ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 5 ຈາກທັງໝົດ 6 ໜ້າ <<<123456>>>

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ມື້ນີ້ມີເວລາຫນ໋ອຍຫນຶ່ງເລີຍຢາກສວຍໂອກາດມາເວົ້າຫຍັງທີ່ສຳຄັນສູ່ກັນຟັງ.

ແຕ່ຕົ້ນປີນີ້ມາ ຢູ່ລາວເຮົາໄດ້ນຳກົດຫມາຍພາສີຣາຍໄດ້ໃຫມ່ມາໃຊ້ ທີ່ເອີ້ນກັນວ່າ ພາສີເງິນເພີ່ມ VATໃນອັດຕາ ສີບເປິເຊັນ.
ໃນແຕ່ລະປະເທດ ອັດຕານີ້ແຕກຕ່າງກັນ ເຊັ່ນຢູ່ປະເທດໄທ ແມ່ນມີ ເຈັດເປິເຊັນ, ຢູ່ໂປແລນ ຊາວສອງເປິເຊັນ...
ຖືວ່າຢູ່ບ້ານເຮົາກະເອົາເຂດປານກາງ.໑໐%. ພາສີນີ້ ແມ່ນ ເກັບເອົາຈາກຜູ່ຊື້ສິນຄ້າ ຫຼື ບໍຣິການຕ່າງໆທີ່ຜູ່ຂາຍ(ທີ່ເຂົ້າໃນຣະບົບຕ້ອງໄລ່ເພີ່ມໃສ່ກັບຣາຄາສິນຄ້າທີ່ວາງຂາຍ).
ໂຕຢ່າງງ່າຍໆ:
ຄົນໃຈດີພາຫມູ່ໄປຮ້ານເບັຍ,ສັ່ງເບັຍມາຫ້າຂວດໃນຣາຄາ ເນດ(netto) ແປດພັນຕໍ່ແກ້ວ ແຕ່ບາດໄປຈ່າຍພັດໄດ້ເສັຍຫຼາຍກວ່ານັ້ນ
ງົງ !!!
ມີຄວາມສົງສັຍ ຈຶ່ງໄດ້ຖາມເຈົ້າຂອງຮ້ານວ່າເປັນຫຍັງໄລ່ແບບນີ້ ແທນທີ່ຈະແມ່ນສີ່ສີບພັນ ກັບໄດ້ຈ່າຍ ເປັນ ສີ່ສີບສີ່ພັນ!(ສີ່ພັນນີ້ເປັນພາສີເງິນເພີ່ມຫຼືວ່າຣາຄາເຕັມ-brutto)

ນັ້ນລະຄືພາສີເງິນເພິ່ມທີ່ຜູ່ບໍຣິໂພກ ຫຼືຜູ່ໃຊ້ຕ້ອງໄດ້ຈ່າຍ.
ພາສີແນວນີ້ແມ່ນ ທັງສີບເປິເຊັນຕ້ອງເຂົ້າຄັງຂອງປະເທດ.
ໃນການນຳສິນຄ້າເຂົ້າປະເທດ ກະເຊັ່ນກັນກ່ອນທີ່ສິນຄ້າຈະໄດ້ອອກຈາກສາງຂອງກົມພາສີອາກອນ ພໍ່ຄ້ານຳເຂົ້າຕ້ອງໄດ້ເສັຍພາສີເງິນເພີ່ມນີ້ກ່ອນບໍ່ດັ່ງນັ້ນສິນຄ້າຕ້ອງຕົກຢູ່ໃນສາງຂອງກົມພາສີອາກອນ.

ກົມພາສີເກັບຄ່າພາສີເງິນເພີ່ມນີ້ ຈາກ ໃບບິນຮັບຊື້ສິນຄ້າຂອງພໍ່ຄ້າ ບວກຄ່າຂົນສົ່ງແລະຄ່າປະກັນໄພເຂົ້າກັນແລ້ວ ມາໄລ່ສີບເປິເຊັນໃສ່ ບວກລົບຄູນຫານກັນຈັ່ງໃດອອກມາຈັ່ງຊັ້ນພໍ່ຄ້າກະຕ້ອງຈຳເປັນເສັຍເອົາເງິນນັ້ນເຂົ້າຄັງໄປກ່ອນ.

ແລະອີກຢ່າງສິນຄ້ານຳເຂົ້າ ກະຕ້ອງໄລ່ອັດຕາແລກປ່ຽນທີ່ທາງກົມພາສີມີໄວ້(ລາງເທື່ອອາຈບໍ່ກົງກັນກັບໃນຕະຫຼາດ(ຫນອງດ້ວງຫຼືຕະຫຼາດເຊົ້າ!)
ຫາກໃຜມີຫຍັງຢາກຖາມ ຫາກວ່າພໍຊິຕອບໄດ້ກະຍິນດີຕອບໃຫ້ ແຕ່ຫາກມີຫຍັງບໍ່ຮູ້ກະຢ້ານວ່າບໍ່ຕອບແຫຼະ!!

ບໍ່ແມ່ນພາສີເງິນເພີ້ມ
ແຕ່ເປັນພາສີມູນຄາເພີ້ມ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີນີ້ທາງຣັຖບານ ປະເທດໂປແລນ ກະພາກັນຂື້ນອັນຕາ ວີເອທີ ນີ້ ຈາກ ໒໒ ເປິເຊັນ ເປັນ ໒໓ ເປິເຊັນ..
ອຸກໃຈນຳ ຂາຍຫຍັງກະຍາກຊິຕາຍແລ້ວ, ຍາກສົມຄວນຊ້ຳມາຂື້ນຕື່ມອີກ..
ຜູ່ຮັບເຄາະແມ່ນຜູ່ບໍຣິໂພກ ຫຼືຜູ່ໃຊ້ ສິນຄ້າຕ່າງໆຫັ້ນ!!
ບ້ານເຮົາຍັງໄຄ ພຽງສີບເປິເຊັນ!!
ແຕ່ກະສີບເປິເຊັນເພີ້ມ..
ແລ້ວຈຸດໜາຍປາຍທາງວ່າຈະໄດ້ເງິນນັ້ນເຂົ້າຄັງ!!
ຄັງໄດ້ຮບຫຼາຍຫຼືນ້ອຍກັນແທ້!!

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຫຼາຍແນນ່ອນ
ແລ້ວຈະໃຫ້ຄວາມເຫັນຕາມຫຼັງ ວ່າໄດ້ຫຼາຍຫຼື ໜ້ອຍແນວໃດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ໄດ້ຫຼາຍແນນ່ອນ
ແລ້ວຈະໃຫ້ຄວາມເຫັນຕາມຫຼັງ ວ່າໄດ້ຫຼາຍຫຼື ໜ້ອຍແນວໃດ

ສະບາຍດີ,
ກະຢາກຮູ້ນຳແທ້ໆ!
ຟ້າວເອົາມາບອກໃຫ້ຮູ້ເດິ!

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກເຈົ້າລອງຄຶດຊ່ວຍກັນເບິ່ງເດີ ເຮົາຊື້ເຄື່ອງເຂົ້າຮ້ານ 10,000ກີບບໍ່ລວມພາສີຖ້ານຳເຂົ້າມາຈາກຕ່າງປະເທດ ແລ້ວຂາຍອອກ 11,000 ກີບ
ຫັກອາກອນລາຍໄດ້ຄື 11,000 * 10% = 1,100 ກີບຈ່າຍໃຫ້ອາກອນ (ຍັງບໍ່ທັນຄິດໄລ່ອາກອນເງິນເດືອນຂອງຄົນງານອີກ 5%)
ຈາກນັ້ນທ້າຍປີມາອາກອນມາຄິດໄລ່ອາກອນກຳໄລນຳຄື (1,000 * 35%)=350 ກີບຈ່າຍໃຫ້ອາກອນ.
ສະຫລຸບລວມເຮົາໄດ້ຈ່າຍເງິນໄປໃຫ້ອາກອນ 1,100+350= 1,450
ເງິນທີ່ໄດ້ຮັບຈາກການຂາຍເຄື່ອງ 11,000 - 10,000-1,450= (-450) ກີບ ຖາມວ່າເຮົາໄດ້ຫຍັງ? ແລະສິກິນຫຍັງ? ແຖມຍັງການແພ່ວັດຖຸປັດໃຈຕ່າງທາງລາດສະການ, ສາດສະໜາອີກ
ປານນັ້ນຢາກໃຫ້ປະເທດຊາດຫລຸດພົ້ນອອກຈາກຄວາມທຸກຈົນ ແຕ່ນີ້ມັນກັບສິພາຊາດຫລົ້ມຈົມຫັ້ນຕິ...ຖ້າມື້ໃດໜຶ່ງທຳມະຊາດທີ່ມີຊັບພະຍາກອນຢ່າງມະຫາສານໝົດໄປ ເມື່ອນັ້ນຕ້ອງກັບໄປເປັນເມືອງຂື້ນເຂົາອີກເຊື່ອໂລດ ....

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ພວກເຈົ້າລອງຄຶດຊ່ວຍກັນເບິ່ງເດີ ເຮົາຊື້ເຄື່ອງເຂົ້າຮ້ານ 10,000ກີບບໍ່ລວມພາສີ
ຖ້ານຳເຂົ້າມາຈາກຕ່າງປະເທດ ແລ້ວຂາຍອອກ 11,000 ກີບ
ຫັກອາກອນລາຍໄດ້ຄື 11,000 * 10% = 1,100 ກີບຈ່າຍໃຫ້ອາກອນ (ຍັງບໍ່ທັນຄິດໄລ່ອາກອນເງິນເດືອນຂອງຄົນງານອີກ 5%)
ຈາກນັ້ນທ້າຍປີມາອາກອນມາຄິດໄລ່ອາກອນກຳໄລນຳຄື (1,000 * 35%)=350 ກີບຈ່າຍໃຫ້ອາກອນ.
ສະຫລຸບລວມເຮົາໄດ້ຈ່າຍເງິນໄປໃຫ້ອາກອນ 1,100+350= 1,450
ເງິນທີ່ໄດ້ຮັບຈາກການຂາຍເຄື່ອງ 11,000 - 10,000-1,450= (-450) ກີບ ຖາມວ່າເຮົາໄດ້ຫຍັງ? ແລະສິກິນຫຍັງ? ແຖມຍັງການແພ່ວັດຖຸປັດໃຈຕ່າງທາງລາດສະການ, ສາດສະໜາອີກ
ປານນັ້ນຢາກໃຫ້ປະເທດຊາດຫລຸດພົ້ນອອກຈາກຄວາມທຸກຈົນ ແຕ່ນີ້ມັນກັບສິພາຊາດຫລົ້ມຈົມຫັ້ນຕິ...ຖ້າມື້ໃດໜຶ່ງທຳມະຊາດທີ່ມີຊັບພະຍາກອນຢ່າງມະຫາສານໝົດໄປ
ເມື່ອນັ້ນຕ້ອງກັບໄປເປັນເມືອງຂື້ນເຂົາອີກເຊື່ອໂລດ ....

ເປັນການຄີດໄລ່ແບບໃດນີ້?

ທຳມະດາ ພາສີມຸນລະຄ່າເພິ່ມນີ້ ແມ່ນລູກຄ້າຈ່າຍຄື. ໑໐ ໐໐໐ ແມ່ນຕົ້ນທືນຊື້ມານໍ ຕ້ອງໄລ່ເສັຍເຂົ້າຣັຖ ໃນທ່າພາສີຫັ້ນກ່ອນໄດ້ເອົາສິນຄ້າອອກໄປຂາຍ.ກະຄື ບວກ ໑໐ເປິເຊັນເຂົ້າໃສ່.
ຍາມວາງຂາຍພໍ່ຄ້າກະຄີດເປິເຊັນກຳໄລໂຕເຂົ້າໃສ່ໃຫ້ມີຣາຍໄດ້ທັງຄ່ານັ້ນຄ່ານີ້ຮວມເຂົ້າ.
ຫາກວ່າກຳລໄທີ່ຄີດົາກໄດ້ ແມ່ນ ໓໐ ເປິເຊັນ ກະແມ່ນວ່າ ຜູ່ມາຊື້ຕ້ອງຈ່າຍ ໑໕໗໓໐ ທັງໜົດ
ໃນນັ້ນ໓໐ ເປິເຊັນກຳໄລ ແລະ໑໐ ເປິເຊັນ ຂອງວີເອທີ.
ບໍ່ແລ້ວກ່ອນຈະໄປເສັຍພາສີຣາຍໄດ້ແຕ່ລະປີຕ້ອງ ຄີດຕ່າງຕິ.
ພາສາ ວີເອທີ ທີ່ຈ່າຍຕອນເອົາສິນຄ້າອອກຈາກສາງກົມພາສີແມ່ນ ໑໐໐໐, ບາດຕອນຂາຍແມ່ນ(ທີ່ຈິງແລ້ວກ່ອນເສັຍ ພາສີ ວີເອທີ ຕ້ອງໄດ້ໄລ່ຄ່າຂົນສົ່ງແລະປະກັນພັຍເຂົ້ານຳ.) ບັດນີ້ ເຮົາມີ ຕົ້ນທືນ ໑໑໐໐໐. ບວກ ກຳໄລ ໓໐ ເປິເຊັນ
ເຂົ້າກະແມ່ນ:໑໑໐໐໐x໓໐%= ໓໓໐໐ = ໑໔໓໐໐
ຫາກໃນນີ້ ແມ່ນ ບຣູດໂຕ ກະໜາຍຄວາມວ່າ ໑໐ ເປິເຊັນຊາຍກະຢູ່ໃນຫັ້ນ ແຕ່ເວລານັ້ນ ກະມີກຳໄລບໍ່ເຕັມ ໓໐ ເປິເຊັນ
.ດັ່ງນີ້ ຈຶ່ງວ່າ ຕ້ອງໄລ່ ໑໐ ເປິເຊັນເຂົ້າ
໑໔໓໐໐ x໑໐ % = ໑໔໓໐ ແລ້ວບວກເຂົ້າກັນທັງໜົດ ລູກຄ້າກະຕ້ອງຈ່າຍທໍ່ນີ້:໑໕໗໓໐.
ບັດນີ້ ວີເອທີ່ ທີ່ຕ້ອງເອົາໄປຈ່າຍແກ່ ກົມສ່ວຍສາອາກອນແມ່ນ. ໑໔໓໐-໑໐໐໐= ໔໓໐. ເປັນຫຍັງຈຶ່ງຕີ້ອງໄປຈ່າຍ ອີກ ໔໓໐ ກະເພາະວ່າ ຄວາມແຕກຕ່າງຂອງວີເອທີ ຊື້ ກັບຂາຍມັນຕ່າງກັນຍ້ອນວ່າ ເປິເຊັນກຳໄລ. ຫາກ ເປິເຊັນກຳໄລຫຼາຍທໍ່ໃດກະຕ້ອງໄດ້ຈ່າຍຫຼາຍຂື້ນຕາມຄວາມແຕກຕ່າງຂອງພາສີທັງສອງນີ້.
ບັດນີ້ ການເສັຍພາສີ ຣາຍໄດ້ປະຈຳປີແມ່ນວ່າຈາກກໍຣະນີນີ້ຄື.
ເອົາອອກຈາກກຳໄລ: ໓໓໐໐-(໔໓໐+ ຣາຍຈ່າຍຕ່າງໆທີ່ກ່ຽວຂ້ອງກັບການຂາຍນີ້ ຕຢ. ໑໐໐) ກະຍັງເຫຼືອ:໒໗໗໐.
໒໗໗໐ ນີ້ ຄືຕົ້ນຕໍ່ໃນການຄີດໄລ່ ການເສັຍພາສີຣາຍໄດ້ປະຈຳປີ..
ຄືເຈົ້າວ່າ ໓໕% ກະເທົ່າກັບ ໙໖໙,໕໐ ແລ້ວຍັງເຫຼືອເປັນກຳໄລໃຫ້ພໍ່ຄ້າກະແມ່ນ:໑໘໐໐,໕໐.
ກຳໄລນີ້ກະບໍ່ນ້ອຍເດ!
ແຕ່ກະຍັງມີສ່ອງຫວ່າງອີກບ່ອນນື່ງຄືວ່າ ຫາກເຮົາພະຍາຍາມເກັບກຳເອົາ ໃບບິລຕ່າງໆ
ເຊັ່ນຈາກປ້ຳນ້ຳມັນທີ່ເຮົາຊື້ (ກໍຣະນີທີ່ຣົຖຫັ້ນແມ່ນຂອງບໍຣິສັດ!) ກະສາມາດລົດຜ່ອນການສົ່ງເງິນພາສີ ວີເອທີນີ້ໄດ້.ເພາະຫາກເຮົາຊື້ສິ່ງຈຳເປັນມາໃຊ້ໃນວຽກງານ, ປະກອບວຽກງານເກັບຫາມາໄດ້ ສີບ ກະແມ່ນເຫຼືອໄວ້ໃນຖົງເຮົາສີບ ຫາກຫູ!ຍກວ່ານັ້ນກະຍິ່ງເຫຼືອຫຼາຍ.ເພາະວ່າ ພາສີ ວີເອທີທີ່ເຮົາຊື້ ທ້າຍເດືອນມາເອົາມາຮວມກັນ
ແລະລົບ ພາສີວີເອທີ ທີ່ເຮົາຂາຍ ອາຈໄດ້ສົ່ງເຂົ້າຄັງ ຫຼືເຫຼືອຢູ່ໃນຖົງເຮົາ..
ຕ້ອງຄີດໄລ່ຄັກໆ..

ເຈົ້າເວົ້າຖືກແລ້ວວ່າພາສີມູນຄ່າເພີ້ມ 10% ແມ່ນລູກຄ້າຈ່າຍ, ແຕ່ໂຕທີ່ຂ້ອຍຄິດໄລ່ທາງເທິງຫັ້ນແລ້ວແມ່ນ ການຫັກອາກອນລາຍໄດ້, ອາກອນກຳໄລ ແລະອາກອນເງິນເດືອນຂອງພະນັກງານໃນບໍລິສັດ ຫລືໂຮງງານ ທີ່ຈະຕ້ອງໄດ້ຄິດໄລ່ແລ້ວຈ່າຍໃຫ້ອາກອນໃນເວລາທ້າຍປີຕື່ມອີກ.

ຄີດວ່າຄົງບໍ່ຍາກ,
ເພາະການເສັຍພາສີຣາຍໄດ້ທ້າຍປີ ກະແມ່ນການບວກລົບຄູນຫານຂອງຣາຍຈ່າຍທັງໜົດກັບຣາຍໄດ້ທັງໜົດ ອອກມາກະເປັນກຳໄລ.
ສ່ວນ ວີເອທີ ບໍ່ກ່ຽວກັບຣາຍໄດ້ ຂອງບໍຣິສັດ ມັນເປັນພາສີ ພິເສດ ທີ່ຈັດກັນຂື້ນມາເພື່ອຫາຣາຍໄດ້ຈາກຜູ່ບໍຣິໂພກ,ຈາກຜູ່ຊື້ຜູ່ໃຊ້ຣາຍສຸດທ້າຍ.
ເຈົ້າອາຈເຂົ້າໃຈໄປທາງອື່ນ.
ວີເອທີ ບໍ່ກ່ຽວກັບຣາຍໄດ້ໃດໆຂອງບໍຣິສັດ.ບໍຣສັດເປັນພຽງໂຕແທນເກັບພາສີນີ້ໃຫ້ຣັຖບານ.ເປັນຜູ່ສ້າງຣາຍໄດ້ທາງອ້ອມໃຫ້ແກ່ຣັຖ.
ພາສີຊ່ວຍທທ້າຍປີແມ່ນເອົາມາຈາກຜົນກຳໄລທີ່ພໍ່ຄ້າເກັບກຳໄດ້ມາຕ່າງຫາກ.ເມຶອ່ລົບອອກຈາກຣາຍຈ່າຍກະຈຶ່ງມີກຳໄລ.
ສ່ວນພາສີຊ່ສວຍກ່ຽວກັບພະນັກງານກະເປັນພາສີທີ່ຕ້ອງເສັຍແຕ່ລະເດືອນໄປຕາມອັດຕາເປິເຊັນເງິນເດືອນຂອງເຂົາທີ່ໄດ້ຮັບແຕ່ລະເດຶອນ.
ສ່ວການແຜ່ຈາກທາງສັງຄົມຫຼືຫ້ອງການນັ້ນນີ້ ມັນກະຂື້ນກັບສັດທາແລະຄວາມສາມາດຂອງພໍ່ຄ້າ!!
ແຕ່ສ່ວນຫຼາຍຄົງອອກໄປດ້ວຍໃຈບຸນ ຫຼືເຫັນຜົນປະໂຫຍດແນວໃດແນວນຶ່ງກັບອົງການຕ່າງໆທີ່ມາແຜ່ຫັ້ນ.

ມາເວົ້າກັນເດິສົນທະນາກັນຫຼີ້ນແບບຊາວບ້ານ.

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ພໍດີ ວ່າຈະຕັ້ງຄາຖາມ, ແຕ່ພໍຕັ້ງໄປແລ້ວ ຊ້ຳພັດລືມສັງເກດວ່າມັນມີຫລາຍຫນ້າ.
ພໍຂ້ອຍໄລ່ອ່ານເບິ່ງມັນກໍ່ມີຄຳຕອບໃນຫັ້ນແລ້ວ
ຄຳຖາມທີ່ຂ້ອຍຕັ້ງ ເລີຍຖືກແກ້ໄຂ ເປັນແນວນີ້ຈັ່ງໃດລະ ! 5555

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກືອບປີແລ້ວ ອ່ານໄປຮອດໃສແລ້ວ?

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີເວລາແລ້ວຈະກັບມາອ່ານ.............ອັກໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thim ຂຽນວ່າ...
ພໍດີ ວ່າຈະຕັ້ງຄາຖາມ, ແຕ່ພໍຕັ້ງໄປແລ້ວ ຊ້ຳພັດລືມສັງເກດວ່າມັນມີຫລາຍຫນ້າ.
ພໍຂ້ອຍໄລ່ອ່ານເບິ່ງມັນກໍ່ມີຄຳຕອບໃນຫັ້ນແລ້ວ
ຄຳຖາມທີ່ຂ້ອຍຕັ້ງ ເລີຍຖືກແກ້ໄຂ ເປັນແນວນີ້ຈັ່ງໃດລະ ! 5555

ຂອບໃຈທີ່ມານັ່ງອ່ານຫຼີ້ນນຳ ຫວັງວ່າຄົງໃຫ້ຄວາມກະຈ່າງແຈ້ງຂອງບັນຫາກ່ຽວກັບພາສີມູລຄ່າເພິ່ມນີ້ບ້າງເລັກນ້ອຍນໍ..

ຫາກວ່າຍັງມີຫຍັງຂ້ອງໃຈຢ່າເກງໃຈຖາມມາຫາກວ່າພໍອະທິບາຍຫຼືວ່າເວົ້າສູ່ກັນຟັງໄດ້ແມ່ນຍິນດີສະເມິທີ່ຈະຕອບ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ມີເວລາແລ້ວຈະກັບມາອ່ານ.............ອັກໆໆໆໆ

ຫາກວ່າເຂົາບໍ່ລືບຖີ້ມກ່ອນນໍ!!

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຂອບໃຈ ລຸງ ເທົາ ຄຳແສນ ຫລາຍໆ ທີ່ສະຫລະເວລາ ມານັ່ງຂຽນກະທູ້ ກ່ຽວກັບພາສີມູນຄ່າເພີ່ມ ໃຫ້ລູກຫລານ
ໄດ້ສຶກສາຫາຄວາມຮູ້ ເພາະຄົນທີ່ມີຄວາມຮູ້ ສ່ວນຫລາຍ ກໍ່ບໍ່ຄ່ອຍມີເວລາ ຫລື ບໍ່ສົນໃຈຈະມາຂຽນກະທູ້ ເພື່ອໃຫ້ຄວາມຮູ້
ກັບຄົນທີ່ສະແຫວງຫາ ຫາຄວາມຮູ້(ງົງ).!!!!
ກະທູ້ນີ້ ແນ່ນອນວ່າ ຈະຢູ່ໃນເວັບພັນລາວໄປອີກນານ, ນານເທົ່າທີ່ມີຄົນເຂົ້າມາໄລ່ອ່ານ ຕັ້ງແຕ່ຫນ້າທຳອິດ ໄປຈົນຮອດຫນ້າສຸດທ້າຍ,

ສະນັ້ນ ຖ້າຈະໃຫ້ດີ ເຮົາຄວນປ່ຽນຫົວຂໍ້ກະທູ້ ຈາກ "ພາສີເງິນເພີ່ມ-VAT" ມາເປັນ :
"ພາສີມູນຄ່າເພີ່ມ(VAT)" ຫລື "ພາສີມູນຄ່າເພີ່ມ(Value Added Tax)"
ເຫດຜົນກໍ່ຄື : ເມື່ອມີຄົນຢາກຮູ້ກ່ຽວກັບ ພາສີມູນຄ່າເພີ່ມ ແລ້ວ ເຂົາພິມຄຳວ່າ "ພາສີມູນຄ່າເພີ່ມ" ເພື່ອໃຫ້ google ທຳການຄົ້ນຫາ,
ກະທູ້ຂອງເຮົາ ກໍ່ຈະປາກົດ ໃນຜົນການຄົ້ນຫາຂອງເຂົານັ້ນເອງ.

ອີກຢ່າງຫນຶ່ງ ຄຳຜິດ ຫລື ປະໂຫຍກ ທີ່ເຮັດໃຫ້ຄົນທີ່ບໍ່ເຄີຍຮຽນເລື່ອງການເງິນ ມາອ່ານແລ້ວງົງ ອາດເຮັດໃຫ້ເຂົາເຈົ້າ
ຢ້ານກົວ ແລະຄິດວ່າ ເລື່ອງພາສີ ເປັນເລື່ອງຍາກ ເກີນຄວາມເຂົ້າໃຈ, ສະນັ້ນ ຫາກ ລຸງ ເທົາ ຄຳແສນ ມີເວລາ ກໍ່ຊ່ວຍອ່ານ
ກະທູ້ ມາຕັ້ງແຕ່ຫນ້າທຳອິດ ຈົນຮອກຫນ້າສຸດທ້າຍ ແລ້ວທຳການແກ້ໄຂ ເພີ່ອໃຫ້ຄົນອ່ານເຂົ້າໃຈງ່າຍຂຶ້ນກົ່ວເກົ່າ ກໍ່ຈະເປັນການດີທີ່ສຸດ
(ລົບ ກວນ ລຸງ ຄຳແສນ ເກີນໄປແລ້ວເຮົາ !!!!)

ໄດ້ປ່ຽນໃຫ້ແລ້ວ ແຕ່ກໍຈະໄດ້ປ່ຽນອີກເພາະ ຮູ້ກັນແມ່ນ ມູນຄ່າເພີ້ມ ນໍ ບໍ່ແມ່ນ ມູນລະຄ່າເພີ້ມ!!
ຫາກມີໂອກາດຈະເກັບມາແປງໃຫ້ຈົນໜົດ.

ຮັກແພງ.

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
"ພາສີມູນຄ່າເພີ່ມ" ບໍ່ແມ່ນ "ພາສີມູນຄ່າເພີ້ມ"
ໂອ້ ! ລົບກວນລຸງອີກແລ້ວ ! eeee !!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thim ຂຽນວ່າ...
"ພາສີມູນຄ່າເພີ່ມ" ບໍ່ແມ່ນ "ພາສີມູນຄ່າເພີ້ມ"
ໂອ້ ! ລົບກວນລຸງອີກແລ້ວ ! eeee !!!!

ບໍ່ເປັນຫຍັງແນວບໍ່ໄດ້ໃຊ້ພາສາໃໜ່ນຳເດ!
ຈະປ່ຽນອີກ!
ຂອບໃຈ.

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ມີເວລາແລ້ວຈະກັບມາອ່ານ.............ອັກໆໆໆໆ

ຫາກວ່າເຂົາບໍ່ລືບຖີ້ມກ່ອນນໍ!!

ຮ່າໆໆ ມາຈອບ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບກັນອີກແລ້ວ ລອງອ່ານເບິ່ງແນ່ຕິເນື້ອຫາສາຣະຫັ້ນ!
ອາຈພາໃຫ້ຫາວງົງໄດ້ເດິ!!
ເພິ່ນວ່າພາສາປາກເວົ້າເຂົ້າໃຈ
ຫາກອ່ານໄປອ່ານໄປອາຈໄດ້ຄວາມຮູ້ ບໍ່ໝັກບໍ່ຕ້ອງແບກໃສ່ບ່າ!!

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານ​ແລ້ວ​ລະ ​ແຕ່ ບໍ່ ມີ ​ອ​ເດຍ ປະກອບ ນຳ ກະ​ເລີຍ ວ່າ ມາ ຈອບ ຫັ້ນ ນາ ຮ່າໆໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ້ານເຮົາຍັງບໍ່ທັນໄດ້ນຳໃຊ້ຫລາຍປານໃດ

you will when you believe

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ອຍກັນໄປຫັ້ນລະ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສີມູນຄ່າເພີ່ມ ບໍໄດ້ບວກກັບລາຄາສິນຄ້າແລ້ວບໍ
ຫາກເກັບໂດຍພໍ່ຄ້າແລ້ວຈະກວດສອບກັນຈັ່ງໃດ ວ່າມຜນຈະເຂົ້າລະບົບ ຫຼືເຂົ້າກະເປົາ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ອ່ານ​ແລ້ວ​ລະ ​ແຕ່ ບໍ່ ມີ ​ອ​ເດຍ ປະກອບ ນຳ ກະ​ເລີຍ ວ່າ ມາ ຈອບ ຫັ້ນ ນາ ຮ່າໆໆໆໆໆ

ມັກຈອບກະດີພໍໄດ້ຮູ້ວ່າບໍ່ແມ່ນຜີມາຫຼອກ!!
ແຕ່ກະຮູ້ວ່າແນວໃດກະຫວັງຢາກຮູ້ຢາກເຫັນນຳກັນຕິນໍ!
ເທື່ອໝ້າມາຈອບໃໜ່.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
ບ້ານເຮົາຍັງບໍ່ທັນໄດ້ນຳໃຊ້ຫລາຍປານໃດ

ຫາກວ່າປະກາດໃຊ້ແລ້ວແນ່ນອນທຸກທຸຣະກິດທຸກການເຄື່ອນໄຫວໃນ ສັງຄົມແລະເສຖກິດທຸຂະແໝງກໍຕ້ອງໄດ້ເຮັດໄປໜົດບໍ່ແມ່ນວ່າຈະຈົ່ງບ່ອນຫັ້ນບ່ອນໝີ້ໄວ້ເປັນກໍຣະນີພິເສດໄດ້.
ຫາກວ່າພິເສດຫັ້ນກໍຄົງແມ່ນ ອັດຕຣາ ເປິເຊັນເທົ່ານັ້ນທີ່ຈະກຳໝົດກັນໄວ້. ເຊັ່ນກການສຶກສາ ອາຈມີອັດຕຣາຕ່ຳກວ່າທາງອື່ນ. ອາພອນສຳຫຼັບເດັກນ້ອຍອາຍຸຕ່ຳກວ່າສາມປີ..ຈັ່ງຊີ້.ແລະດຽວນີ້ບ້ານເຮົາກະສົ່ງເສີມການກະເສດ ເພິ່ນກະຍົກເວັ້ນການນຳເຂົ້າ ທາງເຄື່ອງໄມ້ເຄື່ອງມືທາງກະເສດ ແບບວ່າບໍ່ເກັບພາສີນີ້ເປັນຕົ້ນ.
ແຕ່ມັນກະມີສ່ອງຫວ່າງຫຼາຍໃນທຸກຂະແໝງການທຸຣະກິດ.ເກັບກຳບໍ່ໄດ້ໜົດທຸກຢ່າງເພາະວ່າມີພະນັກງານກ່ຽວຂ້ອງບໍ່ພຽງພໍ ແລະອີກປະການນຶ່ງກໍຄື ຄວາມຮູ້ກ່ຽວກັບບັນຫານີ້ຍັງມີໝ້ອຍ ແລະປະສົບການກໍເຊັ່ນກັນ.
ຄ່ອຍເປັນຄ່ອຍໄປນໍ
ແຕ່ມັນຄ່ອຍໂພດຫັ້ນຕິ ກະຄືອີກ ບັນຫານຶ່ງ..
ກະຄືເຣື້ອງຣາຄາເບັຍທີ່ເອົາມາເປັນໂຕຢ່າງຫັ້ນແຫຼະ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thailove ຂຽນວ່າ...
ຊ່ອຍກັນໄປຫັ້ນລະ

ເຣື້ອງນີ້ ຕ້ອງແມ່ນເຮົາເອັງລະຕ້ອງຊ່ອຍເຮົາ!
ຈະໄປຖ້າໃຫ້ຜູ່ອື່ນມາຊ່ອຍມີແຕ່ເຂົາຈະກິນຫົວເຮົາຫັ້ນຕິ.
ຕ້ອງສ້າງບັນຫາຕ້ອງອະທິບາຍແກ່ປວງຊົນໃຫ້ຮູ້ໃຫ້ເຂົ້າໃຈ ດັ່ງການໂຄສະນາເຣື້ອງໃຊ້ເງິນກີບ ທີ່ປະກາດເທິງປ້ານ ໂປສເຕິເຕັມເມືອງຫັ້ນ!!
ຫາກຄົນຮູ້ແລະເຂົ້າໃຈ ເຮນັດຫຍັງມັນກະງ່າຍຂື້ນ.
ຫາກມີແຕ່ປິດແຕ່ອຳໄວ້ ຍາມນັ້ນກະພາໃຫ້ຄົນມີຄວາມສົງສັຍແລະບໍ່ໄວ້ວາງໃຈຕໍ່ອົງກອນອົງການທີ່ກ່ຽວຂ້ອງໃນວຽກງານຂະແໝງນີ້ ມັນກະໄປບໍ່ລອດຕາມຄາດໜາຍ.
ຈັງຊັນຈຶ່ງວ່າຄວນເອົາການສືກສາເຜິຍແຜ່ໃຫ້ກວ້າງຂວາງ ຍາມນັ້ນມັນຈຶ່ງຈະມີໜາຫຜົນຕາມຄາດໜາຍເອົາໄວ້.
ອີກຢ່າງຫາກວ່າເອົາດັດໂຕເຂົ້າກັບຣະບົບສາກົນບໍ່ທັນມັນກຈ່ອງດຶງການພັທນາອື່ນໆລົງ ແມ່ນແຕ່ໃນຖັນແຖວກຸ່ມອາຊຽນນຳກັນກໍດີ!!
ຫັ້ນຕິຈຶ່ງວ່າຕ້ອງເຜິຍແຜ່ໂຄສະນາກັນໃຫ້ແຈ້ງຂາວ.ດີກວ່າ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ພາສີມູນຄ່າເພີ່ມ ບໍໄດ້ບວກກັບລາຄາສິນຄ້າແລ້ວບໍ
ຫາກເກັບໂດຍພໍ່ຄ້າແລ້ວຈະກວດສອບກັນຈັ່ງໃດ ວ່າມຜນຈະເຂົ້າລະບົບ ຫຼືເຂົ້າກະເປົາ

ທຳມະດາກະໄດ້ບວກໃສ່ລະຕິກ່ອນຈະນຳອອກສູ່ຕຼາດ ຫຼືຂາຍສົ່ງຕໍ່ໄປ.
ຕ້ອງເຂົ້າໃຈວ່າ ແຕ່ງວດແຕ່ລະມືຂອງພໍ່ຄ້າທຸກຄົນກະໄດ້ໄລ່ກຳໄລຂອງຕົນເຂົ້າ
ຈຶ່ງວ່າພາສີອັນນີ້ມັນຫຼາຍຂື້ນທຸກເທື່ອທີ່ມືສອງມືສາມນຳໄປຂາຍ ບາດຮອດມື ຜູ່ໃຊ້-ຜູ່ບໍຣິໂພກ ຍາມນັ້ນຜູ່ສຸດທ້າຍກະໄດ້ຈ່າຍໜົດເປັນແຖວເລີຍ.
ຕົ້ນຕໍ ຣາຄາ ຈາກຜູ່ນຳເຂົ້າອາຈຕ່ຳ ເຊັ່ນວ່າ : ໑໕໐໐ ກີບ(ຮວມ ວີເອທີ), ມືສອງບວກກຳໄລໂຕໃສ່ ອາຈເປປັນ໒໐ ເປິເຊັນ ກໍຂື້ນແລ້ວ ອີກຊາວເປິເຊັນ ກະເປັນ໑໘໐໐ ກີບແລ້ວ, ຫາກວ່າ ມີມືສາມເຂົ້າມາອີກກະຢາກໄດ້ກຳໄລອີກ ໒໐ ເປິເຊັນຄືກັນ ກະຕົກມາເປັນວ່າ:໒໑໖໐ກີບແລ້ວເມື່ອມາຕົກເຖິໃມືຜູ່ໃຊ້-ຜູ່ບໍຣິໂພກຫັ້ນ!

ການກວດກາມັນກໍມີກົດເກັນແລະຣະບຽບຂອງມັນທີ່ທາງກະຊວງເສຖກິດການເງິນວາງອອກໄວ້ແລ້ວ.
ໃນນີ້ ພໍ່ຄ້າເປັນພຽງຜູ່ເກັບກຳພາສີມູລຄ່າເພິ່ມນີ້ໃຫ້ຣັຖບານ.ເພາະເງິນຈຳນວນນີ້ມັນເປັນຂອງຕາຍໂຕແລ້ວ ເຊັ່ນວ່າກ່ອນນຳສິນຄ້າອອກຈາກໂກດັງຂອງກົມພາສີອາກອນ ພໍ່ຄ້າກໍຕ້ອງໄດ້ຈ່າຍຄ່າ ພາສີມູລຄ່າເພິ່ມນີ້ແລ້ວ.ດ້ວຍການຄິດໄລ່ວ່າສິນຄ້າທີ່ຕົນນຳເຂົ້າມີຣາຄາທໍ່ໄດ້(ໃບບິນຊື້ທີ່ຕິດຕາມສິນຄ້ານັ້ນມາບວກຄ່າຂົນສົ່ງ ແລະປະກັນພັຍສິນຄ້າຫັ້ນ ຫາກວ່າມີ!)ຍາມນັ້ນກົມພາສີກໍໄດ້ຮູ້ວ່າສິນຄ້າຈຳນວນນັ້ນມີຣາຄາຊື້ແລະການໃຊ້ຈ່າຍກ່ອນຕົກມາເຖິງລາວເທົ່າໃດ.ຍາມນັ້ນພວກພາສີກໍຄິດໄລ່ຕາມອັດຕຣານັ້ນ.ໂຕຢ່າງ.ສິນຄ້າຕາມໂຕເລກຂອງກົມພາສີອາກອນຕາມຄຳສເນິຂອງພໍ່ຄ້າມີຣາຄາທໍ່ນີ້:໑໐໐໐໐ກີບຕໍ່ນຶ່ງອັນ ຍາມນັ້ນການຄິດໄລ່ພາສີມູລຄ່າເພິ່ມກະງ່າຍໆ ເດ ບວກສີບເປິເຊັນເຂົ້າໄປ ກະແລ້ວ. ກະປະມານວ່າສິນຄ້າອັນນັ້ນ ຕ້ອງເສັຍພາສີມູລຄ່າເພິ່ມກະ ແມ່ນ ໑໐໐໐ກີບ ຫາກວ່າຈຳນວນສິນຄ້າມີ ໒໐໐໐ອັນ ກະຄູນໃຫ້໑໐໐໐ອອກມາ ເປັນ ໒໐໐໐ ໐໐໐ກີບທີ່ພໍ່ຄ້າຕ້ອງຈ່າຍເຂົ້າຄັງຂອງພົມພາສີອາກອນ. ຈຳສາມາດນຳສິນຄ້າຂອງຕົນອອກໄປສູ່ຕຼາດ ຫຼືເຂົ້າໂກດັງຂອງຕົນ.
ພໍ່ຄ້າໄດ້ເສັຍພາສີມູລຄ່າເພິ່ມນີ້ແລ້ວໃຫ້ຣັຖ ຕໍ່ມາຍາມຂາຍກະຕ້ອງໄດ້ໄລ່ເຂົ້າກັບຣາຄານໍ.ທັງບວກກຳໄລທີ່ຕົນຄາດໜາຍເອົາໄວ້ວ່າຢາກໄດ້ກຳໄລທໍ່ໃດ.ແລະກະບໍ່ລືມບວກ໑໐ເປິເຊັນໃສ່ຄືກັນ!
ມັນເປັນວຽກທີ່ຍາກຫາກວ່າບໍ່ເອົາໃຈໃສ່ແທ້ໆມັນກະອາຈຊະຊາຍເສັຍຫາຍໄດ້ງ່າຍ.ໄວ້ເທື່ອໝ້ານໍມາວ່າກັນໃໜ່.ຕ້ອງແລ່ນວຽກທີ່ຈຳເປັນກ່ອນ.
ຮັກແພງ.

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຢາກຮູ້ນຳ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thailove ຂຽນວ່າ...
ກະຢາກຮູ້ນຳ

ດີໃຈທີ່ມາສົນໃຈໃນບັນຫານີ້!

ຜ່ານມາໃນການຂຽນກ່ຽວກັບບັນຫານີ້ກະເປັນທີ່ເຂົ້າອົກເຂົ້າໃຈດີຢູ່ບໍ່ ຫຼືວ່າພາສາທີ່ໃຊ້ເປັນພາສາວິຊາເກິນໄປ .
ພໍຮູ້ແຕ່ເລັກນ້ອຍຈື່ງໃຊ້ແຕ່ຖ້ອຍຄຳທີ່ຮູ້ມາຫາກແມ່ນໃຜທີ່ເຮັດວຽກ່ຽວຂ້ອງກັບບັນຫານີ້ແທ້ຄົງມີພາສາວິຊາການຄັກກວ່ານີ້!
ແຕ່ບັນຫານີ້ຄວນຮູ້ເພື່ອວ່າຈະໄດ້ຮູ້ວ່າບຸກຄົນທີ່ກ່ຽວຂ້ອງເຂົາກິນຫົວເຮົາບໍ!ໜາຍຄວາມວ່າໃຫ້ຮູ້ທັນເລ້ຫຼ່ຽມຂອງເຂົາ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ລະເດຶອນແລ້ວພໍ່ຄ້າກັບຣັຖກອນຂອງກົມສ່ວຍສາອາກອນໄດ້ພໍ້ກັນ!
ພໍ່ຄ້ານຳເງິນມາຈ່າຍໃຫ້ຣັຖ, ຣັຖກອນກະກວດກາວ່າຄິດໄລ່ຖືກຕ້ອງດີບໍ!
ເພື່ອໃຫ້ຖືກຕ້ອງຕ້ອງນຳມາຄິດໄລ່ກັນແບບນີ້:
ພາສີມູລຄ່າເພິ່ມທີ່ພໍ່ຄ້າເສັຍໄປກ່ອນຫັ້ນ(ຄາວນຳສິນຄ້າເຂົ້າມາແລະຈາກການຊື້ຂອງໃຊ້ໃນທຸຣະກິດ:ເຊັ່ນຈາກຄ່ານ້ຳມັນຣົຖ,ຈາກຄ່າໄຟຟ້າແລະອື່ນໆທີ່ກ່ຽວຂ້ອງກັບທຸຣະກິດຂອງແຕ່ລະເດຶອນ-ບໍ່ແມ່ນເອົາໃຊ້ໃນຄອບຄົວທີ່ບໍ່ກ່ຽວກັບທຸຣະກິດ) ໂຕຢ່າງວ່າ ສອງລ້ານກີບ ແຕ່ພາສີມູລຄ່າເພິ່ມຈາກຜົນການຂາຍໂຮມກັນໃນແຕ່ລະເດຶອນ ມີແນ່ນອນຫຼາຍກວ່າທີ່ໄດ້ເສັຍໄປກ່ອນແລ້ວຫັ້ນ ມັນຂື້ນກັບ ອັດຕຣາເປິເຊັນກຳໄລທີ່ຕົນວາງອອກກ່ອນຂາຍສິນຄ້ານັ້ນໆ ຫາກວ່າ ເກັບພາສີມູລຄ່າເພິ່ມຈາກລູກຄ້າໄດ້ ສາມລ້ານ ເມື່ອເອົາມາບວກລົບຄູນຫານຈາກ ພາສີມູລຄ່າເພິ່ມທີ່ໄດ້ເສັຍໃຫ້ຣັຖໄປແລ້ວ- ຫາກບໍ່ມີມາຈາກຣາຍຈ່າຍອື່ນໆແລ້ວ ແນ່ນອນພໍ່ຄ້າຕ້ອງໄດ້ຈ່າຍໃຫ້ຣັຖປະມານ ອີກ ລ້ານນຶ່ງ! ແຕ່ຖ້າຫາກວ່າມີພາສີນີ້ ໄດ້ມາຈາກການຊື້ການຈ່າຍເພື່ອທຸຣະກິດຫັ້ນເລັກນ້ອຍ ກໍເອົາມາລົບອອກ ແທນທີ່ຈະຈ່າຍໃຫ້ຣັຖ ອີກລ້ານ ນຶ່ງ ກໍອາຈຈ່າຍເພິ່ມພຽງຫ້າຫຼືຫົກແສນ..
ຫຼືຫາກວ່າ ພາສີໄດ້ມາຈາກຣາຍຈ່າຍສູງ ກວ່າຈາກຣາຍຮັບຈາກການຂາຍ ກໍອາຈໄດ້ຣັບສ່ວນທີ່ພໍ່ຄ້າຈ່າຍໄປແລ້ວຫັ້ນຄືນບາງສ່ວນ. ແຕ່ສ່ວນຫຼາຍພໍ່ຄ້າທາງບ້ານຂ້ອຍເຂົາບໍ່ມັກທວງຄືນ ປະໄວ້ຢູ່ຫັ້ນຈົນຮອດທ້າຍປີ!ບາດມາເສັຍຮວມທ້າຍປີອາຈດຸ່ນດ່ຽງກັນ!
ຫາກວ່າເກັບກຳໄດ້ຕາມກຳໝົດກົດເກັນແທ້ ພາສີນີ້ແມ່ນວ່າເປັນຣາຍໄດ້ພິເສດແກ່ຄັງຂອງແຕ່ລະປະເທດຢ່າງງົດງາມ.
ແຕ່ພວກພໍ່ຄ້າຫຼາຍຄົນຫົວໄສ!!ກະສາມາດກິນຫົວຣັຖໄດ້ຢ່າງງ່າຍດາຍ ແມ່ນວ່າຈະສ່ຽງຕໍ່ການຖືກຈັບກຸມໃນອານາຄົດເມື່ອມີການກວດກາທີ່ຣະອຽດຈາກກົມກອງທີ່ກ່ຽວຂ້ອງ.
ເຖິງບັນຫານີ້ບໍ່ຢາກເວົ້າສູ່ຟັງເພາະມັນອາຈເປີດສ່ອງທາງໃຫ້ພວກຫົວໄສໄຕ່ຕາມນຳໄດ້!!

ໜ້າທີ່ 5 ຈາກທັງໝົດ 6 ໜ້າ <<<123456>>>