ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຊ່ວຍຕອບຕູ່ແນ່ດ່ວນໆເລີຍ ... ຂໍຮ້ອງ

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>

໑ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ແບບສອບຖາມ
ຊື່:.....ເປ່ເລ້........ ອາຍຸ:...22....ປີ
1. ທ່ານເຊື່ອໃນພະເຈົ້າ ຫຼື ບໍ່?
ບໍ່ເຊື່ອ
2. ທ່ານຄິດວ່າ: ພະເຈົ້າເຄີຍຊ່ວຍເຫຼືອທ່ານບໍ່?
ບໍ່ຮູ້

3. ທ່ານຄິດວ່າ: ພະເຈົ້າມີຈິງ ຫຼື ບໍ່?
ບໍ່ມີ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ alexthemao ຂຽນວ່າ...
ທີ່ຈິງແລ້ວສາສະນາພຸດນິ ບໍ່ໄດ້ສອນໃຫ້ເຊື່ອໃນເລື່ອງພະເຈົ້າໄດ໋... ສາສະນາພຸດເປັນພຽງສາສະນາດຽວໃນໂລກທີ່ສອນໃຫ້ເຮົາຮູ້ວ່າທຸກສິ່ງທີ່ເກີດມານັ້ນແມ່ນຍ່ອມເກີດຂຶ້ນເອງຕາມທໍາມະຊາດ ບໍ່ມີໃຜຈະມາເປັນຜູ້ບັນດານການເປັນໄປຂອງໂລກເຮົາ.. ກະເວົ້າງ່າຍໆເລີຍວ່າ: ຕົນເອງເປັນພະເຈົ້າຂອງຕົນເອງ... ທຸກຢ່າງຂຶ້ນກັບເຮົາເອງ... ສະນັ້ນ ຕອບວ່າ ບໍ່ ໃນທຸກໆກໍລະນີ... ຊື່ ສຸກມະໂນ ອາຍຸ 18ປີ

ຖືກຕ້ອງທີ່ສຸດ

ຊົ່ວຢ່າງສ້າງສັນ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄົນບໍ່ເຊື່ອຫຼາຍເນາະ
ສາດສະຫນາພຸດ

ຮັກນ້ອງຕອນເມົາ

໑ ກະທູ້
໑໒໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ alexthemao ຂຽນວ່າ...
ພະພຸດທະເຈົ້າບໍ່ແມ່ນພະເຈົ້າໄດ໋... ເພິ່ນກໍເປັນພຽງມະນຸດຜູ້ໜຶ່ງຄືເຮົາ ແຕ່ເພິ່ນເປັນມະນຸດພຽງຜູ້ດຽວທີ່ສາມາດນິບພານໄດ້

ແມ່ນໆເວົ້າຖຶກຫລາຍ ຍົກໂປ້ໃຫ້ຄືຕອບເກ່ັງແທ້ລະ

໑໕ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຕູ່ ທັ້ງຫລາຍ ເຮົາຈະຕອບບໍ່ໃຫ້ ກະທົບທັ້ງສອງຝ່າຍເດີ
ທຳຄວາມເຂົ້າໃຈກ່ອນເດີ ຄຳວ່າພຮະເຈົ້ານັ້ນ ເປັນສາສດາຂອງສາສນາຄຮິດ ພຮະພຸດທເຈົັາເປັນສາສດາຂອງຊາວພຸດທ
ທີ່ນີ້ເພີນຢາກຮູ້ ແລະຖາມເລື່ອງພຮະເຈົັ້າ ນອ໋ກ
ພຮະເຈົັານີ້ຖ້າທຽບກັບສາສນາພຸດທ ກໍ່ຄືພຮະທັມ ມີຄວາມຫມາຍສີ່ຢ່າງຄື 1 ທຳມະຊາດ 2ກົດຂອງທຳມະຊາດ 3 ຫນ້າທີ່ຂອງກົດທຳມະຊາດ
4 ຜົນຂອງການປະຕິບັດຫນ້າທີ່ຂອງທຳມະຊາດ ເພາະສະນັ້ນ ທັ້ງຫມົດນີ້ຮ່ວມເປັນຄຳຫນື່ງຄື ອິທັປປັຈຈຍະຕາ
ຖ້າຖາມວ່າເຊືອບໍ່ນີ້ ບໍ່ອາດຕອບໄດ້ຕົງໆ
ແຕ່ຈະເວົັ້າທຽບໃນເລືອງຂອງປະເພດສາສນາ ໆ ໃນໂລກ ມີຢູ່ 3 ປຮະເພດ ຄື 1 ປະເພດສັດທາທິກະ ຄື ອາໃສຄວາມເຊື່ອ ແລ້ວເຂົາເຖີງເປົ້າຫມາຍ
2ປະເພດ ວິຣິຍາທິກະ ປະເພດອາໄສຄວາມພາກພຽນ ແລ້ວເຂົ້າເຖີງເປົ້າຫມາຍ 3 ປະເພດ ປັນຍາທິກະປະເພດອາໄສປັນຍາແລ້ວເຂົ້າເຖີງເປົ້າຫມາຍ

ແລະຄຳຕອບກ່ຽວກັບພຮະເຈົ້າຂອງຄຣິດເປັນຜູ້ສ້າງ ແລະຜູ້ທຳລາຍລ້າງ ແນ່ນອນເພາະວ່າກົດຂອງພຣະທັມ ຄືອິທັປປັຈຈຍະຕາ ຫມາຍເຖີງແລ້ວແຕ່ເຫດປັຈຈັຍ ຈະເກິດຂື້ນ ຈະຕັ້ງຢູ່ ແລະດັບໄປ

ພໍແລ້ວ ເວົ້າຫລາຍເມືອຍ ອິອອິອິອິອິອອິອິອິ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາຍຸ 22 ປີ
ເຊື່ອໃນຄຳສອນ ຂອງພຣະພຸທທະເຈົ້າ(ສີທັດຖະ)
ເຊື່ອກະເພາະວ່າ ອີພໍ່,ອີແມ່ພາກັນເຊື່ອມາແຕ່ຂ້ອຍບໍທັນເກີດ.
ພຣະພຸທທະເຈົ້າເຄີຍຊ່ວຍຂ້ອຍບໍ?
ພຣະພຸທະເຈົ້າບໍເຄີຍຊ່ວຍຂ້ອຍ,ແຕ່ຄຳສອນຂອງເພີ່ນຊ່ວຍຂ້ອຍໄດ້ ແຕ່ກ່ອນຂ້ອຍເຄີຍທຳຜິດ,ຄິດຜິດ ດ້ວຍກາຍ,ວາຈາ ແຕ່ດຽວນີ້ຂ້ອຍຫັນມາທັມະທັມໂມຂ້ອຍຮູ້ສຶກວ່າຊີວິດສົດຊື່ນຂຶ້ນ.

໔ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ພະເຈົ້້າ ກໍ່ຄືນັກປັດຊະຍາຄົນຫນຶ່ງ ທີ່ມີຄວາມຮູ້ໃນດ້ານພຸດທະສາສະຫນາ ສາມາດເອີ້ນວ່າວິທະຍາສາດຄົນຫນຶ່ງກໍໄດ້ທີ່ຊ່ວຍ ສັ່ງສອນປະຊາຊົນໃຫ້ຮູ້ດີ ຮູ້ຊົ່ວ
ທ່ານ ກໍ່ເກີດຢູ່ໂລກນີ້, ແຕ່ຈະເຊື່ອວ່າຈິດວິນຍານຂອງທ່ານ ຈະຊ່ວຍປົກປ້ອງ ຜູ້ຄົນບໍ່ ອັນນີ້ກໍ່ແມ່ນຄວາມເຊື່ອຂອງໃຜລາວ.

ຄິດຮອດສະເໝີ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື່: sp_ngieng ອາຍຸ: ເຂົ້າໄປເບິ່ງຢູ່ໂປຣໄຟລ໌ເດີ
1. ເຊື່ອ
ເພາະວ່າຂ້ອຍນັບຖືສາສະໜາພຸດ
2. ທ່ານຄິດວ່າ: ຊ່ວຍ
ຊ່ວຍໃຫ້ຈິດໃຈເຮົາສະຫງົບ ແລະ ສອນໃຫ້ເຮົາເປັນຄົນດີມີເມດຕາ
3. ທ່ານຄິດວ່າ: ມີ
ຍ້ອນວ່າພະພຸດທະເຈົ້າມິຈິງຂ້ອຍຶ່ງນັບຖືສາສະໜາພຸດ

໐ ກະທູ້
໙໙ ໂພສ
ຂາປະຈຳເວັບບອດ
ບໍ່ເຊື້ອຢ່າລົບລູ່ເພາະຕັ້ງແຕ່ເກີດມາຂ້ອຍກໍ່ເຫັນວັດມີພະສົງອົງພະເຈົ້າແລະເມື່ອຕາຍໄປກໍ່ມີພະສົງມາສູດສົງສະການ
ເລື່ອງແບບນີ້ຢ່າງໃຫ້ພວກທ່ານຊ່ວຍຄິດຯ

ເປັນຫັຍງຄົນເຮົາຈີ່ງບໍ່ມີເມືອງພໍມີເທົ່າໃດແລ້ວຍັງຍາກມີອີກ ທັງໆທີ່ຕາຍໄປກໍ່ບໍ່ສາມາດເອົາຫັຍງໄປໄດ້

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຊັ້ນຂໍຖາມຄືນແນ່ ຊິເຮັດແບບສອບຖາມໄປເພື່ອຫຍັງ

ເຊື່ອແຕ່ບໍ່ເຖິງຂັ້ນງົມງາຍ

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ຂ້ອຍຊື່ ຫນຸ່ມ ຂ້ອຍອາຍຸ 27 ປີ (ຍັງບໍ່ທັນມີແຟນ)
ເລື່ອງພະເຈົ້າ ຂ້ອຍບໍ່ເຊື່ອ .( ແຕ່ພຮະພຸທທະເຈົ້າຂ້ອຍເຊື່ອວ່າ ມີແທ້ ເພາະມີຫລັກຖານ ຄົບ
ທີ່ປະເທດອິນເດຍ ທັງບ່ອນ ເກີດ . ຕັດສະຮູ້ . ແລະປະຮິນິພພານ ມີຄົບຫມົດເລີຍ)
ສ່ວນຫລັກທັມມະຂອງເພິ່ນ ກະສອນໄວ້ລະອຽດ ມີທັງທານ ສິນ ພາວະນາ . ທີ່ພຮະໄຕຣປິດົກ
ສຳຫລັບສາສນາອື່ນພະເຈົ້າອື່ນຂ້ອຍບໍ່ເຊື່ອ ເພາະຫາຫລັກຖານບໍ່ໄດ້ ແລະຫລັກຄຳສອນກະເຊື່ອຖືບໍ່ໄດ້
ດັ່ງນັ້ນຈຶ່ງທຳໃຫ້ຂ້ອຍ ບໍ່ເຊື່ອພະເຈົ້າ ແລະພະເຈົ້າກະບໍ່ເຄີຍຊ່ວຍເຫລືອຂ້ອຍມາກ່ອນ
ແຕ່ສຳຫລັບພຮະພຸທທະເຈົ້າ ເພິ່ນຊ່ວຍໃຫ້ຂ້ອຍຮູ້ຈັກບຸນຄຸນພໍ່ແມ່ ຮູ້ຈັກເຂົ້າວັດເຂົ້າວາມາແຕ່ນ້ອຍ
ມີພຮະສົງໃຫ້ຂ້ອຍເຄົາລົບນັບຖື ມີພຮະທັມ ໃຫ້ຂ້ອຍຮຽນ ທຳໃຫ້ຂ້ອຍເປັນຄົນມີສະຕິ ບໍ່ມັກຫລົງລືມ
ແລະທຳຄວາມດີທຸກວັນ ເພື່ອຄົນທີ່ຂ້ອຍຮັກ ແລະເປັນພຸທທະສາສນິກກະຊົນທີ່ດີຕໍ່ໄປ

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ບໍ່ຮູ້ ນະ ບາງຄັ້ງເຮົາມີໂຊກ ແຕ່ ບາງຄັ້ງກໍ່ບໍ່ມີ ເຊື່ອແນ່ ບໍ່ ເຊື່ອ ແນ່ 50-50

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໕ ກະທູ້
໑໒໓ ໂພສ
ນັກການກະທູ້
ຄຳຕອບທຸກຢ່າງແມ່ນ "ບໍ່"

ໜຸ່ມຄົນນີ້ ມີດີທີ່ໜ້າຕາ ອິອິ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
1 ເຊື່ອໃນພະເຈົ້າ
+ ພະເຈົ້າເປັນຜູ້ແຕ່ງສາສໜາ, (ພະ) ແປວ່າຄວາມດີ ສາສໜາເປັນກົດເກນແຫ່ງຄວາມດີທີ່ຈາລຶກໄວ້ໄຫ້ຄົນລຸນຫຼັງຍຶດເປັນເກນປະຕິບັດ
2 ເຄຍຊ່ວຍ
+ຖ້າເຮົາເຮັດຄວາມດີແລ້ວ ຈະມີແຕ່ຄວາມສຳເລັດ ຄຳວ່າ(ດີ) ບໍ່ວ່າຈະແມ່ນຄົນຊັ້ນໃດກໍ່ລ້ວນແຕ່ມັກຄຳນີ້ ມັກສິ່ງດີດີ ການເຮັດຄວາມດີຍັງມີຄວາມໝາຍອະທິບາຍໄດ້ວ່າ ເຮັດໄຫ້ດີທີ່ສຸດເທົ່າທີ່ເຮົາຈະເຮັດໄດ້ ຖ້າເຮົາເຮັດໄຫ້ດີ ຄວາມດີກໍ່ຈະຕອບກັບມາຫາເຮົາເປັນຢ່າງດີ
ນີ້ຈັ່ງໝາຍຖຶງພະເຈົ້າຊ່ວຍເຮົາ
3 ພະເຈົ້າມີຈິງ
+ພະເຈົ້າປະລິນິພານ(ຕາຍ)ໄດ້2553ປີແລ້ວ ໃນລະຫວ່າງທີ່ເພີ່ນມີຊີວິດຢູ່ ເພີ່ນໄດ້ທຸ້ມເທເຫື່ອແຮງເພື່ອເດີນທາງໄປເຜີຍແພ່ສາສໜາອັນດີງາມຂອງເພິ່ນ ເປັນຕົ້ນໄດ້ແກ່ ກົດ5ຂໍ້ຫຼື ສິນ5 ອອກເຜີຍແພ່ ຈົນປັດຈຸບັນນີ້ ຄົນເຄິ່ງໂລກນັບຖືແລະປະຕິບັດກົດເກນສາສໜາຂອງເພີ່ນ ການທີ່ເພີ່ນເສຍຊີວິດໄປເປັນເວລາ 2553ປີ ເປັນທຳມະດາທີ່ຮ່າງກາຍ ກະດູກຈະສະຫຼາຍຫາຍໄປ ຄົນບາງຈຳນວນໜຶ່ງຈຶ່ງຄິດວ່າ ພະເຈົ້າບໍ່ມີຈິງ
.....ສ່ວນຕົວຂ້າພະເຈົ້າເສື່ອແສນເປີເຊັນວ່າ ((ພະເຈົ້າມີແທ້ ມີຂ້າພະເຈົ້າ ແມ່ນມີພະເຈົ້າ ເໝິດຂ້າພະເຈົ້າກໍ່ຍັງມີພະເຈົ້າຄືເກົ່າເພາະນີ້ແມ່ນຄວາມຈິງ))
ຄົນບໍ່ເຊື່ອພະເຈົ້າແມ່ນຄົນໜີຄວາມຈິງໜີຄວາມດີ ເພາະ(ພະ)ແມ່ນຄວາມດີເປັນຕົວແທນແຫ່ງຄວາມດີ ເຊິ່ງເປັນທຳມະດາທີ່ຄົນບໍ່ເຊື່ອຄວາມດີຈະເຮັດແຕ່ສິ່ງທີ່ບໍ່ດີ

ຂ້ອຍເອງກາເຊື່ອພຣະເຈົ້າ

you will when you believe

໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ພຮະພຸດທະເຈົ້າບໍ່ໃຫ້ເຊື່ອໃຜ ເຊື່ອໃນປັນຍາ ໃນຄວາມເປັນໄປຂອງອະນັດຕາ
ຊີວິດພໍ່ເເມ່ໃຫ້ມາເເທ້ໆ ຍັງບອກວ່າພຮະເຈົ້າສ້າງ
ຂຳຂຳ

໒ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ

ແບບສອບຖາມ
ຊື່:.................ນີນ................................................ ອາຍຸ:...19.....ປີ
1. ທ່ານເຊື່ອໃນພະເຈົ້າ ຫຼື ບໍ່? ..................ບໍ່ເຊື່ອ
+ ຖ້າເຊື່ອ ເຊື່ອຍ້ອນຫຍັງ? ________________________________________________________________________________________________________________________________
2. ທ່ານຄິດວ່າ: ພະເຈົ້າເຄີຍຊ່ວຍເຫຼືອທ່ານບໍ່? ........................... ບໍ່ເຄີຍ
________________________________________________________________
3. ທ່ານຄິດວ່າ: ພະເຈົ້າມີຈິງ ຫຼື ບໍ່? .............ບໍ່ຮູ້

໔ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ຂໍອອກຄຳເຫັນນຳໜ້ອຍໜຶ່ງ: ຂໍທຳຄວາມເຂົ້າໃຈກ່ອນວ່າ ພະພຸດທະເຈົ້າ ບໍ່ແມ່ນ ພະເຈົ້າ.
ພະພຸດທະເຈົ້າ ແມ່ນ ຜູ້ທີ່ມີປັນຍາຕັດສະຮູ້ດ້ວຍຕົວເອງ
ພະພຸດທະເຈົ້າ ບໍ່ແມ່ນ ນັກປັດຊະຍາ ເພາະວ່າ ຄຳສອນຂອງເພິ່ນບໍ່ແມ່ນຄຳເວົ້າ ລອຍໆ ແຕ່ຄຳສອນຂອງເພິ່ນ ຊັດເຈນ, ພິສູດໄດ້, ແຖມຍັງບອກວິທີພິສູດໃຫ້ອີກ
ພະພຸດທະເຈົ້າ ບໍ່ແມ່ນ ນັກວິທະຍາສາດ ເພາະວ່າ ຄຳສອນຂອງເພິ່ນບໍ່ເຄີຍປ່ຽນແປງຕາມການເວລາ ຄືກັບວິທະຍາສາດ
ພະພຸດທະເຈົ້າ ບໍ່ແມ່ນ ຄົນດຽວທີ່ໄປນິພານໄດ້ ເພາະ ຄົນທີ່ໄປນິພານ ໃນພຣະໄຕຼປິດົກເອິ້ນວ່າ ພຣະອໍຣະຫັນ ແລະ ສາວົກຂອງ ພະພຸດທະເຈົ້າ ກໍມີຫຼາຍຮ້ອຍຄົນທີ່ສຳເລັດເປັນ ພຣະອໍຣະຫັນ

ການຕຳນິຕິຕຽນຜູ້ອື່ນ ເຖິງເຂົາຈະຜິດຈິງ ກໍເປັນການລົບກວນຈິດໃຈຕົນເອງໃຫ້ຂຸ້ນໝອງໄປ*

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ s4i ຂຽນວ່າ...
ຂໍອອກຄຳເຫັນນຳໜ້ອຍໜຶ່ງ: ຂໍທຳຄວາມເຂົ້າໃຈກ່ອນວ່າ ພະພຸດທະເຈົ້າ ບໍ່ແມ່ນ ພະເຈົ້າ.
ພະພຸດທະເຈົ້າ ແມ່ນ ຜູ້ທີ່ມີປັນຍາຕັດສະຮູ້ດ້ວຍຕົວເອງ
ພະພຸດທະເຈົ້າ ບໍ່ແມ່ນ ນັກປັດຊະຍາ ເພາະວ່າ ຄຳສອນຂອງເພິ່ນບໍ່ແມ່ນຄຳເວົ້າ ລອຍໆ ແຕ່ຄຳສອນຂອງເພິ່ນ ຊັດເຈນ, ພິສູດໄດ້, ແຖມຍັງບອກວິທີພິສູດໃຫ້ອີກ
ພະພຸດທະເຈົ້າ ບໍ່ແມ່ນ ນັກວິທະຍາສາດ ເພາະວ່າ ຄຳສອນຂອງເພິ່ນບໍ່ເຄີຍປ່ຽນແປງຕາມການເວລາ ຄືກັບວິທະຍາສາດ
ພະພຸດທະເຈົ້າ ບໍ່ແມ່ນ ຄົນດຽວທີ່ໄປນິພານໄດ້ ເພາະ ຄົນທີ່ໄປນິພານ ໃນພຣະໄຕຼປິດົກເອິ້ນວ່າ ພຣະອໍຣະຫັນ ແລະ ສາວົກຂອງ ພະພຸດທະເຈົ້າ ກໍມີຫຼາຍຮ້ອຍຄົນທີ່ສຳເລັດເປັນ ພຣະອໍຣະຫັນ

ຖືກຕ້ອງ
1. ເຊື່ອ ໃນພະພຸດທະສາສາະໜາ
2. ມີ
3. ມີ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@s4i
ຂໍອອກຄຳເຫັນນຳໜ້ອຍໜຶ່ງ: ຂໍທຳຄວາມເຂົ້າໃຈກ່ອນວ່າ ພະພຸດທະເຈົ້າ ບໍ່ແມ່ນ ພະເຈົ້າ.
ພະພຸດທະເຈົ້າ ແມ່ນ ຜູ້ທີ່ມີປັນຍາຕັດສະຮູ້ດ້ວຍຕົວເອງ
ພະພຸດທະເຈົ້າ ບໍ່ແມ່ນ ນັກປັດຊະຍາ ເພາະວ່າ ຄຳສອນຂອງເພິ່ນບໍ່ແມ່ນຄຳເວົ້າ ລອຍໆ ແຕ່ຄຳສອນຂອງເພິ່ນ ຊັດເຈນ, ພິສູດໄດ້, ແຖມຍັງບອກວິທີພິສູດໃຫ້ອີກ
ພະພຸດທະເຈົ້າ ບໍ່ແມ່ນ ນັກວິທະຍາສາດ ເພາະວ່າ ຄຳສອນຂອງເພິ່ນບໍ່ເຄີຍປ່ຽນແປງຕາມການເວລາ ຄືກັບວິທະຍາສາດ
ພະພຸດທະເຈົ້າ ບໍ່ແມ່ນ ຄົນດຽວທີ່ໄປນິພານໄດ້ ເພາະ ຄົນທີ່ໄປນິພານ ໃນພຣະໄຕຼປິດົກເອິ້ນວ່າ ພຣະອໍຣະຫັນ ແລະ ສາວົກຂອງ ພະພຸດທະເຈົ້າ ກໍມີຫຼາຍຮ້ອຍຄົນທີ່ສຳເລັດເປັນ ພຣະອໍຣະຫັນ

ຄຫ ຂ້າງເທິງແມ່ນຖືກຕ້ອງທີ່ສຸດ
ຖ້າເວົ້າເຖິງ ພະເຈົ້າ ຕ້ອງແມ່ນສາດສາດສະໜາອື່ນແນ່ນອນ
ຢູ່ໃນປະເທດທີ່ນັບຖືາສາດສະໜາພຸດແມ່ນບໍ່ມີພະເຈົ້າ ມີແຕ່ ພະພຸດທະເຈົ້າ
ບໍ່ຄວນເໝົາລວມທຸກສາດສະໜາ ແລະ ຄຳຖາມນີ້ ບໍ່ຄວນເອົາມາຖາມທ່າມກາງ ພຸດທະສາສະນິກະຊົນ ເພາະມັນເປັນເລື່ອງບໍ່ເໝາະສົມ

໐ ກະທູ້
໑໑໓ ໂພສ
ນັກການກະທູ້
ເຂົ້າມາຈອບເບິ່ງຊື່ແນະ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊື່:libo ອາຍຸ:21ປີ
ທ່ານເຊື່ອໃນພະເຈົ້າ ຫຼື ບໍ່? ບໍ່ເຊື່ອ ແຕ່ສັດທາ
ທ່ານຄິດວ່າ: ພະເຈົ້າເຄີຍຊ່ວຍເຫຼືອທ່ານບໍ່? ບໍ່ເຄີຍ ແຕ່ແມ່ນຄວາມໄຝຝັນ
ທ່ານຄິດວ່າ: ພະເຈົ້າມີຈິງ ຫຼື ບໍ່? ບໍ່ມີ ແຕ່ແມ່ນຄົນກຳນົດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ເປັນຄວາມເຊື່ອສວ່ນບຸກຄົນ

★★★★★★★★

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊື່ອໃນພະເຈົ້າ

★★★★★★★★

໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
Do not believe anything by mere reports.
Do not believe anything by mere tradition.
Do not believe anything from mere hearsay.
Do not believe anything just because it accords with scriptures.
Do not believe anything by mere logic.
Do not believe anything by mere inferences.
Do not believe anything by merely considering the appearances.
Do not believe anything merely because it agrees with an approved theory.
Do not believe anything merely because it seems a probability.
Do not believe anything by thinking that “This is our teacher”.

ສັດທາ(ຄວາມເຊື່ອ)ຕ້ອງປະກອບໄປດ້ວຍປັນຍາ

໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ຄຳວ່າພຣະເຈົ້າໃນພາສາລາວແລະຄົນລາວສ່ວນຫລາຍກໍ່ຄືພຣະພຸດທະເຈົ້າ ແລະພຣະພຸດທະຮູບ ເຊັ່ນວ່າ ພຣະເຈົ້າອົງຕື້ ພຣະເຈົ້າອິນແປງເປັນຕົ້້ນ
ແຕ່ເຂົາຖາມທີ່ນີ້ຄືຊິແມ່ນພຣະເຈົ້າໃນສາດສະໜາອື່ນ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ alexthemao ຂຽນວ່າ...
ພະພຸດທະເຈົ້າບໍ່ແມ່ນພະເຈົ້າໄດ໋... ເພິ່ນກໍເປັນພຽງມະນຸດຜູ້ໜຶ່ງຄືເຮົາ ແຕ່ເພິ່ນເປັນມະນຸດພຽງຜູ້ດຽວທີ່ສາມາດນິບພານໄດ້

ແມ່ນແລ້ວ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ນັບຖືພະເຈົ້າແຕ່ເຊື່ອແລະຟັງຄວາມເຄົາຣົບພຣະພຸທທະເຈົ້າ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ແບບສອບຖາມ
ຊື່: ອໍ່ແກ້ນ ອາຍຸ: 23 + ປີ
1. ທ່ານເຊື່ອໃນພະພຸດທະເຈົ້າ ຫຼື ບໍ່? ເຊື່ອ
+ ຖ້າເຊື່ອ ເຊື່ອຍ້ອນຫຍັງ? ຍ້ອນຄຳສອນຂອງພະພຸດທະເຈົ້າ ມີແຕ່ແນວດີໆ ສອນໃຫ້ເຮັດຄວາມດີ ຢ່າງມີຄວາມສຸກ
2. ທ່ານຄິດວ່າ: ພະພຸດທະເຈົ້າເຄີຍຊ່ວຍເຫຼືອທ່ານບໍ່? ເຄີຍ
+ ຖ້າເຄີຍ ພະພຸດທະເຈົ້າເຈົ້າຊ່ວຍແບບໃດ? ພະພຸດທະເຈົ້າໄດ້ແຕ່ງຄຳສອນໂດຍການເຫັນແຈ້ງຮູ້ຈິງ ແລະເຜີຍແຜ່ມາໃຫ້ເຮົາຮູ້.​ເວົ້າງ່າຍໆ ຄຳສອນພະເຈົ້າຊ່ວຍເຮົາ ເປັນຄົນທີ່ໄຝ່ດີ ກ້າດີ.
3. ທ່ານຄິດວ່າ: ພະພຸດທະເຈົ້າມີຈິງ ຫຼື ບໍ່? ມີ
+ ຖ້າມີ ມີຍ້ອນຫຍັງ? ຍ້ອນ: ຄວາມເຊື່ອບໍ່ຕ້ອງມີເຫດຜົນ.

ເຮົາເຊື່ອໃນພຸດທະສາດສະໜາ. ພຸດທະສາດສະໜາ ແມ່ນ ສາດສະໜາທີ່ສອນຄົນເຮົາໃຫ້ເປັນຄົນດີ ໃນພາກປະຕິບັດ, ບໍ່ແມ່ນສາດສະໜາແຫ່ງການອ້ອນວອນ. ຕົນເປັນທີ່ເພິ່ງແຫ່ງຕົນ, ແລ້ວພະພຸດທະເຈົ້າຈະຊີ້ທາງມີຄວາມສຸກໃຫ້.

ເຫິນດີໆໆໆໆໆໆໆໆໆໆໆໆ ເວົ້າແນວມັນຖືກປານເອົາກຳປົັ້ນທຸບດິນ

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bigharry ຂຽນວ່າ...
ບໍ່ໄດ້ນັບຖືພະເຈົ້າແຕ່ເຊື່ອແລະຟັງຄວາມເຄົາຣົບພຣະພຸທທະເຈົ້າ

ຄືກັນເລີຍໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>