ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຮີດ 12 ຄອງ 14 ຮີດຍີ່ຄອງຈຽງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
“ຮີດ” ແລະ“ຄອງ” ມີຄວາມໝາຍໃກ້ຄຽງກັນ ແຕ່ບໍ່ແມ່ນອັນດຽວກັນ. ຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາເປັນເວລາດົນນານ, ສ່ວນຄຳວ່າ “ຄອງ” ໝາຍເຖິງກົດຫຼືແນວທາງທີ່ວາງໄວ້ເພື່ອປະຕິບັດຕາມ. ເມື່ອເຮົາເອົາ “ຮີດ” ແລະ “ຄອງ” ມາລວມເຂົ້າກັນ ຈະກາຍເປັນຄຳວ່າ “ຮີດຄອງ” ທີ່ມີຄວາມໝາຍວ່າ: “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ”.
“ຮີດສິບສອງຄອງສິບສີ່” ແມ່ນແນວທາງການປະພຶດປະຕິບັດ ທີ່ເຈົ້າຟ້າງຸ່ມມະຫາລາດ ໄດ້ກຳນົດຂຶ້ນ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງເອກະ ພາບ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ ງົມງວາຍ ໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດ ຄື ຮີດສິບສອງຄອງສິບສີ່ແທນ.
ຮີດສິບສອງ
ໃນແຕ່ລະເດືອນຂອງປີໜຶ່ງ ຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ ທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ:
1. ເດືອນຈຽງ (ເດືອນໜຶ່ງ) ບຸນນິມົນພະສົງເຂົ້າກຳ
2. ເດືອນຍີ່ (ເດືອນສອງ) ເຮັດບຸນລານເຂົ້າ ຫຼືບຸນຄຸນເຂົ້າ, ບາງທ້ອງຖິ່ນຍັງເອີ້ນວ່າ ບຸນກອງເຂົ້າກໍມີ.
3. ເດືອນສາມ ເຮັດບຸນເຂົ້າຈີ່
4. ເດືອນສີ່ ເຮັດບຸນພະເວດ
5. ເດືອນຫ້າ ເຮັດບຸນສົງພະ ຫຼືບຸນປີໃໝ່ລາວ
6. ເດືອນຫົກ ເຮັດບຸນບັ້ງໄຟ
7. ເດືອນເຈັດ ເຮັດບຸນບ້ານ ຫຼືບຸນລ້ຽງຜີມະເຫສັກຫຼັກເມືອງ
8. ເດືອນແປດ ບຸນເຂົ້າພັນສາ
9. ເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນ
10. ເດືອນສິບ ບຸນຫໍ່ເຂົ້າສະຫຼາກ
11. ເດືອນສິບເອັດ ບຸນອອກພັນສາ
12. ເດືອນສິບສອງ ບຸນທອດກະຖິນ

ຄອງສິບສີ່
ຄອງສິບສີ່ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ປະຊາຊົນລາວເຮົາ ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະໃນປັດຈຸບັນກໍຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ. ຄອງສິບສີ່ມີຄື:
1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ
2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ
3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ.
4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼືຈຶ່ງຄ່ອຍລົມນຳເພິ່ນ.
5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ.
6. ກ່ອນຈະເຂົ້ານອນໃຫ້ອາບນ້ຳ ຫຼືລ້າງຕີນເສຍກ່ອນ
7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ ຫຼືນິມົນພະສົງມາສູດມຸງຄຸນເຮືອນ.
8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້ ທູບທຽນ ໄປສົມມາຜົວຂອງຕົນ
9. ເມື່ອພະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ ຫຼືຊູນຖືກພະສົງສາມະເນນ, ຍາມປ່ອນບາດຢ່າໃສ່ໝວກ, ຢ່າເອົາຜ້າປົກຫົວ, ຢ່າໃສ່ເກີບ, ຢ່າອຸ້ມເດັກນ້ອຍ, ຢ່າຖືມີດຖືພ້າ ຫຼືຢ່າຖືອາວຸດໃດໆ.
10. ເມື່ອຮອດວັນສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ໃຫ້ພາກັນສົມມາກ້ອນເສົ້າ, ແມ່ຂັ້ນໄດ ແລະປະຕູເຮືອນ.(ປັດຈຸບັນ ຢູ່ຊົນນະບົດບາງບ່ອນຍັງປະຕິບັດຢູ່).
11. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນສາກ່ອນ.
12. ໃຫ້ພາກັນເຮັດຮົ້ວອ້ອມວັດແລະບ້ານເຮືອນຂອງຕົນໃຫ້ດີ.
13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກ ຢ່າຟ້າວກິນກ່ອນ ໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ ແລ້ວຈຶ່ງຄ່ອຍກິນ.(ຕົວຢ່າງ: ຍາມເຂົ້າໃໝ່ ກໍເອົາໄປບູຊາ ຫຼືໃສ່ບາດກ່ອນ, ແລ້ວຈຶ່ງຄ່ອຍກິນ).
14. ຢ່າພາກັນລັກໂລບຕາຊິງ, ຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າ ກ້າແຂງ ຕໍ່ກັນແລະກັນ.



໔໘ ກະທູ້
໑໕໘ ໂພສ
ນັກການກະທູ້


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫລາຍໆເດີທີ່ເອົາມາໃຫ້ຮູ້ນຳ


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

★★★★★★★★

໑ ກະທູ້
໒໗໖ ໂພສ
ນັກການກະທູ້
ອາຍຸໝັ້ນຂວັນຍືນ ເດີ້...


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫລາຍໆເດີທີ່ເອົາມາໃຫ້ຮູ້ນຳ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວະມາທັກ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຂອບໃຈຫລາຍໆເດີທີ່ເອົາມາໃຫ້ຮູ້ນຳ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ເຂົ້າມາອ່ານ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກໆ

ຮັກນ້ອງຕອນເມົາ

໐ ກະທູ້
໑໑໓ ໂພສ
ນັກການກະທູ້
ເຂົ້າມາຈອບເບິ່ງຊື່ແນະ



໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຄວາມຮູ້ດີ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄວາມຮູ້ໃໝ່ໆ ເພີ້ມເຕີມ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເປັນລ້ານເປັນແສນ


໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ສາທຸເປັນອະສົງໄຂ
ຖ້າຊອກຫາຜູ້ໃດ ເປັນຜູ້ວ່າງທຳອິດເລື່ອງ ຮີດ ຄອງອັນນີ້ຈະຍິ່ງສຸດຍອດ ຄົ້ນຫາອີກເດີ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແລ້ວກະຍ່າກັນລືນຄອງເດີ້ ໃຫ້ຂ້ອຍລືນຄົນດຽວກະພໍ 5555

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຂອບໃຈໆໆ ເອົາມາແຕ່ໃສນາ ເສັງສືກສາ ອຈ ມັກມາຖາມຕະຫລອດ

ມີ ຂື້ນ ແລະ ແຮມ 12 ຄ່ຳ ບໍ່ນາ ເອົາມາໃຫ້ແນ່

ຊອບໃຈລ່ວງຫນ້າເດີ້

♡ເເມ່ລູກອ໋ອນ♡



.

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ຂອບໃຈໆໆ ເອົາມາແຕ່ໃສນາ ເສັງສືກສາ ອຈ ມັກມາຖາມຕະຫລອດ

ມີ ຂື້ນ ແລະ ແຮມ 12 ຄ່ຳ ບໍ່ນາ ເອົາມາໃຫ້ແນ່

ຊອບໃຈລ່ວງຫນ້າເດີ້




໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ຂອບໃຈໆໆ ເອົາມາແຕ່ໃສນາ ເສັງສືກສາ ອຈ ມັກມາຖາມຕະຫລອດ

ມີ ຂື້ນ ແລະ ແຮມ 12 ຄ່ຳ ບໍ່ນາ ເອົາມາໃຫ້ແນ່

ຊອບໃຈລ່ວງຫນ້າເດີ້


ຄັນຢາກໄດ້ມື້ຂື້ນ ແລະ ແຮມ 12 ຄຳ ແມ່ນໃຫ້ຂຽນປະຕິທີນເອົາເອງ 555555+


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ຄືແມ່

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນພະບູລຸດເຮົາເກັ່ງໆໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນພະບູລຸດເຮົາເກັ່ງໆໆໆໆໆ ໄວຫນຸ່ມຈົ່ງຊ່ວຍກັນຮັກສາແລະປະຕິບັດຢູ່ສເຫມີ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຂະນົບທຳນຽມຂອງລາວເຮົາ



໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໃຫ້ເຈົ້າຂອງກະທູ້ຈະເລີນໃນທຳ ...................... ໄວລຸ້ນທຸກມື້ນີ້ຄວນສິຮຽນຮູ້ເອົາເດີ ຈຶ່ງຈະຮູ້ກະລະເທສະ ບໍ່ເຮັດຫຍັງໂລໆເລໆ ສົມເປັນຄົນລາວແນ່

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ ທີ່ ແບ່ງປັນ

ອ່ານ ຫລາຍ ເທື່ອ ແລ້ວ ບໍຈື່

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>