ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ໄປງານສົບ ພົບທັມມະ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບົດທີ ໑໑
ບົດເທດສະໜາສະງານສົບ
ພຣະອາຈານ ດຣ.ມະຫາວິຈິຕ ສິງຫະຣາຊ
ວັນທີ ໔ ມິຖຸນາ ໒໐໑໐
ສະແດງໂດຍ
ພຣະອາຈານເນືອງພິລັກ ໂຊຕິທອນ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດ-ທັດສະ.
ທະຫະຣາ ຈະ ມະຫັນຕາ ຈະ ເຍພາລາ ເຍ ຈະ ປັນດິຕາ, ສັບເພມັດຈຸ ວະສັງຍັນຕິ ສັບເພມັດຈຸ ປະຣາຍະນາ ສັກກັດຈັງ ທັມໂສ ໂສຕັບໂພ ຕິ.
ນະວາໂລກາດນີ້ ອາຕະມາພາບຈັກໄດ້ສະແດງພຣະສັດທຳມະເທດສະໜາ ເພື່ອເປັນການສະແດງມຸທິຕາ ບູຊາຄຸນຄຸນຂອງພຣະເດດພຣະຄຸນຍາທ່ານໃຫຍ່ ດຣ. ມະຫາວິຈິຕ ສິງຫະຣາຊ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງປະເທດລາວ ຂອງພວກເຮົາທີ່ລ່ວງລັບໄປສູ່ປະລະໂລກແລ້ວ ແລະເປັນການສະເຫຼີມສະ ຫຼອງສັດທາສາທຸຊົນ ພຸດທະບໍລິສັດ ຍາຕິພີ່ນ້ອງ ທີ່ໄດ້ມາເປັນເຈົ້າມູນລະສັດທາ ເຈົ້າພາບ ເຈົ້າພິທີສູດມາຕິກາ ອະພິທັມມະສັງຄະຫະ ໜ້າສົບໃນວັນນີ້ ແລະຕະຫຼອດ ໓໒ ວັນ ທີ່ພວກເຮົາຊາວພຸດລາວ ກໍຄືຊາວນະຄອນຫຼວງວຽງຈັນ ຈະໄດ້ສະແດງມຸທິຕາສັກກາລະບູຊາບຸນ ຄຸນຂອງພຣະເດດພຣະຄຸນຍາທ່ານ.
ດັ່ງທີ່ເຮົາຮູ້ແລ້ວວ່າ ພຣະເດດພຣະຄຸນຍາທ່ານປະທານ ທີ່ເປັນປະມຸກສົງສູງສຸດຂອງເຮົາ ໄດ້ມໍລະນະພາບຈາກພວກເຮົາໄປໃນເວລາ ໑໕:໐໐ ໂມງ ຂອງວັນທີ ໑໖ ມິຖຸນາ ໒໐໑໐ ຕາມການແຈ້ງການຢ່າງເປັນທາງການຂອງຄະນະແພດ, ຍ່ອມຍັງຄວາມເສົ້າໂສກເສັຍໃຈອາໄລອາວອນຮັກ ມາແກ່ຄະນະສົງ ຍາດພີ່ນ້ອງ ແລະຊາວພຸດທັງພາຍໃນ ແລະຕ່າງປະເທດ ໂດຍບໍ່ມີຫຍັງຈະປຽບປານໄດ້, ອາຕະມາເອງເຂົ້າພົບ ແລະໄດ້ສົນທະນານຳ ພຣະເດດພຣະຄຸນຍາທ່ານຄັ້ງສຸດທ້າຍ ຄື ໃນວັນທີ ໑໐ ເດືອນມິຖຸນາ ກ່ອນຈະໄປປະກອບສາສະ ໜາກິດທີ່ແຂວງຄຳມ່ວນ, ໃນຄັ້ງນັ້ນພຣະເດດພຣະຄຸນຍາທ່ານ ຍັງມີໃບໜ້າຍິ້ມແຍ້ມ ແລະປາລົບດ້ວຍສຽງໃສແຈ້ງ ໃນະຂະນະທີ່ອາຕະມາໄດ້ສົນທະນາຖາມຂ່າວສຸຂະພາບຂອງເພິ່ນນັ້ນ ພຣະເດດພຣະຄຸນຍາທ່ານໄດ້ພາສົນທະນາເລື່ອງການເທດສະໜາ ໃນການສົນທະ ນາຂອງພຣະເດດພຣະຄຸນຍາທ່ານນັ້ນ, ຄ້າຍໆກັບວ່າເປັນຫ່ວງເລື່ອງການເທສະໜາຂອງພຣະສົງ ຢາກໃຫ້ພຣະສົງລາວເທດເກ່ງໆ ຢາກໃຫ້ຍາດໂຍມໄດ້ຟັງເທດປະຕິພານຫຼາຍໆ ແລະຄັນມີການຕັ້ງໂຮງຮຽນອົມຮົມການເທສະໜາໄດ້ ນັບວ່າພຣະສົງລາວເຮົາ ທຳໜ້າທີ່ເຜີຍແຜ່ພຸດທະສາສະໜາໄດ້ດີທີ່ສຸດ, ທີ່ສຳຄັນຢາກໃຫ້ຍາດໂຍມໄດ້ຟັງທຳມະ ທີ່ທັນກັນຍຸກສະໄໝ ແລະເຫດການ, ຫາກຍາດໂຍມເຮົາມັກຟັງທຳ ພຣະສົງກໍຈະເກ່ງເລື່ອງເທດ ນີ້ແມ່ນຄຳເວົ້າຄັ້ງສຸດທ້າຍ ຂອງພຣະເດດພຣະຄຸນຍາທ່ານ ທີ່ເປັນຫ່ວງແທນທີ່ຊິເປັນຫ່ວງສຸຂະ ພາບຂອງຕົນເອງ ກັບກາຍເປັນຫ່ວງສາສະໜາ, ພຣະສົງ ແລະພຸດທະສາສະນິກຊົນລາວ.
ຫຼັງຈາກວັນນັ້ນ ອາຕະມາກໍໄປປະຕິບັດສາສະໜາກິດທີ່ທ່າແຂກ ຮອດຕອນເຊົ້າຂອງວັນທີ ໑໕ ມິຖຸນາ ກໍໄດ້ຮັບໂທລະສັບຈາກ ພຣະມະຫາພູສະຫວັນ ພັນທະບົວລີ ໂທ ໄປບອກວ່າຍາທ່ານເຂົ້າໂຮງໝໍ, ຫຼັງຈາກໝົດວຽກທີ່ທ່າແຂກແລ້ວ ກໍກັບມາເຖິງວຽງຈັນເດິກສົມ ຄວນ ຕອນເຊົ້າກໍວ່າຈະອອກໄປເບິ່ງຍາທ່ານ ແຕ່ຫ້ອງການວິຊາການວິທະຍາໄລສົງມີກອງປະຊຸມ ແລະອາຕະມາເປັນຫົວໜ້າດ້ວຍ ກໍໄປປະຊຸມກ່ອນ ນຶກວ່າອາການຂອງເພິ່ນຄົງຈະເມື່ອຍໆທຳມະດາ ຫຼັງຈາກປະຊຸມແລ້ວ ກໍໄປສັນເຂົ້າ ຈຶ່ງໄປໂຮງໝໍ ໑໕໐ ຕຽງ, ໄປຮອດແລ້ວແພດວ່າບໍ່ໃຫ້ເຂົ້າ ກໍມານ່ັງລໍຖ້າທີ່ຫ້ອງພັກຂອງຜູ້ໄປເຝົ້າ ເວລາ ໑໔:໒໘ ໂມງ ມີຄົນໄປບອກວ່າຍາທ່ານອາການເອົາບໍ່ໄດ້ແລ້ວ ຕອນນັ້ນອາຕະມາ ກໍເຂົ້າໄປໃນຫ້ອງພ້ອມກັບພຣະສົງ ແລະຄົນອື່ນໆຫຼາຍຄົນ ເຫັນທ່ານດອກເຕີສົມລິດ ນາຍແພດຜູ້ປິ່ນປົວຍາທ່ານຍ່າງອອກມາ ພ້ອມທັງແກວ່ງຫົວສອງສາມບາດ ບໍ່ເວົ້າຫຍັງຍ່າງອອກໄປ, ເມື່ອອາ ຕະມາເຂົ້າໄປສັງເກດເຫັນຍາທ່ານໃຫຍ່ ນອນໃນຕຽງນອນແບບສະ ບາຍໆ ແລະງົດງາມມີການ
ຫາຍໃຈເລັກນ້ອຍ ກໍໄປຈັບຄີງເພິ່ນມີລັກສະນະອຸ່ນໆ ໃນໃຈກໍນຶກອະນິດຈາວະຕະສັງຂາຣາ ໄປຈົນຈົບຫຼາຍຮອບ ໃຈຍັງນຶກວ່າເພິ່ນຍັງບໍ່ເປັນຫຍັງ, ເຫິງເຕີບອາຕະມາອອກມາທາງນອກ ກໍເຫັນດອກເຕີສົມລິດອີກ ຖາມທ່ານກໍຕອບວ່າເອົາບໍ່ໄດ້ແລ້ວ, ໃນທີ່ສຸດທາງຫົວໜ້າກົມການສາສະໜາ ພ້ອມຄະນະມາ, ພຣະອາຈານບຸນສີ ວົງພູມີ ມາແລ້ວກໍໄປເບິ່ງຍາທ່ານ ແລະກໍເຂົ້າໄປປະຊຸມນຳແພດ ຈົນຮອດເວ ລາ ໑໕.໐໐ ໂມງ ແພດຈຶ່ງມາຖອດທໍ່ສົ່ງອົກຊີອອກ ອາຕະມາໄປຈັບເບິ່ງຄິງເພິ່ນກໍເຫັນວ່າເຊົາຫາຍໃຈແລ້ວ ແຕ່ຮ່າງກາຍ ຍັງອຸ່ນຢູ່ ຈາກ ນັ້ນກໍເຫັນແມ່ສີສະຫຼຽວ ທຳມະເທວາ ມາກ່ອນໄປຂາບສົບຍາທ່ານ.
ນີ້ຄືພາບສຸດທ້າຍທີອາຕະມາເຫັນ ກ່ຽວກັບຍາທ່ານປະທານ ທີ່ຈາກພວກເຮົາໄປໂດຍບໍ່ມີວັນກັບ ຊິວິດຂອງພຣະເດດພຣະຄຸນຍາທ່ານປະທານໄດ້ຢຸດເດີນລົງ ເຊິ່ງມະນຸດເຮົາຮຽກວ່າຕາຍ, ແຕ່ເມື່ອເວົ້າໃຫ້ມ່ວນກໍວ່າ “ມໍຣະນະພາບ” ຫາກປະຊາຊົນຄົນສາມັນ ກໍຮຽກວ່າ “ມໍຣະນະກຳ” ທັງໝົດກໍຄືການໝົດເວລາຢູ່ໃນໂລກນີ້, ໃນຫົວຂໍ້ທຳທີ່ອາຕະມາຈະບັນຍາຍໃນວັນນີ້ ອາຕະມາຈະຕັ້ງຫົວຂໍ້ວ່າ “ໄປງານສົບພົບທັມມະ” ເຖິງຢ່າງໃດພຣະເດດພຣະຄຸນຍາທ່ານປະທານ ຂອງພວກເຮົາກໍໄດ້ມໍລະນະພາບ ຈາກພວກເຮົາໄປແລ້ວ ເວລານີ້ເຮົາມາສະແດງມຸທິຕາສັກກາລະທ່ານ ດ້ວຍການບຳເພັງບຸນ ບຳເພັງກຸສົນ ເຊິ່ງຮຽກວ່າຊາປະນະກິດສົບ ກ່ອນຈະເຜົາຈິງ ກໍໃຊ້ເວລາເຖິງ ໓໒ ວັນ, ໃນ ໓໒ ວັນນີ້ພຸດທະສາສະນິກະຊົນເຮົາ ຈະໄດ້ປະກອບບຸນກຸສົນ ເພື່ອຍ່າທ່ານປະທານຂອງເຮົາຫຼາຍປະການ ກໍຄືຖືໂອກາດທຳ ບຸນ ທຳກຸສົນສົ່ງຜົນໄປຫາເພິ່ນ ແທນທີ່ຈະມາໂສກເສົ້າ ຮ້ອງໃຫ້ຮໍ່າໄຮຫາເພິ່ນ ໃຫ້ເກີດຄວາມທຸກຂສເວທະນາລ້າ, ເພາະຄວາມຕາຍນີ້ ມັນເປັນຂອງທຳມະດາ ໃຜໆກໍໜີບໍ່ພົ້ນ ສົມກັບກະວີມີຜູ້ປະພັນໄວ້ວ່າ.
ອັນຄວາມຕາຍ ທັງຍິງຊາຍ ໜີບໍ່ພົ້ນ, ໝົດທຸກຄົນ ທັງທຸກຮັ່ງ
ກາຍເປັນຜີ, ເຖິງແສນຮັກ ກໍຕ້ອງຮ້າງ ຫ່າງອີຫຼີ, ບໍ່ວັນນີ້ ກໍວັນໜ້າ ຊ້າຫຼືໄວ.
ທຸກໆຊີວິດ ຕ້ອງໄດ້ພົບປະສົບກັບ ບັນຫານີ້ຢ່າງແນ່ນອນ, ພຽງແຕ່ໃຜຈະປະສົບພົບພໍ້ຊ້າຫຼືໄວເທົ່ານັ້ນ, ພຣະພຸດທະອົງຈຶ່ງຊົງຕັດເຕືອນບໍ່ໃຫ້ສາທຸຊົນທັງຫຼາຍ ຕັ້ງຢູ່ໃນຄວາມປາໝາດ ດັ່ງທີ່ໄດ້ຍົກພຸດທະພາສິດ ໃນຄຳພີພຣະໄຕປິດົກ ທີຄະນິກາຍ ມະຫາວັກ ຂຶ້ນມາສາທະຍາຍແລ້ວໃນຕອນຕົ້ນນັ້ນວ່າ:
ທະຫະຣາ ຈະ ມະຫັນຕາ ຈະ ເຍພາລາ ເຍຈະ ປັນດິຕາ ສັບເພມັດຈຸ ວະສັງຍັນຕິ ສັບເພມັດຈຸ ປະຣາຍະນາ ເຊິ່ງຈະແປເປັນສຳນວນກະວີໃຫ້ເຂົ້າໃຈງ່າຍ ມີໃຈຄວາມວ່າ: “ທັງຄົນໜຸ່ມແກ່ເຖົ້າເຂົ້າສັງຂານ ທີ່ສຸດແນ່ນອນກໍຕ້ອງອັນຕະຣະທານກາຍເປັນຜີ, ທັງຄົນໂງ່ຄົນສະຫຼາດນັກປາດແລະເມທີ, ທັງທຸກຍາກໄຮ້ຮັ່ງມີຫຼືເສດຖີ ກໍຕ້ອງເຂົ້າໂລງຜີ ດ້ວຍກັນເສກສັນດຽວ”.
ເພາະຫຍັງ ? ກໍເພາະວ່າ “ອັນຄວາມຕາຍ ເປັນສະຫາຍເພື່ອນສະໜິດ, ມີຊີວິດຄວນກຽມພ້ອມເພື່ອອຳລາ ທ່ານທັງຫຼາຍຈົ່ງ ພຽນພ່ຳພາວະນາ, ເປັນມົນຕາ ເພື່ອກີດກັ້ນ ແລະກັນລືມ.
ໃນອະພິນຫະປັດຈະເວກຂະນະສູດ ພຣະພຸດທະອົງຊົງຕັດເຕືອນໃຫ້ບຸກຄົນທັງຫຼາຍ ພິຈາລະນາເພື່ອບໍ່ໃຫ້ປາໝາດເນື່ອງໆ ຫ້າປະການວ່າ:
“ໜຶ່ງເຮົາໜີແກ່ບໍ່ໄດ້, ສອງເຮົາໜີເຈັບໄຂ້ບໍ່ພົ້ນ, ສາມໝົດທຸກຄົນຈັກຕ້ອງຕາຍ, ສີ່ສັບພະສິ່ງທັງຫຼາຍ ຫຼືຄົນຮັກຕ້ອງຈາກຈິງ, ຫ້າສັບພະສິ່ງໃນໂລກລ້ວນ ຍ່ອມເປັນໄປຕາມວັດຕະຈັກຂອງກັມ.
ສິ່ງທັງຫຼາຍທີ່ກ່າວນັ້ນ ເປັນສິ່ງມະນຸດຕ້ອງກຳນົດຈົດຈຳໄວ້ເນື່ອງໆ ເພື່ອເຕືອນສະຕິໄວ້ ເພື່ອໃຫ້ຕົນບໍ່ພາດພັ້ງ ໄປທຳຄວາມຊົ່ວ ສ້າງແຕ່ຄວາມດີ ທັງໝົດທີ່ກ່າວນັ້ນມັນເປັນບ້ວງແຫ່ງວັດຕະ ຄືກຳມະວັດຕະ, ເພາະກຳມະວັດຕະນີ້ແລ້ວ ມັນເຮັດໃຫ້ມະນຸດຕ້ອງພົບກັບຂອງ ໔ ປະການໃນ ໕ ຢ່າງທີ່ກ່າວແລ້ວ, ສິ່ງທັງຫ້າຢ່າງມັນເກີດຂຶ້ນຈຶ່ງ ເຮັດໃຫ້ມີການວຽນວາຍຕາຍເກີດ ອັນໃດເຮັດໃຫ້ວຽນວາຍຕາຍເກີດ ອັນນັ້ນກໍຄືກິເລດ ຜູ້ຕັດກິເລດໄດ້ກໍສິ້ນກຳ ກໍຄືພົ້ນຈາກວັຕ ຕະ ຫຼືຕັດວັຕຕະໄດ້ໂດຍສິ້ນເຊີງ.
ເມື່ອທຸກຊີວິດຈຳຕ້ອງປະສົບພົບພໍ້ກັບຄວາມຕາຍເຊັ່ນນີ້ ຈຶ່ງບໍ່ຄວນປາໝາດມົວເມົາໃນຊິວີດ ຮີບຫາທາງແກ້ໄຂ ກຽມຕົວກຽມໃຈໃຫ້ພ້ອມ ຊັກຊ້ອມໄວ້ໃຫ້ດີ ຈະບໍ່ເສັຍທີພາດທ່າ ໃນເມື່ອຄວາມຕາຍເຂົ້າມາເຖິງ ຕ້ອງກຽມສະບຽງ ຄືຄຸນນະທຳ ສິນທັມ ພໍ່າຄວາມດີ ເປັນເຂົ້າໄຖ່ເຂົ້າຖົງໄປສຳປາລະຍະພົບ ຄືພົບເບື້ອງໜ້າໃຫ້ພຽບພ້ອມ ດັ່ງກັບສຳນວນບູຮານກ່າວໄວ້ວ່າ “ກຽມຕົວກໍຕາຍ, ກຽມກາຍກ່ອນແຕ່ງງານກຽມແຫຼ່ງນ້ຳລຳທານກ່ອນແຫ້ງແລ້ງ, ກຽມເຂົ້າຂອງເງິນແດງກ່ອນອອກເດີນທາງ”.
ອັນໃດກໍຕາມ ຫາກບໍ່ກຽມຕົວກ່ອນໃຫ້ສົມບູນບໍລິບູນແລ້ວ ກໍຈະເກີດຄວາມຫຍຸ້ງຍາກສັບສົນແທບທັງນັ້ນ ເຊັ່ນຕົວຢ່າງ “ນັກກິລາ ບໍ່ກຽມຕົວກ່ອນແຂ່ງຂັນກິລາ, ຄົນຢາກມີເງິນຄ່າດອງແຫວນໝັ້ນ ບໍ່ກຽມເງິນຊື້, ທະຫານບໍ່ກຽມສັບພາວຸດກ່ອນຈະອອກຮົບ, ນັກຮຽນນັກ ສຶກສາບໍ່ກຽມວິຊາກ່ອນເຂົ້າສອບເສງ”.
ຈະໄປແຂ່ງຂັນ, ຈະໄປບໍ່ຂໍໝັ້ນສາວ, ຈະອອກສູ້ຮົບ ແລະຈະສອບເສງ ຢ່າງໃດຢ່າງໜຶ່ງ ມີແຕ່ເສັຍກັບເສັຍຫາຄວາມສຳເລັດບໍ່ໄດ້ແນ່ນອນ.
ຫາກຈະຂະຫຍາຍຄວາມຕໍ່ໄປອີກ “ພໍ່ຄ້າບໍ່ກຽມຕົວອອກໄປຄ້າຂາຍ, ທະນາຍຄວາມບໍ່ກຽມຕົວອອກວ່າຄວາມໃນສານ, ລັດຖະການບໍ່ກຽວຕົວກ່ອນຈະທຳໜ້າທີ່, ຊາວນາບໍ່ກຽມຕົວກ່ອນປັກດຳນາແລ້ງ ນາປິ, ຜົວເມັຍບໍ່ກຽມຕົວກ່ອນຈະມີລູກ” ລອງຄິດເບິ່ງວ່າ ຄວາມເສັຍຫາຍຈະມີຫຼາຍກວ່າການໄດ້ ຫຼືດີຈະຫຼາຍກວ່າຮ້າຍໄດ້ບໍ ?. ນີ້ຄືການກະກຽມໃນການປະຕິບັດພັນທະກິດໃນໂລກນີ້ ເຖິງເປັນໄປຕາມກຳຕາມໜ້າທີ່ ແກ່ກໍຕ້ອງໄດ້ກຽມຕົວ ແຕ່ຄວາມຕາຍນີ້ເຖິງເປັນໄປຕາມກຳ ແຕ່ມັນກໍຍິ່ງກວ່າກຳທີ່ເປັນໄປຕາມໜ້າທີ່ ເພາະມັນເປັນສິ່ງທີ່ມະນຸດຕ້ອງປະສົບ, ເປັນຫົນທາງທີ່ຕ້ອງໄປ ແລະເປັນທາງສາຍປ່ຽວໂດດດ່ຽວເອກາສາດ້ວຍ ບໍ່ມີໃຜຈະໄປປະດັບປະຄອງ ຄອຍຊ່ວຍ ເຫຼືອເກື້ອກູນ ເໝືອນຕອນເຮົາຍັງມີຊີວິດຢູ່ ສິ່ງທີ່ຕິດຕ້ອຍຫ້ອຍຕາມ ຄອຍຊ່ວຍເຫຼືອເກື້ອກູນເຮົາໄດ້ກໍເຫັນແຕ່ບຸນກຸສົນ ຫາກເຮົາບໍ່ກຽມຕົວໄວ້ກ່ອນແລ້ວ ບຸນກຸສົນທີ່ ໃດຈະໄປຊ່ວຍເຫຼືອເຮົາ ມີແຕ່ບາບອະກຸສົນເທົ່ານັ້ນ ຈະດຶງເຮົາໄປທີ່ຕ່ຳຈຶ່ງກ່າວວ່າ:
ບຸນກຸສົນທີ່ເຮົາສ້າງສະສົມເປັນນິດຈະການ, ຈະຕິດຕາມຕົວທ່ານໄປທຸກທີ່ທຸກສະຖານ, ເປັນເໝືອນຊັບສິນສະບຽງອາຫານ ການເດີນທາງ, ບໍ່ອ້າງວ່າງເໝືອນມີມິດຕິດຕາມຕົນ.
ເພາະສະນັ້ນບຸນກຸສົນ ເປັນສົມບັດແທ້ ທີ່ມະນຸດຄວນໄຄວ່ຄວ້າສະແຫວງຫາ ມາໄວ້ປະດັບຕົນ ເຊັ່ນວ່າ. “ບຸນກຸສົນເປັນສົມບັດແທ້, ເຖິງຄາວຕາຍກາຍດັບບໍ່ດັບຫາຍ, ຈະເປັນສິ່ງສະຖິດ ສະໜິດ ແໜ້ນແທນຮ່າງກາຍ, ເຖິງຄາວຕາຍ ຊື່ຍັງຢູ່ ເຊີດຊູຄຸນ.
ດ້ວຍເຫດນັ້ນ, ທ່ານທັງຫຼາຍ ຈຶ່ງຕ້ອງໝັ່ນສ້າງຄວາມດີໄວ້ໃຫ້ພ້ອມ, ການສ້າງບຸນກຸສົນນີ້ ເຮົາສ້າງເອງ ເຮັດເອງ ຈະຫວັງເພິ່ງຄົນອື່ນນັ້ນບໍ່ໄດ້ ສົມດັ່ງກອນທີ່ອາຕະມາປະພັນໄວ້ ດັ່ງນີ້:
ວັດຖຸຂອງເຄື່ອງໃຊ້ ໃນໂລກເມືອງມະນຸດ, ເງິນໂກດກືກອງຫຼາຍ ເພິ່ງກັນກະພໍໄດ້, ອັນວ່າຄວາມດີນັ້ນ ເຖິງມີໃນໂລກບິແບ່ງກັນບໍ່ໄດ້ ໃຜສ້າງຍ່ອມມີ, ບາບກໍເປັນດັ່ງນີ້ ສະເໝີດັ່ງບຸນຍະກຳ, ໃຜຫາກທຳກຳໜັກບາບກໍຕາມຕິດຕື້, ຕີນມືທັງກາຍນັ້ນ ຂອງໃຊ້ສັນຫຼາຍຫຼາກ, ແບ່ງປັນກັນຊ່ວງໃຊ້ ຍາມຮ້ອນເຫືອດຫາຍ, ຄວາມຕາຍໃຜຫ່ອນຫາມຫອບຫິ້ວ ສິນຊັບໄປນຳ ບໍ່ໄດ້ແລ້ວ, ເງິນໂກດກືກອງຫຼາຍ ເອົາໄປນຳບໍ່ມີໄດ້ລົດລາງໂຮງເຮືອນຮ້ານ ຫໍຫຼວງຕຶກໃຫຍ່, ກະບະເກັ່ງຄັນໃຫຍ່ເຫຼື້ອມ ຍັງບໍ່ໄດ້ແກ່ໃສ່ໂລງ ທ່ານເອີຍ, ອັດຕາຕົນທີ່ບອກໄວ້ ອາໄສເພິ່ງຕົນເອງ, ໃຜຫາກມີປັນຍາ ຈົ່ງພິຈານວິໄຈແຈ້ງ, ອັດຕາຄົນຄວນຄົ້ນ ຄົນເອົາໃຫ້ຮູ້ເຫດ ເພື່ອໃຫ້ສົມມາດແມ້ງ ເຫັນແຈ້ງແຫ່ງຕົນ, ຍາມຕາຍຕາຍມອດມ້ຽນ ອັດຕາແຈບໝົດສິດ, ສິ່ງຂອງມີພຽງໃດ ກໍເອົາໄປບໍ່ມີໄດ້, ໝູ່ກອງຜົວເມັຍນັ້ນ ຈະຫາມໂລງນຳສົ່ງ, ໄປຮອດພຽງປ່າຊ້າ ເຫຼືອນັ້ນແມ່ນຕົນເອງ, ອັນນີ້ບົງບອກໃຫ້ ເຫັນເຫດແຫ່ງອັດຕາ, ການທີ່ເຄີຍທຳການ ບາບບຸນຈັ່ງໃດແທ້, ຊົ່ວດີຈັກຕາມຕື້ ອັດ ຕາຕົນຄົນປະກອບ, ບໍ່ມີໃຜແບ່ງໃຫ້ ໃຜສ້າງກໍຮັບເອງ ທ່ານເອີຍ.
ເພາະເຮົາຮູ້ແທ້ແນ່ນອນວ່າ ສັງຂານທັງຫຼາຍບໍ່ທ່ຽງສົມກັບ ພຣະປາລີວວ່າ: “ອະນິຊຈາ ວະຕະ ສັງຂາຣາ ອຸປາທະວະຍະທັມມິໂນ, ອຸປັຊຊິຕະວາ ນິຣຸຊຊັນຕິ ເຕສັງ ວູປະສະໂມ ສຸໂຂ, ແປໄດ້ວ່າ “ອະນິຈຈາ ວະຕະ ສັງຂາຣາ : ສັງຂານທັງຫຼາຍບໍ່ທ່ຽງໜໍ, ອຸປາທະວະຍະທັມມິໂນ : ມີອັນເກີດຂຶ້ນ ແລະເສື່ອມໄປເປັນທັມມດາ, ອຸປັຊຊິ ຕະວາ ນິຣຸຊຊັນຕິ : ບັງເກີດຂຶ້ນແລ້ວຍ່ອມດັບໄປ, ເຕສັງ ວູປະສະໂມ ສຸໂຂ : ການເຂົ້າໄປລະງັບສັງຂານເຫຼົ່ານັ້ນໄດ້ ຍ່ອມເປັນຄວາມສຸກ.
ບົດສູດມົນທຸກບົດ ເປັນຄຳສອນຂອງສົມເດັດພຣະສຳມາສຳພຸດທະເຈົ້າທັງສິ້ນ, ຖ້າເຮົາສູດໄດ້ເຂົ້າໃຈພ້ອມ ໃນຂະນະທີ່ເຮົາສູດ ຫຼືໄດ້ຍິນໄດ້ຟັງ ຮູ້ຊຶ້ງເຊິ່ງຄຳແປແລະຄວາມໝາຍຂອງຄຳແປນັ້ນ, ກໍຈະກໍ່ໃຫ້ເກີດປັນຍາ ມີປະໂຫຍດຫຼາຍ ຄືເປັນວິປັດສະນາຍານ ໄປດ້ວຍ, ຖ້າສູດຫຼືຟັງບໍ່ຮູ້ເລື່ອງ ກໍໄດ້ແຕ່ສມາທິ(ສະມະຖະ)ແລະຍານ ຄືຄວາມສະຫງົບຈິດໃຈເທົ່ານັ້ນ, ສະນັ້ນເຮົາເຫັນວ່າ ພຣະສົງເຮົາໄຫວ້ ພຣະເຊົ້າ ໄຫວ້ພຣະເດິກ ໄຫວ້ພຣະແລງນັ້ນ ເປັນການອົບຮົມສະ ມະຖະກຳມັດຖານ, ການນັ່ງສະມາທິເຂົ້າຊານ ກໍເປັນວິປັດສະນາກຳມັດຖານ ພຣະສົງກໍມີໜ້າທີ່ ອົບຮົມສະມັດຖະ ແລະວິປັດສະນາ ເຊິ່ງຮຽກວ່າ ວິປັດສະນາທຸລະ ແລະວຽກຄັນຖະທຸລະ ກໍຄືການສຶກສາພັດທະນາ ແລະປົກຄອງຄະນະສົງ.
ໃນບົດສູດບັງສະກຸນຕາຍ ທີ່ຍົກຂຶ້ນມາ ເຊິ່ງມີບົດຕົ້ນວ່າ “ອະນິດຈາ ວະຕະສັງຂາຣາ” ນັ້ນມີຄຳວ່າ ສັງຂານ ແລະການລະງັບສັງຂານ, ທີ່ນີ້ເຮົາມາສຶກສາ ຄວາມໝາຍຂອງຄຳວ່າສັງຂານ ແລະການລະງັບສັງຂານ, ສັງຂານໝາຍເຖິງຫຍັງ ແລະການລະງັບສັງ ຂານຄືຫຍັງ ?
ສັງຂານນັ້ນ ຄື ຂັນທັງ ໕ ອັນໄດ້ແກ່ (ຮູບ-ເວທະນາ-ສັນຍາ-ສັງຂານ-ວິນຍານ), ເປັນສັງຂະຕະ ຫຼືສັງຂະຕະທັມ ໝາຍເຖິງສິ່ງທີ່ຖືກປັດໄຈປຸງແຕ່ ສິ່ງທີ່ເກີດຈາກເຫດປັດໄຈ ເປັນທັງຮູບທຳ, ນາມະທຳ, ສະພາບທີ່ປຸງແຕ່ງໃຫ້ດີຫຼືຊົ່ວ ກົງກັບສັງຂານຂັນ ໃນຂັນ ໕.
ສະພາບປຸງແຕ່ງຊີວິດ ຄືກາຍະສັງຂານ(ປຸງແຕ່ງທາງກາຍ ຫຼືລົມຫາຍໃຈເຂົ້າ-ອອກ) ວະຈີສັງຂານ (ປຸງແຕ່ງທາງວາຈາ ຄືວິຕົກ “ວິຈານ” ວິຈາຣະນະ) ຈິຕຕະສັງຂານ(ປຸງແຕ່ງທາງໃຈ ຄື ສັນຍາ ແລະເວທະນາ).
ສັງຂາລະທຸກ ທຸກເພາະເປັນສັງຂານ ຄື ເພາະເປັນສະພາບອັນຖືປັດໄຈປຸງແຕ່ງຂຶ້ນ ຈຶ່ງຕ້ອງຜັນແປໄປຕາມເຫດ-ປັດໄຈ ເປັນສະ ພາບອັນປັດໄຈບີບຄັ້ນ ຂັດແຍ້ງ ຄົງທົນຢູ່ບໍ່ໄດ້.
ສັງຂາລະໂລກ ໂລກຄືສັງຂານ ໄດ້ແກ່ຊຸມນຸມແຫ່ງສັງຂານທັງປວງ ອັນຕ້ອງເປັນໄປຕາມທຳມະດາ ຫຼືທຳມະຊາດຂອງເຫດ-ປັດໄຈ.
ການລະງັບສັງຂານ ຄື ການລະງັບ ຫຼືດັບຄວາມຄິດປຸງແຕ່ງເຫຼົ່ານີ້ສາໂດຍສິ້ນເຊິງ (ເຄື່ອງມືໃນການທີ່ຈະລະງັບສິ່ງເຫຼົ່ານັ້ນ ຄືວາງກັບປົງ) ປົງວາງໂດຍການໃຊ້ຫຼັກພິຈາລະນາວ່າ.
ສັບເພ ສັງຂາຣາ ອະນິດຈາ : ສິ່ງທັງຫຼາຍເປັນຂອງບໍ່ທ່ຽງ, ສັບເພ ສັງຂາຣາ ທຸກຂາ : ສິ່ງທັງຫຼາຍເປັນທຸກ, ສັບເພ ທັມມາ ອະ ນັດຕາ : ທຳທັງຫຼາຍ ບໍ່ແມ່ນຕົວຕົນ (ຫຼືໄຮ້ຕົວຕົນ), ອາຕະມາກໍປະ ພັນເປັນກອນ ເພື່ອອະທິບາຍເພີ່ມຕື່ມຕໍ່ພຣະປາລີ ທີ່ຍົກມານັ້ນ ດັ່ງນີ້ “ສັບພະສິ່ງໃນໂລກລ້ວນ ມີມາກອະນັນນັບ, ຫາກຮູ້ທັນປ່ອຍວາງ ຍ່ອມກະເສີມກະສັນແທ້, ຈິດກໍສຸຂີລົ້ນ ໃຈບານເບີຍເບີກ, ຄວາມທຸກຫາຍເຫດແຫ້ງ ຄວາມສຸກແຈ້ງຢູ່ກະເສີມ, ສັບພະສິ່ງຫຼາກລ້ວນ, ມວນມາກເກີດແລ້ວດັບ, ບໍ່ມີໃຜບັງຄັບທຸກອັນໃຫ້ຄົງໄດ້, ທຸກອັນມວນມີລົ້ນ “ອະນັດຕາ” ຫາຮູບ ບໍ່ມີແລ້ວ, ຄວາມຄົງຢູ່ທີ່ຢືດໝັ້ນ ກໍສູນສ້ຽງບໍ່ເຫຼືອ, ຄວາມຢືດໝັ້ນມາກລົ້ນ ໃຈກໍໝົ່ນບໍ່ກະເສີມ, ຄວາມທຸກວຽນວົນກັບ, ທັບປັນຍາໃຫ້ຕັນຕຶ້ງ, ໃຈກໍກາຍເປັນເສົ້າ ໃຈບໍ່ທັນທຽບເທົ່າ, ຄວາມທຸກຫຼາຍມັນກໍໍ່ກາຍເປັນເສົ້າ ຄວາມອຸກເອົ້າກໍເຂົ້າແທນ, ຍືດໝັ້ນລົດຄ່ອຍຄ້ອຍ ໜ້ອຍນິດຕາມຈັງຫວະ, ຄວາມທຸກຄາກໍຫຼຸດລົດ ເສື່ອມລົງປົງໄດ້, ຄວາມທາລຸນໃຈບໍ່ມາໄກ້ ປັນຍາໃສຮູ້ກະຈ່າງ, ການປ່ອຍວາງເພີ່ມຂຶ້ນເລື້ອຍ ຄວາມທຸກແທ້ກໍເຫືອດຫາຍ, ຄວາມທຸກໃນໂລກນີ້ ບໍ່ທຽມເທົ່າກັບທຸກໃຈ ດອກນາທຸກກາຍພໍພຽງຍາມ ອາດບັນ ເທົາລົງໄດ້, ທຸກທາງໃຈເໝືອນໄຟໄໝ້ສຸມຊວງໃນມັນດັບຍາກ, ການປ່ອຍວາງເທົ່ານັ້ນ ເປັນຢາແກ້ທຸກໃຈ, ຈົ່ງປ່ອຍວາງໃຫ້ໄດ້ ເຫັນຊ່ອງທາງສຸກມີ, ທານສີນພາວະນານຶກ ສ້າງກຸສົນເລີງເລື້ອຍ, ອະໄພທານນຳພ້ອມ ພົມວິຫານກໍໍ່ກຳເນີດ, ຈິດເມດຕາພ່ຳພ້ອມກຸສົນເພີ່ມເປັນຍອດຄົນ, ທັມປະຫານຄວາມທຸກນັ້ນ ຄືອະຣິຍະສັດທັງສີ່, ຄັນທຸກມີເກີດຂຶ້ນ ຈົ່ງຫາຕົ້ນເຫດແຫ່ງມັນ, ພ້ອມວິທີການດັບທຸກນັ້ນ ຈຶ່ງຊິເຫັນທາງສຸກແທ້, ມັກທັງແປດເປັນທຳແກ້ ໃຫ້ເຮົາຮູ້ປ່ອງເດີນ, ທາງແປດເສັ້ນບອກແຈ້ງເຫັນປ່ອງທາງທຽວ, ອະໂຫສິກຳທຳບຸນນຳ ໃຫ້ຄົບສາມສະເໝີດ້າມ, ການປ່ອຍວາງລົງໄວ້ ໂລກີຍະທຳເປັນທີ່ທ່ອງ, ໂລກຸດຕະຣະທຳເປັນບ່ອນມຸ້ງ ທາງສຸກແທ້ແມ່ນນິບພານ ທ່ານເອີຍ.
ພຣະເດດພຣະຄຸນຍາທ່ານໃຫຍ່ປະທານຂອງເຮົາ ໄດ້ຈາກພວກເຮົາໄປແລ້ວຢ່າງບໍ່ວັນຈະຫວນກັບ ຫຼາຍຄັ້ງທີ່ຍາທ່ານປະທານຈາກພວກຈາກເຮົາໄປ ເຮົາກໍຄິດຮອດເພີ່ນເປັນທຳມະດາ ແຕ່ເພິ່ນກໍກັບ ມາໃຫ້ເຮົາໄດ້ຂາບໄດ້ໄຫວ້, ແຕ່ອະນິດຈາ ເວລານີ້ຍາທ່ານປະ ທານໄດ້ຈາກພວກເຮົາໄປຕ່າງກັບການຈາກໄປໃນຫຼາຍຄັ້ງ ຄວາມຮູ້ ສຶກຂະນະນັ້ນ ຕ່າງກັບຂະນະນີ້ເພາະ ເພິ່ນຈາກພວກເຮົາໄປໂດຍບໍ່ມີວັນຈະຫວນກັບ, ເຖິງຢ່າງໃດກໍຕາມເຮົາຈົ່ງມາຮີີບເຮັ່ງທຳບຸນອຸທິດສົ່ງຜົນໄປຫາເພິ່ນ, ທາງໜຶ່ງກະແມ່ນມາສ້າງຄຸນງາມ ຄວາມດີ ໃຫ້ທານ ຮັກສາສິນ ສຶກສາທຳ ເພື່ອຕັ້ງຕົນຢູ່ໃນຄວາມບໍ່ປາໝາດ ຈຶ່ງຊື່ວ່າເປັນຄົນສະ ຫຼາດ ຮູ້ຈັກໃຊ້ຊີວິດຢ່າງຖືກຕ້ອງສອດຄ່ອງ ຕາມທຳ ນອງຄອງທຳ.
ທາງໜຶ່ງແມ່ນມາສຶກສາເອົາຄະຕິ ທີ່ເກີດຂຶ້ນໃນງານຊາປະນະປາກິດສົບ ເຊິ່ງມີຫຼາຍຢ່າງເປັນສິ່ງ ເຕືອນໃຈ, ຄວາມບໍ່ໍປາໝາດເປັນທາງທີ່ບໍ່ຕາຍ, ຄະຕິທັມກ່ຽວກັບງານສົບ ອາຕະມາກໍແຈກແຈງໄປຫຼາຍສົມຄວນແລ້ວ ບາດນີ້ເຮົາມາສຶກສາຊີວິດໂດຍຫຍໍ້ ຂອງພຣະເດດ ພຣະຄຸນຍາທ່ານ ທີ່ເຄົາລົບຮັກຂອງພວກເຮົາ ເພື່ອເປັນແວ່ນແຍງໃຫ້ເຮົາໄດ້ສຶກສາຕາມໄຕ່ນຳກັນ.
ເທົ່າທີ່ອາຕະມາຮູ້ຍາທ່ານປະທານ ຄືເພິ່ນເປັນນັກເທດສາທະຍາຍທຳ ນັກເທດປະຕິພານ ທີ່ເປັນຈັງຫວະຈະໂຄນ ຟັງແລ້ວບໍ່ເປີດໂດຍຫາຜູ້ໃດທຽບຍາກ, ທຳມະຂອງພຣະເດດພຣະຄຸນຍາທ່ານປະທານສາທະຍາຍ ເປັນທຳມະທີ່ເປັນເນື້ອແທ້ ສາມາດເຂົ້າເຖິງໄດ້ ແຕ່ເປັນໜ້າເສັຍດາຍບໍ່ມີໃຜບັນທຶກໄວ້ ຈຶ່ງບໍ່ມີຕົວຢ່າງໃຫ້ພວກເຮົາໄດ້ສຶກສາ, ສະໄໝທີ່ອາຕະມາຂຶ້ນມາວຽງຈັນໃໝ່ໆຫາກແມ່ນງານໃດ ທີ່ມີຍາທ່ານປະທານເທດ ກໍມັກຈະໄປຟັງສະເໝີ, ຈົນໄດ້ມາຢູ່ນຳເພິ່ນຕັ້ງແຕ່ ປີ ໑໙໙໐ ຈວບຈົນ ກໍໄດ້ໜີໄປຮຽນຈົນຮອດປີ ໒໐໐໐ ຈຶ່ງໄດ້ໄປຢູ່ກັບເພິ່ນອີກ ຮອດປີ ໒໐໐໑ ຈຶ່ງມາຢູ່ວັດວັດວຽງຈະເລີນ ທີ່ເພິ່ນແນະ ນຳ ຍາດໂຍມສ້າງໄວ້ ຍາດໂຍມຈຶ່ງໃສ່ຊື່ວ່າ “ວັດວິຈິຕທຳມາລາມ” ຄື ຊື່ທີ່ຍາມທ່ານປະທານປະທານໃຫ້ຊາວ ບ້ານວຽງຈະເລີນ, ຈາກວັນນັ້ນ ຈົນວັນສຸດທ້າຍຂອງຊີວິດເພີ່ນ ກໍໄດ້ຟັງເທດເພິ່ນສະເໝີ, ສະໄໝຢູ່ນຳເພິ່ນນັ້ນ ແມ່ນມັກຈະໄດ້ຟັງເທດເພິ່ນເວລາສູດມົນເດິກ ຈົນຮອດ ໖ ໂມງເຊົ້າ ຍາມກາງພັນສານີ້ແມ່ນທຸກວັນ, ຕອນນີ້ເຖິງບໍ່ໄດ້ຢູ່ນຳເພິ່ນແລ້ວ ກໍມັກຈະໄດ້ສົນທະນາທຳນຳເພິ່ນສະເໝີ ເວລາໄປຢ້ຽມ ຢາມເພິ່ນ, ຮູ້ມາວ່າສະໄໝເພິ່ນເປັນພຣະນ້ອຍນັ້ນ ປະຊາຊົນແມ່ນມັກຈະໄດ້ຮັບຄວາມນິຍົມ ໃນສຳນວນເທດຂອງເພິ່ນຫຼາຍໃນເມືອງໄທຍ໌ ທັງພາກກາງ, ພາກອີສານ ຈົນຮອດພາກໃຕ້ຂອງໄທຍ໌.
ຍາທ່ານເປັນນັກຕໍ່ສູ້ ໂດຍຄວາມເປັນທຳເພື່ອປະໂຫຍດສຸກຂອງປະຊາຊົນລາວ ດັ່ງຈະເຫັນປະວັດຂອງ ເພິ່ນເດີນທາງຈາກນະ ຄອນຈຳປາສັກ ສູ່ບາງກອກ ດ້ວຍຕົວຄົນດຽວ ແລະສູ້ຊົນສຶກສາດ້ວຍຕົນເອງ ຈົນຈົບການສຶກສາໃນຕ່າງປະເທດ, ນອກຈາກນັ້ນກໍຮ່ວມຕໍ່ສູ້ດ້ວຍທຳມະ ເອົາທຳມະເປັນອາວຸດ ເພື່ອຕໍ່ສູ້ກັບສິ່ງທີ່ເປັນອະທຳ, ຕໍ່ສູ້ຜ່ານຜ່າຄວາມຫຍຸ້ງຍາກ ດັ່ງທີ່ອາຕະມາເຄີຍເຫັນຕອນຍາທ່ານປະ ທານເປັນຄະນະປະຈຳສຸນກາງ ອພສ ແລະເປັນຜູ້ອຳນວຍການອຸດົມສົງ ເພິ່ນສູ້ຊົນຜ່ານຜ່າຄວາມທຸກຍາກໃນສະໄໝນັ້ນ ເພິ່ນຍັງຢູ່ວັດທາດຝຸ່ນ ການທຽວການຂອງເພິ່ນແມ່ນຍ່າງມາວັດທາດຫຼວງ ບາງທີກໍເຄີຍຍ່າງນຳເພິ່ນຫາກພົບເພິ່ນກາງທາງ, ເພິ່ນຈະບໍ່ຈົ່ມທຸກຈົ່ມຍາກຫຍັງເລີຍ, ຫາກຈະພັນລະນາກໍບໍ່ໝົດ ແຕ່ລະເວົ້າສະເພາະທີ່ອາຕະມາເຫັນ ການຕໍ່ສູ້ຄັ້ງສຸດທ້າຍຂອງເພິ່ນ ກໍຄືຕອນເພິ່ນເຂົ້າໂຮງໝໍຄັ້ງ ທຳອິດນອນບໍ່ຮູ້ສຶກໂຕ ຢູ່ໂຮງໝໍໃສ່ອົກຊີຕັ້ງ ໒ ເດືອນປາຍ ໃນທີ່ສຸດກໍສູ້ກັບພຣະຍາມັດຈຸລາດ ແລະແລ້ວເພິ່ນກໍຄືນມາໄດ້ເກືອບປີ ແລ້ວຈຶ່ງມາຈາກພວກເຮົາໄປໃນຄັ້ງນີ້, ອີກສິ່ງໜຶ່ງທີ່ຢັ້ງຢືນເຖິງຄວາມເປັນນັກສູ້ຂອງຍາທ່ານຄື: ຕອນທີ່ອາຕະມາລາເພິ່ນໄປຮຽນຕ່າງປະ ເທດນັ້ນ ເພິ່ນສັ່ງອາຕະມາວ່າ “ຫາກຮຽນຍັງບໍ່ທັນຈົບ ຢ່າກັບບ້ານໃຫ້ເພິ່ນຫຍາມ ອາຈານເຮັດມາແລ້ວ ສຳເລັດມາແລ້ວ” ອັນນີ້ອາ ຕະມາກໍເຮັດຕາເພິ່ນ ໄປຮຽນຢູ່ຕ່າງປະເທດໄດ້ສອງປີກະບໍ່ກັບບ້ານ ຈົນຮູ້ວ່າຕົນຮຽນໄດ້ເປັນປົກກະຕິແລ້ວຈຶ່ງກັບບ້ານ ແລະມາຢາມ ເພິ່ນ”.
ຍາທ່ານເປັນນັກປົກຄອງ ໃນຕົວຍາທານປະທານເຕັມໄປດ້ວຍທຳຂອງນັກປົກຄອງ ເຊັ່ນມີຄວາມເມດຕາດ ມີກະຣຸນາ ແລະມີມຸທິຕາ ແລະອຸເປກຂາ ເທົ່າທີ່ເຫັນຍາທ່ານຮັກໝົດທຸກໆຄົນ ສະໄໝທີ່ເປັນເລຂາເພິ່ນ ຄົນທີ່ມາຫາເພິ່ນນັ້ນ ບໍ່ວ່າຈະເປັນຄົນທຸກ, ຄົນຮັ່ງ, ຂ້າລັດຖະການ ເຈົ້ານາຍຊັ້ນສູງ ຍາທ່ານປະທານໃຫ້ການຕ້ອນຮັບໝົດທຸກຄົນ ໂດຍສະເໝີພາບກັນ, ຫາກຄົນໃດຕ້ອງການຄວາມຊ່ວຍ ເຫຼືອກໍຊ່ວຍເຫຼືອໄປໂລດ ໂດຍບໍ່ມີຂໍ້ອ້າງ, ມີຄວາມກາຣຸນາ ຍາທ່ານຄິດອິດູສົງສານທຸກໆຄົນ, ມຸທິຕາ ຍາທ່ານເປັນຄົນທີ່ໃຫ້ກຽດໃຫ້ຄວາມເຄົາໝົດທຸກຄົນ ຄິດຢາກໃຫ້ຄົນອື່ນເປັນສຸກ ອຸເປກຂານີ້ ເທົ່າທີ່ຮູ້ເຫັນນຳກັນ ຍາທ່ານທຳຕົວເປັນ ກາງສະເໝີຕົ້ນສະເໝີປາຍ ແລະບໍ່ເຄີຍເຫັນເພິ່ນໃຫ້ທັດສະນະ ທີ່ຜິດໃຈຄົນອື່ນເລີຍ ແມ່ນແຕ່ຄັ້ງດຽວ ຄວາມເວົ້າຂອງຍາທ່ານທີ່ຍິນ ແລະຈື່ບໍ່ລືມທີ່ເພິ່ນເວົ້າກັບອາຕະມາຄື “ໃຜຈະເຮັດ ໃຫ້ເຮົາເຈັບດ້ວຍການເວົ້າການກະທຳ ກໍເກັບໄວ້ໃນໃຈ ແຕ່ເຮົາຢ່າເຮັດໃຫ້ເຂົາເຈັບ” ນີ້ຄືອາຈານທຳມາຕະຫຼອດ, ໃນນັ້ນຈະເຫັນວ່າຍາທ່ານເປັນນັກປະຊາທິປະໄຕໂດຍ ແທ້ຈິງຄືທຳຕົວເປັນ ກາງບໍ່ອ່ຽງຊ້າຍອ່ຽງຂວາ ຖືກເປັນຖືກຜິດເປັນຜິດ ແຕ່ຫາກເມື່ອສິ່ງໃດທີ່ມະຫາຊົນຕ້ອງການ ແລະສ່ວນຫຼາຍເຫັນວ່າຖືກ ຂັດໃຈແນ່ກໍໂອນອຽງໄປຕາມ, ຊິວິດ ແລະຈະລີຍະວັດ ຈະລິຍະທຳ ຂອງຍາທ່ານພວກເຮົາໃຜໆ ກໍເຫັນນຳກັນຢູ່ແລ້ວ ຈະພັນລະນາໄວ້ແຕ່ພຽງເທົ່ານັ້ນ, ບັດນີ້ເຮົາມາສຶກສາງານເລື່ອງການ ເຮັດງານສົບນອກຈາກໄດ້ທຳມະດັ່ງທີ່ກ່າວມາແລ້ວໃນເບື້ອງຕົ້ນນັ້ນ ເຮົາຈະໄດ້ຫຍັງອີກ ໃນການເຮັດບຸນງານສົບນີ້.
ບາງທ່ານອາດເຂົ້າໃຈວ່າ “ໄປງັນສົບຈະໄດ້ຫຼິ້ນໄພ້, ບາງທ່ານອາດເຂົ້າໃຈວ່າໄປງານສົບຈະໄດ້ຮູ້ອາຍຸຜູ້ຕາຍ ເພື່ອໄປຕີເປັນເລກ, ບາງທ່ານອາດເຂົ້າ ໃຈວ່າໄປງານສົບ ຈະໄດ້ໄປຍາດເອົາກັນລະພຶກ ເພື່ອເບິ່ງເລກທ້າຍສາມໂຕ ເຫຼົ່ານີ້ເປັນຕົ້ນ, ແຕ່ຫຼາຍທ່ານກໍມີຄະຕິໃຈໃຈວ່າ ການໄປງານສົບແມ່ນເພື່ອໄປແບ່ງເບົາຄວາມທຸກ ຄວາມໂສກ ເສົ້າຂອງຍາດພີ່ນ້ອງຜູ້ຕາຍ, ບາງທ່ານກໍຕັ້ງໃຈວ່າ ຈະສວຍໂອກາດທຳບຸນ, ບາງທ່ານກໍວ່າໄປເພື່ອໃຫ້ເກີດຄວາມສັງເວດ ສະຫຼົດໃຈ ເຕືອນສະຕິເພື່ອບໍ່ໃຫ້ເກີດຄວາມປາໝາດມົວເມົາຫຼົງໃນຊິວິດ ເມື່ອສະຫຼຸບແລ້ວ ກໍມີຄວາມເຫັນມີຄວາມເຂົ້າໃຈໄປຕ່າງໆນາ ກໍກົງກັບທຳມະພາສິດວ່າ “ນານາຈິຕຕັງມະນາພາໂວ” ກໍຄືຕ່າງຄົນຕ່າງຈິດຕ່າງໃຈ ຫ້າມກັນບໍ່ໄດ້”.
ແຕ່ສິ່ງທີ່ຢາກຈະໃຫ້ເຂົ້າໃຈ ແລະມີຄວາມເຫັນເປັນອັນດຽວກັນກໍຄື ການໄປງານສົບ ເຮົາຈະໄດ້ຫຍັງຈາກງານສົບນັ້ນ ເຊິ່ງມີສິ່ງທີ່ຄວນພິຈາລະນາຢູ່ ໔ ຢ່າງ ດັ່ງນີ້.
໑. ໄປງານສົບ ເພື່ອໃຫ້ພົບສັດຈະທຳ.
໒. ໄປງານສົບນຳນ້ຳໃຈມາສະແດງ ໃຫ້ແກ່ຜູ້ຕາຍແລະຍາດພີ່ນ້ອງ.
໓. ໄປງານສົບ ໄປສວຍໂອກາດທຳບຸນ ເພີ່ມຄວາມດີໃຫ້ແກ່ຊີວິດຕົນ.
໔. ໄງານສົບໄປຊ່ວຍກັນຮັກສາພັດທະນາຈາຮີດອັນດີງານຂອງຊາດ ຂອງພຸດທະສາສະໜາໄວ້.
ຂໍ້ທີ່ວ່າ ໄປງານສົບ ເພື່ອໃຫ້ພົບສັດຈະທຳນັ້ນ ໝາຍຄວາມວ່າ ປົກກະຕິເຮົາບໍ່ໄດ້ນຶກເຖິງ ຄວາມຕາຍເທົ່າໃດ ເພາະມີສິ່ງອື່ນມາເຮັດໃຫ້ເຮົາຕ້ອງຄິດຫຼາຍກວ່າ ມົວສົນລະວົນຢູ່ກັບການທຳມາຫາກິນ ລ້ຽງປາກລ້ຽງທ້ອງ ລ້ຽງລູກລ້ຽງຫຼານ ທຳໜ້າທີ່ການງານ ເພື່ອປະດັບກຽດ ສັກສີ ຍົດຖາບັນດາສັກ ຮຽກວ່າໃຊ້ເວລາສ່ວນໃຫຍ່ເພື່ອກິນ, ກາມ, ກຽດ.ເມື່ອມີງານສົບ ເຮົາກໍຈະໄດ້ພົບວ່າ ໂອ….ຄວາມຕາຍນັ້ນມີຈິງ ເມື່ອເຮົາຮູ້ສິ່ງນີ້ ອາດບັນເທົາຄວາມຢືດໝັ້ນຖືໝັ້ນລົງໄດ້, ເມື່ອຄວາມຕາຍມາມາເຖິງ ມີຍົດກໍຕ້ອງຖິ້ມຍົດ, ມີກຽດຕ້ອງຖິ້ມກຽດ, ມີຊັບສົບບັດພັດສະຖານ ມີລູກ ຜົວ ເມັຍ ກໍບໍ່ສາມາດທີ່ເປັນເຈົ້າຂອງຢຶດຄອງເປັນຂອງຕົນໄດ້ ແລະອື່ນໆ.
ຂໍ້ທີ່ວ່າ ນຳນ້ຳໃຈມາສະແດງ ໃຫ້ແກ່ຜູ້ຕາຍ ແລະຍາດພີ່ນ້ອງ, ໝາຍເຖິງວ່າ ເຮົາຄວນຈະສະແດງນຳ້ໃຈໃຫ້ກັນແລະກັນ ທ່ານກ່າວວ່າ ການສະແດງນ້ຳໃຈໃຫ້ກັນ ແລະກັນມີ ໔ ສະຖານ ຄື.
໑. ຍາມທຸກຈົນ, ໒. ຍາມຈາກພາກໄປໄກ, ໓, ຍາມເຈັບໄຂໄດ້ພະຍາດ, ແລະ ໔. ແລະຍາມຕາຍ, ສະຖານທັງສີ່ທີ່ເກີດຂຶ້ນແລ້ວ ຄົນເຮົາຄວນສະແດງນ້ຳໃຈ ໃຫ້ກັນ ແລະກັນໃຫ້ຫຼາຍໆ.
ຂໍ້ທີ່ວ່າສວຍໂອກາດທຳບຸນ ເພີ່ມຄວາມດີໃຫ້ແກ່ຊີວິດຕົນ, ໝາຍເຖິງວ່າ ການທຳບຸນອຸທິດສົ່ງຜົນຫາຜູ້ຕາຍນັ້ນມີການໃຫ້ທານ, ການຮັກສາສີນ ແລະການຟັງທຳ ຈະເລີນພາວະນາ, ການທີ່ເຮົາທຳເພື່ອຜູ້ຕາຍກໍຈິງ ແຕ່ຜົນທີ່ໄດ້ເຕັມສ່ວນບໍລະບວນກໍແມ່ນເຮົາ ເປັນຜູ້ທຳເອງເຮັດເອງ, ເຮົາມາງານສົບ ກໍມາເຮັດບຸນເຮົາໄດ້ສະຫຼະຊັບທຳທານ, ໄດ້ສະຫງົບກາຍ ວາຈາ ແລະໄດ້ຟັງທັມ ຊື່ວ່າການເຮັດບຸນເພື່ອເຮົາເອງດ້ວຍ.
ຂໍ້ທີ່ວ່າ ການຮັກສາພັດທະນາ ຈາຮີດອັນດີງານຂອງຊາດ ຂອງພຸດທະສາສນາໄວ້, ຂໍ້ນີ້ເຮົາຈະເຫັນໄດ້ຈະແຈ້ງວ່າງານຊານະປະກິດສົບຂອງໃຜໆກໍຕາມ ຈະເປັນຄົນຮັ່ງມີເປັນດີ ທຸກຈົນທົນແຄ້ນ ຫຼືເຈົ້າຄົນນາຍຄົນ ກໍຕ້ອງໄດ້ເຮັດງານສົບແບບດຽວກັນໝົດ ຊາວລາວເປັນຊາວພຸດ ກໍໄດ້ທຳແບບພຸດທະສາສະໜາ ແລະມີພຣະສົງນຳໜ້າທັງນັ້ນ, ນອກຈາກນັ້ນ ຍັງມີພິທີກຳອື່ນໆອີກທີ່ເກີດຂຶ້ນໃນງານສົບ ທີ່ເປັນວັດທະທຳ ປະເພນີທາງວັດຖຸ ປະເພນີວັດທະນະທຳທາງຈິດໃຈ ກໍມີຫຼາຍຢ່າງ ບໍ່ວ່າຊິເປັນການເຄົາລົບ ນອບນ້ອມ ຊ່ວຍເຫຼືອເກື້ອກູນ ການມີເມດຕາ ກາລຸນາ ແລະຫວັງໃຫ້ຄົນອື່ນພົ້ນທຸກ ແລະອື່ນໆ.
ໃນທີ່ສຸດແຫ່ງພຣະສັດທຳມະເທດສະໜານີ້ ຂໍອ່ວຍພອນ ໃຫ້ ເຈົ້າພາບສັດທາ ຈົ່ງປະສົບພົບພໍ້ແຕ່ຄວາມສຸກ ຄວາມຈະເລີນ ມີອາຍຸ ວັນນະ ສຸຂະ ພະລະ ທຸກທີພາລາຕີການ ດັ່ງຮັບປະທານມາ ກໍສົມ ຄວນແກ່ການເວລາ ນິດຖີຕາ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜເກີດມາ ຍາກດີມີຈົນ ກໍ່ໜີບໍ່ພົ້ນຄວາມຕາຍ
ສັງຂານເປັນສີ່ບໍ່ທຽງ
ໂອຍ ນັບມື້ແຮງເຖົ້າເນາະ ຢາກມີເຄືອ່ງຍຸດເວລາ ຄືກະຕູນ ດຣ ສະລັມ ກັບ ອາລາເລ່ ເດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ເຂົ້າໃຈແລ້ວ ຂອບໃຈ

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອານິຈັງ ທຸກຂັງ ອານັດຕາ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອານິຈັງ ທຸກຂັງ ອານັດຕາ


ສາທຸໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ