການ​ປະ­ກອບສ່ວນ​ເຮັດ​ໃຫ້​ປະ­ເທດ​ລາວ​ເຮົາ​ມີຊື່​ສຽງ ໂດຍ​ສະ­ເພາະ​ແມ່ນ​ຮ້ານອາ­ຫານ​ແສງ­ຕາ​ວັນ​ເປັນ​ຮ້ານ​ອາຫານ​ແຫ່ງ​ດຽວ​ໃນ​ລາວ​ທີ່​ໄດ້​ຕິດອັນ​ດັບ​ທີ 3 ຂອງ 10 ອັນ​ດັບ​ຮ້ານອາ­ຫານ​ເທິງ​ດາດ​ຟ້າ ໃນ​ປີ 2012 ວ່າ​ເປັນ​ຮ້ານ​ອາ­ຫານ​ທີ່​ສາ­ມາດຊົມ​ທິວ​ທັດ​ທຳ​ມະ​ຊາດ​ໄດ້​ຢ່າງສວຍ​ງາມ ເຊິ່ງ​ທ່ານ​ຈະ​ໄດ້​ນັ່ງ​ຊົມຕາ­ເວັນ​ຂຶ້ນ ແລະ ຕາ­ເວັນ­ຕົກ​ໄດ້ຢ່າງ​ເຕັມ​ອີ່ມ​ໃນ​ຮ້ານ​ອາ­ຫານແຫ່ງ​ນີ້. ປັດ​ໄຈ​ຫລັກໆ​ທີ່​ເຮັດ​ໃຫ້​ລູກ​ຄ້າ​ໂວດ​ໃຫ້​ຮ້ານ​ອາ­ຫານ​ພວກເຮົາ​ແມ່ນ​ທິວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມ​ສາ­ມາດ​ເບິ່ງ​ວິວ​ຢູ່​ເທິງດາດ​ຟ້າ​ໄດ້​ຢ່າງ​ສະ­ບາຍ, ການ​ຕົກແຕ່ງ​ປະ­ດັບ​ປະ­ດາ​ຮ້ານ​ເຮັດ​ດ້ວຍ ໄມ້​ປະ­ຍຸກ​ເປັນ​ແບບ​ລາວໆ​ທັງຫມົດ, ລົດ​ຊາດ​ອາ­ຫານ​ແຊບ ແລະ ລາ­ຄາ​ບໍ່​ແພງ. ສິ່ງ​ສຳ­ຄັນ​ເນັ້ນການ​ບໍ­ລິ­ການ​ເອົາ​ຄວາມ​ພໍ­ໃຈຂອງ​ລູກ​ຄ້າ​ເປັນ​ຫລັກ ເຊິ່ງ​ການເວົ້າ​ສູ່​ກັນ​ຟັງ​ຕໍ່ໆກັນ​ໄປ​ເຮັດ​ໃຫ້ລູກ​ຄ້າ​ເຂົ້າ​ມາ​ທ່ຽວ​ລາວ​ຄິດ​ເຖິງຮ້ານ​ອາ­ຫານ​ແສງ­ຕາ​ວັນ​ເປັນ​ອັນ​ດັບ​ທຳ​ອິດ.

ນອກ­ຈາກ​ນັ້ນ ທາງ​ໂຮງ­ແຮມ​ຍັງ​ມີ​ບໍ­ລິ­ການ​ສະ­ຖານ­ທີ່​ອອກ­ກຳ­ລັງ​ກາຍ​ໃຫ້​ຫລິ້ນ​ໂດຍ​ບໍ່​ເສຍ​ຄ່າ, ນວດ​ແຜນ​ບູ­ຮານ​ໃນ​ລາ­ຄາ​ຖືກ 40 ພັນ​ກີບ​ຕໍ່ 1 ຊົ່ວ­ໂມງ, ບໍ​ລິການ​ຂີ່​ລົດ­ຖີບ​ບໍ່​ເສຍ​ຄ່າ​ທັງ​ຫມົດ ມີ 7 ຄັນ, ສະ­ເພາະ​ແຂກ​ທີ່​ນອນໃນ​ໂຮງ­ແຮມ​ມີ​ອາ­ຫານ​ເຊົ້າ​ໃຫ້​ຮັບປະ­ທານ​ປະ­ມານ 10 ຢ່າງ​ໃຫ້ເລືອກ​ຮັບ​ປະ­ທານ​ບໍ່​ເສຍ​ຄ່າ​ນັບ ແຕ່ 6:30 ໂມງ​ເຊົ້າ​ເປັນ­ຕົ້ນ​ໄປ, ມີ​ການ​ບໍ­ລິ­ການ​ຮັບ-ສົ່ງ​ແຂກ ແລະ ອື່ນໆ. ພິ­ເສດ​ທາງ​ຮ້ານ​ຍັງ​ມີວາ­ລະ­ສານ​ທີ່​ພິມ​ເປັນ​ພາ­ສາ​ຍີ່­ປຸ່ນອອກ​ເປັນ​ທຸກໆ 3 ເດືອນ​ແຈກ​ໃຫ້ລູກ​ຄ້າ, ບໍ­ລິ­ສັດ​ທ່ອງ​ທ່ຽວ​ອື່ນໆ, ມີ​ແຜ່ນ​ພັບ​ບອກ​ແຜນ­ທີ່​ທຸກ​ລາຍ ລະ­ອຽດ​ຂອງ​ເສັ້ນ­ທາງ, ສະ­ຖານທີ່​ທ່ຽວ, ໂຮງ­ແຮມ ແລະ ຮ້ານ​ອາຫານ​ໃນ​ນະ­ຄອນ­ຫລວງ​ນຳ​ອີກ.

ໂຮງ­ແຮມ ແລະ ຮ້ານ​ອາ­ຫານແສງ­ຕາ​ວັນ​ເປີດ​ໃຫ້​ບໍ­ລິ­ການ​ໃນເດືອນ 11 ປີ 2009 ຜ່ານ​ມາ, ໂຮງ­ແຮມ​ມີ​ທັງ​ຫມົດ 68 ຫ້ອງ ແລະ ຮ້ານ​ອາ­ຫານ​ສາ­ມາດ​ບັນ­ຈຸໄດ້​ສູງ​ສຸດ 120 ຄົນ. ແຂກ​ທີ່​ເຂົ້າໃຊ້​ບໍ­ລິ­ການ​ໃນ​ແຕ່​ລະ​ວັນ​ກໍ່​ບໍ່ຫລາຍ​ສະ­ເລ່ຍ​ບາງ​ມື້​ບໍ່​ຮອດ 20 ໂຕະ​ຊ້ຳ. ທັງ​ນີ້ກໍ່​ຂຶ້ນ​ກັບ​ໄລ­ຍະນັກ​ທ່ອງ​ທ່ຽວ​ຫລາຍ ຫລື ນັກທ່ອງ​ທ່ຽວ​ຫນ້ອຍ. ແຕ່​ເນື່ອງ​ຈາກທີ່​ຕັ້ງ​ຂອງ​ໂຮງ­ແຮມ ແລະ ຮ້ານອາ­ຫານ​ເຫມາະ​ສົມ​ແກ່​ການ​ພັກຜ່ອນ, ຊົວ​ທິວ​ທັດ​ແຄມ​ຂອງ​ໄດ້ທຸກ​ຍາມ ແລະ ງຽບ​ສະ­ຫງົບ ຈິ່ງເຮັດ​ໃຫ້​ແຂກ​ທີ່​ພັກ​ອາ­ໄສ​ໄດ້​ໂປຣໂຫມດ​ໃຫ້​ວ່າ​ເປັນ​ຮ້ານ​ອາ­ຫານເທິງ​ດາດ​ຟ້າ​ທີ່​ຊົມ​ວິວ​ງາມ​ທີ່​ສຸດຂອງ​ລາວ​ໃນ​ປີ 2012.

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ sengsvang ຂຽນວ່າ...
ຕາມລິງຄ໌ຂ້າງລຸ່ມເດີ
ຮ້ານອາຫານ ແສງຕາເວັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ້ານເຈົ້າເອງຫວາ? ເປັນຕາໄປເນາະ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ເງິນເດືອນອອກຊິໄປອຸດໜູນ!

໘໕ ກະທູ້
໙໙໓ ໂພສ

ດີໃຈນຳ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າ 1 ໃນ 3 ຂອງໂລກ ...ເຂົາເອົາຫຍັງມາແທກ
ຄັນ 1 ໃນ 3 ຄົນຄືບໍ່ຫລາຍ ຫລືວ່າຄ່າບໍລິການແພງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ແລງຊິພາກິກໄປກ່ອນ ອຶອຶ

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ້ານຢູ່ແຖວໃດ...

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ເປັນເລື່ອງທີ່ຫນ້າຍິນດີ!

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ບໍ່ແມ່ນຮ້ານຂ້ອຍດອກ ແຕ່ດີໃຈນຳ ທີ່ມີຊາວໂລກ ໂຫວດໃຫ້ໄດ້ ອັນດັບ3 ນະ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍນຳເບິ່ງເວັບ ແມ່ນແທ້ຕາມປີເພິນໂວດ ແຕ່ເລື່ອງການບໍລິການ ມັນພັດທະນາໄປເຫຼື້ອຍໆ ຕອນນີ້ຈົກປະເທດໄດໃດ້ເຮົາກໍ່ຍັງບໍ່ຮູ້ ຊ່ວາຍເຈົ້າຂອງກະທູ້ອັບເດດ ຂໍ້ມູນຕື່ມ