ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເກີດມາເຮັດຫຍັງ?

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາໄຊ້ເວນ ໄຊ້ກຳ........ແລະກະຕ້ອງສູ້ເພື່ອຄວາມຢູ່ລອດຈົນຣອດມື້ຕາຍ........


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ເກີດມາ ເພື່ອ ສືບພັນ ແລະ ຂະຫຍາຍພັນມະນຸດ ໃຫ້ຄົງຢູ່


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຫຼັກທຳມະຊາດແມ່ນຄົນເຮົາເກີດມາເພື່ອສືບຕໍ່ ແລະ ເພື່ອສ້າງສາ ດີ້ນຣົນ

ແລະ ຕາມນັກວິທະຍາສາດເວົ້າວ່າຄົນເຮົາເກີດມາເພື່ອເຊັກ ນີ້ຄືຄວາມຈີງ ໃນໃຈເລີກເລີກຄົນເຮົາຄິດເລື່ອງນີ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອໃຊ້ກຳເກົ່າ ແລະໃນຂະນະດຽວກັນກໍເຮັດກຳໃຫມ່ໄປນຳ ທຸກການກະທຳຄືກຳ ກຳຄືການກະທຳ
ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ

ເພື່ອໃຊ້ກຳເກົ່າ ແລະໃນຂະນະດຽວກັນກໍເຮັດກຳໃຫມ່ໄປນຳ ທຸກການກະທຳຄືກຳ ກຳຄືການກະທຳ
ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ຕາມຫຼັກທຳມະຊາດແມ່ນຄົນເຮົາເກີດມາເພື່ອສືບຕໍ່ ແລະ ເພື່ອສ້າງສາ ດີ້ນຣົນ

ແລະ ຕາມນັກວິທະຍາສາດເວົ້າວ່າຄົນເຮົາເກີດມາເພື່ອເຊັກ ນີ້ຄືຄວາມຈີງ ໃນໃຈເລີກເລີກຄົນເຮົາຄິດເລື່ອງນີ້



ເລື່ອງເຊັກເປັນສັນຊາຕຕະຍານຂອງສັດໂລກ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກຄຳຕອບມີເຫດຜົນ..............

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓ ກະທູ້
໓໖ ໂພສ
ຂາປະຈຳເວັບບອດ
ບໍຮູ້ເດີເພາະຕອນເກີດມາບໍ່ແມ່ນຂ້ອຍເປັນຄົນຕັດສິນໃຈ

ຂອບໃຈເວບພັນລາວ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາໃຊ້ໜີ້ໃຊ້ສິນ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kunbanna ຂຽນວ່າ...
ແລ້ວເຮົາຈະເຊື່ອຫລັກການຂອງໃຜລະ ?
ກ່ອນອື່ນເຮົາຕ້ອງໄປສຶກສາຫລາຍໆຫລັກທິດສະດີແລ້ວນຳມາປຽບທຽບຫາເຫດຫາຜົນວ່າທິດສະດີໃດມີເຫດມີຜົນກວ່າກັນ
ພຮະອາຈານ ພຸດທະທາສ (ພຣະນັກປາດແຫ່ງພຸທທະສາດສະນາໃນຍຸກນີ້)ໄດ້ສະຫລຸບໄວ້ວ່າຄົນເຮົາເກີດມາເຮັດຫຍັງ?
ມີສາມພວກດັ່ງນີ້
ພວກທີ 1, ເກິດມາເພື່ອກິນ ຄົນໃນສະໄຫມນີ້ສິ່ງດຽວທີ່ສະແຫວງຫາກໍ່ຄືການກິນ ມີການຜະລິດ ການໂຄສະນາ ຫລາຍຄົນຫລົງໄຫລໃນການກິນ
ພວກທີ່ 2, ເກິດມາເພື່ອກາມ ກາມໃນທີ່ນີ້ຫມາຍເຖິງການຕອບສະໜອງຕາມຄວາມຕ້ອງການທາງຕາ ຄື ຮູບສວຍໆງາມໆ ທາງຫູ ຄື ສຽງມ່ວນໆ ທາງດັງ ຄື ກິ່ນອັນຫອມຫວນ ທາງລີ້ນ ໄດ້ແກ່ລົດຊາດອັນແຊບຊ້ອຍ ທາງກາຍຄື ສຳຜັດທີ່ຫນ້າປາດຖະໜາ ອ່ອນໆ ອວບໆ ນິ້ມໆ ນວນໆ ເມື່ອຄົນກິນທາງປາກອິ່ມແລ້ວກໍ່ສະແຫວງຫາກາມກັນຕໍ່
ພວກທີ່3, ເກິດມາເພື່ອກຽດ ເມື່ອໄດ້ມີກິນມີກາມ ກໍ່ມີກຽດ ມີຍົດ ຢາກຈະໃຫ້ຄົນເຄົາລົບນົບນ້ອມ ໄປໃສມີບໍດີ້ກາດຕິດຕາມຖືວ່າເປັນສິ່ງສູງສູກທີ່ເກິດມາ ເສຍກຽດນີ້ ເສີຍຊ້າງບໍ່ແໜງ(ຂອງລາວເຮົາ) ຫລືແມ່ນແຕ່ຊີວິດກໍ່ສະຫລະໄດ້ເພາະກຽດ
ຕາມຫລັກທາງພຸດທະສາສະນາຫລາຍຄົນກໍ່ຕອບມາແລ້ວວ່າເກິດມາເພື່ອໃຊ້ກັມ ຖ້າເຊັ່ນນັ້ນກໍ່ຄືການເກິດ ແລ້ວກໍ່ແກ່ ເຈັບ ຕາຍໄປ ໂດຍບໍ່ຕ່າງຫຍັງກັບສັດເດັຍລະສານໃນໂລກນີ້ ຄືເກິດມາໃຊ້ກັມ
ແຕ່ທີ່ຄົນເຮົາມີຫລາຍກວ່ານັ້ນກໍ່ຄືທັມ ທີ່ເຮັດໃຫ້ຄນສູງກວ່າສັດ ທັມມະ ຫລັກສິນທັມ ການສຶກສາ 3 ຢ່າງໄດ້ແກ່ ສຶກສາເລື່ອງສິນ ຄວບຄຸມທາງກາຍ ວາຈາ ທາງໃຈ ໃຫ້ຢູ່ໃນກອບຂອງສັງຄົມນັ້ນໆ ເຊັ່ນຊາວພຸດກໍ່ມີສິນຫ້າເປັນຕົ້ນ ສືກສາເລື່ອງສະມາທິ ເຮັດໃຫ້ໃຈສະຫງົບ ຕັ້ງໝັ້ນຢູ່ໃນຄວາມດີ ສຶກສາເລື່ອງປັນຍາ ສະແຫວງຫາຄວາມຮູ້ໃນການດຳເນີນຊີວິດ ທາງໂລກກໍ່ຄືສະແຫວງຫາວິຊາຕ່າງໆເພື່ອຫາວຽກເຮັດງານທຳ ມີວິຊາອາຊີບ ທາງທັມ ກໍ່ຄືສະແຫວງຫາຄວາມຫລຸດພົ້ນຈາກທຸກທັ້ງປວງ ຫລືຄວາມຈິງສູງສຸດໃນທາງພຸດທະສາສະນາກໍ່ຄືບໍ່ກັບມາວຽນວາຍຕາຍເກິດອີກ ຫຼືນິບພານນັ້ນເອັງ
ແລ້ວເຮົາຈະເລືອກເອົາແນວໃດ ວ່າເກິດມາເພື່ອກິນ ກາມ ກຽດ ຫລືສູງໄປກວ່ານັ້ນຈົນໃນທີ່ສຸດແຫ່ງການຫມົດທຸກ ແລ້ວເຮົາຈະຕອບຕົວເອງໄດ້ວ່າເຮົາເກິດມາເຮັດຫຍັງ
ຂໍຂອບໃຈ


ຂອບໃຈ
ມັນກໍ່ຮູ້ ຢູ່ ແຕ່ ບາດຊິເຮັດລະມັນຍາກ ແທ້
ການທີ່ເຮົາຈະເອົາຊະນະຕົນເອງນີ້ນະ ຮູ້ວ່າກິນແລະ ມັນໃຫ້ໂທດ ເຮັດແລ້ວເປັນບາບ ແຕ່ກໍ່ຍັງຫົລງໄຫລ ກັບ ຮູບ ລົດ ຢູ່ດີ ເຮີຍໆໆໆໆໆ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ເກີດມາເພື່ອພັດທະນາຕົນເອງໃຫ້ເຖິງຈຸດສູງສຸດຂອງຄວາມເປັນມະນຸດ...ຄືບໍ່ພຽງແຕ່ຈະພັດທະນາທາງດ້ານມັນສະໝອງພຽງເທົ່ານັ້ນແຕ່ຕ້ອງພັດທະນາໄປພ້ອມໆກັນ,,..ທັງມັນສະໝອງ ແລະ ສະຕິປັນຍາໄວ້ຊ່ວຍຕົນ. ວິຊາອາຊີບ ມີໄວ້ທຳມາຫາກິນລ້ຽງຊີບ ແຕ່ ຖ້າຂາດ ວິຊາຊີວິດ ຄື ການພັດທະນາ ສະຕິ ກໍ່-ໍ່ສາມາດມີຄວາມສຸກໄດ້ ..ສະນັ້ນຈິງຢາກບອກວ່າ :ຄວາມສຸກບໍ່ໄດ້ຢູ່ກັບຄົນລວຍທຸກຄົ້ນ ແລະ ຄວາມທຸກບໍ່ໄດ້ມີກັບ ຄົນຈົນທຸກຄົນ ແຕ່ຄວາມສຸກແລະຄວາມທຸກ ຈະຢູ່່ກັບ ທັງຄົນລວຍແລະຄົນຈົນຖ້າ ບໍ່ຮູ້ການ ສະແຫວງຫາວິຊາຊີວິດ ..ວິຊາຊີວິດຄືການ ຝຶກສະຕິນັ້ນເອງ.




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໓ ກະທູ້
໓໖ ໂພສ
ຂາປະຈຳເວັບບອດ
ບໍ່ມີຄຳຕອບ

ຂອບໃຈເວບພັນລາວ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄຳຕອບນຳ ຮາໆໆໆໆ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາເພື່ອສ້າງຄວາມດີຊັ້ນຫວາຕູນ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະບໍ່ຮູ້ວ່າຂ້ອຍເກີດມາເພື່ອຫຍັງ? ແຕ່ໃນໃຈຕອນນີ້ມັນຄິດວ່າຂ້ອຍຕ້ອງເກີດມາເພື່ອທີ່ເລີບຂອງຂ້ອຍແຫຼະ ຮາໆໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ເກີດມາເພື່ອຮັກເຈົ້າ

ແຫວະ



໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດ ມາ ເພື່ອ ໂຕເອງ ນີ້ ລະ
ຫາກ ເພື່ອ ໂຕ ເອງ ຍັງບໍ່ ໄດ້ ແລ້ວ ຈະ ເອົາ ຫັຍງ ໄປ ເພື່ອ ຢ່າງອື່ນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...
ເກີດມາໃຊ້ເວນ ເກີດມາໃຊ້ກຳ



໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຂ້ານ້ອຍບໍ່ຮູ້ເພາະກ່ອນຈະເກີດກໍ່ບໍ່ຮູ້ຄືກັນ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ວ່າເກີດມາເຮັດຫຍັງ ແຕ່ເກີດມາຍ້ອນອີພໍ່ອີ່ແມ່ໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ເກີດມາຈີບສາວພັນລາວນີ້ລະ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ເກີດມາຈີບສາວພັນລາວນີ້ລະ


ຂໍຈີບນຳອ້າຍໆໆ ບອກວິທີແດ່ ຮ່າໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ບໍຮູ້ວ່າເກີດມາເຮັດຫັຍງ...ຊ້ວງທີ່ພູມຜັກຢູ່ໃນທ້ອງຈົນກະທັ້ງອອກຈາກທ້ອງແມ່ແມ່ນຈິດສໍານຶກຄວາມຮັບຮູ້ເຖິງຈຸດປະສົງເປົ້າໝາຍ
ແມ່ນບໍ່ທັນມີ...ອອກມາຈາກທ້ອງຮູ້ຈັກຫາຍໃຈ ຮູ້ຈັກຮ້ອງໃຫ້ ກໍ່ຖືວ່າໄດ້ເຮັດໜ້າທີ່ຂອງຕົນເອງດີແລ້ວໃນຊ້ວງນັ້ນ....
ແຕ່ພໍໍໃຫ່ຍມາຮູ້ຄວາມຄົນ ມີແນວຄິດເປັນຂອງຕົວເອງ ມີຄວາມຮູ້ສຶກນຶກຄິດ ມີຄວາມຢາກ ມີຄວາມຕ້ອງການຕ່າງໆ
ເຮົາກໍ່ໃຊ້ຊີວິດຊອກສະແຫວງຫາສິ່ງທີຫົວໃຈແລະຮ່າງກາຍຕົນເອງຕ້ອງການ...ບາງຄັ້ງອາດສົມຫັວງ
ຫຼືຜິດຫັວງນັ້ນກໍ່ໄປຕາມເງື່ອນໄຂຂອງຊິວິດ....
ສຸດທ້າຍສິ່ງນັ້ນກໍ່ກາຍເປັນອະດີດແລະຖຶກລືມ...ເມື່ອຊີວິດຮ່າງກາຍດັບສູນໄປສູ່ທໍາມະຊາດ
ຄິດວ່າເກີດມາເພື່ອກ້າວເຂົ້າສູ່ການປ່ຽນແປງ...


໐ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
1.ໃຊ້ກັມ
2.ສະເຫວີຍກັມ
3. ສ້າງກັມ
ແຕ່ສິ່ງສຳຄັນທີ່ສຸດກໍ່ຄືເກີດມາຕ້ອງສ້າງປາຣະມີ ເຮັດພຣະນິພານໃຫ້ແຈ້ງ ສະແຫວງຫາສັຈຈະທັມ ໝັ່ນສ້າງກຳດີຫຼີກ ໜີກຳຊົ່ວ (ຈົບຂ່າວ)


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າຕອບບໍ່ໄດ້ມີແຕ່ ອະທິບາຍໄດ້ວ່າ ນອນແລ້ວຝັນເຮັດຫຍັງແຕ່ຝັນໂດຍບໍ່ໄດ້ຕັ້ງໃຈ ເກິດມາກໍ່ບໍ່ໄດ້ຕັ້ງໃຈເຊັ່ນກັນ ແຕ່ເກີດມາ
ແລ້ວຈະຕ້ອງເຮັດຫຍັງນີ້ຄືຄຳຖາມທີ່ທຸກຄົນຈະຕ້ອງໄປຕາມທາງທີ່ຕົນສ້າງເອງ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ເກີດມາເພື່ອທີ່ຈະເຮັດໃນສິ່ງທີ່ຝັນໄວ້ ແລະເຮັດໃຫ້ດີທີ່ສຸດຂອງທີ່ສຸດ


໖ ກະທູ້
໒໙໒ ໂພສ
ນັກການກະທູ້
ເພື່ອໃຊ້ຊີວິດໃນໂລກນີ້ (ຊ່ວງນີ້ໃຜຈະເຮັດຫຍັງກໍ່ໄດ້ ເລືອກເອົາເອງ) ລະກະຕາຍຈາກໄປ ບໍ່ຮູ້ແລ້ວຫລັງຈາກນີ້

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍສະບາຍດີເພື່ອນໆ,ອ້າຍໆ,ນ້ອງໆ ຂໍອະນຸຍາດຮ່ວມວົງນຳແດ່ເດີ ຄົນເຮົາຕ່າງຄົນຕ່າງກໍ່ມີຄວາມຄິດທີ່ແຕກຕ່າງກັນໄປ ບາງຄົນກໍ່ວ່າຂ້ອຍເກີດມາເຮັດຫຍັງ ແຕ່ບາງຄົນກໍ່ວ່າດີໃຈທີ່ໄດ້ເກີດມາເປັນຄົນສຳລັບຂ້ອຍແລ້ວເຖີງຫົນທາງຂອງຊີວິດທີ່ຜ່ານມາຈະບໍ່ຄ່ອຍຫລາບລື່ນປານໃດແຕ່ຂ້ອຍກໍ່ດີໃຈທີ່ໄດ້ເກີດມາເປັນມາເປັນຄົນທີ່ມີຮ່າງກາຍສົມບຸນ,ບາງຄົນເກີດມາມີພ້ອມທຸກໆຢ່າງແຕ່ບາງຄົນພໍ່ແມ່ກໍ່ໃຫ້ແຕ່ພຽງກຳເນີດມາແລະນາໆ......ແຕ່ສີ່ງເຫລົ່ານັ້ນຕ້ອງເຮົາເປັນຜູ້ລົງມືຫມາຍຄວາມວ່າມັນຕ້ອງ:ເກີດ,ມີ,ສຳເລັດ...ຈາກເຮົາເອງບໍ່ວ່າຈະເປັນເຫື່ອແຮງ,ສະຕິປັຍາ...ແຕ່ສີ່ງທີ່ເຮົາກະທຳນັ້ນຕ້ອງເປັນສີ່ງທີ່ຖືກຕ້ອງພ້ອມທັງສັງຄົມຍອມຮັບແມ່ນເປັນສີ່ງທີ່ດີທີ່ສຸດ.ແຕ່ຫລາຍຫລາຍຄົນກໍ່ມັກເວົ້າວ່າຂ້ອຍບໍ່ມີໂອກາດ,ບໍ່ມີເງິນ,ບໍ່ມີເວລາແລະຂາດຄວາມສຳນານ...ຕອບເລີຍວ່າບໍ່ແມ່ນມັນຂື້ນກັບຕົວເຮົາເອງບໍ່ຕ້ອງລໍຫຍັງກ້າເຮັດກ້າຕັດສິນໃຈຄືລົງມືເລີຍເຖີງວ່າສີ່ງທີ່ເຮົາຫລືລົງມືໄປມັນບໍ່ສຳເລັດແຕ່ເຮົາກໍ່ຍັງໄດ້ບົດຮຽນວ່າເຮົາບໍ່ສຳເລັດຍ້ອນຫຍັງແລະຄວນແກ້ໄຂຫຍັງແລະເຮັດເລື້ອຍໆ....ຈະດີກ່ວາບໍ່ໄດ້ເຮັດຫຍັງເລີຍ. ທ່ານໃດເຂົ້າໃຈຈະແຈ້ງຊ່ວຍແນະນຳແດ່ເດີ ຂອບ ອິອິອິ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ເກີດມາລົມໂທລະສັບຕິເບາະຂ້ອຍນະ!


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ຂ້າພະເຈົ້າຕອບບໍ່ໄດ້ມີແຕ່ ອະທິບາຍໄດ້ວ່າ ນອນແລ້ວຝັນເຮັດຫຍັງແຕ່ຝັນໂດຍບໍ່ໄດ້ຕັ້ງໃຈ ເກິດມາກໍ່ບໍ່ໄດ້ຕັ້ງໃຈເຊັ່ນກັນ ແຕ່ເກີດມາ
ແລ້ວຈະຕ້ອງເຮັດຫຍັງນີ້ຄືຄຳຖາມທີ່ທຸກຄົນຈະຕ້ອງໄປຕາມທາງທີ່ຕົນສ້າງເອງ



ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>