ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ຂ້າ ພະເຈົ້າຢາກຈໍ້ຄວາມຊ່ວຍເຫລືອຈາກຜູ້ຮູ້ຄວາມຫມາຍຂອງຄຳເລົ່ານີ້

What When Where Why Who How

ທີ່ກ່ຽວກັບ ບົດບາດຂອງ ລະບົບສາລະສົນເທດ ແລະ ການບໍລິຫານ

ຂອບໃຈ

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຕອບເທົ່າທີ່ຈື່ໄດ້ ເຄືຍຮຽນຢູ່ແຕ່ບໍ່ຈື່ແລ້ວ ຕອນອາຈານອະທິບາຍພັດນັ່ງຝອຍກັບໝູ່
what ແມ່ນເຮົາຊິຜະລິດຫຍັງ
when ຜະລິດຍາມໃດ
where ຜະລິດຢູ່ໃສ
why ຜະລິດຍ້ອນຫຍັງ (ບໍ່ແນ່ໃຈ)
who ຜະລິດເພື່ອໃຜ
how ຜະລິດແນວໃດ

M99NOY

໐ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ສາລະສົນເທດເເມ່ນຫຍັງ ເເຮເເຮ

Keep Walking.... SKN

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ meenoy ຂຽນວ່າ...
ຕອບເທົ່າທີ່ຈື່ໄດ້ ເຄືຍຮຽນຢູ່ແຕ່ບໍ່ຈື່ແລ້ວ ຕອນອາຈານອະທິບາຍພັດນັ່ງຝອຍກັບໝູ່
what ແມ່ນເຮົາຊິຜະລິດຫຍັງ
when ຜະລິດຍາມໃດ
where ຜະລິດຢູ່ໃສ
why ຜະລິດຍ້ອນຫຍັງ (ບໍ່ແນ່ໃຈ)
who ຜະລິດເພື່ອໃຜ
how ຜະລິດແນວໃດ


ມີ 2 who..
ເພີ່ມໃຫ້..

who ຜູ້ທີ່ມີສ່ວນຮ່ວມໃນການຕັດສິນໃຈຊື້..


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ meenoy ຂຽນວ່າ...
ຕອບເທົ່າທີ່ຈື່ໄດ້ ເຄືຍຮຽນຢູ່ແຕ່ບໍ່ຈື່ແລ້ວ ຕອນອາຈານອະທິບາຍພັດນັ່ງຝອຍກັບໝູ່
what ແມ່ນເຮົາຊິຜະລິດຫຍັງ
when ຜະລິດຍາມໃດ
where ຜະລິດຢູ່ໃສ
why ຜະລິດຍ້ອນຫຍັງ (ບໍ່ແນ່ໃຈ)
who ຜະລິດເພື່ອໃຜ
how ຜະລິດແນວໃດ


ມີ 2 who..
ເພີ່ມໃຫ້..

who ຜູ້ທີ່ມີສ່ວນຮ່ວມໃນການຕັດສິນໃຈຊື້..


ເຮົາຮຽນຄືມີແຕ່ 5 W ຫວະ ຕອນເຊົ້າສົມພໍແລະງົງ why ມາແຕ່ໃສ

M99NOY

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ຂ້ອຍຫາກະຮຽນເທີມນີ້..
ມີ 6W 1H..


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອັນນີ້ບໍ່ໄດ້ຮຽນ ມີແຕ່ອາຈານເວົ້າໃຫ້ຟັງຊື່ໆ

M99NOY

໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ກະແມ່ນ ຕາມໃນຕຳລາ

ຂ້ອຍກະຫາ ມັນກະມີສັ້ນໆ ທົ່ານີ້ແຫຼະ

ອາຈານ ວ່າຢາກໄດ້ ເນື້ອຫາຄວາມຫມາຍແບບລະອຽດ

,,,,,,

ຫາຢູ່ google.com

ມີແຕ່ພາສາອັງກິດ ອ່ານ ບໍ່ອອກ ,,,

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ບໍ່ແມ່ນອາຈານໃຫ້ເຮັດເປັນບົດຕີ໋ນະ
ແບບວ່າ ເຮົາຈະເຮັດທຸລະກິດໃດໜື່ງ ແລ້ວວິເຄາະໂຕ W ໜີ້
ແບບວິເຄາະ 4p ວິເຄາະສະວອດຫຍັງຫັ້ນ

M99NOY

໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ບໍ່ໃດ,,,,,

ອາຈານນລາວບອກໄປຄົ້ນຫາຄວາມໝາຍມັນ

ແຕ່ຂ້ອຍເຫັນແຕ່ຄຳຕອບສັ້ນໆນັ້ນແຫຼະ

ແລະ ຄິດວ່າ ອາຈານຫນ້າຈະໃຫ້ຍົກຕົວຢ່າງ ເຫດການ ຫຼື ການເຮັດ ວຽກໃຈລັກຊະນະ ນີ້

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ບໍ່ໃດ,,,,,

ອາຈານນລາວບອກໄປຄົ້ນຫາຄວາມໝາຍມັນ

ແຕ່ຂ້ອຍເຫັນແຕ່ຄຳຕອບສັ້ນໆນັ້ນແຫຼະ

ແລະ ຄິດວ່າ ອາຈານຫນ້າຈະໃຫ້ຍົກຕົວຢ່າງ ເຫດການ ຫຼື ການເຮັດວຽກໃນ ລັກຊະນະ ນີ້

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
6 w


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ meenoy ຂຽນວ່າ...
ຕອບເທົ່າທີ່ຈື່ໄດ້ ເຄືຍຮຽນຢູ່ແຕ່ບໍ່ຈື່ແລ້ວ ຕອນອາຈານອະທິບາຍພັດນັ່ງຝອຍກັບໝູ່
what ແມ່ນເຮົາຊິຜະລິດຫຍັງ
when ຜະລິດຍາມໃດ
where ຜະລິດຢູ່ໃສ
why ຜະລິດຍ້ອນຫຍັງ (ບໍ່ແນ່ໃຈ)
who ຜະລິດເພື່ອໃຜ
how ຜະລິດແນວໃດ
ຕາມທີ່ຮຽນມາເລີຍ


ບໍມີວັນໄດ້ຮັກກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
<a href="http://www.laohot.net/glitter.php" target="_blank"><img src="http://www.laohot.net/card/31.gif" border="0"></a>


໐ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ວິຊາ IM ແມ່ນບໍ່ທີ່ພວກເຈົ້າກຳລັງລົມກັນຢູ່ນິ
ອ່ານເບິ່ງ ວິຊາ Marketing ຕື່ມລະຈະເຂົ້າໃຈ


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຄໍາຕອບນີ້ມີເຫດຜົນ

what ແມ່ນເຮົາຊິຜະລິດຫຍັງ
when ຜະລິດຍາມໃດ
where ຜະລິດຢູ່ໃສ
why ຜະລິດຍ້ອນຫຍັງ (ບໍ່ແນ່ໃຈ)
who ຜະລິດເພື່ອໃຜ
how ຜະລິດແນວໃດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວເຂົາເອີ້ນ 5W 1H ໂດຍເລີ່ມຈາກ
Who ໄຜຄືລູກຄ້າຂອງເຮົາ
What ແມ່ນຫຍັງຄືສິ່ງທີ່ລູກຄ້າຕ້ອງການ
Where ລູກຄ້າຂອງເຮົາຢູ່ໃສ
When ເມື່ອໃດທີ່ເຂົາຕ້ອງການເຮົາ
Why ເປັນຫຍັງເຂົາຈຶ່ງມາຊື້ ຫຼື ໃຊ້ບໍລິການເຮົາ
How ເຮົາຈະເຂົ້າເຖິງລູກຄ້າຂອງເຮົາໄດ້ຢ່າງໃດ
More Information Here


໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ grasshopper ຂຽນວ່າ...
ແມ່ນແລ້ວເຂົາເອີ້ນ 5W 1H ໂດຍເລີ່ມຈາກ
Who ໄຜຄືລູກຄ້າຂອງເຮົາ
What ແມ່ນຫຍັງຄືສິ່ງທີ່ລູກຄ້າຕ້ອງການ
Where ລູກຄ້າຂອງເຮົາຢູ່ໃສ
When ເມື່ອໃດທີ່ເຂົາຕ້ອງການເຮົາ
Why ເປັນຫຍັງເຂົາຈຶ່ງມາຊື້ ຫຼື ໃຊ້ບໍລິການເຮົາ
How ເຮົາຈະເຂົ້າເຖິງລູກຄ້າຂອງເຮົາໄດ້ຢ່າງໃດ
More Information Here



ຂອບໃຈຫລາຍ ຈະລອງເອົາຄຳຕອບນີ້ໄປ ສົ່ງເບິ່ງ

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ poobaocanadian ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ meenoy ຂຽນວ່າ...
ຕອບເທົ່າທີ່ຈື່ໄດ້ ເຄືຍຮຽນຢູ່ແຕ່ບໍ່ຈື່ແລ້ວ ຕອນອາຈານອະທິບາຍພັດນັ່ງຝອຍກັບໝູ່
what ແມ່ນເຮົາຊິຜະລິດຫຍັງ
when ຜະລິດຍາມໃດ
where ຜະລິດຢູ່ໃສ
why ຜະລິດຍ້ອນຫຍັງ (ບໍ່ແນ່ໃຈ)
who ຜະລິດເພື່ອໃຜ
how ຜະລິດແນວໃດ

ຕາມທີ່ຮຽນມາເລີຍ
ກະມີແນບນີ້ແຫຼະ ແຕ່ເຮົາຄິດວ່າມີແຕ່ 5w ໄດ໋ນີ້






໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
WH- Question

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
dai tae bg sery22


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ຜູ້ຖາມ ຄົງຈະກຳລັງສຶກສາ ເລື່ອງວິທະຍາການ ຄອມພິວເຕີ (Computer Science)
ແລະ ນີ້ ຄົງເປັນຄຳຖາມໜຶ່ງ ຈາກວິຊາ MIS

ທີ່ພໍຈະສະຫຼຸບໄດ້ກໍຄື:
ເປັນບົດບາດ ຂອງນັກບໍລິຫານ ແລະ ຜູ້ປະຕິບັດງານກ່ຽວກັບສາລະສົນເທດ (Information):
1. What ກຳນົດ ສາລະສົນເທດ ທີ່ຕອ້ງການ ໂດຍພິຈາລະນາລັກສະນະ ຫຼື ໜ້າທີ່ຂອງໜ່ວຍງານ
2. When ພິຈາລະນາເວລາ ທີ່ຕ້ອງໃຊ້ສາລະສົນເທດນັ້ນ ເພື່ອທີ່ຈະກຳນົດເວລາໃນການຮວບຮວມປະມວນ ແລະ ກະກຽມລາຍງານ ໃຫ້ສອດຄ່ອງກັບເວລາທີ່ຕ້ອງການ
3. Where ຕ້ອງຮູ້ວ່າ ຈະຫາສາລະສົດເທດດັ່ງກ່າວ ໄດ້ຈາກໃສ ຈະເປັນແຫຼ່ງຂໍ້ມູນຈາກພາຍໃນ ຫຼື ພາຍນອກ
4. Why ຕ້ອງເຂົ້າໃຈ ວ່າເປັນຫຍັງ ຈຶ່ງຕ້ອງມີສາລະສົນເທດນັ້ນ ການເກັບຂໍ້ມູນ ໂດຍບໍ່ຮູ້ເຖິງເຫດຜົນ ແລະ ຄວາມຈຳເປັນ ອາດນຳໄປສູ່ການເກັບຂໍ້ມູນຜິດປະເພດ ຫຼື ການມີຂໍ້ມູນຫຼາຍເກີນໄປ ແລະ ບໍ່ໄດ້ຖືກນຳໃຊ້
5. For Whom ຕ້ອງຮູ້ວ່າ ຜູ້ໃຊ້ສາລະສົນເທດແມ່ນໃຜ ເພື່ອຈະໄດ້ກະກຽມຮູບແບບໃນການນຳສະເໜີໃຫ້ເໝາະສົມ
6. How ຈະໃຊ້ເຄື່ອງມືໃດ ໃນການເກັບຮວບຮວມ ປະມວນຜົນ ແລະ ຮັກສາ ສາລະສົນເທດ
7. ສາມາດເຂົ້າໃຈ ຄວາມໝາຍຂອງສາລະສົນເທດ ທີ່ຫາມາໄດ້
8. ສາມາດດຳເນີນການ ຫຼື ປະຕິບັດງານໄດ້ຢ່າງເໝາະສົມ ໂດຍອາໄສ ການພິຈາລະນາຈາກ ສາລະສົນເທດທີ່ມີຢູ່ ຫຼື ຫາມາໄດ້
9. ໃຊ້ສາລະສົນເທດ ຢ່າງຖືກຕ້ອງຕາມກົດໝາຍ ແລະ ມີຈະລິຍະທຳ

ຫວັງວ່າຄົງຈະຊ່ວຍຫາຍຂໍ້ຂ້ອງໃຈ ຫຼື ພາໃຫ້ໄປຖືກທາງໄດ້ເນາະ

ສັດໂລກ ຍ່ອມເປັນໄປຕາມກຳ

໑ ກະທູ້
໑໑໖ ໂພສ
ນັກການກະທູ້
ບ໊ະ ກັບໄປເບິ່ງກະທູ້..... ໜຶ່ງປີກ່ອນໜ້ານີ້ ຜູ້ຖາມຄືຊິຈົບໄປລະ ຫະຫະ

ສັດໂລກ ຍ່ອມເປັນໄປຕາມກຳ