ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ທ່ານຄິດວ່າມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນແນວໃດ?

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຂໍແນະນຳຕົວຢ່າງເປັນທາງການເລີຍເນາະ ຂ້າພະເຈົ້າຊື່ວ່າ ນາງສາວິກາ ຫຼື ເອີ້ນງ່າຍໆວ່າເອື້ອຍ ເຂົ້າເລື່ອງເລີຍເນາະ ອີອິ ແບບວ່າ ຂ້າພະເຈົ້າຢາກຮູ້ວ່າທັດສະນະຄະຕິຂອງແຕ່ລະຄົນຄິດແນວໃດກ່ຽວກັບຫົວຂໍ້ທີ່ວ່າ ຜົນກະທົບຂອງການປ່ຽນແປງລາຄາສິນຄ້າໂດຍສະເພາະລາຄານ້ຳມັນມີຜົນກະທົບແນວໃດຕໍ່ການດຳລົງຊີວິດຂອງປະຊາຊົນ ອາດຈະຕອບຕາມແນວຄວາມຄິດຂອງແຕ່ລະຄົນ ຫຼື ວ່ານຳໃຊ້ຄຳສັບທາງເສດຖະສາດມາເວົ້າກໍ່ໄດ້ເນາະ ຄຳເຫັນຂອງໝູ່ເພື່ອນແຕ່ລະຄົນ ຂພຈ ຈະໄດ້ນຳໄປວິເຄາະເພື່ອປະກອບກັບບົດລາຍງານຂອງ ຂພຈ ດັ່ງນັ້ນກໍ່ຟາກໝູ່ເພື່ອນຊ່ວຍກັນແດ່ເນາະ ຫຼືໃຜມີຄຳແນະນຳດີໆຫຼືມີຂໍ້ມູນທີ່ໜ້າສົນໃຈບອກແຫຼ່ງທີ່ມາໃຫ້ ຂພຈ ດ້ວຍກໍ່ເປັນການດີ

ຂໍຂອບໃຈໄວ້ລ່ວງໜ້າໝູ່ເພື່ອນໝົດທຸກຄົນ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະໜາດເນາະ

strawberry

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຈະມີໃຜຕອບບໍ່

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະທົບຫຼາຍດ້ານໂດຍສະເພາະແມ່ນເຄື່ອງອຸປະໂພກບໍລິໂພກ
ທີ່ປະຊາຊົນໃຊ້ໃນຊີວິດປະຈຳວັນ
ເພາະຄັນລາຄານ້ຳມັນເພີ່ມ ມັນກະທົບຕໍ່ລະບົບການຂົນສົ່ງທີ່ຕ້ອງໃຊ້ງົບປະມານເພີ່ມ
ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ

strawberry

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...

ຂໍຂອບໃຈສຳລັບຄຳຄິດເຫັນດີໆຂອງຄຸນຫຍິງນຸ້ຍຫຼາຍໆ ທີ່ຄຸນຫຍິງເວົ້າມາກໍ່ມີສ່ວນຖືກເນາະ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນສະໄໝຮຽນຢູ່ລອນດອນ
ອາຈານມັກບອກໃຫ້ອອກຄຳເຫັນຊ່ວຍຜູ່ທີ່ດ້ອຍກວ່າ

strawberry

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
http://www.google.co.th/search?hl=th&source=hp&q=%E0%B8%9C%E0%B8%A5%E0%B8%81%E0%B8%A3%E0%B8%B0%E0%B8%97%E0%B8%9A%E0%B8%A5%E0%B8%B2%E0%B8%84%E0%B8%B2%E0%B8%99%E0%B9%89%E0%B8%B3%E0%B8%A1%E0%B8%B1%E0%B8%99&btnG=%E0%B8%84%E0%B9%89%E0%B8%99%E0%B8%AB%E0%B8%B2%E0%B8%94%E0%B9%89%E0%B8%A7%E0%B8%A2+Google&meta=&aq=f&oq= (ช่อย ได้เท่านี้เดี้คร๊า กร๊ากกก)

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນາງບອ໋ບພໍແຕ່ມາ

strawberry

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ຕອນສະໄໝຮຽນຢູ່ລອນດອນ
ອາຈານມັກບອກໃຫ້ອອກຄຳເຫັນຊ່ວຍຜູ່ທີ່ດ້ອຍກວ່າ

ແມ່ນຫວາໄປຮຽນຕອນໄດ໋ຫ໋ວະ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ຜົນກະທົບຂອງການປ່ຽນແປງລາຄາສິນຄ້າໂດຍສະເພາະລາຄານ້ຳມັນມີຜົນກະທົບແນວໃດຕໍ່ການດຳລົງຊີວິດຂອງປະຊາຊົນ

ສາເຫດຫຼັກໆທີ່ເຮັດໃຫ້ລາຄານ້ຳມັນນັ້ນມີຜົນກະທົບຕໍ່ການດຳລົງຊີວິດການເປັນຢູ່ຂອງປະຊາຊົນນັ້ນກໍຄື ນ້ຳມັນເປັນສິ່ງທີ່ເຮັດໃຫ້ທຸລະກິດແຕ່ຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ນັ້ນໄດ້ມີການເຄື່ອນໄຫວ ບໍ່ວ່າຈະເປັນການນຳເຂົ້າໄປໃສ່ໃນລົດ ເພື່ອບັນທຸກສິນຄ້າ ເຂົ້າໄປໃສ່ໃນໂຮງຈັກໂຮງງານ ເພື່ອເຮັດໃຫ້ເຄື່ອງຈັກນັ້ນທຳງານໄດ້ ແລະ ຖ້ານ້ຳມັນຫາກມີລາຄາສູງ ກໍຈະເຮັດໃຫ້ຕົ້ນທືນໃນການນຳເຂົ້ານ້ຳມັນນັ້ນສູງ ເຮັດໃຫ້ມັນເປັນຜົນກະທົບຕະຫຼອດຮອດໄປເຖິງຜູ້ບໍລິໂພກກໍຄືຄົນດັ່ງພວກເຮົາ ເພາະວ່າຕົ້ນທຶນສູງຖ້າຫາກເຮົາບໍຂຶ້ນລາຄາສິນຄ້າກໍຈະເຮັດໃຫ້ໄດ້ກຳໄລນ້ອຍ ຫຼື ບໍ່ກໍຂາດທຶນ ແລະເມື່ອເຂົາຂຶ້ນລາຄາກໍຈະມີຜົນໄປຮອດພວກເຮົາທີ່ຈະຕ້ອງໄດ້ຈົກເງິນອອກຫຼາຍເພື່ອໃຊ້ໃນການຊື້ສິນຄ້າໃດໜຶ່ງ
ສະລູບ ນ້ຳມັນ ມີຜົນຕໍ່ຕົ້ນທຶນໃນການຂົນສົ່ງ
ໃຊ້ເຂົ້າໃນໂຮງງານ
ເຮັດໃຫ້ຜູ້ບໍລິໂພກຕ້ອງໄດ້ເສຍເງິນຫຼາຍຂຶ້ນໃນການຊື່ສິນຄ້າໃດໜຶ່ງ

ການຂຽນຢາກສັບສົນແດ່ເດີ້
ແຕ່ກໍພະຍາຍາມສຸດ ໄດ້ເທົ່ານີ້ ^-^

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປແຕ່ນ້ອຍໆໆໆ

strawberry

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ໄປແຕ່ນ້ອຍໆໆໆ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືພາຫວ໋າ

strawberry

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ oOoLeEoOoLikeYouoOo ຂຽນວ່າ...
ຜົນກະທົບຂອງການປ່ຽນແປງລາຄາສິນຄ້າໂດຍສະເພາະລາຄານ້ຳມັນມີຜົນກະທົບແນວໃດຕໍ່ການດຳລົງຊີວິດຂອງປະຊາຊົນ

ສາເຫດຫຼັກໆທີ່ເຮັດໃຫ້ລາຄານ້ຳມັນນັ້ນມີຜົນກະທົບຕໍ່ການດຳລົງຊີວິດການເປັນຢູ່ຂອງປະຊາຊົນນັ້ນກໍຄື ນ້ຳມັນເປັນສິ່ງທີ່ເຮັດໃຫ້ທຸລະກິດແຕ່ຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ນັ້ນໄດ້ມີການເຄື່ອນໄຫວ ບໍ່ວ່າຈະເປັນການນຳເຂົ້າໄປໃສ່ໃນລົດ ເພື່ອບັນທຸກສິນຄ້າ ເຂົ້າໄປໃສ່ໃນໂຮງຈັກໂຮງງານ ເພື່ອເຮັດໃຫ້ເຄື່ອງຈັກນັ້ນທຳງານໄດ້ ແລະ ຖ້ານ້ຳມັນຫາກມີລາຄາສູງ ກໍຈະເຮັດໃຫ້ຕົ້ນທືນໃນການນຳເຂົ້ານ້ຳມັນນັ້ນສູງ ເຮັດໃຫ້ມັນເປັນຜົນກະທົບຕະຫຼອດຮອດໄປເຖິງຜູ້ບໍລິໂພກກໍຄືຄົນດັ່ງພວກເຮົາ ເພາະວ່າຕົ້ນທຶນສູງຖ້າຫາກເຮົາບໍຂຶ້ນລາຄາສິນຄ້າກໍຈະເຮັດໃຫ້ໄດ້ກຳໄລນ້ອຍ ຫຼື ບໍ່ກໍຂາດທຶນ ແລະເມື່ອເຂົາຂຶ້ນລາຄາກໍຈະມີຜົນໄປຮອດພວກເຮົາທີ່ຈະຕ້ອງໄດ້ຈົກເງິນອອກຫຼາຍເພື່ອໃຊ້ໃນການຊື້ສິນຄ້າໃດໜຶ່ງ
ສະລູບ ນ້ຳມັນ ມີຜົນຕໍ່ຕົ້ນທຶນໃນການຂົນສົ່ງ
ໃຊ້ເຂົ້າໃນໂຮງງານ
ເຮັດໃຫ້ຜູ້ບໍລິໂພກຕ້ອງໄດ້ເສຍເງິນຫຼາຍຂຶ້ນໃນການຊື່ສິນຄ້າໃດໜຶ່ງ

ການຂຽນຢາກສັບສົນແດ່ເດີ້
ແຕ່ກໍພະຍາຍາມສຸດ ໄດ້ເທົ່ານີ້ ^-^

ຖືວ່າບໍ່ສັບສົນເຂົ້າໃຈດີຈັ່ງໄດ໋ກະຕ້ອງຂອບໃຈຫຼາຍໆ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ຖືພາຫວ໋າ

ບໍ່ແມ່ນແບບວ່າມີຄຳເວົ້າບາງຄົນເຮັດໃຫ້ປວດ.......ຫັ້ນນະ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫ໋ວາ

strawberry

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມມ..ມັນກໍຕ້ອງມີຜົນກະທົບຕໍ່..ຜູ້ບໍລິໂພກຢູ່ແລ້ວ..ເມື່ອສິນຄ້າປັບລາຄາຂຶ້ນຕາມນ້ຳມັນ..
ເພາະລາຍໄດ້ຂອງຜູ້ບໍລິໂພກບໍ່ໄດ້ປັບຂຶ້ນຕາມລາຄານ້ຳມັນແລະສິນຄ້າ..
ອີກຢ່າງອຸປະສົງ(ສັບເສດນ່ອຍນຶ່ງ)ຕໍ່ສິນຄ້າກໍຍັງເໝືອນເດີມ..
ເຮັດໃຫ້ພາລະຕົກຢູ່ກັບຜູ້ບໍລິໂພກ..

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາສະເພາະລາຄານ້ຳມັນຫວະ ??
ຫລືທຸກສິນຄ້າ ແຕ່ໃຫ້ເນັ້ນຫນັກລາຄານ້ຳມັນ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກບັນຫາລາຄານ້ຳມັນແພງຍັງຄົງຊຳເຮື້ອ ແລະ ຍັງບໍ່ໄດ້ຮັບການແກ້ໄຂ ແລະ ປ້ອງກັນຢ່າງຖືກວິທີ
ກໍ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງເສດຖະກິດທັງພາຍໃນ ແລະ ພາຍນອກປະເທດໄດ້.ເນື່ອງຈາກນ້ຳ
ມັນເປັນປັດໃຈການຜະລິດທີ່ສຳຄັນ ຫາກລາຄານ້ຳມັນເພີ່ມສູງຂື້ນກໍ່ຈະເຮັດໃຫ້ຕົ້ນທືນການຜະລິດສູງຂື້ນ ຜູ້
ຜະລິດຈຳເປັນຕ້ອງຂື້ນລາຄາສິນຄ້າ, ລົດປະລິມານການຜະລິດ ບາງລາຍເຖິງກັບລົ້ມເລີກກິດຈະການໄປເລີຍກໍ່ມີ.
ຖ້າລັດຖະບານບໍ່ສາມາດຄວບຄຸມສະຖານະການນີ້ໄດ້ຈະສົ່ງຜົນຕາມມາເຊັ່ນ:
໑.ລະດັບລາຄາສິນຄ້າພາຍໃນເພີ່ມຂື້ນຈົນອາດເຮັດໃຫ້ມີການນຳເຂົ້າສິນຄ້າບາງປະເພດ ເນື່ອງຈາກລາຄາພາຍ
ໃນປະເທດແພງກ່ວາ ແລະ ຍິ່ງເປັນການຊ້ຳເຕີມເສດຖະກິດຂອງປະເທດອີກ.
໒.ການຈ້າງງານຫຼຸດລົງ ເນື່ອງຈາກຕົ້ນທືນຂອງຜູ້ຜະລິດສູງຂື້ນ ເຮັດໃຫ້ເກີດໄພຫວ່າງງານຕາມມາ.
໓.ອັດຕາດອກເບ້ຍພາຍໃນຈະສູງຂື້ນ ເພື່ອສະກັດກັ້ນການໄຫຼອອກຂອງເງີນທືນ ເຮັດໃຫ້ການບໍລິໂພກແລະການລົງ
ທືນຢຸດສະຫງັກ(ຫຼຸດລົງ).
໔.ປະຊາຊົນເດືອດຮ້ອນຈາກພາວະເງີນເຟີ້ ລາຄາສິນຄ້າແພງ ປະຊາຊົນຜູ້ມີລາຍໄດ້ປະຈຳຕ້ອງໄດ້ຊື້ສິນທີ່ມີລາຄາແພງກວ່າເດີມ.
໕.ເນື່ອງຈາກລາຄາສິນຄ້າພາຍໃນທີ່ແພງກ່ວາພາຍນອກ ເຮັດໃຫ້ການນຳເຂົ້າສິນຄ້າຈາກພາຍນອກມີສູງ ໃນຂະນະ
ທີ່ພາກການສົ່ງອອກຊະລໍຕົວ ຈະພາໃຫ້ເກີດການຂາດດຸນການຄ້າ
໖.ຄວາມເຊື່ອໝັ້ນໃນເສດຖະກິດຂອງຊາດຫຼຸດລົງ ອັດຕາແລກປ່ຽນເພີ່ມຂື້ນ ການລົງທືນຫຼຸດລົງ GDPກໍ່ຫຼຸດລົງ

ຜິດພາດປະການໃດຂໍອາໄພ

~Vਕਆpïrєی™~

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...

ໄປ copy ເອົານຳປື້ມມາແມ່ນບໍ່ ??? ຮ່າຮ່າຮ່າ ໆໆໆໆ ( ກວນຫີ້ຼນເດີ )

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ນ້ຳມັນແພງຂື້ນ = ສິນຄ້າທີ່ໃຊ້ການຂົນສົ່ງແພງຂຶ້ນ, ອັດຕາການຄົມມະນາຄົມແພງຂຶ້ນ...
ເງິນເດືອນຄົນຍັງຢູ່ຈຸດເກົ່າແຕ່ ລາຄາເຄື່ອງຕ້ອງຈ່າຍພັດແພງຂຶ້ນ ທຸລະກິດທີ່ບໍ່ກ່ຽວກັບການຂົນສົ່ງ
ຢູ່ດີໆ ກະຕ້ອງປັບລາຄາຂຶ້ນເຊັ່ນກັນ ເພາະເຂົາກະມີລົດຕ້ອງໃສ່ນ້ຳມັນເຊັ່ນກັນ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ເຮັດໃຫ້ປະຊາຊົນເສຍເງິນຄ່ານ້ຳມັນເພີ່ມຂຶ້ນ......ອິອິ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DexZaaa ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ຫາກບັນຫາລາຄານ້ຳມັນແພງຍັງຄົງຊຳເຮື້ອ ແລະ ຍັງບໍ່ໄດ້ຮັບການແກ້ໄຂ ແລະ ປ້ອງກັນຢ່າງຖືກວິທີ
ກໍ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງເສດຖະກິດທັງພາຍໃນ ແລະ ພາຍນອກປະເທດໄດ້.ເນື່ອງຈາກນ້ຳ
ມັນເປັນປັດໃຈການຜະລິດທີ່ສຳຄັນ ຫາກລາຄານ້ຳມັນເພີ່ມສູງຂື້ນກໍ່ຈະເຮັດໃຫ້ຕົ້ນທືນການຜະລິດສູງຂື້ນ ຜູ້
ຜະລິດຈຳເປັນຕ້ອງຂື້ນລາຄາສິນຄ້າ, ລົດປະລິມານການຜະລິດ ບາງລາຍເຖິງກັບລົ້ມເລີກກິດຈະການໄປເລີຍກໍ່ມີ.
ຖ້າລັດຖະບານບໍ່ສາມາດຄວບຄຸມສະຖານະການນີ້ໄດ້ຈະສົ່ງຜົນຕາມມາເຊັ່ນ:
໑.ລະດັບລາຄາສິນຄ້າພາຍໃນເພີ່ມຂື້ນຈົນອາດເຮັດໃຫ້ມີການນຳເຂົ້າສິນຄ້າບາງປະເພດ ເນື່ອງຈາກລາຄາພາຍ
ໃນປະເທດແພງກ່ວາ ແລະ ຍິ່ງເປັນການຊ້ຳເຕີມເສດຖະກິດຂອງປະເທດອີກ.
໒.ການຈ້າງງານຫຼຸດລົງ ເນື່ອງຈາກຕົ້ນທືນຂອງຜູ້ຜະລິດສູງຂື້ນ ເຮັດໃຫ້ເກີດໄພຫວ່າງງານຕາມມາ.
໓.ອັດຕາດອກເບ້ຍພາຍໃນຈະສູງຂື້ນ ເພື່ອສະກັດກັ້ນການໄຫຼອອກຂອງເງີນທືນ ເຮັດໃຫ້ການບໍລິໂພກແລະການລົງ
ທືນຢຸດສະຫງັກ(ຫຼຸດລົງ).
໔.ປະຊາຊົນເດືອດຮ້ອນຈາກພາວະເງີນເຟີ້ ລາຄາສິນຄ້າແພງ ປະຊາຊົນຜູ້ມີລາຍໄດ້ປະຈຳຕ້ອງໄດ້ຊື້ສິນທີ່ມີລາຄາແພງກວ່າເດີມ.
໕.ເນື່ອງຈາກລາຄາສິນຄ້າພາຍໃນທີ່ແພງກ່ວາພາຍນອກ ເຮັດໃຫ້ການນຳເຂົ້າສິນຄ້າຈາກພາຍນອກມີສູງ ໃນຂະນະ
ທີ່ພາກການສົ່ງອອກຊະລໍຕົວ ຈະພາໃຫ້ເກີດການຂາດດຸນການຄ້າ
໖.ຄວາມເຊື່ອໝັ້ນໃນເສດຖະກິດຂອງຊາດຫຼຸດລົງ ອັດຕາແລກປ່ຽນເພີ່ມຂື້ນ ການລົງທືນຫຼຸດລົງ GDPກໍ່ຫຼຸດລົງ

ຜິດພາດປະການໃດຂໍອາໄພ

ໄປ copy ເອົານຳປື້ມມາແມ່ນບໍ່ ??? ຮ່າຮ່າຮ່າ ໆໆໆໆ ( ກວນຫີ້ຼນເດີ )

ບັງເອີນເຄີຍຮຽນກາຍນະ ຮາຮາຮາ

~Vਕਆpïrєی™~

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
``ເຂົ້າຍາກຫມາກແພງເຫຼຶອເກິນ ແຖມຄ່າຂອງເງິນບໍ່ຍືນຍັ້ງ....``

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ຫາກບັນຫາລາຄານ້ຳມັນແພງຍັງຄົງຊຳເຮື້ອ ແລະ ຍັງບໍ່ໄດ້ຮັບການແກ້ໄຂ ແລະ ປ້ອງກັນຢ່າງຖືກວິທີ
ກໍ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງເສດຖະກິດທັງພາຍໃນ ແລະ ພາຍນອກປະເທດໄດ້.ເນື່ອງຈາກນ້ຳ
ມັນເປັນປັດໃຈການຜະລິດທີ່ສຳຄັນ ຫາກລາຄານ້ຳມັນເພີ່ມສູງຂື້ນກໍ່ຈະເຮັດໃຫ້ຕົ້ນທືນການຜະລິດສູງຂື້ນ ຜູ້
ຜະລິດຈຳເປັນຕ້ອງຂື້ນລາຄາສິນຄ້າ, ລົດປະລິມານການຜະລິດ ບາງລາຍເຖິງກັບລົ້ມເລີກກິດຈະການໄປເລີຍກໍ່ມີ.
ຖ້າລັດຖະບານບໍ່ສາມາດຄວບຄຸມສະຖານະການນີ້ໄດ້ຈະສົ່ງຜົນຕາມມາເຊັ່ນ:
໑.ລະດັບລາຄາສິນຄ້າພາຍໃນເພີ່ມຂື້ນຈົນອາດເຮັດໃຫ້ມີການນຳເຂົ້າສິນຄ້າບາງປະເພດ ເນື່ອງຈາກລາຄາພາຍ
ໃນປະເທດແພງກ່ວາ ແລະ ຍິ່ງເປັນການຊ້ຳເຕີມເສດຖະກິດຂອງປະເທດອີກ.
໒.ການຈ້າງງານຫຼຸດລົງ ເນື່ອງຈາກຕົ້ນທືນຂອງຜູ້ຜະລິດສູງຂື້ນ ເຮັດໃຫ້ເກີດໄພຫວ່າງງານຕາມມາ.
໓.ອັດຕາດອກເບ້ຍພາຍໃນຈະສູງຂື້ນ ເພື່ອສະກັດກັ້ນການໄຫຼອອກຂອງເງີນທືນ ເຮັດໃຫ້ການບໍລິໂພກແລະການລົງ
ທືນຢຸດສະຫງັກ(ຫຼຸດລົງ).
໔.ປະຊາຊົນເດືອດຮ້ອນຈາກພາວະເງີນເຟີ້ ລາຄາສິນຄ້າແພງ ປະຊາຊົນຜູ້ມີລາຍໄດ້ປະຈຳຕ້ອງໄດ້ຊື້ສິນທີ່ມີລາຄາແພງກວ່າເດີມ.
໕.ເນື່ອງຈາກລາຄາສິນຄ້າພາຍໃນທີ່ແພງກ່ວາພາຍນອກ ເຮັດໃຫ້ການນຳເຂົ້າສິນຄ້າຈາກພາຍນອກມີສູງ ໃນຂະນະ
ທີ່ພາກການສົ່ງອອກຊະລໍຕົວ ຈະພາໃຫ້ເກີດການຂາດດຸນການຄ້າ
໖.ຄວາມເຊື່ອໝັ້ນໃນເສດຖະກິດຂອງຊາດຫຼຸດລົງ ອັດຕາແລກປ່ຽນເພີ່ມຂື້ນ ການລົງທືນຫຼຸດລົງ GDPກໍ່ຫຼຸດລົງ

ຜິດພາດປະການໃດຂໍອາໄພ

ເກັ່ງຫຼາຍ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ເອົາສະເພາະລາຄານ້ຳມັນຫວະ ??
ຫລືທຸກສິນຄ້າ ແຕ່ໃຫ້ເນັ້ນຫນັກລາຄານ້ຳມັນ

ເອົາທັງລາຄາສິນຄ້າ ແລະສ່ວນໃຫ່ຍແມ່ນຢາກເນັ້ນໜັກລາຄານ້ຳມັນ