ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ມື້ອຶ່ນ ເປັນບຸນວິສາຂະບູຊາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ມື້ອື່ນນັ້ນ ວັນທີ ໒໘ ເມສາ ໒໐໑໐ ກົງກັບວັນພຸດ ເພັງ ໑໕ ຄ່ຳເດືອນ ໖ ປີ ເປັນວັນປ່ຽນ ພ.ສ (ພຸດທະສັກຣາຊ) ຈາກ ໒໕໕໒ ເປັນ ໒໕໕໓ ເຕັມຕົວ ໝາຍຄວາມວ່າ ພຣະພຸດທະເຈົ້າຂອງເຮົາ ປະຣິນິບພານຈາກພວກເຮົາໄປແລ້ວ ໒໕໕໓ ປີເຕັມ.
- ທີ່ນີ້ ເຮົາມາເບິ່ງເຣື່ອງຂອງການນັບປີພຸດທະສັງກາດ ຄືວ່າມີຄວາມແຕກຕ່າງກັນແທ້ ຣະຫວ່າງໄທຍ໌ລາວ ຂະເໝນ ແລະປະເທດພຸດທະສາສນາອື່ນໆ
- ຄວາມແຕກຕ່າງກັນຕາມທຳມະດານັ້ນ ມີຄວາມແຕກຕ່າງກັນຢູ່ກ່ອນແລ້ວ ໒ ແນວຄິດຄື
ກ. ສີລັງກາ, ພະມ້າ ແລະຂະເໝນນັ້ນ ເຂົາຈະຕັ້ງ ພ.ສ ເມື່ອພຣະພຸດທະເຈົ້າປະຣິນິພພານແລ້ວ ເປັນ ພ.ສ ໑
ຂ. ລາວ, ໄທຍ໌ ຈະຕັ້ງພຸດທະສັງກາດ ເມື່ອພຣະພຸດທະເຈົ້າປະຣິນິພພານໄປແລ້ວ ໑ ປີ ຈຶ່ງຕັ້ງ ພ.ສ ເປັນ ໑

ດ້ວຍເຫດນັ້ນ ເຮົາຈຶ່ງເຫັນວ່າປີນີ້ ນັບແຕ່ເດືອນມັງກອນມາເຖິງ ວັນນີ້ ວັນທີ ໒໗ ເມສາ ໒໐໑໐ ທາງທາງລາວຍັງເປັນ ພ.ສ ໒໕໕໒ ຢູ່ ຈົນຮອດມື້ອື່ນ ວັນທີ ໒໘ ເມສາ ໒໐໑໐ ຈຶ່ງເປັນ ພ.ສ ໒໕໕໓ ເຕັມບໍຣິບູນ.
- ແຕ່ໄລຍະຜ່ານມາ ເຮົາຈະເຫັນວ່າ ໃນຂະນະທີ່ລາວໃຊ້ ພ.ສ ໒໕໕໒ ແຕ່ໄທຍ ພ.ສ ໒໕໕໓ ກ່ອນແລ້ວຕັ້ງແຕ່ວັນທີ ໑ ມັງກອນ ໒໐໑໐ ພຸ້ນ ອັນນີ້ນັບວ່າໄທຍ໌ ໄດ້ປ່ຽນ ພຸດທະສັງກາດ ກ່ອນທີ່ວັນຄົບຮອບຂອງ ພ.ສ ຈະມາເຖິງຈິງ ຮອດ ໖ ເດືອນ, ຄືເຂົາປ່ຽນຕາມປະຕິທິນສາກົນ, ສ່ວນທາງຂະເໝນ, ພະມ້າ ສີລັງກາ ເຂົາປ່ຽນ ພ.ສ ຕອນໃດ ເຂົາກໍປ່ຽນເດືອນ ໖ ເພັງແບບລ່ວນີ້ແລ້ວ ແຕ່ເຂົາຈະລື່ນລາວໄປ ໑ ປີ ເພາະເຂົານັບ ໑ ຕອນທີ່ພຣະພຸດທະເຈົ້າປະຣິນິພພານໄປນັ້ນເປັນໜຶ່ງ ເຂົາຈະບໍ່ຜິດ ເພາະ ວັນຄົບຮອບ ຂອງການປະຣິນິພພານຖືວັນດຽວກັນ.

- ບາດນີ້ ມາເວົ້າເຣື່ອງວັນບຸນວິສາຂາບູຊາ ເຂົາເຮັດວັນໃດ ?
- ຕາມຮີດ ໑໒ ຂອງລາວ ເຂົາເຮັດບຸນວິສາຂະບູຊາ ແມ່ນວັນເພັງ ເດືອນ ໖ ລາວ, ທຸກໆປີ ເພາະໃນຮີດສິບສອງກຳນົດຕາຍໂຕວ່າ "ເດຶອນຫ້າບຸນສັງຂານປີໃໝ່, ເດືອນຫົກ ບູນວິສາຂະບູຊາ ແລະເດືອນເຈັດບຸນບັ້ງໄຟ ແລະບຸນສູດຊຳຮະ" ສະນັ້ນ ມື້ອື່ນວັນທີ ໒໘ ເມສາ ເປັນເດືອນຫົກເພັງ ຊາວລາວຈຶ່ງເຮັດບຸນວິຊາຂະບູຊາ ເຖິງປີນີ້ຈະເປັນ ເດືອນ ອະທິກະມາດ ໘|໘ ສອງຫົນກໍຕາມ.

- ສ່ວນທາງໄທຍ໌ ຈະສະຫຼອງມາຄະບູຊາ ແລະວິສາຂະບູຊາ ໃນເດືອນ ໔ ເພັງ ແລະຫົກເພັງ ຫາກເປັນປີອະທິກະມາດ ໘/໘ ສອງຫົນ; ຄວາມຈິງການປະຕິບັດແບບນີ້ ຄັນມັນເປັນປະເພຣີແລ້ວ ມັນກະບໍ່ຜິດ ແຕ່ຫາກອິງຕາມປະຕິທິນຈັນທະຣະຄະຕິ ແບບຊາວອາຊີຖືແລ້ວ ນັບວ່າຜີດ ເພາະປີອະທິກະມາດແບບຈັນທະຣະຄະຕິ ຈະເພີ່ມວັນໄປ ໑ ວັນ ເຂົາຂະເພີ່ມວັນໃນເດືອນ ໘ ຈຶ່ງກາຍເປັນ ໘ ສອງຫົນ, ຄືວັນຈະເຄື່ອນໃນເດືອນ ໘ ບໍ່ເໝືອນປະຕິທິນສຸຣິຍະຄະຕິ ເດືອນຈະເຄື່ອນໃນເດືອນກຸມພາ ຄື ໒໘ ເປັນ ໒໙ ວັນ.
- ສະນັ້ນ, ການເຮັດບຸນມາຄະບູຊາ ແລະວິສາຂະບູຊາໃນ ເດືອນ ໔ ແລະ ເດືອນ ໗ ເພັງຕາມແບບໄທຍ໌ນັ້ນ ນັບວ່າບໍ່ກົງກັບວັນທາງປະຕິທີນທີ່ກຳນົດ.
- ຢ່າງໃດກໍຕາມ ທາງລາວເຮົາ ຖືເອົາເດືອນ ໓ ສະຫຼອງບຸນມາຄະ ແລະ ເດືອນ ໖ ສະຫຼອງວິສາຂະບູຊາ ກໍໃຫ້ຢືດຖືຕາມປະເພນີວັດທະນະທັມລາວເຮົາແທ້ ເພາະເຮົາມາຫຼັກຖານ ທີ່ເປັນຄູ່ມີວັດທະນະທັມລາວ ຄື ຮີດ ໑໒ ນັ້ນເອງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

21 3-15-13-16-12-5-20-5 13-5


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ເອົາ ຄິດວ່າ ພສ ປ່ຽນຕອນປີໄຫມ່ລາວລະຊັນດອກ

♡ເເມ່ລູກອ໋ອນ♡



.

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ເອົາ ຄິດວ່າ ພສ ປ່ຽນຕອນປີໄຫມ່ລາວລະຊັນດອກ


ປີໃໝ່ລາວປ່ຽນ ແຕ່ປີຈັກກະລາສີ ສລຸ ເປັນຂານ ແລະຈູນລະສັກກາດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໑ ກະທູ້
໒໕໙ ໂພສ
ນັກການກະທູ້
ຂອບໃຈເດີ ທີ່ບອກ...

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70

໒໑ ກະທູ້
໒໕໙ ໂພສ
ນັກການກະທູ້
ຂອບໃຈເດີ ທີ່ບອກ...

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70