ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເຮັດແນວໃດຈຶ່ງເປັນບາບ ເຮັດແນວໃດຈຶ່ງໄດ້ບຸນ?

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
“ ກະຕັນຍູ ຊ່ວຍຊີວິດຈະເລີນ...”
ຂ້ອຍເອງກະບໍ່ຮູ້ດອກວ່າມັນເປັນແບບນີ້ແທ້ຫຼືບໍ່ ຈະເຊື່ອຫຼືບໍ່ກໍ່ແລ້ວແຕ່ສ່ວນຕົວຂອງໃຜມັນ
ລອງອ່ານກັນເບິ່ງເນາະອ້າຍນ້ອງພັນລາວເຮົາ
ຜູ້ໃດສ້າງສົມບຸນ-ບາບ ເມື່ອບວກລົບກັນແລ້ວ
… ບຸນມີຫຼາຍກວ່າບາບແຕ່ບໍ່ເຖິງ 3,000 ບຸນ ຈະໄດ້ໄປເກີດເປັນມະນຸດ
… ບຸນມີຫຼາຍກວ່າບາບຕັ້ງແຕ່ 3,000 ບຸນຂຶ້ນໄປ ຈະໄດ້ໄປເກີດເປັນເທບຊັ້ນລຸ່ມ
… ບຸນມີຫຼາຍກວ່າ 10,000 ບຸນຂຶ້ນໄປ ຈະໄດ້ໄປເກີດເປັນເທບຊັ້ນກາງ
… ຈຳນວນບຸນຫຼາຍກວ່າ 15,000 ບຸນຂຶ້ນໄປ ຈະໄດ້ໄປເກີດເປັນເທບ ຊັ້ນສູງ
… ຈຳນວນບຸນ 100,000 ບຸນຂຶ້ນໄປ ຈະໄດ້ໄປເກີດເປັນພະພຸດທະເຈົ້າ ໃນແດນສຸຂາວະດີສຸກສັນ.


… ບາບມີຫຼາຍກວ່າຈຳນວນບຸນໃຫ້ໄປເກີດເປັນສັດເດຍລະສານຕາມກຳແຫ່ງຕົນ.
… ສ່ວນຜູ້ສ້າງບາບໜັກ ຈະຕົກອະເວຈີຕະຫຼອດການ
[size=15pt]ໜ່ວຍບຸນ


ເບິ່ງແຍງພໍ່ແມ່ດ້ວຍຄວາມກະຕັນຍູຕະຫຼອດຊີວິດ 100,000 ບຸນ
ບຳເພັນທຳແບບຈິງຈັງ 10,000 ບຸນ
ບໍລິຈາກທີ່ດິນເພື່ອປະໂຫຍດສ່ວນລວມ 9,600 ບຸນ
ຊື່ສັດສຸດຈະຫຼິດ 5,000 ບຸນ
ສະຫຼະຊີບເພື່ອຊາດ 5,000 ບຸນ
ທຳລາຍຊ່ອງໂສເພນີ 1 ແຫ່ງ 1,000 ບຸນ
ມີຜົວເມຍດຽວຕະຫຼອດຊີວິດ 1,000 ບຸນ
ແມ່ຍິງໝ້າຍບໍ່ມີຄວາມມົວໝອງຕະຫຼອດຊີວິດ 1,000 ບຸນ
ອ້າຍນ້ອງຮັກແພງກັນບໍ່ຍາດແຍ່ງຜິດຖຽງກັນ 100 ບຸນ
ບໍ່ຍອມຄົບຊູ້(ເມື່ອມີໂອກາດ) 1 ເທື່ອ 100 ບຸນ
ຊັກຊວນຄົນໃຫ້ກິນເຈ 100 ບຸນ
ລະງັບຄະດີ 1 ເລື່ອງ 10 ບຸນ
ສະແດງລະຄອນແນວສ້າງສັນຄຸນນະທຳ 1 ເທື່ອ 10 ບຸນ
ອົດກັ້ນຕັນຫາລາຄະ 1 ເທື່ອ 10 ບຸນ
ຂຸດຮ່ອງລະບາຍນ້ຳ 1 ເທື່ອ 9 ບຸນ
ຊື່ສັດຕໍ່ໜ້າທີ່ບໍ່ຍອມຮັບເງິນໃຕ້ໂຕະ 1 ເທື່ອ 8 ບຸນ
ເສຍພາສີຄົບຖ້ວນ 1 ເທື່ອ 5 ບຸນ
ຮັບໃຊ້ພໍ່ແມ່ 1 ເທື່ອ 4 ບຸນ
ພິມແຈກໜັງສືທຳມະ 1 ເຫຼັ້ມ 3 ບຸນ
ຜູ້ນ້ອຍຮັບໃຊ້ຜູ່ໃຫຍ່ 1 ເທື່ອ 3 ບຸນ
ບໍລິຈາກຢາຮັກສາພະຍາດ 1 ເທື່ອ 3 ບຸນ
ເຮັດໜ້າທີ່ແມ່ບ້ານເບິ່ງແຍງບ້ານເຮືອນຮຽບຮ້ອຍ 1 ວັນ 3 ບຸນ
ບໍລິການໃຫ້ຄວາມສະດວກ 1 ເທື່ອ 1 ບຸນ
ຜົວ ແລະ ເມຍນັບຖືເຊິ່ງກັນ ແລະ ກັນ 1 ເທື່ອ 1 ບຸນ
ມີສັດຈະທຳຕາມສັນຍາ 1 ເທື່ອ 1 ບຸນ
ຖືກຄົນດູໝິ່ນແຕ່ບໍ່ຄຽດຊັງ 1 ເທື່ອ 1 ບຸນ
ປ່ອຍນົກ, ປ່ອຍປາ 1 ຊີວິດ 1 ບຸນ
ເກັບຊັບສິນໄດ້ແລ້ວສົ່ງຄືນເຈົ້າຂອງ 250 ກີບ(1 ບາດ) 1 ບຸນ
ເກັບເມັດພືດຕົກເຮ່ຍ 10 ເມັດ 1 ບຸນ
ຍົກຍ້ອງຄູອາຈານ 1 ເທື່ອ 1 ບຸນ
ຄູສອນຄຸນະທຳ(ເຮັດຄວາມດີ) 1 ເທື່ອ 1 ບຸນ
ການຕັດສິນລົງໂທດຢ່າງຍຸດຕິທຳ 1 ເທື່ອ 0.7 ບຸນ
ບໍລິຈາກເງິນແກ່ຄົນທຸກຍາກ 250 ກີບ 0.7 ບຸນ
ບໍລິຈາກຊ່ວຍງານສົບ 250 ກີບ 0.7 ບຸນ
ກິລິຍາວາຈາສຸພາບ 1 ເທື່ອ 0.5 ບຸນ
ເກັບກວດຂີ້ເຫຍື້ອຕາມຖະໜົນຫົນທາງ ຮ່ອງນ້ຳ 1 ເທື່ອ 0.4 ບຸນ
ຂາຍສິນຄ້າຄຸນນະພາບດີລາຄາຕ່ຳ 1 ເທື່ອ 0.3 ບຸນ

ໜ່ວຍບາບ

ເປັນລູກທໍລະພີ ອະກະຕັນຍູ ຕົກອະເວຈີຕະຫຼອດການ
ຂາຍຊາດ 50,000 ບາບ/ຕົກອະເວຈີຕະຫຼອດການ
ຕັດໄມ້ທຳລາຍປ່າ 30,000 ບາບ/ ຕົກເດຍລະສານພູມ
ຂ້າຊິງຊັບ 1 ເທື່ອ 25,000 ບາບ
ເນລະຄຸນຜູ້ມີບຸນຄຸນ 20,000 ບາບ
ໃຊ້ວິຊາອາຄົມທຳຮ້າຍຄົນອື່ນ 20,000 ບາບ
ຮັບສິນບົນ, ຂົ່ມເຫງຄົນອື່ນ 20,000 ບາບ
ເມຍຂົ່ມເຫງບໍ່ນັບຖືຜົວ 15,000 ບາບ
ຫຼົງເມຍນ້ອຍຂົ່ມເຫງເມຍຫຼວງ 15,000 ບາບ
ຂົ່ມຂື່ນແມ່ຍິງ 1 ເທື່ອ 15,000 ບາບ
ຜິດຖຽງກັບຄົນເຮືອນໃກ້ຄຽງ ຫຼື ເພື່ອນບ້ານ 10,000 ບາບ
ສ້າງຄວາມເສື່ອມເສຍໝອງມົວໃຫ້ຍິງແມ່ໝ້າຍ 1 ຄົນ 10,000 ບາບ
ສ້າງໜັງສືລາມົກ 1 ເຫຼັ້ມ 3,000 ບາບ
ຍາດສາມີຜູ້ອື່ນ 1 ຄົນ 1,000 ບາບ
ກໍ່ຄວາມວຸ່ນວາຍແກ່ບ້ານເມືອງ 1 ເທື່ອ 1,000 ບາບ
ເຮັດແທ້ງ 1 ເທື່ອ 1,000 ບາບ
ຂ້າໂຕຕາຍ 1,000 ບາບ
ຕັ້ງຊ່ອງໂສເພນີ 1 ແຫ່ງ 1,000 ບາບ
ປິດກັ້ນທາງສັນຈອນທາງນ້ຳ ຫຼື ບົກ 400 ບາບ
ອ້າຍນ້ອງກັນຄຽດຊັງກັນ 100 ບາບ
ຕຳນິສາດສະໜາອື່ນ 1 ເທື່ອ 100 ບາບ
ທ່ຽວຊ່ອງໂສເພນີ 1 ເທື່ອ 100 ບາບ
ຫຼິ້ນຊູ້ 1 ເທື່ອ 100 ບາບ
ສະແດງລະຄອນລາມົກພາໃຫ້ສິນທັມເສື່ອມເສຍ 1 ເທື່ອ 100 ບາບ
ຍຸຍົງໃຫ້ເກີດເລື່ອງບໍ່ດີ 1 ເລື່ອງ 100 ບາບ
ເວົ້າລາມົກ 1 ເທື່ອ 10 ບາບ
ຂັດຄຳສັ່ງພໍ່ແມ່ 1 ເທື່ອ 10 ບາບ
ບໍ່ຍອມເສຍພາສີ 1 ເທື່ອ 8 ບາບ
ເວົ້າເຍາະເຍີ້ຍຄົນຂີ້ລ້າຍມີປົມດ້ອຍ 1 ຄຳ 5 ບາບ
ຫຼິ້ນການພະນັນ 1 ເທື່ອ 5 ບາບ
ປອມສິນຄ້າ, ຂາຍຢາປອມ, ຢາເສື່ອມຄຸນ 1 ເທື່ອ 5 ບາບ
ສົ່ງເສີມຄົນເຮັດຊົ່ວ 1 ເທື່ອ 4 ບາບ
ຕັດສິນລົງໂທດແບບບໍ່ຍຸດຕິທຳ 1 ເທື່ອ 3 ບາບ
ຄຽດບໍ່ເຊົາ 1 ເທື່ອ 3 ບາບ
ເມຍຈົ່ມໃຫ້ຜົວ 1 ເທື່ອ 3 ບາບ
ຜົວເມຍຜິດຖຽງກັນ 1 ເທື່ອ 2 ບາບ
ຂີດຂຽນໃສ່ສະຖານທີ່ສາທາລະນະເປິເປື້ອນ 1 ເທື່ອ 1 ບາບ
ຖິ້ມເມັດພັນພືດ(ເຂົ້າ) 10 ເມັດ 1 ບາບ
ຫຼົບຫຼູ່ຄູອາຈານ 1 ເທື່ອ 1 ບາບ
ໜ້າດ້ານບໍ່ມີຢາງອາຍ 1 ເທື່ອ 1 ບາບ
ເກັບຊັບສິນໄດ້ບໍ່ຍອມສົ່ງຄືນເຈົ້າຂອງ 250 ກີບ 1 ບາບ
ຂ້າກຸ້ງ, ປາເປັນອາຫານ 10 ຊີວິດ 1 ບາບ
ເອົາເງິນໃຕ້ໂຕະ ຫຼື ສໍ້ໂກງມາ 250 ກີບ 1 ບາບ
ຄຽດຊັງໃຫ້ພໍ່ແມ່ 1 ເທື່ອ 1 ບາບ
ເສຍສັດຈະ, ຜິດນັດ, ເວົ້າຕົວະ 1 ເທື່ອ 1 ບາບ
ປາກບໍ່ດີມັກດ່າຄົນ ນິນທາຄົນ 1 ເທື່ອ 1 ບາບ
ບໍ່ເບິ່ງແຍງພໍ່ແມ່ 1 ວັນ 0.5 ບາບ
ລ່າຍິງສັດ 1 ຊີວິດ 0.6 ບາບ
ຄ້າງໜີ້ບໍ່ຊຳລະ 250 ກີບ(1 ບາດ) 0.6 ບາບ
ຖິ້ມຂີ້ເຫຍື້ອລົງຕາມຖະໜົນຫົນທາງຮ່ອງນ້ຳ 1 ເທື່ອ 0.4 ບາບ
[/size]

“ ບາບບຸນຫຼາຍ ຫຼື ໜ້ອຍທີ່ໄຮ້ຜົນບໍ່ມີ”

ອ່ານມາຮອດນີ້ກໍ່ເປັນອັນວ່າສິ້ນສຸດເນາະ ສະນັ້ນ ວວ ກະເລີຍຢາກຂໍຖາມວ່າ ໝູ່ເພື່ອນ ອ້າຍເອື້ອຍນ້ອງເຊື່ອຢູ່ບໍ ຫຼືວ່າບໍ່ເຊື່ອ ຫຼືວ່າ
ເຊື່ອເຄິ່ງບໍ່ເຊື່ອເຄິ່ງກໍ່ວ່າກັນໄປເນາະ

ຕອບໃຫ້ແນ່ເດີ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ຂອບໃຈທີ່ບອກ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໐ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ສາທຸ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ບອກ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໗ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈທີ່ບອກ
ມີສາລະຫລາຍ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາດໜ້າສິບໍ່ໄດ້ເກີດເປັນໂຕເງິນໂຕທອງຫວ໋ານິ..!!


໒ ກະທູ້
໒໐໕ ໂພສ
ນັກການກະທູ້


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳດີໄດ້ດີ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າດ້ານກະບາບຫວາ ນິ ຕາຍຂ້ອຍດ້ານຕະຫລອດເລີຍ ວະ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ໜ້າດ້ານກະບາບຫວາ ນິ ຕາຍຂ້ອຍດ້ານຕະຫລອດເລີຍ ວະ


ກະໜ້າຈະບາບຢູ່ໃດເພາະດ້ານໄປຍາດຂອງຜູ້ອື່ນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຍໆໆໆ ຂ້ອຍບາດນີ້ ບາບຫຼາຍອັນເຕີບ ອິອິ

ຮັກນ້ອງຕອນເມົາ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ໜ້າດ້ານກະບາບຫວາ ນິ ຕາຍຂ້ອຍດ້ານຕະຫລອດເລີຍ ວະ


ກະໜ້າຈະບາບຢູ່ໃດເພາະດ້ານໄປຍາດຂອງຜູ້ອື່ນ


ອ້າວ......ແມ່ນມາວ່າເຮົາໄປຍາດ ຂອງໃຜ ເຮົາໄດ້ແມ່ນນິໃສໄປ ຍາດຂອງຄົນອື່ນ ..ລະມັດລະວັງ ຄຳເວົ້າແດ່ເດີ້ ທ່ານ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍຂ້ານ້ອຍ = Yes, I am a little slave


໒ ກະທູ້
໒໐໕ ໂພສ
ນັກການກະທູ້
ຂອບໃຈທີ່ບອກ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ໜ້າດ້ານກະບາບຫວາ ນິ ຕາຍຂ້ອຍດ້ານຕະຫລອດເລີຍ ວະ


ກະໜ້າຈະບາບຢູ່ໃດເພາະດ້ານໄປຍາດຂອງຜູ້ອື່ນ


ອ້າວ......ແມ່ນມາວ່າເຮົາໄປຍາດ ຂອງໃຜ ເຮົາໄດ້ແມ່ນນິໃສໄປ ຍາດຂອງຄົນອື່ນ ..ລະມັດລະວັງ ຄຳເວົ້າແດ່ເດີ້ ທ່ານ



ໂອ້! ຂໍໂທດຫຼາຍໆທີ່ເຮັດໃຫ້ເຂົ້າໃຈຜິດ ອະໄພໃຫ້ກັນແນ່ເດີ້
ຂ້ອຍບໍ່ໄດ້ໝາຍຄວາມວ່າເຈົ້າຍາດຂອງຜູ້ອື່ນ
ຂ້ອຍໝາຍເຖິງວ່າ (ເວົ້າທົ່ວໄປ) ຖ້າເຮົາເຮັດໜ້າດ້ານແບບວ່າໄປຍາດຂອງຄົນອື່ນຫັ້ນນະມັນກໍ່ຄືຊິບາບຕາມທີ່ເພິ່ນວ່າຫັ້ນນະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ການເຮັດສິ່ງໃດກໍ່ຕາມທີ່ນຳມາເຊິ່ງຄວາມສະບາຍກາຍ ສະບາຍໃຈ ທັ້ງເຮົາ ແລະຄົນອື່ນອັນນັ້ນເປັນບຸນ ເມື່ອເຮັດແລ້ວບໍ່ສະບາຍກາຍ ໃຈ ອັນນັ້ນເປັນບາບ
ບາບບູນນັ້ນຂື້ນຢູ່ກັບເຈດຕະນາ(ຄວາມຕັ້ງໃຈ) ເປັນພໍ່ອອກແມ່ອອກຄືເຮົານີ້ ຮັກສາສິນຫ້າໃຫ້ຄົບກໍ່ເປັນບຸນມະຫາສານແລ້ວ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວ່ມາຈອບເບີ່ງ55555555

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໐ ກະທູ້
໑໑໓ ໂພສ
ນັກການກະທູ້
ເຂົ້າມາຈອບເບິ່ງຊື່ແນະ



໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ບອກ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ.....................ແຕ່ບາບລ້ວນໆ ເປັນຕານ່າຍເນາະ!?

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍຫຼາຍເດີ


໐ ກະທູ້
໑໗໔ ໂພສ
ນັກການກະທູ້
ນະລົກມີຈິງ


໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
thx t brk


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ເອົາ! ລູງແມດມາພໍ້ດອກບົວແບ້ ອີກແລ້ວ, ຍັງບໍ່ກັບໄປຕອບຄຳກອນ ຕ້ອງກັບຄືນໄປໃຊ້ໜີ້ ພໍ່ຕູ້ຄືນເນີ,
ຕ້ອນລູງອ້າຽຈະເວົ້າເຣື້ອງບາບເຮືອງພອນ,ບໍເວົ້າເຮື້ອງບຸນ ລູງຂໍອານຸບາດໂປດສັດໂລກສະລາດອີກກ່ອນ
ເໝືອນ ດອກບົວແບ້ ນອນແ່ຊໃນຕົມນັ້ນລະນາ.
ຄຳວ່າ"ບາບ" ກໍ່ຄື "ຄວາມຕາຽ" ຕິດຕົວມາທາງສາຽເລືອດ ຫຼືກັມະພັນ ຕາມເລືອດ ໝວດ ອາ ເບ ແລະ ໂອ ແລ້ວມະນຸສທຸກຄົນຕ້ອງຕາຽຈະຕາຽຊ້າຫຼືໃວ ສຸດແລ້ວ ແຕ່ການປະພຶດແລະປະຕິບັດ ຕາມປະມວນກົກໝາຍສາກົລ ເຫຼັມ ປັນຍາຈານ ບົດ 9:5,10 ແລະ ພັນສັນຍາໃໝ ຄົນເປັນຮູ້ວ່າເຂົາຈະຕາຽ ແຕ່ຄົນຕາຽແລ້ວບໍ່ຮູ້ຫັຽງເລີຽ໋ເພາະຄວາມຕາຽມາຕາມສາຽເລືອດຂອງບັນຖະບູລຸດຄົນດຽວຄືປູທວດຍ່າທວດ (ອາດາມ ແລະຮາວາ) ເຊັ່ນ ເຮັດແນວໃດຈີ່ງຈະວິດບາບ ແລະຄວາມຕາຽໃນຕົວເຮົາທຸກຄົນ? ສີ່ງນັ້ນໃດ້ແກ່........??? ຖ້າສົນຈີ່ງໆ ໃຫ້ໄປຫາຄຳຖາມລຽນກັນເປັນແຖວມາເລີຽ ບໍ່ເວົ້າ ເລື້ອງການເມືອງ ບໍ່ເວົ້າເລື້ອງ ສາສນາໃດໆ ເອົາຄວາມຈີງມາລົມ.ໃຫ້ຮູ້
ຂອບໃຈລູກຫຼານທຸກໆຄົນ, ຂໍປະກາດ ໃຜຍັງເຫັນຫຼານຊາຽຫຼົງມາແຖວນີ້ບໍ? ລາວມີເຄື່ອງໝາຽດອກບົວແບ້ ສີຂາວໆດອກ ໃຜປະກົດເຫັນບອກກັບສຳນັກແດ່ ຈະພາໄປລ້ຽງ ພັນແນມເນືອງ ໜ້າ ບົວສວັນ ເນີ.
ຈື່ງບອກວ່າ

ບໍ່ຢາກໃຊ້ຄວາມຮັກ ທຳລາຍຕົວເອງແລະ ຄົນລອບຂ້າງ ຈະທຳຢ່າງໃດ?”ແຕ່ຄວາມຮັກອົດກັ້ນທຸກສີ່ງ, ຄວາມຮັກບໍ່ເຄີຍເສືອມຄາຍ. ເຄີຍໃດ້ຍີນຢູ່ໃສນໍ?

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າການສ້າງບາບ ບໍ່ຕ້ອງລົງມືກະທຳ
ຄິດບໍ່ດີຕໍ່ຄົນອື່ນມັນກໍບາບແລ້ວ