ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຮຽນຮູ້ພຸດທະປະຫວັດແບບງ່າຍໆ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພຣະພຸດທະສາດສະໜາ ມີແຫ່ງກຳເນີດຢູ່ໃນດິນແດນທີ່ຮູ້ຈັກກັນໃນຄັ້ງພຣະພຸດທະກາລ ວ່າ “ຊົມພູທະວີບ” ອັນໄດ້ແກ່ທະວີບ ທີ່ມີລັກສະນະສັນຖານຄ້າຍຄືໃບຊົມພູ ຫຼືໃບຫວ້າ ໃນປັດຈຸບັນຊົມພູທະວີບ ມີຖານະເປັນພຽງອະນຸທະວີບ (sub-continent) ແຫ່ງເອເຊັຍໃຕ້ ປະກອບດ້ວຍດິນແດນຂອງ ປະເທດອິນເດັຍ ປາກິສະຖານ ເນປານ ແລະບັງຄລາເທດ ແຕ່ໃນຄັ້ງພຣະພຸດທະກາລ ພາກພື້ນຊົມພູທະວີບຖືກແບ່ງເປັນປະເທດໃຫຍ່ນ້ອຍ ເຊິ່ງຮຽກກັນວ່າຣັດ ຫຼືແຄວ້ນຈຳນວນບໍ່ນ້ອຍກວ່າ 21 ແຄວ້ນ ສະເພາະແຄວ້ນມະຫາອຳນາດ ໃນສະໄໝນັ້ນມີ 4 ແຄວ້ນຄື: ມະຄົດ ໂກສລະ ວັງສາ ແລະອວັນຕີ.
ໃນພູມພາກດ້ານເໜືອຂອງ ຊຸມພູທະວີບ ອັນເປັນດິນແດນຮອຍຕໍ່ຣະຫວ່າງອິນເດຍ ແລະເນປານປັດຈຸບັນມີ ແຄວ້ນນ້ອຍ ແຄວ້ນໜຶ່ງຊື່ວ່າ ສັກກະຊົນນະບົດ ເປັນດິນແດນຂອງຊົນຊາດ ຜູ້ເອີ້ນຕົນເອງວ່າສາກະຍະ ພຣະຣາຊາຜູ້ປົກຄອງແຄວ້ນນີ້ ໃນຄັ້ງນັ້ນມີພຣະນາມວ່າ ພຣະເຈົ້າສຸດໂທທະນະ ພຣະອົງມີຊື່ໂຄດ ຫຼືນາມສະກຸນວ່າ ໂຄຕະມະ ບາງຄັ້ງມີຜູ້ຮຽຫພຣະອົງ ດ້ວຍພຣະນາມເຕັມວ່າ ພຣະເຈົ້າສຸດໂທທະນະ ໂຄຕະມະ ຣາຊສຳນັກຂອງພຣະອົງຕັ້ງຢູ່ ໃນເມືອງຫຼວງຊື່ວ່າ ກຸງກະບິນລະພັດ(ກະປິລະວັດ).
-ໂຜດຕິດຕາມຈົນສຸດເຣື່ອງໄດ້ໃນບລ໊ອກນີ້
http://buddhahistory.blogspot.com/

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຂໍອ່ານເປັນຕອນໆເອົາດີກວ່າ ແຮ່ ແຮ່

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປເບິ່ງເບິ່ງເລີຍ ໃນບລ໊ອກນັ້ນ ເປັນຕາອ່ານໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ສົງໃສມັນຈະຍາວເພີ່ນກະເລີຍເອົາມາເປີດຫົວເລື່ອງໃຫ້ອ່ານຊື່ໆ ອິອິ

ເຫລືອນັ້ນໄປຊອກອ່ານຕໍ່ ອິອິ ຂອບໃຈເດີ້ອາຈານ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປເປີດເບິ່ງແລ້ວບ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງພຸດທະປະຫວັດ ຖ້າຢາກຮູ້ຫລາຍກະຕ້ອງຊອກຫາອ່ານຫລາຍໆ
ຖ້າອ່ານໜ້ອຍໆກໍ່ຈະຮູ້ໜ້ອຍໆກ່ຽວກັບພຣະພຸດທະເຈົ້າ ແລະ ຖ້າຢາກເຫັນພຣະພຸດທະເຈົ້າກະຕ້ອງໃຫ້ເຫັນທຳ ຜູ້ໃດເຫັນທຳຜູ້ນັ້ນເຫັນພຣະພຸດທະເຈົ້າ. (ເພີ່ນວ່າຊັ້ນ )

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ໌

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
arn bor moddddddd

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ paype ຂຽນວ່າ...
arn bor moddddddd


ເລື່ອງນີ້ຊ່ວຍບໍ່ໄດ້ແທ້ໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
ຳທທທທທທທທທທ

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ວຍບໍ່ໄດ້ອີກແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒