ກະທູ້ມາໃໝ່ | ຫມວດ | ກະດານແຫ... » ການຕະຫຼາດ/ບໍລິຫານ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສອງສາມມື້ກ່ອນເຫັນຂ່າວວ່າ ມາເລເຊຍຊູເຂົ້າມັນໄກ່ເປັນອາຫານປະຈຳຊາດ ສ່ວນປະເທດເພື່ອນບ້ານໄທ ກໍ່ມີຕົ້ມຍຳກຸ້ງທີ່ຂຶ້ນຊື່ ແລະເປັນອາຫານປະຈຳຊາດທີ່ຕ່າງຊາດຮູ້ຈັກ ຍີ່ປຸ່ນກໍ່ມີປາດິບ ຈີນມີເປັດປັກກິ່ງ ເກົາຫລີກໍ່ກິມຈິ ໃນແງ່ດ້ານການຕະຫລາດ ທັງຫມົດເຫລົ່ານັ້ນລ້ວນແຕ່ເປັນ "ສັນຍາລັກ"ແລະ "ຄວາມແຕກຕ່າງ" ເພື່ອສ້າງ "ຄວາມໂດດເດັ່ນ" ແລະເປັນ"ຈຸດແຂງ" ໄວ້ຕໍ່ສູ້ກັບຄູ່ແຂ່ງເພື່ອໃຫ້ຕະຫລາດແລະຜູ້ບໍລິໂພກຈົດຈຳ ທີ່ເວົ້າມາທັງຫມົດນັ້ນກໍ່ຢາກຖາມຫມູ່ຯວ່າ ແລ້ວລາວເຮົາເດຄວນຍົກ ຫລື ຊູຫຍັງເປັນອາຫານປະຈຳຊາດດີ ແລະຕ້ອງຄິດເຖິງຄວາມເປັນໄປໄດ້ໃນແງ່ການຕະຫລາດ ເພື່ອເປັນຄູ່ຕໍ່ສູ້ກັບຄູ່ແຂ່ງໃນຕະຫລາດໂລກ
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮົາຄິດວ່າປີ້ງໄກ່ ຕຳຫມາກຫຸ່ງ ວ່າຈັ່ງໃດ ເກີດບໍ່
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕຳໝາກຫຸ່ງແນ່ນອນ ຂໍເສີມ ລາບ ກັບພວກ ເອາະ ອິສັງ ຫນ້ອຍຫນຶ່ງ ລະກະ ຍັງມີ ອາຫານອີກຫລາຍໆຢ່າງ. ອືມ ປາແດກນຳ ຮະໆ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຍັງມີ ຈ່ຽວບອງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອີ່ ກະເຄີຍຄິດຢູ່ວ່າລາວເຮົາໄດ້ກຳນົດອາຫານປະຈຳຊາດແລ້ວຫລືຍັງ. ຖ້າໃຫ້ໂຫວຕເລືອກເອົາ ຂໍໂຫວຕໃຫ້ ຕຳຫມາກຫຸ່ງກັບລາບ. -------------------------------------------------- ຖ້າຈະໃຫ້ເປັນອາຫານປະຈຳຊາດແຕ່ມີຜົນສົ່ງເສີມການຕະຫລາດ ໂຫວຕໃຫ້ລາບ ເພາະຕຳຫມາກຫຸ່ງມັນຈະມີຄວາມເຜັດເປັນເອກະລັກ ຕ່າງຊາດຫລາຍຄົນອາດຈະບໍ່ມັກກິນອາຫານທີ່ມີລົດຊາດຈັດເກີນໄປ ແຕ່ຖ້າເປັນອາຫານປະຈຳຊາດແບບລາວໆອີ່ຫລີນິ ໂຫວດໃຫ້ຕຳຫມາກຫຸ່ງ.
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແຈ່ວບອງ ແມ່ນໃດເນາະ ລືມໄປໄດ້ແນວໃດ
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ລາບ ເດ້ເປັນອາຫານປະຈຳຊາດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແມ່ນຄວາມບິ໊ກບອສ.. ລາບຫັ້ນແຫຼະ.. ຕອນທຳອິດວ່າແມ່ນຕຳໝາກຫຸ່ງ.. ແຕ່ໄທກະເອົາໄປກ່ອນ.. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອາະຫຼາມ
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກ້ອຍປາ
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫນັງຍຳ
Melodic Intervals
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ป่นปาดุกนา |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
kao neo jum pha dek der P nong.... |