ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄົນໄຮ້ຄ່າ ກັບ ເຮັດຕົວໄຮ້ຄ່າ ຕ່າງກັນບໍ?.

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ນະທິຂະມາຍຸງ ລາພະເຕ ທະເນນະ
ຄົນບໍ່ໄດ້ອາຍຸຍືນເພາະຊັບ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ຖ້າທຳຕົວແຂ່ງກັບສັງຄົມ ຄວາມລົ້ມຈົມຈະຕາມມາ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ສະລາພັງ ນາຕິມັນເຍີຍຍະ
ບໍ່ຄວນດູຫມິ່ນຣາຍໄດ້ຂອງຕົນ


໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ fghrgrg ຂຽນວ່າ...
ປາຍອູໂມງຍັງມີແສງສະຫວ່າງສະເຫມີ ຄົນທີ່ບໍ່ຢຸດເດິນຍ່ອມໄປເຖິງແສງສະຫວ່າງນັ້ນ


ສັກວັນຕ້ອງໄປໃຫ້ເຖິງແສງສະຫວ່າງນັ້ນໃຫ້ໄດ້ (ຝັນຢາກເປ້ນຜູ້ກຳກັບຫນັງ ອິອິອິ)

ເຮົາໄປກັນບໍ່ໄດ້

໐ ກະທູ້
໑໓໐ ໂພສ
ນັກການກະທູ້
ສຸດຄຳປັນຍາຍ

ເປັນຄຳສອນທີ່ມີຄວາມໜາຍຫລາຍໆໆໆໆໆ

ກິນເພື່ອຢູ່ ສູ້ບໍຖອຍເລື່ອງຕີເລື່ອງຕ່ອຍຖອຍກ່ອນໝູ່

໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ຂອບໃຈທຸກຄຳເຫ້ນແລະ ຂອບໃຈທີ່ທຸຸກທ່ານໃຫ້ຄວາມສົນໃຈໃນທັມມະ ຫວັງວ່າທ່ານຄົງຈະນຳໄປປະຕິບັດໃນຊີວິດປະຈຳວັນ
ເພື່ອເປ້ນກຳລັງໃຈໃຫ້ກັບຊີວິດແລະໃຫ້ມີແຮງຕໍ່ສູ້ກັບອຸປະສັກທັ້ງປວງ
ຈະເຣິນພອນ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ສິ່ງທີ່ມີຄ່າຄືໄດ້ເກິດມາເປ້ນມະນຸດ
ສິ່ງທີ່ມີຄ່າສູງສຸດຄືເກິດມາພົບພຣະພຸທສາສນາທີ່ສອນຄົນໃຫ້ເປ້ນຄົນດີ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຄົນທີ່ຄິດວ່າຕົວເອງໄຮ້ຄ່າບໍ່ມີນ້ຳຢາ ຄືຄົນທີ່ປັນຍາອ່ອນ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ຕາມທີ່ຂ້ອຍຄິດ: ເກິດມາໄຮ້ຄ່າກັບເຮັດໂຕໄຮ້ຄ່າເທົ່າກັນ..
ພີສູດ(ທິດສະດິ-ຄິດເອົາເອງ):* ຄົນທີ່ຄິດວ່າຕົນເອງເກິດມາໄຮ້ຄ່າ=ຄົນທິ່ບໍ່ຮູ້ປ່ຽນເເປງຕົນເອງ=ຄົນຕາຍ=0
* ຄົນທີ່ເຮັດໂຕໄຮ້ຄ່າ+ຖ້າຕາຍ=ຄົນຕາຍ=0

ເກິດມາໄຮ້ຄ່າກັບເຮັດໂຕໄຮ້ຄ່າເທົ່າກັນ(﹠$#﹟) +( ˜﹖*&) =0
555


໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ່ານແລ້ວຈົນຄິດວ່າເອາໄປແຕ່ງເພັງໄດ້ເລີຍ
ແທງໃຈຫຼາຍເດີ້ ແຕ່ລະຄຳ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ຢຸດຄິດກໍຕໍ່ເມື່ອຕາຍ
ຢຸດຫາຍໃຈກໍຕໍ່ເມື່ອບໍ່ມີຊີວິດ
ຕອນນີ້ຍັງມີສິດ ຈົ່ງຢ່າຢຸດຄິດທີ່ຈະເຮັດຄວາມດີ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ຮົກຄົນດີກວ່າຮົກຫຍ້າ ແຕ່ຖ້າຮົກຄົນບ້າ ຮົກຫຍ້າດີກ່ວາຮົກຄົນ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ຢ່າເຮັດບາບເພາະເຫ້ນແກ່ຕົວ ຢ່າເຮັດຊົ່ວເພາະເຫ້ນແກ່ຄົນອື່ນ





໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄືກັນດອກ ຕິ!

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໑໑໓ ໂພສ
ນັກການກະທູ້
ເຂົ້າມາຈອບເບິ່ງຊື່ແນະ



໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ເອົາມາຝາກ


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

★★★★★★★★

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆ ແຮງສຶກສາແຮງໜ້າສົນໃຈ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ມື້ນີ້ມີຄ່າກວ່າມື້ອື່ນ ເລິ່ມເຮັດແຕ່ມື້ນີ້
ເພື່ອສິ່ງດີໆໃນມື້ອື່ນ ເພາະວັນອື້ນໆ ຕ້ອງອາໃສຄວາມດີໃນວັນ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ึຄຸນນະພາບຂອງວັດຖຸຮັບປະກັນສູງສຸດ10ປີ ຄຸນນະພາບຂອງຄວາມດີຮັບປະກັນທັ້ງຊາດນີ້ແລະຊາດຫນ້າ


໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ບໍ່ຄືກັນແຕ່ເປັນຄົນຄືກັນໃດເນາະ ຂອບໃຈສຳລັບຄະຕິເຕືອນໃຈດີໆ ຫຼວງພີ້


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຂະນ້ອຍຊາບຊື້ງ ຄຳສອນຂອງທຳມະທີ່ສຸດ
ສ້າງຕົນເອງໃຫ້ມີຄ່າ ແຕ່ຢ່າສ້າງປັນຫາໃຫ້ຄົນອືນເດີ ພີ່ນ້ອງ

ຢູ່ຫ່າງໆ ຢ່າງຫ່ວງໆ

໐ ກະທູ້
໑໐໓ ໂພສ
ນັກການກະທູ້
ຂ້ອຍຄິດວ່າຕ່າງກັນ ເພາະຄົນໄຮ້ຄ່າຕັ້ງແຕ່ເກີດມາກາບໍ່ມີໃຜເຫັນຄຸນຄ່າຢູ່ແລ້ວ ແຕ່ເຮົາຍັງສາມາດເຫັນໃຫ້ຄົນອື່່ນເຫັນຄຸນຄ່າຂອງໂຕເຮົາໄດ້ຫາກມີວ່າມີຄວາມອົດທົນ

ແຕ່ສຳລັບຄົນເຮັດໂຕໄຮ້ຄ່າ ຂ້ອຍຄິດວ່າ ຄົນຜູ້ນັ້ນຄືຊິມີຄວາມກົດດັນຫຼາຍ ເພາະວ່າຖ້າເຈົ້າເຮັດໂຕດີມາຕະຫຼອດແລ້ວມື້ໜຶ່ງເຈົ້າ ຫາກເຮັດໃຫ້ຄົນອື່ນໝົດຄວາມສັດທາໃນຕົວເຈົ້າ ຫັ້ນແຫຼະ ເຂົາເອີ້ວ່າເຮັດໂຕໄຮ້ຄ່າ ! ຈົບບໍລິບູນ !


໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫວັນໃນອົກ ນະຣົກໃນໃຈ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ຈົ່ງເດີນດ້ວຍຂາຂອງເຮົາ ຢ່າເອົາຂາຄົນອື່ນມາເດີນ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຜ່ານຊົ່ວ ຜ່ານດີ ໃນຊີວິດ
ເຮົາຜ່ານຖືກ ຜ່ານຜິດ ຄິດປ່ຽນຝັນ
ເຮົາຜ່ານຮ້ອນ ຜ່ານໜາວ ທຸກລະດູການ
ບໍ່ຕ່າງກັນ ຈັກນ້ອຍ ຊີວິດຄົນ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ຄົນທີ່ຄິດວ່າຕົນເອງໄຮ້ຄ້າ..ກໍ່ອາດຈະເປັນໄດ້ທັງຄົນທີ່ມີປັນຍາ ແລະ ມີປັນຍາໜ້ອຍ ແຕ່ປັນຍາອາດຈະເປັນປັນຍາທາງໂລກ ບໍ່ແມ່ນປັນຍາທາງທັມ..ເວົ້າອີກຢ່າງໜຶ່ງວ່າ ບໍ່ຮູ້ຕົວເອງເທົ່າ ທີ່ຄວນຈະເປັນ ເຂົາພຽງແຕ່ເຫັນຕົວເອງທຸກວັນແຕ່ບໍ່ຮູ້ຕົນເອງ.ທຸກຊີວິດລ້ວນມີຄ່າຖ້າຫັນມາໃສ່ໃຈສຸຂະພາບຈິດຂອງຕົນ..ການທີ່ເຮົາຍີ້ມໃສ່ໃຜຄົນໃດຄົນໜຶ່ງ ຖ້າບັງເອີນຄົນທີ່ເຮົາຍີ້ມໃສ່ເປັນຄົນທີ່ກຳລັງຜິດຫວັງຢູ່ ການທີ່ທ່ານຍີ້ມນັ້ນ ອາດເປັນຄືແສງສະຫວ່າງກໍ່ໄດ້..ໃຫ້ເຂົາໄດ້ຄີດຄວາມ ຄວາມທຸກເກີດກັບທຸກຄົນ ແລະຄວາມສຸກກໍ່ເກີດກັບທຸກຄົນ ແຕ່ວັນໜຶ່ງຄວາມທຸກຫຼືຄວາມສຸກຕ້ອງຈົບລົງ ບໍ່ໝັ້ນຄົງ ...ຈົບຂ່າວ...




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ຄົນທີ່ຄິດວ່າຕົນເອງໄຮ້ຄ່າ..ກໍ່ອາດຈະເປັນໄດ້ທັງຄົນທີ່ມີປັນຍາ ແລະ ມີປັນຍາໜ້ອຍ ແຕ່ປັນຍາອາດຈະເປັນປັນຍາທາງໂລກ ບໍ່ແມ່ນປັນຍາທາງທັມ..ເວົ້າອີກຢ່າງໜຶ່ງວ່າ ບໍ່ຮູ້ຕົວເອງເທົ່າ ທີ່ຄວນຈະເປັນ ເຂົາພຽງແຕ່ເຫັນຕົວເອງທຸກວັນແຕ່ບໍ່ຮູ້ຕົນເອງ.ທຸກຊີວິດລ້ວນມີຄ່າຖ້າຫັນມາໃສ່ໃຈສຸຂະພາບຈິດຂອງຕົນ..ການທີ່ເຮົາຍີ້ມໃສ່ໃຜຄົນໃດຄົນໜຶ່ງ ຖ້າບັງເອີນຄົນທີ່ເຮົາຍີ້ມໃສ່ເປັນຄົນທີ່ກຳລັງຜິດຫວັງຢູ່ ການທີ່ທ່ານຍີ້ມນັ້ນ ອາດເປັນຄືແສງສະຫວ່າງກໍ່ໄດ້..ໃຫ້ເຂົາໄດ້ຄີດຄວາມ ຄວາມທຸກເກີດກັບທຸກຄົນ ແລະຄວາມສຸກກໍ່ເກີດກັບທຸກຄົນ ແຕ່ວັນໜຶ່ງຄວາມທຸກຫຼືຄວາມສຸກຕ້ອງຈົບລົງ ບໍ່ໝັ້ນຄົງ ...ຈົບຂ່າວ...




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ສາທຸ ສາທຸ ສາທຸ ອະນຸໂມທາມິ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>