ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ຜຍາ

6. ພີ່ນີ້ ເປັນດັ່ງ ແນວສຽມຫ້ຽນ ປະສົງຫາດິນແກ່ນ
ສຽມບ້ອງຕື້ນ ປະສົງທື້ນໃສ່ໂພນ

7. ຢ່າໄດ້ ທໍາໃຈພ້ຽງ ເຂົາຮໍຂົ່ມຂືນ
ຄວາມຄິດຢ່າໄດ້ຕື້ນ ສເມີຫມໍ້ປາກບານ

8. ຮຽມນີ້ ເປັນດັ່ງມົດແດງເຝົ້າ ອົມພາມີ້ມ່ວງ
ກິນກໍກິນບໍ່ໄດ້ ຄອຍເຝົ້າແຕ່ໃບ

9. ເຈົ້າຜູ້ ແພຜືນກວ້າງ ປູມາໃຫ້ມັນເຫລື່ອມ ແນ່ເປັນຫຍັງ
ສັງມາ ປູອ່ອມຊ່ອມ ແພງໄວ້ນັ່ງຜູ້ດຽວ

10. ລົມພັດຕ້ອງ ໃບໄຜ່ໂວກວິໂວ
ລົມພັດຕ້ອງ ໃບໂພໂວກວິເວກ
ອ້າຍກໍ ຄິດຮອດນ້ອງ ທົນໂທ່ໂຖກຖິໂຖຍ

11. ຮຽມນີ້ ທຽນດັ່ງເຮືອແຊມນໍ້າ ນະທີທອງເຟືອນຟາດ
ຄອຍແຕ່ ມື້ຊິຈົມຈຸ່ມເລື້ອຍ ລົງພື້ນແຜ່ນນະທີ

12. ຊາດທີ່ ດວງຫອມນີ້ ບານຕາຍແລ້ງເປົ່າ ເປັນຫລື
ຄວາມຄຶດແມງພູ່ມີທໍ່ຟ້າ ຊິຫມາຍມ້ຽນດູດດອມ

13. ທາງຫລາຍເສັ້ນ ຕາມໃຈຊິເລືອກໄຕ່
ມັກເສົ້ນໂຄ້ງ ໂງງ້ຽວກໍຫາກມີ

14. ຊາດເຊື້ອ ຫົງຄໍາຜ້າຍ ເວຫາດັ້ນເມກ
ກາດໍາ ຂໍແອ່ວຊ້ອນ ຕາມກົ້ນກໍບໍ່ຫລຽວ

15. ຈວງຈັນຄູ້ ທະລອນຫອມແຕ່ມື້ໃຫມ່
ມື້ເກົ່າ ມາລ່ວງລໍ້າ ຈັນຄູ້ກໍເລົ່າເຫີຍ
16. ວັງບໍ່ ມີຂອນຂວ້າງ ພານແຫ່ບໍ່ມີຢ່ອນ ມືແລ້ວ
ນໍ້າບໍ່ ມີເງືອກແຂ້ ຄົນໃບ້ກໍບໍ່ກົວ

17. ຊົລທານໍ້າ ໄຫລລົງຕາມຮ່ອມ
ນໍ້າບໍ່ຫ່ອນ ໄຫລຂຶ້ນ ເທີງຟ້າຍອດດອຍ

18. ໂວໂວເວົ້າ ສຽງໂຕວ່າແຕ່ແມ່ນ
ຍາມເຂົາ ປາກບໍ່ໄດ້ ສຽງເຈົ້າຫາກຖືກຄອງ
ປາງໃຜໄດ້ ປາງມັນໄວ້ຊັ້ນກ່ອນ
ບາດຫ່າ ເວນຈວບເຂົ້າ ຊິຫລົງມ້ອຍສເມ່ງຕາຍ

19. ເຈົ້າຜູ້ນົມເຫລືອຜ້າ ໃຜຊິສານກະຕ່າໃສ່
ບາດວ່າ ໄຟໄຫມ້ບ້ານ ໃຜຊິຫີ້ວກະຕ່ານົມ ເຈົ້າເອີຍ

20. ເອົາຫິນແຫ່ມາຄັ້ນສົ້ມ ສາມປີມັນຊິເປື່ອຍ ເປັນຫລື
ຫລົກກົກເຂົ້າມາຝັງແຜ່ນຫິນລ້ານ ມັນຊິຫມັ້ນຮ່ອມໃດ

21. ບຸນຫົວ ຫາກເຈົ້າໄດ້ຂີ່ຊ້າງ ຂ້ອຍຊິຂີ່ແມວຂັບ
ຫາກວ່າ ບຸນແມວມີ ຫາກຊິສູງພຽງຊ້າງ

22. ຕີເຈັບແລ້ວ ແສນຊິອອຍກໍປານດ່າ
ແມ່ນວ່າ ເວົ້າຈ້ອຍໆ ປານໄມ້ຖັ່ງຕາ



໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ກະທູ້ນີ້ຂ້າພະເຈົ້າກອປມາຈາກເວຟອື່ນເດື


໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ດີດີ
ມັກເລື່ອງກອນ ບໍທ່ານ

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື່ມດີໆ ຊອກມາໃຫ້ອ່ານຫຼາຍໆເດີ່

ຮັກນ້ອງຕອນເມົາ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກດີເນາະ ໂດຍສະເພາະຂໍ້19

~Vਕਆpïrєی™~

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໄດ້ອ່ານແລ້ວກະມ່ວນດີ ເອ໊ດໃຫ້ຕຶດອອດບ້ານຊນາດ

ເຄຍນອນຫນູນຕິກຍາແມ່ ຍູເອືອນ

(Q_Q)


໒໑ ກະທູ້
໒໕໙ ໂພສ
ນັກການກະທູ້
ເມື່ອຍປວດຕົນໂຕ..

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກແທ້ ບໍ່ສູ້ ບໍ່ຮັກ


໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
"ຊາດເຊື້ອ ຫົງຄໍາຜ້າຍ ເວຫາດັ້ນເມກ
ກາດໍາ ຂໍແອ່ວຊ້ອນ ຕາມກົ້ນກໍບໍ່ຫລຽວ" muk lai tone nee


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ