ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າວ່າເຮົາມີທຶນຢູ່ໜ້ອຍນື່ງບໍ່ຫຼາຍປານໃດປະມານ$50.000 ສິເອົາໄປລົງທຶນເຮັດຫຍັງຈື່ງຈະດີອັນນີ້ ຂພຈ ບໍ່ຮູ້ແທ້
ຢາກຖາມເພື່ອນຜູ້ທີ່ມີປ່ອງທາງ
ດີດີມາແນະນຳກັນເບີ່ງຕາມສະບາຍເດີພີ່ນ້ອງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂື້ນກັບວ່າເຮົາສົນໃຈຢາກເຮັດຫຍັງ
ເພາະຂພຈ ກໍກຳລັງຫາແນວຊິເຮັດຄືກັນ ກະຍັງບໍ່ຮູ້ວ່າຊິເຮັດຫຍັງດີ

strawberry

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອື່ມ.. ຂພຈ ກໍ່ກຳລັງຄິດຢູ່ໄດ້ວ່າຈະລົງທືນເຮັດຫຍັງດີ.. ແຕ່ມີທືນໜ້ອຍ!!
ຢາກຮູ້ວ່າດຽວນີ້ ຄົນລາວໂດຍສະເພາະຢູ່ນະຄອນຫຼວງນີ້ ນິຍົມຫຍັງຫຼາຍທີ່ສຸດ ແລະ ເມື່ອເຮັດແລ້ວບໍ່ຢາກຫຼຸບທຶນຫັ້ນນະ ອິອິ


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ເຈົ້າຕ້ອງບອກວ່າເຈົ້າມີທືນປະມານເທົ່າໃດ ເພາະວ່າທືນໜ້ອຍສຳລັບແຕ່ລະຄົນມັນຕ່າງກັນ ຂ້ອຍບໍ່ຮູ້ວ່າທືນໜ້ອຍສຳລັບເຈົ້າ ນິມັນຊຳໃດ ຫຼັງຈາກຮູ້ແລ້ວຈັງຊິໄດ້ຄິດຊ່ວຍ ວ່າຈະເຮັດຫຍັງດີ ຈັງໄດ້ກຳໄລ ແລະ ເຈົ້າມັກໃນທາງໃດ ພ້ອມເດີ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບອກຈຳນວນທຶນແດ່ເດີອັນວ່າໜ້ອຍໜຶ່ງຫັນ ບາງທີ່ຫຼາຍກ່ອນທີ່ຄິດກະເປັນໄປໄດ້


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບຂ້ອຍຄີດຢາກເຮັດກີດຈະການໄອທີ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ເຮັດສິ່ງທີ່ມັກ ເຖິງຈະໄດ້ຜົນຕອບແທນບໍ່ຫຼາຍ ແຕ່ຖ້າໄດ້ຜົນຕອບແທນທາງໃຈ ມີຄວາມສຸກທີ່ໄດ້ເຮັດມັນ ນັ້ນແລະ ເປັນທຸລະກິດທີທຸກຄົນຄວນຈະເຮັດ


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
@soudhack
ເຮັກສິ່ງທີ່ເຮົາມັກ ເຖິງຈະໄດ້ຜົມຕອບແທນບໍ່ຫຼາຍ ແຕ່ໄດ້ຜົມຕອບແທນທາງໃຈ ຖ້າໄດ້ຜົມຕອບແທນບໍ່ຫຼາຍແລ້ວເຈົ້າຈະເອົາເງິນແຕ່ໃສ່ ມາໝຸນເພື່ອທີ່ຈະເຮັດທຸລະກິດນັ້ນຕໍ່ໄປ ແລະສົມມຸດວ່າເຈົ້າຍັງມີພາລະທາງຄອບຄົວອີກເດ່ ເຈົ້າຈະເອົາເງິນມາແຕ່ໃສ່ໄປລ້ຽງເຂົາເຈົ້າ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເຮັດທຸລະກິດ ຈາກຊ່ອງໂຫວ່ ຂອງການບໍລິການໃນສັງຄົມລາວ, ຮູ້ສຶກວ່າຍັງມີຫລາຍ ລະກະ ຫລາຍອີ່ຫລີ. ສິ່ງມາໃຫມ່ໆ ມັກຂາຍໄດ້ສະເໝີ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ອັນນີ້ມັນກໍ່ຂື້ນກັບວ່າເຮົາສົນໃຈຢາກເຮັດຫຍັງ ຫລືວ່າເຮົາຖະຫນັດກ່ຽວກັບຫຍັງເຮົາຕອ້ງເຮັດໃນສິ່ງທີ່ເຮົາມັກແລະຄິດວ່າສາມາດເຮັດໄດ້ດວ້ຍຕົນເອງ


໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍບອກທຸກໆຄົນເດີ້ວ່າ:
ໃຜທີ່ຢາກເຮັກຖຸລະກິດຫຍັງກໍ່ຕາມຕ້ອງມີຄວາມໝັ່ນໃຈໃນໂຕເອງທີ່ສຸດຖຸລະກິດຈັ່ງກ້າວໜ້າແລະສຳເລັດໄດ້
ຫ້າມລັງເລໃຈເດັດຂາດເດີ້ພີ່ນ້ອງ...


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປດື່ມນຳກັນກ່ອນຈະບອກວິທີເດີ ຮະຮາ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຶນປະມານ 200.000 ກີບນີ້ລະຊ່ອຍແນ່ເດີເພາະ ຂພຈ ອອກບ້ານມາດົນແລ້ວຫຼຽວເບີ່ງຫຍັງກະມືດຕຶບເລີຍ.

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂາຍປິ້ງເອັນ

strawberry

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາປີ້ງໄກ່ນາປົ່ງມາຂາຍແມ ຕາມຄິວລົດນ່າ ອິອິໆໆ ມື້ໄດນໍຈະລວຍເຮັດແນວນີ້

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ທຶນປະມານ 200.000 ກີບນີ້ລະຊ່ອຍແນ່ເດີເພາະ ຂພຈ ອອກບ້ານມາດົນແລ້ວຫຼຽວເບີ່ງຫຍັງກະມືດຕຶບເລີຍ.

yo! ເວົ້າແທ້ຫວ໋າ ເວົ້າຫລິ້ນຕີ........

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ວ໋າເເຕ່ພວກເວົ້າມານິ ເຄີຍເຫັດຫຍັງມາເເທ້ເເລ້ວ ບໍ່ ຫລືວ໋າມີເເຕ່ທິດສະດີ
ການເຫັດຫຍັງມັນບໍ່ຍາກດອກ ວ໋າເເຕ່ລົງມືເຫັດກ່ອນ ຄວາມຮູ້ມັນກະຈະມາເອງດອກ ກະຄືເຮົາຂີລົດ ໄປໃນຕອນກາງຄືນ ທີ່ບໍ່ມີໄຟເເຄມທາງ ມີເເຕ່ໄຟຕາລົດເຮົາຄັນດຽວ ເເຕ່ເຮົາກະຍັງໄປຮອດເປົ້າໝາຍ ຫລືບໍ່ກະກາຍເປົ້າໄປເລຍ

ໝາຍເຫດ ທີເວົ້າມານິ ເຈົ້າຂອງກະບໍ່ເຄີຍເຮັດ ຍັງ ຈັກອັນຄືກັນ ຮືຮື

i did it all to my own , turned a chair to a thrown ,i'm a KING in this world

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີແຕ່ 200000ກີບແທ້ກະຢ່າຟ້າວໄປເຮັດຫຍັງເທື່ອສະ ໄປເປັນລູກຈ້າງເອົາເງິນເດືອນໄປກ່ອນຈັກໄລຍະ 1 ຈົນຊິເກັບເງິນໄດ້ກ້ອນຫນຶ່ງເປັນທຶນລະຄ່ອຍຄິດໃຫມ່ກະໄດ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຂາຍຢາ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
໒ ແສນ ກະຂາຍຕຳໝາກຮຸ່ງຫັ້ນແຫຼະ


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຖ້າມີ 200.000 ກີບ ເນາະນຳວ່າໃຫ້ໄປເກັບເກັດເກັບກະຕຸກ ຂາຍຕັ້ງໂຕຈັກ 10ປີ ມີເງິນເກັບຫຼາຍໆລະຈັງວ່າກັນໃໝ່


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຊື້ແຟຣນໄຊສ໌ຂອງ ຊາຍ4ໝີ່ກ້ຽວນ່ະ..
ແຕ່ຕັ້ງຫົກໝື່ນບາດ..


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີ 200.000 ກີບ ເນາະນຳວ່າໃຫ້ໄປເກັບເກັດເກັບກະຕຸກ ຂາຍຕັ້ງໂຕຈັກ 10ປີ ມີເງິນເກັບຫຼາຍໆລະຈັງວ່າກັນໃໝ່
ຮາຮາເວົ້າຫັ້ນນາຄັກເຫວີຍແມ່ນຄວາມໃດເນາະ
ແຕ່ກະຄິດວ່າມັນຕ້ອງມີແນວໃດແນວນື່ງລະສິເຮັດໃຫ້ມີກຳໄລວ່າບໍ່ແຕ່ກະຄິດບໍ່ອອກຈັກເທື່ອ
ບໍ່ມີໃຜຢາກເຂົ້າຫຸ້ນສ່ວນນຳກັນຫວາ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
^
^
^
^
ເກັບຜັກຂາຍຢູ່ຕລາດນຳເດີ້
ຕັ້ງຮ້ານຂາຍປິ້ງເອັນໄປນຳ ເກັບຕຸກໄປນຳ
ລວຍຄັກໆບາດນີ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ສອງແສນກີບເອົາໃຫ້ວັດສາ
ແລ້ວອ້າຍໄປຫາເອົາໃໝ່

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາມາໃຫ້ຂ້ອຍຊື້ເບຍກິນນຳກັນຊະ ເປັນການສົ່ງເສີມຜະລິດຕະພັນລາວນາ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ຳຕື່ມຕົດເໝັນເນາະເອົາໄປຊື້ເບຍນິ

strawberry

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າຢູ່ຂອງນຸ້ຍແມ່ນບໍ່ນິ..??
ສົມພໍເຂົ້າມາບອຣ໌ດນີ້ລ່ະໄດ້ກິ່ນ ຕຸຕຸ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີສອງແສນ..ເອົາໄວ້ໄປຊື້ຫຸ້ນໄຟຟ້າລາວຊ່ະ..
ປິໜ້າຕະຫຼາດຫຸ້ນກະເປິດແລ້ວ..
ຫຸ້ນໄຟຟ້າຮັບຮອງແຈ່ມກວ່າເບຍລາວອີກ..


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເຂົ້າຫຸ້ນກັນຜູ້ລະສອງແສນຮັບຮອງໂລດລະຂ້ອຍສິເປັນຜູ້ກຳເງິນເຫັນດີນຳບໍ່

ໂຈນຫ້າຮ້ອຍສອງເທື່ອເປັນພັນ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>